ບົດທີ 15
ລູກຫລານຂອງລີໄຮຈະໄດ້ຮັບພຣະກິດຕິຄຸນຈາກຄົນຕ່າງຊາດໃນຍຸກສຸດທ້າຍ—ການເຕົ້າໂຮມຂອງຊາວອິດສະຣາເອນຄືກັນກັບຕົ້ນໝາກກອກເທດ ຊຶ່ງກິ່ງງ່າເດີມຂອງມັນຈະຖືກຕໍ່ເຂົ້າກັນອີກ—ນີໄຟແປພາບນິມິດກ່ຽວກັບຕົ້ນໄມ້ແຫ່ງຊີວິດ ແລະ ເວົ້າເຖິງຄວາມຍຸດຕິທຳຂອງພຣະເຈົ້າໃນການແຍກຄົນຊົ່ວອອກຈາກຄົນຊອບທຳ. ປະມານ 600–592 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຂ້າພະເຈົ້ານີໄຟຖືກພາໄປໃນພຣະວິນຍານ ແລະ ເຫັນສິ່ງທັງໝົດເຫລົ່ານີ້ແລ້ວ, ຂ້າພະເຈົ້າກໍກັບໄປຫາຜ້າເຕັນຂອງບິດາຂອງຂ້າພະເຈົ້າ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຫັນພວກອ້າຍຂອງຂ້າພະເຈົ້າ ແລະ ພວກເຂົາກຳລັງໂຕ້ຖຽງກັນກ່ຽວກັບເລື່ອງທີ່ບິດາຂອງຂ້າພະເຈົ້າໄດ້ເວົ້າກັບພວກເຂົາ.
3 ເພາະຕາມຈິງແລ້ວ ເພິ່ນໄດ້ເວົ້າຄວາມຈິງເຖິງເລື່ອງອັນຍິ່ງໃຫຍ່ຫລາຍເລື່ອງກັບພວກເຂົາ ຊຶ່ງຍາກທີ່ຈະ ເຂົ້າໃຈນອກຈາກພວກເຂົາຈະທູນຖາມພຣະຜູ້ເປັນເຈົ້າ; ແລະ ໂດຍທີ່ມີໃຈແຂງກະດ້າງ, ສະນັ້ນພວກເຂົາຈຶ່ງບໍ່ໄດ້ຫລຽວຫາພຣະຜູ້ເປັນເຈົ້າເທົ່າທີ່ຄວນ.
4 ແລະ ບັດນີ້ຂ້າພະເຈົ້ານີໄຟມີຄວາມໂສກເສົ້າເພາະຄວາມແຂງກະດ້າງຂອງໃຈຂອງພວກເຂົາ, ເພາະສິ່ງທີ່ຂ້າພະເຈົ້າໄດ້ເຫັນມາ ແລະ ຮູ້ຈັກວ່າມັນຈະຕ້ອງເກີດຂຶ້ນຢ່າງຫລີກລ້ຽງບໍ່ໄດ້ ເພາະຄວາມຊົ່ວຮ້າຍອັນໃຫຍ່ຫລວງຂອງລູກຫລານມະນຸດ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າກໍໝົດກຳລັງເພາະຄວາມທຸກຂອງຂ້າພະເຈົ້າ, ເພາະວ່າຂ້າພະເຈົ້າເຫັນ ຄວາມທຸກຂອງຂ້າພະເຈົ້າໃຫຍ່ຫລວງເໜືອທຸກສິ່ງ ເພາະ ຄວາມພິນາດຂອງຜູ້ຄົນຂອງຂ້າພະເຈົ້າ, ເພາະຂ້າພະເຈົ້າເຫັນການຕົກຂອງພວກເຂົາແລ້ວ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກທີ່ຂ້າພະເຈົ້າ ມີແຮງຂຶ້ນ ຂ້າພະເຈົ້າຈຶ່ງໄດ້ເວົ້າກັບພວກອ້າຍຂອງຂ້າພະເຈົ້າໂດຍປາດຖະໜາຢາກຮູ້ສາເຫດເລື່ອງທີ່ພວກເຂົາກຳລັງໂຕ້ຖຽງກັນຢູ່.
