“20. ກິດຈະກຳ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“20. ກິດຈະກຳ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
20.
ກິດຈະກຳ
20.1
ຈຸດປະສົງ
ກິດຈະກຳຂອງສາດສະໜາຈັກນຳສະມາຊິກຂອງສາດສະໜາຈັກ ແລະ ຄົນອື່ນໆໃຫ້ມາລວມກັນເປັນ “ພົນລະເມືອງອັນດຽວກັນກັບພວກໄພ່ພົນຂອງພຣະເຈົ້າ” (ເອເຟໂຊ 2:19). ຈຸດປະສົງສຳລັບກິດຈະກຳອາດລວມທັງດັ່ງຕໍ່ໄປນີ້:
-
ສ້າງສັດທາໃນພຣະເຢຊູຄຣິດ.
-
ໃຫ້ຄວາມສະໜຸກສະໜານ ແລະ ເສີມສ້າງຄວາມເປັນໜຶ່ງ.
-
ໃຫ້ໂອກາດແຕ່ລະຄົນໄດ້ເຕີບໂຕ.
-
ເພີ່ມຄວາມເຂັ້ມແຂງໃຫ້ແກ່ບຸກຄົນ ແລະ ຄອບຄົວ.
-
ຊ່ວຍໃຫ້ສະມາຊິກມີສ່ວນຮ່ວມໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງ (ເບິ່ງ 1.2).
20.2
ການວາງແຜນກິດຈະກຳ
ກ່ອນການວາງແຜນກິດຈະກຳ, ຜູ້ນຳພິຈາລະນາຄວາມຕ້ອງການທາງວິນຍານ ແລະ ທາງໂລກຂອງສະມາຊິກ. ຜູ້ນຳສະແຫວງຫາການຊີ້ນຳຈາກພຣະວິນຍານ ເມື່ອຕັດສິນໃຈວ່າ ກິດຈະກຳແບບໃດຈະຊ່ວຍຕອບສະໜອງຄວາມຕ້ອງການເຫລົ່ານັ້ນ.
20.2.1
ໜ້າທີ່ຮັບຜິດຊອບສຳລັບການວາງແຜນກິດຈະກຳ
ກິດຈະກຳຫວອດສາມາດຖືກວາງແຜນໃນວິທີໃດໜຶ່ງດັ່ງຕໍ່ໄປນີ້, ອີງຕາມຄວາມຕ້ອງການໃນທ້ອງຖິ່ນ:
-
ສະພາຫວອດສາມາດດູແລການວາງແຜນ.
-
ສະພາຫວອດສາມາດມອບໝາຍອົງການໃດໜຶ່ງໂດຍສະເພາະ ເພື່ອຊ່ວຍວາງແຜນກິດຈະກຳຢ່າງໜຶ່ງ ຫລື ຫລາຍກວ່ານັ້ນ.
-
ເມື່ອຈຳເປັນ ແລະ ໃນບ່ອນທີ່ມີສະມາຊິກພຽງພໍ, ຝ່າຍອະທິການອາດຈັດຕັ້ງຄະນະກຳມະການກິດຈະກຳຫວອດຂຶ້ນ.
ສຳລັບຂໍ້ມູນກ່ຽວກັບການວາງແຜນກິດຈະກຳຊາວໜຸ່ມຫວອດ, ໃຫ້ເບິ່ງ 10.2.1.3 ແລະ 11.2.1.3.
20.2.2
ການເຊື້ອເຊີນໃຫ້ທຸກຄົນມີສ່ວນຮ່ວມ
ຄົນທີ່ວາງແຜນກິດຈະກຳຄວນເອື້ອມອອກໄປຫາທຸກຄົນ, ໂດຍສະເພາະສະມາຊິກໃໝ່, ສະມາຊິກທີ່ບໍ່ເຂັ້ມແຂງ, ຊາວໜຸ່ມ, ຜູ້ໃຫຍ່ໂສດ, ຜູ້ຄົນພິການ, ແລະ ຜູ້ຄົນທີ່ນັບຖືສາດສະໜາອື່ນ.
