ປະຈັກພະຍານຂອງສາດສະດາໂຈເຊັບ ສະມິດ
ຄຳເວົ້າຂອງສາດສະດາໂຈເຊັບ ສະມິດ ກ່ຽວກັບການນຳເອົາພຣະຄຳພີມໍມອນອອກມາ ມີດັ່ງນີ້:
“ໃນຄືນ … ວັນທີຊາວເອັດ ເດືອນກັນຍາ [1823] … ຂ້າພະເຈົ້າໄດ້ນ້ອມຕົວລົງອະທິຖານ ແລະ ອ້ອນວອນຕໍ່ພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່. …
“ໃນຂະນະທີ່ຂ້າພະເຈົ້າກຳລັງເອີ້ນຫາພຣະເຈົ້າຢູ່ນັ້ນ, ຂ້າພະເຈົ້າໄດ້ເຫັນແສງສະຫວ່າງປະກົດຂຶ້ນໃນຫ້ອງຂອງຂ້າພະເຈົ້າ, ຊຶ່ງແສງນັ້ນສະຫວ່າງຂຶ້ນເລື້ອຍໆ ຈົນວ່າຫ້ອງຂອງຂ້າພະເຈົ້າແຈ້ງສະຫວ່າງຍິ່ງກວ່າຕອນທ່ຽງວັນ. ໃນທັນໃດນັ້ນ ຄົນຜູ້ໜຶ່ງກໍປະກົດຂຶ້ນຢູ່ຂ້າງຕຽງນອນຂອງຂ້າພະເຈົ້າ, ຢືນຢູ່ໃນອາກາດ, ເພາະຕີນຂອງເພິ່ນບໍ່ໄດ້ແຕະຕ້ອງພື້ນຫ້ອງເລີຍ.
“ເພິ່ນໃສ່ເສື້ອຄຸມສີຂາວຂະໜາດ. ມັນ ຂາວຍິ່ງກວ່າສິ່ງໃດໆໃນໂລກທີ່ຂ້າພະເຈົ້າເຄີຍເຫັນມາ; ຂ້າພະເຈົ້າເຊື່ອວ່າຈະບໍ່ມີສິ່ງໃດໃນໂລກ ທີ່ຈະເຮັດໃຫ້ປະກົດຂາວ ແລະ ສະຫວ່າງໄດ້ຢ່າງຍິ່ງເຊັ່ນນັ້ນ. ມືຂອງເພິ່ນເປືອຍເປົ່າ, ແລະ ແຂນຂອງເພິ່ນສ່ວນທີ່ເທິງຂໍ້ມືໜ້ອຍໜຶ່ງກໍເປືອຍເປົ່າເໝືອນກັນ; ຕີນຂອງເພິ່ນເປືອຍເປົ່າ, ແລະ ຂາສ່ວນທີ່ເທິງໜ້ອຍໜຶ່ງກໍເປືອຍເປົ່າເໝືອນກັນ. ຫົວ ແລະ ຄໍຂອງເພິ່ນກໍເປືອຍເປົ່າເໝືອນກັນ. ຂ້າພະເຈົ້າເຫັນໄດ້ວ່າ ເພິ່ນບໍ່ໄດ້ນຸ່ງອັນໃດອີກນອກຈາກເສື້ອຄຸມຕົວນັ້ນ ເພາະມັນເປີດຈົນຂ້າພະເຈົ້າສາມາດຫລຽວເຫັນໜ້າເອິກຂອງເພິ່ນ.
“ບໍ່ພຽງແຕ່ເສື້ອຄຸມຂອງເພິ່ນຂາວຢ່າງຍິ່ງເທົ່ານັ້ນ, ແຕ່ທົ່ວທັງຮ່າງກາຍຂອງເພິ່ນນັ້ນມີ ແສງຮຸ່ງເຫລື້ອມເກີນກວ່າທີ່ຈະພັນລະນາໄດ້, ແລະ ໜ້າຂອງເພິ່ນຄືກັນກັບ ຟ້າແມບເຫລື້ອມແທ້ໆ. ຫ້ອງນັ້ນສະຫວ່າງຢ່າງຍິ່ງ, ແຕ່ວ່າຍັງບໍ່ເທົ່າກັບຄວາມສະຫວ່າງທີ່ຢູ່ອ້ອມຕົວຂອງເພິ່ນ. ເມື່ອຂ້າພະເຈົ້າຫລຽວເຫັນເພິ່ນ, ທຳອິດຂ້າພະເຈົ້າກໍ ຢ້ານ; ແຕ່ບໍ່ດົນຄວາມຢ້ານນັ້ນກໍຫາຍໄປ.
