“17. ການສິດສອນພຣະກິດຕິຄຸນ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“17. ການສິດສອນພຣະກິດຕິຄຸນ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
17.
ການສິດສອນພຣະກິດຕິຄຸນ
ເຮົາສິດສອນພຣະກິດຕິຄຸນເພື່ອຊ່ວຍຜູ້ຄົນເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງເຂົາເຈົ້າໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ.
17.1
ຫລັກທຳການສິດສອນເໝືອນດັ່ງພຣະຄຣິດ
ເມື່ອສິດສອນພຣະກິດຕິຄຸນ, ພໍ່ແມ່, ຄູສອນ, ແລະ ຜູ້ນຳເຮັດຕາມຕົວຢ່າງຂອງພຣະເຢຊູຄຣິດ, ຜູ້ເປັນພຣະອາຈານ.
ຜູ້ນຳແບ່ງປັນຫລັກທຳການສິດສອນເໝືອນດັ່ງພຣະຄຣິດດັ່ງຕໍ່ໄປນີ້ກັບຄູສອນ ໃນອົງການຂອງເຂົາເຈົ້າ. ຫລັກທຳເຫລົ່ານີ້ຖືກອະທິບາຍໄວ້ເພີ່ມເຕີມຢ່າງລະອຽດໃນ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ.
![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2F57%2F3d%2F573d78fb7d816b538409e8789b50bf817e76b767%2F573d78fb7d816b538409e8789b50bf817e76b767.jpg/full/!250,/0/default)
17.1.1
ຮັກຜູ້ທີ່ທ່ານສິດສອນ
ທຸກສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດກະທຳຄືການສະແດງອອກເຖິງຄວາມຮັກຂອງພຣະອົງ (ເບິ່ງ 2 ນີໄຟ 26:24).
![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2F09%2Ff1%2F09f1f8c42ba0421a18df0297064bfb036034ca3f%2Fteaching_in_the_savior_s_way_collection_cover.jpeg/full/!250,/0/default)
17.1.2
ສິດສອນໂດຍພຣະວິນຍານ
ຄູສອນສະແຫວງຫາການນຳພາຈາກພຣະວິນຍານຂະນະທີ່ເຂົາເຈົ້າກະກຽມ ແລະ ສິດສອນ, ແລະ ເຂົາເຈົ້າພະຍາຍາມດຳລົງຊີວິດຢ່າງມີຄ່າຄວນຕໍ່ອິດທິພົນຂອງພຣະອົງໃນແຕ່ລະວັນ.
![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2Fd7%2Fc3%2Fd7c339909c4ef5aab6e5b45085421eb7dc18649f%2Fd7c339909c4ef5aab6e5b45085421eb7dc18649f.jpg/full/!250,/0/default)
17.1.3
ສິດສອນຄໍາສອນ
ໃນການເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ, ຄູສອນສຸມໃຈໃສ່ຄວາມຈິງທີ່ສຳຄັນ ແລະ ຊ່ວຍໃຫ້ລອດຂອງພຣະກິດຕິຄຸນ. ເຂົາເຈົ້າສິດສອນໂດຍການໃຊ້ພຣະຄຳພີ, ຄຳສອນຂອງສາດສະດາຍຸກສຸດທ້າຍ, ແລະ ອຸປະກອນຫລັກສູດທີ່ຖືກອະນຸມັດ.
![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2F4c%2Fc4%2F4cc42448edfdb78a84546d903a89826a230b940a%2F4cc42448edfdb78a84546d903a89826a230b940a.jpg/full/!250,/0/default)
17.1.4
ເຊື້ອເຊີນການຮຽນຮູ້ທີ່ພາກພຽນ
ຄູສອນຊຸກຍູ້ໃຫ້ສະມາຊິກມີຄວາມຮັບຜິດຊອບຕໍ່ການຮຽນຮູ້ຂອງຕົນເອງ.
17.2
ການຮຽນຮູ້ ແລະ ການສິດສອນພຣະກິດຕິຄຸນໂດຍມີບ້ານເປັນສູນກາງ
ຜູ້ນຳໃນສາດສະໜາຈັກ ແລະ ຄູສອນຊຸກຍູ້ ແລະ ສົ່ງເສີມການຮຽນຮູ້ ແລະ ການສິດສອນພຣະກິດຕິຄຸນໂດຍມີບ້ານເປັນສູນກາງ.
ຜູ້ນຳ ແລະ ຄູສອນຊຸກຍູ້ໃຫ້ສະມາຊິກສະແຫວງຫາການດົນໃຈຂອງຕົນເອງກ່ຽວກັບວິທີສຶກສາ ແລະ ສິດສອນພຣະກິດຕິຄຸນ. ແຫລ່ງຊ່ວຍເຫລືອຫລັກຂອງເຂົາເຈົ້າຄວນເປັນພຣະຄຳພີ ແລະ ຂ່າວສານຈາກກອງປະຊຸມໃຫຍ່ສາມັນ.
![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2F33%2Fa7%2F33a7ba2be7e697a9f5638ea06f5bc6c0f7d24f88%2F33a7ba2be7e697a9f5638ea06f5bc6c0f7d24f88.jpeg/full/!250,/0/default)
17.3
ໜ້າທີ່ຮັບຜິດຊອບຂອງຜູ້ນຳ
-
ເປັນແບບຢ່າງໂດຍການຮຽນຮູ້ພຣະກິດຕິຄຸນ ແລະ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ.
-
ໃຫ້ແນ່ໃຈວ່າການສິດສອນໃນອົງການຂອງເຂົາເຈົ້າສ້າງສັດທາ ແລະ ຖືກຕ້ອງຕາມຫລັກຄຳສອນ.
-
ສະໜັບສະໜູນຄູສອນໃນອົງການຂອງເຂົາເຈົ້າຢ່າງຕໍ່ເນື່ອງ.
17.4
ການປະຊຸມສະພາຄູສອນ
ໃນການປະຊຸມສະພາຄູສອນ, ຄູສອນປຶກສາຫາລືນຳກັນກ່ຽວກັບຫລັກທຳຂອງການສິດສອນເໝືອນດັ່ງພຣະຄຣິດ. ເຂົາເຈົ້າກໍຈະປຶກສາຫາລືນຳກັນກ່ຽວກັບວິທີທີ່ຈະປັບປຸງການຮຽນຮູ້ ແລະ ການສິດສອນພຣະກິດຕິຄຸນນຳອີກ. ເຂົາເຈົ້າໃຊ້ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ ເປັນແຫລ່ງຊ່ວຍເຫລືອ.
ການປະຊຸມສະພາຄູສອນສາມາດຈັດຂຶ້ນທຸກໄຕມາດລະຫວ່າງຫ້ອງຮຽນ 50 ນາທີ ໃນວັນອາທິດ.
![](https://www.churchofjesuschrist.org/imgs/https%3A%2F%2Fassets.churchofjesuschrist.org%2Fd8%2Fa7%2Fd8a7e637c347468a9315648b77e766e2e234579b%2Fd8a7e637c347468a9315648b77e766e2e234579b.jpg/full/!250,/0/default)