ຄູ່​ມື ແລະ ການ​ເອີ້ນ
12. ປະ​ຖົມ​ໄວ


“12. ປະ​ຖົມ​ໄວ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“12. ປະ​ຖົມ​ໄວ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຄອບ​ຄົວ​ຈັບ​ປຶ້ມ​ພຣະ​ຄຳ​ພີ

12.

ປະ​ຖົມ​ໄວ

12.1

ຈຸດ​ປະ​ສົງ ແລະ ອົງ​ການ

ປະ​ຖົມ​ໄວ​ເປັນ​ອົງ​ການ​ທີ່​ມີ​ບ້ານ​ເປັນ​ສູນ​ກາງ, ຊຶ່ງ​ສະ​ໜັບ​ສະ​ໜູນ​ໂດຍ​ສາດ​ສະ​ໜາ​ຈັກ. ມັນ​ແມ່ນ​ສຳ​ລັບ​ເດັກ​ນ້ອຍ​ອາ​ຍຸ 18 ເດືອນ ຫາ 11 ປີ.

12.1.1

ຈຸດ​ປະ​ສົງ

ປະ​ຖົມ​ໄວ​ຊ່ວຍ​ໃຫ້​ເດັກ​ນ້ອຍ:

  • ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຮຽນ​ຮູ້​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ.

  • ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ບົດ​ບາດ​ຂອງ​ພຣະ​ອົງ​ໃນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ຮຽນ​ຮູ້ ແລະ ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ຮູ້​ສຶກ, ຮັບ​ຮູ້, ແລະ ກະ​ທຳ​ຕາມ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

  • ກຽມ​ພ້ອມ, ເຮັດ, ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ສັກ​ສິດ.

  • ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ.

12.1.3

ຫ້ອງ​ຮຽນ

ເມື່ອ​ມີ​ເດັກ​ນ້ອຍ​ຫລາຍ​ພໍ, ພວກ​ເຂົາ​ຈະ​ຖືກ​ແຍກ​ອອກ​ເປັນ​ຫລາຍ​ຫ້ອງ​ອີງ​ຕາມ​ອາ​ຍຸ​ຂອງ​ພວກ​ເຂົາ.

ໂດຍ​ທົ່ວ​ໄປ​ແລ້ວ ເດັກ​ນ້ອຍ​ຈະ​ເລື່ອນ​ຈາກ​ປະ​ຖົມ​ໄວ​ໄປ​ຫາ​ກຸ່ມ​ຍິງ​ໜຸ່ມ ຫລື ກຸ່ມ​ມັກ​ຄະ​ນາ​ຍົກ ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 12 ປີ.

12.1.4

ຊ່ວງ​ເວ​ລາ​ຮ້ອງ​ເພງ

ຊ່ວງ​ເວ​ລາ​ຮ້ອງ​ເພງ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຮຽນ​ຮູ້​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ. ຂະ​ນະ​ທີ່​ເດັກ​ນ້ອຍ​ຮ້ອງ​ເພງ​ກ່ຽວ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນັ້ນ.

ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ ແລະ ຜູ້​ນຳ​ດົນ​ຕີ​ຄັດ​ເລືອກ​ເພງ​ສຳ​ລັບ​ແຕ່​ລະ​ເດືອນ ເພື່ອ​ຊ່ວຍ​ເສີມ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ເດັກ​ນ້ອຍ​ຮຽນ​ຮູ້​ໃນ​ຫ້ອງ​ຮຽນ ແລະ ທີ່​ບ້ານ​ຂອງ​ພວກ​ເຂົາ.

12.1.5

ຫ້ອງ​ອະ​ນຸ​ບານ

ຫ້ອງ​ອະ​ນຸ​ບານ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ອາ​ຍຸ 18 ເດືອນ ຫາ 3 ປີ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຮຽນ​ຮູ້​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ອົງ.