“ເພິ່ນໄດ້ເອີ້ນ ຊື່ຂ້າພະເຈົ້າ ແລະ ໄດ້ເວົ້າກັບຂ້າພະເຈົ້າວ່າ ເພິ່ນແມ່ນທູດສະຫວັນທີ່ຖືກສົ່ງມາຈາກທີ່ປະທັບຂອງພຣະເຈົ້າ ໃຫ້ມາຫາຂ້າພະເຈົ້າ, ແລະ ວ່າເພິ່ນຊື່ ໂມໂຣໄນ; ວ່າພຣະເຈົ້າມີວຽກງານໃຫ້ຂ້າພະເຈົ້າເຮັດ; ແລະ ບອກວ່າຊື່ຂອງຂ້າພະເຈົ້າຈະມີຢູ່ທັງທາງດີ ແລະ ທາງຊົ່ວ ໃນບັນດາທຸກປະຊາຊາດ, ທຸກຕະກຸນ, ແລະ ທຸກພາສາ, ຫລື ວ່າຊື່ຂອງຂ້າພະເຈົ້າຈະຖືກເວົ້າເຖິງໃນທາງດີ ແລະ ທາງຊົ່ວຢູ່ໃນບັນດາຜູ້ຄົນທັງປວງ.
“ເພິ່ນໄດ້ບອກວ່າ ມັນມີ ໜັງສືເຫລັ້ມໜຶ່ງຝັງຢູ່, ທີ່ຖືກຂຽນໄວ້ໃນແຜ່ນຈາລຶກຄຳ, ຊຶ່ງໃຫ້ເລື່ອງລາວຂອງຜູ້ເຄີຍອາໄສຢູ່ໃນທະວີບນີ້ໃນສະໄໝກ່ອນ ແລະ ເລື່ອງຖິ່ນກຳເນີດຂອງຄົນເຫລົ່ານັ້ນ. ເພິ່ນໄດ້ບອກອີກວ່າ ຄວາມສົມບູນຂອງພຣະກິດຕິຄຸນອັນເປັນນິດ ມີຢູ່ໃນໜັງສືນັ້ນ ຕາມທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ປະທານໃຫ້ຜູ້ອາໄສຢູ່ໃນສະໄໝບູຮານ;
“ຍັງມີຫີນສອງກ້ອນຕິດຢູ່ກັບຄັນທະນູທີ່ເຮັດດ້ວຍເງິນອີກ—ແລະ ຫີນສອງກ້ອນນີ້, ຊຶ່ງຕິດຢູ່ກັບ ແຜ່ນປົກເອິກ, ປະກອບເປັນສິ່ງທີ່ເອີ້ນວ່າ ອຸລີມ ແລະ ທຸມມີມ—ໄດ້ຖືກຝັງໄວ້ຢູ່ກັບແຜ່ນຈາລຶກ; ການເປັນເຈົ້າຂອງ ແລະ ການໃຊ້ຫີນສອງກ້ອນນີ້ ເປັນສ່ວນປະກອບຂອງການເປັນ ‘ຜູ້ພະຍາກອນ’ ໃນສະໄໝບູຮານ ຫລື ສະໄໝກ່ອນ; ແລະ ວ່າພຣະເຈົ້າໄດ້ຕຽມຫີນສອງກ້ອນນີ້ໄວ້ ເພື່ອຈຸດປະສົງໃນການແປໜັງສືເຫລັ້ມນີ້. …
