ບົດທີ 5
ຊາໄຣຢາຈົ່ມໃຫ້ລີໄຮ—ທັງສອງປິຕິຍິນດີໃນການກັບມາຂອງພວກລູກຊາຍຂອງເຂົາເຈົ້າ—ເຂົາເຈົ້າຖວາຍເຄື່ອງບູຊາ—ແຜ່ນຈາລຶກທອງເຫລືອງບັນຈຸການບັນທຶກຂອງໂມເຊ ແລະ ສາດສະດາຄົນອື່ນໆ—ລີໄຮເປັນຜູ້ສືບຕະກຸນຂອງໂຢເຊັບ—ລີໄຮທຳນາຍກ່ຽວກັບລູກຫລານຂອງເພິ່ນ ແລະ ກ່ຽວກັບການຮັກສາແຜ່ນຈາລຶກໄວ້. ປະມານ 600–592 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກພວກເຮົາລົງມາຫາບິດາຂອງພວກເຮົາໃນຖິ່ນແຫ້ງແລ້ງກັນດານ, ຈົ່ງເບິ່ງ, ເພິ່ນເຕັມໄປດ້ວຍຄວາມປິຕິຍິນດີ, ແລະ ຊາໄຣຢາມານດາຂອງຂ້າພະເຈົ້າກໍດີໃຈຢ່າງຍິ່ງ, ເພາະເພິ່ນໄດ້ເປັນທຸກເພາະພວກເຮົາແທ້ໆ.
2 ເພາະເພິ່ນຄິດວ່າພວກເຮົາຕາຍເສຍແລ້ວໃນຖິ່ນແຫ້ງແລ້ງກັນດານ; ແລະ ເພິ່ນໄດ້ຈົ່ມໃຫ້ບິດາຂອງຂ້າພະເຈົ້ານຳອີກ, ໂດຍບອກເພິ່ນວ່າ ເພິ່ນເປັນຄົນຊ່າງເຫັນພາບ; ມີຄວາມວ່າ: ຈົ່ງເບິ່ງ ເຈົ້ານຳພວກເຮົາອອກມາຈາກແຜ່ນດິນ ຊຶ່ງເປັນມູນມໍລະດົກຂອງພວກເຮົາ, ແລະ ຂ້ອຍໄດ້ເສຍລູກຊາຍໄປໝົດແລ້ວ, ແລະ ພວກເຮົາກຳລັງຈະຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານ.
3 ແລະ ດ້ວຍພາສາຢ່າງນີ້ທີ່ມານດາຂອງຂ້າພະເຈົ້າໄດ້ຈົ່ມໃຫ້ບິດາຂອງຂ້າພະເຈົ້າ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ບິດາຂອງຂ້າພະເຈົ້າໄດ້ເວົ້າກັບເພິ່ນ, ມີຄວາມວ່າ: ຂ້ອຍຮູ້ວ່າຂ້ອຍເປັນຄົນຊ່າງ ເຫັນພາບ; ເພາະຖ້າຫາກຂ້ອຍບໍ່ເຫັນເລື່ອງຕ່າງໆຂອງພຣະເຈົ້າໃນ ພາບແລ້ວ ຂ້ອຍຈະບໍ່ຮູ້ຈັກພຣະກະລຸນາທິຄຸນຂອງພຣະເຈົ້າ, ແຕ່ຈະຍັງຢູ່ທີ່ເຢຣູຊາເລັມ, ແລະ ຕາຍກັບພີ່ນ້ອງຂອງຂ້ອຍ.
5 ແຕ່ຈົ່ງເບິ່ງ, ຂ້ອຍໄດ້ຮັບ ແຜ່ນດິນແຫ່ງຄຳສັນຍາ, ຊຶ່ງໃນສິ່ງນີ້ຂ້ອຍປິຕິຍິນດີ; ແທ້ຈິງແລ້ວ, ແລະ ຂ້ອຍ ຮູ້ວ່າ ພຣະຜູ້ເປັນເຈົ້າຈະປົດປ່ອຍພວກລູກຊາຍຂອງຂ້ອຍໃຫ້ພົ້ນຈາກກຳມືຂອງລາບານ, ແລະ ນຳພວກເຂົາລົງມາຫາພວກເຮົາໃນຖິ່ນແຫ້ງແລ້ງກັນດານອີກ.
6 ແລະ ດ້ວຍພາສາຢ່າງນີ້, ລີໄຮບິດາຂອງຂ້າພະເຈົ້າໄດ້ປອບໃຈຊາໄຣຢາມານດາຂອງຂ້າພະເຈົ້າກ່ຽວກັບ ພວກເຮົາໃນຂະນະທີ່ພວກເຮົາເດີນທາງຢູ່ໃນຖິ່ນແຫ້ງແລ້ງກັນດານຂຶ້ນໄປຫາແຜ່ນດິນເຢຣູຊາເລັມ ເພື່ອເອົາບັນທຶກຂອງຊາວຢິວ.
