ຄູ່​ມື ແລະ ການ​ເອີ້ນ
19. ດົນ​ຕີ


“19. ດົນ​ຕີ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“19. ດົນ​ຕີ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຜູ້​ຍິງ​ກັບ​ເດັກ​ນ້ອຍ​ກຳ​ລັງ​ຫລິ້ນ​ປີ​ອາ​ໂນ

19.

ດົນ​ຕີ

19.1

ຈຸດ​ປະ​ສົງ​ຂອງ​ດົນ​ຕີ​ໃນ​ສາດ​ສະ​ໜາ​ຈັກ

ເພງ​ສັກ​ສິດ​ເພີ່ມ​ພູນ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ມັນ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ສິດ​ສອນ​ຄຳ​ສອນ. ມັນ​ກໍ​ຍັງ​ສ້າງ​ຄວາມ​ຮູ້​ສຶກ​ທີ່​ຄາ​ລະ​ວະ, ສາ​ມັກ​ຄີ​ສະ​ມາ​ຊິກ, ແລະ ໃຫ້​ວິ​ທີ​ນະ​ມັດ​ສະ​ການ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ.

19.2

ດົນ​ຕີ​ໃນ​ບ້ານ​ເຮືອນ

ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊຸກ​ຍູ້​ບຸກ​ຄົນ ແລະ ຄອບ​ຄົວ​ໃຫ້​ໃຊ້​ເພງ​ເພື່ອ​ຍົກ​ລະ​ດັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ.

ເທັບ​ແຟມ​ສຽງ​ຂອງ​ສາດ​ສະ​ໜາ​ຈັກ​ມີ​ໃຫ້​ບໍ​ລິ​ການ​ຈາກ​ແຫລ່ງ​ຊ່ວຍ​ເຫລືອ​ດັ່ງ​ຕໍ່​ໄປ​ນີ້:

19.3

ເພງ​ໃນ​ການ​ປະ​ຊຸມ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ

19.3.1

ການ​ວາງ​ແຜນ​ເພງ​ສຳ​ລັບ​ການ​ປະ​ຊຸມ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ

ຜູ້​ປະ​ສານ​ງານ​ດ້ານ​ດົນ​ຕີ​ຫວອດ ແລະ ສະ​ເຕກ ເຮັດ​ວຽກ​ງານ​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ວາງ​ແຜນ​ເພງ​ສຳ​ລັບ​ພິ​ທີ​ນະ​ມັດ​ສະ​ການ. ເຂົາ​ເຈົ້າ​ເລືອກ​ເພງ​ທີ່​ຍົກ​ລະ​ດັບ​ວິນ​ຍານ​ຂອງ​ການ​ນະ​ມັດ​ສະ​ການ​ໃນ​ການ​ປະ​ຊຸມ.

19.3.2

ເພງ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ

ເພງ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ແມ່ນ​ລວມ​ທັງ​ການ​ຮ້ອງ​ເພງ​ສວດ​ໃນ​ບ່ອນ​ຊຸມ​ນຸມ ເພື່ອ​ເປີດ ແລະ ປິດ​ກອງ​ປະ​ຊຸມ ແລະ ກ່ອນ​ການ​ປະ​ຕິ​ບັດ​ສິນ​ລະ​ລຶກ. ເພງ​ສວດ​ສິນ​ລະ​ລຶກ​ຄວນ​ກ່າວ​ເຖິງ​ສິນ​ລະ​ລຶກ ຫລື ກ່າວ​ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຈະ​ມີ​ການ​ຫລິ້ນ​ເພງ​ກ່ອນ​ກອງ​ປະ​ຊຸມ​ຂະ​ນະ​ທີ່​ສະ​ມາ​ຊິກ​ມາ​ຮ່ວມ​ກັນ​ກ່ອນ​ກອງ​ປະ​ຊຸມ. ຫລັງ​ຈາກ​ການ​ອະ​ທິ​ຖານ​ປິດ, ຈະ​ມີ​ການ​ຫລິ້ນ​ເພງ​ຂະ​ນະ​ທີ່​ສະ​ມາ​ຊິກ​ອອກ​ຈາກ​ກອງ​ປະ​ຊຸມ.

ກອງ​ປະ​ຊຸມ​ສິນ​ລະ​ລຶກ​ກໍ​ສາ​ມາດ​ລວມ​ເພງ​ສວດ​ໃນ​ບ່ອນ​ຊຸມ​ນຸມ​ເພີ່ມ​ເຕີມ ເພື່ອ​ຮ້ອງ​ຂັ້ນ​ກອງ​ປະ​ຊຸມ​ໄດ້—ຍົກ​ຕົວ​ຢ່າງ, ຂັ້ນ​ການ​ກ່າວ​ປາ​ໄສ.

