ບົດທີ 4
ຜູ້ທີ່ແຍກອອກໄປຈາກຊາວນີໄຟໄດ້ຮ່ວມກຳລັງເຂົ້າກັບຊາວເລມັນ ແລະ ຍຶດເອົາເຊຣາເຮັມລາໄປ—ຊາວນີໄຟເສຍໄຊເພາະຄວາມຊົ່ວຮ້າຍຂອງພວກເຂົາ—ສາດສະໜາຈັກເສື່ອມໂຊມລົງ ແລະ ຜູ້ຄົນກັບກາຍມາເປັນຄົນອ່ອນແອຄືກັນກັບຊາວເລມັນ. ປະມານ 38–30 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີຫ້າສິບສີ່ຄື ມັນມີການແຕກແຍກຂຶ້ນຫລາຍໃນສາດສະໜາຈັກ, ແລະ ມີ ການຂັດແຍ້ງກັນໃນບັນດາຜູ້ຄົນນຳອີກ, ເຖິງຂະໜາດທີ່ມີການນອງເລືອດຢ່າງໜັກເກີດຂຶ້ນ.
2 ແລະ ຝ່າຍພວກກະບົດບາງສ່ວນຖືກຂ້າ ແລະ ຖືກຂັບໄລ່ອອກໄປຈາກແຜ່ນດິນ, ແລະ ພວກເຂົາໄດ້ໄປຫາກະສັດຂອງຊາວເລມັນ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຍຸຍົງຊາວເລມັນໃຫ້ມາເຮັດເສິກກັບຊາວນີໄຟ; ແຕ່ຈົ່ງເບິ່ງ, ຊາວເລມັນມີຄວາມຢ້ານກົວຫລາຍທີ່ສຸດ, ເຖິງຂະໜາດທີ່ພວກເຂົາບໍ່ຍອມເຊື່ອຟັງຄຳເວົ້າຂອງພວກທີ່ແຍກອອກໄປນັ້ນ.
4 ແຕ່ເຫດການໄດ້ບັງເກີດຂຶ້ນໃນປີທີຫ້າສິບຫົກແຫ່ງການປົກຄອງຂອງຜູ້ຕັດສິນ, ມັນໄດ້ມີ ຜູ້ຄົນຜູ້ທີ່ແຍກອອກຈາກຊາວນີໄຟໄປຫາຊາວເລມັນ; ແລະ ພວກເຂົາໄດ້ຮັບຄວາມສຳເລັດໃນການຍຸຍົງໃຫ້ຜູ້ອື່ນຄຽດແຄ້ນໃຫ້ຊາວນີໄຟ; ແລະ ພວກເຂົາໄດ້ຕຽມເຮັດເສິກຕະຫລອດປີ.
5 ແລະ ໃນປີທີຫ້າສິບເຈັດ ພວກເຂົາໄດ້ຍົກທັບລົງມາສູ້ຮົບກັບຊາວນີໄຟ, ແລະ ພວກເຂົາໄດ້ເລີ່ມວຽກງານແຫ່ງຄວາມຕາຍ; ແທ້ຈິງແລ້ວ, ເຖິງຂະໜາດທີ່ໃນປີທີຫ້າສິບແປດແຫ່ງການປົກຄອງຂອງຜູ້ຕັດສິນ ພວກເຂົາໄດ້ຮັບຄວາມສຳເລັດໃນການເຂົ້າຄອບຄອງແຜ່ນດິນເຊຣາເຮັມລາ; ແທ້ຈິງແລ້ວ, ແລະ ແຜ່ນດິນທັງໝົດລວມທັງແຜ່ນດິນທີ່ຢູ່ໃກ້ກັບແຜ່ນດິນອຸດົມສົມບູນ.
6 ແລະ ຊາວນີໄຟພ້ອມທັງກອງທັບຂອງໂມໂຣໄນຮາຖືກຂັບໄລ່ເຂົ້າໄປໃນແຜ່ນດິນອຸດົມສົມບູນ;
7 ແລະ ບ່ອນນັ້ນຊາວນີໄຟໄດ້ສ້າງຄ້າຍຂຶ້ນເພື່ອຕ້ານທານຊາວເລມັນ, ຈາກທະເລທາງຕາເວັນຕົກຈົນເຖິງທາງຕາເວັນອອກ; ຊຶ່ງເປັນການເດີນທາງມື້ໜຶ່ງສຳລັບຊາວນີໄຟ, ຕາມເສັ້ນທາງຊຶ່ງພວກເຂົາໄດ້ເສີມກຳລັງ ແລະ ວາງກຳລັງທັບຂອງພວກເຂົາໄວ້ເພື່ອປ້ອງກັນປະເທດຊາດຂອງພວກເຂົາໃນທາງເໜືອ.