“ເພິ່ນໄດ້ບອກຂ້າພະເຈົ້າອີກວ່າ ເມື່ອຂ້າພະເຈົ້າໄດ້ແຜ່ນຈາລຶກເຫລົ່ານັ້ນທີ່ເພິ່ນກ່າວເຖິງ—ເພາະເວລາທີ່ຈະໄດ້ຮັບຍັງບໍ່ທັນມາເຖິງເທື່ອ—ຂ້າພະເຈົ້າບໍ່ຄວນເອົາໃຫ້ຄົນໃດເບິ່ງ; ທັງແຜ່ນປົກເອິກກັບອຸລີມ ແລະ ທຸມມີມ ນັ້ນຄືກັນ; ນອກຈາກກັບຄົນທີ່ຂ້າພະເຈົ້າຈະໄດ້ຮັບບັນຊາໃຫ້ເຮັດເທົ່ານັ້ນ; ຖ້າຫາກວ່າຂ້າພະເຈົ້າຂືນເຮັດ ຂ້າພະເຈົ້າກໍຈະຖືກທຳລາຍ. ຂະນະທີ່ເພິ່ນເວົ້າກັບຂ້າພະເຈົ້າກ່ຽວກັບແຜ່ນຈາລຶກຢູ່ນັ້ນ, ພາບກໍບັງເກີດຂຶ້ນໃນຄວາມນຶກຄິດຂອງຂ້າພະເຈົ້າ ຈົນຫລຽວເຫັນສະຖານທີ່ ບ່ອນແຜ່ນຈາລຶກຖືກຝັງໄວ້, ແລະ ເຫັນຢ່າງແຈ່ມແຈ້ງ ແລະ ຊັດເຈນດີຈົນວ່າ ຂ້າພະເຈົ້າຮູ້ຈັກບ່ອນນັ້ນທັນທີ ເມື່ອເວລາໄປເຖິງ.
“ຫລັງຈາກສົນທະນາກັນແລ້ວ, ຂ້າພະເຈົ້າໄດ້ເຫັນແສງສະຫວ່າງໃນຫ້ອງເລີ່ມລວມຕົວກັນເຂົ້າມາຮອບໆ ໃກ້ຕົວຂອງຜູ້ທີ່ກ່າວກັບຂ້າພະເຈົ້າ, ແລະ ຄົງເປັນຢູ່ຕໍ່ໄປແນວນັ້ນຈົນວ່າຫ້ອງມືດລົງອີກ, ນອກຈາກທີ່ຢູ່ຮອບຕົວຂອງເພິ່ນ; ໃນທັນໃດນັ້ນ, ຂ້າພະເຈົ້າໄດ້ເຫັນ, ຄືກັບວ່າ ເປັນທາງຂຶ້ນໄປສູ່ສະຫວັນ, ແລະ ເພິ່ນໄດ້ກັບຂຶ້ນໄປຈົນລັບສາຍຕາ, ແລະ ຫ້ອງກໍກັບຄືນສູ່ສະພາບເດີມເໝືອນກ່ອນທີ່ແສງສະຫວ່າງຈາກສະຫວັນມາປະກົດ.
“ຂ້າພະເຈົ້າໄດ້ນອນຄິດເຖິງສິ່ງແປກປະຫລາດຂອງເຫດການນີ້, ແລະ ປະຫລາດໃຈຫລາຍໃນເລື່ອງທີ່ທູດພິເສດຜູ້ນີ້ໄດ້ບອກກັບຂ້າພະເຈົ້າ; ຂະນະທີ່ກຳລັງໃຊ້ຄວາມຄິດຢູ່, ທັນໃດນັ້ນຂ້າພະເຈົ້າໄດ້ເຫັນຫ້ອງຂອງຂ້າພະເຈົ້າເລີ່ມສະຫວ່າງຂຶ້ນອີກ, ແລະ ໃນທັນໃດນັ້ນ, ຄືກັບວ່າ ທູດສະຫວັນຜູ້ເກົ່າ ກໍໄດ້ມາຢືນຢູ່ຂ້າງຕຽງນອນຂອງຂ້າພະເຈົ້າອີກ.