7 ແລະ ພວກເຂົາໄດ້ເວົ້າວ່າ: ຈົ່ງເບິ່ງ, ພວກເຮົາບໍ່ສາມາດເຂົ້າໃຈຄຳເວົ້າທີ່ບິດາຂອງພວກເຮົາເວົ້າກ່ຽວກັບກິ່ງງ່າເດີມຂອງຕົ້ນໝາກກອກເທດ ແລະ ກ່ຽວກັບຄົນຕ່າງຊາດນັ້ນ.
8 ແລະ ຂ້າພະເຈົ້າໄດ້ຖາມພວກເຂົາວ່າ: ພວກເຈົ້າໄດ້ ທູນຖາມພຣະຜູ້ເປັນເຈົ້າແລ້ວບໍ?
9 ແລະ ພວກເຂົາຕອບວ່າ: ພວກເຮົາຍັງບໍ່ທັນໄດ້ຖາມເທື່ອ; ເພາະພຣະຜູ້ເປັນເຈົ້າບໍ່ໄດ້ເຮັດເລື່ອງແນວນີ້ໃຫ້ພວກເຮົາຮູ້.
10 ຈົ່ງເບິ່ງ, ຂ້າພະເຈົ້າໄດ້ຖາມພວກເຂົາວ່າ: ເປັນຫຍັງພວກເຈົ້າຈຶ່ງບໍ່ຮັກສາພຣະບັນຍັດຂອງພຣະເຈົ້າ? ແລະ ເປັນຫຍັງພວກເຈົ້າຈຶ່ງຍອມຕາຍເພາະ ຄວາມແຂງກະດ້າງຂອງໃຈຂອງພວກເຈົ້າ?
11 ພວກເຈົ້າຈື່ຈຳສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວຫລືບໍ່?—ວ່າຖ້າຫາກເຈົ້າບໍ່ເຮັດໃຈແຂງກະດ້າງ ແລະ ທູນຖາມເຮົາດ້ວຍສັດທາໂດຍເຊື່ອວ່າເຈົ້າຈະໄດ້ຮັບດ້ວຍຄວາມພາກພຽນໃນການຮັກສາບັນຍັດຂອງເຮົາ ແນ່ນອນສິ່ງເຫລົ່ານີ້ຈະເປັນທີ່ຮູ້ຈັກແກ່ເຈົ້າ.
12 ຈົ່ງເບິ່ງ, ເຮົາໄດ້ບອກພວກເຈົ້າວ່າ ເຊື້ອສາຍອິດສະຣາເອນຖືກປຽບທຽບໃສ່ກັບຕົ້ນໝາກກອກເທດ ໂດຍພຣະວິນຍານຂອງພຣະຜູ້ເປັນເຈົ້າທີ່ຢູ່ໃນບິດາຂອງພວກເຮົາ; ແລະ ຈົ່ງເບິ່ງ ພວກເຮົາບໍ່ໄດ້ແຕກອອກມາຈາກເຊື້ອສາຍອິດສະຣາເອນບໍ, ແລະ ພວກເຮົາບໍ່ໄດ້ເປັນ ກິ່ງງ່າຂອງເຊື້ອສາຍອິດສະຣາເອນບໍ?