8 ແລະ ພວກທີ່ແຍກອອກໄປຈາກຊາວນີໄຟນັ້ນໄດ້ຮັບຄວາມຊ່ວຍເຫລືອຈາກກອງທັບອັນມີກຳລັງຢ່າງຫລວງຫລາຍຈາກຊາວເລມັນ, ດັ່ງນັ້ນ ພວກເຂົາຈຶ່ງໄດ້ຍຶດເອົາແຜ່ນດິນຂອງຊາວນີໄຟທີ່ຢູ່ທາງໃຕ້ໄປໝົດ. ແລະ ທັງໝົດນີ້ເກີດຂຶ້ນໃນປີທີຫ້າສິບແປດ ແລະ ປີຫ້າສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນ.
9 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີຫົກສິບແຫ່ງການປົກຄອງຂອງຜູ້ຕັດສິນ, ໂມໂຣໄນຮາ ແລະ ກຳລັງຂອງເພິ່ນໄດ້ຮັບຄວາມສຳເລັດໃນການຍຶດເອົາແຜ່ນດິນພາກສ່ວນຕ່າງໆຄືນມາ; ແທ້ຈິງແລ້ວ, ພວກເຂົາໄດ້ຍຶດເອົາຫລາຍຫົວເມືອງຊຶ່ງຕົກຢູ່ໃນກຳມືຂອງຊາວເລມັນຄືນມາ.
10 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີຫົກສິບເອັດແຫ່ງການປົກຄອງຂອງຜູ້ຕັດສິນ ພວກເຂົາໄດ້ຮັບຄວາມສຳເລັດໃນການຍຶດແຜ່ນດິນ ຈົນວ່າພວກເຂົາໄດ້ຍຶດເອົາເຄິ່ງໜຶ່ງຂອງແຜ່ນດິນທັງໝົດທີ່ເສຍໄປນັ້ນຄືນມາ.
11 ບັດນີ້ການສູນເສຍຢ່າງຫລວງຫລາຍຂອງຊາວນີໄຟເທື່ອນີ້ ແລະ ການຂ້າຟັນຍິ່ງໃຫຍ່ທີ່ໄດ້ເກີດຂຶ້ນໃນບັນດາພວກເຂົາ ຊຶ່ງມັນຈະບໍ່ເກີດຂຶ້ນເລີຍຖ້າຫາກມັນບໍ່ເປັນຍ້ອນຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົາ ຊຶ່ງມີຢູ່ໃນບັນດາພວກເຂົາເອງ; ແທ້ຈິງແລ້ວ, ມັນຢູ່ໃນບັນດາຜູ້ຄົນທີ່ອ້າງຕົນເອງວ່າເປັນຂອງສາດສະໜາຈັກຂອງພຣະເຈົ້າ.
12 ແລະ ມັນເປັນຍ້ອນ ຄວາມທະນົງໃຈຂອງພວກເຂົາ, ເປັນຍ້ອນ ຄວາມຮັ່ງມີເປັນດີຢ່າງຍິ່ງຂອງພວກເຂົາ, ແທ້ຈິງແລ້ວ, ມັນເປັນຍ້ອນການກົດຂີ່ຂົ່ມເຫັງຂອງພວກເຂົາທີ່ມີຕໍ່ຄົນ ທຸກຍາກລຳບາກ, ກັກກັນອາຫານຈາກຄົນອຶດຫິວ, ບໍ່ມອບເຄື່ອງນຸ່ງຫົ່ມໃຫ້ຜູ້ທີ່ເປືອຍເປົ່າ, ແລະ ຕົບໜ້າພີ່ນ້ອງຂອງຕົນຜູ້ທີ່ຖ່ອມຕົວ, ເວົ້າເຍາະເຍີ້ຍສິ່ງທີ່ສັກສິດ, ປະຕິເສດວິນຍານແຫ່ງການທຳນາຍ ແລະ ການເປີດເຜີຍ, ກໍ່ການຄາດຕະກຳ, ປຸ້ນຈີ້, ເວົ້າຕົວະ, ຂີ້ລັກມັກສົກ, ຫລິ້ນຊູ້, ຂັດແຍ້ງກັນຂຶ້ນຢ່າງຮຸນແຮງ, ແລະ ປົບໜີໄປຫາແຜ່ນດິນນີໄຟໃນບັນດາຊາວເລມັນ—
13 ແລະ ເປັນຍ້ອນຄວາມຊົ່ວຮ້າຍອັນໃຫຍ່ຫລວງນີ້, ແລະ ການອວດອ້າງໃນກຳລັງຂອງພວກເຂົາເອງ, ພວກເຂົາຈຶ່ງຖືກປະຖິ້ມໃຫ້ຢູ່ກັບກຳລັງຂອງຕົນເອງ; ສະນັ້ນ ພວກເຂົາຈຶ່ງບໍ່ຈະເລີນຮຸ່ງເຮືອງ ແລະ ກັບມາເປັນຄົນເປັນທຸກ ແລະ ຖືກທຸບຕີ, ຖືກຂັບໄລ່ອອກໄປຕໍ່ໜ້າຊາວເລມັນ, ຈົນວ່າຕ້ອງເສຍຄວາມເປັນເຈົ້າຂອງແຜ່ນດິນຂອງຕົນເອງທັງໝົດໄປ.
