ບົດທີ 12
ສາດສະດາອີເທີຊັກຊວນໃຫ້ຜູ້ຄົນເຊື່ອໃນພຣະເຈົ້າ—ໂມໂຣໄນເວົ້າຢ້ຳເຖິງການແປກປະຫລາດ ແລະ ສິ່ງອັດສະຈັນທີ່ເຮັດໄດ້ດ້ວຍສັດທາ—ສັດທາເຮັດໃຫ້ນ້ອງຊາຍຂອງຢາເຣັດສາມາດເຫັນພຣະຄຣິດ—ພຣະຜູ້ເປັນເຈົ້າມອບຄວາມອ່ອນແອໃຫ້ມະນຸດເພື່ອບາງທີເຂົາອາດຈະຖ່ອມຕົວລົງ—ນ້ອງຊາຍຂອງຢາເຣັດຍ້າຍພູຊີຣິນໄດ້ດ້ວຍສັດທາ—ສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນເປັນສິ່ງຈຳເປັນຕໍ່ຄວາມລອດ—ໂມໂຣໄນເຫັນພຣະເຢຊູໜ້າຕໍ່ໜ້າ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ອີເທີມີຊີວິດຢູ່ໃນວັນເວລາຂອງ ໂຄຣິອານທະເມີ; ແລະ ໂຄຣິອານທະເມີເປັນກະສັດປົກຄອງທົ່ວແຜ່ນດິນ.
2 ແລະ ອີເທີເປັນສາດສະດາຂອງພຣະຜູ້ເປັນເຈົ້າ; ດັ່ງນັ້ນ ອີເທີຈຶ່ງໄດ້ອອກມາໃນວັນເວລາຂອງໂຄຣິອານທະເມີ, ແລະ ໄດ້ເລີ່ມທຳນາຍແກ່ຜູ້ຄົນ, ເພາະວ່າຈະ ຫ້າມເພິ່ນບໍ່ໄດ້ຍ້ອນ ພຣະວິນຍານຂອງພຣະຜູ້ເປັນເຈົ້າ ຊຶ່ງສະຖິດຢູ່ກັບເພິ່ນ.
3 ເພາະວ່າເພິ່ນໄດ້ ປ່າວປະກາດຕັ້ງແຕ່ຕອນເຊົ້າຈົນຮອດຕາເວັນຕົກດິນ, ແລະ ຊັກຊວນຜູ້ຄົນໃຫ້ເຊື່ອໃນພຣະເຈົ້າເພື່ອຈະນຳໄປສູ່ການກັບໃຈ ຖ້າບໍ່ດັ່ງນັ້ນ ພວກເຂົາຈະຖືກ ທຳລາຍ, ໂດຍກ່າວກັບພວກເຂົາວ່າ ດ້ວຍ ສັດທາ ທຸກສິ່ງທຸກຢ່າງຍ່ອມສຳເລັດ—
4 ດັ່ງນັ້ນ, ຜູ້ໃດທີ່ເຊື່ອໃນພຣະເຈົ້າ ຜູ້ນັ້ນອາດຈະ ມຸ້ງຫວັງຢ່າງແນ່ນອນສຳລັບໂລກທີ່ຈະດີກວ່ານີ້, ແທ້ຈິງແລ້ວ, ແມ່ນທາງເບື້ອງຂວາພຣະຫັດຂອງພຣະເຈົ້າ, ຊຶ່ງຄວາມຫວັງນີ້ມາຈາກສັດທາອັນເຮັດ ຫລັກໝັ້ນໃຫ້ແກ່ຈິດວິນຍານຂອງມະນຸດ, ຊຶ່ງຈະເຮັດໃຫ້ເຂົາແນ່ໃຈ ແລະ ແນ່ວແນ່, ເຮັດວຽກງານດີໃຫ້ຫລາຍຢູ່ສະເໝີ, ອັນຈະນຳໄປຫາ ການຖວາຍບາລະມີແດ່ພຣະເຈົ້າ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ອີເທີໄດ້ທຳນາຍເລື່ອງທີ່ຍິ່ງໃຫຍ່ ແລະ ໜ້າອັດສະຈັນແກ່ຜູ້ຄົນ, ຊຶ່ງພວກເຂົາບໍ່ເຊື່ອຍ້ອນວ່າພວກເຂົາບໍ່ເຫັນມັນ.
