ບົດທີ 16
ຄົນຊົ່ວຖືເອົາຄວາມຈິງເປັນເລື່ອງຮຸນແຮງ—ລູກຊາຍຂອງລີໄຮແຕ່ງງານກັບລູກສາວຂອງອິດຊະມາເອນ—ເລຍໂຮນາພາພວກເຂົາເດີນທາງໃນຖິ່ນແຫ້ງແລ້ງກັນດານ—ຂ່າວສານຈາກພຣະຜູ້ເປັນເຈົ້າໄດ້ຖືກຂຽນໄວ້ເທິງເລຍໂຮນາເປັນບາງຄັ້ງ—ການຕາຍຂອງອິດຊະມາເອນ; ຄອບຄົວຂອງລາວຈົ່ມຍ້ອນຄວາມທຸກ. ປະມານ 600–592 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື, ຂ້າພະເຈົ້ານີໄຟໄດ້ເວົ້າກັບພວກອ້າຍຂອງຂ້າພະເຈົ້າຈົບແລ້ວ, ຈົ່ງເບິ່ງ ພວກເຂົາໄດ້ເວົ້າກັບຂ້າພະເຈົ້າວ່າ: ເຈົ້າໄດ້ກ່າວເລື່ອງຮຸນແຮງກັບພວກເຮົາເກີນກວ່າພວກເຮົາຈະທົນໄດ້.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເວົ້າກັບພວກເຂົາວ່າ ເຮົາຮູ້ວ່າເຮົາໄດ້ເວົ້າເລື່ອງຮຸນແຮງຕໍ່ຄົນຊົ່ວຕາມຄວາມຈິງ; ແລ້ວຄົນຊອບທຳນັ້ນເຮົາຮັບຮອງ ແລະ ໃຫ້ຖ້ອຍຄຳວ່າ ພວກເຂົາຈະໄດ້ຮັບການຍົກຂຶ້ນໃນວັນສຸດທ້າຍ; ດັ່ງນັ້ນ, ຄົນ ຜິດຍ່ອມຖືເອົາ ຄວາມຈິງເປັນເລື່ອງຮຸນແຮງເພາະມັນ ບາດໃຈເຂົາເຖິງສ່ວນເລິກທີ່ສຸດ.
3 ແລະ ບັດນີ້ພວກອ້າຍຂອງເຮົາເອີຍ, ຖ້າຫາກພວກເຈົ້າຊອບທຳ ແລະ ເຕັມໃຈຈະເຊື່ອຟັງຄວາມຈິງ ແລະ ເອົາໃຈໃສ່ຄວາມຈິງເພື່ອພວກເຈົ້າຈະໄດ້ ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະເຈົ້າ, ແລ້ວພວກເຈົ້າຈະບໍ່ຈົ່ມເພາະຄວາມຈິງ ແລະ ເວົ້າວ່າ: ເຈົ້າເວົ້າເລື່ອງຮຸນແຮງຕໍ່ຕ້ານພວກເຮົາ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ຊັກຊວນພວກອ້າຍຂອງຂ້າພະເຈົ້າດ້ວຍສຸດຄວາມພາກພຽນເພື່ອໃຫ້ຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ ຖ່ອມຕົວລົງຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ; ເຖິງຂະໜາດທີ່ຂ້າພະເຈົ້າເກີດຄວາມປິຕິຍິນດີ ແລະ ມີຄວາມຫວັງໃນຕົວຂອງພວກເຂົາ, ວ່າພວກເຂົາຈະເດີນໃນທາງຂອງຄວາມຊອບທຳ.