ກິດຈະກຳບໍ່ຄວນສ້າງພາລະໃຫ້ກັບຜູ້ນຳ ແລະ ສະມາຊິກຫລາຍເກີນໄປ.
20.2.3
ມາດຕະຖານ
ກິດຈະກຳຂອງສາດສະໜາຈັກຄວນຍົກລະດັບ ແລະ ເນັ້ນສິ່ງທີ່ເປັນ “ຄຸນນະທຳ, ງົດງາມ, ຫລື ຈາກການລາຍງານດີ ຫລື ຄວນສັນລະເສີນ” (ຫລັກແຫ່ງຄວາມເຊື່ອ 1:13). ກິດຈະກຳຈະບໍ່ມີສິ່ງໃດຂັດກັບຄຳສອນຂອງສາດສະໜາຈັກ.
20.2.6
ເງິນທຶນສຳລັບກິດຈະກຳ
ກິດຈະກຳສ່ວນໃຫຍ່ຄວນລຽບງ່າຍ ແລະ ມີຄ່າໃຊ້ຈ່າຍເລັກນ້ອຍ ຫລື ບໍ່ມີເລີຍ. ຄ່າໃຊ້ຈ່າຍໃດໆຕ້ອງໄດ້ຮັບການອະນຸມັດລ່ວງໜ້າຈາກຝ່າຍອະທິການ ຫລື ຝ່າຍປະທານສະເຕກກ່ອນ.
ຕາມປົກກະຕິແລ້ວ ສະມາຊິກບໍ່ຄວນຈ່າຍຄ່າເຂົ້າຮ່ວມກິດຈະກຳ. ສຳລັບນະໂຍບາຍ ແລະ ແນວທາງຊີ້ນຳເລື່ອງເງິນທຶນກິດຈະກຳ, ໃຫ້ເບິ່ງ 20.6.
20.4
ກອງປະຊຸມຊາວໜຸ່ມ
ເລີ່ມຕົ້ນໃນເດືອນມັງກອນຂອງປີທີ່ພວກເຂົາມີອາຍຸຄົບ 14 ປີ, ຊາຍໜຸ່ມ ແລະ ຍິງໜຸ່ມຖືກເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸມຊາວໜຸ່ມນຳກັນ. ຕາມປົກກະຕິແລ້ວ ກອງປະຊຸມຊາວໜຸ່ມຖືກຈັດຂຶ້ນປີລະຄັ້ງ ໃນລະດັບຫວອດ ຫລື ສະເຕກ. ມັນອາດຖືກຈັດຂຶ້ນໃນລະດັບລວມສະເຕກ ຫລື ລະດັບເຂດເຊັ່ນກັນ. ໃນປີທີ່ຊາວໜຸ່ມຖືກມອບໝາຍໃຫ້ໄປຮ່ວມກອງປະຊຸມ FSY, ສະເຕກ ແລະ ຫວອດບໍ່ຄວນຈັດກອງປະຊຸມຊາວໜຸ່ມ.
ກອງປະຊຸມຊາວໜຸ່ມຫວອດຖືກວາງແຜນ ແລະ ຈັດຂຶ້ນໂດຍສະພາຊາວໜຸ່ມຫວອດ, ພາຍໃຕ້ການຊີ້ນຳຂອງຝ່າຍອະທິການ (ເບິ່ງ 29.2.6). ຝ່າຍອະທິການຕ້ອງໄດ້ຮັບການອະນຸມັດຈາກຝ່າຍປະທານສະເຕກສຳລັບການວາງແຜນກອງປະຊຸມຊາວໜຸ່ມຫວອດ.
ຂະນະທີ່ຜູ້ນຳ ແລະ ຊາວໜຸ່ມວາງແຜນກອງປະຊຸມຊາວໜຸ່ມ, ເຂົາເຈົ້າປະຕິບັດຕາມນະໂຍບາຍຢູ່ໃນບົດນີ້ ແລະ ເຮັດຕາມແນວທາງຊີ້ນຳດັ່ງຕໍ່ໄປນີ້:
-
ຫົວຂໍ້ປະຈຳປີຂອງຊາວໜຸ່ມຂອງສາດສະໜາຈັກສາມາດຖືກນຳໃຊ້ໃນຫົວຂໍ້ກອງປະຊຸມໄດ້.
