ບົດທີ 3
ກິດດີອານໄຮຜູ້ເປັນຫົວໜ້າໂຈນແກດີອານທັນສັ່ງໃຫ້ເລໂຄນິອັດ ແລະ ຊາວນີໄຟຍອມຈຳນົນ ແລະ ຍອມມອບແຜ່ນດິນໃຫ້ພວກເຂົາ—ເລໂຄນິອັດແຕ່ງຕັ້ງກິດກິດໂດໄນຂຶ້ນເປັນຫົວໜ້ານາຍທະຫານຂອງກອງທັບ—ຊາວນີໄຟເຕົ້າໂຮມກັນຢູ່ເຊຣາເຮັມລາ ແລະ ແຜ່ນດິນອຸດົມສົມບູນເພື່ອປ້ອງກັນຕົວເອງ. ປະມານ ຄ.ສ. 16–18.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ໃນປີທີສິບຫົກນັບຕັ້ງແຕ່ການສະເດັດມາຂອງພຣະຄຣິດ, ເລໂຄນິອັດຜູ້ປົກຄອງແຜ່ນດິນໄດ້ຮັບສານຈາກຜູ້ນຳ ແລະ ຜູ້ປົກຄອງຂອງພວກໂຈນພັກນີ້; ແລະ ນີ້ຄືຂໍ້ຄວາມທີ່ມີຂຽນໄວ້, ມີຄວາມວ່າ:
2 ເລໂຄນິອັດຜູ້ເປັນຫົວໜ້າຜູ້ປົກຄອງແຜ່ນດິນທີ່ມີກຽດສູງສົ່ງ, ຈົ່ງເບິ່ງ, ຂ້າພະເຈົ້າຂຽນສານນີ້ມາຫາທ່ານ, ແລະ ຂໍຍ້ອງຍໍທ່ານເປັນຢ່າງສູງ ເພາະຄວາມໝັ້ນຄົງຂອງທ່ານ, ແລະ ຄວາມໝັ້ນຄົງຂອງຜູ້ຄົນຂອງທ່ານນຳອີກໃນການປົກປັກຮັກສາສິ່ງທີ່ພວກທ່ານຄິດວ່າເປັນສິດທິ ແລະ ເສລີພາບຂອງພວກທ່ານ; ແທ້ຈິງແລ້ວ, ພວກທ່ານຢູ່ໃນຖານະດີຄ້າຍຄືກັບວ່າ ພວກທ່ານໄດ້ຮັບຄວາມອູ້ມຊູໂດຍພຣະຫັດຂອງພຣະເຈົ້າອົງໜຶ່ງ ໃນການປ້ອງກັນເສລີພາບຂອງພວກທ່ານ, ແລະ ຊັບສົມບັດຂອງພວກທ່ານ, ແລະ ປະເທດຂອງພວກທ່ານ, ຫລື ສິ່ງທີ່ພວກທ່ານເອີ້ນເຊັ່ນນັ້ນ.
3 ແລະ ເບິ່ງເປັນໜ້າສົງສານສຳລັບຂ້າພະເຈົ້າເລໂຄນິອັດຜູ້ມີກຽດສູງສຸດ, ທີ່ພວກທ່ານໂງ່ ແລະ ອວດດີທີ່ຄິດວ່າ ພວກທ່ານຈະສາມາດຢືນຕໍ່ສູ້ກັບຄົນກ້າຫານຢ່າງຫລວງຫລາຍຜູ້ທີ່ຢູ່ໃຕ້ບັງຄັບບັນຊາຂອງຂ້າພະເຈົ້າ ຜູ້ຊຶ່ງໃນເວລານີ້ກຳລັງຢືນຈັບອາວຸດ ແລະ ຄອຍຖ້າຄຳສັ່ງຢູ່ດ້ວຍຄວາມຮ້ອນຮົນທີ່ສຸດ—ໃຫ້ຍົກໄປໂຈມຕີຊາວນີໄຟ ແລະ ທຳລາຍພວກເຂົາເສຍ.
