ບົດທີ 3
ລູກຊາຍຂອງລີໄຮກັບຄືນໄປເຢຣູຊາເລັມເພື່ອເອົາແຜ່ນຈາລຶກທອງເຫລືອງ—ລາບານບໍ່ຍອມມອບແຜ່ນຈາລຶກໃຫ້—ນີໄຟຊັກຊວນ ແລະ ຊຸກຍູ້ພວກອ້າຍຂອງລາວ—ລາບານຍຶດເອົາຊັບສົມບັດຂອງເຂົາເຈົ້າ ແລະ ພະຍາຍາມຂ້າເຂົາເຈົ້າ—ເລມັນກັບເລມູເອນຕີນີໄຟ ແລະ ແຊມ ແລະ ທູດໄດ້ຕຳນິພວກເຂົາ. ປະມານ 600–592 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟຫລັງຈາກໄດ້ເວົ້າກັບພຣະຜູ້ເປັນເຈົ້າແລ້ວ, ກໍກັບມາຫາຜ້າເຕັນຂອງບິດາຂອງຂ້າພະເຈົ້າ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ເວົ້າກັບຂ້າພະເຈົ້າ, ມີຄວາມວ່າ: ຈົ່ງເບິ່ງພໍ່ຝັນເຫັນເລື່ອງໜຶ່ງໃນ ຄວາມຝັນ, ຊຶ່ງໃນຄວາມຝັນນັ້ນພຣະຜູ້ເປັນເຈົ້າໄດ້ບັນຊາພໍ່ວ່າ ລູກກັບພວກອ້າຍຂອງລູກຕ້ອງກັບຄືນໄປເຢຣູຊາເລັມ.
3 ເພາະຈົ່ງເບິ່ງ, ລາບານມີບັນທຶກຂອງຊາວຢິວ ແລະ ລຳດັບການສືບເຊື້ອສາຍຂອງບັນພະບຸລຸດຂອງພໍ່ຄືກັນ, ແລະ ມັນໄດ້ຈາລຶກຢູ່ໃນແຜ່ນຈາລຶກທອງເຫລືອງ.
4 ດັ່ງນັ້ນ, ພຣະເຈົ້າໄດ້ບັນຊາພໍ່ວ່າ ລູກກັບພວກອ້າຍຂອງລູກຈະຕ້ອງກັບໄປບ້ານຂອງລາບານ, ເພື່ອຊອກຫາບັນທຶກ, ແລະ ນຳເອົາມັນມາໃນຖິ່ນແຫ້ງແລ້ງກັນດານບ່ອນນີ້.
5 ແລະ ບັດນີ້, ຈົ່ງເບິ່ງພວກອ້າຍຂອງລູກຈົ່ມ, ໂດຍກ່າວວ່າ ເລື່ອງທີ່ພໍ່ຂໍຮ້ອງໃຫ້ພວກເຂົາເຮັດນັ້ນ ເປັນເລື່ອງຍາກ; ແຕ່ຈົ່ງເບິ່ງ, ພໍ່ບໍ່ໄດ້ຂໍຮ້ອງໃຫ້ພວກເຂົາເຮັດ, ແຕ່ມັນເປັນພຣະບັນຍັດຂອງພຣະຜູ້ເປັນເຈົ້າ.
6 ສະນັ້ນ ຈົ່ງໄປເຖີດ, ລູກຂອງພໍ່, ແລະ ລູກຈະເປັນທີ່ໂປດປານຂອງພຣະຜູ້ເປັນເຈົ້າ, ເພາະລູກ ບໍ່ໄດ້ຈົ່ມ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟໄດ້ເວົ້າກັບບິດາຂອງຂ້າພະເຈົ້າວ່າ: ເຮົາ ຈະໄປ ແລະ ເຮັດສິ່ງທີ່ພຣະຜູ້ເປັນເຈົ້າບັນຊາ ເພາະເຮົາຮູ້ວ່າພຣະຜູ້ເປັນເຈົ້າຈະບໍ່ໃຫ້ ພຣະບັນຍັດກັບລູກຫລານມະນຸດ ນອກຈາກພຣະອົງຈະ ຕຽມທາງໄວ້ໃຫ້ເຂົາ ເພື່ອເຂົາຈະໄດ້ສຳເລັດໃນສິ່ງທີ່ພຣະອົງບັນຊາເຂົາ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອບິດາຂອງຂ້າພະເຈົ້າໄດ້ຍິນຄຳເວົ້າເຫລົ່ານີ້ ເພິ່ນກໍດີໃຈຢ່າງຍິ່ງ, ເພາະເພິ່ນຮູ້ວ່າ ຂ້າພະເຈົ້າໄດ້ຮັບພອນຈາກພຣະຜູ້ເປັນເຈົ້າແລ້ວ.