6 ແລະ ບັດນີ້ຂ້າພະເຈົ້າໂມໂຣໄນຈະເວົ້າບາງຢ່າງກ່ຽວກັບສິ່ງເຫລົ່ານີ້; ຂ້າພະເຈົ້າຈະສະແດງຕໍ່ໂລກວ່າ ສັດທາຄືສິ່ງທີ່ ມຸ້ງຫວັງໄວ້ ແລະ ຍັງ ບໍ່ທັນເຫັນ; ດັ່ງນັ້ນ ຈົ່ງຢ່າໄດ້ໂຕ້ຖຽງກັນເລີຍ, ເພາະທ່ານບໍ່ເຫັນຍ້ອນວ່າທ່ານຈະບໍ່ໄດ້ຮັບພະຍານຈົນກວ່າຫລັງຈາກ ການທົດລອງສັດທາຂອງທ່ານ.
7 ເພາະເປັນດ້ວຍສັດທາທີ່ພຣະຄຣິດໄດ້ມາປະກົດຕົວແກ່ບັນພະບຸລຸດຂອງພວກເຮົາ, ຫລັງຈາກພຣະອົງໄດ້ຟື້ນຄືນພຣະຊົນແລ້ວ; ແລະ ພຣະອົງຈະບໍ່ປະກົດຕົວແກ່ພວກເຂົາ ຈົນກວ່າຫລັງຈາກພວກເຂົາມີສັດທາໃນພຣະອົງແລ້ວ; ດັ່ງນັ້ນ, ມັນຈຶ່ງຕ້ອງເປັນໄປວ່າ ບາງຄົນມີສັດທາໃນພຣະອົງ, ເພາະວ່າພຣະອົງບໍ່ໄດ້ປະກົດຕົວແກ່ໂລກ.
8 ແຕ່ເປັນຍ້ອນສັດທາຂອງມະນຸດ ພຣະອົງຈຶ່ງຈະມາປະກົດຕົວແກ່ໂລກ, ແລະ ຖວາຍບາລະມີພຣະນາມ ຂອງພຣະບິດາ, ແລະ ຕຽມທາງໄວ້ເພື່ອໂດຍທາງນັ້ນ ຜູ້ອື່ນຈະໄດ້ມີສ່ວນໃນຂອງປະທານຈາກສະຫວັນ, ເພື່ອເຂົາຈະໄດ້ຫວັງໃນສິ່ງເຫລົ່ານັ້ນ ຊຶ່ງພວກເຂົາຍັງບໍ່ທັນເຫັນເທື່ອ.
9 ດັ່ງນັ້ນ, ທ່ານຈະມີຄວາມຫວັງອີກ, ແລະ ເປັນຜູ້ມີສ່ວນໃນຂອງປະທານນັ້ນ, ຖ້າພຽງແຕ່ທ່ານມີສັດທາ.
10 ຈົ່ງເບິ່ງ ເປັນດ້ວຍສັດທາຄົນໃນສະໄໝກ່ອນ ຈຶ່ງຖືກ ເອີ້ນຕາມລະບຽບອັນສັກສິດຂອງພຣະເຈົ້າ.
11 ດັ່ງນັ້ນ, ດ້ວຍສັດທາ ພຣະອົງຈຶ່ງປະທານກົດຂອງໂມເຊໃຫ້. ແຕ່ດ້ວຍຂອງປະທານຂອງພຣະບຸດຂອງພຣະອົງ ພຣະເຈົ້າຈຶ່ງໄດ້ຕຽມເສັ້ນທາງ ອັນປະເສີດທີ່ສຸດໃຫ້; ແລະ ເປັນດ້ວຍສັດທາມັນຈຶ່ງສຳເລັດ.
12 ເພາະຖ້າຫາກບໍ່ມີ ສັດທາໃນບັນດາລູກຫລານມະນຸດ ພຣະເຈົ້າຈະເຮັດ ສິ່ງມະຫັດສະຈັນໃນບັນດາພວກເຂົາບໍ່ໄດ້; ດັ່ງນັ້ນ ພຣະອົງຈຶ່ງບໍ່ປະກົດຕົວຈົນກວ່າຫລັງຈາກທີ່ພວກເຂົາມີສັດທາ.