4 ແລະ ຂ້າພະເຈົ້າໂດຍທີ່ຮູ້ຈັກດີເຖິງວິນຍານທີ່ບໍ່ຍອມຜ່າຍແພ້ຂອງພວກເຂົາ, ແລະ ໂດຍທີ່ໄດ້ທົດສອບມາແລ້ວໃນສະໜາມຮົບ ແລະ ຮູ້ຈັກດີເຖິງຄວາມກຽດຊັງອັນເປັນນິດຂອງພວກເຂົາທີ່ມີຕໍ່ພວກທ່ານ ເພາະຄວາມຜິດພາດຫລາຍຢ່າງທີ່ພວກທ່ານໄດ້ກະທຳຕໍ່ພວກເຂົາ, ສະນັ້ນ ຖ້າຫາກພວກເຂົາຍົກລົງມາຕໍ່ສູ້ກັບພວກທ່ານ ແລ້ວພວກເຂົາຈະມາຢ້ຽມຢາມພວກທ່ານດ້ວຍຄວາມພິນາດຈົນໝົດສິ້ນ.
5 ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ຂຽນສານນີ້ ປະທັບຕາດ້ວຍມືຂອງຂ້າພະເຈົ້າເອງ, ເຫັນແກ່ຄວາມຜາສຸກຂອງພວກທ່ານເພາະຄວາມໝັ້ນຄົງຂອງພວກທ່ານໃນສິ່ງທີ່ພວກທ່ານເຊື່ອວ່າຖືກຕ້ອງ, ແລະ ວິນຍານອັນສູງສັກຂອງພວກທ່ານໃນສະໜາມຮົບ.
6 ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ຂຽນມາຫາທ່ານ ເພື່ອປາດຖະໜາໃຫ້ພວກທ່ານຍອມມອບເມືອງຂອງພວກທ່ານ, ແຜ່ນດິນຂອງພວກທ່ານ, ແລະ ຊັບສົມບັດຂອງພວກທ່ານ, ແທນທີ່ຈະໃຫ້ພວກເຂົາມາຢ້ຽມຢາມພວກທ່ານດ້ວຍດາບ ແລະ ໃຫ້ຄວາມພິນາດນັ້ນມາສູ່ພວກທ່ານ.
7 ຫລື ອີກຄຳໜຶ່ງ ໃຫ້ພວກທ່ານຍອມມອບຕົວໃຫ້ພວກເຮົາເສຍ, ແລະ ເຂົ້າມາຮ່ວມກັບພວກເຮົາ ແລະ ມາຮູ້ຈັກກັບວຽກງານອັນ ລຶກລັບຂອງພວກເຮົາ, ແລະ ກັບກາຍເປັນພີ່ນ້ອງຂອງພວກເຮົາ ເພື່ອພວກທ່ານຈະໄດ້ເປັນຄືກັນກັບພວກເຮົາ—ບໍ່ແມ່ນຂ້າທາດຂອງພວກເຮົາ, ແຕ່ເປັນພີ່ນ້ອງ ແລະ ຫຸ້ນສ່ວນໃນເຂົ້າຂອງທັງໝົດຂອງພວກເຮົາ.
8 ແລະ ຈົ່ງເບິ່ງ, ຂ້າພະເຈົ້າຂໍ ສາບານກັບພວກທ່ານວ່າ, ຖ້າຫາກພວກທ່ານເຮັດຕາມນີ້ດ້ວຍຄຳສາບານ, ພວກທ່ານຈະບໍ່ຖືກທຳລາຍ; ແຕ່ຖ້າພວກທ່ານບໍ່ຍອມເຮັດຕາມນີ້, ຂ້າພະເຈົ້າຂໍກ່າວຄຳສາບານກັບພວກທ່ານວ່າ, ເດືອນໜ້ານີ້ຂ້າພະເຈົ້າຈະສັ່ງໃຫ້ກອງທັບຂອງຂ້າພະເຈົ້າຍົກທັບລົງມາໂຈມຕີພວກທ່ານ, ແລະ ພວກເຂົາຈະບໍ່ຢັ້ງມື ແລະ ຈະບໍ່ໄວ້ຊີວິດ, ແຕ່ຈະຂ້າພວກທ່ານ, ແລະ ຈະໃຫ້ດາບຟາດຟັນລົງເທິງພວກທ່ານ ຈົນວ່າພວກທ່ານຈະສູນສິ້ນ.
