ການປ້ອງກັນການຂ້າຕົວຕາຍ ແລະ ການຕອບຮັບຫລັງຈາກການສູນເສຍ
ຈຳນວນການຂ້າຕົວຕາຍທີ່ມີເພີ່ມຂຶ້ນ ໃນຫລາຍພາກສ່ວນຂອງໂລກ ເປັນບັນຫາທີ່ໜ້າວິຕົກຫລາຍ. ຈຸດປະສົງຂອງເອກະສານສະບັບນີ້ ແມ່ນເພື່ອຊ່ວຍເຫລືອພໍ່ແມ່, ຄອບຄົວ, ຜູ້ນຳໃນສາດສະໜາຈັກ, ແລະ ສະມາຊິກໂບດ ຂະນະທີ່ເຂົາເຈົ້າສະແຫວງຫາທີ່ຈະປະຕິບັດຕໍ່ຜູ້ທີ່ຖືກກະທົບກະເທືອນໂດຍການຂ້າຕົວຕາຍ.
ສະມາຊິກສາມາດໃຊ້ແຫລ່ງຊ່ວຍເຫລືອນີ້ ເພື່ອຮຽນຮູ້ກ່ຽວກັບຄຳສອນຂອງສາດສະໜາຈັກ ເລື່ອງການຂ້າຕົວຕາຍ, ຮ່ອງຮອຍບອກເຕືອນ ເລື່ອງການຂ້າຕົວຕາຍ, ວິທີທີ່ຈະຊ່ວຍບຸກຄົນໃນຍາມວິກິດ, ແລະ ວິທີທີ່ຈະຕອບຮັບຫລັງຈາກການສູນເສຍເນື່ອງດ້ວຍການຂ້າຕົວຕາຍ. ຜູ້ນຳສາມາດໃຊ້ແຫລ່ງຊ່ວຍເຫລືອນີ້ ເພື່ອສົນທະນາກັບສະມາຊິກໃນສະພາສະເຕກ ແລະ ສະພາຫວອດ ແລະ ໃນສະຖານທີ່ອື່ນໆ. ຈຸດປະສົງຂອງການສົນທະນາເຫລົ່ານີ້ ແມ່ນເພື່ອຊ່ວຍຜູ້ນຳ ແລະ ສະມາຊິກ ໃຫ້ປະຕິບັດຢ່າງມີປະສິດທິພາບ ຕໍ່ຜູ້ທີ່ຖືກກະທົບກະເທືອນໂດຍການຂ້າຕົວຕາຍ.
ຖ້າຫາກການສົນທະນາກ່ຽວກັບການຂ້າຕົວຕາຍ ຈະຊ່ວຍປ້ອງກັນຈາກການຂ້າຕົວຕາຍ ແລະ ຊ່ວຍໃນການປະຕິບັດຕໍ່ຜູ້ທີ່ຖືກກະທົບກະເທືອນໂດຍເລື່ອງນີ້, ການສົນທະນາເຊັ່ນນັ້ນ ຕ້ອງຖືກນຳພາໂດຍຜູ້ໃຫຍ່ສອງຄົນ. ຜູ້ນຳສາມາດເຊື້ອເຊີນຜູ້ຊ່ຽວຊານຈາກຊຸມຊົນ ທີ່ເຂົ້າໃຈ ແລະ ນັບຖືຄຳສອນຂອງສາດສະໜາຈັກ ເລື່ອງການຂ້າຕົວຕາຍ ໃຫ້ມາຮ່ວມໃນການສົນທະນາ. ການສົນທະນາກັບເດັກນ້ອຍຕ່ຳກວ່າ 12 ປີ ຄວນເກີດຂຶ້ນ ພຽງແຕ່ເມື່ອພໍ່ແມ່ຂອງເຂົາໄດ້ເວົ້າລົມກັບລູກໆຂອງເຂົາເຈົ້າກ່ອນແລ້ວ.
ຫລັງຈາກສະພາສະເຕກ ແລະ ສະພາຫວອດໄດ້ທົບທວນເອກະສານສະບັບນີ້ແລ້ວ, ເຂົາເຈົ້າຄວນສົນທະນາວິທີທີ່ເໝາະສົມ ໃນການສົ່ງເສີມຄວາມພະຍາຍາມຂອງຊຸມຊົນ ແລະ ໃນການແຈ້ງບອກສະມາຊິກໃຫ້ຊາບ ກ່ຽວກັບແຫລ່ງຊ່ວຍເຫລືອທີ່ມີບໍລິການ.
