ໜັງສືຢາໂຄບ
ນ້ອງຊາຍຂອງນີໄຟ
ຂໍ້ຄວາມທີ່ເພິ່ນສັ່ງສອນພີ່ນ້ອງຂອງເພິ່ນ. ເພິ່ນເຮັດໃຫ້ຊາຍຄົນໜຶ່ງຊຶ່ງພະຍາຍາມໂຄ່ນລົ້ມຄຳສອນຂອງພຣະຄຣິດຍອມຈຳນົນ. ຂໍ້ຄວາມສັ້ນໆກ່ຽວກັບປະຫວັດສາດຂອງຜູ້ຄົນຂອງນີໄຟ.
ບົດທີ 1
ຢາໂຄບ ແລະ ໂຢເຊັບພະຍາຍາມຊັກຊວນຄົນທັງປວງໃຫ້ເຊື່ອໃນພຣະຄຣິດ ແລະ ຮັກສາພຣະບັນຍັດຂອງພຣະອົງ—ນີໄຟເສຍຊີວິດ—ຄວາມຊົ່ວຮ້າຍແຜ່ຂະຫຍາຍອອກໄປໃນບັນດາຊາວນີໄຟ. ປະມານ 544–421 ປີ ກ່ອນ ຄ.ສ.
1 ເພາະຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ຫ້າສິບຫ້າປີຜ່ານໄປນັບຕັ້ງແຕ່ເວລາທີ່ລີໄຮໄດ້ໜີຈາກເຢຣູຊາເລັມມາ; ດັ່ງນັ້ນ, ນີໄຟໃຫ້ ບັນຍັດໄວ້ກັບຂ້າພະເຈົ້າ ຢາໂຄບກ່ຽວກັບແຜ່ນຈາລຶກ ນ້ອຍ ຊຶ່ງໃນແຜ່ນຈາລຶກນັ້ນມີເລື່ອງເຫລົ່ານີ້ບັນທຶກໄວ້.
2 ແລະ ນີໄຟໃຫ້ບັນຍັດກັບຂ້າພະເຈົ້າຢາໂຄບວ່າຂ້າພະເຈົ້າ ຄວນບັນທຶກອີກສອງສາມເລື່ອງໄວ້ໃນແຜ່ນຈາລຶກເຫລົ່ານີ້ ຊຶ່ງຂ້າພະເຈົ້າເຫັນວ່າມັນມີຄຸນຄ່າທີ່ສຸດ; ວ່າຂ້າພະເຈົ້າບໍ່ຄວນແຕະຕ້ອງນອກຈາກພຽງເລັກໜ້ອຍກ່ຽວກັບປະຫວັດສາດຂອງຜູ້ຄົນພວກນີ້ ຊຶ່ງມີຊື່ວ່າ ຜູ້ຄົນຂອງນີໄຟ.
3 ເພາະເພິ່ນໄດ້ເວົ້າວ່າ ປະຫວັດສາດຂອງຜູ້ຄົນຂອງເພິ່ນຄວນບັນທຶກໄວ້ໃນແຜ່ນຈາລຶກອີກຊຸດໜຶ່ງຂອງເພິ່ນ, ແລະ ຂ້າພະເຈົ້າຄວນຮັກສາແຜ່ນຈາລຶກເຫລົ່ານີ້ ແລະ ມອບໃຫ້ແກ່ລູກຫລານຂອງຂ້າພະເຈົ້າ, ຈາກລຸ້ນສູ່ລຸ້ນ.
4 ແລະ ຖ້າຫາກມີການສັ່ງສອນອັນສັກສິດ ຫລື ການເປີດເຜີຍອັນຍິ່ງໃຫຍ່ ຫລື ການທຳນາຍ, ວ່າຂ້າພະເຈົ້າຕ້ອງບັນທຶກ ຫົວຂໍ້ເລື່ອງໄວ້ໃນແຜ່ນຈາລຶກເຫລົ່ານີ້, ແລະ ບັນທຶກມັນໃຫ້ຫລາຍ ຄືກັບວ່າ ເທົ່າທີ່ຈະເຮັດໄດ້, ເພື່ອເຫັນແກ່ພຣະຄຣິດ ແລະ ເພື່ອເຫັນແກ່ຜູ້ຄົນຂອງພວກເຮົາ.
