“18. ການປະຕິບັດພິທີການ ແລະ ການໃຫ້ພອນຂອງຖານະປະໂລຫິດ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“18. ການປະຕິບັດພິທີການ ແລະ ການໃຫ້ພອນຂອງຖານະປະໂລຫິດ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
18.
ການປະຕິບັດພິທີການ ແລະ ການໃຫ້ພອນຂອງຖານະປະໂລຫິດ
18.0
ຄຳນຳ
ພິທີການ ແລະ ການໃຫ້ພອນເປັນການກະທຳທີ່ສັກສິດໂດຍສິດອຳນາດຂອງຖານະປະໂລຫິດ ແລະ ໃນພຣະນາມຂອງພຣະເຢຊູຄຣິດ. ພິທີການ ແລະ ການໃຫ້ພອນຂອງຖານະປະໂລຫິດຊ່ວຍໃຫ້ເຂົ້າເຖິງອຳນາດຂອງພຣະເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:20).
ພິທີການ ແລະ ການໃຫ້ພອນເປັນການປະຕິບັດດ້ວຍສັດທາໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ແລະ ອີງຕາມການນຳພາຂອງພຣະວິນຍານບໍລິສຸດ. ຜູ້ນຳຕ້ອງແນ່ໃຈວ່າ ເຂົາເຈົ້າປະຕິບັດດ້ວຍການອະນຸມັດທີ່ຖືກຕ້ອງ (ໃນກໍລະນີທີ່ຈຳເປັນ), ດ້ວຍສິດອຳນາດຂອງຖານະປະໂລຫິດທີ່ຮຽກຮ້ອງ, ໃນທາງທີ່ເໝາະສົມ, ແລະ ໂດຍຜູ້ເຂົ້າຮ່ວມທີ່ມີຄ່າຄວນ (ເບິ່ງ 18.3).
18.1
ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ
ຖານະປະໂລຫິດລວມດ້ວຍສິດອຳນາດໃຫ້ປະຕິບັດພິທີການພຣະກິດຕິຄຸນ ທີ່ຈຳເປັນຕໍ່ຄວາມລອດ ແລະ ຄວາມສູງສົ່ງ. ຜູ້ຄົນເຮັດພັນທະສັນຍາສັກສິດກັບພຣະເຈົ້າ ຂະນະທີ່ເຂົາເຈົ້າຮັບເອົາພິທີການເຫລົ່ານີ້. ພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງມີລະບຸໄວ້ຢູ່ຂ້າງລຸ່ມ:
-
ບັບຕິສະມາ
-
ການຢືນຢັນ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ
-
ການມອບຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ການແຕ່ງຕັ້ງສູ່ຕຳແໜ່ງ (ສຳລັບຜູ້ຊາຍ)
-
ການຮັບຂອງປະທານສັກສິດພຣະວິຫານ
-
ການຜະນຶກໃນພຣະວິຫານ
ຖ້າຫາກເດັກນ້ອຍທີ່ໄດ້ເກີດໃນພັນທະສັນຍາເສຍຊີວິດກ່ອນອາຍຸ 8 ປີ, ພິທີການແມ່ນບໍ່ຈຳເປັນ ຫລື ຕ້ອງປະຕິບັດ. ຖ້າຫາກເດັກນ້ອຍບໍ່ໄດ້ເກີດໃນພັນທະສັນຍາ, ພິທີການດຽວທີ່ເຂົາຕ້ອງການຄື ການຜະນຶກເຂົ້າກັບພໍ່ແມ່. ເພາະການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ເດັກນ້ອຍທຸກຄົນຜູ້ທີ່ເສຍຊີວິດກ່ອນອາຍຸ 8 ປີຈະ “ລອດໃນອານາຈັກຊັ້ນສູງແຫ່ງສະຫວັນ” (ຄຳສອນ ແລະ ພັນທະສັນຍາ 137:10; ເບິ່ງ ໂມໂຣໄນ 8:8–12 ນຳອີກ).
18.3
ການມີສ່ວນຮ່ວມໃນພິທີການ ຫລື ການໃຫ້ພອນ
ຜູ້ປະຕິບັດ ຫລື ມີສ່ວນຮ່ວມໃນພິທີການ ຫລື ການໃຫ້ພອນຕ້ອງມີສິດອຳນາດຖານະປະໂລຫິດ ແລະ ມີຄ່າຄວນ. ໂດຍທົ່ວໄປແລ້ວ, ມາດຕະຖານຄວາມມີຄ່າຄວນກ່ຽວຂ້ອງກັບການມີໃບຮັບຮອງເຂົ້າພຣະວິຫານ. ເຖິງຢ່າງໃດກໍຕາມ, ເມື່ອໄດ້ຮັບການນຳພາໂດຍພຣະວິນຍານ ແລະ ຕາມຄຳແນະນຳໃນບົດນີ້, ອະທິການ ແລະ ປະທານສະເຕກອາດອະນຸຍາດໃຫ້ພໍ່ ຫລື ສາມີຜູ້ດຳລົງຕຳແໜ່ງຖານະປະໂລຫິດທີ່ຈຳເປັນ ປະຕິບັດ ຫລື ມີສ່ວນຮ່ວມໃນບາງພິທີການ ແລະ ການໃຫ້ພອນ ເຖິງແມ່ນວ່າເຂົາເຈົ້າບໍ່ມີຄ່າຄວນສຳລັບພຣະວິຫານຢ່າງເຕັມທີ່ກໍຕາມ. ຜູ້ດຳລົງຖານະປະໂລຫິດທີ່ຍັງບໍ່ໄດ້ແກ້ໄຂບາບອັນຮ້າຍແຮງເທື່ອ ບໍ່ຄວນມີສ່ວນຮ່ວມນຳ.
ການປະຕິບັດ ຫລື ການຮັບພິທີການ ແລະ ການໃຫ້ພອນບາງຢ່າງ ຮຽກຮ້ອງການອະນຸມັດຈາກຜູ້ນຳຄວບຄຸມທີ່ດຳລົງຂໍກະແຈຂອງຖານະປະໂລຫິດທີ່ຈຳເປັນ (ເບິ່ງ 3.4.1). ເມື່ອຈຳເປັນ, ອາດໄດ້ຮັບການອະນຸມັດຈາກທີ່ປຶກສາທີ່ເພິ່ນອະນຸຍາດ. ໃຫ້ເບິ່ງຕາຕະລາງດັ່ງຕໍ່ໄປນີ້. ການອ້າງເຖິງປະທານສະເຕກກໍໝາຍເຖິງປະທານເຜີຍແຜ່ຄືກັນ. ການອ້າງເຖິງອະທິການກໍໝາຍເຖິງປະທານສາຂາຄືກັນ.
ຜູ້ນຳຄົນໃດດຳລົງຂໍກະແຈເພື່ອອະນຸມັດໃຫ້ປະຕິບັດ ຫລື ຮັບພິທີການແຫ່ງຄວາມລອດ ແລະ ຄວາມສູງສົ່ງ?
ພິທີການ |
ຜູ້ດຳລົງຂໍກະແຈ |
---|---|
ພິທີການ ບັບຕິສະມາ | ຜູ້ດຳລົງຂໍກະແຈ ອະທິການ (ສຳລັບເດັກນ້ອຍອາຍຸ 8 ປີ ແລະ ສຳລັບສະມາຊິກໃນບັນທຶກອາຍຸ 9 ປີຂຶ້ນໄປທີ່ບັບຕິສະມາຊັກຊ້າເນື່ອງຈາກຄວາມພິການທາງສະຕິປັນຍາ) ປະທານເຜີຍແຜ່ (ສຳລັບຜູ້ປ່ຽນໃຈເຫລື້ອມໃສ) |
ພິທີການ ການຢືນຢັນ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ | ຜູ້ດຳລົງຂໍກະແຈ ອະທິການ (ສຳລັບເດັກນ້ອຍອາຍຸ 8 ປີ ແລະ ສຳລັບສະມາຊິກໃນບັນທຶກອາຍຸ 9 ປີຂຶ້ນໄປທີ່ບັບຕິສະມາຊັກຊ້າເນື່ອງຈາກຄວາມພິການທາງສະຕິປັນຍາ) ປະທານເຜີຍແຜ່ (ສຳລັບຜູ້ປ່ຽນໃຈເຫລື້ອມໃສ) |
ພິທີການ ການມອບຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ການແຕ່ງຕັ້ງສູ່ຕຳແໜ່ງ (ສຳລັບຜູ້ຊາຍ) | ຜູ້ດຳລົງຂໍກະແຈ ປະທານສະເຕກ |
ພິທີການ ການຮັບຂອງປະທານສັກສິດພຣະວິຫານ | ຜູ້ດຳລົງຂໍກະແຈ ອະທິການ ແລະ ປະທານສະເຕກ |
ພິທີການ ການຜະນຶກໃນພຣະວິຫານ | ຜູ້ດຳລົງຂໍກະແຈ ອະທິການ ແລະ ປະທານສະເຕກ |
ຜູ້ນຳຄົນໃດດຳລົງຂໍກະແຈເພື່ອອະນຸມັດໃຫ້ປະຕິບັດ ຫລື ຮັບພິທີການ ແລະ ການໃຫ້ພອນອື່ນໆ?
ພິທີການ ຫລື ການໃຫ້ພອນ |
ຜູ້ດຳລົງຂໍກະແຈ |
---|---|
ພິທີການ ຫລື ການໃຫ້ພອນ ການຕັ້ງຊື່ ແລະ ການໃຫ້ພອນແກ່ເດັກນ້ອຍ | ຜູ້ດຳລົງຂໍກະແຈ ອະທິການ |
ພິທີການ ຫລື ການໃຫ້ພອນ ສິນລະລຶກ | ຜູ້ດຳລົງຂໍກະແຈ ອະທິການ |
ພິທີການ ຫລື ການໃຫ້ພອນ ການມອບຖານະປະໂລຫິດແຫ່ງອາໂຣນ ແລະ ການແຕ່ງຕັ້ງສູ່ຕຳແໜ່ງ (ສຳລັບຊາຍໜຸ່ມ ແລະ ຜູ້ຊາຍທີ່ເປັນຜູ້ໃຫຍ່) | ຜູ້ດຳລົງຂໍກະແຈ ອະທິການ |
ພິທີການ ຫລື ການໃຫ້ພອນ ການແຕ່ງຕັ້ງສະມາຊິກໃຫ້ຮັບໃຊ້ໃນການເອີ້ນເປັນທາງການ | ຜູ້ດຳລົງຂໍກະແຈ ເບິ່ງ 30.8 |
ພິທີການ ຫລື ການໃຫ້ພອນ ການອຸທິດນ້ຳມັນໃຫ້ສັກສິດ | ຜູ້ດຳລົງຂໍກະແຈ ບໍ່ຈຳເປັນຕ້ອງອະນຸມັດ |
ພິທີການ ຫລື ການໃຫ້ພອນ ການປະຕິບັດຕໍ່ຄົນເຈັບປ່ວຍ | ຜູ້ດຳລົງຂໍກະແຈ ບໍ່ຈຳເປັນຕ້ອງອະນຸມັດ |
ພິທີການ ຫລື ການໃຫ້ພອນ ພອນແຫ່ງການປອບໂຍນ ແລະ ຄຳແນະນຳ, ລວມທັງພອນຂອງພໍ່ | ຜູ້ດຳລົງຂໍກະແຈ ບໍ່ຈຳເປັນຕ້ອງອະນຸມັດ |
ພິທີການ ຫລື ການໃຫ້ພອນ ການອຸທິດບ້ານເຮືອນ | ຜູ້ດຳລົງຂໍກະແຈ ບໍ່ຈຳເປັນຕ້ອງອະນຸມັດ |
ພິທີການ ຫລື ການໃຫ້ພອນ ການອຸທິດຫລຸມຝັງສົບ | ຜູ້ດຳລົງຂໍກະແຈ ຜູ້ນຳຖານະປະໂລຫິດທີ່ຄວບຄຸມພິທີ |
ພິທີການ ຫລື ການໃຫ້ພອນ ປິຕຸພອນ | ຜູ້ດຳລົງຂໍກະແຈ ອະທິການ |
18.4
ພິທີການສຳລັບເດັກນ້ອຍທີ່ຍັງບໍ່ບັນລຸວຸດທິພາວະ
ເດັກທີ່ຍັງບໍ່ບັນລຸວຸດທິພາວະອາດໄດ້ຮັບພອນ, ບັບຕິສະມາ, ຢືນຢັນ, ແຕ່ງຕັ້ງສູ່ຕຳແໜ່ງຖານະປະໂລຫິດ, ຫລື ແຕ່ງຕັ້ງເປັນທາງການສູ່ການເອີ້ນພຽງແຕ່ເມື່ອໄດ້ຮັບການຍິນຍອມຈາກ (1) ພໍ່ແມ່ຜູ້ທີ່ມີສິດຕາມກົດໝາຍ ທີ່ຈະມີສ່ວນໃນການຕັດສິນໃຈ ຫລື (2) ຜູ້ປົກຄອງທີ່ຖືກຕ້ອງຕາມກົດໝາຍ.
