“32. ການກັບໃຈ ແລະ ສະພາສະມາຊິກກະພາບໃນສາດສະໜາຈັກ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“32. ການກັບໃຈ ແລະ ສະພາສະມາຊິກກະພາບໃນສາດສະໜາຈັກ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
32.
ການກັບໃຈ ແລະ ສະພາສະມາຊິກກະພາບໃນສາດສະໜາຈັກ
32.0
ຄຳນຳ
ການກັບໃຈສ່ວນໃຫຍ່ເກີດຂຶ້ນລະຫວ່າງບຸກຄົນ, ພຣະເຈົ້າ, ແລະ ຜູ້ໄດ້ຮັບຜົນກະທົບຈາກບາບຂອງບຸກຄົນນັ້ນ. ເຖິງຢ່າງໃດກໍຕາມ, ບາງຄັ້ງອະທິການ ຫລື ປະທານສະເຕກຕ້ອງຊ່ວຍສະມາຊິກຂອງສາດສະໜາຈັກໃນຄວາມພະຍາຍາມຂອງເຂົາເຈົ້າທີ່ຈະກັບໃຈ.
ເມື່ອຊ່ວຍເຫລືອສະມາຊິກເລື່ອງການກັບໃຈ, ອະທິການ ແລະ ປະທານສະເຕກຈະສະແດງຄວາມຮັກ ແລະ ຄວາມຫ່ວງໃຍ. ພວກເພິ່ນຈະເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ, ຜູ້ຍົກແຕ່ລະຄົນຂຶ້ນ ແລະ ຊ່ວຍເຂົາເຈົ້າຫັນຫລັງໃຫ້ບາບ ແລະ ຫັນໜ້າມາຫາພຣະເຈົ້າ (ເບິ່ງ ມັດທາຍ 9:10–13; ໂຢຮັນ 8:3–11).
32.1
ການກັບໃຈ ແລະ ການໃຫ້ອະໄພ
ເພື່ອເຮັດໃຫ້ເກີດແຜນແຫ່ງຄວາມເມດຕາຂອງພຣະອົງ, ພຣະບິດາເທິງສະຫວັນໄດ້ສົ່ງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ພຣະເຢຊູຄຣິດ, ມາເພື່ອຊົດໃຊ້ແທນບາບຂອງເຮົາ (ເບິ່ງ ແອວມາ 42:15). ພຣະເຢຊູໄດ້ຮັບໂທດທີ່ກົດແຫ່ງຍຸດຕິທຳຮຽກຮ້ອງສຳລັບບາບຂອງເຮົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 19:15–19; ເບິ່ງ ແອວມາ 42:24–25 ນຳອີກ). ຜ່ານທາງການເສຍສະລະຂອງພຣະອົງ, ທັງພຣະບິດາ ແລະ ພຣະບຸດໄດ້ສະແດງຄວາມຮັກອັນບໍ່ມີຂອບເຂດຂອງພວກພຣະອົງຕໍ່ເຮົາ (ເບິ່ງ ໂຢຮັນ 3:16).
ເມື່ອເຮົາໃຊ້ “ສັດທາຈົນເຖິງການກັບໃຈ,” ພຣະບິດາເທິງສະຫວັນຈະໃຫ້ອະໄພແກ່ເຮົາ, ປະທານຄວາມເມດຕາຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ (ແອວມາ 34:15; ເບິ່ງ ແອວມາ 42:13 ນຳອີກ). ເມື່ອເຮົາສະອາດ ແລະ ໄດ້ຮັບການໃຫ້ອະໄພແລ້ວ, ເຮົາຈະສາມາດຮັບເອົາອານາຈັກຂອງພຣະເຈົ້າເປັນມູນມໍລະດົກໃນທີ່ສຸດ (ເບິ່ງ ເອຊາຢາ 1:18; ຄຳສອນ ແລະ ພັນທະສັນຍາ 58:42).
