ການ​ຂ້າ​ຕົວ​ຕາຍ
ການ​ປ້ອງ​ກັນ​ຈາກ​ການ​ຂ້າ​ຕົວ​ຕາຍ ແລະ ການ​ຕອບ​ຮັບ​ຫລັງ​ຈາກ​ການ​ສູນ​ເສຍ


ການ​ປ້ອງ​ກັນ​ການ​ຂ້າ​ຕົວ​ຕາຍ ແລະ ການ​ຕອບ​ຮັບ​ຫລັງ​ຈາກ​ການ​ສູນ​ເສຍ

ຈຳ​ນວນ​ການ​ຂ້າ​ຕົວ​ຕາຍ​ທີ່​ມີ​ເພີ່ມ​ຂຶ້ນ ໃນ​ຫລາຍ​ພາກ​ສ່ວນ​ຂອງ​ໂລກ ເປັນ​ບັນ​ຫາ​ທີ່​ໜ້າ​ວິ​ຕົກ​ຫລາຍ. ຈຸດ​ປະ​ສົງ​ຂອງ​ເອ​ກະ​ສານ​ສະ​ບັບ​ນີ້ ແມ່ນ​ເພື່ອ​ຊ່ວຍ​ເຫລືອ​ພໍ່​ແມ່, ຄອບ​ຄົວ, ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ, ແລະ ສະ​ມາ​ຊິກ​ໂບດ ຂະ​ນະ​ທີ່​ເຂົາ​ເຈົ້າ​ສະ​ແຫວງ​ຫາ​ທີ່​ຈະ​ປະ​ຕິ​ບັດ​ຕໍ່​ຜູ້​ທີ່​ຖືກ​ກະ​ທົບ​ກະ​ເທືອນ​ໂດຍ​ການ​ຂ້າ​ຕົວ​ຕາຍ.

ສະ​ມາ​ຊິກ​ສາ​ມາດ​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ນີ້ ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ ເລື່ອງ​ການ​ຂ້າ​ຕົວ​ຕາຍ, ຮ່ອງ​ຮອຍ​ບອກ​ເຕືອນ ເລື່ອງ​ການ​ຂ້າ​ຕົວ​ຕາຍ, ວິ​ທີ​ທີ່​ຈະ​ຊ່ວຍ​ບຸກ​ຄົນ​ໃນ​ຍາມ​ວິ​ກິດ, ແລະ ວິ​ທີ​ທີ່​ຈະ​ຕອບ​ຮັບ​ຫລັງ​ຈາກ​ການ​ສູນ​ເສຍ​ເນື່ອງ​ດ້ວຍ​ການ​ຂ້າ​ຕົວ​ຕາຍ. ຜູ້​ນຳ​ສາ​ມາດ​ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ນີ້ ເພື່ອ​ສົນ​ທະ​ນາ​ກັບ​ສະ​ມາ​ຊິກ​ໃນ​ສະ​ພາ​ສະ​ເຕກ ແລະ ​ສະ​ພາຫວອດ ແລະ ໃນ​ສະ​ຖານ​ທີ່​ອື່ນໆ. ຈຸດ​ປະ​ສົງ​ຂອງ​ການ​ສົນ​ທະ​ນາ​ເຫລົ່າ​ນີ້ ແມ່ນ​ເພື່ອ​ຊ່ວຍ​ຜູ້​ນຳ ແລະ ສະ​ມາ​ຊິກ ໃຫ້​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ພາບ ຕໍ່​ຜູ້​ທີ່​ຖືກ​ກະ​ທົບ​ກະ​ເທືອນ​ໂດຍ​ການ​ຂ້າ​ຕົວ​ຕາຍ.

ຖ້າ​ຫາກ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຂ້າ​ຕົວ​ຕາຍ ຈະ​ຊ່ວຍ​ປ້ອງ​ກັນ​ຈາກ​ການ​ຂ້າ​ຕົວ​ຕາຍ ແລະ ຊ່ວຍ​ໃນ​ການ​ປະ​ຕິ​ບັດ​ຕໍ່​ຜູ້​ທີ່​ຖືກ​ກະ​ທົບ​ກະ​ເທືອນ​ໂດຍ​ເລື່ອງນີ້, ການ​ສົນ​ທະ​ນາ​ເຊັ່ນ​ນັ້ນ ຕ້ອງ​ຖືກ​ນຳ​ພາ​ໂດຍ​ຜູ້​ໃຫຍ່​ສອງ​ຄົນ. ຜູ້​ນຳ​ສາ​ມາດ​ເຊື້ອ​ເຊີນ​ຜູ້​ຊ່ຽວ​ຊານ​ຈາກ​ຊຸມ​ຊົນ ທີ່​ເຂົ້າ​ໃຈ ແລະ ນັບ​ຖື​ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ ເລື່ອງ​ການ​ຂ້າ​ຕົວ​ຕາຍ ໃຫ້​ມາ​ຮ່ວມ​ໃນ​ການ​ສົນ​ທະ​ນາ. ການ​ສົນ​ທະ​ນາ​ກັບ​ເດັກ​ນ້ອຍ​ຕ່ຳ​ກວ່າ 12 ປີ ຄວນ​ເກີດ​ຂຶ້ນ ພຽງ​ແຕ່​ເມື່ອ​ພໍ່​ແມ່​ຂອງ​ເຂົາ​ໄດ້​ເວົ້າ​ລົມ​ກັບ​ລູກໆ​ຂອງ​ເຂົາ​ເຈົ້າ​ກ່ອນ​ແລ້ວ.