18.6
ການຕັ້ງຊື່ ແລະ ການໃຫ້ພອນແກ່ເດັກນ້ອຍ
ຕາມປົກກະຕິແລ້ວ ເດັກນ້ອຍໄດ້ຮັບການຕັ້ງຊື່ ແລະ ໃຫ້ພອນລະຫວ່າງກອງປະຊຸມຖືສິນອົດເຂົ້າ ແລະ ສະແດງປະຈັກພະຍານ ໃນຫວອດບ່ອນທີ່ພໍ່ແມ່ຂອງເຂົາອາໄສຢູ່.
18.6.1
ຜູ້ໃຫ້ພອນ
ພິທີການຕັ້ງຊື່ ແລະ ການໃຫ້ພອນເດັກຖືກປະຕິບັດໂດຍຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ, ໃນຄວາມສອດຄ່ອງກັບ ຄຳສອນ ແລະ ພັນທະສັນຍາ 20:70.
ບຸກຄົນ ຫລື ຄອບຄົວທີ່ປາດຖະໜາໃຫ້ເດັກໄດ້ຮັບຊື່ ແລະ ພອນ ຈະປະສານງານກັບອະທິການເລື່ອງພິທີການ. ເພິ່ນດຳລົງຂໍກະແຈຂອງຖານະປະໂລຫິດສຳລັບການຕັ້ງຊື່ ແລະ ການໃຫ້ພອນແກ່ເດັກນ້ອຍໃນຫວອດ.
ອະທິການອາດອະນຸຍາດໃຫ້ພໍ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກເພື່ອຕັ້ງຊື່ ແລະ ໃຫ້ພອນແກ່ລູກຂອງລາວ ເຖິງແມ່ນວ່າພໍ່ບໍ່ມີຄ່າຄວນສຳລັບພຣະວິຫານຢ່າງເຕັມທີ່ກໍຕາມ (ເບິ່ງ 18.3). ອະທິການຊຸກຍູ້ພໍ່ໃຫ້ກຽມພ້ອມຕົວເອງເພື່ອໃຫ້ພອນແກ່ລູກຂອງຕົນ.
18.6.2
ຄຳແນະນຳ
ພາຍໃຕ້ການຊີ້ນຳຂອງຝ່າຍອະທິການ, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກເຕົ້າໂຮມໃນວົງກົມເພື່ອຕັ້ງຊື່ ແລະ ໃຫ້ພອນແກ່ເດັກ. ເຂົາເຈົ້າວາງມືໃສ່ເທິງແອນ້ອຍ, ຫລື ເຂົາເຈົ້າວາງມືໃສ່ເທິງຫົວຂອງເດັກຢ່າງເບົາໆ. ແລ້ວຄົນໜຶ່ງທຳໜ້າທີ່ກ່າວອອກສຽງ:
-
ເອີ່ຍພຣະນາມພຣະບິດາເທິງສະຫວັນໃນຄຳອະທິຖານ.
-
ກ່າວວ່າການໃຫ້ພອນຖືກກະທຳໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
-
ມອບຊື່ໃຫ້ເດັກ.
-
ເອີ່ຍຊື່ເດັກ.
-
ໃຫ້ພອນເດັກຕາມທີ່ພຣະວິນຍານຊົງນຳ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
18.6.3
ຟອມບັນທຶກເດັກ ແລະ ໃບຢັ້ງຢືນການໃຫ້ພອນ
ກ່ອນໃຫ້ພອນເດັກ, ສະໝຽນໃຊ້ ແຫລ່ງຊ່ວຍຜູ້ນຳ ແລະ ສະໝຽນ (LCR) ເພື່ອກຽມ ຟອມບັນທຶກເດັກ. ຫລັງຈາກການໃຫ້ພອນ, ລາວສ້າງບັນທຶກສະມາຊິກກະພາບໃນລະບົບນັ້ນ ແລະ ກຽມ ໃບຢັ້ງຢືນການໃຫ້ພອນ. ໃບຢັ້ງຢືນຖືກເຊັນໂດຍອະທິການ ແລະ ມອບໃຫ້ພໍ່ແມ່ຂອງເດັກ ຫລື ຜູ້ປົກຄອງ.
ຊື່ໃນບັນທຶກສະມາຊິກກະພາບ ແລະ ໃບຢັ້ງຢືນຄວນກົງກັບໃບຢັ້ງຢືນການເກີດ, ທະບຽນການເກີດພົນລະເມືອງ, ຫລື ຊື່ຕາມກົດໝາຍໃນປະຈຸບັນ.
18.7
ບັບຕິສະມາ
ບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວໂດຍຜູ້ມີສິດອຳນາດແມ່ນຈຳເປັນຕໍ່ຜູ້ທີ່ຈະກາຍເປັນສະມາຊິກຂອງສາດສະໜາຈັກ ແລະ ຮັບພຣະວິນຍານບໍລິສຸດ. ທຸກຄົນທີ່ສະແຫວງຫາຄວາມສູງສົ່ງຕ້ອງເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການຮັບເອົາພິທີການເຫລົ່ານີ້.
18.7.1
ການອະນຸມັດໃຫ້ບຸກຄົນຮັບບັບຕິສະມາ ແລະ ການຢືນຢັນ
18.7.1.1
ເດັກນ້ອຍທີ່ເປັນສະມາຊິກໃນບັນທຶກ
ອະທິການດຳລົງຂໍກະແຈຂອງຖານະປະໂລຫິດສຳລັບການໃຫ້ບັບຕິສະມາແກ່ສະມາຊິກໃນບັນທຶກອາຍຸ 8 ປີ ຢູ່ໃນຫວອດ. ເດັກນ້ອຍເຫລົ່ານີ້ຄວນຮັບບັບຕິສະມາ ແລະ ການຢືນຢັນໃນວັນເກີດຄົບ 8 ປີຂອງເຂົາ ຫລື ໃຫ້ໄວທີ່ສຸດທີ່ເຫັນສົມຄວນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 68:27). ເດັກນ້ອຍເຫລົ່ານີ້ມີບັນທຶກສະມາຊິກກະພາບໃນສາດສະໜາຈັກຮຽບຮ້ອຍແລ້ວ (ເບິ່ງ 33.6.2). ເມື່ອເຂົາອາຍຸເຖິງ 8 ປີ, ອະທິການຕ້ອງແນ່ໃຈວ່າ ເຂົາມີໂອກາດທຸກຢ່າງທີ່ຈະຮັບເອົາພຣະກິດຕິຄຸນ ແລະ ຮັບບັບຕິສະມາ ແລະ ການຢືນຢັນ.
ອະທິການ ຫລື ທີ່ປຶກສາຄົນໜຶ່ງທີ່ຖືກມອບໝາຍຈະສຳພາດເດັກນ້ອຍໃນບັນທຶກສຳລັບການບັບຕິສະມາ ແລະ ການຢືນຢັນ. ຄຳແນະນຳມີຢູ່ໃນ 31.2.3.1.
ສຳລັບຂໍ້ມູນກ່ຽວກັບການປະກອບບັນທຶກການບັບຕິສະມາ ແລະ ການຢືນຢັນ, ໃຫ້ເບິ່ງ 18.8.3.
18.7.1.2
ຜູ້ປ່ຽນໃຈເຫລື້ອມໃສ
ປະທານເຜີຍແຜ່ດຳລົງຂໍກະແຈຂອງຖານະປະໂລຫິດສຳລັບການບັບຕິສະມາໃຫ້ຜູ້ປ່ຽນໃຈເຫລື້ອມໃສ ໃນເຂດເຜີຍແຜ່. ເພາະເຫດຜົນນີ້, ຜູ້ສອນສາດສະໜາເຕັມເວລາຈຶ່ງເປັນຜູ້ສຳພາດຜູ້ປ່ຽນໃຈເຫລື້ອມໃສສຳລັບການບັບຕິສະມາ ແລະ ການຢືນຢັນ.
18.7.2
ພິທີການບັບຕິສະມາ
ພິທີການບັບຕິສະມາຄວນລຽບງ່າຍ, ສັ້ນ, ແລະ ຍົກລະດັບທາງວິນຍານ. ມັນອາດລວມທັງດັ່ງຕໍ່ໄປນີ້:
-
ດົນຕີກ່ອນພິທີ
-
ການກ່າວຕ້ອນຮັບສັ້ນໆຈາກອ້າຍນ້ອງຄົນໜຶ່ງທີ່ດຳເນີນພິທີ
-
ເພງສວດເປີດ ແລະ ອະທິຖານ
-
ຂ່າວສານສັ້ນໆ ໜຶ່ງ ຫລື ສອງເລື່ອງກ່ຽວກັບພຣະກິດຕິຄຸນ, ດັ່ງເຊັ່ນ ການບັບຕິສະມາ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ
-
ເພງພິເສດ
-
ບັບຕິສະມາ
-
ເວລາຂອງຄວາມຄາລະວະຂະນະທີ່ຜູ້ມີສ່ວນຮ່ວມໃນການຮັບບັບຕິສະມາກຳລັງປ່ຽນເສື້ອຜ້າ (ສາມາດຫລິ້ນເພງສວດ ຫລື ເພງຂອງຊັ້ນປະຖົມໄວລະຫວ່າງເວລານີ້ໄດ້)
-
ການຢືນຢັນສະມາຊິກໃນບັນທຶກອາຍຸ 8 ປີ; ການຢືນຢັນຜູ້ປ່ຽນໃຈເຫລື້ອມໃສຖ້າຫາກກຳນົດໂດຍອະທິການ (ເບິ່ງ 18.8)
-
ສະແດງປະຈັກພະຍານໂດຍຜູ້ປ່ຽນໃຈເຫລື້ອມໃສໃໝ່, ຖ້າຕ້ອງການ
-
ເພງສວດປິດ ແລະ ອະທິຖານ
-
ດົນຕີຫລັງພິທີ
ເມື່ອເດັກໃນບັນທຶກກຽມພ້ອມທີ່ຈະຮັບບັບຕິສະມາ, ສະມາຊິກໃນຝ່າຍອະທິການ ແລະ ສະມາຊິກໃນຝ່າຍປະທານຊັ້ນປະຖົມໄວຈະປຶກສາກັບຄອບຄົວຂອງເດັກ ເພື່ອວາງແຜນ ແລະ ກຳນົດເວລາສຳລັບພິທີບັບຕິສະມາ. ສະມາຊິກໃນຝ່າຍອະທິການດຳເນີນພິທີ. ຖ້າຫາກມີເດັກນ້ອຍຫລາຍກວ່າໜຶ່ງຄົນທີ່ຈະຮັບບັບຕິສະມາໃນເດືອນດຽວກັນ, ພວກເຂົາສາມາດເຂົ້າຮ່ວມພິທີບັບຕິສະມາດຽວກັນໄດ້.