ການກັບໃຈເປັນຫລາຍກວ່າການປ່ຽນພຶດຕິກຳ. ມັນຄືການຫັນຫລັງໃຫ້ບາບ ແລະ ຫັນໜ້າມາຫາພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ມັນນຳໄປສູ່ການປ່ຽນແປງຂອງໃຈ ແລະ ຄວາມຄິດ (ເບິ່ງ ໂມໄຊຢາ 5:2; ແອວມາ 5:12–14; ຮີລາມັນ 15:7). ຜ່ານທາງການກັບໃຈ, ເຮົາກາຍເປັນຄົນໃໝ່, ຄືນດີກັບພຣະເຈົ້າ (ເບິ່ງ 2 ໂກຣິນໂທ 5:17–18; ໂມໄຊຢາ 27:25–26).
ໂອກາດທີ່ຈະກັບໃຈເປັນພອນທີ່ຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງທີ່ພຣະບິດາເທິງສະຫວັນໄດ້ປະທານໃຫ້ເຮົາ ຜ່ານທາງຂອງປະທານແຫ່ງພຣະບຸດຂອງພຣະອົງ.
32.2
ຈຸດປະສົງຂອງການຈຳກັດ ຫລື ການຖອນສະມາຊິກກະພາບໃນສາດສະໜາຈັກ
ຖ້າຫາກສະມາຊິກໄດ້ກະທຳບາບອັນຮ້າຍແຮງ, ອະທິການ ຫລື ປະທານສະເຕກຈະຊ່ວຍໃຫ້ບຸກຄົນນັ້ນກັບໃຈ. ສ່ວນໜຶ່ງຂອງຂັ້ນຕອນນີ້, ເພິ່ນອາດຕ້ອງຈຳກັດສິດທິພິເສດສະມາຊິກກະພາບໃນສາດສະໜາຈັກບາງຢ່າງຊົ່ວໄລຍະໜຶ່ງ. ໃນບາງສະຖານະການ, ເພິ່ນອາດຕ້ອງຖອນສະມາຊິກກະພາບຂອງບຸກຄົນນັ້ນຊົ່ວໄລຍະໜຶ່ງ.
ການຈຳກັດ ຫລື ການຖອນສະມາຊິກກະພາບຂອງບຸກຄົນ ບໍ່ໄດ້ເຈດຕະນາທີ່ຈະລົງໂທດ. ກົງກັນຂ້າມ, ການດຳເນີນການເຫລົ່ານີ້ ບາງຄັ້ງຈຳເປັນຕໍ່ການຊ່ວຍໃຫ້ບຸກຄົນກັບໃຈ ແລະ ປະສົບກັບການປ່ຽນແປງຂອງໃຈ. ມັນຍັງໃຫ້ເວລາບຸກຄົນກະກຽມທາງວິນຍານ ເພື່ອຕໍ່ ແລະ ຮັກສາພັນທະສັນຍາຂອງຕົນນຳອີກ.
ຈຸດປະສົງສາມຢ່າງຂອງການຈຳກັດ ຫລື ການຖອນສະມາຊິກກະພາບ ມີດັ່ງຕໍ່ໄປນີ້.
32.2.1
ຊ່ວຍປົກປ້ອງຄົນອື່ນ
ຈຸດປະສົງຢ່າງທຳອິດຄືຊ່ວຍປົກປ້ອງຄົນອື່ນ. ບາງຄັ້ງບຸກຄົນເປັນໄພຄຸກຄາມທາງຮ່າງກາຍ ຫລື ທາງວິນຍານ. ພຶດຕິກຳການລ່າເຫຍື່ອ, ການທຳຮ້າຍຮ່າງກາຍ, ການລ່ວງລະເມີດທາງເພດ, ການໃຊ້ສານເສບຕິດ, ການສໍ້ໂກງ, ແລະ ການປະຖິ້ມຄວາມເຊື່ອ ເປັນບາງວິທີທີ່ເຮັດໃຫ້ເກີດສິ່ງນີ້. ດ້ວຍການດົນໃຈ, ອະທິການ ຫລື ປະທານສະເຕກຈະດຳເນີນການເພື່ອປົກປ້ອງຄົນອື່ນ ເມື່ອມີບາງຄົນເປັນໄພຄຸກຄາມຮ້າຍແຮງໃນລັກສະນະນີ້ ແລະ ໃນລັກສະນະອື່ນທີ່ຮ້າຍແຮງ (ເບິ່ງ ແອວມາ 5:59–60).