-
ວາງແຜນກິດຈະກຳທີ່ກ່ຽວຂ້ອງກັບຫົວຂໍ້.
-
ຮັບການອະນຸມັດຈາກຝ່າຍອະທິການ ຫລື ຝ່າຍປະທານສະເຕກສຳລັບຜູ້ກ່າວປາໄສທຸກຄົນ ແລະ ກິດຈະກຳທຸກຢ່າງ.
-
ຕ້ອງແນ່ໃຈວ່າການດູແລຈາກຜູ້ໃຫຍ່ມີພຽງພໍຕະຫລອດເວລາ (ເບິ່ງ 20.7.1).
20.5
ນະໂຍບາຍ ແລະ ແນວທາງຊີ້ນຳສຳລັບການເລືອກ ແລະ ການວາງແຜນກິດຈະກຳ
20.5.1
ກິດຈະກຳການຄ້າ ຫລື ການເມືອງ
ກິດຈະກຳໃດໆທີ່ກ່ຽວກັບການຄ້າ ຫລື ການເມືອງບໍ່ຖືກອະນຸຍາດໃຫ້ຈັດຂຶ້ນ (ເບິ່ງ 35.5.2).
20.5.2
ການເຕັ້ນລຳ ແລະ ດົນຕີ
ໃນການເຕັ້ນລຳທຸກຄັ້ງ, ເສື້ອຜ້າ, ການແຕ່ງຕົວ, ແສງໄຟ, ທ່າເຕັ້ນ, ເນື້ອເພງ, ແລະ ດົນຕີ ຄວນຊ່ວຍສ້າງບັນຍາກາດທີ່ພຣະວິນຍານຂອງພຣະຜູ້ເປັນເຈົ້າສາມາດສະຖິດຢູ່ນຳ.
20.5.3
ຄືນວັນຈັນ
ສະມາຊິກຖືກສະໜັບສະໜູນໃຫ້ຈັດກິດຈະກຳຄອບຄົວໃນວັນຈັນ ຫລື ໃນເວລາອື່ນ. ຈະບໍ່ຈັດກິດຈະກຳຂອງສາດສະໜາຈັກ, ການປະຊຸມ, ຫລື ພິທີບັບຕິສະມາຫລັງຈາກ 6:00 ໂມງແລງ ໃນວັນຈັນ.
20.5.5
ກິດຈະກຳຄ້າງຄືນ
ກິດຈະກຳຄ້າງຄືນຂອງສາດສະໜາຈັກແບບລວມກຸ່ມຊາຍໜຸ່ມ ແລະ ຍິງໜຸ່ມ ຈະຕ້ອງໄດ້ຮັບການອະນຸມັດຈາກອະທິການ ແລະ ປະທານສະເຕກເສຍກ່ອນ. ເຊັ່ນດຽວກັນສຳລັບກິດຈະກຳສະມາຊິກຊາຍ ແລະ ຍິງໂສດ.
ກິດຈະກຳຄ້າງຄືນທີ່ຕຶກໂບດຂອງສາດສະໜາຈັກ ຫລື ໃນບໍລິເວນຕຶກໂບດບໍ່ຖືກອະນຸມັດໃຫ້ຈັດຂຶ້ນ.
20.5.8
ການຮັກສາວັນຊະບາໂຕໃຫ້ສັກສິດ
ຄ້າຍສາດສະໜາຈັກ, ການຫລິ້ນກິລາ, ຫລື ກິດຈະກຳພັກຜ່ອນ ບໍ່ຄວນຖືກຈັດຂຶ້ນໃນວັນອາທິດ. ທັງບໍ່ຄວນໃຫ້ກຸ່ມຊາວໜຸ່ມ ແລະ ຄົນອື່ນໆເດີນທາງໄປ ຫລື ກັບຈາກຄ້າຍ ຫລື ກອງປະຊຸມຊາວໜຸ່ມ ໃນວັນອາທິດ.
