ຄູ່​ມື ແລະ ການ​ເອີ້ນ
37. ສະ​ເຕກ, ຫວອດ, ແລະ ສາ​ຂາ​ສະ​ເພາະ


“37. ສະ​ເຕກ, ຫວອດ, ແລະ ສາ​ຂາ​ສະ​ເພາະ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“37. ສະ​ເຕກ, ຫວອດ, ແລະ ສາ​ຂາ​ສະ​ເພາະ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ກິນ​ອາ​ຫານ​ຢູ່​ນອກ

37.

ສະ​ເຕກ, ຫວອດ, ແລະ ສາ​ຂາ​ສະ​ເພາະ

37.0

ຄຳ​ນຳ

ປະ​ທານ​ສະ​ເຕກ​ອາດ​ສະ​ເໜີ​ການ​ສ້າງ​ຕັ້ງ​ສະ​ເຕກ, ຫວອດ, ແລະ ສາ​ຂາ​ສະ​ເພາະ ເພື່ອ​ຮັບ​ໃຊ້​ສະ​ມາ​ຊິກ.

37.1

ຫວອດ ແລະ ສາ​ຂາ​ພາ​ສາ

ປະ​ທານ​ສະ​ເຕກ​ອາດ​ສະ​ເໜີ​ການ​ສ້າງ​ຕັ້ງ​ຫວອດ ຫລື ສາ​ຂາ​ພາ​ສາ​ຂຶ້ນ​ສຳ​ລັບ​ສະ​ມາ​ຊິກ​ສະ​ເຕກ (1) ຜູ້​ທີ່​ບໍ່​ເວົ້າ​ພາ​ສາ​ໃນ​ທ້ອງ​ຖິ່ນ ຫລື (2) ຜູ້​ທີ່​ໃຊ້​ພາ​ສາ​ກືກ.

37.7

ກຸ່ມ​ໃນ​ສະ​ເຕກ, ເຂດ​ເຜີຍ​ແຜ່, ແລະ ເຂດ

ກຸ່ມ​ຄື​ສະ​ມາ​ຊິກ​ກຸ່ມ​ນ້ອຍ​ທີ່​ຖືກ​ອະ​ນຸ​ຍາດ​ໃຫ້​ຊຸມ​ນຸມ​ກັນ​ໂດຍ​ມີ​ອະ​ທິ​ການ, ປະ​ທານ​ສາ​ຂາ, ຫລື ປະ​ທານ​ເຜີຍ​ແຜ່​ເປັນ​ຜູ້​ດູ​ແລ. ປະ​ທານ​ສະ​ເຕກ ຫລື ປະ​ທານ​ເຜີຍ​ແຜ່​ອາດ​ສະ​ເໜີ​ສ້າງ​ຕັ້ງ​ກຸ່ມ​ໃນ​ສະ​ຖາ​ນະ​ການ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ເດີນ​ທາງ​ຂອງ​ສະ​ມາ​ຊິກ​ທີ່​ຄາດ​ຫວັງ​ດັ່ງ​ກ່າວ​ເພື່ອ​ໄປ​ຮ່ວມ​ການ​ປະ​ຊຸມ​ຫວອດ ຫລື ສາ​ຂາ​ເປັນ​ເລື່ອງ​ລຳ​ບາກ.

  • ສະ​ມາ​ຊິກ​ຈຳ​ນວນ​ນ້ອຍ​ເວົ້າ​ພາ​ສາ​ທີ່​ແຕກ​ຕ່າງ​ຈາກ​ຜູ້​ຄົນ​ໃນ​ຫວອດ ຫລື ສາ​ຂາ.

  • ສະ​ມາ​ຊິກ​ທີ່​ເປັນ​ທະ​ຫານ​ຈະ​ໄດ້​ຮັບ​ການ​ດູ​ແລ​ດີ​ທີ່​ສຸດ​ໂດຍ​ການ​ຢູ່​ໃນ​ກຸ່ມ.

