ຄູ່​ມື ແລະ ການ​ເອີ້ນ
27. ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່


“27. ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“27. ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ເຈົ້າ​ສາວ ແລະ ເຈົ້າ​ບ່າວ

27.

ພິ​ທີ​ການ​ພຣະ​ວິ​ຫານ​ສຳ​ລັບ​ຜູ້​ທີ່​ມີ​ຊີ​ວິດ​ຢູ່

27.0

ຄຳ​ນຳ

ພຣະ​ວິ​ຫານ​ແມ່ນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ຊີ້​ບອກ​ໃຫ້​ເຮົາ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ໃນ​ພຣະ​ວິ​ຫານ, ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ສັກ​ສິດ ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ທີ່​ຜູກ​ມັດ​ເຮົາ​ໄວ້​ກັບ​ພຣະ​ອົງ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ. ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ເຫລົ່າ​ນີ້​ກຽມ​ເຮົາ​ເພື່ອ​ກັບ​ໄປ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຖືກ​ຜະ​ນຶກ​ເຂົ້າ​ກັນ​ເປັນ​ຄອບ​ຄົວ​ຊົ່ວ​ນິ​ລັນ​ດອນ.

ໃນ​ພຣະ​ວິ​ຫານ ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ, “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ປະ​ຈັກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20).

ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ພຣະ​ວິ​ຫານ​ແມ່ນ​ສັກ​ສິດ. ສັນ​ຍາ​ລັກ​ທີ່​ກ່ຽວ​ຂ້ອງ​ກັບ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ບໍ່​ຄວນ​ຖືກ​ສົນ​ທະ​ນາ​ຢູ່​ນອກ​ພຣະ​ວິ​ຫານ. ທັງ​ບໍ່​ຄວນ​ສົນ​ທະ​ນາ​ກ່ຽວ​ກັບ​ຂໍ້​ມູນ​ສັກ​ສິດ​ທີ່​ເຮົາ​ສັນ​ຍາ​ໃນ​ພຣະ​ວິ​ຫານ ວ່າ​ຈະ​ບໍ່​ເປີດ​ເຜີຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ສາ​ມາດ​ສົນ​ທະ​ນາ​ຈຸດ​ປະ​ສົງ​ພື້ນ​ຖານ ແລະ ຄຳ​ສອນ​ຂອງ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ ແລະ ພິ​ທີ​ການ ແລະ ຄວາມ​ຮູ້​ສຶກ​ທາງ​ວິນ​ຍານ​ທີ່​ເຮົາ​ຮູ້​ສຶກ​ໃນ​ພຣະ​ວິ​ຫານ.

ຜູ້​ນຳ​ຫວອດ ແລະ ສະ​ເຕກ​ສົນ​ທະ​ນາ​ຂໍ້​ມູນ​ໃນ​ບົດ​ນີ້​ກັບ​ສະ​ມາ​ຊິກ​ຜູ້​ທີ່​ກຽມ​ຮັບ​ຂອງ​ປະ​ທານ​ສັກ​ສິດ ຫລື ພິ​ທີ​ການ​ຜະ​ນຶກ.

27.1

ການ​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ

27.1.1

ການ​ກຽມ​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ

ສະ​ມາ​ຊິກ​ກຽມ​ຕົວ​ເອງ​ທາງ​ວິນ​ຍານ​ເພື່ອ​ພິ​ທີ​ການ​ພຣະ​ວິ​ຫານ ແລະ ເຮັດ ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ.

ພໍ່​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ທີ່​ຈະ​ຊ່ວຍ​ລູກໆ​ຂອງ​ຕົນ​ໃຫ້​ກຽມ​ພ້ອມ​ທີ່​ຈະ​ຮັບ​ເອົາ​ພິ​ທີ​ການ​ພຣະ​ວິ​ຫານ. ຜູ້​ນຳ​ສະ​ເຕກ ແລະ ຫວອດ, ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ຍາດ​ພີ່​ນ້ອງ​ສະ​ໜັບ​ສະ​ໜູນ​ພໍ່​ແມ່​ໃນ​ບົດ​ບາດ​ນີ້.

ແຫລ່ງ​ຊ່ວຍ​ສະ​ມາ​ຊິກ​ກຽມ​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ ມີ​ຢູ່​ໃນ temples.ChurchofJesusChrist.org.

ສະ​ມາ​ຊິກ​ທີ່​ກຽມ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົນ​ເອງ ຫລື ຈະ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ ຖືກ​ຊຸກ​ຍູ້​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ຫລັກ​ສູດ​ການ​ກຽມ​ໄປ​ພຣະ​ວິ​ຫານ (ເບິ່ງ 25.2.8).

27.1.3

ສະ​ມາ​ຊິກ​ທີ່​ພິ​ການ​ທາງ​ຮ່າງ​ກາຍ

ສະ​ມາ​ຊິກ​ທີ່​ມີ​ຄ່າ​ຄວນ ຜູ້​ທີ່​ພິ​ການ​ທາງ​ຮ່າງ​ກາຍ ອາດ​ສາ​ມາດ​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ​ທັງ​ໝົດ. ສະ​ມາ​ຊິກ​ເຫລົ່າ​ນີ້​ຖືກ​ຊຸກ​ຍູ້​ໃຫ້​ໄປ​ພຣະ​ວິ​ຫານ​ກັບ​ຍາດ​ພີ່​ນ້ອງ ຫລື ໝູ່​ເພື່ອນ​ເພດ​ດຽວ​ກັນ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ ຜູ້​ສາ​ມາດ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ​ໄດ້. ຖ້າ​ຫາກ​ສະ​ມາ​ຊິກ​ບໍ່​ສາ​ມາດ​ໄປ​ກັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຫລື ໝູ່​ເພື່ອນ, ເຂົາ​ເຈົ້າ​ສາ​ມາດ​ໂທ​ຫາ​ພຣະ​ວິ​ຫານ​ລ່ວງ​ໜ້າ ເພື່ອ​ເບິ່ງ​ວ່າ​ຈະ​ຕ້ອງ​ໄດ້​ກະ​ກຽມ​ສິ່ງ​ໃດ​ແດ່.

27.1.4

ການ​ຊ່ວຍ​ດ້ານ​ການ​ແປ ຫລື ນາຍ​ພາ​ສາ

ຖ້າ​ຫາກ​ສະ​ມາ​ຊິກ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ດ້ານ​ການ​ແປ ຫລື ນາຍ​ພາ​ສາ, ເຂົາ​ເຈົ້າ​ຄວນ​ຕິດ​ຕໍ່​ຫາ​ພຣະ​ວິ​ຫານ​ລ່ວງ​ໜ້າ ເພື່ອ​ເບິ່ງ​ວ່າ​ມີ​ໃຫ້​ບໍ​ລິ​ການ​ຫລື​ບໍ່.