“ເພິ່ນໄດ້ເລີ່ມຕົ້ນ, ແລະ ເລົ່າເຖິງເລື່ອງດຽວກັນນັ້ນ ຊຶ່ງເພິ່ນໄດ້ເຮັດ ຕອນເພິ່ນມາຢ້ຽມຢາມເທື່ອກ່ອນ, ໂດຍບໍ່ຜິດພ້ຽນຈັກໜ້ອຍເລີຍ; ຊຶ່ງເມື່ອເລົ່າຈົບແລ້ວ, ເພິ່ນໄດ້ບອກຂ້າພະເຈົ້າເຖິງການພິພາກສາອັນຍິ່ງໃຫຍ່ ທີ່ກຳລັງຈະມາສູ່ໂລກນີ້, ພ້ອມດ້ວຍການເຮັດໃຫ້ເປົ່າປ່ຽວຢ່າງໃຫຍ່ຫລວງດ້ວຍຄວາມອຶດຢາກ, ດ້ວຍດາບ, ແລະ ດ້ວຍພະຍາດໂລຄາ; ແລະ ວ່າການພິພາກສາອັນໜ້າເສົ້າສະຫລົດໃຈຈະມາສູ່ໂລກກັບຄົນລຸ້ນນີ້. ເມື່ອເລົ່າເລື່ອງນີ້ແລ້ວ, ເພິ່ນກໍໄດ້ກັບຂຶ້ນໄປສະຫວັນອີກຄືກັນກັບເທື່ອກ່ອນ.
“ໃນເວລານັ້ນ, ຄວາມຮູ້ສຶກທີ່ເກີດຂຶ້ນໃນຄວາມນຶກຄິດຂອງຂ້າພະເຈົ້ານັ້ນ ເລິກຊຶ້ງຫລາຍຈົນບໍ່ອາດຈະຫລັບໄດ້ ແລະ ນອນຢູ່ໃນຄວາມປະຫລາດໃຈຢ່າງຖ້ວມລົ້ນ ເຖິງສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນ. ແຕ່ຂ້າພະເຈົ້າປະຫລາດໃຈຫລາຍເມື່ອເຫັນທູດຜູ້ດຽວກັນນັ້ນ ມາຢືນຢູ່ຂ້າງຕຽງນອນຂອງຂ້າພະເຈົ້າອີກ, ແລະ ໄດ້ຍິນເພິ່ນກ່າວທວນຄືນ ຫລື ກ່າວຊ້ຳຄຳເກົ່າ ໃຫ້ຂ້າພະເຈົ້າຟັງອີກ ເຖິງເລື່ອງດຽວກັນກັບເທື່ອກ່ອນ; ແລະ ຍັງເຕືອນຂ້າພະເຈົ້າວ່າ ຊາຕານຈະພະຍາຍາມ ລໍ້ລວງຂ້າພະເຈົ້າ (ເນື່ອງຈາກສະພາບຄວາມຍາກຈົນຂອງຄອບຄົວຂອງພໍ່ຂອງຂ້າພະເຈົ້າ), ໃຫ້ເອົາແຜ່ນຈາລຶກໄປ ເພື່ອຈຸດປະສົງທີ່ຈະສ້າງຄວາມຮັ່ງມີ. ເລື່ອງນີ້ເພິ່ນຫ້າມຂ້າພະເຈົ້າໂດຍກ່າວວ່າ ຂ້າພະເຈົ້າຈະຕ້ອງບໍ່ມີຈຸດປະສົງຢ່າງອື່ນ ໃນການໄດ້ແຜ່ນຈາລຶກນັ້ນມາ ນອກຈາກເພື່ອຖວາຍບາລະມີແດ່ພຣະເຈົ້າເທົ່ານັ້ນ, ແລະ ຕ້ອງບໍ່ຕົກຢູ່ໃນອິດທິພົນຂອງ ຄວາມມຸ້ງໝາຍອື່ນໃດ ນອກຈາກເພື່ອການສ້າງອານາຈັກຂອງພຣະອົງ; ຖ້າບໍ່ດັ່ງນັ້ນ ຂ້າພະເຈົ້າຈະເອົາແຜ່ນຈາລຶກມາບໍ່ໄດ້.