19.3.3

ເພງ​ໃນ​ຫ້ອງ​ຮຽນ ແລະ ການ​ປະ​ຊຸມ​ອື່ນໆ​ຂອງ​ຫວອດ

ຜູ້​ນຳ​ຊຸກ​ຍູ້​ຄູ​ສອນ​ໃຫ້​ໃຊ້​ເພງ​ສວດ ແລະ ເພງ​ສັກ​ສິດ​ອື່ນໆ​ເພື່ອ​ຍົກ​ລະ​ດັບ​ການ​ສິດ​ສອນ​ຂອງ​ເຂົາ​ເຈົ້າ.

19.3.6

ເຄື່ອງ​ດົນ​ຕີ

ຕາມ​ປົກ​ກະ​ຕິ​ແລ້ວ ເຄື່ອງ​ດົນ​ຕີ​ສົດ​ຈະ​ຖືກ​ໃຊ້​ສຳ​ລັບ​ການ​ຫລິ້ນ​ກ່ອນ ແລະ ຫລັງ​ຈາກ​ການ​ປະ​ຊຸມ ແລະ ສຳ​ລັບ​ເພງ​ສວດ​ໃນ​ການ​ປະ​ຊຸມ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ. ໃນ​ບ່ອນ​ທີ່​ມີ​ໃຫ້​ໃຊ້ ແລະ ໃນ​ບ່ອນ​ທີ່​ສະ​ມາ​ຊິກ​ສາ​ມາດ​ຫລິ້ນ​ດົນ​ຕີ, ອໍ​ແກນ ແລະ ປີ​ອາ​ໂນ​ຈະ​ເປັນ​ເຄື່ອງ​ດົນ​ຕີ​ມາດ​ຕະ​ຖານ. ຝ່າຍ​ອະ​ທິ​ການ​ອາດ​ອະ​ນຸ​ມັດ​ໃຫ້​ໃຊ້​ເຄື່ອງ​ດົນ​ຕີ​ອື່ນໆ​ເພື່ອ​ປະ​ກອບ​ການ​ຮ້ອງ​ເພງ​ໃນ​ບ່ອນ​ຊຸມ​ນຸມ, ສຳ​ລັບ​ກ່ອນ ແລະ ຫລັງ​ຈາກ​ກອງ​ປະ​ຊຸມ, ແລະ ໃຊ້​ກັບ​ການ​ຮ້ອງ​ເພງ​ພິ​ເສດ​ອື່ນໆ.

ຖ້າ​ຫາກ​ບໍ່​ມີ​ປີ​ອາ​ໂນ, ອໍ​ແກນ, ຫລື ຜູ້​ຫລິ້ນ, ກໍ​ສາ​ມາດ​ໃຊ້​ເທັບ​ແຟມ​ສຽງ​ໄດ້ (ເບິ່ງ 19.2).

19.3.7

ກຸ່ມ​ນັກ​ຮ້ອງ​ປະ​ສານ​ສຽງ

19.3.7.1

ກຸ່ມ​ນັກ​ຮ້ອງ​ປະ​ສານ​ສຽງ​ຫວອດ

ບ່ອນ​ທີ່​ມີ​ສະ​ມາ​ຊິກ​ພຽງ​ພໍ, ຫວອດ​ອາດ​ຈັດ​ຕັ້ງ​ກຸ່ມ​ນັກ​ຮ້ອງ​ປະ​ສານ​ສຽງ​ຂຶ້ນ ທີ່​ຮ້ອງ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ເປັນ​ປະ​ຈຳ.

ນອກ​ເໜືອ​ໄປ​ຈາກ​ກຸ່ມ​ນັກ​ຮ້ອງ​ປະ​ສານ​ສຽງ​ຫວອດ​ແລ້ວ, ຄອບ​ຄົວ ແລະ ກຸ່ມ​ຜູ້​ຍິງ, ຜູ້​ຊາຍ, ຫລື ເດັກ​ນ້ອຍ ກໍ​ສາ​ມາດ​ຖືກ​ເຊື້ອ​ເຊີນ​ໃຫ້​ຮ້ອງ​ເພງ​ໃນ​ການ​ປະ​ຊຸມ​ຕ່າງໆ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້.

19.4

ການ​ເປັນ​ຜູ້​ນຳ​ດົນ​ຕີ​ໃນ​ຫວອດ

19.4.1

ຝ່າຍ​ອະ​ທິ​ການ

ອະ​ທິ​ການ​ຮັບ​ຜິດ​ຊອບ​ຕໍ່​ດົນ​ຕີ​ຫວອດ. ເພິ່ນ​ອາດ​ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ.

