ບົດທີ 10
ມັນມີຄວາມງຽບສະຫງັດໃນແຜ່ນດິນເປັນເວລາຫລາຍຊົ່ວໂມງ—ສຸລະສຽງຂອງພຣະຄຣິດສັນຍາວ່າຈະເຕົ້າໂຮມຜູ້ຄົນຂອງພຣະອົງເໝືອນດັ່ງແມ່ໄກ່ເຕົ້າໂຮມລູກຂອງມັນ—ຄົນທີ່ຊອບທຳຫລາຍກວ່າໄດ້ຖືກຮັກສາໄວ້. ປະມານ ຄ.ສ. 34–35.
1 ແລະ ບັດນີ້ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນທັງໝົດໃນແຜ່ນດິນໄດ້ຍິນຂໍ້ຄວາມເຫລົ່ານີ້, ແລະ ໄດ້ເປັນພະຍານໃນເລື່ອງນີ້. ແລະ ຫລັງຈາກຂໍ້ຄວາມເຫລົ່ານີ້ຈົບລົງແລ້ວ ມັນໄດ້ມີຄວາມງຽບສະຫງັດໃນແຜ່ນດິນເປັນເວລາຫລາຍຊົ່ວໂມງ;
2 ເພາະຜູ້ຄົນມີຄວາມແປກໃຈຫລາຍທີ່ສຸດ ເຖິງຂະໜາດທີ່ພວກເຂົາຢຸດຮ້ອງໄຫ້ ແລະ ຢຸດຄວນຄາງນຳການສູນເສຍຍາດພີ່ນ້ອງຜູ້ທີ່ຖືກຂ້າຕາຍ; ສະນັ້ນ ມັນຈຶ່ງໄດ້ມີຄວາມງຽບສະຫງັດໃນແຜ່ນດິນທັງໝົດເປັນເວລາຫລາຍຊົ່ວໂມງ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີສຸລະສຽງມາຫາຜູ້ຄົນອີກ, ແລະ ພວກເຂົາທຸກຄົນໄດ້ຍິນ, ແລະ ໄດ້ເປັນພະຍານເຖິງສຽງນັ້ນ, ມີຄວາມວ່າ:
4 ໂອ້ ເຈົ້າຜູ້ເປັນພົນລະເມືອງຂອງເມືອງ ໃຫຍ່ເຫລົ່ານີ້ ຊຶ່ງຕົກໄປແລ້ວ ຊຶ່ງເປັນຜູ້ສືບເຊື້ອສາຍຂອງຢາໂຄບ, ແທ້ຈິງແລ້ວ, ຜູ້ເປັນເຊື້ອສາຍອິດສະຣາເອນ, ຈັກເທື່ອແລ້ວທີ່ເຮົາໄດ້ເຕົ້າໂຮມເຈົ້າດັ່ງແມ່ໄກ່ເຕົ້າໂຮມລູກຂອງມັນໄວ້ໃຕ້ປີກຂອງມັນ, ແລະ ບຳລຸງລ້ຽງເຈົ້າ.
5 ແລະ ອີກເທື່ອໜຶ່ງ, ຈັກເທື່ອແລ້ວ ທີ່ເຮົາໄດ້ເຕົ້າໂຮມເຈົ້າດັ່ງແມ່ໄກ່ເຕົ້າໂຮມລູກຂອງມັນໄວ້ໃຕ້ປີກຂອງມັນ, ແທ້ຈິງແລ້ວ, ໂອ້ ເຈົ້າຜູ້ເປັນເຊື້ອສາຍອິດສະຣາເອນ, ຜູ້ຕົກໄປ; ແທ້ຈິງແລ້ວ, ໂອ້ ເຈົ້າຜູ້ເປັນເຊື້ອສາຍອິດສະຣາເອນ, ເຈົ້າຜູ້ທີ່ຢູ່ໃນເຢຣູຊາເລັມ, ເຈົ້າຕົກໄປແລ້ວ; ແທ້ຈິງແລ້ວ, ຈັກເທື່ອແລ້ວທີ່ເຮົາໄດ້ເຕົ້າໂຮມເຈົ້າດັ່ງແມ່ໄກ່ເຕົ້າໂຮມລູກຂອງມັນໄວ້ໃຕ້ປີກຂອງມັນ, ແລະ ເຈົ້າບໍ່ຍິນຍອມ.
6 ໂອ້ ເຈົ້າເຊື້ອສາຍອິດສະຣາເອນ ຜູ້ທີ່ເຮົາ ໄວ້ຊີວິດ, ເຮົາຈະເຕົ້າໂຮມເຈົ້າຫລາຍໆເທື່ອດັ່ງແມ່ໄກ່ເຕົ້າໂຮມລູກຂອງມັນໄວ້ໃຕ້ປີກຂອງມັນ, ຖ້າຫາກເຈົ້າຈະກັບໃຈ ແລະ ຫັນມາຫາເຮົາດ້ວຍຈຸດປະສົງເຕັມທີ່ແຫ່ງ ໃຈ.