“ຫລັງຈາກການມາຢ້ຽມຢາມເທື່ອທີສາມນີ້, ເພິ່ນກໍກັບຂຶ້ນສູ່ສະຫວັນຄືກັນກັບເທື່ອກ່ອນ, ແລະ ຂ້າພະເຈົ້າຄິດເຖິງຄວາມແປກປະຫລາດນຳສິ່ງທີ່ຂ້າພະເຈົ້າຫາກໍໄດ້ປະສົບມາ; ເກືອບໃນທັນທີ ຫລັງຈາກທູດສະຫວັນໄດ້ໄປຈາກຂ້າພະເຈົ້າເທື່ອທີສາມ, ໄກ່ກໍຂັນ ແລະ ຂ້າພະເຈົ້າຮູ້ວ່າ ມັນໃກ້ຈະເປັນມື້ໃໝ່ແລ້ວ. ດັ່ງນັ້ນ ການສົນທະນາຂອງພວກເຮົາແມ່ນໃຊ້ເວລາຕະຫລອດທັງຄືນເລີຍ.
“ບໍ່ດົນຫລັງຈາກນັ້ນ ຂ້າພະເຈົ້າໄດ້ລຸກຂຶ້ນຈາກຕຽງນອນຂອງຂ້າພະເຈົ້າ, ແລະ ອອກໄປເຮັດວຽກຕາມປົກກະຕິ, ແຕ່ເມື່ອຂ້າພະເຈົ້າພະຍາຍາມເຮັດວຽກຄືກັນກັບມື້ອື່ນໆ, ຂ້າພະເຈົ້າພົບວ່າໝົດກຳລັງຈົນເຮັດຕໍ່ໄປບໍ່ໄຫວ. ພໍ່ຂອງຂ້າພະເຈົ້າທີ່ກຳລັງເຮັດວຽກຢູ່ກັບຂ້າພະເຈົ້າເຫັນວ່າ ມີອັນໃດອັນໜຶ່ງຜິດປົກກະຕິກັບຂ້າພະເຈົ້າ, ຈຶ່ງບອກໃຫ້ຂ້າພະເຈົ້າກັບບ້ານ. ຂ້າພະເຈົ້າອອກໄປດ້ວຍຄວາມຕັ້ງໃຈທີ່ຈະກັບບ້ານ; ແຕ່ເວລາທີ່ພະຍາຍາມຂ້າມຮົ້ວອອກຈາກໄຮ່ທີ່ພວກເຮົາຢູ່, ຂ້າພະເຈົ້າກໍໝົດແຮງ, ແລະ ລົ້ມລົງແຜ່ຢູ່ກັບພື້ນດິນ, ແລະ ໝົດສະຕິໄປຊົ່ວໄລຍະໜຶ່ງ.
“ສິ່ງທຳອິດທີ່ຈື່ໄດ້ຄືສຽງທີ່ກ່າວກັບຂ້າພະເຈົ້າ ແລະ ເອີ້ນຊື່ຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຫລຽວຂຶ້ນ, ແລະ ເຫັນທູດຜູ້ເກົ່ານັ້ນຢືນຢູ່ຊື່ຫົວຂອງຂ້າພະເຈົ້າ, ມີແສງສະຫວ່າງຢູ່ອ້ອມຮອບ ຄືກັນກັບເທື່ອກ່ອນ. ແລ້ວເພິ່ນໄດ້ເວົ້າເລື່ອງທັງໝົດ ທີ່ໄດ້ເລົ່າໃຫ້ຂ້າພະເຈົ້າຟັງ ເມື່ອມື້ຄືນນີ້ອີກ, ແລະ ສັ່ງໃຫ້ຂ້າພະເຈົ້າກັບຄືນໄປຫາ ພໍ່ຂອງຂ້າພະເຈົ້າ ແລະ ບອກເພິ່ນກ່ຽວກັບພາບ ແລະ ຄຳສັ່ງທີ່ຂ້າພະເຈົ້າໄດ້ຮັບ.