ຫລັງ​ຈາກ​ສະ​ພາ​ສະ​ເຕກ ແລະ ​ສະ​ພາຫວອດ​ໄດ້​ທົບ​ທວນ​ເອ​ກະ​ສານ​ສະ​ບັບ​ນີ້​ແລ້ວ, ເຂົາ​ເຈົ້າ​ຄວນ​ສົນ​ທະ​ນາ​ວິ​ທີ​ທີ່​ເໝາະ​ສົມ ໃນ​ການ​ສົ່ງ​ເສີມ​ຄວາມ​ພະ​ຍາ​ຍາມ​ຂອງຊຸມ​ຊົນ ແລະ ໃນ​ການ​ແຈ້ງ​ບອກ​ສະ​ມາ​ຊິກ​ໃຫ້​ຊາບ ກ່ຽວ​ກັບ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ມີ​ບໍ​ລິ​ການ.

ຄຳ​ສອນ ແລະ ຫລັກ​ທຳ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ປະ​ຕິ​ບັດ​ຕໍ່​ທຸກ​ຄົນ​ດ້ວຍ​ຄວາມ​ເຂົ້າ​ໃຈ ແລະ ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ເມື່ອ​ພຣະ​ອົງ​ໄດ້​ສອນ​ວ່າ, “ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ” (ມັດ​ທາຍ 22:39). ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ທີ່​ຈະ​ປະ​ຕິ​ບັດ​ຕໍ່​ຜູ້​ທີ່ຖືກ​ກະ​ທົບ​ກະ​ເທືອນ​ໂດຍ​ການ​ຂ້າ​ຕົວ​ຕາຍ ຈະ​ມີ​ປະ​ສິດ​ທິ​ພາບ​ຫລາຍ​ກວ່າ ເມື່ອ​ເຮົາ​ເຂົ້າ​ໃຈ​ຫລັກ​ທຳ ແລະ ຄຳ​ສອນ​ຢ່າງ​ຖີ່​ຖ້ວນ, ດັ່ງ​ເຊັ່ນ​ຕໍ່​ໄປ​ນີ້:

  • ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ​ເຄີຍ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທຸກ​ຢ່າງ​ຂອງ​ມະ​ນຸດ ເພື່ອ​ວ່າ​ພຣະ​ອົງ​ຈະ​ສາ​ມາດ​ຮູ້ວ່າ “ຈະ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ” (ແອວ​ມາ 7:11–13). ທ່ານ​ເຈມສ໌ ອີ ຟາວ ໄດ້​ສອນ​ວ່າ: “ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ຮັບ​ທຸກ​ທໍ​ລະ​ມານ​ກັບ​ທຸກ​ສິ່ງ​ທຸກ​ຢ່າງ ທີ່​ເຮົາ​ສາ​ມາດ​ຮູ້​ສຶກ ຫລື ປະ​ສົບ​ການ, ພຣະ​ອົງ​ຈຶ່ງ​ສາ​ມາດ​ຊ່ວຍ​ຜູ້​ທີ່​ອ່ອນ​ແອ​ໃຫ້​ເຂັ້ມ​ແຂງ​ໄດ້” (The Atonement: Our Greatest Hope,” Ensign, Nov. 2001, 22).

  • ຊີ​ວິດ​ມະ​ຕະ​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ—ຂອງ​ປະ​ທານທີ່​ຄວນ​ຖື​ວ່າ​ມີ​ຄຸນ​ຄ່າ ແລະ ຄວນ​ປ້ອງ​ກັນ​ໄວ້ (ເບິ່ງ Doctrine and Covenants 18:10; M. Russell Ballard, “Suicide: Some Things We Know, and Some We Do Not,” Ensign, Oct. 1987, 6–9).

  • ເມື່ອ​ບຸກ​ຄົນ​ຂ້າ​ຕົວ​ຕາຍ, ມີ​ພຽງ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ ທີ່​ສາ​ມາດ​ຕັດ​ສິນ​ຄວາມ​ນຶກ​ຄິດ, ການ​ກະ​ທຳ, ແລະ ລະ​ດັບ​ຂອງ​ຄວາມ​ຮັບ​​ຜິດ​ຊອບ​ຂອງ​ເຂົາ​ເຈົ້າ. ການ​ຂ້າ​ຕົວ​ຕາຍ​ບໍ່​ຄວນ​ເປັນ​ສິ່ງ​ບົ່ງ​ບອກ​ເຖິງ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ຊີ​ວິດ​ນິ​ລັນ​ດອນ​ຂອງ​ບຸກ​ຄົນ (ເບິ່ງ 1 ຊາ​ມູ​ເອນ 16:7; Doctrine and Covenants 137:9; ວິ​ດີ​ໂອ Dale G. Renlund, “Grieving after a Suicide Loss,” ຢູ່​ທີ່ suicide.lds.org).