12.2

ການ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ

12.2.1

ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

12.2.1.2

ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ

ການ​ປະ​ຊຸມ​ປະ​ຖົມ​ໄວ​ວັນ​ອາ​ທິດ. ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ດຳ​ເນີນ​ການ​ເປີດ​ປະ​ຊຸມ.

ຕາ​ຕະ​ລາງ​ມີ​ດັ່ງ​ຕໍ່​ໄປ​ນີ້:

ພາກ​ສ່ວນ​ຂອງ​ການ​ປະ​ຊຸມ

ຄວາມ​ຍາວ

ພາກ​ສ່ວນ​ຂອງ​ການ​ປະ​ຊຸມ

ການ​ເປີດ​ປະ​ຊຸມ (ການ​ອະ​ທິ​ຖານ, ພຣະ​ຄຳ​ພີ ຫລື ຫລັກ​ແຫ່ງ​ຄວາມ​ເຊື່ອ, ແລະ ຄຳ​ປາ​ໄສ—ທັງ​ໝົດ​ເຮັດ​ໂດຍ​ເດັກ​ນ້ອຍ)

ຄວາມ​ຍາວ

5 ນາ​ທີ

ພາກ​ສ່ວນ​ຂອງ​ການ​ປະ​ຊຸມ

ຊ່ວງ​ເວ​ລາ​ຮ້ອງ​ເພງ

ຄວາມ​ຍາວ

20 ນາ​ທີ

ພາກ​ສ່ວນ​ຂອງ​ການ​ປະ​ຊຸມ

ຊ່ວງ​ປ່ຽນ​ຫ້ອງ

ຄວາມ​ຍາວ

5 ນາ​ທີ

ພາກ​ສ່ວນ​ຂອງ​ການ​ປະ​ຊຸມ

ຫ້ອງ​ຮຽນ ແລະ ການ​ອະ​ທິ​ຖານ​ປິດ

ຄວາມ​ຍາວ

20 ນາ​ທີ

ຫ້ອງ​ອະ​ນຸ​ບານ​ສຳ​ລັບ​ເດັກ​ນ້ອຍ​ອາ​ຍຸ 18 ເດືອນ ຫາ 3 ປີ ໃຊ້​ເວ​ລາ 50 ນາ​ທີ. Behold Your Little Ones ມີ​ຕາ​ຕະ​ລາງ​ແນະ​ນຳ​ໄວ້​ໃຫ້.

ການ​ນຳ​ສະ​ເໜີ​ຂອງ​ເດັກ​ນ້ອຍ​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ການ​ນຳ​ສະ​ເໜີ​ຂອງ​ເດັກ​ນ້ອຍ​ທີ່​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ປະ​ຈຳ​ປີ​ຈັດ​ຂຶ້ນ​ໃນ​ຊ່ວງ​ສອງ​ສາມ​ເດືອນ​ສຸດ​ທ້າຍ​ຂອງ​ປີ.

ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ ແລະ ຜູ້​ນຳ​ດົນ​ຕີ​ວາງ​ແຜນ​ນຳ​ສະ​ເໜີ​ດ້ວຍ​ການ​ອະ​ທິ​ຖານ. ຝ່າຍ​ອະ​ທິ​ການ​ໃຫ້​ການ​ຊີ້​ນຳ. ເດັກ​ນ້ອຍ​ອາດ​ຮ້ອງ​ເພງ, ກ່າວ​ຄຳ​ປາ​ໄສ, ແລະ ແບ່ງ​ປັນ​ເລື່ອງ​ລາວ, ພຣະ​ຄຳ​ພີ, ຫລື ປະ​ຈັກ​ພະ​ຍານ.