19.4.2

ຜູ້​ປະ​ສານ​ງານ​ດ້ານ​ດົນ​ຕີ​ຫວອດ

ຜູ້​ປະ​ສານ​ງານ​ດ້ານ​ດົນ​ຕີ​ຫວອດ​ຮັບ​ໃຊ້​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຝ່າຍ​ອະ​ທິ​ການ. ລາວ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດັ່ງ​ຕໍ່​ໄປ​ນີ້:

  • ເປັນ​ແຫລ່ງ​ຊ່ວຍ​ເຫລືອ​ຝ່າຍ​ອະ​ທິ​ການ ແລະ ຜູ້​ນຳ​ໃນ​ຫວອດ​ຄົນ​ອື່ນ ໃນ​ເລື່ອງ​ດົນ​ຕີ.

  • ເຮັດ​ວຽກ​ງານ​ກັບ​ຝ່າຍ​ອະ​ທິ​ການ​ເພື່ອ​ວາງ​ແຜນ​ເພງ​ສຳ​ລັບ​ກອງ​ປະ​ຊຸມ​ສິນ​ລະ​ລຶກ (ເບິ່ງ 19.3.1 ແລະ 19.3.2).

  • ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ຝ່າຍ​ອະ​ທິ​ການ, ຈະ​ແນະ​ນຳ​ຊື່​ສະ​ມາ​ຊິກ​ໃຫ້​ຮັບ​ໃຊ້​ໃນ​ການ​ເອີ້ນ​ດ້ານ​ດົນ​ຕີ​ຫວອດ. ປະ​ຖົມ​ນິ​ເທດ​ຜູ້​ທີ່​ຮັບ​ໃຊ້​ໃນ​ການ​ເອີ້ນ​ເຫລົ່າ​ນີ້, ໃຫ້​ການ​ສະ​ໜັບ​ສະ​ໜູນ, ຄຳ​ແນະ​ນຳ, ແລະ ຝຶກ​ອົບ​ຮົມ​ເມື່ອ​ຈຳ​ເປັນ.

19.4.3

ການ​ເອີ້ນ​ເພີ່ມ​ເຕີມ

ຝ່າຍ​ອະ​ທິ​ການ​ອາດ​ເອີ້ນ​ສະ​ມາ​ຊິກ​ເພື່ອ​ຮັບ​ໃຊ້​ໃນ​ການ​ເອີ້ນ​ດັ່ງ​ຕໍ່​ໄປ​ນີ້.

19.4.3.1

ຜູ້​ນຳ​ດົນ​ຕີ​ຫວອດ

ຜູ້​ນຳ​ດົນ​ຕີ​ນຳ​ພາ​ເພງ​ສວດ​ໃນ​ບ່ອນ​ຊຸມ​ນຸມ​ສຳ​ລັບ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ໃນ​ການ​ປະ​ຊຸມ​ອື່ນໆ​ຂອງ​ຫວອດ​ເມື່ອ​ຖືກ​ຂໍ​ຮ້ອງ.

19.4.3.2

ຜູ້​ຫລິ້ນ​ດົນ​ຕີ​ຫວອດ

ຜູ້​ຫລິ້ນ​ດົນ​ຕີ​ຫວອດ​ຫລິ້ນ​ເພງ ກ່ອນ ແລະ ຫລັງ​ຈາກ​ກອງ​ປະ​ຊຸມ ແລະ ຫລິ້ນ​ເພງ​ສວດ​ລະ​ຫວ່າງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ຫລິ້ນ​ເພງ​ໃນ​ການ​ປະ​ຊຸມ​ອື່ນໆ​ຂອງ​ຫວອດ​ເມື່ອ​ຖືກ​ຂໍ​ຮ້ອງ.

19.7

ນະ​ໂຍ​ບາຍ ແລະ ແນວ​ທາງ​ຊີ້​ນຳ​ເພີ່ມ​ເຕີມ

19.7.2

ການ​ໃຊ້​ເຄື່ອງ​ດົນ​ຕີ​ໃນ​ອາ​ຄານ​ປະ​ຊຸມ​ສຳ​ລັບ​ການ​ຝຶກ​ຊ້ອມ, ການ​ສອນ​ສ່ວນ​ຕົວ, ແລະ ການ​ສະ​ແດງ​ດົນ​ຕີ

ເມື່ອ​ບໍ່​ມີ​ທາງ​ເລືອກ​ທີ່​ເໝາະ​ສົມ, ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ອາດ​ອະ​ນຸ​ຍາດ​ໃຫ້​ໃຊ້​ປີ​ອາ​ໂນ ແລະ ອໍ​ແກນ​ໃນ​ອາ​ຄານ​ປະ​ຊຸມ​ເພື່ອ​ການ​ຝຶກ​ຊ້ອມ, ການ​ຈ້າງ​ສອນ​ສ່ວນ​ຕົວ, ແລະ ການ​ສະ​ແດງ​ດົນ​ຕີ​ທີ່​ກ່ຽວ​ຂ້ອງ​ກັບ​ສະ​ມາ​ຊິກ​ຂອງ​ໜ່ວຍ​ທີ່​ໃຊ້​ອາ​ຄານ​ປະ​ຊຸມ.

ພິມ