ແຫລ່ງຊ່ວຍ​ເຫລືອ​ເພີ່ມ​ເຕີມ:

  • ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ ຢູ່​ທີ່ topics.lds.org ​ແລະ ໃນ​ແອພ ຫ້ອງ​ສະໝຸດ​ພຣະ​ກິດ​ຕິ​ຄຸນ

ຮ່ອງ​ຮອຍ​ບອກ​ເຕືອນ​ເລື່ອງ​ການ​ຂ້າ​ຕົວ​ຕາຍ

ຜູ້​ຄົນ​ສ່ວນ​ຫລາຍ​ທີ່​ພະ​ຍາ​ຍາມ​ຂ້າ​ຕົວ​ຕາຍ ແມ່ນ​ບໍ່​ຢາກ​ຕາຍ, ແຕ່​ເຂົາ​ເຈົ້າ​ຢາກ​ປົດ​ເປື້ອງ​ຕົວ​ເອງ​ຈາກ​ຄວາມ​ເຈັບ​ປວດ​ທາງ​ຮ່າງ​ກາຍ, ຈິດ​ໃຈ, ຄວາມ​ຮູ້​ສຶກ, ຫລື ທາງ​ວິນ​ຍານ ທີ່​ເຂົາ​ເຈົ້າ​ມີ​ຢູ່​ໃນ​ເວ​ລາ​ນັ້ນ​ເທົ່າ​ນັ້ນ. ຫລາຍ​ຄົນ​ທີ່​ຢູ່​ໃນ​ວິ​ກິດ ຈະ​ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍ​ບອກ​ເຕືອນ ກ່ອນ​ເຂົາ​ເຈົ້າ​ພະ​ຍາ​ຍາມ​ຂ້າ​ຕົວ​ຕາຍ. ຖ້າ​ຫາກ​ທ່ານ​ຮຽນ​ຮູ້​ທີ່​ຈະ​ຮູ້​ຈັກ​ຮ່ອງ​ຮອຍ​ບອກ​ເຕືອນ, ແລ້ວ​ທ່ານ​ຈະ​ຕຽມ​ພ້ອມ​ທີ່​ຈະ​ປະ​ຕິ​ບັດ​ຕໍ່​ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ໄດ້. ໃຫ້​ເອົາ​ໃຈ​ໃສ່​ກັບ​ຖ້ອຍ​ຄຳ ​ດັ່ງ​ເຊັ່ນ “ຂ້ອຍບໍ່​ສົນ ຖ້າ​ຂ້ອຍ​ຕາຍ” ຫລື “ທຸກ​ຄົນ​ຄົງ​ຈະ​ມີ​ຄວາມ​ສຸກ ຖ້າ​ບໍ່​ມີ​ຂ້ອຍ.” ຮ່ອງ​ຮອຍ​ບອກ​ເຕືອນ ແມ່ນ​ຮ່ວມ​ທັງ​ການ​ປະ​ພຶດ​ດັ່ງ​ຕໍ່​ໄປ​ນີ້:

  • ຊອກ​ຫາ​ວິ​ທີ​ຂ້າ​ຕົວ​ເອງ

  • ເວົ້າ​ກ່ຽວ​ກັບ​ຄວາມ​ໝົດ​ຫວັງ ຫລື ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ມີ​ຊີ​ວິດ​ຢູ່​ຕໍ່​ໄປ

  • ເວົ້າ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ທີ່​ຖືກ​ກັກ​ຂັງ ຫລື ຄວາມ​ເຈັບ​ປວດ​ທີ່​ອົດ​ທົນ​ຕໍ່​ບໍ່​ໄຫວ

  • ເວົ້າ​ກ່ຽວ​ກັບ​ການ​ເປັນ​ພາ​ລະ​ໃຫ້​ກັບ​ຄົນ​ອື່ນ

  • ດື່ມ​ເຫລົ້າ ຫລື ກິນ​ຢາ​ຫລາຍ​ກວ່າ​ເກົ່າ

  • ເອົາ​ຂອງ​ສ່ວນ​ຕົວ​ໃຫ້​ຄົນ​ອື່ນ ແບບ​ບໍ່​ມີ​ເຫດ​ຜົນ

  • ມີ​ທ່າ​ທີ​ກັງ​ວົນ ຫລື ງຸດ​ງິດ ຫລື ປະ​ພຶດ​ແບບບໍ່ໄຕ່​ຕອງ

  • ຖອນ​ຕົວ ຫລື ແຍກ​ຕົວ​ເອງ​ຈາກ​ຜູ້​ຄົນ

  • ສະ​ແດງ​ຄວາມ​ໂມ​ໂຫ ຫລື ເວົ້າ​ກ່ຽວ​ກັບ​ການ​ແກ້​ແຄ້ນ

  • ສະ​ແດງ​ອາ​ລົມ​ທີ່​ປ່ຽນ​ແປງ​ໄວ (ເບິ່ງ National Suicide Prevention Lifeline)