27.1.5

ເຄື່ອງ​ນຸ່ງ​ທີ່​ໃສ່​ໄປ​ພຣະ​ວິ​ຫານ

ເມື່ອ​ໄປ​ພຣະ​ວິ​ຫານ, ສະ​ມາ​ຊິກ​ຄວນ​ໃສ່​ເຄື່ອງ​ນຸ່ງ​ທີ່​ເຂົາ​ເຈົ້າ​ໃສ່​ໄປ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ຕາມ​ປົກ​ກະ​ຕິ.

ເບິ່ງ 27.3.2.6 ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ເຄື່ອງ​ນຸ່ງ​ທີ່​ໃສ່​ສຳ​ລັບ​ການ​ແຕ່ງ​ງານ ແລະ ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ.

ເບິ່ງ 38.5 ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ:

  • ເຄື່ອງ​ນຸ່ງ​ທີ່​ໃສ່​ລະ​ຫວ່າງ​ພິ​ທີ​ການ​ຮັບ​ຂອງ​ປະ​ທານ​ສັກ​ສິດ ແລະ ການ​ຜະ​ນຶກ.

  • ການ​ຈັດ​ຫາ, ການ​ໃສ່, ແລະ ການ​ດູ​ແລ​ເຄື່ອງ​ນຸ່ງ​ພິ​ທີ​ພຣະ​ວິ​ຫານ ແລະ ເສື້ອ​ຜ້າ​ສັກ​ສິດ.

27.1.6

ການ​ດູ​ແລ​ເດັກ

ເດັກ​ນ້ອຍ​ຕ້ອງ​ມີ​ຜູ້​ໃຫຍ່​ຄອຍ​ດູ​ແລ​ຖ້າ​ຫາກ​ພວກ​ເຂົາ​ຢູ່​ໃນ​ບໍ​ລິ​ເວນ​ພຣະ​ວິ​ຫານ. ພະ​ນັກ​ງານ​ພຣະ​ວິ​ຫານ​ຄອຍ​ດູ​ແລ​ເດັກ​ນ້ອຍ​ສະ​ເພາະ​ສະ​ຖາ​ນະ​ການ​ດັ່ງ​ຕໍ່​ໄປ​ນີ້:

  • ຖ້າ​ຫາກ​ພວກ​ເຂົາ​ຈະ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່

  • ຖ້າ​ຫາກ​ພວກ​ເຂົາ​ຈະ​ເບິ່ງ​ການ​ຜະ​ນຶກ​ອ້າຍ​ເອື້ອຍ​ນ້ອງ​ຄີງ, ອ້າຍ​ເອື້ອຍ​ນ້ອງ​ລູກ​ນ້າ, ຫລື ອ້າຍ​ເອື້ອຍ​ນ້ອງ​ຕ່າງ​ພໍ່ ຫລື ຕ່າງ​ແມ່​ຂອງ​ພວກ​ເຂົາ

27.1.7

ການ​ພົບ​ກັບ​ສະ​ມາ​ຊິກ​ຫລັງ​ຈາກ​ເຂົາ​ເຈົ້າ​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ

ສະ​ມາ​ຊິກ​ມັກ​ມີ​ຄຳ​ຖາມ​ຫລັງ​ຈາກ​ໄດ້​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ, ອະ​ທິ​ການ, ຜູ້​ນຳ​ຫວອດ​ຄົນ​ອື່ນໆ, ແລະ ອ້າຍ​ນ້ອງ ແລະ ເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ອາດ​ພົບ​ກັບ​ສະ​ມາ​ຊິກ ເພື່ອ​ສົນ​ທະ​ນາ​ກ່ຽວ​ກັບ​ປະ​ສົບ​ການ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ.

ແຫລ່ງ​ທີ່​ຊ່ວຍ​ຕອບ​ຄຳ​ຖາມ​ມີ​ຢູ່​ທີ່ temples.ChurchofJesusChrist.org.

27.2

ຂອງ​ປະ​ທານ​ສັກ​ສິດ

ຄຳ​ວ່າ ຂອງ​ປະ​ທານ​ສັກ​ສິດ ໝາຍ​ເຖິງ “ຂອງ​ຂວັນ.” ແທ້​ຈິງ​ແລ້ວ ຂອງ​ປະ​ທານ​ສັກ​ສິດ​ພຣະ​ວິ​ຫານ​ເປັນ​ຂອງ​ຂວັນ​ຈາກ​ພຣະ​ເຈົ້າ ຊຶ່ງ​ຜ່ານ​ທາງ​ນັ້ນ​ທີ່​ພຣະ​ອົງ​ປະ​ທານ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ອົງ. ຂອງ​ຂວັນ​ບາງ​ຢ່າງ​ທີ່​ສະ​ມາ​ຊິກ​ໄດ້​ຮັບ​ຜ່ານ​ທາງ​ຂອງ​ປະ​ທານ​ສັກ​ສິດ​ພຣະ​ວິ​ຫານ​ແມ່ນ​ລວມ​ທັງ:

  • ຄວາມ​ຮູ້​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ຈຸດ​ປະ​ສົງ ແລະ ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

  • ອຳ​ນາດ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ໃຫ້​ລູກໆ​ຂອງ​ພຣະ​ອົງ​ເຮັດ.

  • ການ​ຊີ້​ນຳ​ຈາກ​ສະ​ຫວັນ​ເມື່ອ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ, ຄອບ​ຄົວ​ຂອງ​ເຂົາ​ເຈົ້າ, ແລະ ຄົນ​ອື່ນໆ.

  • ເພີ່ມ​ຄວາມ​ຫວັງ, ການ​ປອບ​ໂຍນ, ແລະ ສັນ​ຕິ​ສຸກ.

