​Liahona
ພຣະ​ເຈົ້າ​ປົດ​ປ່ອຍ​ແອວ​ມາ ແລະ ແອມ​ມິວ​ເລັກ
ເດືອນ​ມິ​ຖຸ​ນາ 2024


“God Frees Alma and Amulek,” Friend, June 2024, 26–27.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມິ​ຖຸ​ນາ 2024

ພຣະ​ເຈົ້າ​ປົດ​ປ່ອຍ​ແອວ​ມາ ແລະ ແອມ​ມິວ​ເລັກ

ຮູບ​ພາບ
ແອວ​ມາ ແລະ ແອມ​ມິວ​ເລັກ​ກຳ​ລັງ​ສັ່ງ​ສອນ

ພາບ​ປະ​ກອບ ໂດຍ ແອນ​ດຣູ ໂບສ໌​ລີ

ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ໄປ​ຫາ​ເມືອງ​ໜຶ່ງ​ຊື່​ວ່າ ອຳ​ໂມນ​ໄນ​ຮາ. ພວກ​ເພິ່ນ​ໄດ້​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ແຕ່​ຜູ້​ຄົນ​ໃຈ​ຮ້າຍ​ເພາະ​ສິ່ງ​ທີ່​ພວກ​ເພິ່ນ​ໄດ້​ສິດ​ສອນ. ພວກ​ເຂົາ​ໄດ້​ເອົາ​ແອວ​ມາ ແລະ ແອມ​ມິວ​ເລັກ​ເຂົ້າ​ຄຸກ.

ຮູບ​ພາບ
ແອວ​ມາ ແລະ ແອມ​ມິວ​ເລັກ​ຖືກ​ຜູກ​ມັດ​ຢູ່​ໃນ​ຄຸກ

ຜູ້​ຄົນ​ໄດ້​ທໍາ​ຮ້າຍ​ແອວ​ມາ ແລະ ແອມ​ມິວ​ເລັກ. ພວກ​ເພິ່ນ​ໄດ້​ຢູ່​ໃນ​ຄຸກ​ເປັນ​ເວ​ລາ​ຫລາຍ​ວັນ.

ຮູບ​ພາບ
ຝາ​ຄຸກ​ໄດ້​ພັງ​ລົງ​ອ້ອມ​ຮອບ​ແອວ​ມາ ແລະ ແອມ​ມິວ​ເລັກ

ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ອະ​ທິ​ຖານ ແລະ ທູນ​ຂໍ​ຄວາມ​ເຂັ້ມ​ແຂງ. ພວກ​ເພິ່ນ​ມີ​ສັດ​ທາ​ໃນ​ພຣະ​ເຈົ້າ. ພຣະ​ອົງ​ໄດ້​ມອບ​ອຳ​ນາດ​ໃຫ້​ພວກ​ເພິ່ນ ເພື່ອ​ເຮັດ​ໃຫ້​ເຊືອກ​ຢູ່​ຂໍ້​ມື​ຂອງ​ພວກ​ເພິ່ນ​ຂາດ​ອອກ.

ຮູບ​ພາບ
ແອວ​ມາ ແລະ ແອມ​ມິວ​ເລັກ​ບໍ່​ມີ​ເຊືອກ​ຜູກ​ມັດ​ພວກ​ເພິ່ນ ກຳ​ລັງ​ຢືນ​ຢູ່​ໃນ​ຊາກ​ຫັກ​ພັງ

ແລ້ວ​ແຜ່ນ​ດິນ​ໄດ້​ສັ່ນ​ສະ​ເທືອນ. ຝາ​ກໍາ​ແພງ​ຄຸກ​ພັງ​ລົງ! ພຣະ​ເຈົ້າ​ໄດ້​ຊ່ວຍ​ປົດ​ປ່ອຍ​ແອວ​ມາ ແລະ ແອມ​ມິວ​ເລັກ. ພວກ​ເພິ່ນ​ໄດ້​ອອກ​ຈາກ​ເມືອງ​ອຳ​ໂມນ​ໄນ​ຮາ ເພື່ອ​ໄປ​ສິດ​ສອນ​ຄົນ​ອື່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.

ໜ້າ​ລະ​ບາຍ​ສີ

ເຮົາ​ຮູ້​ວ່າ​ພຣະ​ເຢ​ຊູ​ຮັກ​ເຮົາ

ຮູບ​ພາບ
ເດັກ​ນ້ອຍ​ສອງ​ຄົນ​ອ້ອມ​ຮອບ​ໄປ​ດ້ວຍ​ທໍາ​ມະ​ຊາດ, ພຣະ​ຄໍາ​ພີ, ແລະ ພຣະ​ວິ​ຫານ

ພາບ​ປະ​ກອບ ໂດຍ ອາ​ດາມ ໂຄ​ຟອດ

ສິ່ງ​ໃດ​ແດ່​ທີ່​ເຕືອນ​ເຈົ້າ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ພິມ