ໃນສະເຕກທີ່ມີເດັກນ້ອຍໃນບັນທຶກຫລາຍຄົນ, ເດັກນ້ອຍຈາກຫລາຍຫວອດສາມາດເຂົ້າຮ່ວມພິທີບັບຕິສະມາດຽວກັນໄດ້. ສະມາຊິກໃນຝ່າຍປະທານສະເຕກ ຫລື ສະມາຊິກສະພາສູງທີ່ຖືກມອບໝາຍດຳເນີນພິທີ.
ການບັບຕິສະມາໃຫ້ສະມາຊິກໃນຄອບຄົວບໍ່ຄວນເລື່ອນໄປຈົນກວ່າພໍ່ໄດ້ຮັບຖານະປະໂລຫິດ ແລະ ປະຕິບັດການບັບຕິສະມາດ້ວຍຕົວລາວເອງ.
ພາຍໃຕ້ການນຳພາຂອງຝ່າຍອະທິການ, ຜູ້ນຳເຜີຍແຜ່ປະຈຳຫວອດ (ຖ້າຄົນໜຶ່ງຖືກເອີ້ນ) ຫລື ສະມາຊິກຄົນໜຶ່ງໃນຝ່າຍປະທານກຸ່ມແອວເດີທີ່ນຳພາວຽກງານເຜີຍແຜ່ໃນຫວອດຈະວາງແຜນ ແລະ ດຳເນີນພິທີບັບຕິສະມາສຳລັບຜູ້ປ່ຽນໃຈເຫລື້ອມໃສ. ເຂົາເຈົ້າຈະປະສານງານກັບຜູ້ສອນສາດສະໜາເຕັມເວລາ.
18.7.3
ຜູ້ປະຕິບັດພິທີການ
ພິທີການບັບຕິສະມາຖືກປະຕິບັດໂດຍປະໂລຫິດ ຫລື ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຄົນໜຶ່ງ. ຜູ້ປະຕິບັດການບັບຕິສະມາຕ້ອງໄດ້ຮັບການອະນຸມັດຈາກອະທິການ (ຫລື ໂດຍປະທານເຜີຍແຜ່ ຖ້າຜູ້ສອນສາດສະໜາເຕັມເວລາເປັນຜູ້ປະຕິບັດການບັບຕິສະມາ).
ອະທິການອາດອະນຸຍາດໃຫ້ພໍ່ທີ່ເປັນປະໂລຫິດ ຫລື ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກໃຫ້ບັບຕິສະມາແກ່ລູກຂອງຕົນ ເຖິງແມ່ນພໍ່ບໍ່ມີຄ່າຄວນສຳລັບພຣະວິຫານຢ່າງເຕັມທີ່ກໍຕາມ (ເບິ່ງ 18.3). ອະທິການຊຸກຍູ້ພໍ່ໃຫ້ກຽມພ້ອມຕົວເອງເພື່ອໃຫ້ບັບຕິສະມາແກ່ລູກຂອງຕົນ.
18.7.4
ສະຖານທີ່ປະຕິບັດພິທີການ
ການບັບຕິສະມາຄວນຖືກປະຕິບັດໃນອ່າງບັບຕິສະມາ ຖ້າຫາກມີ. ຖ້າຫາກບໍ່ມີອ່າງບັບຕິສະມາ, ແຫລ່ງນ້ຳທີ່ປອດໄພກໍສາມາດໃຊ້ໄດ້.
ເພື່ອຄວາມປອດໄພ, ຜູ້ໃຫຍ່ທີ່ຮັບຜິດຊອບຄົນໜຶ່ງຕ້ອງຢູ່ນຳຂະນະທີ່ເປັ່ງນ້ຳໃສ່ອ່າງ ແລະ ຢູ່ນຳຈົນກວ່າລະບາຍນ້ຳອອກ, ທຳຄວາມສະອາດ, ແລະ ປອດໄພ. ຄວນລະບາຍນ້ຳອອກທັນທີຫລັງຈາກພິທີບັບຕິສະມາແຕ່ລະຄັ້ງ. ຄວນລ໊ອກປະຕູເຂົ້າຫາອ່າງໄວ້ເມື່ອບໍ່ໃຊ້.
18.7.5
ເຄື່ອງນຸ່ງ
ບຸກຄົນທີ່ປະຕິບັດການບັບຕິສະມາ ແລະ ບຸກຄົນທີ່ຮັບບັບຕິສະມາໃສ່ເຄື່ອງນຸ່ງສີຂາວທີ່ບໍ່ສ່ອງຊອດເມື່ອປຽກນ້ຳ. ຜູ້ທີ່ເຄີຍໄດ້ຮັບຂອງປະທານສັກສິດແລ້ວຈະນຸ່ງເສື້ອຜ້າສັກສິດຢູ່ຂ້າງໃນເຄື່ອງນຸ່ງນີ້ຂະນະທີ່ປະຕິບັດການບັບຕິສະມາ. ໜ່ວຍໃນທ້ອງຖິ່ນຊື້ເຄື່ອງນຸ່ງດ້ວຍເງິນທຶນງົບປະມານ ແລະ ບໍ່ຄິດຄ່າໃນການໃຊ້ຊຸດ.
18.7.6
ພະຍານ
ພະຍານສອງຄົນ, ອະນຸມັດໂດຍຜູ້ນຳຄວບຄຸມ, ຈະສັງເກດເບິ່ງການບັບຕິສະມາ ເພື່ອໃຫ້ແນ່ໃຈວ່າ ມັນຖືກປະຕິບັດຢ່າງຖືກຕ້ອງ. ສະມາຊິກທີ່ໄດ້ຮັບບັບຕິສະມາແລ້ວຂອງສາດສະໜາຈັກ, ລວມທັງເດັກນ້ອຍ ແລະ ຊາວໜຸ່ມ, ສາມາດຮັບໃຊ້ເປັນພະຍານໄດ້.
ການບັບຕິສະມາຕ້ອງໄດ້ເຮັດຄືນອີກຖ້າຫາກບໍ່ກ່າວຕາມທີ່ມອບໃຫ້ໃນ ຄຳສອນ ແລະ ພັນທະສັນຍາ 20:73. ມັນກໍຈະຖືກເຮັດຄືນອີກຖ້າຫາກພາກສ່ວນໃດໜຶ່ງຂອງຮ່າງກາຍຂອງບຸກຄົນ, ຜົມ, ຫລື ເຄື່ອງນຸ່ງບໍ່ຖືກຈຸ່ມລົງໃນນ້ຳທັງໝົດ.
18.7.7
ຄຳແນະນຳ
ເພື່ອປະຕິບັດພິທີການບັບຕິສະມາ, ປະໂລຫິດ ຫລື ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ:
-
ຢືນໃນນ້ຳກັບຜູ້ຮັບບັບຕິສະມາ.
-
ຈັບມືຂອງບຸກຄົນດ້ວຍມືຊ້າຍຂອງລາວ (ເພື່ອຄວາມສະດວກ ແລະ ຄວາມປອດໄພ). ບຸກຄົນທີ່ຮັບບັບຕິສະມາໃຊ້ມືຊ້າຍຈັບຂໍ້ມືຊ້າຍຂອງຜູ້ດຳລົງຖານະປະໂລຫິດ.
-
ຍົກແຂນຂວາເພິ່ນຂຶ້ນຕັ້ງສາກ.
-
ເອີ່ຍຊື່ເຕັມຂອງບຸກຄົນ ແລະ ກ່າວວ່າ, “ໂດຍໄດ້ຮັບມອບໝາຍຈາກພຣະເຢຊູຄຣິດ, ຂ້າພະເຈົ້າໃຫ້ບັບຕິສະມາທ່ານໃນພຣະນາມຂອງພຣະບິດາ, ແລະ ຂອງພຣະບຸດ, ແລະ ຂອງພຣະວິນຍານບໍລິສຸດ. ອາແມນ” (ຄຳສອນ ແລະ ພັນທະສັນຍາ 20:73).
-
ໃຫ້ບຸກຄົນນັ້ນເອົາມືຂວາຂອງຕົນບີບດັງ (ເພື່ອຄວາມສະດວກ); ແລ້ວເພິ່ນຈະເອົາມືຂວາຮອງຫລັງບຸກຄົນໄວ້ ແລະ ຈຸ່ມບຸກຄົນລົງໃນນ້ຳໝົດທັງຕົວ, ລວມທັງເຄື່ອງນຸ່ງ.
-
ຊ່ວຍບຸກຄົນຂຶ້ນມາຈາກນ້ຳ.
18.8
ການຢືນຢັນ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ
ຫລັງຈາກບຸກຄົນໄດ້ຮັບບັບຕິສະມາແລ້ວ, ເຂົາຈະໄດ້ຮັບການຢືນຢັນເປັນສະມາຊິກຂອງສາດສະໜາຈັກ ແລະ ຮັບເອົາພຣະວິນຍານບໍລິສຸດ ໂດຍການວາງມື (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:41; ກິດຈະການ 19:1–6). ບຸກຄົນກາຍເປັນສະມາຊິກຂອງສາດສະໜາຈັກຫລັງຈາກຮັບພິທີການທັງສອງ ແລະ ຖືກບັນທຶກໄວ້ຢ່າງຖືກຕ້ອງ (ເບິ່ງ ໂຢຮັນ 3:5; ຄຳສອນ ແລະ ພັນທະສັນຍາ 33:11; 3 ນີໄຟ 27:20).
ອະທິການດູແລການປະຕິບັດການຢືນຢັນ. ຕາມປົກກະຕິແລ້ວ ເດັກນ້ອຍອາຍຸແປດປີໄດ້ຮັບການຢືນຢັນໃນມື້ທີ່ເຂົາຮັບບັບຕິສະມາ. ຕາມປົກກະຕິແລ້ວ ຜູ້ປ່ຽນໃຈເຫລື້ອມໃສໄດ້ຮັບການຢືນຢັນຢູ່ທີ່ກອງປະຊຸມສິນລະລຶກໃດກໍໄດ້ໃນຫວອດບ່ອນທີ່ເຂົາເຈົ້າອາໄສຢູ່, ດີທີ່ສຸດແມ່ນວັນອາທິດຫລັງຈາກການບັບຕິສະມາຂອງເຂົາເຈົ້າ.