9 ແລະ ຈົ່ງເບິ່ງ, ຂ້າພະເຈົ້າຄືກິດດີອານໄຮ; ແລະ ຂ້າພະເຈົ້າເປັນຜູ້ປົກຄອງ ສະມາຄົມລັບແຫ່ງນີ້ຂອງແກດີອານທັນ; ຊຶ່ງສະມາຄົມ ແລະ ວຽກງານຂອງມັນຂ້າພະເຈົ້າຮູ້ວ່າ ດີ; ແລະ ມັນມີມາແຕ່ ເກົ່າກ່ອນ ແລະ ມັນຖືກມອບຕໍ່ໆກັນມາເຖິງພວກເຮົາ.
10 ແລະ ຂ້າພະເຈົ້າໄດ້ຂຽນສານມາຫາທ່ານ, ເລໂຄນິອັດ, ແລະ ຂ້າພະເຈົ້າຫວັງວ່າ ພວກທ່ານຈະມອບແຜ່ນດິນຂອງພວກທ່ານ, ແລະ ຊັບສົມບັດຂອງພວກທ່ານໃຫ້ໂດຍບໍ່ມີການເສຍເລືອດເນື້ອ, ເພື່ອຄົນພວກນີ້ຂອງຂ້າພະເຈົ້າຜູ້ທີ່ແຍກອອກໄປຈາກພວກທ່ານເພາະຄວາມຊົ່ວຮ້າຍຂອງພວກທ່ານໃນການຍຶດເອົາສິດທິການປົກຄອງຂອງພວກເຂົາໄປ ຈະໄດ້ຮັບສິດທິ ແລະ ອຳນາດປົກຄອງຂອງພວກເຂົາຄືນມາ, ແລະ ຖ້າຫາກພວກທ່ານບໍ່ເຮັດຕາມນີ້, ຂ້າພະເຈົ້າຈະແກ້ແຄ້ນຄວາມເສຍຫາຍຂອງພວກເຂົາ. ຂ້າພະເຈົ້າຄື ກິດດີອານໄຮ.
11 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນເວລາເລໂຄນິອັດໄດ້ຮັບສານນີ້ແລ້ວ ເພິ່ນກໍແປກໃຈຢ່າງຍິ່ງເພາະຄວາມອວດດີຂອງກິດດີອານໄຮໃນການຮຽກຮ້ອງຄວາມເປັນເຈົ້າຂອງແຜ່ນດິນຂອງຊາວນີໄຟ ແລະ ນາບຂູ່ຜູ້ຄົນ ແລະ ຈະແກ້ແຄ້ນຄວາມເສຍຫາຍໃຫ້ຄົນທີ່ບໍ່ໄດ້ຮັບຄວາມເສຍຫາຍນຳອີກ ນອກຈາກພວກເຂົາໄດ້ສ້າງຄວາມ ເສຍຫາຍໃຫ້ແກ່ຕົນເອງ ໂດຍແຍກອອກໄປຫາພວກໂຈນທີ່ຊົ່ວ ແລະ ໜ້າກຽດຊັງເຫລົ່ານັ້ນ.
