“27. ພິທີການພຣະວິຫານສຳລັບຜູ້ທີ່ມີຊີວິດຢູ່,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“27. ພິທີການພຣະວິຫານສຳລັບຜູ້ທີ່ມີຊີວິດຢູ່,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
27.
ພິທີການພຣະວິຫານສຳລັບຜູ້ທີ່ມີຊີວິດຢູ່
27.0
ຄຳນຳ
ພຣະວິຫານແມ່ນບ້ານຂອງພຣະຜູ້ເປັນເຈົ້າ. ມັນຊີ້ບອກໃຫ້ເຮົາໄປຫາພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ໃນພຣະວິຫານ, ເຮົາມີສ່ວນຮ່ວມໃນພິທີການສັກສິດ ແລະ ເຮັດພັນທະສັນຍາກັບພຣະບິດາເທິງສະຫວັນ ທີ່ຜູກມັດເຮົາໄວ້ກັບພຣະອົງ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ພັນທະສັນຍາ ແລະ ພິທີການເຫລົ່ານີ້ກຽມເຮົາເພື່ອກັບໄປຢູ່ໃນທີ່ປະທັບຂອງພຣະບິດາເທິງສະຫວັນ ແລະ ຖືກຜະນຶກເຂົ້າກັນເປັນຄອບຄົວຊົ່ວນິລັນດອນ.
ໃນພຣະວິຫານ ພັນທະສັນຍາ ແລະ ພິທີການ, “ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ” (ຄຳສອນ ແລະ ພັນທະສັນຍາ 84:20).
ພັນທະສັນຍາ ແລະ ພິທີການພຣະວິຫານແມ່ນສັກສິດ. ສັນຍາລັກທີ່ກ່ຽວຂ້ອງກັບພັນທະສັນຍາພຣະວິຫານ ບໍ່ຄວນຖືກສົນທະນາຢູ່ນອກພຣະວິຫານ. ທັງບໍ່ຄວນສົນທະນາກ່ຽວກັບຂໍ້ມູນສັກສິດທີ່ເຮົາສັນຍາໃນພຣະວິຫານ ວ່າຈະບໍ່ເປີດເຜີຍ. ເຖິງຢ່າງໃດກໍຕາມ, ເຮົາສາມາດສົນທະນາຈຸດປະສົງພື້ນຖານ ແລະ ຄຳສອນຂອງພັນທະສັນຍາພຣະວິຫານ ແລະ ພິທີການ ແລະ ຄວາມຮູ້ສຶກທາງວິນຍານທີ່ເຮົາຮູ້ສຶກໃນພຣະວິຫານ.
ຜູ້ນຳຫວອດ ແລະ ສະເຕກສົນທະນາຂໍ້ມູນໃນບົດນີ້ກັບສະມາຊິກຜູ້ທີ່ກຽມຮັບຂອງປະທານສັກສິດ ຫລື ພິທີການຜະນຶກ.
27.1
ການຮັບພິທີການພຣະວິຫານ
27.1.1
ການກຽມຮັບພິທີການພຣະວິຫານ
ສະມາຊິກກຽມຕົວເອງທາງວິນຍານເພື່ອພິທີການພຣະວິຫານ ແລະ ເຮັດ ແລະ ໃຫ້ກຽດແກ່ພັນທະສັນຍາພຣະວິຫານ.
ພໍ່ແມ່ມີໜ້າທີ່ຮັບຜິດຊອບຕົ້ນຕໍທີ່ຈະຊ່ວຍລູກໆຂອງຕົນໃຫ້ກຽມພ້ອມທີ່ຈະຮັບເອົາພິທີການພຣະວິຫານ. ຜູ້ນຳສະເຕກ ແລະ ຫວອດ, ອ້າຍນ້ອງ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ, ແລະ ຍາດພີ່ນ້ອງສະໜັບສະໜູນພໍ່ແມ່ໃນບົດບາດນີ້.
ແຫລ່ງຊ່ວຍສະມາຊິກກຽມຮັບພິທີການພຣະວິຫານ ມີຢູ່ໃນ temples.ChurchofJesusChrist.org.
ສະມາຊິກທີ່ກຽມຮັບຂອງປະທານສັກສິດສຳລັບຕົນເອງ ຫລື ຈະຜະນຶກເຂົ້າກັບຄູ່ຄອງ ຖືກຊຸກຍູ້ໃຫ້ມີສ່ວນຮ່ວມໃນຫລັກສູດການກຽມໄປພຣະວິຫານ (ເບິ່ງ 25.2.8).
27.1.3
ສະມາຊິກທີ່ພິການທາງຮ່າງກາຍ
ສະມາຊິກທີ່ມີຄ່າຄວນ ຜູ້ທີ່ພິການທາງຮ່າງກາຍ ອາດສາມາດຮັບພິທີການພຣະວິຫານທັງໝົດ. ສະມາຊິກເຫລົ່ານີ້ຖືກຊຸກຍູ້ໃຫ້ໄປພຣະວິຫານກັບຍາດພີ່ນ້ອງ ຫລື ໝູ່ເພື່ອນເພດດຽວກັນທີ່ໄດ້ຮັບຂອງປະທານສັກສິດແລ້ວ ຜູ້ສາມາດຊ່ວຍເຫລືອເຂົາເຈົ້າໄດ້. ຖ້າຫາກສະມາຊິກບໍ່ສາມາດໄປກັບສະມາຊິກໃນຄອບຄົວ ຫລື ໝູ່ເພື່ອນ, ເຂົາເຈົ້າສາມາດໂທຫາພຣະວິຫານລ່ວງໜ້າ ເພື່ອເບິ່ງວ່າຈະຕ້ອງໄດ້ກະກຽມສິ່ງໃດແດ່.
