ບົດທີ 12
ມະນຸດບໍ່ໝັ້ນຄົງ ແລະ ໂງ່ຈ້າ ແລະ ວ່ອງໄວທີ່ຈະເຮັດຄວາມຊົ່ວ—ພຣະຜູ້ເປັນເຈົ້າຕີສອນຜູ້ຄົນຂອງພຣະອົງ—ມະນຸດບໍ່ມີຄຸນຄ່າຫຍັງເລີຍຖ້າຈະປຽບທຽບໃສ່ກັບອຳນາດຂອງພຣະເຈົ້າ—ໃນວັນແຫ່ງການພິພາກສາ, ມະນຸດຈະໄດ້ຮັບຊີວິດອັນເປັນນິດ ຫລື ໄດ້ຮັບຄວາມອັບປະໂຫຍດອັນເປັນນິດ. ປະມານ 6 ປີ ກ່ອນ ຄ.ສ.
1 ແລະ ພວກເຮົາຈຶ່ງເຫັນໄດ້ເຖິງຄວາມບໍ່ຖືກຕ້ອງ ແລະ ຄວາມບໍ່ໜັກແໜ້ນຂອງໃຈຂອງລູກຫລານມະນຸດ ດັ່ງນີ້ວ່າ ມັນເປັນໄປແນວໃດ; ແທ້ຈິງແລ້ວ, ພວກເຮົາສາມາດເຫັນໄດ້ວ່າ ໃນພຣະກະລຸນາທິຄຸນອັນບໍ່ມີຂອບເຂດຂອງພຣະຜູ້ເປັນເຈົ້າ ໄດ້ປະທານພອນ ແລະ ເຮັດໃຫ້ຜູ້ທີ່ ໄວ້ວາງໃຈໃນພຣະອົງ ຈະເລີນຮຸ່ງເຮືອງຂຶ້ນ.
2 ແທ້ຈິງແລ້ວ, ແລະ ພວກເຮົາຈະເຫັນໄດ້ໃນເວລາທີ່ພຣະອົງເຮັດໃຫ້ຜູ້ຄົນຂອງພຣະອົງຈະເລີນຮຸ່ງເຮືອງຂຶ້ນ, ແທ້ຈິງແລ້ວ, ໃນການເພີ່ມພູນໄຮ່ນາຂອງພວກເຂົາ, ຝູງສັດຂອງພວກເຂົາ ແລະ ຝູງສັດໃຊ້ແຮງງານຂອງພວກເຂົາ, ແລະ ຄຳຂອງພວກເຂົາ, ແລະ ເງິນຂອງພວກເຂົາ, ແລະ ສິ່ງຂອງມີຄ່ານາໆປະການຂອງພວກເຂົາ ແລະ ສິ່ງຂອງທີ່ເຮັດດ້ວຍຝີມືອັນປານີດຂອງພວກເຂົາ, ໄວ້ຊີວິດຂອງພວກເຂົາ, ແລະ ປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູ; ເຮັດໃຫ້ໃຈຂອງສັດຕູຂອງພວກເຂົາອ່ອນລົງ ເພື່ອພວກເຂົາຈະບໍ່ໄດ້ມາເຮັດສົງຄາມກັບພວກເຂົາອີກ; ແທ້ຈິງແລ້ວ, ແລະ ໂດຍສະຫລຸບ, ກະທຳທຸກສິ່ງທຸກຢ່າງເພື່ອຄວາມຜາສຸກ ແລະ ຄວາມສຸກສະບາຍຂອງຜູ້ຄົນຂອງພຣະອົງ; ແທ້ຈິງແລ້ວ, ມັນກໍຍັງມີຕອນທີ່ພວກເຂົາເຮັດໃຈ ແຂງກະດ້າງຢູ່ ແລະ ໄດ້ຫລົງລືມພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ໄດ້ ຢຽບຍ່ຳພຣະຜູ້ບໍລິສຸດໄວ້ໃຕ້ຕີນຂອງພວກເຂົາ—ແທ້ຈິງແລ້ວ, ແລະ ທັງໝົດນີ້ຍ້ອນວ່າຄວາມສະບາຍຂອງພວກເຂົາ, ແລະ ຄວາມຈະເລີນຮຸ່ງເຮືອງຢ່າງຍິ່ງຂອງພວກເຂົາ.