32.2.2
ຊ່ວຍໃຫ້ບຸກຄົນເຂົ້າເຖິງອຳນາດແຫ່ງການໄຖ່ຂອງພຣະເຢຊູຄຣິດຜ່ານທາງການກັບໃຈ
ຈຸດປະສົງຢ່າງທີສອງຄືຊ່ວຍໃຫ້ບຸກຄົນເຂົ້າເຖິງອຳນາດແຫ່ງການໄຖ່ຂອງພຣະເຢຊູຄຣິດຜ່ານທາງການກັບໃຈ ຜ່ານທາງຂັ້ນຕອນນີ້, ເຂົາຈະສະອາດຄືນ ແລະ ມີຄ່າຄວນທີ່ຈະໄດ້ຮັບພອນທຸກປະການຂອງພຣະເຈົ້າ.
32.2.3
ປົກປ້ອງຄຸນນະທຳຂອງສາດສະໜາຈັກ
ຈຸດປະສົງຢ່າງທີສາມຄືປົກປ້ອງຄຸນນະທຳຂອງສາດສະໜາຈັກ. ການຈຳກັດ ຫລື ການຖອນສະມາຊິກກະພາບໃນສາດສະໜາຈັກຂອງບຸກຄົນ ອາດຈຳເປັນຖ້າຫາກການປະພຶດຂອງເຂົາເປັນອັນຕະລາຍຫລາຍຕໍ່ສາດສະໜາຈັກ (ເບິ່ງ ແອວມາ 39:11). ຄຸນນະທຳຂອງສາດສະໜາຈັກບໍ່ໄດ້ຖືກປົກປ້ອງ ໂດຍການປົກປິດ ຫລື ລົດບາບອັນຮ້າຍແຮງໃຫ້ໜ້ອຍລົງ—ແຕ່ໂດຍການຈັດການກັບບາບເຫລົ່ານັ້ນ.
32.3
ບົດບາດຂອງຜູ້ຕັດສິນໃນອິດສະຣາເອນ
ອະທິການ ແລະ ປະທານສະເຕກໄດ້ຖືກເອີ້ນ ແລະ ຖືກແຕ່ງຕັ້ງເປັນທາງການໃຫ້ເປັນຜູ້ຕັດສິນໃນອິດສະຣາເອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 107:72–74). ພວກເພິ່ນດຳລົງຂໍກະແຈຂອງຖານະປະໂລຫິດ ເພື່ອເປັນຕົວແທນຂອງພຣະຜູ້ເປັນເຈົ້າ ໃນການຊ່ວຍໃຫ້ສະມາຊິກຂອງສາດສະໜາຈັກກັບໃຈ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 13:1; 107:16–18).
ສ່ວນຫລາຍອະທິການ ແລະ ປະທານສະເຕກຈະຊ່ວຍໃນການກັບໃຈ ຜ່ານທາງການໃຫ້ຄຳປຶກສາສ່ວນຕົວ. ການຊ່ວຍເຫລືອນີ້ອາດລວມທັງການຈຳກັດສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຢ່າງບໍ່ເປັນທາງການຊົ່ວໄລຍະໜຶ່ງ.
ສຳລັບບາບອັນຮ້າຍແຮງບາງຢ່າງ, ຜູ້ນຳຈະຊ່ວຍໃນການກັບໃຈ ໂດຍການຈັດສະພາສະມາຊິກກະພາບຂຶ້ນ (ເບິ່ງ 32.6). ການຊ່ວຍເຫລືອນີ້ອາດລວມທັງການຈຳກັດສິດທິພິເສດສະມາຊິກກະພາບໃນສາດສະໜາຈັກຢ່າງເປັນທາງການ ຫລື ການຖອນສະມາຊິກກະພາບຂອງບຸກຄົນຊົ່ວໄລຍະໜຶ່ງ.