27.1.4
ການຊ່ວຍດ້ານການແປ ຫລື ນາຍພາສາ
ຖ້າຫາກສະມາຊິກຕ້ອງການຄວາມຊ່ວຍເຫລືອດ້ານການແປ ຫລື ນາຍພາສາ, ເຂົາເຈົ້າຄວນຕິດຕໍ່ຫາພຣະວິຫານລ່ວງໜ້າ ເພື່ອເບິ່ງວ່າມີໃຫ້ບໍລິການຫລືບໍ່.
27.1.5
ເຄື່ອງນຸ່ງທີ່ໃສ່ໄປພຣະວິຫານ
ເມື່ອໄປພຣະວິຫານ, ສະມາຊິກຄວນໃສ່ເຄື່ອງນຸ່ງທີ່ເຂົາເຈົ້າໃສ່ໄປກອງປະຊຸມສິນລະລຶກຕາມປົກກະຕິ.
ເບິ່ງ 27.3.2.6 ສຳລັບຂໍ້ມູນກ່ຽວກັບເຄື່ອງນຸ່ງທີ່ໃສ່ສຳລັບການແຕ່ງງານ ແລະ ການຜະນຶກໃນພຣະວິຫານ.
ເບິ່ງ 38.5 ສຳລັບຂໍ້ມູນກ່ຽວກັບ:
-
ເຄື່ອງນຸ່ງທີ່ໃສ່ລະຫວ່າງພິທີການຮັບຂອງປະທານສັກສິດ ແລະ ການຜະນຶກ.
-
ການຈັດຫາ, ການໃສ່, ແລະ ການດູແລເຄື່ອງນຸ່ງພິທີພຣະວິຫານ ແລະ ເສື້ອຜ້າສັກສິດ.
27.1.6
ການດູແລເດັກ
ເດັກນ້ອຍຕ້ອງມີຜູ້ໃຫຍ່ຄອຍດູແລຖ້າຫາກພວກເຂົາຢູ່ໃນບໍລິເວນພຣະວິຫານ. ພະນັກງານພຣະວິຫານຄອຍດູແລເດັກນ້ອຍສະເພາະສະຖານະການດັ່ງຕໍ່ໄປນີ້:
-
ຖ້າຫາກພວກເຂົາຈະຜະນຶກເຂົ້າກັບພໍ່ແມ່
-
ຖ້າຫາກພວກເຂົາຈະເບິ່ງການຜະນຶກອ້າຍເອື້ອຍນ້ອງຄີງ, ອ້າຍເອື້ອຍນ້ອງລູກນ້າ, ຫລື ອ້າຍເອື້ອຍນ້ອງຕ່າງພໍ່ ຫລື ຕ່າງແມ່ຂອງພວກເຂົາ
27.1.7
ການພົບກັບສະມາຊິກຫລັງຈາກເຂົາເຈົ້າຮັບພິທີການພຣະວິຫານ
ສະມາຊິກມັກມີຄຳຖາມຫລັງຈາກໄດ້ຮັບພິທີການພຣະວິຫານ. ສະມາຊິກໃນຄອບຄົວທີ່ໄດ້ຮັບຂອງປະທານສັກສິດແລ້ວ, ອະທິການ, ຜູ້ນຳຫວອດຄົນອື່ນໆ, ແລະ ອ້າຍນ້ອງ ແລະ ເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດອາດພົບກັບສະມາຊິກ ເພື່ອສົນທະນາກ່ຽວກັບປະສົບການພຣະວິຫານຂອງເຂົາເຈົ້າ.
ແຫລ່ງທີ່ຊ່ວຍຕອບຄຳຖາມມີຢູ່ທີ່ temples.ChurchofJesusChrist.org.
27.2
ຂອງປະທານສັກສິດ
ຄຳວ່າ ຂອງປະທານສັກສິດ ໝາຍເຖິງ “ຂອງຂວັນ.” ແທ້ຈິງແລ້ວ ຂອງປະທານສັກສິດພຣະວິຫານເປັນຂອງຂວັນຈາກພຣະເຈົ້າ ຊຶ່ງຜ່ານທາງນັ້ນທີ່ພຣະອົງປະທານພອນໃຫ້ແກ່ລູກໆຂອງພຣະອົງ. ຂອງຂວັນບາງຢ່າງທີ່ສະມາຊິກໄດ້ຮັບຜ່ານທາງຂອງປະທານສັກສິດພຣະວິຫານແມ່ນລວມທັງ:
-
ຄວາມຮູ້ຢ່າງຫລວງຫລາຍກ່ຽວກັບຈຸດປະສົງ ແລະ ຄຳສອນຂອງພຣະຜູ້ເປັນເຈົ້າ.
-
ອຳນາດທີ່ຈະເຮັດທຸກສິ່ງທີ່ພຣະບິດາເທິງສະຫວັນຕ້ອງການໃຫ້ລູກໆຂອງພຣະອົງເຮັດ.
-
ການຊີ້ນຳຈາກສະຫວັນເມື່ອຮັບໃຊ້ພຣະຜູ້ເປັນເຈົ້າ, ຄອບຄົວຂອງເຂົາເຈົ້າ, ແລະ ຄົນອື່ນໆ.
-
ເພີ່ມຄວາມຫວັງ, ການປອບໂຍນ, ແລະ ສັນຕິສຸກ.