9 ແລະ ຂ້າພະເຈົ້ານີໄຟກັບພວກອ້າຍຂອງຂ້າພະເຈົ້າໄດ້ອອກເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ, ພ້ອມດ້ວຍຜ້າເຕັນ, ເພື່ອຂຶ້ນໄປແຜ່ນດິນເຢຣູຊາເລັມ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຮົາຂຶ້ນມາເຖິງແຜ່ນດິນເຢຣູຊາເລັມແລ້ວ, ຂ້າພະເຈົ້າກັບພວກອ້າຍໄດ້ປຶກສາກັນ.
11 ແລະ ພວກເຮົາ ຈົກສະຫລາກກັນ—ວ່າຜູ້ໃດໃນຈຳນວນພວກເຮົາຈະໄດ້ເຂົ້າໄປໃນບ້ານຂອງລາບານ. ແລະ ເຫດການໄດ້ບັງເກີດຂຶ້ນຄື ສະຫລາກຕົກຢູ່ທີ່ເລມັນ; ແລະ ເລມັນຈຶ່ງໄດ້ເຂົ້າໄປໃນບ້ານລາບານ, ແລະ ເວົ້າກັບລາວລະຫວ່າງທີ່ນັ່ງຢູ່ໃນບ້ານຂອງລາວ.
12 ແລະ ລາວໄດ້ຂໍບັນທຶກຊຶ່ງຈາລຶກໄວ້ຢູ່ໃນແຜ່ນຈາລຶກທອງເຫລືອງ, ຊຶ່ງມີ ລຳດັບການສືບເຊື້ອສາຍຂອງບິດາຂອງຂ້າພະເຈົ້າຈາກລາບານ.
13 ແລະ ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ລາບານໃຈຮ້າຍ, ແລະ ຈັບລາວໂຍນອອກໄປຈາກບ່ອນຢູ່ຂອງຕົນ; ແລະ ບໍ່ຍອມມອບບັນທຶກໃຫ້ແກ່ລາວ. ດັ່ງນັ້ນ, ລາວຈຶ່ງກ່າວກັບລາວວ່າ: ຈົ່ງເບິ່ງ, ເຈົ້າເປັນຂະໂມຍ ແລະ ເຮົາຈະຂ້າເຈົ້າ.
14 ແຕ່ເລມັນໜີໄປຈາກທີ່ຢູ່ຂອງລາວ, ແລະ ເລົ່າເລື່ອງທີ່ລາບານກະທຳໄປນັ້ນກັບພວກເຮົາ. ແລະ ພວກເຮົາເລີ່ມເສົ້າສະຫລົດໃຈຢ່າງຍິ່ງ, ແລະ ພວກອ້າຍຂອງຂ້າພະເຈົ້າເກືອບຈະກັບໄປຫາບິດາຂອງຂ້າພະເຈົ້າໃນຖິ່ນແຫ້ງແລ້ງກັນດານ.
15 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກເຂົາວ່າ: ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ ແລະ ຕາບໃດທີ່ພວກເຮົາຍັງມີຊີວິດຢູ່, ພວກເຮົາຈະບໍ່ລົງໄປຫາບິດາຂອງພວກເຮົາໃນຖິ່ນແຫ້ງແລ້ງກັນດານ ຈົນກວ່າຈະສຳເລັດໃນສິ່ງທີ່ພຣະຜູ້ເປັນເຈົ້າບັນຊາພວກເຮົາ.
16 ດັ່ງນັ້ນ, ໃຫ້ພວກເຮົາຊື່ສັດໃນການຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ; ສະນັ້ນໃຫ້ພວກເຮົາລົງໄປຫາແຜ່ນດິນ ຊຶ່ງເປັນ ມູນມໍລະດົກຂອງບິດາຂອງພວກເຮົາ, ເພາະຈົ່ງເບິ່ງ ເພິ່ນໄດ້ປະຖິ້ມຄຳ ແລະ ເງິນ, ແລະ ຂອງມີຄ່ານາໆປະການໄວ້. ແລະ ທັງໝົດນີ້ເພິ່ນກະທຳໄປເພາະ ພຣະບັນຍັດຂອງພຣະຜູ້ເປັນເຈົ້າ.