ການ​ໄດ້​ຮັບ​ພອນ​ເຫລົ່າ​ນີ້​ແມ່ນ​ຂຶ້ນ​ກັບ​ຄວາມ​ຊື່​ສັດ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຂອງ​ປະ​ທານ​ສັກ​ສິດ​ມີ​ໃຫ້​ເປັນ​ສອງ​ພາກ​ສ່ວນ. ໃນ​ພາກ​ສ່ວນ​ທຳ​ອິດ, ບຸກ​ຄົນ​ຮັບ​ພິ​ທີ​ການ​ເບື້ອງ​ຕົ້ນ​ທີ່​ເອີ້ນ​ວ່າ ພິ​ທີ​ການ​ຂັ້ນ​ຕົ້ນ. ພິ​ທີ​ການ​ຂັ້ນ​ຕົ້ນ​ກໍ​ຖືກ​ຮູ້​ຈັກ​ກັນ​ວ່າ​ເປັນ​ການ​ຊຳ​ລະ​ລ້າງ ແລະ ການ​ເຈີມ (ເບິ່ງ ອົບ​ພະ​ຍົບ 29:4–9). ມັນ​ລວມ​ທັງ​ພອນ​ພິ​ເສດ​ທີ່​ກ່ຽວ​ຂ້ອງ​ກັບ​ມໍ​ລະ​ດົກ ແລະ ສັກ​ກະ​ຍະ​ພາບ​ຂອງ​ບຸກ​ຄົນ​ນຳ​ອີກ.

ລະ​ຫວ່າງ​ພິ​ທີ​ການ​ຂັ້ນ​ຕົ້ນ, ສະ​ມາ​ຊິກ​ຖືກ​ອະ​ນຸ​ຍາດ​ໃຫ້​ໃສ່​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ. ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ​ເປັນ​ຕົວ​ແທນ​ໃຫ້​ຄວາມ​ສຳ​ພັນ​ສ່ວນ​ຕົວ​ຂອງ​ລາວ​ກັບ​ພຣະ​ເຈົ້າ ແລະ ເປັນ​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ເຊື່ອ​ຟັງ​ພັນ​ທະ​ສັນ​ຍາ​ທີ່​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ. ເມື່ອ​ສະ​ມາ​ຊິກ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ແລະ ໃສ່​ເສື້ອ​ຜ້າ​ສັກ​ສິດ​ຢ່າງ​ຖືກ​ຕ້ອງ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ, ແລ້ວ​ມັນ​ຈະ​ເປັນ​ສິ່ງ​ປົກ​ປ້ອງ​ເຊັ່ນ​ກັນ. ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ການ​ໃສ່ ແລະ ການ​ດູ​ແລ​ເສື້ອ​ຜ້າ​ສັກ​ສິດ, ໃຫ້​ເບິ່ງ 38.5.5.

ໃນ​ພາກ​ສ່ວນ​ທີ​ສອງ​ຂອງ​ການ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ, ແຜນ​ແຫ່ງ​ຄວາມ​ລອດ​ໄດ້​ຖືກ​ສິດ​ສອນ, ລວມ​ທັງ​ການ​ນິ​ລະ​ມິດ​ສ້າງ, ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ, ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ການ​ປະ​ຖິ້ມ​ຄວາມ​ເຊື່ອ, ແລະ ການ​ຟື້ນ​ຟູ. ສະ​ມາ​ຊິກ​ກໍ​ໄດ້​ຮັບ​ຄຳ​ແນະ​ນຳ​ເຖິງ​ວິ​ທີ​ທີ່​ຈະ​ກັບ​ຄືນ​ໄປ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ.

ໃນ​ການ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ, ສະ​ມາ​ຊິກ​ຖືກ​ເຊື້ອ​ເຊີນ​ໃຫ້​ເຮັດ​ພັນ​ທະ​ສັນ​ຍາ​ສັກ​ສິດ​ຕາມ​ດັ່ງ​ຕໍ່​ໄປ​ນີ້:

  • ດຳ​ລົງ​ຊີ​ວິດ​ຕາມ​ກົດ​ແຫ່ງ​ການ​ເຊື່ອ​ຟັງ ແລະ ພະ​ຍາ​ຍາມ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ເຊື່ອ​ຟັງ​ກົດ​ແຫ່ງ​ການ​ເສຍ​ສະ​ລະ, ຊຶ່ງ​ໝາຍ​ເຖິງ​ການ​ເສຍ​ສະ​ລະ​ເພື່ອ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ກັບ​ໃຈ​ດ້ວຍ​ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ.

  • ເຊື່ອ​ຟັງ​ກົດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ເປັນ​ກົດ​ທີ່​ສູງ​ກວ່າ ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ຂະ​ນະ​ທີ່​ພຣະ​ອົງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

  • ຮັກ​ສາ​ກົດ​ພົມ​ມະ​ຈັນ, ຊຶ່ງ​ໝາຍ​ຄວາມ​ວ່າ​ສະ​ມາ​ຊິກ​ມີ​ຄວາມ​ສຳ​ພັນ​ທາງ​ເພດ​ກັບ​ບຸກ​ຄົນ​ທີ່​ເຂົາ​ເຈົ້າ​ແຕ່ງ​ງານ​ດ້ວຍ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ເທົ່າ​ນັ້ນ ອີງ​ຕາມ​ກົດ​ຂອງ​ພຣະ​ເຈົ້າ.

  • ຮັກ​ສາ​ກົດ​ແຫ່ງ​ການ​ອຸ​ທິດ​ຖວາຍ, ຊຶ່ງ​ໝາຍ​ຄວາມ​ວ່າ​ສະ​ມາ​ຊິກ​ຈະ​ອຸ​ທິດ​ເວ​ລາ, ພອນ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ, ແລະ ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ໃຫ້​ເຂົາ​ເຈົ້າ ເພື່ອ​ເສີມ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ໃນ​ການ​ຕອບ​ແທນ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສັນ​ຍາ​ວ່າ ຜູ້​ທີ່​ຍັງ​ຄົງ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ ຈະ​ໄດ້​ຮັບ​ພອນ “ດ້ວຍ​ອຳ​ນາດ​ຈາກ​ເບື້ອງ​ບົນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:32, 38; ເບິ່ງ ລູ​ກາ 24:49; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 43:16 ນຳ​ອີກ).

27.2.1

ໃຜ​ສາ​ມາດ​ຮັບ​ຂອງ​ປະ​ທານ​ສັກ​ສິດ

ສະ​ມາ​ຊິກ​ທີ່​ເປັນ​ຜູ້​ໃຫຍ່​ທຸກ​ຄົນ​ທີ່​ຮູ້​ຈັກ​ຮັບ​ຜິດ​ຊອບ​ຂອງ​ສາດ​ສະ​ໜາ​ຈັກ​ຖືກ​ເຊື້ອ​ເຊີນ​ໃຫ້​ກຽມ​ພ້ອມ ແລະ ຮັບ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົນ​ເອງ. ພິ​ທີ​ການ​ທີ່​ຈຳ​ເປັນ​ຕ້ອງ​ເຮັດ​ທັງ​ໝົດ ຕ້ອງ​ຖືກ​ປະ​ຕິ​ບັດ ແລະ ຖືກ​ບັນ​ທຶກ​ໄວ້​ແລ້ວ ກ່ອນ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ (ເບິ່ງ 26.3.1).