ການໄດ້ຮັບພອນເຫລົ່ານີ້ແມ່ນຂຶ້ນກັບຄວາມຊື່ສັດຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ຂອງປະທານສັກສິດມີໃຫ້ເປັນສອງພາກສ່ວນ. ໃນພາກສ່ວນທຳອິດ, ບຸກຄົນຮັບພິທີການເບື້ອງຕົ້ນທີ່ເອີ້ນວ່າ ພິທີການຂັ້ນຕົ້ນ. ພິທີການຂັ້ນຕົ້ນກໍຖືກຮູ້ຈັກກັນວ່າເປັນການຊຳລະລ້າງ ແລະ ການເຈີມ (ເບິ່ງ ອົບພະຍົບ 29:4–9). ມັນລວມທັງພອນພິເສດທີ່ກ່ຽວຂ້ອງກັບມໍລະດົກ ແລະ ສັກກະຍະພາບຂອງບຸກຄົນນຳອີກ.
ລະຫວ່າງພິທີການຂັ້ນຕົ້ນ, ສະມາຊິກຖືກອະນຸຍາດໃຫ້ໃສ່ເສື້ອຜ້າສັກສິດພຣະວິຫານ. ເສື້ອຜ້າສັກສິດພຣະວິຫານເປັນຕົວແທນໃຫ້ຄວາມສຳພັນສ່ວນຕົວຂອງລາວກັບພຣະເຈົ້າ ແລະ ເປັນຄຳໝັ້ນສັນຍາວ່າຈະເຊື່ອຟັງພັນທະສັນຍາທີ່ໄດ້ເຮັດໃນພຣະວິຫານ. ເມື່ອສະມາຊິກຊື່ສັດຕໍ່ພັນທະສັນຍາຂອງເຂົາເຈົ້າ ແລະ ໃສ່ເສື້ອຜ້າສັກສິດຢ່າງຖືກຕ້ອງຕະຫລອດຊີວິດຂອງເຂົາເຈົ້າ, ແລ້ວມັນຈະເປັນສິ່ງປົກປ້ອງເຊັ່ນກັນ. ສຳລັບຂໍ້ມູນກ່ຽວກັບການໃສ່ ແລະ ການດູແລເສື້ອຜ້າສັກສິດ, ໃຫ້ເບິ່ງ 38.5.5.
ໃນພາກສ່ວນທີສອງຂອງການຮັບເອົາຂອງປະທານສັກສິດ, ແຜນແຫ່ງຄວາມລອດໄດ້ຖືກສິດສອນ, ລວມທັງການນິລະມິດສ້າງ, ການຕົກຂອງອາດາມ ແລະ ເອວາ, ການຊົດໃຊ້ຂອງພຣະເຢຊູຄຣິດ, ການປະຖິ້ມຄວາມເຊື່ອ, ແລະ ການຟື້ນຟູ. ສະມາຊິກກໍໄດ້ຮັບຄຳແນະນຳເຖິງວິທີທີ່ຈະກັບຄືນໄປສູ່ທີ່ປະທັບຂອງພຣະຜູ້ເປັນເຈົ້ານຳອີກ.
ໃນການຮັບເອົາຂອງປະທານສັກສິດ, ສະມາຊິກຖືກເຊື້ອເຊີນໃຫ້ເຮັດພັນທະສັນຍາສັກສິດຕາມດັ່ງຕໍ່ໄປນີ້:
-
ດຳລົງຊີວິດຕາມກົດແຫ່ງການເຊື່ອຟັງ ແລະ ພະຍາຍາມຮັກສາພຣະບັນຍັດຂອງພຣະບິດາເທິງສະຫວັນ.
-
ເຊື່ອຟັງກົດແຫ່ງການເສຍສະລະ, ຊຶ່ງໝາຍເຖິງການເສຍສະລະເພື່ອສະໜັບສະໜູນວຽກງານຂອງພຣະຜູ້ເປັນເຈົ້າ ແລະ ກັບໃຈດ້ວຍຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ.
-
ເຊື່ອຟັງກົດຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຊຶ່ງເປັນກົດທີ່ສູງກວ່າ ທີ່ພຣະອົງໄດ້ສິດສອນຂະນະທີ່ພຣະອົງຢູ່ເທິງແຜ່ນດິນໂລກ.
-
ຮັກສາກົດພົມມະຈັນ, ຊຶ່ງໝາຍຄວາມວ່າສະມາຊິກມີຄວາມສຳພັນທາງເພດກັບບຸກຄົນທີ່ເຂົາເຈົ້າແຕ່ງງານດ້ວຍຢ່າງຖືກຕ້ອງຕາມກົດໝາຍເທົ່ານັ້ນ ອີງຕາມກົດຂອງພຣະເຈົ້າ.
-
ຮັກສາກົດແຫ່ງການອຸທິດຖວາຍ, ຊຶ່ງໝາຍຄວາມວ່າສະມາຊິກຈະອຸທິດເວລາ, ພອນສະຫວັນຂອງເຂົາເຈົ້າ, ແລະ ທຸກສິ່ງທີ່ພຣະຜູ້ເປັນເຈົ້າໄດ້ປະທານໃຫ້ເຂົາເຈົ້າ ເພື່ອເສີມສ້າງສາດສະໜາຈັກຂອງພຣະເຢຊູຄຣິດຢູ່ເທິງແຜ່ນດິນໂລກ.
ໃນການຕອບແທນ, ພຣະບິດາເທິງສະຫວັນສັນຍາວ່າ ຜູ້ທີ່ຍັງຄົງຊື່ສັດຕໍ່ພັນທະສັນຍາພຣະວິຫານຂອງເຂົາເຈົ້າ ຈະໄດ້ຮັບພອນ “ດ້ວຍອຳນາດຈາກເບື້ອງບົນ” (ຄຳສອນ ແລະ ພັນທະສັນຍາ 38:32, 38; ເບິ່ງ ລູກາ 24:49; ຄຳສອນ ແລະ ພັນທະສັນຍາ 43:16 ນຳອີກ).