13 ຈົ່ງເບິ່ງ, ມັນແມ່ນສັດທາຂອງແອວມາ ແລະ ແອມມິວເລັກທີ່ເຮັດໃຫ້ ຄຸກພັງທະລາຍລົງພື້ນດິນ.
14 ຈົ່ງເບິ່ງ, ມັນແມ່ນສັດທາຂອງນີໄຟ ແລະ ລີໄຮທີ່ເຮັດໃຫ້ເກີດການ ປ່ຽນແປງກັບຊາວເລມັນ, ຈົນວ່າພວກເຂົາໄດ້ຮັບບັບຕິສະມາດ້ວຍໄຟ ແລະ ດ້ວຍ ພຣະວິນຍານບໍລິສຸດ.
15 ຈົ່ງເບິ່ງ, ມັນແມ່ນສັດທາຂອງ ອຳໂມນ ແລະ ພີ່ນ້ອງຂອງລາວ ຊຶ່ງໄດ້ ເຮັດສິ່ງມະຫັດສະຈັນອັນຍິ່ງໃຫຍ່ເຊັ່ນນີ້ໃນບັນດາຊາວເລມັນ.
16 ແທ້ຈິງແລ້ວ, ແລະ ຄົນທັງປວງທີ່ເຮັດ ສິ່ງມະຫັດສະຈັນກໍເຮັດດ້ວຍ ສັດທາ, ເຖິງແມ່ນຜູ້ທີ່ເປັນຢູ່ມາກ່ອນພຣະຄຣິດ ແລະ ຜູ້ທີ່ເປັນຢູ່ພາຍຫລັງພຣະຄຣິດກໍຄືກັນ.
17 ແລະ ມັນເປັນຍ້ອນສັດທາທີ່ສານຸສິດສາມຄົນໄດ້ຮັບສັນຍາວ່າ ພວກເພິ່ນ ບໍ່ຈຳເປັນຕ້ອງຊີມລົດຊາດຂອງຄວາມຕາຍເລີຍ; ແລະ ພວກເພິ່ນບໍ່ໄດ້ຮັບສັນຍານີ້ຈົນກວ່າຫລັງຈາກພວກເພິ່ນມີສັດທາ.
18 ແລະ ທັງບໍ່ວ່າເວລາໃດກໍຕາມ ຈະບໍ່ມີຜູ້ໃດສາມາດເຮັດສິ່ງມະຫັດສະຈັນໄດ້ເລີຍຈົນກວ່າຜູ້ນັ້ນຈະມີສັດທາເສຍກ່ອນ; ດັ່ງນັ້ນ ກ່ອນອື່ນໝົດເຂົາຕ້ອງເຊື່ອໃນພຣະບຸດຂອງພຣະເຈົ້າເສຍກ່ອນ.
19 ແລະ ມີຫລາຍຄົນທີ່ມີສັດທາອັນແຮງກ້າ, ແມ່ນແຕ່ ກ່ອນພຣະຄຣິດສະເດັດມາ, ຜູ້ບໍ່ສາມາດຖືກກີດກັນຈາກພາຍໃນ ມ່ານ, ແຕ່ໄດ້ເຫັນດ້ວຍຕາຂອງຕົນເອງ ຊຶ່ງສິ່ງເຫລົ່ານັ້ນ ພວກເຂົາໄດ້ເຫັນແລ້ວດ້ວຍຕາແຫ່ງສັດທາ, ແລະ ພວກເຂົາກໍພໍໃຈ.
20 ແລະ ຈົ່ງເບິ່ງ, ພວກເຮົາເຫັນໃນບັນທຶກນີ້ວ່າ ຄົນຜູ້ໜຶ່ງໃນຈຳນວນຄົນເຫລົ່ານີ້ຄືນ້ອງຊາຍຂອງຢາເຣັດ; ຍ້ອນວ່າລາວມີສັດທາອັນຍິ່ງໃຫຍ່ທີ່ສຸດໃນພຣະເຈົ້າ, ເວລາພຣະເຈົ້າເດ່ ນິ້ວພຣະຫັດອອກມາ ພຣະອົງຈຶ່ງບໍ່ສາມາດເຊື່ອງມັນໄວ້ໃຫ້ພົ້ນຈາກສາຍຕາຂອງນ້ອງຊາຍຂອງຢາເຣັດໄດ້, ເພາະດ້ວຍພຣະຄຳຂອງພຣະອົງທີ່ຮັບສັ່ງກັບລາວ ຊຶ່ງຄຳນັ້ນລາວໄດ້ຮັບມາໂດຍສັດທາ.
