ຄູ່​ມື ແລະ ການ​ເອີ້ນ
9. ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ


“9. ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“9. ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ພວກ​ຜູ້​ຍິງ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

9.

ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

9.1

ຈຸດ​ປະ​ສົງ ແລະ ອົງ​ການ

9.1.1

ຈຸດ​ປະ​ສົງ

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ສິດ​ສອນ​ວ່າ ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຄື​ການ​ຊ່ວຍ​ກູ້​ຈິດ​ວິນ​ຍານ ແລະ ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ.

ຄຳ​ຂວັນ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຄື “[ຄວາມ​ໃຈ​ບຸນ] ຍັງ​ຈະ​ຕັ້ງ​ໝັ້ນ​ຄົງ​ຢູ່​ຕະ​ຫລອດ​ໄປ” (1 ໂກ​ຣິນ​ໂທ 13:8).

9.1.2

ສະ​ມາ​ຊິກ​ກະ​ພາບ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ຍິງ​ໜຸ່ມ​ສາ​ມາດ​ເລີ່ມ​ໄປ​ຮ່ວມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເມື່ອ​ເຂົາ​ມີ​ອາ​ຍຸ​ຄົບ 18 ປີ. ເມື່ອ​ມີ​ອາ​ຍຸ 19 ປີ ຫລື ເມື່ອ​ໄດ້​ຍ້າຍ​ອອກ​ຈາກ​ເຮືອນ, ດັ່ງ​ເຊັ່ນ​ການ​ໄປ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ຫລື ການ​ຮັບ​ໃຊ້​ເຜີຍ​ແຜ່, ເຂົາ​ຄວນ​ມີ​ສ່ວນ​ຮ່ວມ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

ຜູ້​ຍິງ​ອາ​ຍຸ​ນ້ອຍ​ກວ່າ 18 ປີ​ທີ່​ແຕ່ງ​ງານ​ແລ້ວ​ກໍ​ເປັນ​ສະ​ມາ​ຊິກ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເຊັ່ນ​ກັນ.

9.2

ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

9.2.1

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

9.2.1.2

ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ໃນ​ການ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ການ​ປະ​ຊຸມ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ທີ​ສອງ ແລະ ທີ​ສີ່​ຂອງ​ເດືອນ. ມັນ​ໃຊ້​ເວ​ລາ 50 ນາ​ທີ. ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ວາງ​ແຜນ​ການ​ປະ​ຊຸມ​ເຫລົ່າ​ນີ້. ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ດຳ​ເນີນ​ການ​ປະ​ຊຸມ.

ການ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສຸມ​ໃສ່​ຫົວ​ຂໍ້​ໃນ​ຄຳ​ປາ​ໄສ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຄັ້ງ​ລ່າ​ສຸດ ໜຶ່ງ​ເລື່ອງ ຫລື ຫລາຍ​ກວ່າ​ນັ້ນ.

9.2.1.3

ກິດ​ຈະ​ກຳ

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ອາດ​ວາງ​ແຜນ​ກິດ​ຈະ​ກຳ. ກິດ​ຈະ​ກຳ​ສ່ວນ​ຫລາຍ​ຖືກ​ຈັດ​ຂຶ້ນ​ໃນ​ເວ​ລາ​ທີ່​ນອກ​ເໜືອ​ໄປ​ຈາກ​ແລງ​ວັນ​ອາ​ທິດ ຫລື ແລງ​ວັນ​ຈັນ.

9.2.2

ການ​ດູ​ແລ​ຄົນ​ຂັດ​ສົນ

9.2.2.1

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ

ເອື້ອຍ​ນ້ອງ​ຮັບ​ວຽກ​ງານ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈາກ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ ບົດ​ທີ 21.

9.2.2.2

ຄວາມ​ຕ້ອງ​ການ​ໄລ​ຍະ​ສັ້ນ

ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ ແລະ ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ທີ່​ເຂົາ​ເຈົ້າ​ຮັບ​ໃຊ້. ສະ​ມາ​ຊິກ​ອາດ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ໄລ​ຍະ​ສັ້ນ​ໃນ​ເວ​ລາ​ມີ​ຄວາມ​ເຈັບ​ປ່ວຍ, ການ​ເກີດ, ການ​ຕາຍ, ຕົກ​ງານ, ແລະ ໃນ​ສະ​ຖາ​ນະ​ການ​ອື່ນໆ.

ເມື່ອ​ຕ້ອງ​ການ, ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຈະ​ຂໍ​ໃຫ້​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຊ່ວຍ​ເຫລືອ.

9.2.2.3

ຄວາມ​ຕ້ອງ​ການ​ໄລ​ຍະ​ຍາວ ແລະ ການ​ກຸ້ມ​ຕົນ​ເອງ

ຕາມ​ທີ່​ປະ​ສານ​ງານ​ໂດຍ​ອະ​ທິ​ການ, ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ຈະ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ເລື່ອງ​ຄວາມ​ຕ້ອງ​ການ​ໄລ​ຍະ​ຍາວ ແລະ ການ​ກຸ້ມ​ຕົນ​ເອງ.

ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ປະ​ທານ​ກຸ່ມ​ແອວ​ເດີ, ຫລື ຜູ້​ນຳ​ຄົນ​ອື່ນ​ຈະ​ຊ່ວຍ​ບຸກ​ຄົນ ຫລື ຄອບ​ຄົວ​ພັດ​ທະ​ນາ ແຜນ​ການ​ກຸ້ມ​ຕົນ​ເອງ.

9.2.2.4

ເມື່ອ​ສະ​ມາ​ຊິກ​ຫວອດ​ເສຍ​ຊີ​ວິດ

ເມື່ອ​ສະ​ມາ​ຊິກ​ຫວອດ​ເສຍ​ຊີ​ວິດ, ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ໃຫ້​ການ​ປອບ​ໂຍນ ແລະ ຊ່ວຍ​ເຫລືອ. ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອະ​ທິ​ການ, ເຂົາ​ເຈົ້າ​ສາ​ມາດ​ຊ່ວຍ​ໃນ​ພິ​ທີ​ສົ່ງ​ສະ​ການ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ໃຫ້​ເບິ່ງ 38.5.8.

9.2.3

ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ

ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ມອບ​ໝາຍ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ໃຫ້​ຊ່ວຍ​ນຳ​ພາ​ວຽກ​ງານ​ເຜີຍ​ແຜ່​ຂອງ​ສະ​ມາ​ຊິກ​ໃນ​ຫວອດ. ລາວ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ທີ່​ຖືກ​ມອບ​ໝາຍ ເພື່ອ​ປະ​ສານ​ວຽກ​ງານ​ເຫລົ່າ​ນີ້ (ເບິ່ງ 23.5.1).

9.2.4

ການ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ

ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ມອບ​ໝາຍ​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ເພື່ອ​ຊ່ວຍ​ນຳ​ພາ​ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ ຢູ່​ໃນ​ຫວອດ. ລາວ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ​ທີ່​ຖືກ​ມອບ​ໝາຍ ເພື່ອ​ປະ​ສານ​ວຽກ​ງານ​ເຫລົ່າ​ນີ້ (ເບິ່ງ 25.2.2).

9.3

ຜູ້​ນຳ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

9.3.1

ອະ​ທິ​ການ

ຕາມ​ປົກ​ກະ​ຕິ​ແລ້ວ ອະ​ທິ​ການ​ພົບ​ກັບ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເດືອນ​ລະ​ຄັ້ງ. ພວກ​ເພິ່ນ​ສົນ​ທະ​ນາ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ, ລວມ​ທັງ​ການ​ຮັບ​ໃຊ້​ຂອງ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

9.3.2

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

9.3.2.1

ການ​ເອີ້ນ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ອະ​ທິ​ການ​ເອີ້ນ​ຜູ້​ຍິງ​ຄົນ​ໜຶ່ງ​ໃຫ້​ຮັບ​ໃຊ້​ເປັນ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໃນ​ຫວອດ. ຖ້າ​ຫາກ​ໜ່ວຍ​ສາດ​ສະ​ໜາ​ຈັກ​ໃຫຍ່​ພໍ, ລາວ​ຈະ​ແນະ​ນຳ​ຊື່​ຜູ້​ຍິງ ໜຶ່ງ ຫລື ສອງ​ຄົນ​ຕໍ່​ເພິ່ນ ເພື່ອ​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ຂອງ​ລາວ.

ໜ່ວຍ​ສາດ​ສະ​ໜາ​ຈັກ​ບາງ​ໜ່ວຍ​ທີ່​ນ້ອຍ ອາດ​ບໍ່​ມີ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ ຫລື ປະ​ທານ​ອົງ​ການ​ປະ​ຖົມ​ໄວ. ໃນ​ກໍ​ລະ​ນີ​ເຫລົ່າ​ນີ້, ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ອາດ​ຊ່ວຍ​ຜູ້​ເປັນ​ພໍ່​ແມ່​ວາງ​ແຜນ​ບົດ​ຮຽນ​ສຳ​ລັບ​ຊາວ​ໜຸ່ມ ແລະ ເດັກ​ນ້ອຍ.

9.3.2.2

ໜ້າ​ທີ່​ຮັບ​ຜິດ​ຊອບ

ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້. ທີ່​ປຶກ​ສາ​ຂອງ​ລາວ​ຊ່ວຍ​ເຫລືອ​ລາວ.

  • ຮັບ​ໃຊ້​ໃນ​ສະ​ພາ​ຫວອດ.

  • ນຳ​ພາ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເພື່ອ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ (ເບິ່ງ ບົດ​ທີ 1).