3 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ຖ້າຫາກພຣະຜູ້ເປັນເຈົ້າບໍ່ ຕີສອນຜູ້ຄົນຂອງພຣະອົງດ້ວຍຄວາມທຸກນາໆປະການ, ແທ້ຈິງແລ້ວ, ຖ້າຫາກພຣະອົງບໍ່ສະເດັດມາຢ້ຽມຢາມພວກເຂົາດ້ວຍຄວາມຕາຍ ແລະ ດ້ວຍຄວາມຢ້ານກົວຫລາຍທີ່ສຸດ, ແລະ ດ້ວຍຄວາມອຶດຢາກ, ແລະ ດ້ວຍພະຍາດໂລຄາ, ພວກເຂົາກໍຈະບໍ່ ລະນຶກເຖິງພຣະອົງເລີຍ.
4 ໂອ້ ລູກຫລານມະນຸດ ເຈົ້າຊ່າງມາໂງ່ແທ້ນໍ, ແລະ ອວດດີແທ້ນໍ, ແລະ ຊົ່ວແທ້ນໍ, ແລະ ຕ່ຳຊ້າແທ້ນໍ, ແລະ ວ່ອງໄວແທ້ນໍທີ່ຈະເຮັດຄວາມຊົ່ວຮ້າຍ, ແລະ ຊັກຊ້າແທ້ນໍທີ່ຈະເຮັດຄວາມດີ; ແທ້ຈິງແລ້ວ, ວ່ອງໄວແທ້ນໍທີ່ຈະເຊື່ອຟັງຄຳເວົ້າຂອງມານຮ້າຍ ແລະ ໝົກໝຸ້ນຢູ່ກັບສິ່ງທີ່ບໍ່ມີປະໂຫຍດຂອງໂລກ!
5 ແທ້ຈິງແລ້ວ, ວ່ອງໄວແທ້ນໍທີ່ຈະລະເມີເພີ້ຝັນດ້ວຍ ຄວາມທະນົງຕົວ; ແທ້ຈິງແລ້ວ, ວ່ອງໄວແທ້ນໍທີ່ຈະອວດອ້າງ ແລະ ເຮັດນາໆປະການຊຶ່ງເປັນຄວາມຊົ່ວຮ້າຍ; ແລະ ຊັກຊ້າແທ້ນໍທີ່ຈະລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ບໍ່ໄດ້ຕັ້ງໃຈຟັງຄຳແນະນຳຂອງພຣະອົງ, ແທ້ຈິງແລ້ວ, ຊັກຊ້າແທ້ນໍທີ່ຈະ ເດີນໃນທາງແຫ່ງປັນຍາ!
6 ຈົ່ງເບິ່ງ, ພວກເຂົາບໍ່ປາດຖະໜາທີ່ຈະໃຫ້ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ຜູ້ ສ້າງພວກເຂົາ, ປົກຄອງພວກເຂົາ, ແລະ ຄອບຄອງດູແລພວກເຂົາ; ທັງໆທີ່ພຣະກະລຸນາທິຄຸນອັນຍິ່ງໃຫຍ່ຂອງພຣະອົງ ແລະ ພຣະເມດຕາຂອງພຣະອົງມີຕໍ່ພວກເຂົາ, ພວກເຂົາຍັງຖືວ່າຄຳແນະນຳຂອງພຣະອົງບໍ່ມີຄ່າ, ແລະ ພວກເຂົາບໍ່ຍອມໃຫ້ພຣະອົງເປັນຜູ້ນຳທາງຂອງພວກເຂົາ.
7 ໂອ້ ລູກຫລານມະນຸດເອີຍ ເຈົ້າຊ່າງມາ ບໍ່ມີຄຸນຄ່າຫຍັງເລີຍແທ້ນໍ; ແທ້ຈິງແລ້ວ, ພວກເຂົາຍັງນ້ອຍໄປກວ່າຂີ້ຝຸ່ນດິນຂອງແຜ່ນດິນໂລກ.
8 ເພາະຈົ່ງເບິ່ງ, ຂີ້ຝຸ່ນຂອງແຜ່ນດິນໂລກຍັງສາມາດເຄື່ອນໄຫວໄປມາທາງນັ້ນທາງນີ້ໄດ້, ເພື່ອແຍກອອກຈາກກັນດ້ວຍການບັນຊາຂອງພຣະເຈົ້າຜູ້ຍິ່ງໃຫຍ່ ແລະ ເປັນນິດຂອງພວກເຮົາ.