21 ແລະ ຫລັງຈາກນ້ອງຊາຍຂອງຢາເຣັດເຫັນນິ້ວພຣະຫັດຂອງພຣະຜູ້ເປັນເຈົ້າແລ້ວ, ເປັນເພາະ ສັນຍາທີ່ນ້ອງຊາຍຂອງຢາເຣັດໄດ້ຮັບມາໂດຍສັດທາ, ພຣະຜູ້ເປັນເຈົ້າຈຶ່ງບໍ່ສາມາດບັງສິ່ງໃດໃຫ້ພົ້ນຈາກສາຍຕາຂອງລາວໄດ້; ດັ່ງນັ້ນ ພຣະອົງຈຶ່ງສະແດງທຸກສິ່ງທຸກຢ່າງແກ່ລາວ, ເພາະພຣະອົງບໍ່ສາມາດກີດກັນລາວໃຫ້ຢູ່ນອກ ມ່ານອີກຕໍ່ໄປ.
22 ແລະ ເປັນດ້ວຍສັດທາທີ່ບັນພະບຸລຸດຂອງຂ້າພະເຈົ້າໄດ້ຮັບ ສັນຍາວ່າ ສິ່ງເຫລົ່ານີ້ຈະມາຫາພີ່ນ້ອງຂອງພວກເຂົາໂດຍຜ່ານຄົນຕ່າງຊາດ; ສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງບັນຊາຂ້າພະເຈົ້າ; ແທ້ຈິງແລ້ວ, ຄືພຣະເຢຊູຄຣິດ.
23 ແລະ ຂ້າພະເຈົ້າທູນຕໍ່ພຣະອົງວ່າ: ພຣະອົງເຈົ້າເອີຍ, ຄົນຕ່າງຊາດຈະເຍາະເຍີ້ຍສິ່ງເຫລົ່ານີ້, ເພາະ ຄວາມອ່ອນແອຂອງການຂຽນຂອງພວກຂ້ານ້ອຍ; ເພາະພຣະອົງເຈົ້າເອີຍ ພຣະອົງໄດ້ເຮັດໃຫ້ພວກຂ້ານ້ອຍ ຍິ່ງໃຫຍ່ໃນຄຳເວົ້າໂດຍສັດທາ, ແຕ່ພຣະອົງບໍ່ໄດ້ເຮັດໃຫ້ພວກຂ້ານ້ອຍຍິ່ງໃຫຍ່ໃນການຂຽນ; ເພາະພຣະອົງເຮັດໃຫ້ຜູ້ຄົນພວກນີ້ເວົ້າໄດ້ຫລາຍເພາະພຣະວິນຍານບໍລິສຸດຊຶ່ງພຣະອົງໄດ້ປະທານໃຫ້ແກ່ພວກເຂົາ;
24 ແລະ ພຣະອົງໄດ້ເຮັດໃຫ້ພວກຂ້ານ້ອຍຂຽນໄດ້ພຽງໜ້ອຍດຽວ, ເພາະຄວາມບໍ່ຊຳນິຊຳນານຂອງມືຂອງພວກຂ້ານ້ອຍ. ຈົ່ງເບິ່ງ, ພຣະອົງບໍ່ໄດ້ເຮັດໃຫ້ພວກຂ້ານ້ອຍຍິ່ງໃຫຍ່ໃນ ການຂຽນຄືກັນກັບນ້ອງຊາຍຂອງຢາເຣັດ, ເພາະພຣະອົງເຮັດໃຫ້ເລື່ອງຊຶ່ງລາວຂຽນໄວ້ນັ້ນຍິ່ງໃຫຍ່ຄືກັນກັບພຣະອົງ, ຈົນວ່າເກີນກຳລັງຂອງມະນຸດທີ່ຈະອ່ານມັນໄດ້.
25 ພຣະອົງເຮັດໃຫ້ຄຳເວົ້າຂອງພວກຂ້ານ້ອຍມີອຳນາດ ແລະ ຍິ່ງໃຫຍ່ນຳອີກ, ຈົນວ່າພວກຂ້ານ້ອຍຂຽນໄວ້ບໍ່ໄດ້; ດັ່ງນັ້ນ, ເວລາພວກຂ້ານ້ອຍຂຽນ ພວກຂ້ານ້ອຍຈຶ່ງເຫັນຄວາມອ່ອນແອຂອງຕົນ, ແລະ ສະດຸດຍ້ອນວ່າການວາງຄຳເວົ້າຂອງພວກຂ້ານ້ອຍ; ແລະ ຂ້ານ້ອຍຢ້ານວ່າຄົນຕ່າງຊາດຈະ ເຍາະເຍີ້ຍຄຳເວົ້າຂອງພວກຂ້ານ້ອຍ.
26 ແລະ ເວລາຂ້າພະເຈົ້າເວົ້າຂໍ້ຄວາມນີ້ແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຄົນໂງ່ຈະ ເຍາະເຍີ້ຍ, ແຕ່ວ່າເຂົາຈະເປັນທຸກ; ແລະ ຄຸນງາມຄວາມດີຂອງເຮົາມີພຽງພໍສຳລັບຄົນທີ່ອ່ອນໂຍນ, ເພື່ອເຂົາຈະບໍ່ເອົາປຽບຄວາມອ່ອນແອຂອງເຈົ້າ.
27 ແລະ ຖ້າຫາກມະນຸດມາຫາເຮົາ, ເຮົາຈະສະແດງໃຫ້ເຂົາເຫັນ ຄວາມອ່ອນແອຂອງເຂົາ. ເຮົາຈະ ມອບຄວາມອ່ອນແອໃຫ້ມະນຸດ ເພື່ອເຂົາຈະໄດ້ຖ່ອມຕົວ; ແລະ ພຣະຄຸນຂອງເຮົາມີພຽງພໍສຳລັບຄົນທັງປວງທີ່ ຖ່ອມຕົວຕໍ່ໜ້າເຮົາ; ເພາະຖ້າຫາກເຂົາຖ່ອມຕົວຕໍ່ໜ້າເຮົາ, ແລະ ມີສັດທາໃນເຮົາ, ເວລານັ້ນເຮົາຈະເຮັດໃຫ້ສິ່ງທີ່ ອ່ອນແອນັ້ນກັບມາເຂັ້ມແຂງສຳລັບເຂົາ.
28 ຈົ່ງເບິ່ງ, ເຮົາຈະສະແດງໃຫ້ຄົນຕ່າງຊາດເຫັນຄວາມອ່ອນແອຂອງເຂົາ, ແລະ ເຮົາຈະສະແດງໃຫ້ເຂົາເຫັນວ່າ ສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນຈະນຳພວກເຂົາມາຫາເຮົາ—ຊຶ່ງເປັນອ່າງນ້ຳແຫ່ງຄວາມຊອບທຳທັງປວງ.
29 ແລະ ຂ້າພະເຈົ້າໂມໂຣໄນເວລາໄດ້ຍິນຂໍ້ຄວາມເຫລົ່ານີ້ແລ້ວ, ກໍສະບາຍໃຈຂຶ້ນ, ແລະ ທູນວ່າ: ໂອ້ ພຣະຜູ້ເປັນເຈົ້າ, ພຣະປະສົງອັນຊອບທຳຂອງພຣະອົງຈະສຳເລັດ, ເພາະວ່າຂ້ານ້ອຍຮູ້ວ່າ ພຣະອົງເຮັດວຽກງານໃຫ້ລູກຫລານມະນຸດຕາມສັດທາຂອງເຂົາ;
30 ເພາະນ້ອງຊາຍຂອງຢາເຣັດເວົ້າກັບພູຊີຣິນວ່າ, ຈົ່ງ ຍ້າຍໄປ—ແລະ ມັນກໍໄດ້ຍ້າຍໄປ. ແລະ ຖ້າຫາກລາວບໍ່ມີສັດທາ ມັນກໍຈະບໍ່ຍ້າຍໄປ; ດັ່ງນັ້ນ ພຣະອົງຈຶ່ງເຮັດວຽກງານຫລັງຈາກທີ່ມະນຸດມີສັດທາ.