ຄຳສອນ ແລະ ຫລັກທຳ
ພຣະຜູ້ເປັນເຈົ້າໄດ້ເຊື້ອເຊີນເຮົາໃຫ້ປະຕິບັດຕໍ່ທຸກຄົນດ້ວຍຄວາມເຂົ້າໃຈ ແລະ ດ້ວຍຄວາມເຫັນອົກເຫັນໃຈ ເມື່ອພຣະອົງໄດ້ສອນວ່າ, “ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ” (ມັດທາຍ 22:39). ຄວາມພະຍາຍາມຂອງເຮົາທີ່ຈະປະຕິບັດຕໍ່ຜູ້ທີ່ຖືກກະທົບກະເທືອນໂດຍການຂ້າຕົວຕາຍ ຈະມີປະສິດທິພາບຫລາຍກວ່າ ເມື່ອເຮົາເຂົ້າໃຈຫລັກທຳ ແລະ ຄຳສອນຢ່າງຖີ່ຖ້ວນ, ດັ່ງເຊັ່ນຕໍ່ໄປນີ້:
-
ຜ່ານທາງການຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດເຄີຍປະເຊີນກັບການທ້າທາຍທຸກຢ່າງຂອງມະນຸດ ເພື່ອວ່າພຣະອົງຈະສາມາດຮູ້ວ່າ “ຈະຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ” (ແອວມາ 7:11–13). ທ່ານເຈມສ໌ ອີ ຟາວ ໄດ້ສອນວ່າ: “ເພາະພຣະຜູ້ຊ່ວຍໃຫ້ລອດ ໄດ້ຮັບທຸກທໍລະມານກັບທຸກສິ່ງທຸກຢ່າງ ທີ່ເຮົາສາມາດຮູ້ສຶກ ຫລື ປະສົບການ, ພຣະອົງຈຶ່ງສາມາດຊ່ວຍຜູ້ທີ່ອ່ອນແອໃຫ້ເຂັ້ມແຂງໄດ້” (“The Atonement: Our Greatest Hope,” Ensign, Nov. 2001, 22).
-
ຊີວິດມະຕະເປັນຂອງປະທານຈາກພຣະເຈົ້າ—ຂອງປະທານທີ່ຄວນຖືວ່າມີຄຸນຄ່າ ແລະ ຄວນປ້ອງກັນໄວ້ (ເບິ່ງ Doctrine and Covenants 18:10; M. Russell Ballard, “Suicide: Some Things We Know, and Some We Do Not,” Ensign, Oct. 1987, 6–9).
-
ເມື່ອບຸກຄົນຂ້າຕົວຕາຍ, ມີພຽງແຕ່ພຣະເຈົ້າເທົ່ານັ້ນ ທີ່ສາມາດຕັດສິນຄວາມນຶກຄິດ, ການກະທຳ, ແລະ ລະດັບຂອງຄວາມຮັບຜິດຊອບຂອງເຂົາເຈົ້າ. ການຂ້າຕົວຕາຍບໍ່ຄວນເປັນສິ່ງບົ່ງບອກເຖິງບຸກຄະລິກລັກສະນະຂອງຊີວິດນິລັນດອນຂອງບຸກຄົນ (ເບິ່ງ 1 ຊາມູເອນ 16:7; Doctrine and Covenants 137:9; ວິດີໂອ Dale G. Renlund, “Grieving after a Suicide Loss,” ຢູ່ທີ່ suicide.lds.org).