ການ​ປະ​ຊຸມ​ກຽມ​ເຂົ້າ​ພຣະ​ວິ​ຫານ ແລະ ກຽມ​ຮັບ​ຖາ​ນະ​ປະ​ໂລ​ຫິດ. ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ວາງ​ແຜນ​ການ​ປະ​ຊຸມ​ກຽມ​ເຂົ້າ​ພຣະ​ວິ​ຫານ ແລະ ກຽມ​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຕ່​ລະ​ປີ. ຝ່າຍ​ອະ​ທິ​ການ​ໃຫ້​ການ​ຊີ້​ນຳ. ການ​ປະ​ຊຸມ​ແມ່ນ​ສຳ​ລັບ​ເດັກ​ນ້ອຍ​ອາ​ຍຸ 10 ປີ. ພໍ່​ແມ່​ຖືກ​ເຊື້ອ​ເຊີນ.

12.2.1.3

ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ຕ່າງໆ

ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ພວກ​ເຂົາ​ອາ​ຍຸ​ຄົບ 8 ປີ, ເດັກ​ນ້ອຍ​ສາ​ມາດ​ເລີ່ມ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ປະ​ຖົມ​ໄວ.

ກິດ​ຈະ​ກຳ​ປະ​ຖົມ​ໄວ​ຖືກ​ຈັດ​ຂຶ້ນ​ໃນ​ເວ​ລາ​ທີ່​ນອກ​ເໜືອ​ໄປ​ຈາກ​ແລງ​ວັນ​ອາ​ທິດ ຫລື ແລງ​ວັນ​ຈັນ.

  • ກິດ​ຈະ​ກຳ​ປະ​ຖົມ​ໄວ​ຖືກ​ຈັດ​ຂຶ້ນ​ເດືອນ​ລະ​ສອງ​ຄັ້ງ ເມື່ອ​ເປັນ​ໄປ​ໄດ້.

  • ຕາມ​ປົກ​ກະ​ຕິ​ແລ້ວ ກຸ່ມ​ເດັກ​ນ້ອຍ​ຜູ້​ຊາຍ ແລະ ກຸ່ມ​ເດັກ​ນ້ອຍ​ຜູ້​ຍິງ​ຈະ​ແຍກ​ກັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສາ​ມາດ​ລວມ​ພວກ​ເຂົາ​ເຂົ້າ​ກັນ​ສະ​ເພາະ​ກິດ​ຈະ​ກຳ​ໃດ​ໜຶ່ງ ຫລື ໃນ​ບ່ອນ​ທີ່​ມີ​ເດັກ​ນ້ອຍ​ໜ້ອຍ​ຄົນ.

ຝ່າຍ​ອະ​ທິ​ການ​ຕ້ອງ​ແນ່​ໃຈ​ວ່າ​ເງິນ​ທຶນ ແລະ ກິດ​ຈະ​ກຳ​ສຳ​ລັບ​ພວກ​ເດັກ​ນ້ອຍ​ຜູ້​ຊາຍ ແລະ ພວກ​ເດັກ​ນ້ອຍ​ຜູ້​ຍິງ​ໃນ​ປະ​ຖົມ​ໄວ​ມີ​ພຽງ​ພໍ ແລະ ເທົ່າ​ທຽມ​ກັນ.

12.2.1.4

ການ​ພັດ​ທະ​ນາ​ຕົນ​ເອງ

ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເດັກ​ນ້ອຍ—ເລີ່ມ​ຕົ້ນ​ໃນ​ປີ​ທີ່​ພວກ​ເຂົາ​ມີ​ອາ​ຍຸ​ຄົບ 8 ປີ—ຖືກ​ເຊື້ອ​ເຊີນ​ໃຫ້​ຕັ້ງ​ເປົ້າ​ໝາຍ ເພື່ອ​ເຕີບ​ໂຕ​ທາງ​ວິນ​ຍານ, ສັງ​ຄົມ, ຮ່າງ​ກາຍ, ແລະ ສະ​ຕິ​ປັນ​ຍາ (ເບິ່ງ ລູ​ກາ 2:52).

ພວກ​ເຂົາ​ສາ​ມາດ​ໃຊ້ Personal Development: Children’s Guidebook ເພື່ອ​ຕັ້ງ ແລະ ບັນ​ທຶກ​ເປົ້າ​ໝາຍ.