31 ເພາະວ່າພຣະອົງໄດ້ສະແດງພຣະອົງເອງໃຫ້ປະຈັກແກ່ສານຸສິດຂອງພຣະອົງຕາມນັ້ນ; ເພາະຫລັງຈາກທີ່ພວກເຂົາມີ ສັດທາ ແລະ ໄດ້ເວົ້າໃນພຣະນາມຂອງພຣະອົງ, ພຣະອົງຈຶ່ງໄດ້ປະກົດຕົວຕໍ່ພວກເຂົາດ້ວຍອຳນາດອັນຍິ່ງໃຫຍ່.
32 ແລະ ຂ້ານ້ອຍຈື່ໄດ້ອີກວ່າ ພຣະອົງກ່າວວ່າ ພຣະອົງໄດ້ຕຽມທີ່ພັກໄວ້ໃຫ້ແກ່ມະນຸດ, ແທ້ຈິງແລ້ວ, ແມ່ນໃນທ່າມກາງ ຜາສາດຂອງພຣະບິດາຂອງພຣະອົງ, ຊຶ່ງໃນນັ້ນ ມະນຸດຈະໄດ້ມີ ຄວາມຫວັງອັນປະເສີດທີ່ສຸດ; ດັ່ງນັ້ນ ມະນຸດຈຶ່ງຕ້ອງມີຄວາມຫວັງ, ຖ້າບໍ່ດັ່ງນັ້ນ ເຂົາຈະຮັບມູນມໍລະດົກໃນບ່ອນທີ່ພຣະອົງຕຽມໄວ້ບໍ່ໄດ້.
33 ແລະ ອີກເທື່ອໜຶ່ງ, ຂ້ານ້ອຍຈື່ໄດ້ອີກວ່າ ພຣະອົງກ່າວວ່າ ພຣະອົງ ຮັກໂລກ, ຈົນຍອມເສຍສະລະພຣະຊົນເພື່ອໂລກ, ເພື່ອພຣະອົງຈະໄດ້ຮັບພຣະຊົນຄືນອີກ ເພື່ອຕຽມບ່ອນໄວ້ໃຫ້ລູກຫລານມະນຸດ.
34 ແລະ ບັດນີ້ຂ້ານ້ອຍຮູ້ວ່າ ຄວາມຮັກນີ້ຊຶ່ງພຣະອົງມີຕໍ່ລູກຫລານມະນຸດເປັນຄວາມໃຈບຸນ; ດັ່ງນັ້ນ, ຖ້າຫາກມະນຸດບໍ່ມີຄວາມໃຈບຸນແລ້ວ ເຂົາຈະຮັບບ່ອນຊຶ່ງພຣະອົງຕຽມໄວ້ໃນຜາສາດຂອງພຣະບິດາຂອງພຣະອົງບໍ່ໄດ້.
35 ດັ່ງນັ້ນ, ຂ້ານ້ອຍຮູ້ຈັກສິ່ງເຫລົ່ານີ້ຊຶ່ງພຣະອົງກ່າວ, ວ່າຖ້າຫາກຄົນຕ່າງຊາດບໍ່ມີຄວາມໃຈບຸນ, ເພາະຄວາມອ່ອນແອຂອງພວກຂ້ານ້ອຍ, ວ່າພຣະອົງຈະພິສູດເຂົາ, ແລະ ເອົາ ພອນສະຫວັນໄປຈາກເຂົາ, ແທ້ຈິງແລ້ວ, ເຖິງແມ່ນສິ່ງຊຶ່ງເຂົາໄດ້ຮັບ, ແລະ ຈະມອບໃຫ້ແກ່ຜູ້ທີ່ຈະມີຄວາມໃຈບຸນຢ່າງລົ້ນເຫລືອ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ອະທິຖານຫາພຣະຜູ້ເປັນເຈົ້າຂໍໃຫ້ພຣະອົງປະທານ ຄຸນງາມຄວາມດີໃຫ້ແກ່ຄົນຕ່າງຊາດ, ເພື່ອພວກເຂົາຈະໄດ້ມີຄວາມໃຈບຸນ.