ແຫລ່ງຊ່ວຍເຫລືອເພີ່ມເຕີມ:
-
ຫົວຂໍ້ພຣະກິດຕິຄຸນ ຢູ່ທີ່ topics.lds.org ແລະ ໃນແອພ ຫ້ອງສະໝຸດພຣະກິດຕິຄຸນ
ຮ່ອງຮອຍບອກເຕືອນເລື່ອງການຂ້າຕົວຕາຍ
ຜູ້ຄົນສ່ວນຫລາຍທີ່ພະຍາຍາມຂ້າຕົວຕາຍ ແມ່ນບໍ່ຢາກຕາຍ, ແຕ່ເຂົາເຈົ້າຢາກປົດເປື້ອງຕົວເອງຈາກຄວາມເຈັບປວດທາງຮ່າງກາຍ, ຈິດໃຈ, ຄວາມຮູ້ສຶກ, ຫລື ທາງວິນຍານ ທີ່ເຂົາເຈົ້າມີຢູ່ໃນເວລານັ້ນເທົ່ານັ້ນ. ຫລາຍຄົນທີ່ຢູ່ໃນວິກິດ ຈະສະແດງໃຫ້ເຫັນຮ່ອງຮອຍບອກເຕືອນ ກ່ອນເຂົາເຈົ້າພະຍາຍາມຂ້າຕົວຕາຍ. ຖ້າຫາກທ່ານຮຽນຮູ້ທີ່ຈະຮູ້ຈັກຮ່ອງຮອຍບອກເຕືອນ, ແລ້ວທ່ານຈະຕຽມພ້ອມທີ່ຈະປະຕິບັດຕໍ່ຜູ້ທີ່ຕ້ອງການຄວາມຊ່ວຍເຫລືອໄດ້. ໃຫ້ເອົາໃຈໃສ່ກັບຖ້ອຍຄຳ ດັ່ງເຊັ່ນ “ຂ້ອຍບໍ່ສົນ ຖ້າຂ້ອຍຕາຍ” ຫລື “ທຸກຄົນຄົງຈະມີຄວາມສຸກ ຖ້າບໍ່ມີຂ້ອຍ.” ຮ່ອງຮອຍບອກເຕືອນ ແມ່ນຮ່ວມທັງການປະພຶດດັ່ງຕໍ່ໄປນີ້:
-
ຊອກຫາວິທີຂ້າຕົວເອງ
-
ເວົ້າກ່ຽວກັບຄວາມໝົດຫວັງ ຫລື ບໍ່ມີເຫດຜົນທີ່ຈະມີຊີວິດຢູ່ຕໍ່ໄປ
-
ເວົ້າກ່ຽວກັບຄວາມຮູ້ສຶກທີ່ຖືກກັກຂັງ ຫລື ຄວາມເຈັບປວດທີ່ອົດທົນຕໍ່ບໍ່ໄຫວ
-
ເວົ້າກ່ຽວກັບການເປັນພາລະໃຫ້ກັບຄົນອື່ນ
-
ດື່ມເຫລົ້າ ຫລື ກິນຢາຫລາຍກວ່າເກົ່າ
-
ເອົາຂອງສ່ວນຕົວໃຫ້ຄົນອື່ນ ແບບບໍ່ມີເຫດຜົນ
-
ມີທ່າທີກັງວົນ ຫລື ງຸດງິດ ຫລື ປະພຶດແບບບໍ່ໄຕ່ຕອງ
-
ຖອນຕົວ ຫລື ແຍກຕົວເອງຈາກຜູ້ຄົນ
-
ສະແດງຄວາມໂມໂຫ ຫລື ເວົ້າກ່ຽວກັບການແກ້ແຄ້ນ
-
ສະແດງອາລົມທີ່ປ່ຽນແປງໄວ (ເບິ່ງ National Suicide Prevention Lifeline)
ຮ່ອງຮອຍບອກເຕືອນອັນດຽວ ອາດບໍ່ໝາຍຄວາມວ່າ ມີວິກິດ. ແຕ່ຖ້າຫາກບຸກຄົນເຄີຍມີປະຫວັດ ທີ່ພະຍາຍາມຂ້າຕົວຕາຍ ຫລື ຖ້າຫາກທ່ານສັງເກດເຫັນການປ່ຽນແປງຢ່າງໄວໃນຕົວບຸກຄົນ ຫລື ເລີ່ມຕົ້ນເຫັນຮ່ອງຮອຍຫລາຍຢ່າງ, ຢ່າລໍຊ້າ. ໜ່ວຍງານຊ່ວຍເຫລືອຟຣີ ໃນຍາມວິກິດ ແລະ ລາຍລະອຽດເພີ່ມເຕີມ ມີບໍລິການ ຢູ່ທີ່ suicide.lds.org. (ເບິ່ງ “ວິທີຊ່ວຍບຸກຄົນໃນຍາມວິກິດ” ໃນເອກະສານນີ້ ສຳລັບລາຍລະອຽດເພີ່ມເຕີມ.)
