ບົດທີ 7
ພວກລູກຊາຍຂອງລີໄຮກັບຄືນໄປເຢຣູຊາເລັມ ແລະ ອິດຊະມາເອນກັບຄອບຄົວຕົກລົງໃຈມາຮ່ວມກັບພວກລີໄຮ—ເລມັນ ແລະ ການກະບົດຕ່າງໆ—ນີໄຟຊັກຊວນພວກອ້າຍຂອງລາວໃຫ້ມີສັດທາໃນພຣະຜູ້ເປັນເຈົ້າ—ພວກເຂົາມັດລາວດ້ວຍເຊືອກ ແລະ ວາງແຜນການທີ່ຈະທຳລາຍລາວ—ລາວຖືກປ່ອຍເປັນອິດສະລະໂດຍອຳນາດແຫ່ງສັດທາ—ພວກອ້າຍຂອງລາວຮ້ອງຂໍເພື່ອການໃຫ້ອະໄພ—ລີໄຮກັບຜູ້ຄົນຂອງເພິ່ນຖວາຍເຄື່ອງບູຊາ ແລະ ເຄື່ອງເຜົາ. ປະມານ 600–592 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຂ້າພະເຈົ້າຢາກໃຫ້ທ່ານຮູ້, ວ່າຫລັງຈາກລີໄຮບິດາຂອງຂ້າພະເຈົ້າໄດ້ ທຳນາຍກ່ຽວກັບລູກຫລານຂອງເພິ່ນຈົບແລ້ວ, ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ກ່າວກັບເພິ່ນອີກ, ມີຄວາມວ່າ ບໍ່ສົມຄວນທີ່ເຈົ້າລີໄຮຈະພາຄອບຄົວໄປໃນຖິ່ນແຫ້ງແລ້ງກັນດານຕາມລຳພັງ, ແຕ່ລູກຂອງເຈົ້າຄວນນຳເອົາ ຜູ້ຍິງມາເປັນ ເມຍ, ເພື່ອຈະໄດ້ມີລູກຫລານລ້ຽງໄວ້ໃຫ້ພຣະຜູ້ເປັນເຈົ້າໃນແຜ່ນດິນແຫ່ງຄຳສັນຍາ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າ ບັນຊາເພິ່ນວ່າ ຂ້າພະເຈົ້ານີໄຟ ແລະ ພວກອ້າຍຂອງຂ້າພະເຈົ້າຈະຕ້ອງກັບໄປແຜ່ນດິນເຢຣູຊາເລັມອີກ ແລະ ພາອິດຊະມາເອນກັບຄອບຄົວຂອງລາວລົງມາໃນຖິ່ນແຫ້ງແລ້ງກັນດານ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້ານີໄຟກັບພວກອ້າຍຂອງຂ້າພະເຈົ້າໄດ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ອີກ ເພື່ອຂຶ້ນໄປເຢຣູຊາເລັມ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຂຶ້ນໄປເຖິງບ້ານຂອງອິດຊະມາເອນ, ແລະ ພວກເຮົາໄດ້ເປັນທີ່ພໍໃຈໃນສາຍຕາຂອງອິດຊະມາເອນ, ເຖິງຂະໜາດທີ່ພວກເຮົາໄດ້ເວົ້າພຣະຄຳຂອງພຣະຜູ້ເປັນເຈົ້າກັບລາວ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ໃຈຂອງອິດຊະມາເອນອ່ອນລົງ, ພ້ອມທັງໃຈຂອງຄອບຄົວຂອງລາວນຳອີກ ເຖິງຂະໜາດທີ່ພວກເຂົາໄດ້ອອກເດີນທາງລົງມາກັບພວກເຮົາໃນຖິ່ນແຫ້ງແລ້ງກັນດານ ມາຫາຜ້າເຕັນຂອງບິດາຂອງພວກເຮົາ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ກຳລັງເດີນທາງຢູ່ໃນຖິ່ນແຫ້ງແລ້ງກັນດານຢູ່ນັ້ນ, ຈົ່ງເບິ່ງ, ເລມັນກັບເລມູເອນ, ແລະ ລູກສາວສອງຄົນຂອງອິດຊະມາເອນ, ແລະ ລູກຊາຍສອງຄົນຂອງອິດຊະມາເອນ ກັບຄອບຄົວຂອງພວກເຂົາໄດ້ກະບົດຕໍ່ພວກເຮົາ; ແທ້ຈິງແລ້ວ, ໄດ້ຂັດຂືນຂ້າພະເຈົ້ານີໄຟ ແລະ ແຊມ, ແລະ ອິດຊະມາເອນ, ຜູ້ເປັນບິດາຂອງພວກເຂົາ, ແລະ ຂັດຂືນເມຍຂອງລາວ, ແລະ ລູກສາວອີກສາມຄົນຂອງລາວ.