ອະທິການ ແລະ ປະທານສະເຕກຈະຮັກ ແລະ ເອົາໃຈໃສ່ ໃນຂະນະທີ່ພວກເພິ່ນຊ່ວຍໃຫ້ສະມາຊິກກັບໃຈ. ການປະຕິສຳພັນຂອງພຣະຜູ້ຊ່ວຍໃຫ້ລອດກັບຜູ້ຍິງຫລິ້ນຊູ້ ເປັນແນວທາງໜຶ່ງ (ເບິ່ງ ໂຢຮັນ 8:3–11). ເຖິງແມ່ນພຣະອົງບໍ່ໄດ້ກ່າວວ່າບາບຂອງນາງໄດ້ຖືກອະໄພໃຫ້ແລ້ວ, ແຕ່ພຣະອົງກໍບໍ່ໄດ້ປະນາມນາງ. ກົງກັນຂ້າມ, ພຣະອົງໄດ້ບອກນາງວ່າ “ຕໍ່ໄປຢ່າເຮັດບາບອີກ”—ໃຫ້ກັບໃຈ ແລະ ປ່ຽນຊີວິດຂອງນາງ.
ຜູ້ນຳເຫລົ່ານີ້ສິດສອນວ່າ “ສະຫວັນຈະມີຄວາມຊື່ນຊົມຍິນດີ … ທີ່ຄົນບາບຜູ້ໜຶ່ງຖິ້ມໃຈເກົ່າເອົາໃຈໃໝ່” (ລູກາ 15:7). ພວກເພິ່ນອົດທົນ, ສະໜັບສະໜູນ, ແລະ ຄິດບວກ. ພວກເພິ່ນດົນໃຈຄວາມຫວັງ. ພວກເພິ່ນສິດສອນ ແລະ ເປັນພະຍານວ່າ ເພາະການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ທຸກຄົນສາມາດກັບໃຈ ແລະ ສະອາດໄດ້.
ອະທິການ ແລະ ປະທານສະເຕກສະແຫວງຫາການນຳພາຈາກພຣະວິນຍານ ເພື່ອຈະໄດ້ຮູ້ຈັກວິທີຊ່ວຍໃຫ້ແຕ່ລະຄົນກັບໃຈ. ພຽງແຕ່ສຳລັບບາບອັນຮ້າຍແຮງທີ່ສຸດ ທີ່ສາດສະໜາຈັກມີມາດຕະຖານທີ່ກຳນົດໄວ້ກ່ຽວກັບສິ່ງທີ່ຜູ້ນຳຂອງຕົນຄວນປະຕິບັດຕາມ (ເບິ່ງ 32.6). ບໍ່ມີສະຖານະການໃດທີ່ເໝືອນກັນ. ການໃຫ້ຄຳປຶກສາຈາກຜູ້ນຳ ແລະ ຂັ້ນຕອນຂອງການກັບໃຈທີ່ພວກເພິ່ນໃຊ້ ຕ້ອງໄດ້ຮັບການດົນໃຈ ແລະ ອາດແຕກຕ່າງກັນສຳລັບແຕ່ລະຄົນ.
32.4
ການສາລະພາບ, ການຮັກສາຄວາມລັບ, ແລະ ການລາຍງານຕໍ່ເຈົ້າໜ້າທີ່ຝ່າຍລັດຖະບານ
32.4.1
ການສາລະພາບ
ການກັບໃຈຮຽກຮ້ອງໃຫ້ສາລະພາບຕໍ່ພຣະບິດາເທິງສະຫວັນ. ພຣະເຢຊູຄຣິດໄດ້ກ່າວວ່າ, “ໂດຍສິ່ງນີ້ເຈົ້າຈະຮູ້ວ່າ ຄົນໆນັ້ນໄດ້ກັບໃຈຈາກບາບຂອງເຂົາຫລືບໍ່—ຈົ່ງເບິ່ງ, ເຂົາຈະສາລະພາບ ແລະ ປະຖິ້ມມັນ” (ຄຳສອນ ແລະ ພັນທະສັນຍາ 58:43; ເບິ່ງ ໂມໄຊຢາ 26:29 ນຳອີກ).