20.5.10
ການໄປພຣະວິຫານ
ການໄປພຣະວິຫານຖືກຈັດຂຶ້ນໃນລະດັບຫວອດ ຫລື ສະເຕກ ໃນເຂດພຣະວິຫານທີ່ກຳນົດໄວ້ໃຫ້.
20.6
ນະໂຍບາຍ ແລະ ແນວທາງຊີ້ນຳສຳລັບເງິນທຶນກິດຈະກຳ
20.6.1
ກິດຈະກຳທີ່ໃຊ້ຈ່າຍດ້ວຍເງິນທຶນງົບປະມານຂອງຫວອດ ຫລື ສະເຕກ
ເງິນທຶນງົບປະມານຂອງຫວອດ ຫລື ສະເຕກ ຄວນຖືກໃຊ້ເພື່ອຈ່າຍສຳລັບກິດຈະກຳທັງໝົດ—ໂດຍມີຂໍ້ຍົກເວັ້ນທີ່ລະບຸໄວ້ໃນ 20.6.2.
20.6.2
ເງິນທຶນສຳລັບຄ້າຍຊາວໜຸ່ມ
ຖ້າຫາກງົບປະມານຂອງຫວອດ ຫລື ສະເຕກບໍ່ມີເງິນທຶນພໍສຳລັບຈ່າຍຄ່າກິດຈະກຳຂ້າງລຸ່ມ, ຜູ້ນຳຈະຂໍໃຫ້ຜູ້ເຂົ້າຮ່ວມຈ່າຍບາງພາກສ່ວນ ຫລື ທັງໝົດ:
-
ຄ້າຍຖານະປະໂລຫິດແຫ່ງອາໂຣນເພີ່ມພິເສດປະຈຳປີ ຫລື ກິດຈະກຳທີ່ຄ້າຍຄືກັນໜຶ່ງຄັ້ງ.
-
ຄ້າຍຍິງໜຸ່ມເພີ່ມພິເສດປະຈຳປີ ຫລື ກິດຈະກຳທີ່ຄ້າຍຄືກັນໜຶ່ງຄັ້ງ.
-
ຄ້າຍປະຈຳປີ ຫລື ກິດຈະກຳທີ່ຄ້າຍຄືກັນໜຶ່ງຄັ້ງສຳລັບເດັກນ້ອຍຊັ້ນປະຖົມໄວ ອາຍຸ 8 ປີ ຫາ 11 ປີ.
ຄ່າໃຊ້ຈ່າຍ ຫລື ຄ່າເດີນທາງສຳລັບຄ້າຍປະຈຳປີບໍ່ຄວນຫລາຍເກີນໄປ. ການຂາດເງິນທຶນສ່ວນຕົວບໍ່ຄວນກີດກັນສະມາຊິກຈາກການເຂົ້າຮ່ວມ.
20.6.3
ເງິນທຶນສຳລັບກອງປະຊຸມ FSY
ຊາວໜຸ່ມອາດຖືກຂໍໃຫ້ຈ່າຍຄ່າເຂົ້າຮ່ວມກອງປະຊຸມ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ (FSY). ຖ້າຫາກຄ່າກອງປະຊຸມກີດກັນຊາວໜຸ່ມຈາກການເຂົ້າຮ່ວມ, ອະທິການຈະໃຊ້ເງິນທຶນງົບປະມານຂອງຫວອດ ເພື່ອຈ່າຍໃຫ້ທັງໝົດ ຫລື ສ່ວນໜຶ່ງ. ເບິ່ງ FSY.ChurchofJesusChrist.org.
20.6.5
ງານລະດົມທຶນ
ຕາມປົກກະຕິແລ້ວ ຄ່າໃຊ້ຈ່າຍສຳລັບກິດຈະກຳສະເຕກ ແລະ ຫວອດຈະຈ່າຍດ້ວຍເງິນທຶນງົບປະມານ. ເຖິງຢ່າງໃດກໍຕາມ, ປະທານສະເຕກ ຫລື ອະທິການອາດອະນຸຍາດໃຫ້ຈັດງານລະດົມທຶນປີລະຄັ້ງ ເພື່ອຈຸດປະສົງຕໍ່ໄປນີ້ເທົ່ານັ້ນ:
-
ເພື່ອຊ່ວຍຈ່າຍຄ່າກິດຈະກຳທີ່ລະບຸໄວ້ໃນ 20.6.2.