ຮ່ອງ​ຮອຍ​ບອກ​ເຕືອນ​ອັນ​ດຽວ ອາດ​ບໍ່​ໝາຍ​ຄວາມ​ວ່າ ມີ​ວິ​ກິດ. ແຕ່​ຖ້າ​ຫາກ​ບຸກ​ຄົນ​ເຄີຍ​ມີ​ປະຫວັດ ທີ່​ພະ​ຍາ​ຍາມ​ຂ້າ​ຕົວ​ຕາຍ ຫລື ຖ້າ​ຫາກ​ທ່ານ​ສັງ​ເກດ​ເຫັນ​ການ​ປ່ຽນ​ແປງ​ຢ່າງ​ໄວ​ໃນ​ຕົວ​ບຸກ​ຄົນ ຫລື ເລີ່ມ​ຕົ້ນ​ເຫັນ​ຮ່ອງ​ຮອຍ​ຫລາຍ​ຢ່າງ, ຢ່າ​ລໍ​ຊ້າ. ໜ່ວຍ​ງານ​ຊ່ວຍ​ເຫລືອຟຣີ ໃນ​ຍາມ​ວິ​ກິດ ແລະ ລາຍ​ລະ​ອຽດ​ເພີ່ມ​ເຕີມ ມີ​ບໍ​ລິ​ການ ຢູ່​ທີ່ suicide.lds.org. (ເບິ່ງ “ວິ​ທີ​ຊ່ວຍ​ບຸກ​ຄົນ​ໃນ​ຍາມ​ວິ​ກິດ” ໃນເອ​ກະ​ສານ​ນີ້ ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ.)

ເຖິງ​ແມ່ນ​ເຮົາ​ໄດ້​ພະ​ຍາ​ຍາມ​ຈົນ​ສຸດ​ຂີດ​ແລ້ວ, ແຕ່​ກໍ​ຍັງ​ບໍ່​ສາ​ມາດ​ປ້ອງ​ກັນ​ໄດ້ ໃນ​ທຸກໆ​ຄັ້ງ. ບາງ​ເທື່ອ​ການ​ຂ້າ​ຕົວ​ຕາຍ​ເກີດ​ຂຶ້ນ​ແບບ​ບໍ່​ສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍ​ເລີຍ. ທ່ານ​ບໍ່​ໄດ້​ເປັນ​ຜູ້​ຮັບ​ຜິດຊອບ​ຕໍ່​ການ​ເລືອກ​ຂອງ​ຄົນ​ອື່ນ ທີ່​ຈະ​ຂ້າ​ຕົວ​ເອງ.

ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ:

ວິ​ທີ​ຊ່ວຍ​ບຸກ​ຄົນ​ໃນ​ຍາມ​ວິ​ກິດ

ໃຫ້​ເອົາ​ຈິງ​ເອົາ​ຈັງ​ກັບ​ຮ່ອງ​ຮອຍ​ບອກ​ເຕືອນ​ເລື່ອງ​ການ​ຂ້າ​ຕົວ​ຕາຍ ແລະ ທຸກ​ໄພ​ຂົ່ມ​ຂູ່​ໃນ​ການ​ພະ​ຍາ​ຍາມ​ຂ້າ​ຕົວ​ຕາຍ, ເຖິງ​ແມ່ນ​ທ່ານ​ຄິດ​ວ່າ ເຂົາ​ເຈົ້າ​ບໍ່​ຄິດ​ແບບ​ຈິງ​ຈັງ​ກ່ຽວ​ກັບ​ການ​ຂ້າ​ຕົວ​ຕາຍ ຫລື ພຽງ​ແຕ່​ຮຽກ​ຮ້ອງ​ຄວາມ​ສົນ​ໃຈ​ເທົ່າ​ນັ້ນ​ກໍ​ຕາມ. ໃຫ້​ເຮັດ​ຕາມ​ຂັ້ນ​ຕອນ​ສາມ​ຢ່າງ​ເຫລົ່າ​ນີ້ ເພື່ອ​ສະ​ເໜີ​ໃຫ້​ຄວາມ​ຊ່ວຍ​ເຫລືອ—​ຖາມ, ເປັນ​ຫ່ວງ​ເປັນ​ໃຍ, ບອກ.

ຂັ້ນຕອນທີ 1: ຖາມ ຖາມ​ບຸກ​ຄົນ​ໂດຍ​ກົງ ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ຄິດ​ທີ່​ຈະ​ຂ້າ​ຕົວ​ຕາຍ​ຫລືບໍ່. ທ່ານ​ສາ​ມາດ​ຖາມ​ວ່າ, “ເຈົ້າ​ກຳ​ລັງ​ຄິດ​ທີ່​ຈະ​ຂ້າ​ຕົວ​ຕາຍບໍ?” ຖ້າ​ຫາກ​ເຂົາ​ເຈົ້າ​ເວົ້າ​ວ່າ ເຂົາ​ເຈົ້າ​ກຳ​ລັງ​ຄິດ​ທີ່​ຈະ​ຂ້າ​ຕົວ​ຕາຍ, ໃຫ້​ຖາມ​ເຂົາ​ເຈົ້າ​ວ່າ ເຂົາ​ເຈົ້າ​ມີ​ແຜນ​ການ​ແນວ​ໃດ​ຫລືບໍ່. ທ່ານສາ​ມາດ​ຖາມ​ວ່າ, “ເຈົ້າ​ມີ​ແຜນ​ການ​ທີ່​ຈະ​ທຳ​ຮ້າຍ​ຕົວ​ເອງ​ແນວ​ໃດ​ຫລືບໍ່?” ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ແຜນ​ການ, ໃຫ້​ພາ​ເຂົາ​ເຈົ້າ​ໄປ​ໂຮງ​ໝໍ ຫລື ໄປ​ຄະ​ລິ​ນິກ, ຫລື ໂທ​ຫາ​ໜ່ວຍ​ງານ​ຊ່ວຍ​ເຫລືອ​ໃນ​ຍາມ​ສຸກ​ເສີນ ຫລື ໃນ​ຍາມ​ວິ​ກິດ ຢູ່​ໃນ​ເຂດ​ຂອງ​ທ່ານ​ທັນ​ທີ. (ເບິ່ງ​ທີ່ suicide.lds.org/crisis ສຳ​ລັບ​ໜ່ວຍ​ງານ​ຊ່ວຍ​ເຫລືອ​ຕະ​ຫລອດ​ທົ່ວ​ໂລກ.) ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ມີ​ແຜນ​ການ, ໃຫ້​ເຮັດ​ຕາມ​ຂັ້ນ​ຕອນ​ທີ 2.