12 ບັດນີ້ຈົ່ງເບິ່ງ, ເລໂຄນິອັດຜູ້ປົກຄອງຜູ້ນີ້ເປັນຄົນທ່ຽງທຳ, ແລະ ຄຳສັ່ງ ແລະ ການນາບຂູ່ຂອງ ໂຈນບໍ່ໄດ້ເຮັດໃຫ້ເພິ່ນມີຄວາມສະທ້ານຫວັ່ນໄຫວເລີຍ; ສະນັ້ນ ເພິ່ນຈຶ່ງບໍ່ໄດ້ເຊື່ອຟັງສານຂອງກິດດີອານໄຮ ຜູ້ປົກຄອງຂອງພວກໂຈນເລີຍ, ແຕ່ວ່າເພິ່ນໄດ້ໃຫ້ຜູ້ຄົນຂອງເພິ່ນຮ້ອງທູນຕໍ່ພຣະຜູ້ເປັນເຈົ້າເພື່ອຂໍພະລັງໃນເວລາທີ່ພວກໂຈນຈະຍົກທັບມາໂຈມຕີພວກເຂົາ.
13 ແທ້ຈິງແລ້ວ, ເພິ່ນໄດ້ສົ່ງຂ່າວໄປໃນບັນດາຜູ້ຄົນທັງໝົດ, ວ່າໃຫ້ພວກເຂົາຮວບຮວມພວກແມ່ຍິງຂອງພວກເຂົາ ແລະ ເດັກນ້ອຍຂອງພວກເຂົາ, ຝູງສັດລ້ຽງຂອງພວກເຂົາ ແລະ ຝູງສັດໃຊ້ແຮງງານຂອງພວກເຂົາ, ແລະ ເຂົ້າຂອງທັງໝົດຂອງພວກເຂົາຢູ່ບ່ອນດຽວກັນ, ເວັ້ນເສຍແຕ່ແຜ່ນດິນຂອງພວກເຂົາເທົ່ານັ້ນ.
14 ແລະ ເພິ່ນໄດ້ສັ່ງໃຫ້ສ້າງບ່ອນປ້ອງກັນຂຶ້ນໂດຍຮອບ, ແລະ ໃຫ້ບ່ອນນັ້ນມີກຳລັງຫລາຍທີ່ສຸດ. ແລະ ເພິ່ນໄດ້ໃຫ້ກອງທັບທັງໝົດ ທັງຂອງຊາວນີໄຟ ແລະ ຂອງຊາວເລມັນ ຫລື ຜູ້ຄົນທັງໝົດທີ່ຖືກນັບເຂົ້າຢູ່ໃນບັນດາຊາວນີໄຟມາຕັ້ງປ້ອງກັນພວກເຂົາໂດຍຮອບ ທັງກາງເວັນ ແລະ ກາງຄືນ, ແລະ ປ້ອງກັນພວກເຂົາ ໃຫ້ພົ້ນຈາກພວກໂຈນ.
15 ແທ້ຈິງແລ້ວ, ເພິ່ນໄດ້ກ່າວກັບພວກເຂົາວ່າ: ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ ຖ້າຫາກພວກທ່ານບໍ່ກັບໃຈຈາກຄວາມຊົ່ວຮ້າຍທັງໝົດຂອງພວກທ່ານ ແລະ ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ, ແລ້ວພວກທ່ານຈະບໍ່ມີທາງພົ້ນຈາກກຳມືຂອງພວກໂຈນແກດີອານທັນເຫລົ່ານີ້ໄດ້.
16 ແລະ ຄຳເວົ້າ ແລະ ຄຳທຳນາຍຂອງເລໂຄນິອັດນັ້ນຍິ່ງໃຫຍ່ ແລະ ໜ້າອັດສະຈັນຫລາຍ ຈົນເຮັດໃຫ້ ຄວາມຢ້ານກົວເກີດກັບຜູ້ຄົນທັງໝົດ; ແລະ ພວກເຂົາໄດ້ພະຍາຍາມທຳຕົວດ້ວຍຄວາມສາມາດຂອງພວກເຂົາທີ່ຈະປະຕິບັດຕາມຄຳຂອງເລໂຄນິອັດ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ເລໂຄນິອັດໄດ້ແຕ່ງຕັ້ງໃຫ້ມີຫົວໜ້ານາຍທະຫານ ເພື່ອຄວບຄຸມກອງທັບທັງໝົດຂອງຊາວນີໄຟ, ເພື່ອຈະໄດ້ບັງຄັບບັນຊາໃນເວລາທີ່ພວກໂຈນຈະຍົກທັບລົງມາຈາກຖິ່ນແຫ້ງແລ້ງກັນດານເພື່ອໂຈມຕີພວກເຂົາ.