27.2.1.1

ສະ​ມາ​ຊິກ​ທີ່​ຫາ​ກໍ​ຮັບ​ບັບ​ຕິ​ສະ​ມາ

ສະ​ມາ​ຊິກ​ໃໝ່​ທີ່​ເປັນ​ຜູ້​ໃຫຍ່​ສາ​ມາດ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ເຂົາ​ເຈົ້າ​ໄດ້ ຢ່າງ​ໜ້ອຍ​ຄົບ​ໜຶ່ງ​ປີ​ນັບ​ແຕ່​ວັນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ.

27.2.1.2

ສະ​ມາ​ຊິກ​ທີ່​ຄູ່​ຄອງ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ

ສະ​ມາ​ຊິກ​ທີ່​ມີ​ຄ່າ​ຄວນ ຜູ້​ຊຶ່ງ​ຄູ່​ຄອງ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ ສາ​ມາດ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ເຂົາ​ເຈົ້າ ເມື່ອ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ດັ່ງ​ຕໍ່​ໄປ​ນີ້:

  • ຄູ່​ຄອງ​ທີ່​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ອະ​ນຸ​ຍາດ.

  • ສະ​ມາ​ຊິກ, ອະ​ທິ​ການ, ແລະ ປະ​ທານ​ສະ​ເຕກ​ເຊື່ອ​ໝັ້ນ​ວ່າ ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຕິດ​ຕາມ​ມາ​ກັບ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຈະ​ບໍ່​ລົບ​ກວນ​ການ​ແຕ່ງ​ງານ.

ເງື່ອນ​ໄຂ​ເຫລົ່າ​ນີ້​ໃຊ້​ກັບ​ຄູ່​ຄອງ​ບໍ່​ວ່າ​ຈະ​ເປັນ​ສະ​ມາ​ຊິກ​ຫລື​ບໍ່​ກໍ​ຕາມ.

27.2.1.3

ສະ​ມາ​ຊິກ​ທີ່​ພິ​ການ​ທາງ​ສະ​ຕິ​ປັນ​ຍາ

ສະ​ມາ​ຊິກ​ທີ່​ພິ​ການ​ທາງ​ສະ​ຕິ​ປັນ​ຍາ​ສາ​ມາດ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົນ​ເອງ​ໄດ້ ຖ້າ​ຫາກ:

  • ເຂົາ​ເຈົ້າ​ໄດ້​ຮັບ​ພິ​ທີ​ການ​ທີ່​ຈຳ​ເປັນ​ຕ້ອງ​ເຮັດ​ທັງ​ໝົດ​ແລ້ວ (ເບິ່ງ 26.3.1).

  • ເຂົາ​ເຈົ້າ​ມີ​ຄວາມ​ສາ​ມາດ​ທາງ​ສະ​ຕິ​ປັນ​ຍາ​ທີ່​ຈະ​ເຂົ້າ​ໃຈ, ເຮັດ, ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ.

ອະ​ທິ​ການ​ປຶກ​ສາ​ກັບ​ສະ​ມາ​ຊິກ ແລະ, ເມື່ອ​ເໝາະ​ສົມ, ກັບ​ພໍ່​ແມ່​ຂອງ​ເຂົາ​ເຈົ້າ. ເພິ່ນ​ກໍ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ນຳ​ອີກ. ເພິ່ນ​ອາດ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ.

27.2.2

ການ​ຕັດ​ສິນ​ໃຈ​ວ່າ​ຈະ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ເມື່ອ​ໃດ

ການ​ຕັດ​ສິນ​ໃຈ​ວ່າ​ຈະ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ນັ້ນ ເປັນ​ເລື່ອງ​ສ່ວນ​ຕົວ ແລະ ຄວນ​ເຮັດ​ດ້ວຍ​ການ​ອະ​ທິ​ຖານ. ຂອງ​ປະ​ທານ​ສັກ​ສິດ​ແມ່ນ​ພອນ​ແຫ່ງ​ອຳ​ນາດ ແລະ ການ​ເປີດ​ເຜີຍ​ຕໍ່​ທຸກ​ຄົນ​ທີ່​ກຽມ​ຮັບ. ສະ​ມາ​ຊິກ​ອາດ​ເລືອກ​ທີ່​ຈະ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົນ​ເອງ ເມື່ອ​ເຂົາ​ເຈົ້າ​ໄດ້​ເຮັດ​ຕາມ​ເງື່ອນ​ໄຂ​ທັງ​ໝົດ​ດັ່ງ​ຕໍ່​ໄປ​ນີ້:

  • ເຂົາ​ເຈົ້າ​ມີ​ອາ​ຍຸ​ຢ່າງ​ໜ້ອຍ 18 ປີ.

  • ເຂົາ​ເຈົ້າ​ໄດ້​ຮຽນ​ຈົບ ຫລື ບໍ່​ໄດ້​ຮຽນ​ຢູ່​ມັດ​ທະ​ຍົມ​ປາຍ, ມັດ​ທະ​ຍົມ​ຕົ້ນ, ຫລື ລະ​ດັບ​ເທົ່າ​ທຽມ​ກັນ​ນັ້ນ ອີກ​ແລ້ວ.

  • ໄດ້​ໜຶ່ງ​ປີ​ແລ້ວ​ນັບ​ຕັ້ງ​ແຕ່​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ.

  • ເຂົາ​ເຈົ້າ​ຮູ້​ສຶກ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ເອົາ ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຕະ​ຫລອດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ສະ​ມາ​ຊິກ​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ເຜີຍ​ແຜ່ ຫລື ກຳ​ລັງ​ກຽມ​ຜະ​ນຶກ​ໃນ​ພຣະ​ວິ​ຫານ ຄວນ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ.

ກ່ອນ​ອອກ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃຫ້​ສະ​ມາ​ຊິກ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ, ອະ​ທິ​ການ ແລະ ປະ​ທານ​ສະ​ເຕກ​ຄວນ​ຮູ້​ສຶກ​ວ່າ ບຸກ​ຄົນ​ພ້ອມ​ທີ່​ຈະ​ເຂົ້າ​ໃຈ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ສັກ​ສິດ​ຂອງ​ພຣະ​ວິ​ຫານ. ຄວາມ​ເໝາະ​ສົມ​ນີ້​ຈະ​ຖືກ​ພິ​ຈາ​ລະ​ນາ​ເປັນ​ແຕ່​ລະ​ບຸກ​ຄົນ.