ສະມາຊິກໃນຝ່າຍອະທິການເຮັດຕາມແນວທາງຊີ້ນຳໃນ 29.2.1.1 ເມື່ອແນະນຳໃຫ້ຮູ້ຈັກສະມາຊິກໃໝ່.
18.8.1
ຜູ້ປະຕິບັດພິທີການ
ພຽງແຕ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທີ່ມີຄ່າຄວນສຳລັບພຣະວິຫານເທົ່ານັ້ນ ທີ່ສາມາດເປັນຜູ້ທຳໜ້າທີ່ກ່າວອອກສຽງສຳລັບການຢືນຢັນໄດ້. ເຖິງຢ່າງໃດກໍຕາມ, ອະທິການອາດອະນຸຍາດໃຫ້ພໍ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຢືນໃນວົງສຳລັບການຢືນຢັນລູກລາວ ເຖິງແມ່ນວ່າພໍ່ບໍ່ມີຄ່າຄວນສຳລັບພຣະວິຫານຢ່າງເຕັມທີ່ກໍຕາມ (ເບິ່ງ 18.3).
ຢ່າງໜ້ອຍສະມາຊິກຄົນໜຶ່ງໃນຝ່າຍອະທິການເຂົ້າຮ່ວມໃນພິທີການນີ້. ເມື່ອແອວເດີຜູ້ສອນສາດສະໜາໄດ້ສິດສອນຜູ້ປ່ຽນໃຈເຫລື້ອມໃສ, ອະທິການຈະເຊື້ອເຊີນເຂົາເຈົ້າໃຫ້ເຂົ້າຮ່ວມດ້ວຍ.
18.8.2
ຄຳແນະນຳ
ພາຍໃຕ້ການຊີ້ນຳຂອງຝ່າຍອະທິການ, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຄົນໜຶ່ງ ຫລື ຫລາຍກວ່ານັ້ນສາມາດເຂົ້າຮ່ວມໃນການຢືນຢັນ. ເຂົາເຈົ້າວາງມືໃສ່ເທິງຫົວຂອງບຸກຄົນຢ່າງເບົາໆ. ແລ້ວຄົນໜຶ່ງທຳໜ້າທີ່ກ່າວອອກສຽງ:
-
ເອີ້ນຊື່ເຕັມຂອງບຸກຄົນ.
-
ກ່າວວ່າພິທີການຖືກປະຕິບັດໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
-
ຢືນຢັນບຸກຄົນເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
-
ກ່າວວ່າ “ຈົ່ງຮັບເອົາພຣະວິນຍານບໍລິສຸດ” (ບໍ່ແມ່ນ “ຈົ່ງຮັບເອົາຂອງປະທານແຫ່ງພຣະວິນຍານບໍລິສຸດ”).
-
ໃຫ້ພອນຕາມທີ່ພຣະວິນຍານຊົງນຳ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
18.8.3
ບັນທຶກການບັບຕິສະມາ ແລະ ການຢືນຢັນ ແລະ ໃບຢັ້ງຢືນ
ກ່ອນເດັກທີ່ເປັນສະມາຊິກໃນບັນທຶກຮັບການສຳພາດສຳລັບການບັບຕິສະມາ, ສະໝຽນໃຊ້ LCR ເພື່ອກຽມ ຟອມການບັບຕິສະມາ ແລະ ການຢືນຢັນ. ອະທິການ ຫລື ທີ່ປຶກສາຄົນໜຶ່ງທີ່ຖືກມອບໝາຍຈະທຳການສຳພາດ ແລະ ເຊັນຟອມ. ຫລັງຈາກການບັບຕິສະມາ ແລະ ການຢືນຢັນ, ສະໝຽນຈະໃຊ້ຟອມນີ້ເພື່ອອັບເດດບັນທຶກສະມາຊິກກະພາບຂອງເດັກໃນ LCR.
ເມື່ອຜູ້ສອນສາດສະໜາເຕັມເວລາສຳພາດຜູ້ປ່ຽນໃຈເຫລື້ອມໃສສຳລັບການບັບຕິສະມາ, ລາວຈະປະກອບບັນທຶກການບັບຕິສະມາ ແລະ ການຢືນຢັນ ໂດຍໃຊ້ແອັບ Area Book Planner (ABP). ຫລັງຈາກການຮັບບັບຕິສະມາ ແລະ ການຢືນຢັນ, ຜູ້ສອນສາດສະໜາຈະບັນທຶກຂໍ້ມູນໃນ ABP ແລະ ສົ່ງມັນໄປໃຫ້ສະໝຽນຫວອດທາງອີເລັກໂທຣນິກ. ສະໝຽນຫວອດຈະທົບທວນຂໍ້ມູນໃນ LCR ແລະ ສ້າງບັນທຶກສະມາຊິກກະພາບ.
ຫລັງຈາກບັນທຶກສະມາຊິກກະພາບໄດ້ຖືກສ້າງແລ້ວ, ສະໝຽນຈະຈັດກຽມໃບຢັ້ງຢືນການບັບຕິສະມາ ແລະ ການຢືນຢັນ. ໃບຢັ້ງຢືນນີ້ຖືກເຊັນໂດຍອະທິການ ແລະ ຖືກມອບໃຫ້ບຸກຄົນ.
ຊື່ໃນບັນທຶກສະມາຊິກກະພາບ ແລະ ໃນໃບຢັ້ງຢືນຄວນກົງກັບໃບຢັ້ງຢືນການເກີດ, ທະບຽນການເກີດພົນລະເມືອງ, ຫລື ຊື່ຕາມກົດໝາຍໃນປະຈຸບັນ.
18.9
ສິນລະລຶກ
ສະມາຊິກຂອງສາດສະໜາຈັກພົບກັນໃນວັນຊະບາໂຕເພື່ອນະມັດສະການພຣະເຈົ້າ ແລະ ຮັບສ່ວນສິນລະລຶກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:75; 59:9; ໂມໂຣໄນ 6:5–6). ລະຫວ່າງພິທີການ, ເຂົາເຈົ້າຮັບສ່ວນເຂົ້າຈີ່ ແລະ ນ້ຳເພື່ອລະນຶກເຖິງການເສຍສະລະພຣະກາຍ ແລະ ໂລຫິດຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ເພື່ອຕໍ່ພັນທະສັນຍາສັກສິດຂອງເຂົາເຈົ້າ (ເບິ່ງ ມັດທາຍ 26:26–28; ການແປຂອງໂຈເຊັບ ສະມິດ, ມາຣະໂກ 14:20–25; ລູກາ 22:15–20; 3 ນີໄຟ 18; ໂມໂຣໄນ 6:6).
18.9.1
ການອະນຸມັດໃຫ້ປະຕິບັດສິນລະລຶກ
ອະທິການດຳລົງຂໍກະແຈຂອງຖານະປະໂລຫິດສຳລັບການປະຕິບັດສິນລະລຶກຢູ່ໃນຫວອດ. ທຸກຄົນທີ່ມີສ່ວນຮ່ວມໃນການກະກຽມ, ການໃຫ້ພອນ, ແລະ ການຢາຍສິນລະລຶກຕ້ອງໄດ້ຮັບອະນຸມັດຈາກເພິ່ນ ຫລື ບາງຄົນພາຍໃຕ້ກາຍຊີ້ນຳຂອງເພິ່ນເສຍກ່ອນ.
18.9.2
ຜູ້ປະຕິບັດພິທີການ
-
ຄູສອນ, ປະໂລຫິດ, ແລະ ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສາມາດກຽມສິນລະລຶກ.
-
ປະໂລຫິດ ແລະ ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສາມາດໃຫ້ພອນແກ່ສິນລະລຶກ.
-
ມັກຄະນາຍົກ, ຄູສອນ, ປະໂລຫິດ, ແລະ ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສາມາດຢາຍສິນລະລຶກ.
18.9.3
ແນວທາງຊີ້ນຳສຳລັບສິນລະລຶກ
ເພາະລັກສະນະສັກສິດຂອງສິນລະລຶກ, ຜູ້ນຳຖານະປະໂລຫິດຄວນຈັດກຽມຢ່າງລະມັດລະວັງ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມຄາລະວະ.
ຜູ້ປະຕິບັດສິນລະລຶກ ຄວນເຮັດດ້ວຍທ່າທາງສະຫງ່າງາມ, ໂດຍທີ່ຮູ້ວ່າເຂົາເຈົ້າເປັນຕົວແທນໃຫ້ພຣະຜູ້ເປັນເຈົ້າ.
ການຢາຍສິນລະລຶກຄວນເປັນຕາມທຳມະຊາດ ແລະ ບໍ່ເປັນທາງການຫລາຍເກີນໄປ.
ເຖິງແມ່ນວ່າສິນລະລຶກແມ່ນສຳລັບສະມາຊິກຂອງສາດສະໜາຈັກ, ແຕ່ບໍ່ຄວນເຮັດສິ່ງໃດເພື່ອກີດກັນຄົນອື່ນຈາກການຮັບສ່ວນ.
18.9.4
ຄຳແນະນຳ
-
ຜູ້ກຽມ, ໃຫ້ພອນ, ຫລື ຢາຍສິນລະລຶກ ກ່ອນອື່ນໝົດຕ້ອງລ້າງມືດ້ວຍສະບູ ຫລື ນ້ຳຢາທຳຄວາມສະອາດ.
-
ຄູສອນ, ປະໂລຫິດ, ຫລື ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຕ້ອງແນ່ໃຈວ່າຖາດພ້ອມດ້ວຍເຂົ້າຈີ່ທີ່ຍັງບໍ່ໄດ້ຫັກເທື່ອ, ຖາດນ້ຳທີ່ມີຈອກກັບນ້ຳສະອາດ, ແລະ ຜ້າປູໂຕະທີ່ສະອາດ ຖືກວາງໄວ້ກ່ອນກອງປະຊຸມ.
-
ຂະນະທີ່ສະມາຊິກຫວອດກຳລັງຮ້ອງເພງສວດສິນລະລຶກ, ຜູ້ທີ່ຈະໃຫ້ພອນແກ່ສິນລະລຶກຈະຢືນດ້ວຍຄວາມຄາລະວະ, ເປີດຜ້າຄຸມຖາດເຂົ້າຈີ່ອອກ, ແລະ ຫັກເຂົ້າຈີ່ເປັນຕ່ອນໆ.
-
ຫລັງຈາກເພງສວດ, ບຸກຄົນທີ່ໃຫ້ພອນເຂົ້າຈີ່ ຈະຄຸເຂົ່າ ແລະ ກ່າວຄຳອະທິຖານສິນລະລຶກສຳລັບເຂົ້າຈີ່ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:77).