ເມື່ອສະມາຊິກຂອງສາດສະໜາຈັກກະທຳບາບອັນຮ້າຍແຮງ, ການກັບໃຈຂອງເຂົາເຈົ້າແມ່ນລວມທັງການສາລະພາບຕໍ່ອະທິການ ຫລື ປະທານສະເຕກນຳອີກ. ແລ້ວເພິ່ນຈະສາມາດໃຊ້ຂໍກະແຈຂອງພຣະກິດຕິຄຸນແຫ່ງການກັບໃຈເພື່ອຜົນປະໂຫຍດຂອງເຂົາເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 13:1; 84:26–27; 107:18, 20). ສິ່ງນີ້ຊ່ວຍເຂົາເຈົ້າປິ່ນປົວ ແລະ ກັບສູ່ເສັ້ນທາງພຣະກິດຕິຄຸນ ຜ່ານທາງອຳນາດແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ຈຸດປະສົງຂອງການສາລະພາບຄືເພື່ອຊຸກຍູ້ສະມາຊິກໃຫ້ປົດພາລະຂອງຕົນ ເພື່ອວ່າເຂົາເຈົ້າຈະສະແຫວງຫາຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ ໃນການປ່ຽນແປງ ແລະ ການປິ່ນປົວ. ການພັດທະນາ “ຫົວໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ” ໄດ້ຮັບຄວາມຊ່ວຍເຫລືອຈາກການສາລະພາບ (2 ນີໄຟ 2:7). ການສາລະພາບດ້ວຍຄວາມສະໝັກໃຈສະແດງໃຫ້ເຫັນວ່າ ບຸກຄົນປາດຖະໜາທີ່ຈະກັບໃຈ.
ເມື່ອສະມາຊິກສາລະພາບ, ອະທິການ ຫລື ປະທານສະເຕກຈະເຮັດຕາມແນວທາງຊີ້ນຳສຳລັບການໃຫ້ຄຳປຶກສາໃນ 32.8. ເພິ່ນຈະສະແຫວງຫາການນຳພາດ້ວຍການອະທິຖານກ່ຽວກັບສະພາບແວດລ້ອມທີ່ເໝາະສົມ ໃນການຊ່ວຍໃຫ້ສະມາຊິກກັບໃຈ. ເພິ່ນຈະພິຈາລະນາວ່າ ສະພາສະມາຊິກກະພາບຈະເປັນປະໂຫຍດຫລືບໍ່. ຖ້າຫາກນະໂຍບາຍຂອງສາດສະໜາຈັກຮຽກຮ້ອງໃຫ້ຈັດສະພາສະມາຊິກກະພາບຂຶ້ນ, ເພິ່ນຈະອະທິບາຍເລື່ອງນີ້ (ເບິ່ງ 32.6).
ບາງຄັ້ງສະມາຊິກໄດ້ເຮັດຜິດຕໍ່ຄູ່ຄອງ ຫລື ຜູ້ໃຫຍ່ຄົນອື່ນ. ສ່ວນໜຶ່ງຂອງການກັບໃຈ, ຕາມປົກກະຕິແລ້ວ ເຂົາຈະສາລະພາບຕໍ່ບຸກຄົນນັ້ນ ແລະ ສະແຫວງຫາການໃຫ້ອະໄພ. ຊາວໜຸ່ມທີ່ໄດ້ກະທຳບາບອັນຮ້າຍແຮງ ຕາມປົກກະຕິແລ້ວ ຈະຖືກຊຸກຍູ້ໃຫ້ປຶກສາກັບພໍ່ແມ່ຂອງເຂົາ.
32.4.4
ການຮັກສາຄວາມລັບ
ອະທິການ, ປະທານສະເຕກ, ແລະ ທີ່ປຶກສາຂອງພວກເພິ່ນມີໜ້າທີ່ສັກສິດ ໃນການປົກປ້ອງຂໍ້ມູນທີ່ເປັນຄວາມລັບທັງໝົດ ທີ່ພວກເພິ່ນໄດ້ຮັບ. ຂໍ້ມູນນີ້ອາດມາຈາກການສຳພາດ, ການໃຫ້ຄຳປຶກສາ, ແລະ ການສາລະພາບ. ໜ້າທີ່ຮັກສາຄວາມລັບແບບດຽວກັນນີ້ຖືກໃຊ້ກັບທຸກຄົນທີ່ມີສ່ວນຮ່ວມໃນສະພາສະມາຊິກກະພາບ. ການຮັກສາຄວາມລັບແມ່ນຈຳເປັນ ເພາະສະມາຊິກຈະບໍ່ສາລະພາບບາບ ຫລື ສະແຫວງຫາການນຳພາຖ້າຫາກບໍ່ຮັກສາຄວາມລັບທີ່ເຂົາເຈົ້າໄດ້ບອກກ່າວ. ການເປີດເຜີຍຄວາມລັບເທົ່າກັບທໍລະຍົດຕໍ່ຄວາມໄວ້ວາງໃຈຂອງສະມາຊິກ ແລະ ເປັນເຫດໃຫ້ເຂົາເຈົ້າສູນເສຍຄວາມເຊື່ອໝັ້ນໃນຜູ້ນຳຂອງເຂົາເຈົ້າ.