27.2.3

ການ​ວາງ​ແຜນ ແລະ ການ​ເຮັດ​ນັດ​ໝາຍ​ວັນ​ຮັບ​ຂອງ​ປະ​ທານ​ສັກ​ສິດ

27.2.3.1

ການ​ໄດ້​ຮັບ​ໃບ​ຮັບ​ຮອງ​ສຳ​ລັບ​ພິ​ທີ​ການ​ຂອງ​ຜູ້​ທີ່​ມີ​ຊີ​ວິດ​ຢູ່

ສະ​ມາ​ຊິກ​ຕ້ອງ​ໄດ້​ຮັບ​ໃບ​ຮັບ​ຮອງ​ສຳ​ລັບ​ພິ​ທີ​ການ​ຂອງ​ຜູ້​ທີ່​ມີ​ຊີ​ວິດ​ຢູ່ ເພື່ອ​ເຂົ້າ​ໄປ​ພຣະ​ວິ​ຫານ ແລະ ຮັບ​ຂອງ​ປະ​ທານ​ສັກ​ສິດ. ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຫລົ່າ​ນີ້, ໃຫ້​ເບິ່ງ 26.5.1.

27.2.3.2

ການ​ຕິດ​ຕໍ່​ພຣະ​ວິ​ຫານ

ສະ​ມາ​ຊິກ​ທີ່​ກຳ​ລັງ​ວາງ​ແຜນ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ ຄວນ​ຕິດ​ຕໍ່​ພຣະ​ວິ​ຫານ​ລ່ວງ​ໜ້າ ເພື່ອ​ນັດ​ໝາຍ​ການ​ເຮັດ​ພິ​ທີ​ການ.

27.2.3.3

ຜູ້​ໄປ​ເປັນ​ເພື່ອນ​ສະ​ມາ​ຊິກ​ທີ່​ຈະ​ຮັບ​ຂອງ​ປະ​ທານ​ສັກ​ສິດ

ສະ​ມາ​ຊິກ​ທີ່​ຈະ​ຮັບ​ຂອງ​ປະ​ທານ​ສັກ​ສິດ​ສຳ​ລັບ​ຕົນ​ເອງ ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ເພດ​ດຽວ​ກັນ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ໃຫ້​ໄປ​ເປັນ​ເພື່ອນ ແລະ ຊ່ວຍ​ເຂົາ​ເຈົ້າ​ລະ​ຫວ່າງ​ພາກ​ຮັບ​ຂອງ​ປະ​ທານ​ສັກ​ສິດ. ຜູ້​ໄປ​ເປັນ​ເພື່ອນ​ຕ້ອງ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ. ພຣະ​ວິ​ຫານ​ສາ​ມາດ​ຈັດ​ຫາ​ຜູ້​ໄປ​ເປັນ​ເພື່ອນ​ໃຫ້​ໄດ້ ຖ້າ​ຕ້ອງ​ການ.

27.3

ການ​ຜະ​ນຶກ​ສາ​ມີ ແລະ ພັນ​ລະ​ຍາ

ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ເຊື່ອມ​ໂຍງ​ສາ​ມີ ແລະ ພັນ​ລະ​ຍາ​ເຂົ້າ​ກັນ​ເພື່ອ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ. ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ພອນ​ເຫລົ່າ​ນີ້ ຖ້າ​ຫາກ​ເຂົາ​ເຈົ້າ​ຊື່​ສັດ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ​ໃນ​ພຣະ​ວິ​ຫານ. ຜ່ານ​ທາງ​ພິ​ທີ​ການ​ນີ້, ລູກໆ​ຂອງ​ເຂົາ​ເຈົ້າ​ກໍ​ສາ​ມາດ​ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ນິ​ລັນ​ດອນ​ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ.

ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຊຸກ​ຍູ້​ໃຫ້​ສະ​ມາ​ຊິກ​ກຽມ​ແຕ່ງ​ງານ ແລະ ຜະ​ນຶກ​ໃນ​ພຣະ​ວິ​ຫານ. ເມື່ອ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ບໍ່​ຖືກ​ຍອມ​ຮັບ​ໂດຍ​ກົດ​ໝາຍ​ບ້ານ​ເມືອງ, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ອະ​ນຸ​ຍາດ ຫລື ຄົນ​ອື່ນ ສາ​ມາດ​ປະ​ຕິ​ບັດ​ພິ​ທີ​ແຕ່ງ​ງານ​ຕາມ​ກົດ​ໝາຍ ທີ່​ຕາມ​ດ້ວຍ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ (ເບິ່ງ 38.3). ແບບ​ແຜນ​ນີ້​ກໍ​ຖືກ​ປະ​ຕິ​ບັດ​ເຊັ່ນ​ກັນ ເມື່ອ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ຈະ​ເປັນ​ເຫດ​ໃຫ້​ພໍ່​ແມ່ ຫລື ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ໃກ້​ຊິດ​ຮູ້​ສຶກ​ຖືກ​ກີດ​ກັນ ເພາະ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ພິ​ທີ​ພຣະ​ວິ​ຫານ.

27.3.1

ໃຜ​ຈະ​ຮັບ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ

ສະ​ມາ​ຊິກ​ທີ່​ຮູ້​ຈັກ​ຮັບ​ຜິດ​ຊອບ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ ຖືກ​ເຊື້ອ​ເຊີນ​ໃຫ້​ກຽມ​ຮັບ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ. ຜູ້​ທີ່​ແຕ່ງ​ງານ​ຕາມ​ກົດ​ໝາຍ​ຖືກ​ຊຸກ​ຍູ້​ໃຫ້​ຜະ​ນຶກ​ເຂົ້າ​ກັນ​ຊົ່ວ​ການ​ເວ​ລາ ແລະ ຊົ່ວ​ນິ​ລັນ​ດອນ​ໃນ​ພຣະ​ວິ​ຫານ ທັນ​ທີ​ທີ່​ເຂົາ​ເຈົ້າ​ພ້ອມ. ສະ​ມາ​ຊິກ​ຕ້ອງ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ ກ່ອນ​ເຂົາ​ເຈົ້າ​ຈະ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັນ​ໄດ້ (ເບິ່ງ 27.2).

ຄູ່​ສາ​ມີ​ພັນ​ລະ​ຍາ​ທີ່​ຈະ​ຜະ​ນຶກ​ໃນ​ພຣະ​ວິ​ຫານ ຕ້ອງ (1) ແຕ່ງ​ງານ​ຕາມ​ກົດ​ໝາຍ ກ່ອນ​ຈະ​ຜະ​ນຶກ​ເຂົ້າ​ກັນ ຫລື (2) ແຕ່ງ​ງານ ແລະ ຜະ​ນຶກ​ໃນ​ພິ​ທີ​ພຣະ​ວິ​ຫານ​ດຽວ​ກັນ. ເບິ່ງ 27.3.2.