“ຂ້າພະເຈົ້າໄດ້ເຮັດຕາມ; ຂ້າພະເຈົ້າໄດ້ກັບໄປຫາພໍ່ໃນໄຮ່, ແລະ ເລົ່າເລື່ອງທັງໝົດໃຫ້ເພິ່ນຟັງ. ເພິ່ນຕອບຂ້າພະເຈົ້າວ່າ ມັນເປັນເລື່ອງຂອງພຣະເຈົ້າ, ແລະ ບອກໃຫ້ຂ້າພະເຈົ້າໄປເຮັດຕາມສິ່ງທີ່ທູດສັ່ງ. ຂ້າພະເຈົ້າຈຶ່ງອອກຈາກໄຮ່, ແລະ ໄປຫາບ່ອນທີ່ທູດບອກຂ້າພະເຈົ້າວ່າມີແຜ່ນຈາລຶກຝັງຢູ່; ແລະ ເພາະເນື່ອງຈາກຄວາມແຈ່ມແຈ້ງຂອງພາບທີ່ຂ້າພະເຈົ້າໄດ້ຮັບກ່ຽວກັບບ່ອນນັ້ນ, ຂ້າພະເຈົ້າຈຶ່ງຮູ້ຈັກບ່ອນນັ້ນທັນທີ ເມື່ອຂ້າພະເຈົ້າໄປເຖິງ.
“ໃກ້ໝູ່ບ້ານແມນເຈດສະເຕີ, ເຂດອອນແທຣິໂອ, ລັດນິວຢອກ, ມີ ພູຂະໜາດໃຫຍ່ໜ່ວຍໜຶ່ງ ແລະ ສູງກວ່າພູໜ່ວຍອື່ນໆທີ່ຢູ່ໃກ້ຄຽງ. ທາງດ້ານຕາເວັນຕົກຂອງພູໜ່ວຍນີ້, ບໍ່ໄກຈາກຈອມພູຫລາຍປານໃດ, ຢູ່ກ້ອງກ້ອນຫີນຂະໜາດໃຫຍ່ກ້ອນໜຶ່ງ, ມີແຜ່ນຈາລຶກວາງຢູ່, ໃນຫີບທີ່ເປັນຫີນ. ຫີນກ້ອນນີ້ໜາ ແລະ ທາງກາງຂອງຫີນນີ້ໂຄ້ງ ແລະ ລາດລົງໄປຫາຂອບ, ຈົນຫລຽວເຫັນທາງກາງຂອງມັນໄດ້ຈາກໜ້າດິນ, ແຕ່ດິນປິດຮອບຂອບໄວ້ທັງໝົດ.
“ເມື່ອຂຸດດິນອອກແລ້ວ, ຂ້າພະເຈົ້າໄດ້ຫາໄມ້ລຳໜຶ່ງ, ຊຶ່ງຂ້າພະເຈົ້າໄດ້ສອດມັນລົງກ້ອງຂອບຫີນ, ແລະ ດ້ວຍການອອກແຮງພຽງເລັກໜ້ອຍ ກໍງັດມັນຂຶ້ນໄດ້. ຂ້າພະເຈົ້າຫລຽວເຂົ້າໄປໃນບ່ອນນັ້ນ, ແລ້ວຂ້າພະເຈົ້າກໍໄດ້ເຫັນ ແຜ່ນຈາລຶກ, ອຸລີມ ແລະ ທຸມມີມ, ແລະ ແຜ່ນປົກເອິກ, ຕາມທີ່ທູດບອກໄວ້. ຫີບທີ່ມີຂອງເຫລົ່ານີ້ເຮັດຂຶ້ນໂດຍການວາງຫີນລຽນໄວ້ໃນຊີມັງຊະນິດໜຶ່ງ. ຢູ່ກົ້ນຫີບມີຫີນຢູ່ສອງກ້ອນ ວາງຢູ່ທາງຂວາງຂອງຫີບ, ແລະ ແຜ່ນຈາລຶກກັບສິ່ງຂອງອື່ນໆຊຶ່ງຢູ່ນຳກັນ ວາງຢູ່ເທິງຫີນສອງກ້ອນນີ້.
