ພຣະ​ຄຳ​ພີ
3 ນີ​ໄຟ 8


ບົດ​ທີ 8

ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແຜ່ນ​ດິນ​ໄຫວ, ໄຟ​ໄໝ້, ລົມ​ບ້າ​ໝູ, ແລະ ການ​ພັງ​ທະ​ລາຍ​ເປັນ​ຫລັກ​ຖານ​ເຖິງ​ການ​ຄຶງ​ຂອງ​ພຣະ​ຄຣິດ—ຜູ້​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຖືກ​ທຳ​ລາຍ—ຄວາມ​ມືດ​ປົກ​ຄຸມ​ແຜ່ນ​ດິນ​ເປັນ​ເວ​ລາ​ສາມ​ມື້​ສາມ​ຄືນ—ຜູ້​ທີ່​ລອດ​ຕາຍ​ໂສກ​ເສົ້າ​ເສຍ​ໃຈ​ຫລາຍ​ສຳ​ລັບ​ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ. ປະ​ມານ ຄ.ສ. 33–34.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຕາມ​ບັນ​ທຶກ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ຮູ້​ວ່າ​ບັນ​ທຶກ​ຂອງ​ພວກ​ເຮົາ​ຖືກ​ຕ້ອງ, ເພາະ​ຈົ່ງ​ເບິ່ງ, ຊາຍ​ຄົນ​ນີ້​ຜູ້​ທີ່​ໄດ້​ຮັກ​ສາ​ບັນ​ທຶກ​ນີ້​ໄວ້​ເປັນ​ຄົນ​ຊອບ​ທຳ—ເພາະ​ວ່າ​ເປັນ​ຄວາມ​ຈິງ​ແທ້ໆ​ທີ່​ເພິ່ນ​ໄດ້​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ຫລາຍ​ຢ່າງ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ; ແລະ ບໍ່​ມີ​ຄົນ​ໃດ​ທີ່​ຈະ​ເຮັດ ສິ່ງ​ມະ​ຫັດ​ສະ​ຈັນ​ໃນ ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ໄດ້ ນອກ​ຈາກ​ຄົນ​ນັ້ນ​ຈະ​ສະ​ອາດ​ໝົດ​ຈົດ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລາວ​ເສຍ​ກ່ອນ—

2 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ຖ້າ​ວັນ​ເວ​ລາ​ຖືກ​ຕ້ອງ​ຕາມ​ຊາຍ​ຄົນ​ນີ້​ຄິດ​ໄລ່​ໄວ້, ປີ​ທີ ສາມ​ສິບ​ສາມ​ກໍ​ໄດ້​ຜ່ານ​ພົ້ນ​ໄປ;

3 ແລະ ຜູ້​ຄົນ​ເລີ່ມ​ຄອຍ​ເຝົ້າ​ຫາ​ເຄື່ອງ​ໝາຍ​ດ້ວຍ​ຄວາມ​ຕັ້ງ​ໃຈ ຊຶ່ງ​ສາດ​ສະ​ດາ​ຊາ​ມູ​ເອນ​ຄົນ​ເລ​ມັນ​ໄດ້​ໃຫ້​ໄວ້, ແທ້​ຈິງ​ແລ້ວ, ໄດ້​ລໍ​ຖ້າ​ເວ​ລາ​ທີ່​ມັນ​ຈະ​ເກີດ​ມີ ຄວາມ​ມືດ​ເປັນ​ເວ​ລາ​ສາມ​ມື້​ສາມ​ຄືນ​ປົກ​ຄຸມ​ຜືນ​ແຜ່ນ​ດິນ.