17 ເພາະເພິ່ນຮູ້ວ່າ ເຢຣູຊາເລັມຈະຕ້ອງ ຖືກທຳລາຍເພາະຄວາມຊົ່ວຮ້າຍຂອງຜູ້ຄົນ.
18 ເພາະຈົ່ງເບິ່ງ ຄົນເຫລົ່ານັ້ນ ບໍ່ຍອມຮັບຖ້ອຍຄຳຂອງສາດສະດາ. ດັ່ງນັ້ນ, ຖ້າຫາກບິດາຂອງຂ້າພະເຈົ້າຍັງຢູ່ໃນແຜ່ນດິນນັ້ນຫລັງຈາກເພິ່ນໄດ້ຮັບ ບັນຊາໃຫ້ໜີຈາກແຜ່ນດິນແລ້ວ, ຈົ່ງເບິ່ງ, ເພິ່ນຈະຕ້ອງຕາຍຄືກັນ. ດັ່ງນັ້ນ, ມັນຈຶ່ງຈຳເປັນທີ່ເພິ່ນຈະຕ້ອງໜີຈາກແຜ່ນດິນນັ້ນ.
19 ແລະ ຈົ່ງເບິ່ງ, ມັນເປັນຄວາມສະຫລຽວສະຫລາດຂອງພຣະເຈົ້າວ່າ ພວກເຮົາຈະໄດ້ ບັນທຶກເຫລົ່ານີ້, ເພື່ອຈະໄດ້ຮັກສາພາສາຂອງບັນພະບຸລຸດຂອງພວກເຮົາໄວ້ໃຫ້ແກ່ລູກຫລານຂອງພວກເຮົາ;
20 ແລະ ເພື່ອພວກເຮົາຈະ ຮັກສາຖ້ອຍຄຳຊຶ່ງເວົ້າດ້ວຍປາກຂອງສາດສະດາຜູ້ບໍລິສຸດທັງຫລາຍໄວ້ໃຫ້ພວກເຂົາເໝືອນກັນ, ຊຶ່ງພຣະວິນຍານ ແລະ ອຳນາດຂອງພຣະເຈົ້າໄດ້ມອບໄວ້ກັບພວກເພິ່ນນັບແຕ່ການເລີ່ມຕົ້ນຂອງໂລກລົງມາຈົນເຖິງປະຈຸບັນນີ້.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ຕາມພາສາຢ່າງນີ້ ຂ້າພະເຈົ້າໄດ້ຊັກຊວນພວກອ້າຍຂອງຂ້າພະເຈົ້າ ເພື່ອພວກເຂົາຈະໄດ້ຊື່ສັດໃນການຮັກສາພຣະບັນຍັດຂອງພຣະເຈົ້າ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ລົງໄປຫາແຜ່ນດິນ ຊຶ່ງເປັນມູນມໍລະດົກຂອງພວກເຮົາ, ແລະ ພວກເຮົາໄດ້ເຕົ້າໂຮມ ຄຳຂອງພວກເຮົາ, ແລະ ເງິນຂອງພວກເຮົາ, ແລະ ຂອງມີຄ່າຂອງພວກເຮົາເຂົ້າກັນ.