“ຂ້າພະເຈົ້າພະຍາຍາມເອົາມັນອອກມາ, ແຕ່ທູດໄດ້ຫ້າມໄວ້, ແລະ ບອກອີກວ່າ ຍັງບໍ່ທັນເຖິງເວລາທີ່ຈະນຳມັນອອກມາ, ຈົນກວ່າເວລາອີກສີ່ປີນັບແຕ່ເວລານັ້ນເປັນຕົ້ນໄປ; ແຕ່ເພິ່ນບອກຂ້າພະເຈົ້າອີກວ່າ ຂ້າພະເຈົ້າຈະຕ້ອງມາບ່ອນນັ້ນ ເມື່ອເຖິງວັນຄົບຮອບແຕ່ລະປີ, ແລະ ວ່າເພິ່ນຈະມາພົບກັບຂ້າພະເຈົ້າຢູ່ບ່ອນນັ້ນ, ແລະ ວ່າຂ້າພະເຈົ້າຈະຕ້ອງເຮັດແນວນັ້ນໄປຈົນກວ່າຈະເຖິງເວລາທີ່ຈະໄດ້ຮັບແຜ່ນຈາລຶກ.
“ຕາມນັ້ນ, ຂ້າພະເຈົ້າຈຶ່ງໄປເມື່ອຄົບກຳນົດທຸກປີຕາມທີ່ໄດ້ຮັບຄຳສັ່ງ, ແລະ ແຕ່ລະເທື່ອຂ້າພະເຈົ້າໄດ້ພົບທູດອົງເກົ່າ ຢູ່ບ່ອນນັ້ນ, ແລະ ໄດ້ຮັບຄຳແນະນຳ ແລະ ຄວາມຮູ້ແຈ້ງຈາກເພິ່ນທຸກໆເທື່ອ, ສົນທະນາກັນກ່ຽວກັບສິ່ງທີ່ພຣະຜູ້ເປັນເຈົ້າຈະກະທຳ, ແລະ ກ່ຽວກັບ ອານາຈັກຂອງພຣະອົງຈະດຳເນີນໄປແນວໃດ ແລະ ໂດຍວິທີໃດໃນຍຸກສຸດທ້າຍ. …
“ໃນທີ່ສຸດກໍເຖິງເວລາທີ່ຈະໄດ້ຮັບແຜ່ນຈາລຶກ, ອຸລີມ ແລະ ທຸມມີມ, ແລະ ແຜ່ນປົກເອິກ. ໃນວັນທີຊາວສອງ, ເດືອນກັນຍາ, ໜຶ່ງພັນແປດຮ້ອຍຊາວເຈັດ, ໂດຍທີ່ໄດ້ໄປຫາບ່ອນຝັງຂອງເຫລົ່ານັ້ນຕາມປົກກະຕິເມື່ອຄົບຮອບໜຶ່ງປີ, ທູດສະຫວັນອົງດຽວກັນນີ້ກໍໄດ້ມອບຂອງເຫລົ່ານັ້ນໃຫ້ແກ່ຂ້າພະເຈົ້າ ພ້ອມກັບຂໍ້ຜູກມັດດັ່ງນີ້ວ່າ: ຂ້າພະເຈົ້າຈະຕ້ອງຮັບຜິດຊອບຕໍ່ຂອງເຫລົ່ານີ້ ຖ້າຫາກວ່າຂ້າພະເຈົ້າປະປ່ອຍມັນໄປໂດຍຄວາມປະໝາດ ຫລື ໂດຍ ການລະເລີຍປະການໃດ, ຂ້າພະເຈົ້າຈະຖືກຕັດອອກ; ແຕ່ຖ້າຫາກວ່າຂ້າພະເຈົ້າຈະໃຊ້ຄວາມພະຍາຍາມທັງໝົດທີ່ຈະ ຮັກສາມັນໄວ້, ຈົນກວ່າເພິ່ນຜູ້ເປັນທູດຈະເອີ້ນເອົາມັນຄືນ, ແລ້ວຂອງເຫລົ່ານີ້ຈະໄດ້ຮັບການຄຸ້ມຄອງ.