9 ແທ້ຈິງແລ້ວ, ຈົ່ງເບິ່ງ ດ້ວຍສຸລະສຽງຂອງພຣະອົງ ເນີນພູ ແລະ ພູເຂົາສັ່ນ ແລະ ຫວັ່ນໄຫວ.
10 ແລະ ໂດຍ ອຳນາດແຫ່ງສຸລະສຽງຂອງພຣະອົງ ມັນຈຶ່ງແຕກອອກ, ແລະ ກັບມາຮາບພຽງ ແລະ ກາຍມາເປັນຮ່ອມພູ.
11 ແທ້ຈິງແລ້ວ, ໂດຍອຳນາດແຫ່ງສຸລະສຽງຂອງພຣະອົງ ທັງແຜ່ນດິນໂລກສັ່ນສະເທືອນ;
12 ແທ້ຈິງແລ້ວ, ໂດຍອຳນາດແຫ່ງສຸລະສຽງຂອງພຣະອົງ, ຫີນຮາກຖານສັ່ນສະເທືອນ, ເຖິງໃຈກາງ.
13 ແທ້ຈິງແລ້ວ, ແລະ ຖ້າຫາກພຣະອົງກ່າວກັບແຜ່ນດິນໂລກວ່າ—ຈົ່ງເລື່ອນໄປ—ມັນກໍຈະເລື່ອນໄປ.
14 ແທ້ຈິງແລ້ວ, ຖ້າຫາກພຣະອົງກ່າວກັບ ແຜ່ນດິນໂລກວ່າ—ຈົ່ງ ກັບຄືນໄປ, ເພື່ອ ຕໍ່ມື້ອອກໄປໃຫ້ເປັນຫລາຍຊົ່ວໂມງ—ມັນກໍຈະເປັນໄປ;
15 ແລະ ດ້ວຍເຫດນີ້, ຕາມພຣະຄຳຂອງພຣະອົງ ແຜ່ນດິນໂລກຈຶ່ງກັບຄືນໄປ, ແລະ ມັນຈຶ່ງປະກົດໃຫ້ມະນຸດເຫັນວ່າ ດວງຕາເວັນນັ້ນຢູ່ບ່ອນເກົ່າ; ແທ້ຈິງແລ້ວ, ແລະ ຈົ່ງເບິ່ງ, ມັນເປັນໄປຕາມນັ້ນ ເພາະໂດຍແນ່ນອນ ມັນແມ່ນແຜ່ນດິນໂລກທີ່ເຄື່ອນໄຫວໄປມາ ແລະ ບໍ່ແມ່ນດວງຕາເວັນ.
16 ແລະ ຈົ່ງເບິ່ງ, ຖ້າຫາກພຣະອົງກ່າວກັບ ນ້ຳທີ່ເລິກທີ່ສຸດອີກວ່າ—ເຈົ້າ ຈົ່ງແຫ້ງ—ມັນກໍຈະເປັນໄປ.
17 ຈົ່ງເບິ່ງ, ຖ້າຫາກພຣະອົງກ່າວກັບພູເຂົາໜ່ວຍນີ້ວ່າ—ເຈົ້າຈົ່ງສູງຂຶ້ນ, ແລະ ຕົກລົງໃສ່ເມືອງນັ້ນເພື່ອຝັງມັນໄວ້—ຈົ່ງເບິ່ງ ມັນກໍຈະເປັນໄປ.
18 ແລະ ຈົ່ງເບິ່ງ, ຖ້າຫາກຜູ້ໃດ ເຊື່ອງຊັບສົມບັດໄວ້ໃນແຜ່ນດິນ, ແລະ ເມື່ອພຣະຜູ້ເປັນເຈົ້າກ່າວວ່າ—ໃຫ້ມັນຖືກ ສາບແຊ່ງຍ້ອນວ່າຄວາມຊົ່ວຮ້າຍຂອງຜູ້ທີ່ເຊື່ອງມັນໄວ້—ຈົ່ງເບິ່ງ, ມັນກໍຈະຖືກສາບແຊ່ງ.