4 ແລະ ມັນ​ເລີ່ມ​ມີ​ຄວາມ​ສົງ​ໄສ ແລະ ມີ​ການ​ໂຕ້​ຖຽງ​ກັນ​ຢ່າງ​ຮຸນ​ແຮງ​ໃນ​ບັນ​ດາ​ຜູ້​ຄົນ, ທັງໆ​ທີ່ ເຄື່ອງ​ໝາຍ​ຫລາຍ​ຢ່າງ​ໄດ້​ໃຫ້​ໄວ້​ແລ້ວ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ປີ​ທີ​ສາມ​ສິບ​ສີ່, ໃນ​ເດືອນ​ທຳ​ອິດ, ໃນ​ວັນ​ທີ​ສີ່​ຂອງ​ເດືອນ, ມັນ​ໄດ້​ມີ​ລົມ​ແຮງ​ເກີດ​ຂຶ້ນ​ທົ່ວ​ແຜ່ນ​ດິນ​ຢ່າງ​ທີ່​ບໍ່​ມີ​ຜູ້​ໃດ​ເຄີຍ​ພົບ​ເຫັນ​ມາ​ກ່ອນ​ເລີຍ.

6 ແລະ ມັນ​ໄດ້​ມີ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ​ໃຫຍ່ ແລະ ຮ້າຍ​ແຮງ​ນຳ​ອີກ; ແລະ ມັນ​ມີ ຟ້າ​ຮ້ອງ​ທີ່​ໜ້າ​ຢ້ານ​ກົວ, ເຖິງ​ຂະ​ໜາດ​ທີ່​ມັນ​ໄດ້​ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ທັງ​ໝົດ ສັ່ນ​ສະ​ເທືອນ​ຄື​ກັບ​ວ່າ ມັນ​ຈະ​ແຍກ​ອອກ​ຈາກ​ກັນ.

7 ແລະ ມັນ​ໄດ້​ມີ​ຟ້າ​ແມບ​ເຫລື້ອມ​ຢ່າງ​ໜັກ​ໃນ​ທົ່ວ​ແຜ່ນ​ດິນ, ຢ່າງ​ທີ່​ບໍ່​ເຄີຍ​ພົບ​ເຫັນ​ມາ​ກ່ອນ​ເລີຍ.

8 ແລະ ເມືອງ​ເຊ​ຣາ​ເຮັມ​ລາ​ໄດ້​ຖືກ​ໄຟ​ໄໝ້.

9 ແລະ ເມືອງ​ໂມ​ໂຣ​ໄນ​ໄດ້​ຈົມ​ລົງ​ໄປ​ໃນ​ຄວາມ​ເລິກ​ຂອງ​ທະ​ເລ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ກໍ​ໄດ້​ຈົມ​ລົງ​ໄປ​ໃນ​ນ້ຳ.

10 ແລະ ດິນ​ຖືກ​ຫອບ​ຂຶ້ນ​ໄປ​ຖົມ​ເມືອງ​ໂມ​ໂຣ​ໄນ​ຮາ​ຈົນ​ວ່າ​ມັນ​ເກີດ​ເປັນ​ພູ​ເຂົາ​ໃຫຍ່​ຂຶ້ນ​ແທນ​ເມືອງ.

11 ແລະ ມັນ​ມີ​ຄວາມ​ພິ​ນາດ​ອັນ​ໃຫຍ່​ຫລວງ ແລະ ໜ້າ​ຢ້ານ​ກົວ​ໃນ​ແຜ່ນ​ດິນ​ທາງ​ໃຕ້.

12 ແຕ່​ຈົ່ງ​ເບິ່ງ, ມັນ​ໄດ້​ມີ​ຄວາມ​ພິ​ນາດ​ອັນ​ໃຫຍ່​ຫລວງ ແລະ ໜ້າ​ຢ້ານ​ກົວ​ໃນ​ແຜ່ນ​ດິນ​ທາງ​ເໜືອ​ຫລາຍ​ກວ່າ​ພາກ​ອື່ນໆ; ເພາະ​ຈົ່ງ​ເບິ່ງ, ທັງ​ຜືນ​ແຜ່ນ​ດິນ​ຖືກ​ປ່ຽນ​ໄປ​ຍ້ອນ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ ແລະ ລົມ​ບ້າ​ໝູ, ແລະ ຟ້າ​ຮ້ອງ ແລະ ຟ້າ​ແມບ​ເຫລື້ອມ, ແລະ ມັນ​ໄດ້​ມີ​ແຜ່ນ​ດິນ​ໄຫວ​ຢ່າງ​ຮ້າຍ​ແຮງ​ທົ່ວ​ແຜ່ນ​ດິນ​ໂລກ;