ເຖິງແມ່ນເຮົາໄດ້ພະຍາຍາມຈົນສຸດຂີດແລ້ວ, ແຕ່ກໍຍັງບໍ່ສາມາດປ້ອງກັນໄດ້ ໃນທຸກໆຄັ້ງ. ບາງເທື່ອການຂ້າຕົວຕາຍເກີດຂຶ້ນແບບບໍ່ສະແດງໃຫ້ເຫັນຮ່ອງຮອຍເລີຍ. ທ່ານບໍ່ໄດ້ເປັນຜູ້ຮັບຜິດຊອບຕໍ່ການເລືອກຂອງຄົນອື່ນ ທີ່ຈະຂ້າຕົວເອງ.
ແຫລ່ງຊ່ວຍເຫລືອເພີ່ມເຕີມ:
-
“I’m Worried about Someone” ຢູ່ທີ່ suicide.lds.org
-
ວິດີໂອ “Preventing Suicide,” Carol F. McConkie, ຢູ່ທີ່ suicide.lds.org
-
“Understanding Suicide: Warning Signs and Prevention,” Kenichi Shimokawa, Ensign, Oct. 2016, 35–39
-
“How do I know when to take a suicide threat seriously?” ຢູ່ທີ່ suicide.lds.org
ວິທີຊ່ວຍບຸກຄົນໃນຍາມວິກິດ
ໃຫ້ເອົາຈິງເອົາຈັງກັບຮ່ອງຮອຍບອກເຕືອນເລື່ອງການຂ້າຕົວຕາຍ ແລະ ທຸກໄພຂົ່ມຂູ່ໃນການພະຍາຍາມຂ້າຕົວຕາຍ, ເຖິງແມ່ນທ່ານຄິດວ່າ ເຂົາເຈົ້າບໍ່ຄິດແບບຈິງຈັງກ່ຽວກັບການຂ້າຕົວຕາຍ ຫລື ພຽງແຕ່ຮຽກຮ້ອງຄວາມສົນໃຈເທົ່ານັ້ນກໍຕາມ. ໃຫ້ເຮັດຕາມຂັ້ນຕອນສາມຢ່າງເຫລົ່ານີ້ ເພື່ອສະເໜີໃຫ້ຄວາມຊ່ວຍເຫລືອ—ຖາມ, ເປັນຫ່ວງເປັນໃຍ, ບອກ.
ຂັ້ນຕອນທີ 1: ຖາມ ຖາມບຸກຄົນໂດຍກົງ ຖ້າຫາກວ່າເຂົາເຈົ້າກຳລັງຄິດທີ່ຈະຂ້າຕົວຕາຍຫລືບໍ່. ທ່ານສາມາດຖາມວ່າ, “ເຈົ້າກຳລັງຄິດທີ່ຈະຂ້າຕົວຕາຍບໍ?” ຖ້າຫາກເຂົາເຈົ້າເວົ້າວ່າ ເຂົາເຈົ້າກຳລັງຄິດທີ່ຈະຂ້າຕົວຕາຍ, ໃຫ້ຖາມເຂົາເຈົ້າວ່າ ເຂົາເຈົ້າມີແຜນການແນວໃດຫລືບໍ່. ທ່ານສາມາດຖາມວ່າ, “ເຈົ້າມີແຜນການທີ່ຈະທຳຮ້າຍຕົວເອງແນວໃດຫລືບໍ່?” ຖ້າຫາກເຂົາເຈົ້າມີແຜນການ, ໃຫ້ພາເຂົາເຈົ້າໄປໂຮງໝໍ ຫລື ໄປຄະລິນິກ, ຫລື ໂທຫາໜ່ວຍງານຊ່ວຍເຫລືອໃນຍາມສຸກເສີນ ຫລື ໃນຍາມວິກິດ ຢູ່ໃນເຂດຂອງທ່ານທັນທີ. (ເບິ່ງທີ່ suicide.lds.org/crisis ສຳລັບໜ່ວຍງານຊ່ວຍເຫລືອຕະຫລອດທົ່ວໂລກ.) ຖ້າຫາກເຂົາເຈົ້າບໍ່ມີແຜນການ, ໃຫ້ເຮັດຕາມຂັ້ນຕອນທີ 2.