19 ແລະ ຖ້າຫາກພຣະຜູ້ເປັນເຈົ້າກ່າວວ່າ—ເຈົ້າຈົ່ງຖືກສາບແຊ່ງ, ເພື່ອຈະບໍ່ໃຫ້ຜູ້ໃດພົບເຫັນເຈົ້ານັບແຕ່ເວລານີ້ເປັນຕົ້ນໄປ ແລະ ຕະຫລອດການ—ຈົ່ງເບິ່ງ, ມັນຈະບໍ່ມີຜູ້ໃດພົບເຫັນມັນໄດ້ນັບແຕ່ເວລານີ້ເປັນຕົ້ນໄປ ແລະ ຕະຫລອດການ.
20 ແລະ ຈົ່ງເບິ່ງ, ຖ້າຫາກພຣະຜູ້ເປັນເຈົ້າກ່າວກັບມະນຸດວ່າ—ເພາະຄວາມຊົ່ວຮ້າຍຂອງເຈົ້າ, ເຈົ້າຈະຖືກສາບແຊ່ງຕະຫລອດການ—ມັນກໍຈະເປັນໄປ.
21 ແລະ ຖ້າຫາກພຣະຜູ້ເປັນເຈົ້າກ່າວວ່າ—ເພາະຄວາມຊົ່ວຮ້າຍຂອງເຈົ້າ, ເຈົ້າຈະຖືກຕັດອອກຈາກທີ່ປະທັບຂອງເຮົາ—ພຣະອົງຈະເຮັດໃຫ້ມັນເປັນໄປດັ່ງນັ້ນ.
22 ແລະ ວິບັດແກ່ຜູ້ທີ່ພຣະອົງຈະກ່າວເຊັ່ນນີ້, ເພາະມັນຈະເປັນໄປກັບເຂົາຜູ້ເຮັດຄວາມຊົ່ວຮ້າຍ, ແລະ ເຂົາຈະລອດບໍ່ໄດ້; ສະນັ້ນ ເພາະເຫດນີ້, ເພື່ອມະນຸດຈະໄດ້ຮັບຄວາມລອດ ຈຶ່ງມີປະກາດເລື່ອງການກັບໃຈ.
23 ສະນັ້ນ, ຄົນທີ່ກັບໃຈ ແລະ ເຊື່ອຟັງສຸລະສຽງຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຍ່ອມເປັນສຸກ; ເພາະຜູ້ຄົນເຫລົ່ານີ້ຄືພວກທີ່ຈະໄດ້ຮັບ ຄວາມລອດ.
24 ແລະ ຂໍພຣະເຈົ້າໂປດປະທານໃນຄວາມບໍລິບູນອັນຍິ່ງໃຫຍ່ຂອງພຣະອົງ ເພື່ອມະນຸດຈະຖືກນຳມາສູ່ການກັບໃຈ ແລະ ວຽກງານດີ, ເພື່ອພວກເຂົາຈະໄດ້ຖືກນຳກັບຄືນສູ່ ພຣະຄຸນເພື່ອພຣະຄຸນ, ຕາມວຽກງານຂອງພວກເຂົາ.
25 ແລະ ຂ້າພະເຈົ້າຢາກໃຫ້ທຸກຄົນໄດ້ຮັບຄວາມລອດ. ແຕ່ພວກເຮົາໄດ້ອ່ານມາວ່າ ໃນວັນສຸດທ້າຍ ແລະ ຍິ່ງໃຫຍ່ນັ້ນ ຈະມີບາງຄົນທີ່ຖືກຂັບໄລ່ອອກໄປ, ແທ້ຈິງແລ້ວ, ຈະຖືກປະຖິ້ມຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ;
26 ແທ້ຈິງແລ້ວ, ຈະຖືກສົ່ງໄປຫາສະພາບແຫ່ງຄວາມທຸກທໍລະມານອັນບໍ່ມີວັນສິ້ນສຸດຕາມຄຳທີ່ມີເວົ້າໄວ້ວ່າ: ຜູ້ທີ່ສ້າງຄວາມດີຈະມີ ຊີວິດອັນເປັນນິດ; ແລະ ຜູ້ທີ່ສ້າງຄວາມຊົ່ວຈະໄດ້ຮັບ ຄວາມອັບປະໂຫຍດອັນເປັນນິດ. ແລະ ເປັນໄປດັ່ງນັ້ນ. ອາແມນ.