-
ອະທິການຕ້ອງແນ່ໃຈວ່າຄຳອະທິຖານສິນລະລຶກໄດ້ຖືກກ່າວຢ່າງແຈ່ມແຈ້ງ, ຖືກຕ້ອງ, ແລະ ດ້ວຍກຽດ. ຖ້າຫາກກ່າວຜິດ ແລະ ແກ້ໄຂດ້ວຍຕົນເອງ, ແລ້ວກໍບໍ່ຈຳເປັນຕ້ອງແກ້ໄຂ. ຖ້າຫາກບໍ່ໄດ້ແກ້ໄຂເມື່ອກ່າວຜິດ, ອະທິການຈະຂໍຮ້ອງດ້ວຍຄວາມອ່ອນໂຍນ ໃຫ້ລາວກ່າວຄຳອະທິຖານຄືນອີກ.
-
ຫລັງຈາກການອະທິຖານ, ຜູ້ດຳລົງຖານະປະໂລຫິດຈະຢາຍເຂົ້າຈີ່ໃຫ້ສະມາຊິກດ້ວຍຄວາມຄາລະວະ. ຜູ້ນຳຄວບຄຸມຮັບມັນກ່ອນ, ຫລັງຈາກນັ້ນບໍ່ຕ້ອງລຽງລຳດັບ. ເມື່ອຖາດຖືກຍື່ນໃຫ້ສະມາຊິກ, ເຂົາເຈົ້າສາມາດສົ່ງຕໍ່ໃຫ້ກັນໄດ້.
-
ສະມາຊິກຮັບສ່ວນສິນລະລຶກດ້ວຍມືຂວາເມື່ອເປັນໄປໄດ້.
-
ເມື່ອເຂົ້າຈີ່ໄດ້ຖືກຢາຍໃຫ້ສະມາຊິກທຸກຄົນແລ້ວ, ຜູ້ຢາຍສິນລະລຶກເຫລົ່ານັ້ນຈະນຳຖາດກັບຄືນມາຫາໂຕະສິນລະລຶກ. ຜູ້ໃຫ້ພອນສິນລະລຶກຈະປິດຜ້າຄຸມຖາດເຂົ້າຈີ່ ແລະ ເປີດຖາດນ້ຳ.
-
ບຸກຄົນທີ່ໃຫ້ພອນນ້ຳຈະຄຸເຂົ່າ ແລະ ກ່າວຄຳອະທິຖານສຳລັບນ້ຳ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:79). ລາວຈະໃຊ້ຄຳວ່າ ນ້ຳ ແທນ ເຫລົ້າອະງຸ່ນ.
-
ຫລັງຈາກການອະທິຖານ, ຜູ້ດຳລົງຖານະປະໂລຫິດຈະຢາຍນ້ຳໃຫ້ສະມາຊິກດ້ວຍຄວາມຄາລະວະ. ຜູ້ນຳຄວບຄຸມຮັບມັນກ່ອນ, ຫລັງຈາກນັ້ນບໍ່ຕ້ອງລຽງລຳດັບ.
-
ເມື່ອນ້ຳໄດ້ຖືກຢາຍໃຫ້ສະມາຊິກທຸກຄົນແລ້ວ, ຜູ້ຢາຍສິນລະລຶກເຫລົ່ານັ້ນຈະນຳຖາດກັບຄືນມາຫາໂຕະສິນລະລຶກ. ຜູ້ໃຫ້ພອນສິນລະລຶກຈະປິດຜ້າຄຸມຖາດ, ແລະ ຜູ້ທີ່ໃຫ້ພອນ ແລະ ຜູ້ຢາຍສິນລະລຶກຈະກັບໄປນັ່ງບ່ອນຂອງຕົນດ້ວຍຄວາມຄາລະວະ.
-
ຫລັງຈາກກອງປະຊຸມ, ຜູ້ທີ່ໄດ້ກຽມສິນລະລຶກຈະທຳຄວາມສະອາດ, ພັບຜ້າປູໂຕະ, ແລະ ຖິ້ມເຂົ້າຈີ່ທີ່ບໍ່ໄດ້ໃຊ້.
18.10
ການມອບຖານະປະໂລຫິດ ແລະ ການແຕ່ງຕັ້ງສູ່ຕຳແໜ່ງ
ຖານະປະໂລຫິດມີສອງສ່ວນຄື: ອາໂຣນ ແລະ ເມນຄີເສເດັກ (ເບິ່ງ 3.3; ຄຳສອນ ແລະ ພັນທະສັນຍາ 107:1, 6). ເມື່ອຖານະປະໂລຫິດຖືກມອບໃຫ້ບຸກຄົນ, ລາວກໍຖືກແຕ່ງຕັ້ງສູ່ຕຳແໜ່ງໃນຖານະປະໂລຫິດນັ້ນດ້ວຍ. ຫລັງຈາກໄດ້ມອບຖານະປະໂລຫິດຢ່າງໃດຢ່າງໜຶ່ງເຫລົ່ານີ້ໃຫ້ແລ້ວ, ຜູ້ຊາຍພຽງແຕ່ຕ້ອງໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງໃນຖານະປະໂລຫິດນັ້ນ.
18.10.1
ຖານະປະໂລຫິດແຫ່ງເມນຄີເສເດັກ
ປະທານສະເຕກດຳລົງຂໍກະແຈຂອງຖານະປະໂລຫິດສຳລັບການມອບຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ການແຕ່ງຕັ້ງສູ່ຕຳແໜ່ງຂອງແອວເດີ ແລະ ມະຫາປະໂລຫິດ. ເຖິງຢ່າງໃດກໍຕາມ, ຕາມປົກກະຕິແລ້ວ ອະທິການເປັນຜູ້ແນະນຳຊື່ສຳລັບການແຕ່ງຕັ້ງເຫລົ່ານີ້.
18.10.1.1
ແອວເດີ
ອ້າຍນ້ອງທີ່ມີຄ່າຄວນສາມາດໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ໄດ້ຮັບການແຕ່ງຕັ້ງເປັນແອວເດີໄດ້ ເມື່ອເຂົາເຈົ້າອາຍຸເຖິງ 18 ປີ ຫລື ສູງກວ່ານັ້ນ. ອີງຕາມສະຖານະການສ່ວນຕົວ, ອະທິການຈະພິຈາລະນາວ່າ ຊາຍໜຸ່ມຄວນຖືກແນະນຳຊື່ສຳລັບການແຕ່ງຕັ້ງເປັນແອວເດີທັນທີຫລືບໍ່ຫລັງຈາກວັນເກີດ 18 ປີຂອງລາວ ຫລື ໃຫ້ລາວສືບຕໍ່ຢູ່ໃນກຸ່ມປະໂລຫິດຕໍ່ໄປ.
ໃນການຕັດສິນໃຈເຮັດສິ່ງນີ້, ອະທິການຈະປຶກສາກັບຊາຍໜຸ່ມ ແລະ ພໍ່ແມ່ ຫລື ຜູ້ປົກຄອງຂອງລາວກ່ອນ. ຜູ້ຊາຍທີ່ມີຄ່າຄວນ ຄວນໄດ້ຮັບການແຕ່ງຕັ້ງເປັນແອວເດີກ່ອນອາຍຸ 19 ປີ ຫລື ກ່ອນຍ້າຍອອກຈາກເຮືອນໄປເຂົ້າໂຮງຮຽນ, ກ່ອນຮັບໃຊ້ເຜີຍແຜ່ເຕັມເວລາ, ກ່ອນເຂົ້າເປັນທະຫານ, ຫລື ກ່ອນຮັບໜ້າທີ່ການງານເຕັມເວລາ.
ເມື່ອບໍ່ດົນມານີ້ ຜູ້ຊາຍທີ່ໄດ້ຮັບບັບຕິສະມາແລ້ວ ອາຍຸ 18 ປີຂຶ້ນໄປ ໄດ້ຮັບການແຕ່ງຕັ້ງເປັນແອວເດີຫລັງຈາກທີ່ເຂົາເຈົ້າ:
-
ໄດ້ຮັບຖານະປະໂລຫິດແຫ່ງອາໂຣນ ແລະ ໄດ້ຮັບໃຊ້ເປັນປະໂລຫິດ.
-
ໄດ້ພັດທະນາຄວາມເຂົ້າໃຈຢ່າງພໍພຽງກ່ຽວກັບພຣະກິດຕິຄຸນ.
-
ໄດ້ສະແດງການມີຄ່າຄວນຂອງເຂົາເຈົ້າ.
ຊ່ວງໄລຍະເວລາຂອງການເປັນສະມາຊິກໃນສາດສະໜາຈັກແມ່ນບໍ່ສຳຄັນ.
18.10.1.2
ມະຫາປະໂລຫິດ
ຜູ້ຊາຍໄດ້ຖືກແຕ່ງຕັ້ງເປັນມະຫາປະໂລຫິດເມື່ອພວກເພິ່ນຖືກເອີ້ນໃຫ້ເປັນຝ່າຍປະທານສະເຕກ, ສະພາສູງ, ຫລື ຝ່າຍອະທິການ.
18.10.1.3
ການສຳພາດ ແລະ ການສະໜັບສະໜູນ
ດ້ວຍການອະນຸມັດຈາກຝ່າຍປະທານສະເຕກ, ອະທິການຈະສຳພາດອ້າຍນ້ອງຕາມທີ່ແນະນຳໃນບັນທຶກການແຕ່ງຕັ້ງສູ່ຖານະປະໂລຫິດແຫ່ງເມນຄີເສເດັກ. ແລ້ວສະມາຊິກຄົນໜຶ່ງໃນຝ່າຍປະທານສະເຕກກໍຈະສຳພາດລາວຄືກັນ. ດ້ວຍການອະນຸມັດຈາກປະທານເຜີຍແຜ່, ປະທານທ້ອງຖິ່ນຈະສຳພາດອ້າຍນ້ອງເພື່ອແຕ່ງຕັ້ງເປັນແອວເດີ (ເບິ່ງ 6.3).
18.10.2
ຖານະປະໂລຫິດແຫ່ງອາໂຣນ
ອະທິການດຳລົງຂໍກະແຈຂອງຖານະປະໂລຫິດສຳລັບການມອບຖານະປະໂລຫິດແຫ່ງອາໂຣນ ແລະ ການແຕ່ງຕັ້ງສູ່ຕຳແໜ່ງມັກຄະນາຍົກ, ຄູສອນ, ແລະ ປະໂລຫິດ. ຕາມປົກກະຕິແລ້ວ ອ້າຍນ້ອງທີ່ມີຄ່າຄວນໄດ້ຖືກແຕ່ງຕັ້ງສູ່ຕຳແໜ່ງເຫລົ່ານີ້ໃນອາຍຸດັ່ງຕໍ່ໄປນີ້, ແຕ່ບໍ່ກ່ອນໜ້ານັ້ນ:
-
ມັກຄະນາຍົກເລີ່ມຕົ້ນໃນເດືອນມັງກອນຂອງປີທີ່ພວກເຂົາອາຍຸຄົບ 12 ປີ
-
ຄູສອນເລີ່ມຕົ້ນໃນເດືອນມັງກອນຂອງປີທີ່ພວກເຂົາອາຍຸຄົບ 14 ປີ
-
ປະໂລຫິດເລີ່ມຕົ້ນໃນເດືອນມັງກອນຂອງປີທີ່ພວກເຂົາອາຍຸຄົບ 16 ປີ
ອະທິການ ຫລື ທີ່ປຶກສາຄົນໜຶ່ງທີ່ຖືກມອບໝາຍສຳພາດຜູ້ທີ່ຈະໄດ້ຮັບການແຕ່ງຕັ້ງເປັນມັກຄະນາຍົກ ຫລື ຄູສອນ ເພື່ອພິຈາລະນາວ່າເຂົາເຈົ້າກຽມພ້ອມທາງວິນຍານຫລືບໍ່. ອະທິການສຳພາດອ້າຍນ້ອງຜູ້ທີ່ຈະໄດ້ຮັບການແຕ່ງຕັ້ງເປັນປະໂລຫິດ.