ຂັ້ນຕອນທີ 2: ເປັນຫ່ວງເປັນໃຍ ສະແດງໃຫ້ເຫັນວ່າ ທ່ານເປັນຫ່ວງເປັນໃຍ ໂດຍການຮັບຟັງສິ່ງທີ່ເຂົາເຈົ້າເວົ້າ. ໃຫ້ເວລາເຂົາເຈົ້າອະທິບາຍ ເຖິງຄວາມຮູ້ສຶກທີ່ເຂົາເຈົ້າມີ. ຮັບຮູ້ຄວາມຮູ້ສຶກຂອງເຂົາເຈົ້າ ໂດຍການເວົ້າບາງສິ່ງ ດັ່ງເຊັ່ນ, “ຂ້ອຍເສຍໃຈນຳ ທີ່ເຈົ້າເຈັບປວດຫລາຍ” ຫລື “ຂ້ອຍບໍ່ເຄີຍຮູ້ວ່າ ເຈົ້າຫຍຸ້ງຍາກຫລາຍຂະໜາດນີ້.” ທ່ານອາດສະເໜີຊ່ວຍເຂົາເຈົ້າ ວາງແຜນການສູ່ຄວາມປອດໄພ ປ້ອງກັນຈາກການຂ້າຕົວຕາຍ (ເບິ່ງ “How to Create a Suicide-Prevention Safety Plan,” Doug Thomas, Ensign, Sept. 2016, 63). ແຜນການສູ່ຄວາມປອດໄພ ຊ່ວຍຜູ້ຄົນໃຫ້ຮູ້ຈັກເຖິງຄວາມເຂັ້ມແຂງຂອງຕົນ, ຄວາມສຳພັນໃນທາງບວກ, ແລະ ວິທີທີ່ຈະສູ້ທົນກັບມັນໄດ້. ມັນກໍຍັງຊ່ວຍເຂົາເຈົ້າບໍ່ໃຫ້ເຂົ້າຫາສິ່ງທີ່ເປັນໄພຕໍ່ເຂົາເຈົ້າ, ດັ່ງເຊັ່ນ ອາວຸດ ຫລື ຢຸກຢາ. ຖ້າຫາກເຂົາເຈົ້າຂໍຮ້ອງທ່ານບໍ່ໃຫ້ບອກໃຜກ່ຽວກັບຄວາມຮູ້ສຶກຂອງເຂົາເຈົ້າ, ໃຫ້ທ່ານອະທິບາຍວ່າ ທ່ານຈະໃຫ້ກຽດເລື່ອງສ່ວນຕົວຂອງເຂົາເຈົ້າ ໃຫ້ຫລາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້, ແຕ່ເຂົາເຈົ້າຕ້ອງການຄວາມຊ່ວຍເຫລືອ ຫລາຍກວ່າທີ່ທ່ານສາມາດມອບໃຫ້. ຢ່າສັນຍາວ່າ ທ່ານຈະຮັກສາຄວາມຄິດຂອງເຂົາເຈົ້າທີ່ຈະຂ້າຕົວຕາຍ ໄວ້ເປັນຄວາມລັບ.
ຂັ້ນຕອນທີ 3: ບອກ. ຊຸກຍູ້ບຸກຄົນໃຫ້ບອກບາງຄົນຜູ້ທີ່ສາມາດຊ່ວຍເຫລືອໄດ້ຫລາຍກວ່າ. ແບ່ງປັນຂໍ້ມູນຕິດຕໍ່ ຂອງແຫລ່ງຊ່ວຍເຫລືອທີ່ເປັນປະໂຫຍດ ຢູ່ໃນເຂດຂອງທ່ານ. ແຫລ່ງຊ່ວຍເຫລືອຕ່າງໆອາດຮ່ວມດ້ວຍໂຮງໝໍໃນຊຸມຊົນ, ຄະລີນິກສຸກເສີນ, ຫລື ໜ່ວຍງານຊ່ວຍເຫລືອຟຣີ ໃນຍາມວິກິດ…ຖ້າເຂົາເຈົ້າບໍ່ຢາກຂໍຄວາມຊ່ວຍເຫລືອຈາກໃຜ, ທ່ານຕ້ອງບອກບາງຄົນແທນເຂົາເຈົ້າ. ທ່ານອາດເວົ້າບາງສິ່ງ ດັ່ງເຊັ່ນ, “ຂ້ອຍເປັນຫ່ວງເປັນໃຍນຳເຈົ້າ ແລະ ຢາກໃຫ້ເຈົ້າປອດໄພ. ຂ້ອຍຊິບອກບາງຄົນ ຜູ້ທີ່ສາມາດຊ່ວຍເຈົ້າ ໃນສິ່ງທີ່ເຈົ້າຕ້ອງການ.” ໃຫ້ນັບຖືສິດສ່ວນຕົວຂອງເຂົາເຈົ້າ ໂດຍການບອກຄົນໃດຄົນໜຶ່ງ ຜູ້ທີ່ທ່ານຄິດວ່າ ສາມາດຊ່ວຍເຫລືອ, ດັ່ງເຊັ່ນ ສະມາຊິກຄອບຄົວທີ່ໃກ້ຊິດ, ອະທິການຂອງບຸກຄົນ, ຜູ້ປຶກສາຢູ່ທີ່ໂຮງຮຽນ, ທ່ານໝໍ, ຫລື ຜູ້ຊ່ຽວຊານທາງດ້ານການດູແລສຸຂະພາບ. ຖ້າຫາກທ່ານບໍ່ຮູ້ວ່າຈະບອກໃຜ, ໃຫ້ເວົ້າລົມກັບອະທິການຂອງທ່ານ ຫລື ໂທໄປຫາໜ່ວຍງານຊ່ວຍເຫລືອຟຣີ ໃນຍາມວິກິດ ຢູ່ໃນເຂດຂອງທ່ານ. ໃຫ້ຈື່ຈຳວ່າ, ທ່ານບໍ່ໄດ້ຖືກຄາດໝາຍໃຫ້ຊ່ວຍເຫລືອບຸກຄົນນັ້ນ ດ້ວຍຕົວຄົນດຽວ.
ໝາຍເຫດ: ຖ້າຫາກທ່ານເປັນຜູ້ນຳພາການສົນທະນາ, ໃຫ້ທ່ານຂໍໃຫ້ຜູ້ມາຮ່ວມ ພາກັນລອງເຮັດຕາມຂັ້ນຕອນເຫລົ່ານີ້. ມອບສະຖານະການໃຫ້ເຂົາເຈົ້າ ອັນທີ່ມີບາງຄົນມາຫາເຂົາເຈົ້າ ແລະ ບອກໃຫ້ຮູ້ເຖິງຄວາມຄິດຢາກຂ້າຕົວຕາຍ ແລະ ຂໍໃຫ້ເຂົາເຈົ້າເຝິກວິທີທີ່ຈະຕອບຮັບແນວໃດ.
ແຫລ່ງຊ່ວຍເຫລືອເພີ່ມເຕີມ:
-
ໜ່ວຍງານສະຫວັດດີການ (ສຳລັບປະທານສະເຕກ, ອະທິການ, ແລະ ປະທານສາຂາ)
-
“Taking Time to Talk and Listen,” Rosemary M. Wixom, Ensign, Apr. 2012, 10–13
-
ວິດີໂອ “Preventing Suicide,” Carol F. McConkie, ຢູ່ທີ່ suicide.lds.org
-
“I’m Worried about Someone” ຢູ່ທີ່ suicide.lds.org
-
“Suicide,” Counseling Resources, LDS.org (ສຳລັບສະມາຊິກໃນສະພາສະເຕກ ແລະ ສະພາຫວອດ)
ວິທີຕອບຮັບຫລັງຈາກການຂ້າຕົວຕາຍ
ເຖິງແມ່ນເຮົາໄດ້ພະຍາຍາມຈົນສຸດຂີດແລ້ວ, ແຕ່ກໍຍັງບໍ່ສາມາດປ້ອງກັນໄດ້ ໃນທຸກໆຄັ້ງ. ມັນເປັນເລື່ອງທຳມະດາສຳລັບຜູ້ທີ່ຖືກປະໄວ້ຂ້າງຫລັງ ຫລັງຈາກການຂ້າຕົວຕາຍ ທີ່ຈະມີຄວາມຮູ້ສຶກເຖິງ ການປະຕິເສດ, ອາການຊັອກ, ຄວາມຮູ້ສຶກຜິດ, ຄວາມໃຈຮ້າຍ, ແລະ ຄວາມສັບສົນ. ປະທານເອັມ ຣະໂຊ ບາເລີດ ໄດ້ກ່າວວ່າ, “ການຂ້າຕົວເອງເປັນເລື່ອງທີ່ໂສກເສົ້າແທ້ໆ ເພາະການເຮັດສິ່ງນີ້ ໄດ້ເຮັດໃຫ້ຫລາຍຄົນກາຍເປັນຜູ້ຮັບເຄາະ: ທຳອິດແມ່ນຄົນທີ່ຕາຍ, ແລ້ວຄົນອື່ນໆຫລາຍສິບຄົນ—ຄອບຄົວ ແລະ ໝູ່ເພື່ອນ—ຜູ້ທີ່ຖືກປະໄວ້ຂ້າງຫລັງ, ບາງຄົນຕ້ອງເຈັບປວດ ແລະ ສັບສົນເປັນເວລາຍາວນານ” (“Suicide: Some Things We