6 ບັດນີ້, ເລື່ອງທັງໝົດນີ້ໄດ້ເວົ້າ ແລະ ໄດ້ເຮັດໄປຂະນະທີ່ບິດາຂອງຂ້າພະເຈົ້າອາໄສຢູ່ທີ່ຜ້າເຕັນໃນຮ່ອມພູທີ່ເພິ່ນເອີ້ນວ່າ ເລມູເອນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ຮັບເອົາ ລູກສາວຄົນໜຶ່ງຂອງອິດຊະມາເອນມາເປັນ ເມຍ; ແລະ ພວກອ້າຍຂອງຂ້າພະເຈົ້າກໍໄດ້ຮັບເອົາລູກສາວຄົນອື່ນໆຂອງອິດຊະມາເອນມາເປັນເມຍ; ແລະ ໂຊຣຳກໍໄດ້ຮັບເອົາລູກສາວກົກຂອງອິດຊະມາເອນມາເປັນເມຍເໝືອນກັນ.
8 ແລະ ດັ່ງນັ້ນບິດາຂອງຂ້າພະເຈົ້າໄດ້ເຮັດໃຫ້ພຣະບັນຍັດຂອງພຣະຜູ້ເປັນເຈົ້າທີ່ປະທານໃຫ້ເພິ່ນສຳເລັດໂດຍຄົບຖ້ວນ. ແລະ ຂ້າພະເຈົ້ານີໄຟໄດ້ຮັບພອນຢ່າງຍິ່ງຈາກພຣະຜູ້ເປັນເຈົ້າເໝືອນກັນ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ຮັບສັ່ງກັບບິດາຂອງຂ້າພະເຈົ້າໃນຕອນກາງຄືນ ແລະ ບັນຊາເພິ່ນໃຫ້ອອກເດີນທາງໄປໃນຖິ່ນແຫ້ງແລ້ງກັນດານໃນມື້ຕໍ່ມາ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອບິດາຂອງຂ້າພະເຈົ້າໄດ້ຕື່ນຂຶ້ນໃນຕອນເຊົ້າ ແລະ ອອກໄປທີ່ປາກປະຕູຜ້າເຕັນນັ້ນ, ເພິ່ນແປກໃຈຫລາຍທີ່ເຫັນ ລູກກົມອັນມີຝີມືແປກປະຫລາດລູກໜຶ່ງວາງຢູ່ເທິງພື້ນດິນ; ແລະ ມັນເປັນທອງເຫລືອງຢ່າງດີ. ແລະ ພາຍໃນລູກກົມມີເຂັມສອງອັນ; ແລະ ເຂັມໜຶ່ງຊີ້ໄປທາງທີ່ພວກເຮົາຄວນໄປ ໃນຖິ່ນແຫ້ງແລ້ງກັນດານ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເຕົ້າໂຮມສິ່ງຂອງຕ່າງໆທີ່ຈະນຳໄປໃນຖິ່ນແຫ້ງແລ້ງກັນດານ ແລະ ສະບຽງອາຫານທີ່ຍັງເຫລືອຢູ່ທັງໝົດ ຊຶ່ງພຣະຜູ້ເປັນເຈົ້າປະທານໃຫ້ພວກເຮົາ; ແລະ ພວກເຮົາໄດ້ເອົາເມັດພືດທຸກຊະນິດເພື່ອຈະໄດ້ເອົາໄປໃນຖິ່ນແຫ້ງແລ້ງກັນດານ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເອົາຜ້າເຕັນຂອງພວກເຮົາ ແລະ ອອກເດີນທາງໄປໃນຖິ່ນແຫ້ງແລ້ງກັນດານຂ້າມແມ່ນ້ຳເລມັນໄປ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເດີນທາງໄປເປັນເວລາສີ່ມື້ໃນທິດທາງຂ້ອນໄປທາງໃຕ້ຂອງທາງຕາເວັນອອກສ່ຽງໃຕ້, ແລະ ພວກເຮົາໄດ້ຕັ້ງຜ້າເຕັນຂຶ້ນອີກ; ແລະ ພວກເຮົາໄດ້ຕັ້ງຊື່ບ່ອນນັ້ນວ່າ ເຊເຊີ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເອົາຄັນທະນູ ແລະ ລູກທະນູຂອງພວກເຮົາ, ແລະ ອອກໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອລ່າສັດມາເປັນອາຫານໃຫ້ຄອບຄົວຂອງພວກເຮົາ; ແລະ ຫລັງຈາກໄດ້ສັດມາເປັນອາຫານໃຫ້ຄອບຄົວແລ້ວ ພວກເຮົາກໍໄດ້ກັບມາຫາຄອບຄົວຂອງພວກເຮົາອີກໃນຖິ່ນແຫ້ງແລ້ງກັນດານທີ່ເຊເຊີ. ແລະ ພວກເຮົາໄດ້ເດີນທາງໄປໃນຖິ່ນແຫ້ງແລ້ງກັນດານອີກຕາມທິດທາງເດີມໂດຍຢູ່ໃນທາງທີ່ອຸດົມສົມບູນທີ່ສຸດຂອງຖິ່ນແຫ້ງແລ້ງກັນດານອັນເປັນຊາຍແດນໃກ້ ທະເລແດງ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເດີນທາງໄປເປັນເວລາຫລາຍມື້ໂດຍການລ່າເນື້ອມາເປັນອາຫານຕາມທາງທີ່ໄປນັ້ນດ້ວຍຄັນທະນູ ແລະ ລູກທະນູ ແລະ ກ້ອນຫີນ ແລະ ກະຖຸນຂອງພວກເຮົາ.