27.2.1
ໃຜສາມາດຮັບຂອງປະທານສັກສິດ
ສະມາຊິກທີ່ເປັນຜູ້ໃຫຍ່ທຸກຄົນທີ່ຮູ້ຈັກຮັບຜິດຊອບຂອງສາດສະໜາຈັກຖືກເຊື້ອເຊີນໃຫ້ກຽມພ້ອມ ແລະ ຮັບຂອງປະທານສັກສິດສຳລັບຕົນເອງ. ພິທີການທີ່ຈຳເປັນຕ້ອງເຮັດທັງໝົດ ຕ້ອງຖືກປະຕິບັດ ແລະ ຖືກບັນທຶກໄວ້ແລ້ວ ກ່ອນຈະໄດ້ຮັບຂອງປະທານສັກສິດ (ເບິ່ງ 26.3.1).
27.2.1.1
ສະມາຊິກທີ່ຫາກໍຮັບບັບຕິສະມາ
ສະມາຊິກໃໝ່ທີ່ເປັນຜູ້ໃຫຍ່ສາມາດໄດ້ຮັບຂອງປະທານສັກສິດຂອງເຂົາເຈົ້າໄດ້ ຢ່າງໜ້ອຍຄົບໜຶ່ງປີນັບແຕ່ວັນທີ່ເຂົາເຈົ້າໄດ້ຮັບການຢືນຢັນ.
27.2.1.2
ສະມາຊິກທີ່ຄູ່ຄອງບໍ່ໄດ້ຮັບຂອງປະທານສັກສິດ
ສະມາຊິກທີ່ມີຄ່າຄວນ ຜູ້ຊຶ່ງຄູ່ຄອງບໍ່ໄດ້ຮັບຂອງປະທານສັກສິດ ສາມາດຮັບຂອງປະທານສັກສິດຂອງເຂົາເຈົ້າ ເມື່ອປະຕິບັດຕາມເງື່ອນໄຂດັ່ງຕໍ່ໄປນີ້:
-
ຄູ່ຄອງທີ່ບໍ່ໄດ້ຮັບຂອງປະທານສັກສິດອະນຸຍາດ.
-
ສະມາຊິກ, ອະທິການ, ແລະ ປະທານສະເຕກເຊື່ອໝັ້ນວ່າ ໜ້າທີ່ຮັບຜິດຊອບທີ່ຕິດຕາມມາກັບພັນທະສັນຍາພຣະວິຫານຈະບໍ່ລົບກວນການແຕ່ງງານ.
ເງື່ອນໄຂເຫລົ່ານີ້ໃຊ້ກັບຄູ່ຄອງບໍ່ວ່າຈະເປັນສະມາຊິກຫລືບໍ່ກໍຕາມ.
27.2.1.3
ສະມາຊິກທີ່ພິການທາງສະຕິປັນຍາ
ສະມາຊິກທີ່ພິການທາງສະຕິປັນຍາສາມາດຮັບເອົາຂອງປະທານສັກສິດສຳລັບຕົນເອງໄດ້ ຖ້າຫາກ:
-
ເຂົາເຈົ້າໄດ້ຮັບພິທີການທີ່ຈຳເປັນຕ້ອງເຮັດທັງໝົດແລ້ວ (ເບິ່ງ 26.3.1).
-
ເຂົາເຈົ້າມີຄວາມສາມາດທາງສະຕິປັນຍາທີ່ຈະເຂົ້າໃຈ, ເຮັດ, ແລະ ຮັກສາພັນທະສັນຍາທີ່ກ່ຽວຂ້ອງ.
ອະທິການປຶກສາກັບສະມາຊິກ ແລະ, ເມື່ອເໝາະສົມ, ກັບພໍ່ແມ່ຂອງເຂົາເຈົ້າ. ເພິ່ນກໍສະແຫວງຫາການຊີ້ນຳຂອງພຣະວິນຍານນຳອີກ. ເພິ່ນອາດປຶກສາກັບປະທານສະເຕກ.
27.2.2
ການຕັດສິນໃຈວ່າຈະຮັບຂອງປະທານສັກສິດເມື່ອໃດ
ການຕັດສິນໃຈວ່າຈະຮັບຂອງປະທານສັກສິດນັ້ນ ເປັນເລື່ອງສ່ວນຕົວ ແລະ ຄວນເຮັດດ້ວຍການອະທິຖານ. ຂອງປະທານສັກສິດແມ່ນພອນແຫ່ງອຳນາດ ແລະ ການເປີດເຜີຍຕໍ່ທຸກຄົນທີ່ກຽມຮັບ. ສະມາຊິກອາດເລືອກທີ່ຈະຮັບເອົາຂອງປະທານສັກສິດສຳລັບຕົນເອງ ເມື່ອເຂົາເຈົ້າໄດ້ເຮັດຕາມເງື່ອນໄຂທັງໝົດດັ່ງຕໍ່ໄປນີ້:
-
ເຂົາເຈົ້າມີອາຍຸຢ່າງໜ້ອຍ 18 ປີ.
-
ເຂົາເຈົ້າໄດ້ຮຽນຈົບ ຫລື ບໍ່ໄດ້ຮຽນຢູ່ມັດທະຍົມປາຍ, ມັດທະຍົມຕົ້ນ, ຫລື ລະດັບເທົ່າທຽມກັນນັ້ນ ອີກແລ້ວ.
-
ໄດ້ໜຶ່ງປີແລ້ວນັບຕັ້ງແຕ່ເຂົາເຈົ້າໄດ້ຮັບການຢືນຢັນ.