7 ແລະ ເຫດການໄດ້ບັງເກີດຂຶ້ນໃນການກະບົດຄັ້ງນັ້ນ, ພວກເຂົາປາດຖະໜາຈະກັບໄປແຜ່ນດິນເຢຣູຊາເລັມ.
8 ແລະ ບັດນີ້ຂ້າພະເຈົ້ານີໄຟໂດຍທີ່ ໂສກເສົ້າເພາະຄວາມແຂງກະດ້າງຂອງໃຈຂອງພວກເຂົາ, ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ເວົ້າກັບພວກເຂົາ, ແທ້ຈິງແລ້ວ, ແມ່ນເວົ້າກັບເລມັນກັບເລມູເອນວ່າ: ຈົ່ງເບິ່ງພວກເຈົ້າ ຜູ້ຊຶ່ງເປັນອ້າຍຂອງເຮົາ, ເປັນຫຍັງພວກເຈົ້າຈຶ່ງມີໃຈແຂງກະດ້າງແທ້, ແລະ ພວກເຈົ້າບໍ່ຍອມເຂົ້າໃຈ, ຈົນຕ້ອງໃຫ້ເຮົາຜູ້ເປັນນ້ອງເວົ້າກັບພວກເຈົ້າ, ແທ້ຈິງແລ້ວ, ແລະ ເຮັດເປັນຕົວຢ່າງໃຫ້ພວກເຈົ້າອີກ?
9 ເປັນຫຍັງພວກເຈົ້າຈຶ່ງບໍ່ເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ?
10 ເປັນຫຍັງພວກເຈົ້າຈຶ່ງ ລືມວ່າ ພວກເຈົ້າເຄີຍເຫັນທູດຂອງພຣະຜູ້ເປັນເຈົ້າ?
11 ແທ້ຈິງແລ້ວ, ແລະ ເປັນຫຍັງພວກເຈົ້າຈຶ່ງລືມສິ່ງທີ່ຍິ່ງໃຫຍ່ທີ່ພຣະຜູ້ເປັນເຈົ້າໄດ້ກະທຳເພື່ອພວກເຮົາ, ໃນການ ປົດປ່ອຍພວກເຮົາໃຫ້ພົ້ນຈາກກຳມືຂອງລາບານ, ແລະ ພວກເຮົາໄດ້ຮັບບັນທຶກນັ້ນອີກ?
12 ແທ້ຈິງແລ້ວ, ແລະ ເປັນຫຍັງພວກເຈົ້າຈຶ່ງລືມວ່າ ພຣະຜູ້ເປັນເຈົ້າສາມາດເຮັດ ທຸກສິ່ງທຸກຢ່າງໄດ້ຕາມພຣະປະສົງຂອງພຣະອົງ, ເພື່ອລູກຫລານມະນຸດ, ຖ້າຫາກເປັນໄປວ່າ ເຂົາຈະໃຊ້ ສັດທາໃນພຣະອົງ? ດັ່ງນັ້ນ, ຂໍໃຫ້ພວກເຮົາຊື່ສັດຕໍ່ພຣະອົງ.