16 ແລະ ພວກເຮົາໄດ້ໄປຕາມ ທິດທາງຂອງລູກກົມ ຊຶ່ງນຳພວກເຮົາໄປໃນບ່ອນທີ່ອຸດົມສົມບູນຫລາຍໃນຖິ່ນແຫ້ງແລ້ງກັນດານ.
17 ແລະ ຫລັງຈາກພວກເຮົາເດີນທາງເປັນເວລາຫລາຍມື້ແລ້ວ, ພວກເຮົາໄດ້ຕັ້ງຜ້າເຕັນຂອງພວກເຮົາຂຶ້ນຢູ່ຊົ່ວໄລຍະໜຶ່ງເພື່ອຈະໄດ້ພັກຜ່ອນ ແລະ ຫາອາຫານໃຫ້ຄອບຄົວຂອງພວກເຮົາອີກ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາທີ່ຂ້າພະເຈົ້ານີໄຟອອກໄປລ່າສັດມາເປັນອາຫານນັ້ນ, ຈົ່ງເບິ່ງ, ຂ້າພະເຈົ້າໄດ້ເຮັດຄັນທະນູຂອງຂ້າພະເຈົ້າຫັກ ຊຶ່ງເຮັດດ້ວຍ ເຫລັກຢ່າງດີ; ແລະ ຫລັງຈາກທີ່ຂ້າພະເຈົ້າໄດ້ເຮັດຄັນທະນູຫັກແລ້ວ, ຈົ່ງເບິ່ງ, ພວກອ້າຍຂອງຂ້າພະເຈົ້າກໍໃຈຮ້າຍໃຫ້ຂ້າພະເຈົ້າເພາະການສູນເສຍຄັນທະນູຂອງຂ້າພະເຈົ້າ, ສະນັ້ນພວກເຮົາຈຶ່ງຫາອາຫານບໍ່ໄດ້.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ກັບມາຫາຄອບຄົວຂອງພວກເຮົາໂດຍບໍ່ມີອາຫານ, ແລະ ອິດເມື່ອຍຫລາຍ, ເນື່ອງຈາກການເດີນທາງຂອງພວກເຂົາ, ພວກເຂົາຈຶ່ງໄດ້ປະສົບຄວາມທຸກທໍລະມານຫລາຍ ເພາະຕ້ອງການອາຫານທີ່ຈະກິນ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ເລມັນກັບເລມູເອນ ແລະ ລູກຊາຍຂອງອິດຊະມາເອນໄດ້ເລີ່ມຈົ່ມຫລາຍຂຶ້ນເພາະວ່າຄວາມທຸກທໍລະມານ ແລະ ຄວາມທຸກຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານ; ແລະ ບິດາຂອງຂ້າພະເຈົ້າກໍເລີ່ມຈົ່ມໃຫ້ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເພິ່ນຄືກັນ; ແທ້ຈິງແລ້ວ, ແລະ ພວກເຂົາໄດ້ເສົ້າສະຫລົດໃຈຢ່າງຍິ່ງ, ແລະ ທຸກຄົນກໍໄດ້ຈົ່ມໃຫ້ພຣະຜູ້ເປັນເຈົ້າ.