13 ແລະ ບັດນີ້, ເລື່ອງທີ່ບິດາຂອງພວກເຮົາໝາຍເຖິງການຕໍ່ກິ່ງງ່າເດີມເຂົ້າກັບຕົ້ນໂດຍຄວາມສົມບູນຂອງຄົນຕ່າງຊາດຄືໃນຍຸກສຸດທ້າຍເວລາລູກຫລານຂອງພວກເຮົາຍັງ ເສື່ອມໂຊມຢູ່ໃນຄວາມບໍ່ເຊື່ອຖື, ແທ້ຈິງແລ້ວ, ເປັນເວລາຫລາຍປີ ແລະ ຫລັງຈາກຫລາຍລຸ້ນຄົນ ພຣະເມຊີອາຈະສະແດງໃນພຣະກາຍໃຫ້ປະຈັກແກ່ລູກຫລານມະນຸດ, ຈາກນັ້ນຄວາມສົມບູນຂອງ ພຣະກິດຕິຄຸນຂອງພຣະເມຊີອາຍ່ອມມາສູ່ຄົນຕ່າງຊາດ ແລະ ຈາກ ຄົນຕ່າງຊາດມາສູ່ລູກຫລານຂອງພວກເຮົາຜູ້ທີ່ເຫລືອຢູ່—
14 ແລະ ໃນມື້ນັ້ນ ລູກຫລານຂອງພວກເຮົາຜູ້ທີ່ເຫລືອຢູ່ຈຶ່ງຈະຮູ້ຈັກວ່າ ພວກເຂົາເປັນເຊື້ອສາຍອິດສະຣາເອນ, ແລະ ຮູ້ຈັກວ່າພວກເຂົາເປັນຄົນແຫ່ງ ພັນທະສັນຍາຂອງພຣະຜູ້ເປັນເຈົ້າ; ແລ້ວພວກເຂົາຈະຮູ້ ແລະ ມາ ຮູ້ຈັກບັນພະບຸລຸດຂອງພວກເຂົາ, ແລະ ມາຮູ້ຈັກພຣະກິດຕິຄຸນຂອງພຣະຜູ້ໄຖ່ຂອງພວກເຂົານຳອີກ ຊຶ່ງປະຕິບັດຕໍ່ບັນພະບຸລຸດໂດຍພຣະອົງ; ດັ່ງນັ້ນ, ພວກເຂົາຈະມີຄວາມຮູ້ເຖິງພຣະຜູ້ໄຖ່ຂອງພວກເຂົາ ແລະ ຈຸດມຸ້ງໝາຍຂອງຄຳສອນຂອງພຣະອົງ, ເພື່ອຈະໄດ້ຮູ້ວ່າຈະມາສູ່ພຣະອົງ ແລະ ລອດໄດ້ແນວໃດ.
15 ແລ້ວໃນມື້ນັ້ນພວກເຂົາຈະບໍ່ປິຕິຍິນດີຖວາຍຄວາມສັນລະເສີນພຣະເຈົ້າຜູ້ເປັນນິດຂອງພວກເຂົາ, ຜູ້ເປັນ ຫີນຂອງພວກເຂົາ ແລະ ເປັນຄວາມລອດຂອງພວກເຂົາບໍ? ແທ້ຈິງແລ້ວ ໃນມື້ນັ້ນພວກເຂົາຈະບໍ່ໄດ້ຮັບກຳລັງ ແລະ ການບຳລຸງລ້ຽງຈາກ ຕົ້ນອະງຸ່ນທີ່ແທ້ຈິງບໍ? ແທ້ຈິງແລ້ວ ພວກເຂົາຈະບໍ່ມາຫາຝູງອັນແທ້ຈິງຂອງພຣະເຈົ້າບໍ?
16 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ, ແທ້ຈິງແລ້ວພວກເຂົາຈະຖືກຈົດຈຳອີກໃນບັນດາເຊື້ອສາຍອິດສະຣາເອນ, ໂດຍທີ່ກິ່ງງ່າເດີມຂອງຕົ້ນໝາກກອກເທດຂອງພວກເຂົາຈະຖືກ ຕໍ່ເຂົ້າກັບຕົ້ນໝາກກອກເທດອັນແທ້ຈິງ.
17 ແລະ ນີ້ຄືເລື່ອງທີ່ບິດາຂອງພວກເຮົາໝາຍເຖິງ ແລະ ໝາຍຄວາມວ່າມັນຈະບໍ່ບັງເກີດຂຶ້ນເທື່ອຈົນກວ່າພວກເຂົາຈະກະຈັດກະຈາຍໄປໂດຍຄົນຕ່າງຊາດ; ແລະ ເພິ່ນໝາຍຄວາມວ່າມັນຈະມາໂດຍທາງຄົນຕ່າງຊາດເພື່ອພຣະຜູ້ເປັນເຈົ້າຈະໄດ້ສະແດງອຳນາດຕໍ່ຄົນຕ່າງຊາດ, ຍ້ອນວ່າແນວນີ້ພຣະອົງຈຶ່ງຖືກຊາວຢິວ ຫລື ເຊື້ອສາຍອິດສະຣາເອນ ປະຕິເສດ.