ກ່ອນການສຳພາດຊາຍໜຸ່ມສຳລັບການແຕ່ງຕັ້ງສູ່ຖານະປະໂລຫິດ, ສະມາຊິກຄົນໜຶ່ງໃນຝ່າຍອະທິການຈະຂໍອະນຸຍາດຈາກພໍ່ແມ່ ຫລື ຜູ້ປົກຄອງຂອງຊາຍໜຸ່ມເສຍກ່ອນ. ຖ້າຫາກພໍ່ແມ່ຢ່າຮ້າງກັນ, ເພິ່ນຈະຂໍອະນຸຍາດຈາກພໍ່ ຫລື ແມ່ຜູ້ຄຸ້ມຄອງດູແລລູກຕາມກົດໝາຍ.
18.10.3
ການສະເໜີສະມາຊິກໃຫ້ສະໜັບສະໜູນກ່ອນລາວຖືກແຕ່ງຕັ້ງ
ຫລັງຈາກອ້າຍນ້ອງໄດ້ຮັບການສຳພາດ ແລະ ພົບວ່າມີຄ່າຄວນທີ່ຈະໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງຖານະປະໂລຫິດ, ລາວຈະຖືກສະເໜີເພື່ອການສະໜັບສະໜູນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:65, 67). ອ້າຍນ້ອງທີ່ຈະໄດ້ຮັບການແຕ່ງຕັ້ງເປັນແອວເດີ ຫລື ມະຫາປະໂລຫິດ ຈະຖືກສະເໜີໂດຍສະມາຊິກຄົນໜຶ່ງໃນຝ່າຍປະທານສະເຕກໃນກອງປະຊຸມສະເຕກພາກສາມັນ (ເບິ່ງ 6.3 ສຳລັບຄຳແນະນຳສຳລັບປະທານທ້ອງຖິ່ນ). ອ້າຍນ້ອງທີ່ຈະໄດ້ຮັບການແຕ່ງຕັ້ງເປັນມັກຄະນາຍົກ, ຄູສອນ, ຫລື ປະໂລຫິດຈະຖືກສະເໜີໂດຍສະມາຊິກຄົນໜຶ່ງໃນຝ່າຍອະທິການຢູ່ໃນກອງປະຊຸມສິນລະລຶກ.
ບຸກຄົນທີ່ດຳເນີນການສະໜັບສະໜູນຈະຂໍໃຫ້ອ້າຍນ້ອງຢືນຂຶ້ນ. ເພິ່ນປະກາດຂໍ້ສະເໜີເພື່ອມອບຖານະປະໂລຫິດແຫ່ງອາໂຣນ ຫລື ເມນຄີເສເດັກ (ຖ້າຈຳເປັນ) ແລະ ເພື່ອແຕ່ງຕັ້ງອ້າຍນ້ອງສູ່ຕຳແໜ່ງຖານະປະໂລຫິດ. ແລ້ວເພິ່ນເຊື້ອເຊີນສະມາຊິກໃຫ້ສະໜັບສະໜູນຂໍ້ສະເໜີ. ຍົກຕົວຢ່າງ, ເພື່ອສະເໜີອ້າຍນ້ອງຄົນໜຶ່ງຕໍ່ການແຕ່ງຕັ້ງເປັນແອວເດີ, ເພິ່ນສາມາດໃຊ້ຄຳເວົ້າເຊັ່ນດັ່ງຕໍ່ໄປນີ້:
“ພວກເຮົາຂໍສະເໜີ [ຊື່] ໃຫ້ຮັບເອົາຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ຖືກແຕ່ງຕັ້ງເປັນແອວເດີ. ຜູ້ທີ່ເຫັນດ້ວຍ ຂໍໃຫ້ຍົກມືຂຶ້ນ. [ຢຸດບຶດໜຶ່ງ.] ຜູ້ທີ່ຄັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ. [ຢຸດບຶດໜຶ່ງ.]”
ຖ້າຫາກສະມາຊິກຢູ່ໃນສະຖານະທີ່ໜ້າເຊື່ອຖືຄັດຄ້ານຕໍ່ການແຕ່ງຕັ້ງດັ່ງກ່າວ, ຜູ້ນຳຄວບຄຸມ ຫລື ຜູ້ນຳຖານະປະໂລຫິດອີກຄົນໜຶ່ງທີ່ຖືກມອບໝາຍ ຈະພົບກັບເຂົາເຈົ້າເປັນສ່ວນຕົວຫລັງຈາກກອງປະຊຸມ. ຜູ້ນຳສະແຫວງຫາຄວາມເຂົ້າໃຈວ່າເປັນຫຍັງສະມາຊິກຈຶ່ງຄັດຄ້ານ. ເພິ່ນຮຽນຮູ້ຖ້າຫາກສະມາຊິກຮູ້ເຖິງພຶດຕິກຳທີ່ອາດເຮັດໃຫ້ບຸກຄົນນັ້ນບໍ່ເໝາະສົມທີ່ຈະໄດ້ຮັບການແຕ່ງຕັ້ງສູ່ຕຳແໜ່ງຖານະປະໂລຫິດນັ້ນ.
ໃນບາງກໍລະນີ, ອ້າຍນ້ອງອາດຕ້ອງໄດ້ຮັບການແຕ່ງຕັ້ງເປັນແອວເດີ ຫລື ເປັນມະຫາປະໂລຫິດກ່ອນທີ່ລາວຈະສາມາດຖືກສະເໜີໃນກອງປະຊຸມສະເຕກ. ເມື່ອເປັນເຊັ່ນນີ້, ລາວຈະຖືກສະເໜີຢູ່ໃນກອງປະຊຸມສິນລະລຶກໃນຫວອດຂອງລາວເອງເພື່ອການສະໜັບສະໜູນ. ແລ້ວລາວຈະຖືກສະເໜີຢູ່ໃນກອງປະຊຸມສະເຕກຄັ້ງຕໍ່ໄປ ເພື່ອຮັບຮອງການແຕ່ງຕັ້ງ (ປັບຂັ້ນຕອນການສະໜັບສະໜູນ, ດັ່ງທີ່ອະທິບາຍໄວ້ຢູ່ຂ້າງເທິງ).
18.10.4
ຜູ້ປະຕິບັດພິທີການ
ປະທານສະເຕກ ຫລື ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຄົນໜຶ່ງພາຍໃຕ້ການຊີ້ນຳຂອງເພິ່ນ ສາມາດແຕ່ງຕັ້ງຜູ້ຊາຍສູ່ຕຳແໜ່ງແອວເດີໄດ້. ດ້ວຍການອະນຸມັດຈາກປະທານເຜີຍແຜ່, ປະທານທ້ອງຖິ່ນ ຫລື ຄົນໃດຄົນໜຶ່ງພາຍໃຕ້ການຊີ້ນຳຂອງເພິ່ນສາມາດປະຕິບັດການແຕ່ງຕັ້ງໄດ້ (ເບິ່ງ 6.3). ພຽງແຕ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກເທົ່ານັ້ນທີ່ສາມາດຢືນຢູ່ໃນວົງ.
ປະທານສະເຕກ ຫລື ມະຫາປະໂລຫິດຄົນໜຶ່ງພາຍໃຕ້ການຊີ້ນຳຂອງເພິ່ນສາມາດແຕ່ງຕັ້ງຜູ້ຊາຍສູ່ຕຳແໜ່ງມະຫາປະໂລຫິດໄດ້. ພຽງແຕ່ມະຫາປະໂລຫິດເທົ່ານັ້ນທີ່ສາມາດຢືນຢູ່ໃນວົງ.
ບຸກຄົນຜູ້ທີ່ແຕ່ງຕັ້ງຜູ້ຊາຍສູ່ຕຳແໜ່ງຖານະປະໂລຫິດແຫ່ງເມນຄີເສເດັກຄວນມີຄ່າຄວນສຳລັບພຣະວິຫານ. ປະທານສະເຕກ ຫລື ຜູ້ທີ່ເພິ່ນມອບໝາຍຈະຕ້ອງມີໜ້າຢູ່ນຳ.
ປະໂລຫິດ ຫລື ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຄົນໜຶ່ງສາມາດແຕ່ງຕັ້ງອ້າຍນ້ອງສູ່ຕຳແໜ່ງມັກຄະນາຍົກ, ຄູສອນ, ຫລື ປະໂລຫິດໄດ້. ເຂົາເຈົ້າຕ້ອງໄດ້ຮັບອະນຸຍາດຈາກອະທິການ. ອະທິການ ຫລື ຜູ້ທີ່ເພິ່ນມອບໝາຍຈະຕ້ອງມີໜ້າຢູ່ນຳ.
ເພື່ອມີສ່ວນຮ່ວມໃນການແຕ່ງຕັ້ງສູ່ຖານະປະໂລຫິດແຫ່ງອາໂຣນ, ບຸກຄົນຕ້ອງເປັນປະໂລຫິດ ຫລື ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ.
ອະທິການອາດອະນຸຍາດໃຫ້ພໍ່ທີ່ເປັນປະໂລຫິດ ຫລື ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກແຕ່ງຕັ້ງລູກຊາຍຂອງລາວສູ່ຕຳແໜ່ງມັກຄະນາຍົກ, ຄູສອນ, ຫລື ປະໂລຫິດ ເຖິງແມ່ນວ່າພໍ່ບໍ່ມີຄ່າຄວນສຳລັບພຣະວິຫານຢ່າງເຕັມທີ່ກໍຕາມ (ເບິ່ງ 18.3). ອະທິການຊຸກຍູ້ພໍ່ໃຫ້ກຽມພ້ອມຕົວເອງເພື່ອແຕ່ງຕັ້ງລູກຂອງຕົນ.
18.10.5
ຄຳແນະນຳ
ເພື່ອມອບຖານະປະໂລຫິດ ແລະ ແຕ່ງຕັ້ງບຸກຄົນສູ່ຕຳແໜ່ງຖານະປະໂລຫິດ, ຜູ້ດຳລົງຖານະປະໂລຫິດ ໜຶ່ງຄົນ ຫລື ຫລາຍກວ່ານັ້ນທີ່ໄດ້ຮັບອະນຸຍາດ ຈະວາງມືໃສ່ເທິງຫົວຂອງບຸກຄົນຢ່າງເບົາໆ. ແລ້ວຄົນໜຶ່ງທຳໜ້າທີ່ກ່າວອອກສຽງ:
-
ເອີ້ນຊື່ເຕັມຂອງບຸກຄົນ.
-
ເອີ່ຍສິດອຳນາດທີ່ເພິ່ນດຳລົງຢູ່ເພື່ອປະຕິບັດພິທີການ (ບໍ່ວ່າຈະເປັນຖານະປະໂລຫິດແຫ່ງອາໂຣນ ຫລື ເມນຄີເສເດັກກໍຕາມ).