ຂັ້ນຕອນທີ 2: ເປັນ​ຫ່ວງ​ເປັນ​ໃຍ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ​ເປັນ​ຫ່ວງ​ເປັນ​ໃຍ ໂດຍ​ການ​ຮັບ​ຟັງ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ. ໃຫ້​ເວ​ລາ​ເຂົາ​ເຈົ້າ​ອະ​ທິ​ບາຍ ເຖິງ​ຄວາມ​ຮູ້​ສຶກ​ທີ່​ເຂົາ​ເຈົ້າ​ມີ. ຮັບ​ຮູ້​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ ໂດຍ​ການ​ເວົ້າ​ບາງ​ສິ່ງ ​ດັ່ງເຊັ່ນ, “ຂ້ອຍ​ເສຍ​ໃຈ​ນຳ ທີ່​ເຈົ້າ​ເຈັບ​ປວດ​ຫລາຍ” ຫລື “ຂ້ອຍ​ບໍ່​ເຄີຍ​ຮູ້​ວ່າ ເຈົ້າ​ຫຍຸ້ງ​ຍາກ​ຫລາຍ​ຂະ​ໜາດ​ນີ້.” ທ່ານ​ອາດ​ສະ​ເໜີ​ຊ່ວຍ​ເຂົາ​ເຈົ້າ ວາງ​ແຜນ​ການ​ສູ່​ຄວາມ​ປອດ​ໄພ ປ້ອງ​ກັນ​ຈາກ​ການ​ຂ້າ​ຕົວ​ຕາຍ (ເບິ່ງ How to Create a Suicide-Prevention Safety Plan,” Doug Thomas, Ensign, Sept. 2016, 63). ແຜນ​ການ​ສູ່​ຄວາມ​ປອດ​ໄພ ຊ່ວຍ​ຜູ້​ຄົນ​ໃຫ້​ຮູ້​ຈັກ​ເຖິງ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ, ຄວາມ​ສຳ​ພັນ​ໃນ​ທາງ​ບວກ, ແລະ ວິ​ທີ​ທີ່​ຈະ​ສູ້​ທົນ​ກັບ​ມັນ​ໄດ້. ມັນ​ກໍ​ຍັງ​ຊ່ວຍ​ເຂົາ​ເຈົ້າ​ບໍ່​ໃຫ້​ເຂົ້າ​ຫາ​ສິ່ງ​ທີ່​ເປັນ​ໄພ​ຕໍ່​ເຂົາ​ເຈົ້າ, ດັ່ງ​ເຊັ່ນ ອາ​ວຸດ ຫລື ຢຸກຢາ. ຖ້າ​ຫາກ​ເຂົາ​ເຈົ້າ​ຂໍ​ຮ້ອງ​ທ່ານ​ບໍ່​ໃຫ້​ບອກ​ໃຜ​ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ, ໃຫ້​ທ່ານ​ອະ​ທິ​ບາຍ​ວ່າ ທ່ານ​ຈະ​ໃຫ້​ກຽດ​ເລື່ອງ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ ໃຫ້​ຫລາຍ​ທີ່​ສຸດ ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້, ແຕ່​ເຂົາ​ເຈົ້າ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ຫລາຍ​ກວ່າ​ທີ່​ທ່ານ​ສາ​ມາດ​ມອບ​ໃຫ້. ຢ່າ​ສັນ​ຍາ​ວ່າ ທ່ານ​ຈະ​ຮັກ​ສາ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຂ້າ​ຕົວ​ຕາຍ ໄວ້​ເປັນ​ຄວາມ​ລັບ.

