28. ດານ
ເມືອງເກົ່າແກ່ຂອງດານ ເຄີຍມີຊື່ວ່າ ລາກິດ (ຢຊ 19:47) ຫລື ລາອິດ (ຜປ 18:7, 14) ກ່ອນຊາວອິດສະຣາເອນຢຶດປົກຄອງແຜ່ນດິນ. ມີບໍ່ນ້ຳພຸຫລາຍແຫ່ງຢູ່ໃນບ່ອນນີ້, ພ້ອມດ້ວຍບໍ່ນ້ຳພຸທີ່ກາຍຊາເຣຍ ຟີລິບປອຍ, ເປັນແຫລ່ງຕົ້ນຕໍຂອງແມ່ນ້ຳຈໍແດນ. ສະຖານທີ່ພຣະວິຫານຂອງເຢໂຣໂບອາມ ຢູ່ໃນຮູບພາບແຜ່ນນີ້.
ເຫດການທີ່ສຳຄັນ: ອັບຣາຮາມໄດ້ຊ່ວຍກູ້ໂລດ (ປຖກ 14:13–16). ເຜົ່າຂອງດານໄດ້ຢຶດຄອງເຂດນີ້ ແລະ ຕັ້ງຊື່ໃຫ້ວ່າ ດານ (ຢຊ 19:47–48). ເຢໂຣໂບອາມ ໄດ້ສ້າງພຣະວິຫານຈອມປອມຂຶ້ນ ພ້ອມດ້ວຍງົວຄຳ ຊຶ່ງເປັນສາເຫດໜຶ່ງຂອງຄວາມພິນາດຂອງສິບເຜົ່າ ທີ່ຢູ່ທາງເໜືອ (1 ກສ 12:26–33). ດານເປັນເມືອງທີ່ຕັ້ງຢູ່ເໜືອສຸດຂອງອິດສະຣາເອນ—ດ້ວຍເຫດນີ້ ພຣະຄຳພີ ຈຶ່ງກ່າວເຖິງແຜ່ນດິນອິດສະຣາເອນວ່າ “ນັບຈາກ ເບເອນເຊບາ ເຖິງ ດານ” (2 ຂຄ 30:5; ເບເອນເຊບາ ເປັນເມືອງທີ່ຕັ້ງຢູ່ໃຕ້ສຸດ). (ເບິ່ງ ຄມພ ດານ.)