7 ແລະ ເມື່ອພວກເຮົາກັບມາເຖິງຜ້າເຕັນຂອງບິດາຂອງຂ້າພະເຈົ້າແລ້ວ, ຈົ່ງເບິ່ງ, ພວກເພິ່ນກໍເຕັມໄປດ້ວຍຄວາມປິຕິຍິນດີ, ແລະ ມານດາຂອງຂ້າພະເຈົ້າກໍສະບາຍໃຈຂຶ້ນ.
8 ແລະ ເພິ່ນໄດ້ເວົ້າ, ມີຄວາມວ່າ: ບັດນີ້ຂ້ອຍຮູ້ແນ່ນອນວ່າ ພຣະຜູ້ເປັນເຈົ້າໄດ້ ບັນຊາສາມີຂອງຂ້ອຍໃຫ້ໜີມາໃນຖິ່ນແຫ້ງແລ້ງກັນດານ; ແທ້ຈິງແລ້ວ, ແລະ ຂ້ອຍຮູ້ເຖິງຄວາມແນ່ນອນອີກວ່າ ພຣະຜູ້ເປັນເຈົ້າປົກປ້ອງພວກລູກຊາຍຂອງຂ້ອຍ, ແລະ ປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງລາບານ, ແລະ ປະທານອຳນາດໃຫ້ພວກເຂົາເພື່ອຈະ ສຳເລັດໃນສິ່ງທີ່ພຣະຜູ້ເປັນເຈົ້າບັນຊາພວກເຂົາ. ແລະ ເພິ່ນໄດ້ເວົ້າດ້ວຍພາສາຢ່າງນີ້.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນທັງສອງມີຄວາມປິຕິຍິນດີຢ່າງຍິ່ງ, ແລະ ໄດ້ຖວາຍ ເຄື່ອງບູຊາ ແລະ ເຄື່ອງເຜົາແດ່ພຣະຜູ້ເປັນເຈົ້າ; ແລະ ພວກເພິ່ນໄດ້ຖວາຍ ຄວາມຂອບພຣະຄຸນແດ່ພຣະເຈົ້າຂອງອິດສະຣາເອນ.
10 ແລະ ຫລັງຈາກພວກເພິ່ນຖວາຍຄວາມຂອບພຣະຄຸນແດ່ພຣະເຈົ້າຂອງອິດສະຣາເອນແລ້ວ, ລີໄຮບິດາຂອງຂ້າພະເຈົ້າໄດ້ຈັບເອົາບັນທຶກ ຊຶ່ງຈາລຶກໄວ້ໃນ ແຜ່ນຈາລຶກທອງເຫລືອງຂຶ້ນມາ, ແລະ ເພິ່ນໄດ້ຄົ້ນຄວ້າມັນຕັ້ງແຕ່ຕົ້ນ.
11 ແລະ ເພິ່ນເຫັນວ່າມັນປະກອບດ້ວຍ ໜັງສືຫ້າເຫລັ້ມຂອງໂມເຊ, ຊຶ່ງໃຫ້ເລື່ອງລາວເຖິງການສ້າງໂລກ, ແລະ ເຖິງອາດາມ ແລະ ເອວາຜູ້ເປັນບິດາມານດາຜູ້ທຳອິດຂອງພວກເຮົານຳອີກ;
12 ແລະ ບັນທຶກຂອງຊາວຢິວຕັ້ງແຕ່ຕົ້ນ, ຈົນລົງມາເຖິງໄລຍະເລີ່ມຕົ້ນການປົກຄອງຂອງເຊເດກີຢາ, ກະສັດແຫ່ງຢູດານຳອີກ;
13 ແລະ ຄຳທຳນາຍຂອງສາດສະດາຜູ້ບໍລິສຸດ, ຕັ້ງແຕ່ຕົ້ນ, ຈົນລົງມາເຖິງໄລຍະເລີ່ມຕົ້ນການປົກຄອງຂອງ ເຊເດກີຢານຳອີກ; ແລະ ຄຳທຳນາຍຫລາຍຂໍ້ ຊຶ່ງເວົ້າດ້ວຍປາກຂອງ ເຢເຣມີຢາ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື, ລີໄຮບິດາຂອງຂ້າພະເຈົ້າໄດ້ພົບລຳດັບການສືບເຊື້ອສາຍຂອງບັນພະບຸລຸດຂອງເພິ່ນໃນ ແຜ່ນຈາລຶກທອງເຫລືອງນຳອີກ. ດັ່ງນັ້ນ, ເພິ່ນຈຶ່ງຮູ້ວ່າ ເພິ່ນເປັນຜູ້ສືບຕະກຸນຂອງ ໂຢເຊັບ; ແທ້ຈິງແລ້ວ, ແມ່ນໂຢເຊັບຜູ້ທີ່ເປັນລູກຊາຍຂອງ ຢາໂຄບຄົນທີ່ຖືກ ຂາຍໄປຫາເອຢິບ, ແລະ ເປັນຜູ້ທີ່ໄດ້ຮັບການບຳລຸງ ຮັກສາໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ, ເພື່ອລາວຈະໄດ້ບຳລຸງຮັກສາຢາໂຄບ, ຜູ້ເປັນບິດາຂອງລາວ, ແລະ ຄອບຄົວຂອງເພິ່ນທັງໝົດໃຫ້ພົ້ນຈາກຄວາມຕາຍດ້ວຍຄວາມອຶດຢາກ.