ຂັ້ນຕອນທີ 3: ບອກ. ຊຸກ​ຍູ້​ບຸກ​ຄົນ​ໃຫ້​ບອກ​ບາງ​ຄົນ​ຜູ້​ທີ່​ສາ​ມາດຊ່ວຍ​ເຫລືອ​ໄດ້​ຫລາຍ​ກວ່າ. ແບ່ງ​ປັນ​ຂໍ້​ມູນ​ຕິດ​ຕໍ່ ຂອງ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ເປັນ​ປະ​ໂຫຍດ ຢູ່​ໃນ​ເຂດ​ຂອງ​ທ່ານ. ແຫລ່ງ​ຊ່ວຍ​ເຫລືອ​ຕ່າງໆ​ອາດ​ຮ່ວມ​ດ້ວຍ​ໂຮງ​ໝໍ​ໃນ​ຊຸມ​ຊົນ, ຄະ​ລີນິກ​ສຸກ​ເສີນ, ຫລື ໜ່ວຍ​ງານ​ຊ່ວຍ​ເຫລືອ​ຟຣີ ໃນ​ຍາມ​ວິ​ກິດ…ຖ້າເຂົາ​ເຈົ້າ​ບໍ່​ຢາກ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ໃຜ, ທ່ານ​ຕ້ອງບອກ​ບາງ​ຄົນ​ແທນ​ເຂົາ​ເຈົ້າ. ທ່ານ​ອາດ​ເວົ້າ​ບາງ​ສິ່ງ ດັ່ງ​ເຊັ່ນ, “ຂ້ອຍ​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ເຈົ້າ ແລະ ຢາກ​ໃຫ້​ເຈົ້າ​ປອດ​ໄພ. ຂ້ອຍ​ຊິ​ບອກ​ບາງ​ຄົນ ຜູ້​ທີ່​ສາ​ມາດ​ຊ່ວຍ​ເຈົ້າ ໃນ​ສິ່ງ​ທີ່​ເຈົ້າ​ຕ້ອງ​ການ.” ໃຫ້​ນັບ​ຖື​ສິດ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ ໂດຍ​ການບອກ​ຄົນ​ໃດ​ຄົນ​ໜຶ່ງ ຜູ້​ທີ່​ທ່ານ​ຄິດ​ວ່າ ສາ​ມາດ​ຊ່ວຍ​ເຫລືອ, ດັ່ງ​ເຊັ່ນ ສະ​ມາ​ຊິກ​ຄອບ​ຄົວ​ທີ່​ໃກ້​ຊິດ, ອະ​ທິ​ການ​ຂອງບຸກ​ຄົນ, ຜູ້​ປຶກ​ສາ​ຢູ່​ທີ່​ໂຮງ​ຮຽນ, ທ່ານໝໍ, ຫລື ຜູ້​ຊ່ຽວ​ຊານ​ທາງ​ດ້ານ​ການ​ດູ​ແລ​ສຸ​ຂະ​ພາບ. ຖ້າ​ຫາກ​ທ່ານບໍ່​ຮູ້​ວ່າ​ຈະ​ບອກ​ໃຜ, ໃຫ້​ເວົ້າ​ລົມ​ກັບ​ອະ​ທິ​ການ​ຂອງ​ທ່ານ ຫລື ໂທ​ໄປ​ຫາ​ໜ່ວຍ​ງານ​ຊ່ວຍ​ເຫລືອ​ຟຣີ ໃນ​ຍາມ​ວິ​ກິດ ຢູ່​ໃນ​ເຂດ​ຂອງ​ທ່ານ. ໃຫ້​ຈື່​ຈຳວ່າ, ທ່ານ​ບໍ່​ໄດ້​ຖືກ​ຄາດ​ໝາຍ​ໃຫ້​ຊ່ວຍ​ເຫລືອ​ບຸກ​ຄົນ​ນັ້ນ ດ້ວຍ​ຕົວ​ຄົນ​ດຽວ.

ໝາຍ​ເຫດ: ຖ້າ​ຫາກ​ທ່ານ​ເປັນ​ຜູ້​ນຳ​ພາ​ການ​ສົນ​ທະ​ນາ, ໃຫ້​ທ່ານ​ຂໍ​ໃຫ້​ຜູ້​ມາ​ຮ່ວມ ພາ​ກັນ​ລອງ​ເຮັດ​ຕາມ​ຂັ້ນ​ຕອນ​ເຫລົ່າ​ນີ້. ມອບ​ສະ​ຖາ​ນະ​ການ​ໃຫ້​ເຂົາ​ເຈົ້າ ອັນ​ທີ່​ມີ​ບາງ​ຄົນ​ມາ​ຫາ​ເຂົາ​ເຈົ້າ ແລະ ບອກ​ໃຫ້​ຮູ້​ເຖິງ​ຄວາມ​ຄິດ​ຢາກ​ຂ້າ​ຕົວ​ຕາຍ ແລະ ຂໍ​ໃຫ້​ເຂົາ​ເຈົ້າ​ເຝິກ​ວິ​ທີ​ທີ່​ຈະ​ຕອບ​ຮັບ​ແນວ​ໃດ.

ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ:

ວິ​ທີ​ຕອບ​ຮັບ​ຫລັງ​ຈາກ​ການ​ຂ້າ​ຕົວ​ຕາຍ

ເຖິງ​ແມ່ນ​ເຮົາ​ໄດ້​ພະ​ຍາ​ຍາມ​ຈົນ​ສຸດ​ຂີດ​ແລ້ວ, ແຕ່​ກໍ​ຍັງ​ບໍ່​ສາ​ມາດ​ປ້ອງ​ກັນ​ໄດ້ ໃນ​ທຸກໆ​ຄັ້ງ. ມັນ​ເປັນ​ເລື່ອງ​ທຳ​ມະ​ດາ​ສຳ​ລັບ​ຜູ້​​ທີ່​ຖືກ​ປະ​ໄວ້​ຂ້າງຫລັງ ຫລັງ​ຈາກ​ການ​ຂ້າ​ຕົວ​ຕາຍ ທີ່​ຈະ​ມີ​ຄວາມ​ຮູ້​ສຶກເຖິງ ການ​ປະ​ຕິ​ເສດ, ອາ​ການ​ຊັອກ, ຄວາມ​ຮູ້​ສຶກ​ຜິດ, ​ຄວາມ​ໃຈ​ຮ້າຍ, ແລະ ​ຄວາມ​ສັບ​ສົນ. ປະ​ທານເອັມ ຣະ​ໂຊ ບາ​ເລີດ ໄດ້​ກ່າວ​ວ່າ, “ການ​ຂ້າ​ຕົວ​ເອງ​ເປັນ​ເລື່ອງ​ທີ່​ໂສກ​ເສົ້າ​ແທ້ໆ ເພາະ​ການ​ເຮັດ​ສິ່ງ​ນີ້ ໄດ້​ເຮັດ​ໃຫ້​ຫລາຍ​ຄົນ​ກາຍ​ເປັນ​ຜູ້​ຮັບ​ເຄາະ: ທຳ​ອິດ​ແມ່ນ​ຄົນ​ທີ່​ຕາຍ, ແລ້ວ​ຄົນ​ອື່ນໆ​ຫລາຍ​ສິບ​ຄົນ—​ຄອບ​ຄົວ ແລະ ໝູ່​ເພື່ອນ—ຜູ້​ທີ່​ຖືກ​ປະ​ໄວ້​ຂ້າງ​ຫລັງ, ບາງ​ຄົນ​ຕ້ອງ​ເຈັບ​ປວດ ແລະ ສັບ​ສົນ​ເປັນ​ເວ​ລາ​ຍາວ​ນານ” (Suicide: Some Things We Know, and Some We Do Not,” Ensign, Oct. 1987, 7). ສຳ​ລັບ​ບຸກ​ຄົນ​ເຫລົ່າ​ນີ້, ການ​ປິ່ນ​ປົວ​ມາ​ເຖິງ​ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜູ້ໄດ້​ສະ​ເດັດ​ລົງ​ຕ່ຳ​ກວ່າ​ທຸກ​ສິ່ງ ເພື່ອ​ວ່າ​ພຣະ​ອົງ​ຈະ​ຮູ້ຈັກ “ຕາມ​ທາງ​ຂອງ​ເນື້ອ​ໜັງ​ວ່າ ຈະ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ພຣະ​ອົງ​ຕາມ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ” (ເບິ່ງ Doctrine and Covenants 88:6; ແອວ​ມາ 7:12). ແຫລ່ງ​ຊ່ວຍ​ເຫລືອ​ຂອງ​ຜູ້​ຊ່ຽວ​ຊານ ແລະ ການ​ໃຫ້​ຄຳ​ແນະ​ນຳ ກໍເປັນ​ປະ​ໂຫຍດ​ຄື​ກັນ.

ສະ​ພາ​ສະ​ເຕກ ແລະ ​ສະ​ພາຫວອດ ອາດ​ຕ້ອງ​ໄດ້​ສົນ​ທະ​ນາ ເຖິງວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ຊ່ວຍ​ເຫລືອ​ບຸກ​ຄົນ ຫລື ຄອບ​ຄົວ ຫລັງ​ຈາກ​ການ​ຂ້າ​ຕົວ​ຕາຍ. ຄຳ​ຖາມ​ທີ່​ຈະ​ສົນ​ທະ​ນາ ອາດ​ຮ່ວມ​ດ້ວຍ​ດັ່ງ​ຕໍ່​ໄປ​ນີ້:

  • ຄຳ​ສອນ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄ​ຣິດ ສາ​ມາດ​ນຳ​ການ​ປິ່ນ​ປົວ​ມາ​ສູ່​ບຸກ​ຄົນ ຫລື ຄອບ​ຄົວ​ໄດ້​ແນວ​ໃດ?

  • ອ້າຍເອື້ອຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ໄດ້​ສັງ​ເກດ​ເຫັນ​ຄວາມ​ຕ້ອງ​ການ​ໃດ​ແດ່ ໃນ​ບຸກ​ຄົນ ຫລື ຄອບ​ຄົວ? ມີ​ການ​ຮັບ​ໃຊ້​ໃດ​ແດ່​ທີ່​ເຂົາ​ເຈົ້າ​ໄດ້​ມອບ​ໃຫ້?

  • ບຸກ​ຄົນ ຫລື ຄອບ​ຄົວ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຢ່າງ​ຕໍ່​ເນື່ອງ​ທາງ​ດ້ານ​ຄວາມ​ຮູ້​ສຶກ ຫລື ທາງ​ວິນ​ຍານ​ແນວ​ໃດ​ແດ່? ມີ​ໃຜ​ແດ່​ທີ່​ຊ່ວຍ​ເຫລືອ​ໄດ້ ໃນ​ເລື່ອງ​ນີ້?