13 ແລະ ເສັ້ນ​ທາງ​ຫລວງ​ສາຍ​ຕ່າງໆ​ໄດ້​ຂາດ​ອອກ, ແລະ ຖະ​ໜົນ​ທີ່​ຮາບ​ພຽງ​ໄດ້​ເສຍ​ຫາຍ​ໄປ, ແລະ ບ່ອນ​ທີ່​ແປນ​ກ້ຽງ​ກັບ​ກາຍ​ເປັນຂຸມ​ຂຸ​ຄະ.

14 ແລະ ເມືອງ​ໃຫຍ່​ທີ່​ມີ​ຊື່​ສຽງ​ຫລາຍ​ເມືອງ​ໄດ້ ຈົມ, ແລະ ຫລາຍ​ເມືອງ​ໄດ້​ຖືກ​ເຜົາ, ແລະ ຫລາຍ​ເມືອງ​ໄດ້​ສັ່ນ​ສະ​ເທືອນ ຈົນ​ວ່າ​ອາ​ຄານ​ຕ່າງໆ​ທີ່​ຢູ່​ໃນ​ນັ້ນ​ເພ​ພັງ​ລົງ​ກັບ​ພື້ນ​ດິນ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ໄດ້​ຖືກ​ຂ້າ​ຕາຍ, ແລະ ສະ​ຖານ​ທີ່​ຕ່າງໆ​ໄດ້​ຖືກ​ປະ​ຖິ້ມ​ໃຫ້​ຮົກ​ຮ້າງ.

15 ແລະ ມີ​ບາງ​ເມືອງ​ທີ່​ເຫລືອ​ຢູ່; ແຕ່​ຄວາມ​ເສຍ​ຫາຍ​ຂອງ​ມັນ​ນັ້ນ​ໃຫຍ່​ຫລວງ​ທີ່​ສຸດ, ແລະ ມີ​ຄົນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຖືກ​ຂ້າ​ຕາຍ.

16 ແລະ ມີ​ບາງ​ຄົນ​ຖືກ​ລົມ​ບ້າ​ໝູ​ຫອບ​ໄປ ແລະ ບໍ່​ມີ​ຜູ້​ໃດ​ຮູ້​ເລີຍ​ວ່າ ພວກ​ເຂົາ​ຖືກ​ພາ​ໄປ​ບ່ອນ​ໃດ; ມີ​ແຕ່​ຮູ້​ວ່າ ພວກ​ເຂົາ​ຖືກ​ຫອບ​ໄປ.

17 ແລະ ທັງ​ແຜ່ນ​ດິນ​ໂລກ​ກັບ​ປ່ຽນ​ຮູບ​ໄປ​ດັ່ງ​ນີ້, ຍ້ອນ​ວ່າ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ຟ້າ​ຮ້ອງ, ແລະ ຟ້າ​ແມບ​ເຫລື້ອມ, ແລະ ການ​ສັ່ນ​ສະ​ເທືອນ​ຂອງ​ແຜ່ນ​ດິນ.