13 ແລະ ຖ້າຫາກເປັນໄປວ່າ ພວກເຮົາຊື່ສັດຕໍ່ພຣະອົງແລ້ວ, ພວກເຮົາຈະໄດ້ຮັບ ແຜ່ນດິນແຫ່ງຄຳສັນຍາ; ແລະ ເວລາໜຶ່ງໃນອະນາຄົດພວກເຈົ້າຈະຮູ້ວ່າ ພຣະຄຳຂອງພຣະຜູ້ເປັນເຈົ້າກ່ຽວກັບ ຄວາມພິນາດຂອງເຢຣູຊາເລັມຈະຕ້ອງສຳເລັດ; ເພາະທຸກເລື່ອງທີ່ພຣະຜູ້ເປັນເຈົ້າຮັບສັ່ງກ່ຽວກັບຄວາມພິນາດຂອງເຢຣູຊາເລັມຕ້ອງເປັນຈິງ.
14 ແລ້ວຈົ່ງເບິ່ງ ໃນບໍ່ຊ້າພຣະວິນຍານຂອງພຣະຜູ້ເປັນເຈົ້າຈະເຊົາພະຍາຍາມກັບພວກເຂົາ; ເພາະຈົ່ງເບິ່ງ, ພວກເຂົາ ບໍ່ຍອມຮັບສາດສະດາ ແລະ ເອົາ ເຢເຣມີຢາເຂົ້າຄຸກ. ແລະ ພວກເຂົາພະຍາຍາມເອົາ ຊີວິດບິດາຂອງເຮົາ ເຖິງຂະໜາດທີ່ພວກເຂົາໄລ່ເພິ່ນອອກຈາກແຜ່ນດິນ.
15 ແລ້ວຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ຖ້າຫາກພວກເຈົ້າຈະກັບໄປເຢຣູຊາເລັມພວກເຈົ້າຈະຕ້ອງຕາຍໄປກັບພວກນັ້ນ. ແລະ ບັດນີ້, ຖ້າຫາກພວກເຈົ້າຈະເລືອກຂຶ້ນໄປແຜ່ນດິນນັ້ນ, ຈົ່ງຈື່ຄຳເວົ້າທີ່ເຮົາເວົ້າກັບພວກເຈົ້າ, ວ່າຖ້າຫາກພວກເຈົ້າໄປ ພວກເຈົ້າຈະຕ້ອງຕາຍເໝືອນກັນ; ຊຶ່ງພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ບັງຄັບເຮົາໃຫ້ເວົ້າດັ່ງນີ້.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຂ້າພະເຈົ້ານີໄຟໄດ້ເວົ້າຂໍ້ຄວາມເຫລົ່ານີ້ກັບພວກເຂົາແລ້ວ, ພວກເຂົາກໍໃຈຮ້າຍໃຫ້ຂ້າພະເຈົ້າ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຈັບເອົາຂ້າພະເຈົ້າ, ເພາະຈົ່ງເບິ່ງ, ພວກເຂົາຄຽດແຄ້ນຢ່າງຍິ່ງ, ແລະ ພວກເຂົາໄດ້ ມັດຂ້າພະເຈົ້າໄວ້ດ້ວຍເຊືອກ ເພາະພວກເຂົາພະຍາຍາມທີ່ຈະເອົາຊີວິດຂອງຂ້າພະເຈົ້າ, ເພື່ອຈະໄດ້ປະຖິ້ມຂ້າພະເຈົ້າໄວ້ໃນຖິ່ນແຫ້ງແລ້ງກັນດານໃຫ້ສັດປ່າກິນ.