15 ແລະ ພຣະເຈົ້າອົງດຽວກັນນັ້ນ ຜູ້ບຳລຸງຮັກສາພວກເຂົາ, ໄດ້ ນຳພວກເຂົາໃຫ້ພົ້ນຈາກການເປັນຊະເລີຍ ແລະ ໃຫ້ພົ້ນຈາກແຜ່ນດິນເອຢິບ.
16 ແລະ ລີໄຮ ບິດາຂອງຂ້າພະເຈົ້າໄດ້ຄົ້ນພົບລຳດັບການສືບເຊື້ອສາຍຂອງບັນພະບຸລຸດຂອງເພິ່ນ. ແລະ ລາບານກໍເປັນຜູ້ສືບຕະກຸນຂອງ ໂຢເຊັບເໝືອນກັນ, ດັ່ງນັ້ນ ລາບານ ແລະ ບັນພະບຸລຸດຂອງເພິ່ນ ຈຶ່ງໄດ້ຮັກສາບັນທຶກນີ້ໄວ້.
17 ແລະ ບັດນີ້ເມື່ອບິດາຂອງຂ້າພະເຈົ້າເຫັນສິ່ງເຫລົ່ານີ້ທັງໝົດ, ເພິ່ນກໍເຕັມໄປດ້ວຍພຣະວິນຍານ, ແລະ ເລີ່ມທຳນາຍກ່ຽວກັບລູກຫລານຂອງເພິ່ນ—
18 ວ່າແຜ່ນຈາລຶກທອງເຫລືອງເຫລົ່ານີ້ຈະເຂົ້າໄປຫາທຸກປະຊາຊາດ, ທຸກຕະກຸນ, ທຸກພາສາ, ແລະ ທຸກຜູ້ຄົນທັງປວງ ຜູ້ເປັນລູກຫລານຂອງເພິ່ນ.
19 ດັ່ງນັ້ນ, ເພິ່ນກ່າວວ່າ ແຜ່ນຈາລຶກທອງເຫລືອງເຫລົ່ານີ້ຈະບໍ່ຖືກທຳລາຍ ເລີຍ; ທັງຈະບໍ່ມົວໝອງຕໍ່ໄປອີກໂດຍກາລະເວລາ. ແລະ ເພິ່ນໄດ້ທຳນາຍໄວ້ຫລາຍເລື່ອງກ່ຽວກັບລູກຫລານຂອງເພິ່ນ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ຈົນເຖິງເວລານີ້ ຂ້າພະເຈົ້າກັບບິດາຂອງຂ້າພະເຈົ້າໄດ້ຮັກສາພຣະບັນຍັດດັ່ງທີ່ພຣະຜູ້ເປັນເຈົ້າບັນຊາພວກເຮົາ.
21 ແລະ ພວກເຮົາໄດ້ຮັບບັນທຶກຊຶ່ງພຣະຜູ້ເປັນເຈົ້າບັນຊາພວກເຮົາ, ແລະ ຄົ້ນຄວ້າມັນ ແລະ ພົບວ່າເປັນສິ່ງເພິ່ງປາດຖະໜາ; ແທ້ຈິງແລ້ວ, ແມ່ນ ມີຄຸນຄ່າຫລາຍຕໍ່ພວກເຮົາ ເຖິງຂະໜາດທີ່ພວກເຮົາ ຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າໄວ້ເພື່ອລູກຫລານຂອງພວກເຮົາ.
22 ດັ່ງນັ້ນ ມັນຈຶ່ງເປັນຄວາມສະຫລຽວສະຫລາດຂອງພຣະຜູ້ເປັນເຈົ້າ ທີ່ພວກເຮົາຈະເອົາມັນໄປນຳ, ເວລາເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ ໄປຫາແຜ່ນດິນແຫ່ງຄຳສັນຍາ.