18 ແລະ ຈົ່ງ​ເບິ່ງ, ຫີນ​ໄດ້​ແຍກ​ອອກ​ເປັນ​ສອງ; ມັນ​ໄດ້​ແຍກ​ອອກ​ຢູ່​ທົ່ວ​ແຜ່ນ​ດິນ​ໂລກ, ເຖິງ​ຂະ​ໜາດ​ມັນ​ແຕກ​ເປັນ​ຕ່ອນໆ ແລະ ເປັນ​ຮອຍ​ຕໍ່ ແລະ ແຕກ​ແຫງ​ຢູ່​ທົ່ວ​ໄປ​ຕາມ​ຜືນ​ແຜ່ນ​ດິນ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວ​ລາ​ຟ້າ​ຮ້ອງ, ແລະ ຟ້າ​ແມບ​ເຫລື້ອມ, ແລະ ລົມ​ພະ​ຍຸ, ແລະ ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ແຜ່ນ​ດິນ​ໄຫວ​ຢຸດ​ລົງ—ເພາະ​ຈົ່ງ​ເບິ່ງ, ມັນ​ໄດ້​ເກີດ​ຂຶ້ນ​ເປັນ​ເວ​ລາ​ປະ​ມານ ສາມ​ຊົ່ວ​ໂມງ; ແລະ ບາງ​ຄົນ​ເວົ້າ​ວ່າ​ມັນ​ດົນ​ກວ່າ​ນັ້ນ; ເຖິງ​ຢ່າງ​ໃດ​ກໍ​ຕາມ ເຫດ​ການ​ອັນ​ໃຫຍ່​ຍິ່ງ ແລະ ໜ້າ​ຢ້ານ​ກົວ​ທັງ​ໝົດ​ນີ້​ໄດ້​ເກີດ​ຂຶ້ນ​ເປັນ​ເວ​ລາ​ປະ​ມານ​ສາມ​ຊົ່ວ​ໂມງ—ແລະ ແລ້ວ ຈົ່ງ​ເບິ່ງ, ມັນ​ໄດ້​ມີ​ຄວາມ​ມືດ​ປົກ​ຄຸມ​ທົ່ວ​ຜືນ​ແຜ່ນ​ດິນ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ມີ​ຄວາມ​ມືດ​ອັນ​ໜາ​ແໜ້ນ​ປົກ​ຄຸມ​ທົ່ວ​ຜືນ​ແຜ່ນ​ດິນ, ເຖິງ​ຂະ​ໜາດ​ທີ່​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ ຜູ້​ທີ່​ລອດ​ຕາຍ​ສາ​ມາດ ສຳ​ຜັດ ກິ່ນ​ອາຍ​ແຫ່ງ​ຄວາມ​ມືດ​ໄດ້;

21 ແລະ ມັນ​ບໍ່​ມີ​ຄວາມ​ສະ​ຫວ່າງ​ເລີຍ​ເພາະ​ຄວາມ​ມືດ, ບໍ່​ມີ​ທັງ​ຄວາມ​ສະ​ຫວ່າງ​ຈາກ​ແສງ​ທຽນ, ຈາກ​ແສງ​ກະ​ບອງ; ທັງ​ກໍ່​ໄຟ​ດ້ວຍ​ໄມ້​ແນວ​ດີ ແລະ ໄມ້​ແຫ້ງ​ແທ້ໆ​ກໍ​ບໍ່​ຕິດ, ດັ່ງ​ນັ້ນ ມັນ​ຈຶ່ງ​ບໍ່​ມີ​ຄວາມ​ສະ​ຫວ່າງ​ເລີຍ;

22 ແລະ ມັນ​ບໍ່​ມີ​ຄວາມ​ສະ​ຫວ່າງ​ທີ່​ຈະ​ເຫັນ​ໄດ້​ເລີຍ, ທັງ​ບໍ່​ມີ​ແສງ​ໄຟ, ຫລື ແສງ​ມິງ​ມຽງ, ຫລື ແສງ​ຈາກ​ດວງ​ຕາ​ເວັນ, ຫລື ຈາກ​ດວງ​ເດືອນ, ຫລື ຈາກ​ດວງ​ດາວ, ເພາະ​ໝອກ​ແຫ່ງ​ຄວາມ​ມືດ ຊຶ່ງ​ປົກ​ຄຸມ​ຢູ່​ທົ່ວ​ຜືນ​ແຜ່ນ​ດິນ​ນັ້ນ​ໜາ​ຕຶບ​ທີ່​ສຸດ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ເປັນ​ຢູ່​ເຊັ່ນ​ນີ້​ເປັນ​ເວ​ລາ ສາມ​ມື້​ທີ່​ມັນ​ບໍ່​ມີ​ຄວາມ​ສະ​ຫວ່າງ​ທີ່​ຈະ​ເຫັນ​ໄດ້​ເລີຍ; ແລະ ມັນ​ໄດ້​ມີ​ຄວາມ​ໂສກ​ເສົ້າ ແລະ ສຽງ​ຄວນ​ຄາງ ແລະ ສຽງ​ຮ້ອງ​ໄຫ້​ຢ່າງ​ໃຫຍ່​ຫລວງ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ປວງ​ຕະ​ຫລອດ​ເວ​ລາ; ແທ້​ຈິງ​ແລ້ວ, ສຽງ​ຄວນ​ຄາງ​ຂອງ​ຜູ້​ຄົນ​ນັ້ນ​ໃຫຍ່​ຫລວງ​ເພາະ​ຄວາມ​ມືດ ແລະ ຄວາມ​ພິ​ນາດ​ອັນ​ໃຫຍ່​ຫລວງ​ທີ່​ໄດ້​ມາ​ສູ່​ພວກ​ເຂົາ.