18 ບັດນີ້ມີການແຕ່ງຕັ້ງຫົວໜ້າໃຫຍ່ທີ່ສຸດໃນບັນດາຫົວໜ້ານາຍທະຫານທັງໝົດ ແລະ ຜູ້ບັງຄັບບັນຊາກອງທັບທັງໝົດຂອງຊາວນີໄຟມີຊື່ວ່າ ກິດກິດໂດໄນ.
19 ບັດນີ້ມັນເປັນທຳນຽມໃນບັນດາຊາວນີໄຟທັງໝົດທີ່ຈະແຕ່ງຕັ້ງຫົວໜ້ານາຍທະຫານຂອງພວກເຂົາ (ນອກຈາກໃນເວລາແຫ່ງຄວາມຊົ່ວຮ້າຍ) ຈາກຄົນທີ່ມີວິນຍານແຫ່ງການເປີດເຜີຍ ແລະ ການທຳນາຍນຳອີກ; ສະນັ້ນ, ກິດກິດໂດໄນຜູ້ນີ້ຈຶ່ງໄດ້ເປັນສາດສະດາຜູ້ຍິ່ງໃຫຍ່ໃນບັນດາພວກເຂົາ, ເຊັ່ນດຽວກັນກັບຫົວໜ້າຜູ້ຕັດສິນ.
20 ບັດນີ້ຜູ້ຄົນໄດ້ກ່າວກັບກິດກິດໂດໄນວ່າ: ຈົ່ງອະທິຖານຫາພຣະເຈົ້າເທາະ, ແລະ ໃຫ້ພວກເຮົາຂຶ້ນໄປເທິງພູ ແລະ ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອພວກເຮົາຈະໄດ້ໂຈມຕີພວກໂຈນ ແລະ ທຳລາຍພວກເຂົາເສຍໃນແຜ່ນດິນຂອງພວກເຂົາເອງ.
21 ແຕ່ກິດກິດໂດໄນໄດ້ກ່າວກັບພວກເຂົາວ່າ: ພຣະຜູ້ເປັນເຈົ້າ ສັ່ງຫ້າມ; ເພາະຖ້າຫາກພວກເຮົາຂືນຂຶ້ນໄປໂຈມຕີພວກເຂົາ ພຣະຜູ້ເປັນເຈົ້າຈະ ສົ່ງພວກເຮົາໄປສູ່ກຳມືຂອງພວກເຂົາ; ສະນັ້ນ ພວກເຮົາຈະຕຽມຕົວເອງໃນໃຈກາງແຜ່ນດິນຂອງພວກເຮົາ, ແລະ ພວກເຮົາຈະເຕົ້າໂຮມກອງທັບທັງໝົດຂອງພວກເຮົາໄວ້, ແລະ ພວກເຮົາຈະບໍ່ໄປໂຈມຕີພວກເຂົາ, ແຕ່ພວກເຮົາຈະລໍຄອຍພວກເຂົາຈົນກວ່າພວກເຂົາຈະຍົກທັບມາໂຈມຕີພວກເຮົາ; ສະນັ້ນ ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່, ຖ້າຫາກພວກເຮົາເຮັດຕາມນີ້ ພຣະອົງຈະສົ່ງພວກເຂົາມາສູ່ກຳມືຂອງພວກເຮົາ.