18 ດັ່ງນັ້ນ, ບິດາຂອງພວກເຮົາບໍ່ໄດ້ເວົ້າເຖິງລູກຫລານຂອງພວກເຮົາເທົ່ານັ້ນ, ແຕ່ໄດ້ເວົ້າເຖິງເຊື້ອສາຍອິດສະຣາເອນທັງໝົດນຳອີກ ໂດຍຊີ້ເຖິງພັນທະສັນຍາ ຊຶ່ງຈະສຳເລັດໃນຍຸກສຸດທ້າຍນີ້ ຊຶ່ງພັນທະສັນຍານັ້ນພຣະຜູ້ເປັນເຈົ້າໃຫ້ໄວ້ກັບອັບຣາຮາມ ບັນພະບຸລຸດຂອງພວກເຂົາ, ມີຄວາມວ່າ: ໃນ ລູກຫລານຂອງເຈົ້າທຸກຕະກຸນຂອງແຜ່ນດິນໂລກຈະໄດ້ຮັບພອນ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເວົ້າກັບພວກເຂົາຢ່າງຍືດຍາວກ່ຽວກັບເລື່ອງເຫລົ່ານີ້; ແທ້ຈິງແລ້ວ, ຂ້າພະເຈົ້າໄດ້ເວົ້າກັບພວກເຂົາກ່ຽວກັບ ການຟື້ນຟູຂອງຊາວຢິວໃນຍຸກສຸດທ້າຍ.
20 ແລະ ຂ້າພະເຈົ້າໄດ້ເລົ່າຄຳເວົ້າຂອງ ເອຊາຢາໃຫ້ພວກເຂົາຟັງ ຊຶ່ງເພິ່ນໄດ້ເວົ້າເຖິງການນຳກັບມາຂອງຊາວຢິວ ຫລື ເຊື້ອສາຍອິດສະຣາເອນ; ແລະ ຫລັງຈາກທີ່ພວກເຂົາຖືກນຳກັບມາແລ້ວ, ພວກເຂົາຈະບໍ່ສັບສົນອີກຕໍ່ໄປ ແລະ ຈະບໍ່ແຕກກະຈັດກະຈາຍໄປອີກ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເວົ້າຫລາຍຢ່າງກັບພວກອ້າຍຂອງຂ້າພະເຈົ້າຈົນວ່າພວກເຂົາສະຫງົບລົງ ແລະ ໄດ້ ຖ່ອມຕົວຕໍ່ພຣະຜູ້ເປັນເຈົ້າ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຖາມຂ້າພະເຈົ້າອີກ, ມີຄວາມວ່າ: ເລື່ອງທີ່ບິດາຂອງພວກເຮົາເຫັນໃນຄວາມຝັນນັ້ນໝາຍຄວາມວ່າແນວໃດ? ຕົ້ນໄມ້ທີ່ເພິ່ນເຫັນນັ້ນໝາຍຄວາມວ່າແນວໃດ?
22 ແລະ ຂ້າພະເຈົ້າຕອບພວກເຂົາວ່າ ມັນແມ່ນເຄື່ອງໝາຍແທນ ຕົ້ນໄມ້ແຫ່ງຊີວິດ.
23 ແລະ ພວກເຂົາໄດ້ຖາມຂ້າພະເຈົ້າວ່າ: ຮາວເຫລັກທີ່ບິດາຂອງພວກເຮົາເຫັນຊຶ່ງພາໄປຫາຕົ້ນໄມ້ນັ້ນ ໝາຍຄວາມວ່າແນວໃດ?
24 ແລະ ຂ້າພະເຈົ້າຕອບພວກເຂົາ, ນັ້ນຄື ພຣະຄຳຂອງພຣະເຈົ້າ; ແລະ ຜູ້ໃດທີ່ຈະເຊື່ອຟັງພຣະຄຳຂອງພຣະເຈົ້າ ແລະ ຈະ ຍຶດໝັ້ນແລ້ວ, ພວກເຂົາຈະບໍ່ຕາຍເລີຍ; ທັງ ສິ່ງລໍ້ລວງ ແລະ ລູກສອນໄຟຂອງ ຜູ້ປໍລະປັກກໍຈະບໍ່ອາດເອົາຊະນະໂດຍຈະເຮັດໃຫ້ພວກເຂົາຕາບອດ ເພື່ອຈະນຳພວກເຂົາໄປສູ່ຄວາມພິນາດໄດ້.