-
ເພື່ອຊ່ວຍຊື້ອຸປະກອນທີ່ໜ່ວຍຕ້ອງການສຳລັບຄ້າຍປະຈຳປີ.
20.7
ນະໂຍບາຍ ແລະ ແນວທາງຊີ້ນຳຄວາມປອດໄພສຳລັບກິດຈະກຳ
20.7.1
ການດູແລຈາກຜູ້ໃຫຍ່
ຕ້ອງມີຜູ້ໃຫຍ່ຢ່າງໜ້ອຍສອງຄົນຢູ່ໃນກິດຈະກຳທັງໝົດຂອງສາດສະໜາຈັກ ທີ່ເດັກນ້ອຍ ແລະ ຊາວໜຸ່ມເຂົ້າຮ່ວມ. ອາດຕ້ອງມີຜູ້ໃຫຍ່ເພີ່ມ ຕາມຂະໜາດຂອງກຸ່ມ, ທັກສະທີ່ຕ້ອງໃຊ້ສຳລັບກິດຈະກຳ, ຫລື ປັດໃຈອື່ນໆ. ພໍ່ແມ່ຖືກຊຸກຍູ້ໃຫ້ຊ່ວຍເຫລືອ.
ທຸກຄົນທີ່ເຮັດວຽກກັບເດັກນ້ອຍ ແລະ ຊາວໜຸ່ມຄວນຜ່ານການຝຶກອົບຮົມເລື່ອງການປົກປ້ອງເດັກ ແລະ ຊາວໜຸ່ມ. ເບິ່ງ ProtectingChildren.ChurchofJesusChrist.org.
20.7.2
ຂໍ້ກຳນົດອາຍຸສຳລັບຜູ້ເຂົ້າຮ່ວມກິດຈະກຳຊາວໜຸ່ມ
ດ້ວຍການອະນຸຍາດຈາກພໍ່ແມ່ຂອງພວກເຂົາ, ຊາວໜຸ່ມສາມາດເຂົ້າຮ່ວມຄ້າຍຄ້າງຄືນ ເລີ່ມຕົ້ນໃນເດືອນມັງກອນຂອງປີທີ່ພວກເຂົາມີອາຍຸຄົບ 12 ປີ. ພວກເຂົາສາມາດເຂົ້າຮ່ວມການເຕັ້ນລຳ, ກອງປະຊຸມຊາວໜຸ່ມ, ແລະ ກອງປະຊຸມ FSY ເລີ່ມຕົ້ນໃນເດືອນມັງກອນຂອງປີທີ່ພວກເຂົາມີອາຍຸຄົບ 14 ປີ.
20.7.4
ການອະນຸຍາດຈາກພໍ່ແມ່
ເດັກນ້ອຍ ແລະ ຊາວໜຸ່ມບໍ່ຄວນເຂົ້າຮ່ວມກິດຈະກຳຂອງສາດສະໜາຈັກປາດສະຈາກການອະນຸຍາດຈາກພໍ່ແມ່ ຫລື ຜູ້ປົກຄອງຂອງພວກເຂົາ. ສຳລັບກິດຈະກຳຂອງສາດສະໜາຈັກທີ່ລວມທັງການນອນຄ້າງຄືນ, ການເດີນທາງໄກ, ຫລື ມີຄວາມສ່ຽງສູງກວ່າປົກກະຕິ, ຕ້ອງໄດ້ຮັບການຍິນຍອມເປັນລາຍລັກອັກສອນທີ່ຈຳເປັນ.
ພໍ່ແມ່ ແລະ ຜູ້ປົກຄອງໃຫ້ການຍິນຍອມນີ້ໂດຍການເຊັນຊື່ໃນ Permission and Medical Release form.