ໂດຍອີງຕາມໜ້າທີ່ຮັກສາຄວາມລັບຂອງພວກເພິ່ນ, ອະທິການ, ປະທານສະເຕກ, ຫລື ທີ່ປຶກສາຂອງພວກເພິ່ນອາດແບ່ງປັນຂໍ້ມູນດັ່ງກ່າວໄດ້ສະເພາະໃນກໍລະນີດັ່ງຕໍ່ໄປນີ້:
-
ພວກເພິ່ນຈຳເປັນຕ້ອງປຶກສາກັບປະທານສະເຕກ, ປະທານເຜີຍແຜ່, ຫລື ອະທິການຂອງສະມາຊິກຄົນນັ້ນກ່ຽວກັບການຈັດສະພາສະມາຊິກກະພາບ ຫລື ເລື່ອງທີ່ກ່ຽວຂ້ອງ.
-
ບຸກຄົນຍ້າຍໄປຫວອດໃໝ່ (ຫລື ຜູ້ນຳຖານະປະໂລຫິດຖືກປົດ) ຂະນະທີ່ດຳເນີນການເລື່ອງສະມາຊິກກະພາບ ຫລື ມີຂໍ້ກັງວົນຮ້າຍແຮງຍັງຢູ່ໃນລະຫວ່າງຂັ້ນຕອນພິຈາລະນາ.
-
ອະທິການ ຫລື ປະທານສະເຕກຮຽນຮູ້ວ່າສະມາຊິກຂອງສາດສະໜາຈັກທີ່ຢູ່ນອກຫວອດ ຫລື ສະເຕກ ອາດມີສ່ວນຮ່ວມໃນບາບອັນຮ້າຍແຮງ.
-
ເປັນສິ່ງຈຳເປັນທີ່ຕ້ອງເປີດເຜີຍຂໍ້ມູນລະຫວ່າງສະພາສະມາຊິກກະພາບ.
-
ສະມາຊິກເລືອກອະນຸຍາດໃຫ້ຜູ້ນຳແບ່ງປັນຂໍ້ມູນກັບບຸກຄົນໃດໜຶ່ງໂດຍສະເພາະ.
-
ອາດຈຳເປັນຕ້ອງແບ່ງປັນຂໍ້ມູນຈຳກັດ ທີ່ກ່ຽວກັບຄຳຕັດສິນຂອງສະພາສະມາຊິກກະພາບ.
ເພື່ອຊ່ວຍເຫລືອຜູ້ນຳໃນການປົກປ້ອງຄົນອື່ນ ແລະ ປະຕິບັດຕາມກົດໝາຍ, ສາດສະໜາຈັກໄດ້ຈັດກຽມຄວາມຊ່ວຍເຫລືອຈາກມືອາຊີບທີ່ຜ່ານການຝຶກຝົນມາແລ້ວ. ເພື່ອຮັບການນຳພານີ້, ຜູ້ນຳຈະໂທສາຍດ່ວນຮັບເລື່ອງການຂົ່ມເຫັງເດັກນ້ອຍ ຂອງສາດສະໜາຈັກໂດຍທັນທີ ໃນບ່ອນທີ່ມີໃຫ້ບໍລິການ (ເບິ່ງ 38.6.2.1). ໃນບ່ອນທີ່ບໍ່ມີໃຫ້ບໍລິການ, ປະທານສະເຕກຈະຕິດຕໍ່ຫາ ທີ່ປຶກສາກົດໝາຍລະດັບເຂດ ທີ່ຫ້ອງການເຂດ.