12.3

ການ​ເປັນ​ຜູ້​ນຳ​ປະ​ຖົມ​ໄວ​ໃນ​ຫວອດ

12.3.1

ຝ່າຍ​ອະ​ທິ​ການ

ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ອະ​ທິ​ການ​ແມ່ນ​ສຳ​ລັບ​ຄົນ​ລຸ້ນ​ໃໝ່, ລວມ​ທັງ​ເດັກ​ນ້ອຍ. ອະ​ທິ​ການ​ອາດ​ມອບ​ໝາຍ​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ​ຊ່ວຍ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເພິ່ນ​ຕໍ່​ປະ​ຖົມ​ໄວ. ອະ​ທິ​ການ ຫລື ທີ່​ປຶກ​ສາ​ທີ່​ຖືກ​ມອບ​ໝາຍ ພົບ​ກັນ​ເປັນ​ປະ​ຈຳ​ກັບ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ.

ອະ​ທິ​ການ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ເຂົ້າ​ຮ່ວມ​ຊັ້ນ​ປະ​ຖົມ​ໄວ​ເປັນ​ປະ​ຈຳ.

12.3.2

ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ

ອະ​ທິ​ການ​ເອີ້ນ ແລະ ແຕ່ງ​ຕັ້ງ​ຜູ້​ຍິງ​ທີ່​ເປັນ​ຜູ້​ໃຫຍ່​ຄົນ​ໜຶ່ງ​ເປັນ​ທາງ​ການ​ໃຫ້​ຮັບ​ໃຊ້​ເປັນ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ.

ໃນ​ໜ່ວຍ​ນ້ອຍ, ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ອາດ​ເປັນ​ຜູ້​ນຳ​ຄົນ​ດຽວ​ທີ່​ໄດ້​ຮັບ​ການ​ເອີ້ນ​ໃນ​ປະ​ຖົມ​ໄວ. ໃນ​ກໍ​ລະ​ນີ​ນີ້, ລາວ​ເຮັດ​ວຽກ​ງານ​ກັບ​ຜູ້​ເປັນ​ພໍ່​ແມ່​ເພື່ອ​ຈັດ​ບົດ​ຮຽນ, ຊ່ວງ​ເວ​ລາ​ຮ້ອງ​ເພງ, ແລະ ກິດ​ຈະ​ກຳ​ຕ່າງໆ. ຖ້າ​ຫາກ​ໜ່ວຍ​ໃຫຍ່​ພໍ, ອາດ​ມີ​ການ​ເອີ້ນ​ເພີ່ມ​ເຕີມ​ຕາມ​ລຳ​ດັບ​ດັ່ງ​ຕໍ່​ໄປ​ນີ້: ທີ່​ປຶກ​ສາ, ຜູ້​ນຳ​ດົນ​ຕີ, ຄູ​ສອນ ແລະ ຜູ້​ນຳ​ຫ້ອງ​ອະ​ນຸ​ບານ, ເລ​ຂາ​ນຸ​ການ, ແລະ ຜູ້​ນຳ​ກິດ​ຈະ​ກຳ.

ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ຊ່ວຍ​ຜູ້​ເປັນ​ພໍ່​ແມ່​ກຽມ​ພ້ອມ​ລູກໆ​ເພື່ອ​ເຂົ້າ​ໄປ ແລະ ກ້າວ​ໜ້າ​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ເພື່ອ​ບັນ​ລຸ​ສິ່ງ​ນີ້, ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ອາດ​ມອບ​ໝາຍ​ໃຫ້​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ຊ່ວຍ​ຜູ້​ເປັນ​ພໍ່​ແມ່​ກຽມ​ພ້ອມ​ລູກໆ​ຂອງ​ເຂົາ​ເຈົ້າ ເພື່ອ​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ. ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ອາດ​ມອບ​ໝາຍ​ໃຫ້​ສະ​ມາ​ຊິກ​ອີກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ຊ່ວຍ​ຜູ້​ເປັນ​ພໍ່​ແມ່​ເລື່ອງ​ການ​ກຽມ​ພ້ອມ​ລູກໆ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ເຂົ້າ​ພຣະ​ວິ​ຫານ ແລະ ການ​ຮັບ​ຖາ​ນະ​ປະ​ໂລ​ຫິດ.

ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເພີ່ມ​ເຕີມ​ດັ່ງ​ຕໍ່​ໄປ​ນີ້. ທີ່​ປຶກ​ສາ​ຂອງ​ລາວ​ຊ່ວຍ​ເຫລືອ​ລາວ.

  • ຮັບ​ໃຊ້​ໃນ​ສະ​ພາ​ຫວອດ.

  • ຈັດ​ການ​ປະ​ຊຸມ​ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ ແລະ ພົບ​ກັບ​ອະ​ທິ​ການ ຫລື ທີ່​ປຶກ​ສາ​ຂອງ​ເພິ່ນ​ເປັນ​ປະ​ຈຳ.

  • ຊ່ວຍ​ວາງ​ແຜນ​ການ​ບັບ​ຕິ​ສະ​ມາ​ສຳ​ລັບ​ເດັກ​ນ້ອຍ​ໃນ​ບັນ​ທຶກ ເມື່ອ​ຖືກ​ຂໍ​ໃຫ້​ຊ່ວຍ (ເບິ່ງ 18.7.2).

  • ວາງ​ແຜນ ແລະ ດຳ​ເນີນ​ການ​ເປີດ​ປະ​ຊຸມ​ຊັ້ນ​ປະ​ຖົມ​ໄວ​ວັນ​ອາ​ທິດ.

  • ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເດັກ​ນ້ອຍ, ຄູ​ສອນ, ແລະ ຜູ້​ນຳ​ໃນ​ປະ​ຖົມ​ໄວ​ແຕ່​ລະ​ຄົນ.

  • ສິດ​ສອນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຜູ້​ນຳ ແລະ ຄູ​ສອນ​ປະ​ຖົມ​ໄວ​ໃຫ້​ແກ່​ເຂົາ​ເຈົ້າ ແລະ ສະ​ໜັບ​ສະ​ໜູນ​ເຂົາ​ເຈົ້າ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນັ້ນ ໂດຍ​ການ​ປະ​ຖົມ​ນິ​ເທດ​ເຂົາ​ເຈົ້າ​ຕໍ່​ການ​ເອີ້ນ​ຂອງ​ເຂົາ​ເຈົ້າ (ເບິ່ງ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ [2016], 38).

  • ດູ​ແລ​ບັນ​ທຶກ, ລາຍ​ງານ, ງົບ​ປະ​ມານ, ແລະ ການ​ເງິນ​ຂອງ​ປະ​ຖົມ​ໄວ.

12.3.4

ຜູ້​ນຳ​ດົນ​ຕີ ແລະ ຜູ້​ຫລິ້ນ​ປີ​ອາ​ໂນ

ຜູ້​ນຳ​ດົນ​ຕີ ແລະ ຜູ້​ຫລິ້ນ​ປີ​ອາ​ໂນ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ເດັກ​ນ້ອຍ​ຜ່ານ​ທາງ​ດົນ​ຕີ​ລະ​ຫວ່າງ​ຊ່ວງ​ເວ​ລາ​ຮ້ອງ​ເພງ.

ຖ້າ​ຫາກ​ບໍ່​ມີ​ຜູ້​ຫລິ້ນ​ປີ​ອາ​ໂນ ຫລື ບໍ່​ມີ​ປີ​ອາ​ໂນ, ຜູ້​ນຳ​ສາ​ມາດ​ໃຊ້​ແຟມ​ສຽງ.