20.7.5
ລາຍງານການຂົ່ມເຫັງ
ການຂົ່ມເຫັງໃດໆທີ່ເກີດຂຶ້ນລະຫວ່າງກິດຈະກຳຂອງສາດສະໜາຈັກຄວນລາຍງານຕໍ່ເຈົ້າໜ້າທີ່ບ້ານເມືອງ. ອະທິການຄວນຖືກຕິດຕໍ່ຫາທັນທີ. ຄຳແນະນຳສຳລັບສະມາຊິກມີຢູ່ໃນ 38.6.2.7. ຄຳແນະນຳສຳລັບອະທິການມີຢູ່ໃນ 38.6.2.1.
20.7.6
ມາດຕະການຄວາມປອດໄພ, ການຮັບມືກັບອຸບັດຕິເຫດ, ແລະ ການລາຍງານອຸບັດຕິເຫດ
20.7.6.1
ມາດຕະການຄວາມປອດໄພ
ຜູ້ນຳ ແລະ ຜູ້ເຂົ້າຮ່ວມຄວນປະເມີນກິດຈະກຳຢ່າງຮອບຄອບ ເພື່ອໃຫ້ແນ່ໃຈວ່າ ມີຄວາມສ່ຽງໃນການຮັບບາດເຈັບ ຫລື ເຈັບປ່ວຍໜ້ອຍທີ່ສຸດ. ກິດຈະກຳກໍຄວນມີຄວາມສ່ຽງໜ້ອຍທີ່ສຸດຕໍ່ການເຮັດໃຫ້ຊັບສິນເສຍຫາຍ. ລະຫວ່າງກິດຈະກຳ, ຜູ້ນຳພະຍາຍາມໃນທຸກວິທີທາງເພື່ອໃຫ້ແນ່ໃຈວ່າປອດໄພ.
20.7.6.2
ການຮັບມືກັບອຸບັດຕິເຫດ
ຖ້າຫາກອຸບັດຕິເຫດ ຫລື ການບາດເຈັບເກີດຂຶ້ນໃນບ່ອນທີ່ສາດສະໜາຈັກເປັນເຈົ້າຂອງ ຫລື ລະຫວ່າງກິດຈະກຳຂອງສາດສະໜາຈັກ, ຜູ້ນຳຈະປະຕິບັດຕາມແນວທາງຊີ້ນຳດັ່ງຕໍ່ໄປນີ້, ຕາມຄວາມເໝາະສົມ:
-
ໃຫ້ການປະຖົມພະຍາບານ. ຖ້າຫາກບຸກຄົນຕ້ອງການການດູແລທາງການແພດເພີ່ມເຕີມ, ໃຫ້ຕິດຕໍ່ຫາໜ່ວຍແພດສຸກເສີນ. ໃຫ້ຕິດຕໍ່ຫາພໍ່ແມ່, ຜູ້ປົກຄອງ, ຫລື ຍາດພີ່ນ້ອງ ແລະ ອະທິການ ຫລື ປະທານສະເຕກ.
-
ຖ້າຫາກມີຄົນສູນຫາຍ ຫລື ເສຍຊີວິດ, ໃຫ້ແຈ້ງຕຳຫລວດໃນທ້ອງຖິ່ນທັນທີ.
-
ໃຫ້ການປອບໂຍນທາງອາລົມ.
-
ຢ່າຊຸກຍູ້ ຫລື ຂັດຂວາງການດຳເນີນການທາງດ້ານກົດໝາຍ. ຢ່າເຮັດສັນຍາໃນນາມສາດສະໜາຈັກ.
-
ຮວບຮວມ ແລະ ຮັກສາລາຍຊື່ຂອງພະຍານ, ຂໍ້ມູນຕິດຕໍ່ຂອງເຂົາເຈົ້າ, ເລື່ອງລາວທີ່ເກີດຂຶ້ນ, ແລະ ຮູບຖ່າຍ.
-
ລາຍງານອຸບັດຕິເຫດ (ເບິ່ງ 20.7.6.3).
20.7.6.3
ການລາຍງານອຸບັດຕິເຫດ
ສະຖານະການດັ່ງຕໍ່ໄປນີ້ຄວນຖືກລາຍງານທາງອອນລາຍ ທີ່ incidents.ChurchofJesusChrist.org.