ໃນສະຖານະການດຽວທີ່ອະທິການ ຫລື ປະທານສະເຕກຈະເປີດເຜີຍຂໍ້ມູນທີ່ເປັນຄວາມລັບໂດຍທີ່ບໍ່ໄດ້ສະແຫວງຫາການນຳພາເຊັ່ນນັ້ນກ່ອນ. ນັ້ນຄືເມື່ອຈຳເປັນຕ້ອງເປີດເຜີຍເພື່ອປ້ອງກັນອັນຕະລາຍເຖິງຊີວິດ ຫລື ການບາດເຈັບຮ້າຍແຮງ ແລະ ບໍ່ມີເວລາທີ່ຈະສະແຫວງຫາການນຳພາ. ໃນກໍລະນີເຊັ່ນນັ້ນ, ໜ້າທີ່ປົກປ້ອງຄົນອື່ນແມ່ນສຳຄັນກວ່າໜ້າທີ່ຮັກສາຄວາມລັບ. ຜູ້ນຳຄວນຕິດຕໍ່ຫາເຈົ້າໜ້າທີ່ບ້ານເມືອງໂດຍທັນທີ.
32.6
ຄວາມຮຸນແຮງຂອງບາບ ແລະ ນະໂຍບາຍຂອງສາດສະໜາຈັກ
ຄວາມຮຸນແຮງຂອງບາບເປັນຂໍ້ພິຈາລະນາທີ່ສຳຄັນໃນການກຳນົດສະພາບແວດລ້ອມ ທີ່ຈະ (1) ຊ່ວຍປົກປ້ອງຄົນອື່ນ ແລະ (2) ຊ່ວຍໃຫ້ບຸກຄົນກັບໃຈ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງ “ບໍ່ສາມາດເບິ່ງບາບດ້ວຍລະດັບການຍິນຍອມແມ່ນແຕ່ໜ້ອຍທີ່ສຸດ” (ຄຳສອນ ແລະ ພັນທະສັນຍາ 1:31; ເບິ່ງ ໂມໄຊຢາ 26:29 ນຳອີກ). ຜູ້ຮັບໃຊ້ຂອງພຣະອົງບໍ່ຄວນເມີນເສີຍຈາກຫລັກຖານຂອງບາບອັນຮ້າຍແຮງ.
ບາບອັນຮ້າຍແຮງເປັນການເຮັດຄວາມຜິດໂດຍເຈດຕະນາ ແລະ ຮ້າຍແຮງຕໍ່ກົດຂອງພຣະເຈົ້າ. ປະເພດຂອງການບາບອັນຮ້າຍແຮງມີລະບຸໄວ້ຢູ່ຂ້າງລຸ່ມ.
-
ການປະພຶດ ແລະ ການຂົ່ມເຫັງແບບຮຸນແຮງ
-
ການຜິດສິນທຳທາງເພດ
-
ການກະທຳທີ່ສໍ້ໂກງ
-
ການລະເມີດຄວາມໄວ້ວາງໃຈ
-
ການກະທຳອື່ນໆ
ກໍລະນີສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ ຫລື ອາດຈຳເປັນ
ປະເພດຂອງບາບ |
ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ |
ສະພາສະມາຊິກກະພາບອາດຈຳເປັນ |
---|---|---|
ປະເພດຂອງບາບ ການປະພຶດ ແລະ ການຂົ່ມເຫັງແບບຮຸນແຮງ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ
| ສະພາສະມາຊິກກະພາບອາດຈຳເປັນ |
ປະເພດຂອງບາບ ການຜິດສິນທຳທາງເພດ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ
| ສະພາສະມາຊິກກະພາບອາດຈຳເປັນ
|
ປະເພດຂອງບາບ ການກະທຳທີ່ສໍ້ໂກງ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ
| ສະພາສະມາຊິກກະພາບອາດຈຳເປັນ
|
ປະເພດຂອງບາບ ການລະເມີດຄວາມໄວ້ວາງໃຈ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ
| ສະພາສະມາຊິກກະພາບອາດຈຳເປັນ
|
ປະເພດຂອງບາບ ການກະທຳອື່ນໆ | ສະພາສະມາຊິກກະພາບຖືກຮຽກຮ້ອງໃຫ້ຈັດຂຶ້ນ
| ສະພາສະມາຊິກກະພາບອາດຈຳເປັນ
|
32.6.3
ກໍລະນີທີ່ປະທານສະເຕກປຶກສາກັບຝ່າຍປະທານເຂດວ່າ ສະພາສະມາຊິກກະພາບ ຫລື ການດຳເນີນການຢ່າງອື່ນ ຈຳເປັນຫລືບໍ່
ບາງເລື່ອງຮຽກຮ້ອງຄວາມລະອຽດອ່ອນ ແລະ ການນຳພາ. ເພື່ອຈະຮູ້ວິທີການຊ່ວຍເຫລືອທີ່ດີທີ່ສຸດ, ປະທານສະເຕກຕ້ອງປຶກສາກັບຝ່າຍປະທານເຂດກ່ຽວກັບສະຖານະການໃນພາກນີ້.