23 ແລະ ຫລັງຈາກພວກເຮົາເຕົ້າໂຮມຂອງເຫລົ່ານີ້ເຂົ້າກັນແລ້ວ, ພວກເຮົາຈຶ່ງກັບຂຶ້ນໄປຫາບ້ານຂອງລາບານອີກ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາເຂົ້າໄປຫາລາບານ, ແລະ ຂໍໃຫ້ລາວມອບບັນທຶກ ຊຶ່ງຈາລຶກໄວ້ຢູ່ໃນ ແຜ່ນຈາລຶກທອງເຫລືອງໃຫ້ແກ່ພວກເຮົາ, ແລະ ພວກເຮົາຈະມອບຄຳຂອງພວກເຮົາ, ແລະ ເງິນຂອງພວກເຮົາ, ແລະ ຂອງມີຄ່າທັງໝົດຂອງພວກເຮົາໃຫ້ແກ່ລາວ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອລາບານເຫັນຊັບສົມບັດຂອງພວກເຮົາ, ແລະ ເຫັນວ່າມັນມີຈຳນວນຫລວງຫລາຍ ຈຶ່ງມີ ຄວາມໂລບມາກຢາກໄດ້ມັນ, ເຖິງຂະໜາດທີ່ລາວໄດ້ຈັບພວກເຮົາໂຍນອອກໄປ, ແລ້ວສັ່ງໃຫ້ຄົນໃຊ້ຂອງລາວໃຫ້ມາຂ້າພວກເຮົາ, ເພື່ອລາວຈະໄດ້ຊັບສົມບັດຂອງພວກເຮົາ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ໜີໄປຕໍ່ໜ້າຄົນໃຊ້ຂອງລາບານ, ແລະ ພວກເຮົາຈຳເປັນຕ້ອງປະຖິ້ມຊັບສົມບັດຂອງພວກເຮົາໄວ້ທາງຫລັງ, ແລະ ມັນຈຶ່ງຕົກຢູ່ໃນກຳມືຂອງລາບານ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ແລະ ຄົນໃຊ້ຂອງລາບານຕິດຕາມພວກເຮົາບໍ່ທັນ, ແລະ ພວກເຮົາໄດ້ລີ້ຊ່ອນຕົວຢູ່ໃນຫວ່າງຫີນ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ເລມັນໄດ້ໃຈຮ້າຍໃຫ້ຂ້າພະເຈົ້າ, ແລະ ໃຈຮ້າຍໃຫ້ບິດາຂອງຂ້າພະເຈົ້ານຳອີກ; ແລະ ເລມູເອນກໍໃຈຮ້າຍເໝືອນກັນເພາະລາວເຊື່ອຟັງຄຳເວົ້າຂອງເລມັນ. ດັ່ງນັ້ນ ເລມັນກັບເລມູເອນໄດ້ເວົ້າ ຄຳຮຸນແຮງຕໍ່ພວກເຮົາ, ຜູ້ເປັນນ້ອງຂອງພວກເຂົາ, ແລະ ພວກເຂົາໄດ້ຕີພວກເຮົາດ້ວຍໄມ້.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂະນະທີ່ພວກເຂົາກຳລັງຕີພວກເຮົາດ້ວຍໄມ້ຢູ່ນັ້ນ, ຈົ່ງເບິ່ງ, ທູດຂອງພຣະຜູ້ເປັນເຈົ້າໄດ້ມາຢືນຢູ່ຕໍ່ໜ້າພວກເຂົາ, ແລະ ເພິ່ນໄດ້ເວົ້າກັບພວກເຂົາ, ມີຄວາມວ່າ: ເປັນຫຍັງພວກເຈົ້າຈຶ່ງຕີນ້ອງດ້ວຍໄມ້? ພວກເຈົ້າບໍ່ຮູ້ຈັກບໍວ່າ ພຣະຜູ້ເປັນເຈົ້າໄດ້ເລືອກລາວໃຫ້ເປັນ ຜູ້ປົກຄອງພວກເຈົ້າ, ແລະ ອັນນີ້ ເພາະຄວາມຊົ່ວຮ້າຍຂອງພວກເຈົ້າ? ຈົ່ງເບິ່ງ, ພວກເຈົ້າຈົ່ງກັບຂຶ້ນໄປເຢຣູຊາເລັມອີກ, ແລະ ພຣະຜູ້ເປັນເຈົ້າຈະມອບລາບານໃຫ້ຢູ່ໃນກຳມືຂອງພວກເຈົ້າ.
30 ແລະ ຫລັງຈາກ ທູດໄດ້ເວົ້າກັບພວກເຮົາແລ້ວ, ເພິ່ນກໍຈາກໄປ.
31 ແລະ ຫລັງຈາກທູດໄດ້ຈາກໄປແລ້ວ, ເລມັນກັບເລມູເອນເລີ່ມຕົ້ນ ຈົ່ມອີກ, ໂດຍກ່າວວ່າ: ມັນເປັນໄປໄດ້ແນວໃດ ທີ່ພຣະຜູ້ເປັນເຈົ້າຈະມອບລາບານໃຫ້ຢູ່ໃນກຳມືຂອງພວກເຮົາ? ຈົ່ງເບິ່ງ, ລາວເປັນຄົນມີອຳນາດ, ແລະ ລາວຍັງບັນຊາຄົນໄດ້ອີກຫ້າສິບຄົນ, ແທ້ຈິງແລ້ວ, ເຖິງແມ່ນລາວຂ້າຄົນໄດ້ເຖິງຫ້າສິບຄົນ; ແລ້ວເປັນຫຍັງຈະຂ້າພວກເຮົາບໍ່ໄດ້?