25 ດັ່ງນັ້ນ, ຂ້າພະເຈົ້ານີໄຟໄດ້ຊັກຊວນໃຫ້ພວກເຂົາ ເອົາໃຈໃສ່ພຣະຄຳຂອງພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ຂ້າພະເຈົ້າໄດ້ຊັກຊວນພວກເຂົາດ້ວຍສຸດພະລັງແຫ່ງຈິດວິນຍານຂອງຂ້າພະເຈົ້າ ແລະ ດ້ວຍສຸດຄວາມສາມາດທີ່ຂ້າພະເຈົ້າມີຢູ່ ເພື່ອໃຫ້ພວກເຂົາເອົາໃຈໃສ່ພຣະຄຳຂອງພຣະເຈົ້າ ແລະ ຈື່ຈຳທີ່ຈະຮັກສາພຣະບັນຍັດຂອງພຣະອົງສະເໝີໄປໃນທຸກຢ່າງ.
26 ແລະ ພວກເຂົາໄດ້ຖາມຂ້າພະເຈົ້າວ່າ: ແມ່ນ້ຳທີ່ບິດາຂອງພວກເຮົາເຫັນນັ້ນໝາຍຄວາມວ່າແນວໃດ?
27 ແລະ ຂ້າພະເຈົ້າຕອບພວກເຂົາວ່າ ນ້ຳທີ່ບິດາຂອງຂ້າພະເຈົ້າເຫັນນັ້ນຄື ຄວາມສົກກະປົກ ແລະ ຈິດໃຈຂອງເພິ່ນມົກໝຸ້ນຢູ່ກັບສິ່ງອື່ນຫລາຍຈົນບໍ່ເຫັນຄວາມສົກກະປົກຂອງນ້ຳນັ້ນ.
28 ແລະ ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ ນັ້ນຄື ເຫວເລິກອັນເປັນຕາຢ້ານ ຊຶ່ງແຍກຄົນຊົ່ວອອກຈາກຕົ້ນໄມ້ແຫ່ງຊີວິດ ແລະ ຈາກໄພ່ພົນຂອງພຣະເຈົ້ານຳອີກ.
29 ແລະ ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ ນັ້ນຄືເຄື່ອງໝາຍແທນ ນະລົກອັນເປັນຕາຢ້ານຊຶ່ງທູດໄດ້ກ່າວກັບຂ້າພະເຈົ້າທີ່ຕຽມໄວ້ສຳລັບຄົນຊົ່ວ.
30 ແລະ ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ ບິດາຂອງພວກເຮົາໄດ້ເຫັນອີກວ່າ ຄວາມຍຸດຕິທຳຂອງພຣະເຈົ້າໄດ້ແຍກຄົນຊົ່ວອອກຈາກຄົນຊອບທຳ; ແລະ ຄວາມສະຫວ່າງຂອງທີ່ນັ້ນເໝືອນດັ່ງຄວາມສະຫວ່າງຂອງໄຟທີ່ກຳລັງລຸກ, ຊຶ່ງຂຶ້ນໄປເຖິງພຣະເຈົ້າຕະຫລອດໄປ ແລະ ຕະຫລອດການ ແລະ ບໍ່ມີວັນສິ້ນສຸດ.
31 ແລະ ພວກເຂົາໄດ້ຖາມຂ້າພະເຈົ້າວ່າ: ສິ່ງເຫລົ່ານີ້ໝາຍເຖິງຄວາມທໍລະມານຂອງຮ່າງກາຍ ໃນວັນເວລາແຫ່ງ ການທົດລອງ, ຫລື ໝາຍເຖິງພາວະສຸດທ້າຍຂອງຈິດວິນຍານຫລັງຈາກ ຄວາມຕາຍຂອງຮ່າງກາຍຝ່າຍໂລກ, ຫລື ມັນເວົ້າເຖິງເລື່ອງຊຶ່ງເປັນຝ່າຍໂລກ?