32.6.3.2
ການປະຖິ້ມຄວາມເຊື່ອ
ບັນຫາເລື່ອງການປະຖິ້ມຄວາມເຊື່ອ ສ່ວນຫລາຍຈະມີຜົນກະທົບອອກນອກເຂດຂອງຫວອດ ຫລື ສະເຕກ. ມັນຕ້ອງຖືກແກ້ໄຂໂດຍທັນທີເພື່ອປົກປ້ອງຄົນອື່ນ.
ອະທິການຈະປຶກສາກັບປະທານສະເຕກ ຖ້າຫາກເພິ່ນຮູ້ສຶກວ່າ ການກະທຳຂອງສະມາຊິກອາດກໍ່ໃຫ້ເກີດການປະຖິ້ມຄວາມເຊື່ອ.
ຕາມທີ່ໃຊ້ໃນນີ້, ການປະຖິ້ມຄວາມເຊື່ອ ໝາຍເຖິງສະມາຊິກກຳລັງມີສ່ວນຮ່ວມໃນການກະທຳຢ່າງໃດຢ່າງໜຶ່ງ ດັ່ງຕໍ່ໄປນີ້:
-
ການກະທຳຊ້ຳແລ້ວຊ້ຳອີກໃນສາທາລະນະຕໍ່ຕ້ານສາດສະໜາຈັກ, ຄຳສອນ, ນະໂຍບາຍ, ຫລື ຜູ້ນຳຂອງສາດສະໜາຈັກຢ່າງແຈ້ງຊັດ ແລະ ໂດຍເຈດຕະນາ
-
ຍັງຄົງສິດສອນວ່າເປັນຄຳສອນຂອງສາດສະໜາຈັກໃນສິ່ງທີ່ບໍ່ໄດ້ເປັນຄຳສອນຂອງສາດສະໜາຈັກ ຫລັງຈາກໄດ້ຖືກຕັກເຕືອນໂດຍອະທິການ ຫລື ປະທານສະເຕກແລ້ວ
-
ສະແດງຮູບແບບການທຳງານດ້ວຍເຈດຕະນາ ເພື່ອເຮັດໃຫ້ສັດທາ ແລະ ກິດຈະກຳຂອງສະມາຊິກໃນສາດສະໜາຈັກອ່ອນແອລົງ
-
ສືບຕໍ່ເຮັດຕາມຄຳສອນຂອງກຸ່ມທີ່ປະຖິ້ມຄວາມເຊື່ອ ຫລັງຈາກໄດ້ຖືກຕັກເຕືອນໂດຍອະທິການ ຫລື ປະທານສະເຕກແລ້ວ
-
ເຂົ້າຮ່ວມນິກາຍອື່ນຢ່າງເປັນທາງການ ແລະ ສົ່ງເສີມຄຳສອນຂອງພວກເຂົາ
32.6.3.3
ການຍັກຍອກເງິນທຶນຂອງສາດສະໜາຈັກ
ຖ້າຫາກສະມາຊິກຍັກຍອກເງິນທຶນຂອງສາດສະໜາຈັກ ຫລື ລັກຊັບສິນຂອງສາດສະໜາຈັກທີ່ມີຄ່າ, ປະທານສະເຕກຈະປຶກສາກັບຝ່າຍປະທານເຂດກ່ຽວກັບວ່າ ສະພາສະມາຊິກກະພາບ ຫລື ການດຳເນີນການອື່ນ ຈຳເປັນຫລືບໍ່.