21 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໂດຍທີ່ເປັນທຸກກັບພວກອ້າຍຂອງຂ້າພະເຈົ້າ ເພາະການສູນເສຍຄັນທະນູຂອງຂ້າພະເຈົ້າ, ແລະ ໂດຍທີ່ຄັນທະນູຂອງພວກເຂົາບໍ່ມີສາຍ, ມັນຈຶ່ງເລີ່ມລຳບາກຫລາຍຂຶ້ນ, ແທ້ຈິງແລ້ວ, ເຖິງຂະໜາດທີ່ພວກເຮົາຫາອາຫານບໍ່ໄດ້ເລີຍ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເວົ້າກັບພວກອ້າຍຂອງຂ້າພະເຈົ້າຫລາຍຢ່າງ, ເພາະພວກເຂົາເຮັດໃຈແຂງກະດ້າງອີກ, ຈົນເຖິງຂັ້ນ ຈົ່ມໃຫ້ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເຮັດຄັນທະນູອັນໜຶ່ງຂຶ້ນດ້ວຍໄມ້, ແລະ ລູກທະນູລູກໜຶ່ງຈາກໄມ້ຊື່ອັນໜຶ່ງ; ດັ່ງນັ້ນ, ຂ້າພະເຈົ້າໄດ້ຖືຄັນທະນູກັບລູກທະນູ, ທັງກະຖຸນກັບກ້ອນຫີນ. ແລະ ຂ້າພະເຈົ້າໄດ້ຖາມ ບິດາຂອງຂ້າພະເຈົ້າວ່າ: ລູກຄວນຈະອອກໄປຫາອາຫານໃນທາງໃດ?
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ ທູນຖາມພຣະຜູ້ເປັນເຈົ້າ, ເພາະທຸກຄົນຖ່ອມຕົວແລ້ວ ເພາະຄຳເວົ້າຂອງຂ້າພະເຈົ້າ; ເພາະຂ້າພະເຈົ້າໄດ້ກ່າວກັບພວກເຂົາຫລາຍເລື່ອງດ້ວຍພະລັງແຫ່ງຈິດວິນຍານຂອງຂ້າພະເຈົ້າ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງບິດາຂອງຂ້າພະເຈົ້າ; ແລະ ເພິ່ນໄດ້ຖືກ ຕີສອນຢ່າງໜັກເພາະເພິ່ນໄດ້ຈົ່ມໃຫ້ພຣະຜູ້ເປັນເຈົ້າ, ເຖິງຂະໜາດທີ່ເພິ່ນຖືກນຳລົງໄປສູ່ຄວາມເລິກແຫ່ງຄວາມເສົ້າສະຫລົດໃຈ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ກ່າວກັບເພິ່ນວ່າ: ຈົ່ງເບິ່ງລູກກົມ, ແລະ ເບິ່ງສິ່ງທີ່ຂຽນໄວ້ໃນນັ້ນ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອບິດາຂອງຂ້າພະເຈົ້າເຫັນສິ່ງທີ່ຂຽນໄວ້ໃນລູກກົມ, ເພິ່ນກໍມີຄວາມຢ້ານກົວ ແລະ ຕົວສັ່ນສາຍຢ່າງຍິ່ງ, ແລະ ພວກອ້າຍຂອງຂ້າພະເຈົ້າກັບລູກຂອງອິດຊະມາເອນກັບພວກເມຍຂອງພວກເຮົາກໍເໝືອນກັນ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເຫັນເຂັມຊຶ່ງຢູ່ໃນລູກກົມວ່າ ມັນທຳງານຕາມ ສັດທາ ແລະ ຄວາມພາກພຽນ ແລະ ຄວາມເອົາໃຈໃສ່ຊຶ່ງພວກເຮົາໃຫ້ແກ່ມັນ.