5 ເພາະເປັນຍ້ອນສັດທາ ແລະ ຄວາມກັງວົນອັນໃຫຍ່ຫລວງ, ສິ່ງເຫລົ່ານີ້ຈຶ່ງຖືກສະແດງໃຫ້ປະຈັກແທ້ໆແກ່ພວກເຮົາກ່ຽວກັບຜູ້ຄົນຂອງພວກເຮົາ, ວ່າສິ່ງໃດຈະ ເກີດຂຶ້ນກັບພວກເຂົາ.
6 ແລະ ພວກເຮົາໄດ້ຮັບການເປີດເຜີຍຫລາຍຢ່າງອີກ, ແລະ ມີວິນຍານແຫ່ງການທຳນາຍຫລາຍຢ່າງ; ດັ່ງນັ້ນພວກເຮົາຈຶ່ງຮູ້ຈັກເລື່ອງຂອງ ພຣະຄຣິດ ແລະ ອານາຈັກຂອງພຣະອົງທີ່ຈະມາເຖິງ.
7 ດັ່ງນັ້ນ, ພວກເຮົາຈຶ່ງອອກແຮງງານຢ່າງພາກພຽນໃນບັນດາຜູ້ຄົນຂອງພວກເຮົາ, ເພື່ອພວກເຮົາຈະໄດ້ຊັກຊວນພວກເຂົາໃຫ້ ມາຫາພຣະຄຣິດ, ແລະ ມີສ່ວນຮັບພຣະກະລຸນາທິຄຸນຂອງພຣະເຈົ້າ, ເພື່ອພວກເຂົາຈະໄດ້ເຂົ້າໄປໃນ ທີ່ພັກຂອງພຣະອົງ ຍົກເວັ້ນແຕ່ພຣະອົງປະຕິຍານໃນພຣະພິໂລດຂອງພຣະອົງວ່າບໍ່ໃຫ້ພວກເຂົາ ເຂົ້າໄປ ດັ່ງເຊັ່ນພຣະອົງໄດ້ ຂຸ່ນເຄືອງໃນວັນແຫ່ງການທົດລອງຂອງລູກຫລານອິດສະຣາເອນຂະນະທີ່ເຂົາເຈົ້າຢູ່ໃນ ຖິ່ນແຫ້ງແລ້ງກັນດານ.
8 ດັ່ງນັ້ນ, ພວກເຮົາປາດຖະໜາຕໍ່ພຣະເຈົ້າວ່າ ພວກເຮົາຈະຊັກຊວນຄົນທັງປວງບໍ່ໃຫ້ ກະບົດຕໍ່ພຣະເຈົ້າທີ່ຈະ ກໍ່ກວນພຣະອົງໃຫ້ພຣະພິໂລດ, ແຕ່ເພື່ອຄົນທັງປວງຈະເຊື່ອໃນພຣະຄຣິດ ແລະ ເຫັນແກ່ການສິ້ນພຣະຊົນຂອງພຣະອົງ ແລະ ທົນຮັບເອົາ ໄມ້ກາງແຂນຂອງພຣະອົງ ແລະ ຍອມຮັບເອົາຄວາມອັບອາຍຂາຍໜ້າຂອງໂລກ; ດັ່ງນັ້ນ, ຂ້າພະເຈົ້າຢາໂຄບຈຶ່ງຖືວ່າ ມັນເປັນໜ້າທີ່ຂອງຂ້າພະເຈົ້າທີ່ຈະເຮັດຕາມບັນຍັດຂອງນີໄຟອ້າຍຂອງຂ້າພະເຈົ້າ.