-
ເຂົາເຈົ້າຮູ້ສຶກປາດຖະໜາທີ່ຈະຮັບເອົາ ແລະ ໃຫ້ກຽດແກ່ພັນທະສັນຍາພຣະວິຫານຕະຫລອດຊີວິດຂອງເຂົາເຈົ້າ.
ສະມາຊິກທີ່ໄດ້ຮັບການເອີ້ນໃຫ້ໄປເຜີຍແຜ່ ຫລື ກຳລັງກຽມຜະນຶກໃນພຣະວິຫານ ຄວນໄດ້ຮັບຂອງປະທານສັກສິດ.
ກ່ອນອອກໃບຮັບຮອງເຂົ້າພຣະວິຫານໃຫ້ສະມາຊິກຮັບເອົາຂອງປະທານສັກສິດ, ອະທິການ ແລະ ປະທານສະເຕກຄວນຮູ້ສຶກວ່າ ບຸກຄົນພ້ອມທີ່ຈະເຂົ້າໃຈ ແລະ ຮັກສາພັນທະສັນຍາສັກສິດຂອງພຣະວິຫານ. ຄວາມເໝາະສົມນີ້ຈະຖືກພິຈາລະນາເປັນແຕ່ລະບຸກຄົນ.
27.2.3
ການວາງແຜນ ແລະ ການເຮັດນັດໝາຍວັນຮັບຂອງປະທານສັກສິດ
27.2.3.1
ການໄດ້ຮັບໃບຮັບຮອງສຳລັບພິທີການຂອງຜູ້ທີ່ມີຊີວິດຢູ່
ສະມາຊິກຕ້ອງໄດ້ຮັບໃບຮັບຮອງສຳລັບພິທີການຂອງຜູ້ທີ່ມີຊີວິດຢູ່ ເພື່ອເຂົ້າໄປພຣະວິຫານ ແລະ ຮັບຂອງປະທານສັກສິດ. ສຳລັບຂໍ້ມູນກ່ຽວກັບໃບຮັບຮອງເຫລົ່ານີ້, ໃຫ້ເບິ່ງ 26.5.1.
27.2.3.2
ການຕິດຕໍ່ພຣະວິຫານ
ສະມາຊິກທີ່ກຳລັງວາງແຜນຮັບເອົາຂອງປະທານສັກສິດ ຄວນຕິດຕໍ່ພຣະວິຫານລ່ວງໜ້າ ເພື່ອນັດໝາຍການເຮັດພິທີການ.
27.2.3.3
ຜູ້ໄປເປັນເພື່ອນສະມາຊິກທີ່ຈະຮັບຂອງປະທານສັກສິດ
ສະມາຊິກທີ່ຈະຮັບຂອງປະທານສັກສິດສຳລັບຕົນເອງ ສາມາດເຊື້ອເຊີນສະມາຊິກເພດດຽວກັນທີ່ໄດ້ຮັບຂອງປະທານສັກສິດແລ້ວໃຫ້ໄປເປັນເພື່ອນ ແລະ ຊ່ວຍເຂົາເຈົ້າລະຫວ່າງພາກຮັບຂອງປະທານສັກສິດ. ຜູ້ໄປເປັນເພື່ອນຕ້ອງມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ. ພຣະວິຫານສາມາດຈັດຫາຜູ້ໄປເປັນເພື່ອນໃຫ້ໄດ້ ຖ້າຕ້ອງການ.
27.3
ການຜະນຶກສາມີ ແລະ ພັນລະຍາ
ການຜະນຶກໃນພຣະວິຫານເຊື່ອມໂຍງສາມີ ແລະ ພັນລະຍາເຂົ້າກັນເພື່ອການເວລາ ແລະ ຊົ່ວນິລັນດອນ. ເຂົາເຈົ້າຈະໄດ້ຮັບພອນເຫລົ່ານີ້ ຖ້າຫາກເຂົາເຈົ້າຊື່ສັດຕໍ່ພັນທະສັນຍາທີ່ເຂົາເຈົ້າໄດ້ເຮັດໃນພຣະວິຫານ. ຜ່ານທາງພິທີການນີ້, ລູກໆຂອງເຂົາເຈົ້າກໍສາມາດເປັນພາກສ່ວນໃນຄອບຄົວນິລັນດອນຂອງເຂົາເຈົ້າເຊັ່ນກັນ.
ຜູ້ນຳຂອງສາດສະໜາຈັກຊຸກຍູ້ໃຫ້ສະມາຊິກກຽມແຕ່ງງານ ແລະ ຜະນຶກໃນພຣະວິຫານ. ເມື່ອການແຕ່ງງານໃນພຣະວິຫານບໍ່ຖືກຍອມຮັບໂດຍກົດໝາຍບ້ານເມືອງ, ຜູ້ນຳໃນສາດສະໜາຈັກທີ່ຖືກອະນຸຍາດ ຫລື ຄົນອື່ນ ສາມາດປະຕິບັດພິທີແຕ່ງງານຕາມກົດໝາຍ ທີ່ຕາມດ້ວຍການຜະນຶກໃນພຣະວິຫານ (ເບິ່ງ 38.3). ແບບແຜນນີ້ກໍຖືກປະຕິບັດເຊັ່ນກັນ ເມື່ອການແຕ່ງງານໃນພຣະວິຫານຈະເປັນເຫດໃຫ້ພໍ່ແມ່ ຫລື ສະມາຊິກໃນຄອບຄົວທີ່ໃກ້ຊິດຮູ້ສຶກຖືກກີດກັນ ເພາະເຂົາເຈົ້າບໍ່ສາມາດເຂົ້າຮ່ວມພິທີພຣະວິຫານ.