-
ອຸບັດຕິເຫດ ຫລື ການໄດ້ຮັບບາດເຈັບເກີດຂຶ້ນຢູ່ບ່ອນທີ່ສາດສະໜາຈັກເປັນເຈົ້າຂອງ ຫລື ໃນລະຫວ່າງການເຮັດກິດຈະກຳຂອງສາດສະໜາຈັກ.
-
ບຸກຄົນທີ່ເຂົ້າຮ່ວມກິດຈະກຳຂອງສາດສະໜາຈັກສູນຫາຍ.
-
ຊັບສິນສ່ວນຕົວ, ຊັບສິນສາທາລະນະ, ຫລື ຊັບສິນຂອງສາດສະໜາຈັກຖືກທຳລາຍລະຫວ່າງການເຮັດກິດຈະກຳຂອງສາດສະໜາຈັກ.
-
ຖືກຂູ່ ຫລື ຄາດວ່າຈະຖືກດຳເນີນການທາງກົດໝາຍ.
ຖ້າຫາກກິດຈະກຳສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບໜັກ, ເສຍຊີວິດ, ຫລື ສູນຫາຍ, ປະທານສະເຕກ, ອະທິການ, ຫລື ສະມາຊິກທີ່ເພິ່ນກຳນົດໄວ້ ຈະແຈ້ງຫ້ອງການເຂດທັນທີ.
20.7.6.4
ປະກັນໄພ ແລະ ຄຳຖາມ
ຖ້າຫາກເກີດບາດເຈັບລະຫວ່າງກິດຈະກຳຂອງສາດສະໜາຈັກ, ຜູ້ນຳຈະພິຈາລະນາວ່າ ຈະໃຊ້ Medical Assistance program ຫລືບໍ່.
ໃນບາງກໍລະນີ, ປະທານສະເຕກ ຫລື ອະທິການອາດມີຄຳຖາມກ່ຽວກັບບັນຫາເລື່ອງຄວາມປອດໄພ ຫລື ການຮຽກຮ້ອງຕໍ່ຕ້ານສາດສະໜາຈັກ. ປະທານສະເຕກ (ອະທິການ ພາຍໃຕ້ການຊີ້ນຳຂອງເພິ່ນ) ຈະສົ່ງຄຳຖາມເຫລົ່ານັ້ນໄປຍັງ Risk Management Division ຫລື ໄປຍັງຫ້ອງການເຂດ.
20.7.7
ການເດີນທາງ
ການເດີນທາງໄປຮ່ວມກິດຈະກຳຂອງສາດສະໜາຈັກຄວນໄດ້ຮັບການອະນຸມັດຈາກອະທິການ ຫລື ປະທານສະເຕກ. ການເດີນທາງນີ້ບໍ່ຄວນເປັນພາລະໃຫ້ກັບສະມາຊິກຫລາຍເກີນໄປ. ການເດີນທາງໄກເພື່ອເຮັດກິດຈະກຳບໍ່ຖືກສະໜັບສະໜູນ.
ເມື່ອເປັນໄປໄດ້, ກຸ່ມຂອງສາດສະໜາຈັກຄວນໃຊ້ບໍລິການຂົນສົ່ງສຳລັບການເດີນທາງໄກ. ການບໍລິການຂົນສົ່ງຕ້ອງມີໃບອະນຸຍາດ ແລະ ມີປະກັນຄວາມຮັບຜິດຊອບຄຸ້ມຄອງ.
ເມື່ອກຸ່ມຂອງສາດສະໜາຈັກເດີນທາງດ້ວຍຍານພາຫະນະສ່ວນຕົວ, ລົດແຕ່ລະຄັນຕ້ອງຢູ່ໃນສະພາບປອດໄພ. ແຕ່ລະຄົນຕ້ອງຄາດເຂັມຂັດນິລະໄພ. ຄົນຂັບລົດແຕ່ລະຄົນຄວນມີໃບຂັບຂີ່, ເປັນຜູ້ໃຫຍ່ທີ່ຮັບຜິດຊອບ.