7 ຖ້າບໍ່ດັ່ງນັ້ນ, ໂອ້ ເຊື້ອສາຍອິດສະຣາເອນເອີຍ ບ່ອນຢູ່ຂອງເຈົ້າຈະກາຍເປັນບ່ອນຮົກຮ້າງຈົນກວ່າຈະຮອດເວລາແຫ່ງ ພັນທະສັນຍາທີ່ເຮັດໄວ້ກັບບັນພະບຸລຸດຂອງເຈົ້າສຳເລັດຄົບຖ້ວນ.
8 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກຜູ້ຄົນໄດ້ຍິນຂໍ້ຄວາມນີ້ແລ້ວ, ຈົ່ງເບິ່ງ, ພວກເຂົາໄດ້ເລີ່ມຮ້ອງໄຫ້ ແລະ ຄວນຄາງຕື່ມອີກເພາະການສູນເສຍຍາດພີ່ນ້ອງ ແລະ ເພື່ອນຝູງຂອງພວກເຂົາ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ສາມມື້ໄດ້ຜ່ານໄປ. ແລະ ເວລາຕອນເຊົ້າມື້ໃໝ່ມາ ຄວາມມືດໄດ້ກະຈາຍໄປຈາກຜືນແຜ່ນດິນ, ແລະ ແຜ່ນດິນໂລກໄດ້ເຊົາສັ່ນສະເທືອນ, ແລະ ຫີນກໍເຊົາແຕກ, ແລະ ສຽງຄວນຄາງອັນເປັນໜ້າຢ້ານກົວກໍໄດ້ມິດງຽບລົງ, ແລະ ສຽງກຶກກ້ອງທັງໝົດກໍໄດ້ຜ່ານໄປ.
10 ແລະ ແຜ່ນດິນໂລກໄດ້ຕໍ່ເຂົ້າກັນອີກ ຄືຕັ້ງໝັ້ນຢູ່; ແລະ ຄວາມໂສກເສົ້າ, ແລະ ການຮ້ອງໄຫ້, ແລະ ການຄວນຄາງຂອງຜູ້ຄົນຜູ້ທີ່ລອດຕາຍໄດ້ມິດງຽບລົງ; ແລະ ຄວາມໂສກເສົ້າຂອງພວກເຂົາໄດ້ປ່ຽນເປັນຄວາມສຸກ, ແລະ ການຄ່ຳຄວນຂອງພວກເຂົາໄດ້ປ່ຽນເປັນການສັນລະເສີນ, ແລະ ຂອບພຣະໄທແດ່ອົງພຣະເຢຊູຄຣິດເຈົ້າ, ພຣະຜູ້ໄຖ່ຂອງພວກເຂົາ.
11 ແລະ ພຣະຄຳໄດ້ ສຳເລັດປານນີ້ ດັ່ງທີ່ສາດສະດາທັງຫລາຍໄດ້ເວົ້າໄວ້.
12 ແລະ ຜູ້ທີ່ມີຊີວິດຢູ່ນັ້ນແມ່ນຜູ້ທີ່ຊອບທຳ ຫລາຍກວ່າ, ແລະ ແມ່ນຜູ້ທີ່ໄດ້ຕ້ອນຮັບສາດສະດາ ແລະ ບໍ່ໄດ້ແກວ່ງກ້ອນຫີນໃສ່ພວກເພິ່ນ; ແລະ ມັນແມ່ນພວກທີ່ບໍ່ໄດ້ນອງເລືອດໄພ່ພົນຂອງພຣະເຈົ້າທີ່ໄດ້ຮັບການໄວ້ຊີວິດ—
13 ແລະ ພວກເຂົາໄດ້ຮັບການຍົກເວັ້ນ ແລະ ບໍ່ໄດ້ຈົມລົງ ແລະ ບໍ່ໄດ້ຖືກຝັງໄວ້ຢູ່ໃນແຜ່ນດິນໂລກ; ແລະ ພວກເຂົາບໍ່ໄດ້ຈົມຢູ່ໃນຄວາມເລິກຂອງທະເລ; ແລະ ພວກເຂົາບໍ່ໄດ້ຖືກໄຟເຜົາ, ທັງບໍ່ໄດ້ຖືກທັບ ແລະ ບໍ່ໄດ້ຖືກບົດໃຫ້ຕາຍ; ແລະ ພວກເຂົາບໍ່ໄດ້ຖືກລົມບ້າໝູຫອບໄປ; ທັງບໍ່ໄດ້ໝົດກຳລັງດ້ວຍອາຍ ແລະ ຄວັນຂອງຄວາມມືດ.