27.3.1
ໃຜຈະຮັບການຜະນຶກໃນພຣະວິຫານ
ສະມາຊິກທີ່ຮູ້ຈັກຮັບຜິດຊອບທຸກຄົນຂອງສາດສະໜາຈັກ ຖືກເຊື້ອເຊີນໃຫ້ກຽມຮັບການຜະນຶກໃນພຣະວິຫານ. ຜູ້ທີ່ແຕ່ງງານຕາມກົດໝາຍຖືກຊຸກຍູ້ໃຫ້ຜະນຶກເຂົ້າກັນຊົ່ວການເວລາ ແລະ ຊົ່ວນິລັນດອນໃນພຣະວິຫານ ທັນທີທີ່ເຂົາເຈົ້າພ້ອມ. ສະມາຊິກຕ້ອງຮັບເອົາຂອງປະທານສັກສິດ ກ່ອນເຂົາເຈົ້າຈະສາມາດຜະນຶກເຂົ້າກັນໄດ້ (ເບິ່ງ 27.2).
ຄູ່ສາມີພັນລະຍາທີ່ຈະຜະນຶກໃນພຣະວິຫານ ຕ້ອງ (1) ແຕ່ງງານຕາມກົດໝາຍ ກ່ອນຈະຜະນຶກເຂົ້າກັນ ຫລື (2) ແຕ່ງງານ ແລະ ຜະນຶກໃນພິທີພຣະວິຫານດຽວກັນ. ເບິ່ງ 27.3.2.
27.3.1.2
ສະມາຊິກທີ່ພິການທາງສະຕິປັນຍາ
ສະມາຊິກທີ່ພິການທາງສະຕິປັນຍາສາມາດຜະນຶກເຂົ້າກັບຄູ່ຄອງ ຫລື ຄູ່ໝັ້ນຂອງເຂົາເຈົ້າໄດ້ ຖ້າຫາກ:
-
ເຂົາເຈົ້າໄດ້ຮັບພິທີການທີ່ຈຳເປັນຕ້ອງເຮັດທັງໝົດແລ້ວ, ລວມທັງຂອງປະທານສັກສິດ (ເບິ່ງ 27.2.1.3).
-
ເຂົາເຈົ້າມີຄວາມສາມາດທາງສະຕິປັນຍາທີ່ຈະເຂົ້າໃຈ, ເຮັດ, ແລະ ຮັກສາພັນທະສັນຍາທີ່ກ່ຽວຂ້ອງ.
ອະທິການປຶກສາກັບສະມາຊິກ ແລະ ຄູ່ຄອງ ຫລື ຄູ່ໝັ້ນຂອງລາວ. ເພິ່ນກໍສະແຫວງຫາການຊີ້ນຳຂອງພຣະວິນຍານນຳອີກ. ເພິ່ນອາດປຶກສາກັບປະທານສະເຕກ.
27.3.2
ການວາງແຜນ ແລະ ການເຮັດນັດໝາຍການແຕ່ງງານ ຫລື ການຜະນຶກໃນພຣະວິຫານ
27.3.2.1
ການໄດ້ຮັບໃບຮັບຮອງສຳລັບພິທີການຂອງຜູ້ທີ່ມີຊີວິດຢູ່
ສະມາຊິກຕ້ອງໄດ້ຮັບໃບຮັບຮອງສຳລັບພິທີການຂອງຜູ້ທີ່ມີຊີວິດຢູ່ເພື່ອຜະນຶກເຂົ້າກັບຄູ່ຄອງຂອງລາວ. ສຳລັບຂໍ້ມູນກ່ຽວກັບໃບຮັບຮອງເຫລົ່ານີ້, ໃຫ້ເບິ່ງ 26.3.
27.3.2.2
ການຕິດຕໍ່ພຣະວິຫານ
ສະມາຊິກທີ່ກຳລັງວາງແຜນແຕ່ງງານ ຫລື ຜະນຶກເຂົ້າກັບຄູ່ຄອງ ຄວນຕິດຕໍ່ພຣະວິຫານລ່ວງໜ້າ ເພື່ອນັດໝາຍການເຮັດພິທີການ.
27.3.2.3
ການຈົດທະບຽນສົມຣົດ
ກ່ອນແຕ່ງງານ, ຄູ່ຊາຍຍິງຕ້ອງຈົດທະບຽນສົມຣົດທີ່ຖືກຕ້ອງຕາມກົດໝາຍ ຊຶ່ງມີຜົນໃນສະຖານທີ່ປະຕິບັດພິທີ. ຖ້າຫາກຄູ່ຊາຍຍິງຈະແຕ່ງງານ ແລະ ຜະນຶກໃນພິທີການດຽວກັນ, ເຂົາເຈົ້າຕ້ອງເອົາທະບຽນສົມຣົດມາທີ່ພຣະວິຫານນຳ.
ຄູ່ຊາຍຍິງທີ່ຈະຜະນຶກຫລັງຈາກການແຕ່ງງານຕາມກົດໝາຍ ບໍ່ຈຳເປັນຕ້ອງເອົາທະບຽນສົມຣົດມາທີ່ພຣະວິຫານນຳ. ແທນນັ້ນ, ເຂົາເຈົ້າຈະບອກວັນເດືອນປີ, ແລະ ສະຖານທີ່ແຕ່ງງານຕາມກົດໝາຍ ຊຶ່ງເປັນພາກສ່ວນໜຶ່ງຂອງຂັ້ນຕອນການກວດສອບບັນທຶກ.