29 ແລະ ມີຂໍ້ຄວາມຂຽນໄວ້ໃໝ່ໆອີກ ຊຶ່ງອ່ານງ່າຍໆ, ຊຶ່ງໄດ້ໃຫ້ ຄວາມເຂົ້າໃຈແກ່ພວກເຮົາກ່ຽວກັບທາງຂອງພຣະຜູ້ເປັນເຈົ້າ; ແລະ ມັນມີຂຽນ ແລະ ປ່ຽນໄປເປັນບາງຄັ້ງຕາມສັດທາ ແລະ ຄວາມພາກພຽນ ຊຶ່ງພວກເຮົາໃຫ້ແກ່ມັນ. ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ດ້ວຍວິທີ ນ້ອຍໆ ແລະ ງ່າຍໆນີ້ ພຣະຜູ້ເປັນເຈົ້ານຳເລື່ອງອັນໃຫຍ່ຍິ່ງມາໃຫ້.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ຂຶ້ນໄປເທິງຈອມພູຕາມທິດທາງ, ຊຶ່ງໃຫ້ໄວ້ໃນລູກກົມນັ້ນ.
31 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ຂ້າສັດປ່າ, ເຖິງຂະໜາດທີ່ໄດ້ອາຫານມາໃຫ້ຄອບຄົວຂອງພວກເຮົາ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ກັບມາທີ່ຜ້າເຕັນຂອງພວກເຮົາ, ເອົາສັດທີ່ຂ້າພະເຈົ້າຂ້າມາພ້ອມ; ແລະ ບັດນີ້ເມື່ອພວກເຂົາເຫັນຂ້າພະເຈົ້າໄດ້ອາຫານມາ, ຄວາມສຸກຂອງພວກເຂົານັ້ນລົ້ນເຫລືອ! ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຖ່ອມຕົວຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ໄດ້ຖວາຍຄວາມຂອບຄຸນແດ່ພຣະອົງ.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ອອກເດີນທາງອີກ, ໂດຍໄປເກືອບຈະຊ້ຳທາງດຽວກັນກັບເມື່ອເລີ່ມຕົ້ນ; ແລະ ຫລັງຈາກພວກເຮົາໄດ້ເດີນທາງໄປເປັນເວລາຫລາຍມື້ ພວກເຮົາຈຶ່ງໄດ້ຕັ້ງຜ້າເຕັນຂອງພວກເຮົາຂຶ້ນອີກ, ເພື່ອຈະໄດ້ພັກເຊົາຢູ່ຊົ່ວໄລຍະໜຶ່ງ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ອິດຊະມາເອນໄດ້ສິ້ນຊີວິດ ແລະ ຖືກຝັງໄວ້ໃນບ່ອນທີ່ເອີ້ນວ່າ ເນຮອມ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກລູກສາວຂອງອິດຊະມາເອນກໍເປັນທຸກຢ່າງຍິ່ງເພາະການສູນເສຍບິດາ ແລະ ເພາະ ຄວາມທຸກຂອງພວກເຂົາໃນຖິ່ນແຫ້ງແລ້ງກັນດານ; ແລະ ພວກເຂົາຈຶ່ງໄດ້ຈົ່ມໃຫ້ບິດາຂອງຂ້າພະເຈົ້າເພາະເພິ່ນໄດ້ພາພວກເຂົາອອກມາຈາກແຜ່ນດິນເຢຣູຊາເລັມໂດຍກ່າວວ່າບິດາຂອງພວກເຮົາໄດ້ສິ້ນຊີວິດໄປແລ້ວ; ແທ້ຈິງແລ້ວ ພວກເຮົາຊັດເຊພະເນຈອນມາຫລາຍແລ້ວໃນຖິ່ນແຫ້ງແລ້ງກັນດານ, ແລະ ພວກເຮົາໄດ້ທຸກ, ຫິວ, ກະຫາຍ, ແລະ ອິດເມື່ອຍຫລາຍ; ແລະ ຫລັງຈາກຄວາມທຸກທັງໝົດນີ້ແລ້ວ ພວກເຮົາຕ້ອງມາຕາຍໃນຖິ່ນແຫ້ງແລ້ງກັນດານດ້ວຍຄວາມອຶດຫິວອີກ.