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ຕອບພວກເຂົາວ່າ ມັນເປັນເຄື່ອງໝາຍແທນທັງຝ່າຍໂລກ ແລະ ຝ່າຍວິນຍານ; ເພາະມື້ນັ້ນຈະມາເຖິງທີ່ພວກເຂົາຈະຖືກພິພາກສາຕາມ ການກະທຳຂອງພວກເຂົາ, ແທ້ຈິງແລ້ວ, ແມ່ນການກະທຳທີ່ຮ່າງກາຍຝ່າຍໂລກກະທຳໄປໃນວັນເວລາແຫ່ງການທົດລອງ.
33 ດັ່ງນັ້ນ, ຖ້າຫາກພວກເຂົາຈະ ຕາຍໃນຄວາມຊົ່ວຮ້າຍຂອງພວກເຂົາ, ພວກເຂົາຈະຖືກ ປະຖິ້ມຕາມເລື່ອງທີ່ເປັນຝ່າຍວິນຍານເໝືອນກັນ ຊຶ່ງກ່ຽວກັບຄວາມຊອບທຳ; ດັ່ງນັ້ນ, ພວກເຂົາຈະຕ້ອງຖືກນຳມາຢືນຢູ່ຕໍ່ພຣະພັກຂອງພຣະເຈົ້າເພື່ອຮັບ ການພິພາກສາຈາກ ການກະທຳຂອງພວກເຂົາ; ແລະ ຖ້າຫາກການກະທຳຂອງພວກເຂົາສົກກະປົກ, ພວກເຂົາຍ່ອມຕ້ອງເປັນຄົນ ສົກກະປົກ; ແລະ ຖ້າຫາກພວກເຂົາສົກກະປົກກໍຕ້ອງຈຳເປັນວ່າຈະ ຢູ່ໃນອານາຈັກຂອງພຣະເຈົ້າບໍ່ໄດ້; ຫາກເປັນດັ່ງນັ້ນ, ອານາຈັກຂອງພຣະເຈົ້າກໍຕ້ອງສົກກະປົກໄປນຳ.
34 ແຕ່ຈົ່ງເບິ່ງ, ເຮົາເວົ້າກັບພວກເຈົ້າວ່າ, ອານາຈັກຂອງພຣະເຈົ້າຈະບໍ່ ສົກກະປົກ ແລະ ສິ່ງທີ່ເປິເປື້ອນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້; ດັ່ງນັ້ນ ຈຳຕ້ອງມີບ່ອນສົກກະປົກບ່ອນໜຶ່ງຕຽມໄວ້ສຳລັບສິ່ງທີ່ສົກກະປົກນັ້ນ.
35 ແລະ ມີບ່ອນໜຶ່ງຕຽມໄວ້ແລ້ວ, ແທ້ຈິງແລ້ວ, ແມ່ນ ນະລົກອັນເປັນຕາຢ້ານຊຶ່ງເຮົາໄດ້ເວົ້າມາ ແລະ ມານເປັນຜູ້ຕຽມມັນໄວ້; ດັ່ງນັ້ນ ພາວະສຸດທ້າຍຂອງຈິດວິນຍານຂອງມະນຸດຄື ຈະຢູ່ໃນອານາຈັກຂອງພຣະເຈົ້າ ຫລື ຖືກຂັບໄລ່ອອກໄປເພາະ ຄວາມຍຸດຕິທຳ ຊຶ່ງເຮົາໄດ້ເວົ້າມັນມາແລ້ວ.
36 ດັ່ງນັ້ນ, ຄົນຊົ່ວຈຶ່ງຖືກປະຕິເສດໄປຈາກຄົນຊອບທຳ ແລະ ຈາກ ຕົ້ນໄມ້ແຫ່ງຊີວິດນຳອີກ ຊຶ່ງໝາກຂອງມັນມີຄ່າ ແລະ ໜ້າເພິ່ງປາດຖະໜາທີ່ສຸດເໜືອກວ່າໝາກໄມ້ໃດໆທັງສິ້ນ; ແທ້ຈິງແລ້ວ, ມັນເປັນ ສິ່ງທີ່ຍິ່ງໃຫຍ່ທີ່ສຸດໃນ ຂອງປະທານຈາກພຣະເຈົ້າ. ແລະ ຂ້າພະເຈົ້າໄດ້ເວົ້າກັບພວກອ້າຍຂອງຂ້າພະເຈົ້າດັ່ງນັ້ນ. ອາແມນ.