-
ມອບຖານະປະໂລຫິດແຫ່ງອາໂຣນ ຫລື ເມນຄີເສເດັກ, ຍົກເວັ້ນແຕ່ມັນໄດ້ຖືກມອບໃຫ້ແລ້ວ.
-
ແຕ່ງຕັ້ງບຸກຄົນສູ່ຕຳແໜ່ງໃນຖານະປະໂລຫິດແຫ່ງອາໂຣນ ຫລື ເມນຄີເສເດັກ ແລະ ມອບສິດ, ອຳນາດ, ແລະ ສິດອຳນາດຂອງຕຳແໜ່ງນັ້ນ.
-
ໃຫ້ພອນຕາມທີ່ພຣະວິນຍານຊົງນຳ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
ເພື່ອແຕ່ງຕັ້ງບຸກຄົນສູ່ຕຳແໜ່ງຖານະປະໂລຫິດຫລັງຈາກທີ່ລາວໄດ້ຮັບຖານະປະໂລຫິດທີ່ເໝາະສົມແລ້ວ, ບຸກຄົນທີ່ປະຕິບັດການແຕ່ງຕັ້ງຈະຂ້າມຂັ້ນຕອນທີ 3.
18.10.6
ບັນທຶກການແຕ່ງຕັ້ງ ແລະ ໃບຢັ້ງຢືນ
ກ່ອນອ້າຍນ້ອງຈະໄດ້ຮັບການສຳພາດເພື່ອແຕ່ງຕັ້ງສູ່ຕຳແໜ່ງໃນຖານະປະໂລຫິດແຫ່ງອາໂຣນ, ສະໝຽນໃຊ້ LCR ເພື່ອກຽມ ບັນທຶກການແຕ່ງຕັ້ງຖານະປະໂລຫິດແຫ່ງອາໂຣນ. ອະທິການ ຫລື ທີ່ປຶກສາຄົນໜຶ່ງທີ່ຖືກມອບໝາຍ ດຳເນີນການສຳພາດ ແລະ ເຊັນຟອມຖ້າຫາກບັນລຸເງື່ອນໄຂຄວາມມີຄ່າຄວນທຸກຢ່າງ.
ຫລັງຈາກການແຕ່ງຕັ້ງ, ອະທິການ ຫລື ທີ່ປຶກສາທີ່ຖືກມອບໝາຍ ຈະປະກອບຟອມ ແລະ ມອບມັນໃຫ້ສະໝຽນ. ລາວບັນທຶກການແຕ່ງຕັ້ງໄວ້ໃນ LCR ແລະ ກຽມໃບຢັ້ງຢືນການແຕ່ງຕັ້ງ.
ຊື່ຂອງບຸກຄົນທີ່ຖືກຕ້ອງຕາມກົດໝາຍໃນປະຈຸບັນຄວນຖືກໃຊ້ຢູ່ໃນບັນທຶກການແຕ່ງຕັ້ງ ແລະ ໃນໃບຢັ້ງຢືນ.
18.11
ການແຕ່ງຕັ້ງສະມາຊິກໃຫ້ຮັບໃຊ້ໃນການເອີ້ນເປັນທາງການ
ສະມາຊິກໄດ້ຮັບການເອີ້ນ ແລະ ການສະໜັບສະໜູນສູ່ຕຳແໜ່ງສ່ວນໃຫຍ່ໃນສາດສະໜາຈັກ ຈະໄດ້ຮັບການແຕ່ງຕັ້ງເປັນທາງການ ເພື່ອໃຫ້ຮັບໃຊ້ໃນຕຳແໜ່ງນັ້ນ (ເບິ່ງ ໂຢຮັນ 15:16; ຄຳສອນ ແລະ ພັນທະສັນຍາ 42:11; ເບິ່ງ 3.4.3.1 ໃນຄູ່ມືນີ້ ນຳອີກ). ລະຫວ່າງການແຕ່ງຕັ້ງເປັນທາງການ, ບຸກຄົນໄດ້ຖືກມອບ (1) ສິດອຳນາດໃຫ້ປະຕິບັດໜ້າທີ່ ແລະ (2) ຄຳໃຫ້ພອນຕາມທີ່ພຣະວິນຍານຊົງນຳ.
ປະທານສະເຕກ, ອະທິການ, ແລະ ປະທານກຸ່ມໄດ້ຮັບຂໍກະແຈຂອງຝ່າຍປະທານ ເມື່ອພວກເພິ່ນໄດ້ຮັບການແຕ່ງຕັ້ງເປັນທາງການ (ເບິ່ງ 3.4.1.1). ເຖິງຢ່າງໃດກໍຕາມ, ຄຳວ່າ ຂໍກະແຈ ບໍ່ຄວນຖືກໃຊ້ເມື່ອແຕ່ງຕັ້ງສະມາຊິກເປັນທາງການ ເພື່ອຮັບໃຊ້ໃນການເອີ້ນອື່ນໆ, ລວມທັງທີ່ປຶກສາໃນຝ່າຍປະທານ.
18.11.1
ຜູ້ປະຕິບັດການແຕ່ງຕັ້ງເປັນທາງການ
ການແຕ່ງຕັ້ງເປັນທາງການແມ່ນການປະຕິບັດໂດຍຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ. ເພິ່ນຕ້ອງໄດ້ຮັບອະນຸມັດຈາກຜູ້ນຳທີ່ດຳລົງຂໍກະແຈຂອງຖານະປະໂລຫິດທີ່ເໝາະສົມ. ຜູ້ທີ່ຖືກອະນຸຍາດໃຫ້ປະຕິບັດການແຕ່ງຕັ້ງເປັນທາງການ ມີລະບຸໄວ້ໃນ 30.8. ແອວເດີບໍ່ຄວນທຳໜ້າທີ່ເປັນຄົນກ່າວອອກສຽງ ຫລື ຢືນຢູ່ໃນວົງ ເມື່ອຜູ້ຊາຍກຳລັງຮັບການແຕ່ງຕັ້ງເປັນທາງການສູ່ຕຳແໜ່ງທີ່ຕ້ອງໃຫ້ລາວເປັນມະຫາປະໂລຫິດ.
ພາຍໃຕ້ການຊີ້ນຳຂອງຜູ້ນຳຄວບຄຸມ, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ໜຶ່ງຄົນ ຫລື ຫລາຍກວ່ານັ້ນສາມາດເຂົ້າຮ່ວມໃນການແຕ່ງຕັ້ງເປັນທາງການໄດ້. ປະທານຈະຖືກແຕ່ງຕັ້ງກ່ອນທີ່ປຶກສາຂອງເຂົາເຈົ້າ.
ຜູ້ນຳຄວບຄຸມອາດອະນຸຍາດໃຫ້ສາມີ ຫລື ພໍ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຢືນຢູ່ໃນວົງສຳລັບການແຕ່ງຕັ້ງພັນລະຍາ ຫລື ລູກຂອງລາວເປັນທາງການ ເຖິງແມ່ນວ່າລາວບໍ່ມີຄ່າຄວນສຳລັບພຣະວິຫານຢ່າງເຕັມທີ່ກໍຕາມ (ເບິ່ງ 18.3).
18.11.2
ຄຳແນະນຳ
ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ໜຶ່ງຄົນ ຫລື ຫລາຍກວ່ານັ້ນທີ່ໄດ້ຮັບອະນຸຍາດ ຈະວາງມືໃສ່ເທິງຫົວຂອງບຸກຄົນຢ່າງເບົາໆ. ແລ້ວຄົນໜຶ່ງທຳໜ້າທີ່ກ່າວອອກສຽງ:
-
ເອີ້ນຊື່ເຕັມຂອງບຸກຄົນ.
-
ກ່າວວ່າເພິ່ນກະທຳໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
-
ແຕ່ງຕັ້ງບຸກຄົນເປັນທາງການສູ່ການເອີ້ນໃນສະເຕກ, ຫວອດ, ກຸ່ມ, ຫລື ຫ້ອງຮຽນ.
-
ມອບຂໍແຈຖ້າຫາກບຸກຄົນຄວນໄດ້ຮັບມັນ.
-
ໃຫ້ພອນຕາມທີ່ພຣະວິນຍານຊົງນຳ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
18.12
ການອຸທິດນ້ຳມັນໃຫ້ສັກສິດ
ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຕ້ອງທຳການອຸທິດນ້ຳມັນໝາກກອກໃຫ້ສັກສິດ ກ່ອນມັນຈະຖືກໃຊ້ເພື່ອເຈີມຄົນເຈັບປ່ວຍ ຫລື ຜູ້ເປັນທຸກ (ເບິ່ງ ຢາໂກໂບ 5:14). ຈະໃຊ້ນ້ຳມັນຢ່າງອື່ນບໍ່ໄດ້.
ສະມາຊິກບໍ່ຄວນບໍລິໂພກນ້ຳມັນສັກສິດ ຫລື ໃຊ້ທາຮ່າງກາຍບໍລິເວນທີ່ເຈັບປວດ.
18.12.1
ຜູ້ປະຕິບັດພິທີການ
ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ໜຶ່ງຄົນ ຫລື ຫລາຍກວ່ານັ້ນສາມາດອຸທິດນ້ຳມັນໃຫ້ສັກສິດ. ເຂົາເຈົ້າບໍ່ຈຳເປັນຕ້ອງຂໍອະນຸມັດຈາກຜູ້ນຳຖານະປະໂລຫິດ.
18.12.2
ຄຳແນະນຳ
ເພື່ອອຸທິດນ້ຳມັນໃຫ້ສັກສິດ, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຄົນໜຶ່ງຈະ:
-
ຖືຂວດນ້ຳໝາກກອກທີ່ເປີດຝາໄວ້.
-
ເອີ່ຍພຣະນາມພຣະບິດາເທິງສະຫວັນໃນຄຳອະທິຖານ.
-
ກ່າວວ່າເພິ່ນກະທຳໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
-
ອຸທິດນ້ຳມັນ (ບໍ່ແມ່ນອຸທິດຂວດ) ໃຫ້ສັກສິດ ແລະ ກຳນົດໄວ້ສຳລັບການເຈີມ ແລະ ການໃຫ້ພອນຄົນເຈັບປ່ວຍ ແລະ ຜູ້ເປັນທຸກ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
18.13
ການປະຕິບັດຕໍ່ຄົນເຈັບປ່ວຍ
ການປະຕິບັດຕໍ່ຄົນເຈັບປ່ວຍ “ໂດຍການວາງມື” ມີສອງພາກສ່ວນ: ການເຈີມດ້ວຍນ້ຳມັນ ແລະ ການຜະນຶກການເຈີມດ້ວຍການໃຫ້ພອນ. ຖ້າຫາກບໍ່ມີນ້ຳມັນສັກສິດ, ກໍສາມາດມອບພອນໃຫ້ໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກປາດສະຈາກການເຈີມ.
18.13.1
ຜູ້ໃຫ້ພອນ
ພຽງແຕ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກທີ່ມີຄ່າຄວນເທົ່ານັ້ນ ສາມາດປະຕິບັດຕໍ່ຄົນເຈັບປ່ວຍ ຫລື ຜູ້ເປັນທຸກໄດ້. ເຂົາເຈົ້າບໍ່ຈຳເປັນຕ້ອງຂໍອະນຸມັດຈາກຜູ້ນຳຖານະປະໂລຫິດ. ຖ້າເປັນໄປໄດ້, ພໍ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຈະປະຕິບັດ ແລະ ໃຫ້ພອນແກ່ສະມາຊິກທີ່ເຈັບປ່ວຍໃນຄອບຄົວຂອງຕົນ.