24 ແລະ ໄດ້​ຍິນ​ສຽງ​ຮ້ອງ​ໄຫ້​ຈົ່ມ​ວ່າ​ໃນ​ບ່ອນ​ໜຶ່ງ, ມີ​ຄວາມ​ວ່າ: ໂອ້ ຖ້າ​ຫາກ​ພວກ​ເຮົາ​ໄດ້​ກັບ​ໃຈ​ກ່ອນ​ວັນ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ນີ້, ແລະ ແລ້ວ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ກໍ​ຄົງ​ໄດ້​ຮັບ​ການ​ໄວ້​ຊີ​ວິດ, ແລະ ພວກ​ເຂົາ​ຄົງ​ບໍ່​ໄດ້​ຖືກ​ເຜົາ​ຢູ່​ໃນ​ເມືອງ ເຊ​ຣາ​ເຮັມ​ລາ​ທີ່​ຍິ່ງ​ໃຫຍ່​ນັ້ນ​ເລີຍ.

25 ແລະ ໄດ້​ຍິນ​ສຽງ​ຮ້ອງ​ໄຫ້ ແລະ ຈົ່ມ​ໃນ​ອີກ​ບ່ອນ​ໜຶ່ງ, ມີ​ຄວາມ​ວ່າ: ໂອ້ ຖ້າ​ຫາກ​ພວກ​ເຮົາ​ໄດ້​ກັບ​ໃຈ​ກ່ອນ​ວັນ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ນີ້, ແລະ ບໍ່​ໄດ້​ຂ້າ ແລະ ບໍ່​ໄດ້​ແກວ່ງ​ກ້ອນ​ຫີນ​ໃສ່​ສາດ​ສະ​ດາ, ແລະ ຂັບ​ໄລ່​ພວກ​ເພິ່ນ​ອອກ​ໄປ; ແລ້ວ​ແມ່​ຂອງ​ພວກ​ເຮົາ ແລະ ພວກ​ລູກ​ສາວ​ທີ່​ໜ້າ​ຮັກ​ຂອງ​ພວກ​ເຮົາ, ແລະ ລູກ​ຫລານ​ຂອງ​ພວກ​ເຮົາ​ກໍ​ຄົງ​ໄດ້​ຮັບ​ການ​ໄວ້​ຊີ​ວິດ, ແລະ ຄົງ​ບໍ່​ໄດ້​ຖືກ​ຝັງ​ຢູ່​ໃນ​ເມືອງ​ໂມ​ໂຣ​ໄນ​ຮາ​ທີ່​ຍິ່ງ​ໃຫຍ່​ນັ້ນ. ແລະ ສຽງ​ຄວນ​ຄາງ​ຂອງ​ຜູ້​ຄົນ​ນັ້ນ​ໃຫຍ່​ຫລວງ ແລະ ເປັນ​ໜ້າ​ຢ້ານ​ກົວ​ດັ່ງ​ນັ້ນ.