27.3.1.2

ສະ​ມາ​ຊິກ​ທີ່​ພິ​ການ​ທາງ​ສະ​ຕິ​ປັນ​ຍາ

ສະ​ມາ​ຊິກ​ທີ່​ພິ​ການ​ທາງ​ສະ​ຕິ​ປັນ​ຍາ​ສາ​ມາດ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ ຫລື ຄູ່​ໝັ້ນ​ຂອງ​ເຂົາ​ເຈົ້າ​ໄດ້ ຖ້າ​ຫາກ:

  • ເຂົາ​ເຈົ້າ​ໄດ້​ຮັບ​ພິ​ທີ​ການ​ທີ່​ຈຳ​ເປັນ​ຕ້ອງ​ເຮັດ​ທັງ​ໝົດ​ແລ້ວ, ລວມ​ທັງ​ຂອງ​ປະ​ທານ​ສັກ​ສິດ (ເບິ່ງ 27.2.1.3).

  • ເຂົາ​ເຈົ້າ​ມີ​ຄວາມ​ສາ​ມາດ​ທາງ​ສະ​ຕິ​ປັນ​ຍາ​ທີ່​ຈະ​ເຂົ້າ​ໃຈ, ເຮັດ, ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ.

ອະ​ທິ​ການ​ປຶກ​ສາ​ກັບ​ສະ​ມາ​ຊິກ ແລະ ຄູ່​ຄອງ ຫລື ຄູ່​ໝັ້ນ​ຂອງ​ລາວ. ເພິ່ນ​ກໍ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ຂອງ​ພຣະ​ວິນ​ຍານ​ນຳ​ອີກ. ເພິ່ນ​ອາດ​ປຶກ​ສາ​ກັບ​ປະ​ທານ​ສະ​ເຕກ.

27.3.2

ການ​ວາງ​ແຜນ ແລະ ການ​ເຮັດ​ນັດ​ໝາຍ​ການ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ

27.3.2.1

ການ​ໄດ້​ຮັບ​ໃບ​ຮັບ​ຮອງ​ສຳ​ລັບ​ພິ​ທີ​ການ​ຂອງ​ຜູ້​ທີ່​ມີ​ຊີ​ວິດ​ຢູ່

ສະ​ມາ​ຊິກ​ຕ້ອງ​ໄດ້​ຮັບ​ໃບ​ຮັບ​ຮອງ​ສຳ​ລັບ​ພິ​ທີ​ການ​ຂອງ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ເພື່ອ​ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ​ຂອງ​ລາວ. ສຳ​ລັບ​ຂໍ້​ມູນ​ກ່ຽວ​ກັບ​ໃບ​ຮັບ​ຮອງ​ເຫລົ່າ​ນີ້, ໃຫ້​ເບິ່ງ 26.3.

27.3.2.2

ການ​ຕິດ​ຕໍ່​ພຣະ​ວິ​ຫານ

ສະ​ມາ​ຊິກ​ທີ່​ກຳ​ລັງ​ວາງ​ແຜນ​ແຕ່ງ​ງານ ຫລື ຜະ​ນຶກ​ເຂົ້າ​ກັບ​ຄູ່​ຄອງ ຄວນ​ຕິດ​ຕໍ່​ພຣະ​ວິ​ຫານ​ລ່ວງ​ໜ້າ ເພື່ອ​ນັດ​ໝາຍ​ການ​ເຮັດ​ພິ​ທີ​ການ.

27.3.2.3

ການ​ຈົດ​ທະ​ບຽນ​ສົມ​ຣົດ

ກ່ອນ​ແຕ່ງ​ງານ, ຄູ່​ຊາຍ​ຍິງ​ຕ້ອງ​ຈົດ​ທະ​ບຽນ​ສົມ​ຣົດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຊຶ່ງ​ມີ​ຜົນ​ໃນ​ສະ​ຖານ​ທີ່​ປະ​ຕິ​ບັດ​ພິ​ທີ. ຖ້າ​ຫາກ​ຄູ່​ຊາຍ​ຍິງ​ຈະ​ແຕ່ງ​ງານ ແລະ ຜະ​ນຶກ​ໃນ​ພິ​ທີ​ການ​ດຽວ​ກັນ, ເຂົາ​ເຈົ້າ​ຕ້ອງ​ເອົາ​ທະ​ບຽນ​ສົມ​ຣົດ​ມາ​ທີ່​ພຣະ​ວິ​ຫານ​ນຳ.

ຄູ່​ຊາຍ​ຍິງ​ທີ່​ຈະ​ຜະ​ນຶກ​ຫລັງ​ຈາກ​ການ​ແຕ່ງ​ງານ​ຕາມ​ກົດ​ໝາຍ ບໍ່​ຈຳ​ເປັນ​ຕ້ອງ​ເອົາ​ທະ​ບຽນ​ສົມ​ຣົດ​ມາ​ທີ່​ພຣະ​ວິ​ຫານ​ນຳ. ແທນ​ນັ້ນ, ເຂົາ​ເຈົ້າ​ຈະ​ບອກ​ວັນ​ເດືອນ​ປີ, ແລະ ສະ​ຖານ​ທີ່​ແຕ່ງ​ງານ​ຕາມ​ກົດ​ໝາຍ ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຂັ້ນ​ຕອນ​ການ​ກວດ​ສອບ​ບັນ​ທຶກ.

27.3.2.4

ຜູ້​ໄປ​ເປັນ​ເພື່ອນ​ເຈົ້າ​ບ່າວ ແລະ ເຈົ້າ​ສາວ

ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ສາ​ມາດ​ໄປ​ກັບ​ເຈົ້າ​ສາວ​ເພື່ອ​ຊ່ວຍ​ນາງ​ໃນ​ຫ້ອງ​ແຕ່ງ​ຕົວ. ອ້າຍ​ນ້ອງ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ແລ້ວ​ກໍ​ເຮັດ​ເຊັ່ນ​ດຽວ​ກັນ​ສຳ​ລັບ​ເຈົ້າ​ບ່າວ. ຜູ້​ໄປ​ເປັນ​ເພື່ອນ​ຕ້ອງ​ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ. ພຣະ​ວິ​ຫານ​ສາ​ມາດ​ຈັດ​ຫາ​ຜູ້​ໄປ​ເປັນ​ເພື່ອນ​ໃຫ້​ໄດ້ ຖ້າ​ຕ້ອງ​ການ.