  • ບຸກ​ຄົນ ຫລື ຄອບ​ຄົວ ຕ້ອງ​ການ​ສິ່ງ​ຂອງ​ທາງ​ໂລກ​ບໍ, ດັ່ງ​ເຊັ່ນ​ການ​ຮັບ​ສົ່ງ ຫລື ອາ​ຫານ​ການ​ກິນ?

  • ຜູ້​ນຳ​ອົງ​ການ​ຊ່ວຍ​ເຫລືອ​ຂອງ​ຫວອດ ສາ​ມາດ​ຊ່ວຍ​ເຫລືອ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ ຜູ້​ໄດ້​ສູນ​ເສຍ​ຄົນ​ທີ່​ເຂົາ​ຮັກ​ໄປ ໄດ້​ແນວ​ໃດ?

ຂັ້ນ​ຕອນ​ການ​ໄວ້​ທຸກ​ຫລັງ​ຈາກ​ການ​ຂ້າ​ຕົວ​ຕາຍ ອາດ​ເປັນ​ເວ​ລາ​ດົນ​ນານ. ຖ້າ​ບຸກ​ຄົນ​ໃດ​ຍັງ​ມີ​ຄວາມ​ຮູ້​ສຶກ​ເຈັບ​ປວດ​ທີ່​ຮຸນ​ແຮງ ຫລື ໂສກ​ເສົ້າ​ຫລາຍ​ຢູ່, ໃຫ້​ເວົ້າ​ລົມ​ກັບ​ຜູ້​ຄົນ​ທີ່​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ບຸກ​ຄົນ​ນັ້ນ. ໃຫ້​ພິ​ຈາ​ລະ​ນາ​ດ້ວຍ​ການ​ອະ​ທິ​ຖານ ເຖິງວິ​ທີ​ທີ່​ຈະ​ສະ​ເໜີ​ຄວາມ​ຊ່ວຍ​ເຫລືອ​ທີ່​ດີ​ທີ່​ສຸດ. ທ່ານ​ອາດ​ຊ່ວຍ​ບຸກ​ຄົນ​ໃຫ້​ຮັບ​ເອົາ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຫລື ຕິດ​ຕໍ່​ຫາ​ແຫລ່ງ​ຊ່ວຍ​ເຫລືອ ຢູ່​ໃນ​ເຂດ​ຂອງ​ທ່ານ. ກຸ່ມ​ຊ່ວຍ​ເຫລືອ​ຜູ້​ໂສກ​ເສົ້າ, ທ່ານໝໍ, ຫລື ຜູ້​ຊ່ຽວ​ຊານ​ທາງ​ດ້ານ​ການ​ດູ​ແລ​ສຸ​ຂະ​ພາບ ກໍ​ເປັນ​ປະ​ໂຫຍດ.

ໝາຍ​ເຫດ: ຖ້າ​ຫາກ​ທ່ານ​ເປັນ​ຜູ້​ນຳ​ພາ​ການ​ສົນ​ທະ​ນາ, ຢ່າ​ເວົ້າ​ກ່ຽວ​ກັບ ວິ​ທີ​ທີ່ ບຸກ​ຄົນ​ຂ້າ​ຕົວ​ຕາຍ. ສິ່ງ​ນີ້​ອາດ​ຊຸກ​ຍູ້​ແບບ​ບໍ່​ໄດ້​ຕັ້ງ​ໃຈ ໃຫ້​ບາງ​ຄົນ​ຢູ່​ໃນ​ກຸ່ມ ປະ​ພຶດ​ໃນ​ແບບ​ດຽວ​ກັນ ຕາມ​ຄຳ​ບັນ​ຍາຍ. ຖ້າ​ຫາກ​ມີ​ຄົນ​ເລີ່ມ​ຕົ້ນ​ບອກ​ເລົ່າ​ກ່ຽວ​ກັບ​ການ​ຕາຍ​ຢູ່​ໃນ​ກຸ່ມ, ໃຫ້​ປ່ຽນ​ການ​ສົນ​ທະ​ນາ ໃນ​ວິ​ທີ​ທີ່​ສຸ​ພາບ.

ແຫລ່ງຊ່ວຍ​ເຫລືອ​ເພີ່ມ​ເຕີມ:

ແຫລ່ງ​ຊ່ວຍ​ເຫລືອ​ອື່ນໆ

ຄຳ​ແນະ​ນຳ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ

ປະ​ສົບ​ການ​ສ່ວນ​ຕົວ​ຈາກ​ສະ​ມາ​ຊິກ

ແຫລ່ງ​ຊ່ວຍ​ເຫລືອ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ

  • “Ambassadors of Hope: Working Together to Prevent Suicide,” Maryssa Dennis, Ensign, Sept. 2018

  • MentalHealth.lds.org

  • LDS Family Services Offices ຢູ່​ທີ່ LDS.org (ສຳ​ລັບ​ການ​ໃຫ້​ຄຳ​ແນະ​ນຳ ຫລື ການ​ປຶກ​ສາ​ຫາ​ລື)

  • Lead Inspired Discussions,” Teaching in the Savior’s Way (2015), 33–34

ເບິ່ງ suicide.lds.org ສຳ​ລັບ​ແຫລ່ງ​ຊ່ວຍ​ເຫລືອ​ເພີ່ມ​ເຕີມ

ພິມ