ບົດວິເຄາະໂດຍຫຍໍ້ກ່ຽວກັບພຣະຄຳພີມໍມອນ
ພຣະຄຳພີມໍມອນເປັນບັນທຶກທີ່ສັກສິດຂອງຊາວອາເມຣິກາສະໄໝບູຮານ ແລະ ໄດ້ບັນທຶກໄວ້ໃນແຜ່ນໂລຫະຕ່າງໆ. ບັນທຶກເຫລົ່ານີ້ໄດ້ຖືກຫຍໍ້ມາຈາກ ແຫລ່ງດັ່ງຕໍ່ໄປນີ້:
-
ແຜ່ນຈາລຶກຂອງນີໄຟ ຊຶ່ງມີຢູ່ສອງແບບ. ແຜ່ນຈາລຶກນ້ອຍກັບແຜ່ນຈາລຶກໃຫຍ່. ແບບທຳອິດແມ່ນເຈາະຈົງໃສ່ສິ່ງສັກສິດ ແລະ ການຮັບໃຊ້ ແລະ ການສິດສອນຂອງສາດສະດາທັງຫລາຍ, ຊຶ່ງສ່ວນຖັດກັນໄປນັ້ນແມ່ນເຕັມໄປດ້ວຍປະຫວັດສາດຂອງຝູງຊົນທີ່ກ່ຽວຂ້ອງ (1 ນີໄຟ 9:2–4). ເຖິງຢ່າງໃດກໍຕາມ, ຫລັງຈາກວັນເວລາຂອງໂມໄຊຢາ, ແຜ່ນຈາລຶກໃຫຍ່ໄດ້ມີຂໍ້ຄວາມອັນສັກສິດຮ່ວມຢູ່ດ້ວຍ.
-
ແຜ່ນຈາລຶກຂອງມໍມອນ ຊຶ່ງມີຂໍ້ຄວາມຫຍໍ້ມາຈາກແຜ່ນຈາລຶກໃຫຍ່ຂອງນີໄຟ, ຈັດຂຶ້ນໂດຍມໍມອນ ມີຄຳອະທິບາຍຫລາຍຢ່າງ. ແຜ່ນຈາລຶກເຫລັ້ມນີ້ໄດ້ບັນຈຸປະຫວັດສາດສະໄໝຕໍ່ມາທີ່ເພິ່ນຂຽນໄວ້ ລວມທັງຂໍ້ຄວາມເພີ່ມເຕີມໂດຍໂມໂຣໄນຜູ້ເປັນລູກຊາຍຂອງມໍມອນ.
-
ແຜ່ນຈາລຶກຂອງອີເທີ ຊຶ່ງເປັນປະຫວັດສາດຂອງຊາວຢາເຣັດ. ການບັນທຶກສ່ວນນີ້ຖືກຫຍໍ້ໂດຍໂມໂຣໄນ, ຜູ້ຊຶ່ງໄດ້ເພີ່ມເຕີມເນື້ອຄວາມອະທິບາຍຂອງຕົນເອງໃສ່ໃນນັ້ນ ແລະ ໄດ້ຮວມບັນທຶກໄວ້ໃນຫົວຂໍ້ຂອງ “ໜັງສືອີເທີ.”
-
ແຜ່ນຈາລຶກທອງເຫລືອງ ທີ່ໄດ້ນຳມາໂດຍຜູ້ຄົນຂອງລີໄຮ ຊຶ່ງອອກຈາກເຢຣູຊາເລັມ 600 ປີ ກ່ອນຄຣິສຕະສັກກະລາດ. ແຜ່ນຈາລຶກນີ້ໄດ້ບັນທຶກ “ໜັງສືຫ້າເຫລັ້ມຂອງໂມເຊ, … ແລະ ພ້ອມດ້ວຍບັນທຶກຂອງຊາວຢິວຕັ້ງແຕ່ຕົ້ນ, … ລົງມາເຖິງການເລີ່ມຕົ້ນຂອງການປົກຄອງຂອງເຊເດກີຢາ ກະສັດຂອງຊາວຢູດາ ແລະ ຄຳທຳນາຍຂອງສາດສະດາຜູ້ສັກສິດ” (1 ນີໄຟ 5:11–13). ໄດ້ມີຄຳກ່າວອ້າງມາຈາກແຜ່ນຈາລຶກເຫລົ່ານີ້, ກ່າວອ້າງຄຳຂອງເອຊາຢາ ແລະ ສາດສະດາຜູ້ທີ່ຢູ່ໃນພຣະຄຳພີ ຫລື ບໍ່ໄດ້ຢູ່ໃນພຣະຄຳພີ ໄດ້ປະກົດຢູ່ໃນພຣະຄຳພີມໍມອນ.