27.3.2.5

ຜູ້​ປະ​ຕິ​ບັດ​ພິ​ທີ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ

ຕາມ​ປົກ​ກະ​ຕິ​ແລ້ວ ການ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ​ຈະ​ຖືກ​ປະ​ຕິ​ບັດ​ໂດຍ​ຜູ້​ຜະ​ນຶກ​ທີ່​ຖືກ​ມອບ​ໝາຍ​ໃຫ້​ພຣະ​ວິ​ຫານ ບ່ອນ​ທີ່​ຄູ່​ຊາຍ​ຍິງ​ຈະ​ແຕ່ງ​ງານ ຫລື ຜະ​ນຶກ. ຖ້າ​ຫາກ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ຫລື ຄົນ​ຮູ້​ຈັກ​ດຳ​ລົງ​ສິດ​ອຳ​ນາດ​ການ​ຜະ​ນຶກ ແລະ ໄດ້​ຖືກ​ມອບ​ໝາຍ​ໃຫ້​ພຣະ​ວິ​ຫານ​ບ່ອນ​ທີ່​ຄູ່​ຊາຍ​ຍິງ​ຈະ​ແຕ່ງ​ງານ ຫລື ຜະ​ນຶກ, ເຂົາ​ເຈົ້າ​ສາ​ມາດ​ເຊື້ອ​ເຊີນ​ເພິ່ນ​ໃຫ້​ປະ​ຕິ​ບັດ​ການ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ໄດ້.

27.3.2.6

ເຄື່ອງ​ນຸ່ງ​ທີ່​ເໝາະ​ສົມ​ສຳ​ລັບ​ການ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ

ເຄື່ອງ​ນຸ່ງ​ຂອງ​ເຈົ້າ​ສາວ. ຊຸດ​ເຈົ້າ​ສາວ​ທີ່​ໃສ່​ໃນ​ພຣະ​ວິ​ຫານ​ຄວນ​ເປັນ​ສີ​ຂາວ, ແບບ ແລະ ເນື້ອ​ຜ້າ​ຄວນ​ສຸ​ພາບ​ຮຽບ​ຮ້ອຍ, ແລະ ປາດ​ສະ​ຈາກ​ການ​ປະ​ດັບ​ປະ​ດາ​ຢ່າງ​ຫລູ​ຫລາ. ມັນ​ຄວນ​ປົກ​ປິດ​ເສື້ອ​ຜ້າ​ສັກ​ສິດ​ພຣະ​ວິ​ຫານ​ນຳ​ອີກ. ເນື້ອ​ຜ້າ​ບາງໆ​ຄວນ​ມີ​ຊັບ​ໃນ.

ເພື່ອ​ໃຫ້​ເຂົ້າ​ກັບ​ຊຸດ​ອື່ນໆ​ທີ່​ໃສ່​ໃນ​ພຣະ​ວິ​ຫານ, ຊຸດ​ເຈົ້າ​ສາວ​ຄວນ​ມີ​ແຂນ​ຍາວ ຫລື ແຂນ​ສາມ​ສ່ວນ. ຊຸດ​ບໍ່​ຄວນ​ມີ​ຫາງ​ກະ​ໂປງ ເວັ້ນ​ເສຍ​ແຕ່​ສ່ວນ​ຫາງ​ສາ​ມາດ​ປັກ​ຂຶ້ນ​ໄວ້​ດ້ວຍ​ເຂັມ​ກັດ ຫລື ຖອດ​ອອກ​ໄດ້​ເມື່ອ​ທຳ​ພິ​ທີ​ການ​ຜະ​ນຶກ.

ພຣະ​ວິ​ຫານ​ສາ​ມາດ​ຈັດ​ຫາ​ຊຸດ​ກະ​ໂປງ​ໃຫ້ ຖ້າ​ຕ້ອງ​ການ ຫລື ປາດ​ຖະ​ໜາ.

ເຄື່ອງ​ນຸ່ງ​ຂອງ​ເຈົ້າ​ບ່າວ. ເຈົ້າ​ບ່າວ​ຈະ​ໃສ່​ເຄື່ອງ​ນຸ່ງ​ພຣະ​ວິ​ຫານ​ປົກ​ກະ​ຕິ ລະ​ຫວ່າງ​ການ​ແຕ່ງ​ງານ ຫລື ພິ​ທີ​ການ​ຜະ​ນຶກ (ເບິ່ງ 38.5.1 ແລະ 38.5.2).

ເຄື່ອງ​ນຸ່ງ​ຂອງ​ແຂກ​ຮັບ​ເຊີນ. ຜູ້​ທີ່​ເຂົ້າ​ຮ່ວມ​ການ​ແຕ່ງ​ງານ ຫລື ພິ​ທີ​ການ​ຜະ​ນຶກ​ຄວນ​ໃສ່​ເຄື່ອງ​ນຸ່ງ​ທີ່​ຄ້າຍ​ຄື​ກັບ​ທີ່​ເຂົາ​ເຈົ້າ​ໃສ່​ໄປ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ສະ​ມາ​ຊິກ​ທີ່​ເຂົ້າ​ຮ່ວມ​ການ​ຜະ​ນຶກ​ທັນ​ທີ​ຫລັງ​ຈາກ​ພາກ​ຮັບ​ຂອງ​ປະ​ທານ​ສັກ​ສິດ ສາ​ມາດ​ໃສ່​ເຄື່ອງ​ນຸ່ງ​ພິ​ທີ​ພຣະ​ວິ​ຫານ​ໄດ້.

ດອກ​ໄມ້. ຄູ່​ຊາຍ​ຍິງ ແລະ ແຂກ​ຮັບ​ເຊີນ​ຂອງ​ເຂົາ​ເຈົ້າ​ບໍ່​ຄວນ​ເອ້​ປະ​ດັບ​ດ້ວຍ​ດອກ​ໄມ້​ລະ​ຫວ່າງ​ການ​ແຕ່ງ​ງານ ຫລື ພິ​ທີ​ການ​ຜະ​ນຶກ.

27.3.2.7

ການ​ແລກ​ແຫວນ​ຫລັງ​ຈາກ​ການ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ

ການ​ແລກ​ແຫວນ​ບໍ່​ແມ່ນ​ພາກ​ສ່ວນ​ໃນ​ພິ​ທີ​ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄູ່​ຊາຍ​ຍິງ​ສາ​ມາດ​ແລກ​ແຫວນ​ຫລັງ​ຈາກ​ພິ​ທີ​ຢູ່​ໃນ​ຫ້ອງ​ຜະ​ນຶກ​ໄດ້. ຄູ່​ຊາຍ​ຍິງ​ບໍ່​ຄວນ​ແລກ​ແຫວນ​ໃນ​ເວ​ລາ​ອື່ນ ຫລື ໃນ​ສະ​ຖານ​ທີ່​ອື່ນ​ໃນ​ພຣະ​ວິ​ຫານ ຫລື ບໍ​ລິ​ເວນ​ພຣະ​ວິ​ຫານ.