  • ຈັດ​ລະ​ບຽບ ແລະ ດູ​ແລ​ການ​ຮັບ​ໃຊ້​ຂອງ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

  • ພາຍ​ໃຕ້​ການ​ນຳ​ພາ​ຂອງ​ອະ​ທິ​ການ, ຈະ​ປຶກ​ສາ​ກັບ​ສະ​ມາ​ຊິກ​ຜູ້​ໃຫຍ່​ໃນ​ຫວອດ.

  • ປະ​ສານ​ຄວາມ​ພະ​ຍາ​ຍາມ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເອື້ອຍ​ນ້ອງ​ຜູ້​ໃຫຍ່​ໜຸ່ມ, ທັງ​ເປັນ​ໂສດ ແລະ ແຕ່ງ​ງານ​ແລ້ວ.

  • ພົບ​ກັບ​ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ ຢ່າງ​ໜ້ອຍ​ປີ​ລະ​ເທື່ອ.

  • ດູ​ແລ​ບັນ​ທຶກ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ລາຍ​ງານ, ແລະ ການ​ເງິນ (ເບິ່ງ LCR.ChurchofJesusChrist.org).

9.3.2.3

ການ​ປະ​ຊຸມ​ຝ່າຍ​ປະ​ທານ

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ເລ​ຂາ​ນຸ​ການ​ພົບ​ກັນ​ເປັນ​ປະ​ຈຳ. ປະ​ທານ​ດຳ​ເນີນ​ການ​ປະ​ຊຸມ​ເຫລົ່າ​ນີ້. ວາ​ລະ​ສາ​ມາດ​ລວມ​ທັງ​ລາຍ​ການ​ດັ່ງ​ຕໍ່​ໄປ​ນີ້:

  • ວາງ​ແຜນ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເອື້ອຍ​ນ້ອງ ແລະ ຄອບ​ຄົວ​ຂອງ​ເຂົາ​ເຈົ້າ.

  • ປະ​ສານ​ວຽກ​ງານ​ເຜີຍ​ແຜ່ ແລະ ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ.

  • ຕອບ​ຮັບ​ການ​ມອບ​ໝາຍ​ຈາກ​ການ​ປະ​ຊຸມ​ສະ​ພາ​ຫວອດ.

  • ທົບ​ທວນ​ຂໍ້​ມູນ​ຈາກ​ການ​ສຳ​ພາດ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

  • ພິ​ຈາ​ລະ​ນາ​ບັນ​ດາ​ເອື້ອຍ​ນ້ອງ​ເພື່ອ​ຮັບ​ໃຊ້​ໃນ​ການ​ເອີ້ນ ແລະ ການ​ມອບ​ໝາຍ​ໃນ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

  • ວາງ​ແຜນ​ການ​ປະ​ຊຸມ ແລະ ກິດ​ຈະ​ກຳ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

9.3.3

ເລ​ຂາ​ນຸ​ການ

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ອາດ​ແນະ​ນຳ​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ໃຫ້​ຮັບ​ໃຊ້​ເປັນ​ເລ​ຂາ​ນຸ​ການ​ຂອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

9.4

ການ​ຊ່ວຍ​ຍິງ​ໜຸ່ມ​ກຽມ​ພ້ອມ​ທີ່​ຈະ​ເຂົ້າ​ຮ່ວມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ

ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ຍິງ​ໜຸ່ມ, ພໍ່​ແມ່​ຂອງ​ເຂົາ, ແລະ ຜູ້​ນຳ​ຍິງ​ໜຸ່ມ ເພື່ອ​ຊ່ວຍ​ຍິງ​ໜຸ່ມ​ກຽມ​ພ້ອມ​ທີ່​ຈະ​ເຂົ້າ​ຮ່ວມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ.

ຜູ້​ນຳ​ກໍ​ຍັງ​ຈັດ​ກຽມ​ໂອ​ກາດ​ຢ່າງ​ຕໍ່​ເນື່ອງ​ສຳ​ລັບ​ຍິງ​ໜຸ່ມ ແລະ ເອື້ອຍ​ນ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ເພື່ອ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ນຳ​ອີກ. ການ​ຮັບ​ໃຊ້​ນຳ​ກັນ​ເປັນ​ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ເປັນ​ວິ​ທີ​ໜຶ່ງ​ທີ່​ມີ​ຄ່າ​ໃນ​ການ​ຜູກ​ພັນ.

9.6

ແນວ​ທາງ​ຊີ້​ນຳ ແລະ ນະ​ໂຍ​ບາຍ​ເພີ່ມ​ເຕີມ

9.6.2

ການ​ຮູ້​ໜັງ​ສື

ຖ້າ​ຈຳ​ເປັນ, ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ຈະ​ເຮັດ​ວຽກ​ງານ​ຮ່ວມ​ກັບ​ອະ​ທິ​ການ, ຝ່າຍ​ປະ​ທານ​ກຸ່ມ​ແອວ​ເດີ, ແລະ ສະ​ພາ​ຫວອດ ເພື່ອ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ຮຽນ​ຂຽນ​ອ່ານ.

ພິມ