ກຸ່ມ​ຕ້ອງ​ມີ​ສະ​ມາ​ຊິກ​ຢ່າງ​ໜ້ອຍ​ສອງ​ຄົນ. ຄົນ​ໜຶ່ງ​ຕ້ອງ​ເປັນ​ປະ​ໂລ​ຫິດ​ທີ່​ມີ​ຄ່າ​ຄວນ​ໃນ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຫລື ເປັນ​ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ທີ່​ມີ​ຄ່າ​ຄວນ.

ໃນ​ສະ​ເຕກ, ປະ​ທານ​ສະ​ເຕກ​ຈະ​ມອບ​ໝາຍ​ໃຫ້​ອະ​ທິ​ການ ຫລື ປະ​ທານ​ສາ​ຂາ​ຈັດ​ຕັ້ງ ແລະ ດູ​ແລ​ກຸ່ມ. ໃນ​ເຂດ​ເຜີຍ​ແຜ່, ປະ​ທານ​ເຜີຍ​ແຜ່​ຈະ​ມອບ​ໝາຍ​ໃຫ້​ປະ​ທານ​ຂາ​ສາ​ຈັດ​ຕັ້ງ ແລະ ດູ​ແລ​ກຸ່ມ.

ປະ​ທານ​ສະ​ເຕກ, ປະ​ທານ​ເຜີຍ​ແຜ່, ອະ​ທິ​ການ, ຫລື ປະ​ທານ​ສາ​ຂາ​ຈະ​ເອີ້ນ​ຜູ້​ໜຶ່ງ​ໃຫ້​ເປັນ​ຜູ້​ນຳ​ກຸ່ມ ແລະ ແຕ່ງ​ຕັ້ງ​ລາວ​ເປັນ​ທາງ​ການ. ຜູ້​ນຳ​ກຸ່ມ​ຈະ​ຈັດ​ຕັ້ງ ແລະ ດຳ​ເນີນ​ການ​ປະ​ຊຸມ​ກຸ່ມ, ຊຶ່ງ​ລວມ​ທັງ​ການ​ປະ​ຕິ​ບັດ​ສິນ​ລະ​ລຶກ.

ຜູ້​ນຳ​ກຸ່ມ​ບໍ່​ດຳ​ລົງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ແລະ ລາວ​ກໍ​ບໍ່​ຖືກ​ອະ​​ນຸ​ຍາດ​ໃຫ້:

  • ຮັບ​ເອົາ​ສ່ວນ​ສິບ ຫລື ເງິນ​ບໍ​ລິ​ຈາກ.

  • ໃຫ້​ຄຳ​ປຶກ​ສາ​ແກ່​ສະ​ມາ​ຊິກ​ກ່ຽວ​ກັບ​ບາບ​ອັນ​ຮ້າຍ​ແຮງ.

  • ໃຫ້​ການ​ຈຳ​ກັດ​ສະ​ມາ​ຊິກ​ກະ​ພາບ​ຢ່າງ​ບໍ່​ເປັນ​ທາງ​ການ ຫລື ເປັນ​ທາງ​ການ.

  • ປະ​ຕິ​ບັດ​ໜ້າ​ທີ່​ອື່ນ​ທີ່​ຮຽກ​ຮ້ອງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ຕາມ​ປົກ​ກະ​ຕິ​ແລ້ວ, ກຸ່ມ​ຈະ​ໃຊ້​ໂປຣ​ແກຣມ​ໜ່ວຍ​ພື້ນ​ຖານ.

ບັນ​ທຶກ​ສະ​ມາ​ຊິກ​ກະ​ພາບ​ຂອງ​ສະ​ມາ​ຊິກ​ໃນ​ກຸ່ມ​ຖືກ​ຮັກ​ສາ​ໄວ້​ຢູ່​ໃນ​ຫວອດ ຫລື ສາ​ຂາ​ທີ່​ໃຫ້​ການ​ດູ​ແລ​ກຸ່ມ​ນັ້ນ.

ສຳ​ນັກ​ງານ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ​ຈະ​ບໍ່​ມອບ​ໝາຍ​ເລກ​ໜ່ວຍ​ໃຫ້​ກຸ່ມ.

ພິມ