22 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສິບເຈັດ, ໃນທ້າຍປີທີສິບເຈັດ, ມີການປະກາດຂອງເລໂຄນິອັດອອກໄປຕະຫລອດທົ່ວຜືນແຜ່ນດິນ, ແລະ ພວກເຂົາໄດ້ເອົາມ້າຂອງພວກເຂົາ, ແລະ ລົດຮົບຂອງພວກເຂົາ, ແລະ ຝູງງົວຂອງພວກເຂົາ, ແລະ ຝູງສັດລ້ຽງທັງໝົດຂອງພວກເຂົາ, ແລະ ຝູງສັດໃຊ້ແຮງງານຂອງພວກເຂົາ, ແລະ ພືດພັນທັນຍາຫານຂອງພວກເຂົາ, ແລະ ເຂົ້າຂອງທັງໝົດຂອງພວກເຂົາ, ແລະ ໄດ້ຍົກອອກໄປເປັນພັນໆເປັນໝື່ນ ໆຈົນວ່າພວກເຂົາໄດ້ອອກໄປຮອດບ່ອນທີ່ໄດ້ກຳນົດໄວ້ໃຫ້ພວກເຂົາໄປເຕົ້າໂຮມກັນເພື່ອປ້ອງກັນຕົວໃຫ້ພົ້ນຈາກສັດຕູຂອງພວກເຂົາ.
23 ແລະ ແຜ່ນດິນຊຶ່ງໄດ້ກຳນົດໄວ້ຄື ແຜ່ນດິນເຊຣາເຮັມລາ, ແລະ ແຜ່ນດິນທີ່ຢູ່ລະຫວ່າງແຜ່ນດິນເຊຣາເຮັມລາ ແລະ ແຜ່ນດິນອຸດົມສົມບູນ, ແທ້ຈິງແລ້ວ, ຕາມເສັ້ນທາງທີ່ຢູ່ລະຫວ່າງແຜ່ນດິນອຸດົມສົມບູນກັບແຜ່ນດິນຮ້າງ.
24 ແລະ ມັນມີຜູ້ຄົນຫລາຍພັນຄົນຜູ້ມີຊື່ວ່າຊາວນີໄຟ ໄດ້ມາເຕົ້າໂຮມກັນໃນແຜ່ນດິນນັ້ນ. ບັດນີ້ເລໂຄນິອັດໄດ້ໃຫ້ພວກເຂົາໄປເຕົ້າໂຮມກັນຢູ່ໃນແຜ່ນດິນທາງໃຕ້ ເພາະຄຳສາບແຊ່ງຢ່າງໜັກຊຶ່ງມີກັບ ແຜ່ນດິນທາງເໜືອ.
25 ແລະ ພວກເຂົາໄດ້ເສີມກຳລັງຂຶ້ນເພື່ອຕ້ານທານກັບສັດຕູຂອງພວກເຂົາ; ແລະ ພວກເຂົາໄດ້ຢູ່ໃນແຜ່ນດິນດຽວ ແລະ ໃນກຸ່ມດຽວ, ແລະ ພວກເຂົາຢ້ານກົວຄຳທີ່ເລໂຄນິອັດໄດ້ເວົ້າໄວ້, ເຖິງຂະໜາດທີ່ພວກເຂົາໄດ້ກັບໃຈຈາກບາບທັງໝົດຂອງພວກເຂົາ; ແລະ ພວກເຂົາໄດ້ອະທິຖານຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ເພື່ອພຣະອົງຈະໄດ້ ປົດປ່ອຍພວກເຂົາໃນເວລາທີ່ສັດຕູຈະຍົກທັບມາໂຈມຕີພວກເຂົາ.
26 ແລະ ພວກເຂົາເສົ້າສະຫລົດໃຈຢ່າງຍິ່ງເພາະສັດຕູຂອງພວກເຂົາ. ແລະ ກິດກິດໂດໄນໄດ້ໃຫ້ພວກເຂົາສ້າງ ອາວຸດແຫ່ງສົງຄາມທຸກຊະນິດ, ແລະ ໃຫ້ພວກເຂົາມີກຳລັງດ້ວຍເຄື່ອງປ້ອງກັນ, ແລະ ດ້ວຍໂລ່, ແລະ ດ້ວຍເສື້ອຫຸ້ມເກາະ, ຕາມແບບຢ່າງທີ່ເພິ່ນໄດ້ແນະນຳ.