Know, and Some We Do Not,” Ensign, Oct. 1987, 7). ສຳລັບບຸກຄົນເຫລົ່ານີ້, ການປິ່ນປົວມາເຖິງຜ່ານທາງພຣະຜູ້ຊ່ວຍໃຫ້ລອດ, ຜູ້ໄດ້ສະເດັດລົງຕ່ຳກວ່າທຸກສິ່ງ ເພື່ອວ່າພຣະອົງຈະຮູ້ຈັກ “ຕາມທາງຂອງເນື້ອໜັງວ່າ ຈະຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາໄດ້ແນວໃດ” (ເບິ່ງ Doctrine and Covenants 88:6; ແອວມາ 7:12). ແຫລ່ງຊ່ວຍເຫລືອຂອງຜູ້ຊ່ຽວຊານ ແລະ ການໃຫ້ຄຳແນະນຳ ກໍເປັນປະໂຫຍດຄືກັນ.
ສະພາສະເຕກ ແລະ ສະພາຫວອດ ອາດຕ້ອງໄດ້ສົນທະນາ ເຖິງວິທີທີ່ເຂົາເຈົ້າສາມາດຊ່ວຍເຫລືອບຸກຄົນ ຫລື ຄອບຄົວ ຫລັງຈາກການຂ້າຕົວຕາຍ. ຄຳຖາມທີ່ຈະສົນທະນາ ອາດຮ່ວມດ້ວຍດັ່ງຕໍ່ໄປນີ້:
-
ຄຳສອນ ແລະ ການຊົດໃຊ້ຂອງພຣະເຢຊູຄຣິດ ສາມາດນຳການປິ່ນປົວມາສູ່ບຸກຄົນ ຫລື ຄອບຄົວໄດ້ແນວໃດ?
-
ອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດ ໄດ້ສັງເກດເຫັນຄວາມຕ້ອງການໃດແດ່ ໃນບຸກຄົນ ຫລື ຄອບຄົວ? ມີການຮັບໃຊ້ໃດແດ່ທີ່ເຂົາເຈົ້າໄດ້ມອບໃຫ້?
-
ບຸກຄົນ ຫລື ຄອບຄົວຕ້ອງການຄວາມຊ່ວຍເຫລືອຢ່າງຕໍ່ເນື່ອງທາງດ້ານຄວາມຮູ້ສຶກ ຫລື ທາງວິນຍານແນວໃດແດ່? ມີໃຜແດ່ທີ່ຊ່ວຍເຫລືອໄດ້ ໃນເລື່ອງນີ້?
-
ບຸກຄົນ ຫລື ຄອບຄົວ ຕ້ອງການສິ່ງຂອງທາງໂລກບໍ, ດັ່ງເຊັ່ນການຮັບສົ່ງ ຫລື ອາຫານການກິນ?
-
ຜູ້ນຳອົງການຊ່ວຍເຫລືອຂອງຫວອດ ສາມາດຊ່ວຍເຫລືອເດັກນ້ອຍ ແລະ ຊາວໜຸ່ມ ຜູ້ໄດ້ສູນເສຍຄົນທີ່ເຂົາຮັກໄປ ໄດ້ແນວໃດ?
ຂັ້ນຕອນການໄວ້ທຸກຫລັງຈາກການຂ້າຕົວຕາຍ ອາດເປັນເວລາດົນນານ. ຖ້າບຸກຄົນໃດຍັງມີຄວາມຮູ້ສຶກເຈັບປວດທີ່ຮຸນແຮງ ຫລື ໂສກເສົ້າຫລາຍຢູ່, ໃຫ້ເວົ້າລົມກັບຜູ້ຄົນທີ່ເປັນຫ່ວງເປັນໃຍນຳບຸກຄົນນັ້ນ. ໃຫ້ພິຈາລະນາດ້ວຍການອະທິຖານ ເຖິງວິທີທີ່ຈະສະເໜີຄວາມຊ່ວຍເຫລືອທີ່ດີທີ່ສຸດ. ທ່ານອາດຊ່ວຍບຸກຄົນໃຫ້ຮັບເອົາພອນຂອງຖານະປະໂລຫິດ ຫລື ຕິດຕໍ່ຫາແຫລ່ງຊ່ວຍເຫລືອ ຢູ່ໃນເຂດຂອງທ່ານ. ກຸ່ມຊ່ວຍເຫລືອຜູ້ໂສກເສົ້າ, ທ່ານໝໍ, ຫລື ຜູ້ຊ່ຽວຊານທາງດ້ານການດູແລສຸຂະພາບ ກໍເປັນປະໂຫຍດ.