27.3.2.4
ຜູ້ໄປເປັນເພື່ອນເຈົ້າບ່າວ ແລະ ເຈົ້າສາວ
ເອື້ອຍນ້ອງຄົນໜຶ່ງທີ່ໄດ້ຮັບຂອງປະທານສັກສິດແລ້ວສາມາດໄປກັບເຈົ້າສາວເພື່ອຊ່ວຍນາງໃນຫ້ອງແຕ່ງຕົວ. ອ້າຍນ້ອງຄົນໜຶ່ງທີ່ໄດ້ຮັບຂອງປະທານສັກສິດແລ້ວກໍເຮັດເຊັ່ນດຽວກັນສຳລັບເຈົ້າບ່າວ. ຜູ້ໄປເປັນເພື່ອນຕ້ອງມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ. ພຣະວິຫານສາມາດຈັດຫາຜູ້ໄປເປັນເພື່ອນໃຫ້ໄດ້ ຖ້າຕ້ອງການ.
27.3.2.5
ຜູ້ປະຕິບັດພິທີແຕ່ງງານ ຫລື ການຜະນຶກໃນພຣະວິຫານ
ຕາມປົກກະຕິແລ້ວ ການແຕ່ງງານ ຫລື ການຜະນຶກໃນພຣະວິຫານຈະຖືກປະຕິບັດໂດຍຜູ້ຜະນຶກທີ່ຖືກມອບໝາຍໃຫ້ພຣະວິຫານ ບ່ອນທີ່ຄູ່ຊາຍຍິງຈະແຕ່ງງານ ຫລື ຜະນຶກ. ຖ້າຫາກສະມາຊິກໃນຄອບຄົວ ຫລື ຄົນຮູ້ຈັກດຳລົງສິດອຳນາດການຜະນຶກ ແລະ ໄດ້ຖືກມອບໝາຍໃຫ້ພຣະວິຫານບ່ອນທີ່ຄູ່ຊາຍຍິງຈະແຕ່ງງານ ຫລື ຜະນຶກ, ເຂົາເຈົ້າສາມາດເຊື້ອເຊີນເພິ່ນໃຫ້ປະຕິບັດການແຕ່ງງານ ຫລື ການຜະນຶກໄດ້.
27.3.2.6
ເຄື່ອງນຸ່ງທີ່ເໝາະສົມສຳລັບການແຕ່ງງານ ຫລື ການຜະນຶກໃນພຣະວິຫານ
ເຄື່ອງນຸ່ງຂອງເຈົ້າສາວ. ຊຸດເຈົ້າສາວທີ່ໃສ່ໃນພຣະວິຫານຄວນເປັນສີຂາວ, ແບບ ແລະ ເນື້ອຜ້າຄວນສຸພາບຮຽບຮ້ອຍ, ແລະ ປາດສະຈາກການປະດັບປະດາຢ່າງຫລູຫລາ. ມັນຄວນປົກປິດເສື້ອຜ້າສັກສິດພຣະວິຫານນຳອີກ. ເນື້ອຜ້າບາງໆຄວນມີຊັບໃນ.
ເພື່ອໃຫ້ເຂົ້າກັບຊຸດອື່ນໆທີ່ໃສ່ໃນພຣະວິຫານ, ຊຸດເຈົ້າສາວຄວນມີແຂນຍາວ ຫລື ແຂນສາມສ່ວນ. ຊຸດບໍ່ຄວນມີຫາງກະໂປງ ເວັ້ນເສຍແຕ່ສ່ວນຫາງສາມາດປັກຂຶ້ນໄວ້ດ້ວຍເຂັມກັດ ຫລື ຖອດອອກໄດ້ເມື່ອທຳພິທີການຜະນຶກ.
ພຣະວິຫານສາມາດຈັດຫາຊຸດກະໂປງໃຫ້ ຖ້າຕ້ອງການ ຫລື ປາດຖະໜາ.
ເຄື່ອງນຸ່ງຂອງເຈົ້າບ່າວ. ເຈົ້າບ່າວຈະໃສ່ເຄື່ອງນຸ່ງພຣະວິຫານປົກກະຕິ ລະຫວ່າງການແຕ່ງງານ ຫລື ພິທີການຜະນຶກ (ເບິ່ງ 38.5.1 ແລະ 38.5.2).
ເຄື່ອງນຸ່ງຂອງແຂກຮັບເຊີນ. ຜູ້ທີ່ເຂົ້າຮ່ວມການແຕ່ງງານ ຫລື ພິທີການຜະນຶກຄວນໃສ່ເຄື່ອງນຸ່ງທີ່ຄ້າຍຄືກັບທີ່ເຂົາເຈົ້າໃສ່ໄປກອງປະຊຸມສິນລະລຶກ. ສະມາຊິກທີ່ເຂົ້າຮ່ວມການຜະນຶກທັນທີຫລັງຈາກພາກຮັບຂອງປະທານສັກສິດ ສາມາດໃສ່ເຄື່ອງນຸ່ງພິທີພຣະວິຫານໄດ້.
ດອກໄມ້. ຄູ່ຊາຍຍິງ ແລະ ແຂກຮັບເຊີນຂອງເຂົາເຈົ້າບໍ່ຄວນເອ້ປະດັບດ້ວຍດອກໄມ້ລະຫວ່າງການແຕ່ງງານ ຫລື ພິທີການຜະນຶກ.
27.3.2.7
ການແລກແຫວນຫລັງຈາກການແຕ່ງງານ ຫລື ການຜະນຶກໃນພຣະວິຫານ
ການແລກແຫວນບໍ່ແມ່ນພາກສ່ວນໃນພິທີການຜະນຶກໃນພຣະວິຫານ. ເຖິງຢ່າງໃດກໍຕາມ, ຄູ່ຊາຍຍິງສາມາດແລກແຫວນຫລັງຈາກພິທີຢູ່ໃນຫ້ອງຜະນຶກໄດ້. ຄູ່ຊາຍຍິງບໍ່ຄວນແລກແຫວນໃນເວລາອື່ນ ຫລື ໃນສະຖານທີ່ອື່ນໃນພຣະວິຫານ ຫລື ບໍລິເວນພຣະວິຫານ.