ພຣະຄຳພີມໍມອນປະກອບດ້ວຍພາກໃຫຍ່ ສິບຫ້າ ພາກ ຫລື ໝວດ ຍົກເວັ້ນພາກດຽວ ຊຶ່ງເອີ້ນກັນວ່າ ໜັງສື, ຕາມທຳມະດາແລ້ວ ຈະເປັນຕາມຊື່ຂອງຜູ້ຂຽນເລື່ອງເປັນສ່ວນໃຫຍ່. ພາກສ່ວນທຳອິດ (ໜັງສື ຫົກສະບັບທຳອິດສິ້ນສຸດດ້ວຍອອມໄນ) ແມ່ນການແປຈາກແຜ່ນຈາລຶກນ້ອຍຂອງນີໄຟ. ຄຳຂອງມໍມອນໄດ້ຖືກສອດໃສ່ຂັ້ນກາງໜັງສືອອມໄນກັບໜັງສືໂມໄຊຢາເພື່ອຄຳຂອງມໍມອນຈະໄດ້ຕໍ່ບັນທຶກໃນແຜ່ນຈາລຶກນ້ອຍເຂົ້າກັບການຫຍໍ້ຂອງມໍມອນ ທີ່ເອົາມາຈາກແຜ່ນຈາລຶກໃຫຍ່.
ພາກທີ່ຍາວທີ່ສຸດແມ່ນເລີ່ມຕັ້ງແຕ່ໂມໄຊຢາຈົນເຖິງມໍມອນ ບົດທີ 7 ລວມທັງການແປຄວາມຫຍໍ້ຂອງມໍມອນ ຈາກແຜ່ນຈາລຶກໃຫຍ່ຂອງນີໄຟ. ພາກສະຫລຸບ ຈາກມໍມອນ ບົດທີ 8 ໄປຈົນຈົບເຫລັ້ມແມ່ນໂມໂຣໄນ ຜູ້ເປັນລູກຊາຍຂອງມໍມອນໄດ້ຈາລຶກໄວ້ຫລັງຈາກສິ້ນສຸດການບັນທຶກຊີວະປະຫວັດຂອງບິດາຂອງເພິ່ນ. ແລ້ວໄດ້ເຮັດຄວາມຫຍໍ້ຂອງບັນທຶກຂອງຊາວຢາເຣັດໄວ້ (ເປັນໜັງສືອີເທີ). ຕໍ່ມາເພິ່ນໄດ້ເພີ່ມເຕີມພາກທີ່ຮູ້ຈັກກັນວ່າ ໜັງສືໂມໂຣໄນ.
ໃນ ຫລື ປະມານ ຄ.ສ. 421, ໂມໂຣໄນ, ຜູ້ເປັນສາດສະດາ-ນັກປະຫວັດສາດຂອງຊາວນີໄຟຄົນສຸດທ້າຍໄດ້ຜະນຶກບັນທຶກອັນສັກສິດນັ້ນ ແລະ ໄດ້ເຊື່ອງມັນໄວ້ກັບພຣະຜູ້ເປັນເຈົ້າ ເພື່ອຈະໄດ້ນຳອອກມາໃນຍຸກສຸດທ້າຍ, ດັ່ງທີ່ທຳນາຍໄວ້ໂດຍສຸລະສຽງຂອງພຣະເຈົ້າ ຜ່ານສາດສະດາສະໄໝບູຮານຂອງພຣະອົງ. ໃນ ຄ.ສ. 1823, ໂມໂຣໄນຜູ້ດຽວກັນນີ້ ຜູ້ທີ່ຟື້ນຄືນຊີວິດແລ້ວ, ໄດ້ມາຢ້ຽມຢາມສາດສະດາໂຈເຊັບ ສະມິດ ແລ້ວມອບແຜ່ນຈາລຶກ ຊຶ່ງມີອັກຂະລະໃຫ້ເພິ່ນ.
ກ່ຽວກັບສະບັບນີ້: ໜ້າວິເຄາະຕົ້ນສະບັບ, ຢູ່ກ່ອນໜ້າສາລະບານ, ຖືກຍົກເອົາມາຈາກແຜ່ນຈາລຶກ ແລະ ເປັນຂໍ້ຄວາມສ່ວນໜຶ່ງທີ່ສັກສິດ. ຄຳນຳທີ່ບໍ່ໄດ້ເປັນຕົວເນີ້ງ, ດັ່ງເຊັ່ນຢູ່ໃນ 1 ນີໄຟ ແລະ ຢູ່ກ່ອນໜ້າ ໂມໄຊຢາ ບົດທີ 9, ກໍເປັນຂໍ້ຄວາມສ່ວນໜຶ່ງທີ່ສັກສິດຄືກັນ. ຄຳນຳທີ່ເປັນຕົວເນີ້ງ, ດັ່ງເຊັ່ນໃນຫົວຂໍ້ບົດ, ບໍ່ແມ່ນຂໍ້ຄວາມຈາກສະບັບຕົ້ນ ແຕ່ຊ່ວຍໃນການສຶກສາ ລວມທັງເພື່ອຄວາມສະດວກໃນການອ່ານ.
ຄວາມຜິດພາດເລັກໜ້ອຍທີ່ມີຢູ່ໃນປຶ້ມຖືກເກັບໄວ້ສະເໝີມາໃນພຣະຄຳພີມໍມອນສະບັບທີ່ໄດ້ພິມຜ່ານມາເປັນພາສາອັງກິດ. ສະບັບນີ້ບັນຈຸການດັດແປງທີ່ເໝາະສົມ ເພື່ອເຮັດໃຫ້ເນື້ອຫາສອດຄ່ອງກັບຕົ້ນສະບັບກ່ອນການຈັດພິມ ແລະ ກັບການພິມຊຸດທຳອິດ ຊຶ່ງຮຽບຮຽງໂດຍສາດສະດາໂຈເຊັບ ສະມິດ.