36 ແລະ ພວກເຂົາໄດ້ຈົ່ມໃຫ້ບິດາຂອງຂ້າພະເຈົ້າດັ່ງນັ້ນ ແລະ ໄດ້ຈົ່ມໃຫ້ຂ້າພະເຈົ້ານຳອີກ ແລະ ພວກເຂົາປາດຖະໜາທີ່ຈະກັບຄືນໄປເຢຣູຊາເລັມ.
37 ແລະ ເລມັນໄດ້ເວົ້າກັບເລມູເອນ ແລະ ພວກລູກຊາຍຂອງອິດຊະມາເອນອີກວ່າ: ຈົ່ງເບິ່ງ, ໃຫ້ພວກເຮົາ ຂ້າບິດາຂອງພວກເຮົາກັບນີໄຟນ້ອງຊາຍຂອງພວກເຮົາເສຍ ຜູ້ທີ່ຖືຕົນເປັນ ຜູ້ປົກຄອງ ແລະ ເປັນຜູ້ສອນຂອງພວກເຮົາຜູ້ເປັນອ້າຍຂອງມັນ.
38 ບັດນີ້ມັນເວົ້າວ່າ ພຣະຜູ້ເປັນເຈົ້າໄດ້ເວົ້າກັບມັນ ແລະວ່າ ເຫລົ່າທູດໄດ້ສິດສອນມັນນຳອີກ. ແຕ່ຈົ່ງເບິ່ງ, ພວກເຮົາຮູ້ວ່າມັນຕົວະພວກເຮົາ; ແລະ ມັນເລົ່າເລື່ອງເຫລົ່ານີ້ກັບພວກເຮົາ ແລະ ມັນເຮັດມາຫລາຍຢ່າງໂດຍເລ່ຫລ່ຽມທີ່ສະຫລາດແກມໂກງຂອງມັນ ເພື່ອຈະຫລອກລວງຕາຂອງພວກເຮົາໂດຍຄິດວ່າ ມັນອາດຈະນຳພວກເຮົາໄປຫາຖິ່ນແຫ້ງແລ້ງກັນດານທີ່ແປກປະຫລາດ; ແລະ ຫລັງຈາກມັນນຳພວກເຮົາໄປແລ້ວ ມັນກໍຈະຄິດຕັ້ງຕົນເປັນກະສັດ ແລະ ປົກຄອງພວກເຮົາ ເພື່ອມັນຈະໄດ້ເຮັດກັບພວກເຮົາຕາມຄວາມປາດຖະໜາ ແລະ ຕາມຄວາມພໍໃຈຂອງມັນ. ແລະ ຕາມວິທີນີ້ເລມັນອ້າຍຂອງຂ້າພະເຈົ້າໄດ້ຍຸຍົງໃຈຂອງພວກເຂົາໃຫ້ໂມໂຫຂຶ້ນ.
39 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ຢູ່ກັບພວກເຮົາ, ແທ້ຈິງແລ້ວ, ເຖິງແມ່ນສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາເຖິງ ແລະ ຮັບສັ່ງກັບພວກເຂົາຫລາຍຢ່າງ ແລະ ຕີສອນພວກເຂົາຢ່າງໜັກ; ແລະ ຫລັງຈາກພວກເຂົາຖືກຕີສອນໂດຍສຸລະສຽງຂອງພຣະຜູ້ເປັນເຈົ້າແລ້ວ ພວກເຂົາກໍເຊົາໃຈຮ້າຍ ແລະ ພວກເຂົາໄດ້ກັບໃຈຈາກບາບຂອງພວກເຂົາ, ເຖິງຂະໜາດທີ່ພຣະຜູ້ເປັນເຈົ້າໄດ້ປະທານພອນໃຫ້ແກ່ພວກເຮົາດ້ວຍອາຫານອີກຈົນພວກເຮົາບໍ່ຕາຍຍ້ອນ.