ຕາມປົກກະຕິແລ້ວ, ຈະມີຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສອງຄົນ ຫລື ຫລາຍກວ່ານັ້ນປະຕິບັດຕໍ່ຄົນເຈັບປ່ວຍ. ເຖິງຢ່າງໃດກໍຕາມ, ຄົນດຽວກໍສາມາດເຮັດທັງການເຈີມ ແລະ ການຜະນຶກໄດ້.
18.13.2
ຄຳແນະນຳ
ການເຈີມດ້ວຍນ້ຳມັນຖືກກະທຳໂດຍຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກຄົນໜຶ່ງ. ເພິ່ນ:
-
ຢອດນ້ຳມັນສັກສິດລົງເທິງຫົວຂອງບຸກຄົນ.
-
ວາງມືຂອງເພິ່ນໃສ່ເທິງຫົວຂອງບຸກຄົນຢ່າງເບົາໆ ແລະ ເອີ້ນຊື່ເຕັມຂອງບຸກຄົນ.
-
ກ່າວວ່າເພິ່ນກະທຳໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
-
ກ່າວວ່າເພິ່ນກຳລັງເຈີມດ້ວຍນ້ຳມັນທີ່ໄດ້ອຸທິດໃຫ້ສັກສິດແລ້ວສຳລັບການເຈີມ ແລະ ການໃຫ້ພອນຄົນເຈັບປ່ວຍ ແລະ ຜູ້ເປັນທຸກ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
ເພື່ອຜະນຶກການເຈີມ, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ໜຶ່ງຄົນ ຫລື ຫລາຍກວ່ານັ້ນ ວາງມືຂອງເຂົາເຈົ້າໃສ່ເທິງຫົວຂອງບຸກຄົນຢ່າງເບົາໆ. ແລ້ວຜູ້ຜະນຶກການເຈີມ:
-
ເອີ້ນຊື່ເຕັມຂອງບຸກຄົນ.
-
ກ່າວວ່າເພິ່ນກຳລັງຜະນຶກການເຈີມໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
-
ໃຫ້ພອນຕາມທີ່ພຣະວິນຍານຊົງນຳ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
18.14
ພອນແຫ່ງການປອບໂຍນ ແລະ ຄຳແນະນຳ, ລວມທັງພອນຂອງພໍ່
18.14.1
ຜູ້ໃຫ້ພອນ
ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສາມາດໃຫ້ພອນແຫ່ງການປອບໂຍນ ແລະ ຄຳແນະນຳແກ່ສະມາຊິກໃນຄອບຄົວ ແລະ ຄົນອື່ນໆທີ່ຮຽກຮ້ອງມາ.
ພໍ່ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກສາມາດໃຫ້ພອນຂອງພໍ່ແກ່ລູກຂອງຕົນໄດ້. ພໍ່ແມ່ຊຸກຍູ້ລູກໆຂອງຕົນໃຫ້ຂໍພອນຂອງພໍ່ໃນເວລາທີ່ຕ້ອງການ. ພອນຂອງພໍ່ສາມາດຖືກອັດສຽງໄວ້ສຳລັບການໃຊ້ສ່ວນຕົວ.
ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກບໍ່ຈຳເປັນຕ້ອງຂໍອະນຸມັດຈາກຜູ້ນຳຖານະປະໂລຫິດ ເພື່ອໃຫ້ພອນແຫ່ງການປອບໂຍນ ແລະ ຄຳແນະນຳ ຫລື ພອນຂອງພໍ່.
18.14.2
ຄຳແນະນຳ
ເພື່ອໃຫ້ພອນແຫ່ງການປອບໂຍນ ແລະ ຄຳແນະນຳ ຫລື ພອນຂອງພໍ່, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ໜຶ່ງຄົນ ຫລື ຫລາຍກວ່ານັ້ນ ຈະວາງມືໃສ່ເທິງຫົວຂອງບຸກຄົນຢ່າງເບົາໆ. ແລ້ວຄົນໜຶ່ງທຳໜ້າທີ່ກ່າວອອກສຽງ:
-
ເອີ້ນຊື່ເຕັມຂອງບຸກຄົນ.
-
ກ່າວວ່າການໃຫ້ພອນຖືກກະທຳໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
-
ກ່າວຄຳໃຫ້ພອນ, ຄຳປອບໂຍນ, ແລະ ຄຳແນະນຳຕາມທີ່ພຣະວິນຍານຊົງນຳ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
18.15
ການອຸທິດບ້ານເຮືອນ
ສະມາຊິກຂອງສາດສະໜາຈັກສາມາດອຸທິດບ້ານເຮືອນຂອງເຂົາເຈົ້າໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
18.15.2
ຄຳແນະນຳ
ເພື່ອອຸທິດບ້ານເຮືອນ, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ:
-
ເອີ່ຍພຣະນາມພຣະບິດາເທິງສະຫວັນໃນຄຳອະທິຖານ.
-
ກ່າວວ່າເພິ່ນກະທຳໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
-
ອຸທິດບ້ານເຮືອນໃຫ້ເປັນສະຖານທີ່ສັກສິດ ບ່ອນທີ່ພຣະວິນຍານສັກສິດສາມາດສະຖິດຢູ່ ແລະ ກ່າວຄຳອື່ນໆຕາມທີ່ພຣະວິນຍານຊົງນຳ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
18.16
ການອຸທິດຫລຸມຝັງສົບ
18.16.1
ຜູ້ອຸທິດຫລຸມຝັງສົບ
ບຸກຄົນທີ່ອຸທິດຫລຸມຝັງສົບຕ້ອງດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ແລະ ໄດ້ຮັບອະນຸຍາດຈາກຜູ້ນຳຖານະປະໂລຫິດທີ່ດຳເນີນພິທີ.
18.16.2
ຄຳແນະນຳ
ເພື່ອອຸທິດຫລຸມຝັງສົບ, ຜູ້ດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ:
-
ເອີ່ຍພຣະນາມພຣະບິດາເທິງສະຫວັນໃນຄຳອະທິຖານ.
-
ກ່າວວ່າເພິ່ນກະທຳໂດຍສິດອຳນາດຂອງຖານະປະໂລຫິດແຫ່ງເມນຄີເສເດັກ.
-
ອຸທິດ ແລະ ອຸທິດຖວາຍບ່ອນຝັງສົບໃຫ້ເປັນສະຖານທີ່ພັກຮ່າງກາຍຂອງຜູ້ເສຍຊີວິດ.
-
ອະທິຖານວ່າສະຖານທີ່ນັ້ນຈະສັກສິດ ແລະ ຖືກປົກປ້ອງຈົນເຖິງການຟື້ນຄືນຊີວິດ (ຖ້າຫາກເຫັນວ່າສົມຄວນ).
-
ທູນຂໍໃຫ້ພຣະບິດາເທິງສະຫວັນປອບໂຍນຄອບຄົວ ແລະ ສະແດງຄວາມຄິດຕາມພຣະວິນຍານຊົງນຳ.
-
ປິດໃນພຣະນາມຂອງພຣະເຢຊູຄຣິດ.
ຖ້າຫາກເປັນການເຜົາສົບສະມາຊິກຂອງສາດສະໜາຈັກ, ຜູ້ນຳຄວບຄຸມຈະພິຈາລະນາວ່າ ຄວນອຸທິດບ່ອນໄວ້ກະດູກຫລືບໍ່.
18.17
ປິຕຸພອນ
ສະມາຊິກທຸກຄົນທີ່ໄດ້ຮັບບັບຕິສະມາແລ້ວ ແລະ ມີຄ່າຄວນສາມາດຮັບປິຕຸພອນໄດ້, ຊຶ່ງເປັນການຊີ້ນຳທີ່ດົນໃຈຈາກພຣະບິດາເທິງສະຫວັນ (ເບິ່ງ ປະຖົມມະການ 48:14–16; 49; 2 ນີໄຟ 4:3–11).
ອະທິການ ຫລື ທີ່ປຶກສາຄົນໜຶ່ງທີ່ຖືກມອບໝາຍ ສຳພາດສະມາຊິກຜູ້ທີ່ປາດຖະໜາທີ່ຈະຮັບເອົາປິຕຸພອນ. ຖ້າຫາກສະມາຊິກມີຄ່າຄວນ, ຜູ້ສຳພາດຈະກຽມໃບຮັບຮອງປິຕຸພອນ. ເພິ່ນສົ່ງມັນໄປຜ່ານທາງ ລະບົບປິຕຸພອນ ທີ່ ChurchofJesusChrist.org.
ຜູ້ທີ່ອອກໃບຮັບຮອງປິຕຸພອນຕ້ອງແນ່ໃຈວ່າ ສະມາຊິກມີວຸດທິພາວະພໍທີ່ຈະເຂົ້າໃຈຄວາມສຳຄັນ ແລະ ລັກສະນະອັນສັກສິດຂອງພອນ.
18.17.1
ການຮັບເອົາປິຕຸພອນ
ຫລັງຈາກໄດ້ຮັບໃບຮັບຮອງແລ້ວ, ສະມາຊິກຈະຕິດຕໍ່ຫາປິຕຸເພື່ອນັດໝາຍເວລາທີ່ຈະໄປຮັບເອົາປິຕຸພອນ. ໃນມື້ນັດໝາຍ, ສະມາຊິກຄວນໄປຫາປິຕຸດ້ວຍທັດສະນະຄະຕິທີ່ຮ່ວມດ້ວຍການອະທິຖານ ແລະ ແຕ່ງກາຍໃນຊຸດວັນອາທິດ.
ປິຕຸພອນທຸກໃບແມ່ນສັກສິດ, ເປັນຄວາມລັບ, ແລະ ເປັນສ່ວນຕົວ. ດັ່ງນັ້ນ, ປິຕຸພອນຈຶ່ງຖືກມອບໃຫ້ເປັນສ່ວນຕົວ ຍົກເວັ້ນແຕ່ຄອບຄົວຂອງສະມາຊິກຈຳນວນທີ່ຈຳກັດຢາກຢູ່ນຳ.
ບຸກຄົນທີ່ຮັບເອົາປິຕຸພອນ ຄວນທະນຸຖະໜອມຖ້ອຍຄຳ, ໄຕ່ຕອງກ່ຽວກັບມັນ, ແລະ ດຳລົງຊີວິດຢ່າງມີຄ່າຄວນສຳລັບພອນທີ່ສັນຍາໄວ້ໃນຊີວິດນີ້ ແລະ ໃນນິລັນດອນ.
ສະມາຊິກຂອງສາດສະໜາຈັກບໍ່ຄວນປຽບທຽບປິຕຸພອນ ແລະ ບໍ່ຄວນບອກໃຜກ່ຽວກັບປິຕຸພອນ ຍົກເວັ້ນແຕ່ກັບສະມາຊິກໃນຄອບຄົວທີ່ສະໜິດສະໜົມກັນແທ້ໆ. ປິຕຸພອນບໍ່ຄວນຖືກອ່ານຢູ່ໃນການປະຊຸມຂອງສາດສະໜາຈັກ ຫລື ໃນການຊຸມນຸມສາທາລະນະອື່ນໆ.