14 ແຕ່ຈົ່ງເບິ່ງ, ໂມໂຣໄນຮາໄດ້ສັ່ງສອນຜູ້ຄົນຫລາຍເລື່ອງເຖິງຄວາມຊົ່ວຮ້າຍຂອງພວກເຂົາ, ແລະ ນີໄຟກັບລີໄຮຜູ້ຊຶ່ງເປັນລູກຊາຍຂອງຮີລາມັນກໍໄດ້ສັ່ງສອນຜູ້ຄົນຫລາຍເລື່ອງຄືກັນ, ແທ້ຈິງແລ້ວ, ພວກເພິ່ນໄດ້ທຳນາຍຫລາຍເລື່ອງແກ່ພວກເຂົາກ່ຽວກັບຄວາມຊົ່ວຮ້າຍຂອງພວກເຂົາ, ແລະ ສິ່ງທີ່ຈະເກີດຂຶ້ນກັບພວກເຂົາ ຖ້າຫາກພວກເຂົາບໍ່ກັບໃຈຈາກບາບຂອງພວກເຂົາ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ກັບໃຈ, ແລະ ຕາບໃດທີ່ພວກເຂົາໄດ້ກັບໃຈ ພວກເຂົາກໍໄດ້ຈະເລີນຮຸ່ງເຮືອງຂຶ້ນ.
16 ເພາະເມື່ອໂມໂຣໄນຮາເຫັນວ່າພວກເຂົາໄດ້ກັບໃຈແລ້ວ ເພິ່ນຈຶ່ງໄດ້ພາພວກເຂົາໄປຕໍ່ສູ້ຈາກບ່ອນໜຶ່ງ ຫາອີກບ່ອນໜຶ່ງ, ແລະ ຈາກເມືອງໜຶ່ງໄປຫາອີກເມືອງໜຶ່ງ, ຈົນວ່າພວກເຂົາໄດ້ເຄິ່ງໜຶ່ງຂອງສິ່ງທີ່ພວກເຂົາເປັນເຈົ້າຂອງ ແລະ ເຄິ່ງໜຶ່ງຂອງແຜ່ນດິນທັງໝົດຂອງພວກເຂົາຄືນມາ.
17 ແລະ ປີທີຫົກສິບເອັດແຫ່ງການປົກຄອງຂອງຜູ້ຕັດສິນໄດ້ສິ້ນສຸດລົງດັ່ງນີ້.
18 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີຫົກສິບສອງແຫ່ງການປົກຄອງຂອງຜູ້ຕັດສິນ, ວ່າໂມໂຣໄນຮາບໍ່ສາມາດຍຶດເອົາແຜ່ນດິນຄືນມາຈາກຊາວເລມັນອີກແລ້ວ.
19 ສະນັ້ນ ພວກເຂົາຈຶ່ງໄດ້ລົ້ມເລີກແຜນການຂອງພວກເຂົາທີ່ຈະຍຶດເອົາແຜ່ນດິນທີ່ເຫລືອຢູ່ຄືນມາ, ເພາະວ່າຊາວເລມັນມີຈຳນວນຫລວງຫລາຍທີ່ສຸດ ຈົນວ່າເປັນໄປບໍ່ໄດ້ເລີຍທີ່ຊາວນີໄຟຈະມີອຳນາດເໜືອພວກເຂົາ; ສະນັ້ນ ໂມໂຣໄນຮາຈຶ່ງໄດ້ໃຊ້ກຳລັງທັບທັງໝົດຂອງເພິ່ນໃຫ້ປົກປັກຮັກສາແຜ່ນດິນສ່ວນທີ່ເພິ່ນຍຶດຄືນມາໄດ້ນັ້ນ.
20 ແລະ ເຫດການໄດ້ບັງເກີດຂຶ້ນ, ຍ້ອນວ່າຄວາມຫລວງຫລາຍຂອງຈຳນວນຜູ້ຄົນຂອງຊາວເລມັນ ຊາວນີໄຟຈຶ່ງເກີດມີຄວາມຢ້ານກົວຫລາຍຂຶ້ນ, ຢ້ານວ່າຕົນເອງຈະຜ່າຍແພ້, ແລະ ຖືກຢຽບຍ່ຳລົງ, ແລະ ຖືກຂ້າ, ແລະ ຖືກທຳລາຍ.