ຄູ່ຊາຍຍິງທີ່ແຕ່ງງານ ແລະ ຜະນຶກເຂົ້າກັນໃນພິທີດຽວກັນ ອາດແລກແຫວນໃນພາຍຫລັງ ເພື່ອຈັດໃຫ້ສະມາຊິກໃນຄອບຄົວທີ່ບໍ່ສາມາດເຂົ້າຮ່ວມການແຕ່ງງານໃນພຣະວິຫານໄດ້ເຫັນນຳ. ການແລກແຫວນບໍ່ຄວນເຮັດຊ້ຳພາກສ່ວນໃດໜຶ່ງຂອງການແຕ່ງງານໃນພຣະວິຫານ ຫລື ພິທີການຜະນຶກ. ຄູ່ຊາຍຍິງບໍ່ຄວນແລກຄຳປະຕິຍານຫລັງການແຕ່ງງານ ຫລື ການຜະນຶກໃນພຣະວິຫານ.
ຄູ່ສາມີພັນລະຍາທີ່ໄດ້ແຕ່ງງານຕາມກົດໝາຍກ່ອນການຜະນຶກຂອງເຂົາເຈົ້າໃນພຣະວິຫານ ສາມາດແລກແຫວນຢູ່ໃນພິທີແຕ່ງງານຕາມກົດໝາຍ, ຢູ່ໃນການຜະນຶກຂອງເຂົາເຈົ້າ, ຫລື ທັງສອງພິທີ.
27.3.4
ໃຜເຂົ້າຮ່ວມການແຕ່ງງານ ຫລື ການຜະນຶກໃນພຣະວິຫານ
ຄູ່ຊາຍຍິງຄວນເຊື້ອເຊີນສະມາຊິກໃນຄອບຄົວ ແລະ ໝູ່ເພື່ອນທີ່ໃກ້ຊິດເທົ່ານັ້ນ ໃຫ້ມາຮ່ວມການແຕ່ງງານ ຫລື ການຜະນຶກໃນພຣະວິຫານ. ສະມາຊິກທີ່ຮູ້ຈັກຮັບຜິດຊອບຕ້ອງໄດ້ຮັບຂອງປະທານສັກສິດກ່ອນແລ້ວ ແລະ ມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ ຈຶ່ງເຂົ້າຮ່ວມໄດ້.
ປະທານສະເຕກອາດອະນຸຍາດໃຫ້ບຸກຄົນທີ່ຍັງບໍ່ໄດ້ຮັບບັບຕິສະມາ ຫລື ຍັງບໍ່ໄດ້ຮັບຂອງປະທານສັກສິດເທື່ອ ເນື່ອງຈາກຄວາມພິການທາງສະຕິປັນຍາ ໄປເບິ່ງການແຕ່ງງານ ຫລື ການຜະນຶກຂອງອ້າຍເອື້ອຍນ້ອງຂອງລາວໃນພຣະວິຫານໄດ້. ບຸກຄົນນັ້ນຕ້ອງ:
-
ມີອາຍຸຢ່າງໜ້ອຍ 18 ປີ.
-
ສາມາດມິດງຽບລະຫວ່າງພິທີ.
ປະທານສະເຕກຈະຂຽນຈົດໝາຍລະບຸວ່າ ບຸກຄົນນັ້ນໄດ້ຮັບອະນຸຍາດໃຫ້ເບິ່ງການຜະນຶກ. ຈົດໝາຍນີ້ຈະຖືກແຈ້ງສະເໜີທີ່ພຣະວິຫານ.
27.4
ການຜະນຶກລູກທີ່ມີຊີວິດຢູ່ເຂົ້າກັບພໍ່ແມ່
ລູກທີ່ເກີດຫລັງຈາກແມ່ໄດ້ຜະນຶກເຂົ້າກັບພໍ່ຢູ່ໃນພຣະວິຫານ ແມ່ນເກີດໃນພັນທະສັນຍາຂອງການຜະນຶກນັ້ນ. ເຂົາເຈົ້າບໍ່ຈຳເປັນຕ້ອງໄດ້ຮັບພິທີການຜະນຶກເຂົ້າກັບພໍ່ແມ່.
ລູກທີ່ບໍ່ໄດ້ເກີດໃນພັນທະສັນຍາສາມາດກາຍເປັນພາກສ່ວນໃນຄອບຄົວນິລັນດອນໄດ້ ໂດຍການຜະນຶກເຂົ້າກັບພໍ່ແມ່ແທ້ໆ ຫລື ພໍ່ແມ່ບຸນທຳຂອງພວກເຂົາ. ລູກເຫລົ່ານີ້ມີສິດໄດ້ຮັບພອນດຽວກັນກັບລູກທີ່ເກີດໃນພັນທະສັນຍາ.
27.4.2
ການຕິດຕໍ່ພຣະວິຫານ
ຄູ່ຊາຍຍິງທີ່ຕ້ອງການໃຫ້ລູກຂອງເຂົາເຈົ້າຜະນຶກເຂົ້າກັບເຂົາເຈົ້າ, ຫລື ລູກທີ່ປາດຖະໜາຈະຜະນຶກເຂົ້າກັບພໍ່ແມ່ທີ່ເສຍຊີວິດແລ້ວ, ຄວນຕິດຕໍ່ພຣະວິຫານລ່ວງໜ້າ ເພື່ອນັດເວລາເຮັດພິທີການ.