37 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຖ້າຫາກພວກເຂົາບໍ່ມີຄວາມໃຈບຸນ ມັນກໍບໍ່ສຳຄັນສຳລັບເຈົ້າ, ເຈົ້າເປັນຄົນຊື່ສັດ; ດັ່ງນັ້ນ ອາພອນຂອງເຈົ້າຈຶ່ງຖືກຊຳລະລ້າງໃຫ້ ຂາວສະອາດແລ້ວ. ແລະ ຍ້ອນວ່າເຈົ້າເຫັນ ຄວາມອ່ອນແອຂອງເຈົ້າເອງ, ເຈົ້າຈຶ່ງຖືກເຮັດໃຫ້ເຂັ້ມແຂງຂຶ້ນ, ຈົນວ່າສາມາດໄປນັ່ງລົງໃນບ່ອນ ຊຶ່ງເຮົາໄດ້ຕຽມໄວ້ໃນຜາສາດຂອງພຣະບິດາຂອງເຮົາ.
38 ແລະ ບັດນີ້ຂ້າພະເຈົ້າໂມໂຣໄນຂໍກ່າວຄຳອຳລາຄົນຕ່າງຊາດ, ແທ້ຈິງແລ້ວ, ແລະ ທັງພີ່ນ້ອງຂອງຂ້າພະເຈົ້າຜູ້ທີ່ຂ້າພະເຈົ້າຮັກແພງນຳອີກ, ຈົນກວ່າພວກເຮົາຈະພົບກັນອີກຕໍ່ໜ້າ ບັນລັງພິພາກສາຂອງພຣະຄຣິດ, ຊຶ່ງເປັນບ່ອນທີ່ຄົນທັງໝົດຈະຮູ້ຈັກວ່າ ອາພອນຂອງຂ້າພະເຈົ້າບໍ່ມີຈຸດດ່າງດຳດ້ວຍເລືອດຂອງທ່ານ.
39 ແລະ ເວລານັ້ນທ່ານຈະຮູ້ວ່າ ຂ້າພະເຈົ້າໄດ້ ເຫັນພຣະເຢຊູ, ແລະ ວ່າພຣະອົງໄດ້ກ່າວກັບຂ້າພະເຈົ້າ ໜ້າຕໍ່ໜ້າ, ແລະ ວ່າພຣະອົງໄດ້ກ່າວກັບຂ້າພະເຈົ້າດ້ວຍຄວາມຖ່ອມຕົວຢ່າງງ່າຍດາຍ, ຄືກັນກັບຄົນຜູ້ໜຶ່ງເວົ້າກັບຄົນອີກຜູ້ໜຶ່ງໃນພາສາຂອງຂ້າພະເຈົ້າເອງກ່ຽວກັບເລື່ອງເຫລົ່ານີ້;
40 ແລະ ຂ້າພະເຈົ້າໄດ້ຂຽນໄວ້ພຽງໜ້ອຍດຽວເທົ່ານັ້ນ, ເພາະຄວາມອ່ອນແອໃນການຂຽນຂອງຂ້າພະເຈົ້າ.
41 ແລະ ບັດນີ້, ຂ້າພະເຈົ້າຂໍແນະນຳໃຫ້ທ່ານ ສະແຫວງຫາພຣະເຢຊູອົງນີ້ ຜູ້ຊຶ່ງສາດສະດາ ແລະ ອັກຄະສາວົກໄດ້ຂຽນໄວ້, ເພື່ອພຣະຄຸນຂອງພຣະເຈົ້າອົງເປັນພຣະບິດາ, ແລະ ຂອງອົງພຣະເຢຊູຄຣິດເຈົ້ານຳອີກ, ແລະ ພຣະວິນຍານບໍລິສຸດ ຊຶ່ງ ເປັນພະຍານເຖິງພວກພຣະອົງ, ເພື່ອຈະຢູ່ນຳ ແລະ ສະຖິດຢູ່ໃນທ່ານຕະຫລອດໄປ. ອາແມນ.