21 ແທ້ຈິງແລ້ວ, ພວກເຂົາເລີ່ມຈື່ຈຳຄຳທຳນາຍຂອງແອວມາ, ແລະ ຄຳທຳນາຍຂອງໂມໄຊຢານຳອີກ; ແລະ ພວກເຂົາເຫັນວ່າຕົນເອງເປັນຄົນແຂງຄໍ, ແລະ ວ່າພວກເຂົາໄດ້ຖືວ່າພຣະບັນຍັດຂອງພຣະເຈົ້າບໍ່ມີຄຸນຄ່າ;
22 ແລະ ວ່າພວກເຂົາໄດ້ປ່ຽນແປງ ແລະ ຢຽບຍ່ຳ ກົດຂອງໂມໄຊຢາໄວ້ໃຕ້ຕີນຂອງພວກເຂົາ, ຫລື ວ່າເປັນກົດທີ່ພຣະຜູ້ເປັນເຈົ້າບັນຊາເພິ່ນໃຫ້ບອກແກ່ຜູ້ຄົນ; ແລະ ພວກເຂົາເຫັນວ່າກົດຂອງພວກເຂົາເສື່ອມໂຊມລົງ, ແລະ ວ່າພວກເຂົາໄດ້ກັບກາຍເປັນຄົນຊົ່ວ, ເຖິງຂະໜາດທີ່ພວກເຂົາຊົ່ວຄືກັນກັບຊາວເລມັນ.
23 ແລະ ເປັນຍ້ອນຄວາມຊົ່ວຮ້າຍຂອງພວກເຂົາ ສາດສະໜາຈັກຈຶ່ງເລີ່ມ ເສື່ອມໂຊມລົງ; ແລະ ພວກເຂົາ ເລີ່ມບໍ່ເຊື່ອຖືໃນວິນຍານແຫ່ງການທຳນາຍ ແລະ ວິນຍານແຫ່ງການເປີດເຜີຍ; ແລະ ການພິພາກສາຂອງພຣະເຈົ້າກຳລັງຫລຽວເບິ່ງໜ້າພວກເຂົາຢູ່.
24 ແລະ ພວກເຂົາເຫັນວ່າຕົນເອງກັບມາເປັນ ຄົນອ່ອນແອຄືກັນກັບຊາວເລມັນພີ່ນ້ອງຂອງພວກເຂົາ, ແລະ ພຣະວິນຍານຂອງພຣະຜູ້ເປັນເຈົ້າບໍ່ປົກປ້ອງພວກເຂົາຕໍ່ໄປອີກແລ້ວ; ແທ້ຈິງແລ້ວ, ພຣະອົງໄດ້ຖອນໄປຈາກພວກເຂົາ ເພາະ ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະບໍ່ປະທັບຢູ່ໃນວິຫານທີ່ ບໍ່ບໍລິສຸດ—
25 ສະນັ້ນ ພຣະຜູ້ເປັນເຈົ້າຈຶ່ງຢຸດປົກປ້ອງພວກເຂົາດ້ວຍອຳນາດອັນມະຫັດສະຈັນອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ, ເພາະວ່າພວກເຂົາໄດ້ຕົກໄປຢູ່ໃນສະພາບຂອງ ຄວາມບໍ່ເຊື່ອຖື ແລະ ຄວາມຊົ່ວຮ້າຍອັນເປັນຕາຢ້ານນັ້ນ; ແລະ ພວກເຂົາຈຶ່ງເຫັນໄດ້ວ່າຊາວເລມັນມີອຳນາດຫລາຍກວ່າພວກເຂົາ, ແລະ ພວກເຂົາຈະຕ້ອງຕາຍຢ່າງຫລີກລ້ຽງບໍ່ໄດ້ ຖ້າຫາກພວກເຂົາບໍ່ກັບຄືນມາ ໃກ້ຊິດຢູ່ກັບພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
26 ເພາະຈົ່ງເບິ່ງ, ພວກເຂົາເຫັນວ່າຊາວເລມັນມີກຳລັງຫລາຍເທົ່າກັບກຳລັງຂອງພວກເຂົາ, ຊຶ່ງເປັນກຳລັງຂອງຄົນຕໍ່ຄົນ. ແລະ ພວກເຂົາໄດ້ຕົກໄປສູ່ການລ່ວງລະເມີດອັນໃຫຍ່ຫລວງດັ່ງນີ້; ແທ້ຈິງແລ້ວ, ພວກເຂົາໄດ້ກັບມາອ່ອນແອເພາະການລ່ວງລະເມີດຂອງພວກເຂົາໃນເວລາ ບໍ່ຫລາຍປີດັ່ງນີ້.