17 ແຕ່ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ອະທິຖານຫາພຣະຜູ້ເປັນເຈົ້າ ໂດຍທູນວ່າ: ໂອ້ ພຣະຜູ້ເປັນເຈົ້າ, ຕາມສັດທາຂອງຂ້ານ້ອຍທີ່ມີຢູ່ໃນພຣະອົງ, ຂໍພຣະອົງຈົ່ງປົດປ່ອຍຂ້ານ້ອຍໃຫ້ພົ້ນຈາກກຳມືຂອງພວກອ້າຍຂອງຂ້ານ້ອຍດ້ວຍເທີ້ນ; ແທ້ຈິງແລ້ວ, ເຖິງແມ່ນປະທານກຳລັງໃຫ້ຂ້ານ້ອຍເພື່ອຈະເຮັດໃຫ້ເຊືອກທີ່ຜູກຂ້ານ້ອຍ ຂາດອອກ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຂ້າພະເຈົ້າກ່າວຂໍ້ຄວາມນີ້ແລ້ວ, ຈົ່ງເບິ່ງ, ເຊືອກມັດກໍຫລຸດອອກຈາກມື ແລະ ຕີນຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າຢືນຢູ່ຕໍ່ໜ້າພວກອ້າຍຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າ ໄດ້ເວົ້າກັບພວກເຂົາອີກ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ໃຈຮ້າຍໃຫ້ຂ້າພະເຈົ້າອີກ ແລະ ພະຍາຍາມຈະຈັບຂ້າພະເຈົ້າ; ແຕ່ຈົ່ງເບິ່ງ, ລູກສາວຄົນໜຶ່ງຂອງອິດຊະມາເອນ, ແທ້ຈິງແລ້ວ, ແມ່ຂອງນາງນຳອີກ ແລະ ລູກຊາຍຄົນໜຶ່ງຂອງອິດຊະມາເອນໄດ້ວິງວອນພວກອ້າຍຂອງຂ້າພະເຈົ້າ, ເຖິງຂະໜາດທີ່ພວກເຂົາໄດ້ເຮັດໃຫ້ໃຈຂອງພວກເຂົາອ່ອນລົງ; ແລະ ພວກເຂົາກໍຢຸດພະຍາຍາມທີ່ຈະເອົາຊີວິດຂອງຂ້າພະເຈົ້າ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາເສົ້າສະຫລົດໃຈຫລາຍ, ເພາະຄວາມຊົ່ວຮ້າຍຂອງພວກເຂົາ, ເຖິງຂະໜາດທີ່ພວກເຂົາໄດ້ກົ້ມຂາບລົງຢູ່ຕໍ່ໜ້າຂ້າພະເຈົ້າ, ແລະ ໄດ້ວິງວອນຂ້າພະເຈົ້າເພື່ອຍົກໂທດໃຫ້ພວກເຂົາໃນສິ່ງທີ່ພວກເຂົາໄດ້ກະທຳໄປກັບຂ້າພະເຈົ້າ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ ຍົກໂທດໃຫ້ພວກເຂົາຢ່າງເຕັມໃຈຕໍ່ທຸກຢ່າງທີ່ພວກເຂົາກະທຳໄປ, ແລະ ຂ້າພະເຈົ້າກໍໄດ້ຊັກຊວນໃຫ້ພວກເຂົາອະທິຖານຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ ເພື່ອຂໍການໃຫ້ອະໄພ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ກະທຳດັ່ງນັ້ນ. ແລະ ຫລັງຈາກພວກເຂົາໄດ້ອະທິຖານຫາພຣະຜູ້ເປັນເຈົ້າແລ້ວ, ພວກເຮົາໄດ້ອອກເດີນທາງອີກ ເພື່ອໄປຫາຜ້າເຕັນຂອງບິດາຂອງພວກເຮົາ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ລົງມາເຖິງຜ້າເຕັນຂອງບິດາຂອງພວກເຮົາ. ແລະ ຫລັງຈາກຂ້າພະເຈົ້າກັບພວກອ້າຍ ແລະ ຄອບຄົວຂອງອິດຊະມາເອນທຸກຄົນລົງມາເຖິງຜ້າເຕັນຂອງບິດາຂອງຂ້າພະເຈົ້າແລ້ວ, ເພິ່ນໄດ້ຖວາຍ ຂອບພຣະຄຸນແດ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເພິ່ນ; ແລະ ພາກັນຖວາຍ ເຄື່ອງບູຊາ ແລະ ເຄື່ອງເຜົາແດ່ພຣະອົງ.