14 ແລະ ບັດນີ້, ຜູ້ໃດທີ່ອ່ານເລື່ອງນີ້ກໍຂໍໃຫ້ຜູ້ນັ້ນເຂົ້າໃຈເຖີດ; ຜູ້ໃດທີ່ມີພຣະຄຳພີກໍຂໍໃຫ້ຜູ້ນັ້ນ ຄົ້ນຄວ້າ ແລະ ເບິ່ງເອົາທ້ອນ, ແລະ ຈົ່ງເບິ່ງ ຖ້າຫາກຄວາມຕາຍ ແລະ ການທຳລາຍທັງໝົດນີ້ດ້ວຍໄຟ ແລະ ດ້ວຍຄວັນ, ແລະ ດ້ວຍພະຍຸຝົນຟ້າຄະນອງ, ແລະ ດ້ວຍລົມບ້າໝູ, ແລະ ດ້ວຍ ການແຕກແຍກຂອງແຜ່ນດິນໂລກ ເພື່ອດູດເອົາພວກເຂົາໄປ, ແລະ ສິ່ງທັງໝົດນີ້ບໍ່ໄດ້ເປັນໄປເພື່ອໃຫ້ຄຳທຳນາຍຂອງສາດສະດາຜູ້ບໍລິສຸດຫລາຍທ່ານສຳເລັດ.
15 ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບທ່ານວ່າ, ແທ້ຈິງແລ້ວ, ຫລາຍຄົນໄດ້ໃຫ້ຖ້ອຍຄຳກ່ຽວກັບເລື່ອງເຫລົ່ານີ້ເວລາພຣະຄຣິດສະເດັດມາ, ແລະ ຖືກ ຂ້າຕາຍເພາະພວກເພິ່ນໄດ້ໃຫ້ຖ້ອຍຄຳກ່ຽວກັບເລື່ອງເຫລົ່ານີ້.
16 ແທ້ຈິງແລ້ວ, ສາດສະດາ ຊີນັດໄດ້ໃຫ້ຖ້ອຍຄຳກ່ຽວກັບເລື່ອງເຫລົ່ານີ້, ແລະ ຊີໂນກກໍໄດ້ເວົ້າກ່ຽວກັບເລື່ອງເຫລົ່ານີ້ຄືກັນ, ເພາະພວກເພິ່ນໄດ້ໃຫ້ຖ້ອຍຄຳໂດຍສະເພາະກ່ຽວກັບພວກເຮົາຜູ້ເປັນລູກຫລານທີ່ເຫລືອຢູ່ຂອງພວກເພິ່ນ.
17 ຈົ່ງເບິ່ງ, ຢາໂຄບຜູ້ເປັນບັນພະບຸລຸດຂອງພວກເຮົາກໍໄດ້ໃຫ້ຖ້ອຍຄຳກ່ຽວກັບລູກຫລານ ທີ່ເຫລືອຢູ່ຂອງໂຢເຊັບຄືກັນ. ແລະ ຈົ່ງເບິ່ງ, ແລ້ວພວກເຮົາບໍ່ແມ່ນລູກຫລານທີ່ເຫລືອຢູ່ຂອງໂຢເຊັບບໍ? ແລະ ເລື່ອງລາວເຫລົ່ານີ້ ຊຶ່ງໄດ້ໃຫ້ຖ້ອຍຄຳກ່ຽວກັບພວກເຮົາບໍ່ໄດ້ຖືກຂຽນໄວ້ໃນແຜ່ນຈາລຶກທອງເຫລືອງບໍ ຊຶ່ງລີໄຮຜູ້ເປັນບັນພະບຸລຸດຂອງພວກເຮົາໄດ້ນຳອອກມາຈາກເຢຣູຊາເລັມນັ້ນ?
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນທ້າຍປີທີສາມສິບສີ່ຄື, ຈົ່ງເບິ່ງ, ຂ້າພະເຈົ້າຈະສະແດງໃຫ້ທ່ານເຫັນວ່າ ຜູ້ຄົນຂອງນີໄຟທີ່ລອດຕາຍ, ແລະ ລວມທັງຜູ້ທີ່ມີຊື່ວ່າ ຊາວເລມັນທີ່ລອດຕາຍໄດ້ຮັບຄວາມໂປດປານ ແລະ ພອນອັນຍິ່ງໃຫຍ່ຫລັ່ງລົງມາເທິງຫົວຂອງພວກເຂົາ, ເຖິງຂະໜາດທີ່ບໍ່ດົນຫລັງຈາກ ການສະເດັດຂຶ້ນສະຫວັນຂອງພຣະຄຣິດ ພຣະອົງໄດ້ສະແດງພຣະອົງເອງໃຫ້ປະຈັກແກ່ພວກເຂົາແທ້ໆ—
19 ໂດຍປະກົດຕົວແກ່ພວກເຂົາ ແລະ ປະຕິບັດສາດສະໜາກິດແກ່ພວກເຂົາ; ແລະ ເລື່ອງລາວກ່ຽວກັບການປະຕິບັດສາດສະໜາກິດຂອງພຣະອົງຈະມີກ່າວເຖິງຕໍ່ໄປຈາກນີ້. ສະນັ້ນ ສຳລັບເວລານີ້ ຂ້າພະເຈົ້າຂໍຈົບຄຳເວົ້າຂອງຂ້າພະເຈົ້າ.