ໝາຍເຫດ: ຖ້າຫາກທ່ານເປັນຜູ້ນຳພາການສົນທະນາ, ຢ່າເວົ້າກ່ຽວກັບ ວິທີທີ່ ບຸກຄົນຂ້າຕົວຕາຍ. ສິ່ງນີ້ອາດຊຸກຍູ້ແບບບໍ່ໄດ້ຕັ້ງໃຈ ໃຫ້ບາງຄົນຢູ່ໃນກຸ່ມ ປະພຶດໃນແບບດຽວກັນ ຕາມຄຳບັນຍາຍ. ຖ້າຫາກມີຄົນເລີ່ມຕົ້ນບອກເລົ່າກ່ຽວກັບການຕາຍຢູ່ໃນກຸ່ມ, ໃຫ້ປ່ຽນການສົນທະນາ ໃນວິທີທີ່ສຸພາບ.
ແຫລ່ງຊ່ວຍເຫລືອເພີ່ມເຕີມ:
-
ວິດີໂອ “Grieving after a Suicide,” Dale G. Renlund, ຢູ່ທີ່ suicide.lds.org
-
ວິດີໂອ “To Parents Who Have Lost a Child by Suicide,” Dale G. Renlund, ຢູ່ທີ່ suicide.lds.org
-
ວິດີໂອ “Comfort after a Suicide,” Carol F. McConkie, ຢູ່ທີ່ suicide.lds.org
-
“I Have Lost Someone by Suicide,” suicide.lds.org
-
“How Survivors Heal,” LDS Family Services, Ensign, Sept. 2017, 69
ແຫລ່ງຊ່ວຍເຫລືອອື່ນໆ
ຄຳແນະນຳຈາກຜູ້ນຳຂອງສາດສະໜາຈັກ
-
ວິດີໂອ “Understanding Suicide,” Dale G. Renlund, ຢູ່ທີ່ suicide.lds.org
-
“The Merciful Obtain Mercy,” Dieter F. Uchtdorf, Ensign ຫລື Liahona, May 2012, 70–76
-
“Songs Sung and Unsung,” Jeffrey R. Holland, Ensign ຫລື Liahona, May 2017, 49–51
-
“To Heal the Shattering Consequences of Abuse,” Richard G. Scott, Ensign ຫລື Liahona, May 2008, 40–43
-
“First Observe, Then Serve,” Linda K. Burton, Ensign ຫລື Liahona, Nov. 2012, 78–80
ປະສົບການສ່ວນຕົວຈາກສະມາຊິກ
-
ວິດີໂອ “Rodolfo’s Story: Father, Leader, and Suicide Loss Survivor,” ຢູ່ທີ່ suicide.lds.org
-
ວິດີໂອ “Princess’s Story: After a Suicide Attempt,” ຢູ່ທີ່ suicide.lds.org
-
“Melinda’s Story: Finding Joy after My Husband’s Suicide,” LDS.org
-
“Sitting on the Bench: Thoughts on Suicide Prevention,” LDS.org
ແຫລ່ງຊ່ວຍເຫລືອອື່ນໆຂອງສາດສະໜາຈັກ
-
“Ambassadors of Hope: Working Together to Prevent Suicide,” Maryssa Dennis, Ensign, Sept. 2018
-
“LDS Family Services Offices” ຢູ່ທີ່ LDS.org (ສຳລັບການໃຫ້ຄຳແນະນຳ ຫລື ການປຶກສາຫາລື)
-
“Lead Inspired Discussions,” Teaching in the Savior’s Way (2015), 33–34
ເບິ່ງ suicide.lds.org ສຳລັບແຫລ່ງຊ່ວຍເຫລືອເພີ່ມເຕີມ