“ໃນບໍ່ຊ້າຂ້າພະເຈົ້າກໍເຂົ້າໃຈເຫດຜົນທີ່ຂ້າພະເຈົ້າໄດ້ຮັບພາລະອັນເຂັ້ມງວດໃຫ້ຮັກສາຂອງເຫລົ່ານີ້ໄວ້ໃຫ້ປອດໄພ, ແລະ ສິ່ງທີ່ທູດໄດ້ເວົ້າໄວ້ວ່າ ເມື່ອຂ້າພະເຈົ້າໄດ້ເຮັດສິ່ງທີ່ເພິ່ນຕ້ອງການໃຫ້ຂ້າພະເຈົ້າເຮັດແລ້ວ, ເພິ່ນຈະເອົາຂອງເຫລົ່ານັ້ນຄືນໄປ. ທັນທີທີ່ຄົນຮູ້ວ່າ ຂ້າພະເຈົ້າໄດ້ຮັບຂອງເຫລົ່ານັ້ນມາ, ຜູ້ຄົນກໍໃຊ້ຄວາມພະຍາຍາມຢ່າງໜັກເພື່ອຈະເອົາມັນໄປຈາກຂ້າພະເຈົ້າ. ກົນອຸບາຍທຸກຢ່າງທີ່ຄິດຂຶ້ນມາໄດ້ ກໍຈະເຮັດເພື່ອເຈດຕະນານັ້ນ. ການຂົ່ມເຫັງນັບມື້ນັບຮຸນແຮງຂຶ້ນກວ່າເກົ່າ, ແລະ ຜູ້ຄົນເຝົ້າຄອຍຢູ່ຕະຫລອດເວລາເພື່ອຈະເອົາມັນໄປ. ແຕ່ໂດຍຄວາມສະຫລຽວສະຫລາດຂອງພຣະເຈົ້າ, ຂອງເຫລົ່ານີ້ຈຶ່ງຢູ່ໃນກຳມືຂອງຂ້າພະເຈົ້າຢ່າງປອດໄພ. ຈົນກວ່າຂ້າພະເຈົ້າໃຊ້ຂອງເຫລົ່ານີ້ເຮັດໃຫ້ພາລະທີ່ຕ້ອງການໃຫ້ຂ້າພະເຈົ້າເຮັດສຳເລັດຕາມທີ່ຕົກລົງກັນໄວ້. ເມື່ອທູດເອີ້ນເອົາມັນຄືນ, ຂ້າພະເຈົ້າກໍສົ່ງຂອງເຫລົ່ານີ້ຄືນໃຫ້ເພິ່ນ; ແລະ ເພິ່ນມີຂອງເຫລົ່ານີ້ຢູ່ໃນຄວາມອາລັກຂາຂອງເພິ່ນ; ຈົນເຖິງມື້ນີ້, ຄືວັນທີສອງຂອງເດືອນ ພຶດສະພາ, ໜຶ່ງພັນແປດຮ້ອຍສາມສິບແປດ.”
ສຳລັບບັນທຶກຢ່າງຄົບຖ້ວນ, ເບິ່ງ ໂຈເຊັບ ສະມິດ—ປະຫວັດ ໃນ ໄຂ່ມຸກອັນລ້ຳຄ່າ.
ບັນທຶກທີ່ເກົ່າແກ່ ຊຶ່ງນຳອອກມາຈາກພື້ນດິນດັ່ງສຽງຂອງຝູງຊົນເວົ້າອອກມາຈາກພື້ນດິນ ແລະ ແປອອກມາເປັນພາສາອັງກິດໂດຍຂອງປະທານ ແລະ ອຳນາດຂອງພຣະເຈົ້າທີ່ພິສູດໄດ້ໂດຍການຢືນຢັນຈາກພຣະເຈົ້າ ຈຶ່ງໄດ້ຈັດພິມອອກມາສູ່ໂລກເປັນຄັ້ງທຳອິດໃນປີ 1830 ຄື The Book of Mormon.