12.3.5

ຄູ​ສອນ ແລະ ຜູ້​ນຳ​ຫ້ອງ​ອະ​ນຸ​ບານ

ຝ່າຍ​ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ແນະ​ນຳ​ຊື່​ຜູ້​ຊາຍ ແລະ ຜູ້​ຍິງ​ຕໍ່​ຝ່າຍ​ອະ​ທິ​ການ ເພື່ອ​ຮັບ​ໃຊ້​ເປັນ​ຄູ​ສອນ​ໃນ​ຊັ້ນ​ປະ​ຖົມ​ໄວ ແລະ ເປັນ​ຜູ້​ນຳ​ຫ້ອງ​ອະ​ນຸ​ບານ. ສະ​ມາ​ຊິກ​ເຫລົ່າ​ນີ້​ໄດ້​ຮັບ​ການ​ເອີ້ນ​ໃຫ້​ສິດ​ສອນ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ກຸ່ມ​ໄວ​ອາ​ຍຸ​ເດັກ​ນ້ອຍ​ໃດ​ໜຶ່ງ​ໂດຍ​ສະ​ເພາະ.

ຄູ​ສອນ​ປະ​ຖົມ​ໄວ ແລະ ຜູ້​ນຳ​ຫ້ອງ​ອະ​ນຸ​ບານ​ສິດ​ສອນ​ຈາກ Come, Follow Me—For Primary (ອາ​ຍຸ 3–11 ປີ) ແລະ Behold Your Little Ones (ອະ​ນຸ​ບານ).

12.3.6

ຜູ້​ນຳ​ກິດ​ຈະ​ກຳ

ຜູ້​ນຳ​ກິດ​ຈະ​ກຳ​ປະ​ຖົມ​ໄວ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ເດັກ​ນ້ອຍ ຂະ​ນະ​ທີ່​ເຂົາ​ເຈົ້າ​ວາງ​ແຜນ​ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ຕ່າງໆ ເລີ່ມ​ຕົ້ນ​ໃນ​ເດືອນ​ມັງ​ກອນ​ຂອງ​ປີ​ທີ່​ເດັກ​ນ້ອຍ​ມີ​ອາ​ຍຸ​ຄົບ 8 ປີ (ເບິ່ງ 12.2.1.3). ການ​ຮັບ​ໃຊ້ ແລະ ກິດ​ຈະ​ກຳ​ຕ່າງໆ​ສຸມ​ໃສ່​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ. ມັນ​ສະ​ໜຸກ​ສະ​ໜານ ແລະ ດຶງ​ດູດ​ໃຈ.

12.5

ແນວ​ທາງ​ຊີ້​ນຳ ແລະ ນະ​ໂຍ​ບາຍ​ເພີ່ມ​ເຕີມ

12.5.1

ການ​ປົກ​ປ້ອງ​ເດັກ

ເມື່ອ​ຜູ້​ໃຫຍ່​ປະ​ຕິ​ສຳ​ພັນ​ກັບ​ເດັກ​ນ້ອຍ​ຢູ່​ໃນ​ສະ​ພາບ​ແວດ​ລ້ອມ​ຂອງ​ສາດ​ສະ​ໜາ​ຈັກ, ຄວນ​ມີ​ຜູ້​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ຢ່າງ​ໜ້ອຍ​ສອງ​ຄົນ​ຢູ່​ນຳ.

ຜູ້​ໃຫຍ່​ທຸກ​ຄົນ​ທີ່​ເຮັດ​ວຽກ​ກັບ​ເດັກ​ນ້ອຍ​ຄວນ​ຜ່ານ​ການ​ຝຶກ​ອົບ​ຮົມ​ເລື່ອງ​ການ​ປົກ​ປ້ອງ​ເດັກ ແລະ ຊາວ​ໜຸ່ມ ພາຍ​ໃນ​ໜຶ່ງ​ເດືອນ​ຫລັງ​ຈາກ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ (ProtectingChildren.ChurchofJesusChrist.org).

ພິມ