ຄູ່​ຊາຍ​ຍິງ​ທີ່​ແຕ່ງ​ງານ ແລະ ຜະ​ນຶກ​ເຂົ້າ​ກັນ​ໃນ​ພິ​ທີ​ດຽວ​ກັນ ອາດ​ແລກ​ແຫວນ​ໃນ​ພາຍ​ຫລັງ ເພື່ອ​ຈັດ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ​ໄດ້​ເຫັນ​ນຳ. ການ​ແລກ​ແຫວນ​ບໍ່​ຄວນ​ເຮັດ​ຊ້ຳ​ພາກ​ສ່ວນ​ໃດ​ໜຶ່ງ​ຂອງ​ການ​ແຕ່ງ​ງານ​ໃນ​ພຣະ​ວິ​ຫານ ຫລື ພິ​ທີ​ການ​ຜະ​ນຶກ. ຄູ່​ຊາຍ​ຍິງ​ບໍ່​ຄວນ​ແລກ​ຄຳ​ປະ​ຕິ​ຍານ​ຫລັງ​ການ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ.

ຄູ່​ສາ​ມີ​ພັນ​ລະ​ຍາ​ທີ່​ໄດ້​ແຕ່ງ​ງານ​ຕາມ​ກົດ​ໝາຍ​ກ່ອນ​ການ​ຜະ​ນຶກ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ວິ​ຫານ ສາ​ມາດ​ແລກ​ແຫວນ​ຢູ່​ໃນ​ພິ​ທີ​ແຕ່ງ​ງານ​ຕາມ​ກົດ​ໝາຍ, ຢູ່​ໃນ​ການ​ຜະ​ນຶກ​ຂອງ​ເຂົາ​ເຈົ້າ, ຫລື ທັງ​ສອງ​ພິ​ທີ.

27.3.4

ໃຜ​ເຂົ້າ​ຮ່ວມ​ການ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ

ຄູ່​ຊາຍ​ຍິງ​ຄວນ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ໝູ່​ເພື່ອນ​ທີ່​ໃກ້​ຊິດ​ເທົ່າ​ນັ້ນ ໃຫ້​ມາ​ຮ່ວມ​ການ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ໃນ​ພຣະ​ວິ​ຫານ. ສະ​ມາ​ຊິກ​ທີ່​ຮູ້​ຈັກ​ຮັບ​ຜິດ​ຊອບ​ຕ້ອງ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ກ່ອນ​ແລ້ວ ແລະ ມີ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ​ໃນ​ປະ​ຈຸ​ບັນ ຈຶ່ງ​ເຂົ້າ​ຮ່ວມ​ໄດ້.

ປະ​ທານ​ສະ​ເຕກ​ອາດ​ອະ​ນຸ​ຍາດ​ໃຫ້​ບຸກ​ຄົນ​ທີ່​ຍັງ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ຫລື ​ຍັງ​ບໍ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ເທື່ອ ເນື່ອງ​ຈາກ​ຄວາມ​ພິ​ການ​ທາງ​ສະ​ຕິ​ປັນ​ຍາ ໄປ​ເບິ່ງ​ການ​ແຕ່ງ​ງານ ຫລື ການ​ຜະ​ນຶກ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ລາວ​ໃນ​ພຣະ​ວິ​ຫານ​ໄດ້. ບຸກ​ຄົນ​ນັ້ນ​ຕ້ອງ:

  • ມີ​ອາ​ຍຸ​ຢ່າງ​ໜ້ອຍ 18 ປີ.

  • ສາ​ມາດ​ມິດ​ງຽບ​ລະ​ຫວ່າງ​ພິ​ທີ.

ປະ​ທານ​ສະ​ເຕກ​ຈະ​ຂຽນ​ຈົດ​ໝາຍ​ລະ​ບຸ​ວ່າ ບຸກ​ຄົນ​ນັ້ນ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເບິ່ງ​ການ​ຜະ​ນຶກ. ຈົດ​ໝາຍ​ນີ້​ຈະ​ຖືກ​ແຈ້ງ​ສະ​ເໜີ​ທີ່​ພຣະ​ວິ​ຫານ.

27.4

ການ​ຜະ​ນຶກ​ລູກ​ທີ່​ມີ​ຊີ​ວິດ​ຢູ່​ເຂົ້າ​ກັບ​ພໍ່​ແມ່

ລູກ​ທີ່​ເກີດ​ຫລັງ​ຈາກ​ແມ່​ໄດ້​ຜະ​ນຶກ​ເຂົ້າ​ກັບ​ພໍ່​ຢູ່​ໃນ​ພຣະ​ວິ​ຫານ ແມ່ນ​ເກີດ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ການ​ຜະ​ນຶກ​ນັ້ນ. ເຂົາ​ເຈົ້າ​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ພິ​ທີ​ການ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່.

ລູກ​ທີ່​ບໍ່​ໄດ້​ເກີດ​ໃນ​ພັນ​ທະ​ສັນ​ຍາ​ສາ​ມາດ​ກາຍ​ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ​ນິ​ລັນ​ດອນ​ໄດ້ ໂດຍ​ການ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ແທ້ໆ ຫລື ພໍ່​ແມ່​ບຸນ​ທຳ​ຂອງ​ພວກ​ເຂົາ. ລູກ​ເຫລົ່າ​ນີ້​ມີ​ສິດ​ໄດ້​ຮັບ​ພອນ​ດຽວ​ກັນ​ກັບ​ລູກ​ທີ່​ເກີດ​ໃນ​ພັນ​ທະ​ສັນ​ຍາ.

27.4.2

ການ​ຕິດ​ຕໍ່​ພຣະ​ວິ​ຫານ

ຄູ່​ຊາຍ​ຍິງ​ທີ່​ຕ້ອງ​ການ​ໃຫ້​ລູກ​ຂອງ​ເຂົາ​ເຈົ້າ​ຜະ​ນຶກ​ເຂົ້າ​ກັບ​ເຂົາ​ເຈົ້າ, ຫລື ລູກ​ທີ່​ປາດ​ຖະ​ໜາ​ຈະ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ທີ່​ເສຍ​ຊີ​ວິດ​ແລ້ວ, ຄວນ​ຕິດ​ຕໍ່​ພຣະ​ວິ​ຫານ​ລ່ວງ​ໜ້າ ເພື່ອ​ນັດ​ເວ​ລາ​ເຮັດ​ພິ​ທີ​ການ.

ພິມ