9 ບັດນີ້ນີໄຟໄດ້ເຖົ້າແກ່ລົງ, ແລະ ເພິ່ນເຫັນວ່າເພິ່ນຈະ ຕາຍໄປໃນໄວໆນີ້; ດັ່ງນັ້ນ, ເພິ່ນຈຶ່ງ ເຈີມຊາຍຄົນໜຶ່ງໃຫ້ເປັນກະສັດຄົນຕໍ່ໄປ ແລະ ປົກຄອງຜູ້ຄົນຂອງເພິ່ນຕາມການສືບຄອງລາຊາບັນລັງຂອງ ກະສັດ.
10 ຜູ້ຄົນມີຄວາມຮັກແພງຕໍ່ນີໄຟຢ່າງເຫລືອລົ້ນ, ເພາະເພິ່ນເປັນຜູ້ປົກປັກຮັກສາທີ່ຍິ່ງໃຫຍ່ຂອງພວກເຂົາ, ໂດຍທີ່ປັດປ່າຍ ດາບຂອງລາບານເພື່ອປ້ອງກັນພວກເຂົາ, ແລະ ໂດຍການອອກແຮງງານຕະຫລອດວັນເວລາຂອງເພິ່ນເພື່ອຄວາມຜາສຸກຂອງພວກເຂົາ—
11 ດັ່ງນັ້ນ, ຜູ້ຄົນຈຶ່ງປາດຖະໜາຈະເກັບກຳຊື່ຂອງເພິ່ນໄວ້ໃນຄວາມຊົງຈຳ. ແລະ ຜູ້ໃດທີ່ຈະຂຶ້ນປົກຄອງແທນເພິ່ນ, ຜູ້ຄົນກໍຈະເອີ້ນວ່ານີໄຟທີສອງ, ນີໄຟທີສາມ, ແລະ ຕໍ່ໆກັນໄປຕາມການສືບຄອງລາຊາບັນລັງຂອງກະສັດ; ແລະ ຜູ້ຄົນເອີ້ນກະສັດວ່າແນວນີ້ ເຖິງວ່າຈະມີຊື່ອັນອື່ນກໍຕາມ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີໄຟໄດ້ສິ້ນຊີວິດ.
13 ບັດນີ້ຜູ້ຄົນຊຶ່ງບໍ່ແມ່ນ ຊາວເລມັນກໍເປັນ ຊາວນີໄຟ; ເຖິງຢ່າງໃດກໍຕາມ, ພວກເຂົາຍັງຖືກເອີ້ນວ່າ ຊາວນີໄຟ, ຊາວຢາໂຄບ, ຊາວໂຢເຊັບ, ຊາວໂຊຣຳ, ຊາວເລມັນ, ຊາວເລມູເອນ, ແລະ ຊາວອິດຊະມາເອນ.
14 ແຕ່ວ່າຂ້າພະເຈົ້າຢາໂຄບຈະບໍ່ແບ່ງແຍກພວກເຂົາຕາມຊື່ເຫລົ່ານີ້, ແຕ່ຂ້າພະເຈົ້າຈະ ເອີ້ນພວກທີ່ພະຍາຍາມປອງຮ້າຍຜູ້ຄົນຂອງນີໄຟວ່າ ຊາວເລມັນ, ສ່ວນຄົນທີ່ເປັນເພື່ອນມິດກັບນີໄຟ, ຂ້າພະເຈົ້າຈະເອີ້ນວ່າ ຊາວນີໄຟ, ຫລື ຜູ້ຄົນຂອງນີໄຟຕາມການສືບຄອງລາຊາບັນລັງຂອງກະສັດ.
15 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງນີໄຟພາຍໃຕ້ການປົກຄອງຂອງກະສັດອົງທີສອງເລີ່ມມີໃຈແຂງກະດ້າງ, ແລະ ຍອມຕົນເຮັດຄວາມຊົ່ວຮ້າຍບາງຢ່າງເໝືອນກັນກັບດາວິດໃນສະໄໝກ່ອນທີ່ຢາກມີ ມະເຫສີ ແລະ ນາງສະໜົມຫລາຍຄົນ, ແລະ ໂຊໂລໂມນລູກຊາຍຂອງເພິ່ນກໍເໝືອນກັນ.
16 ແທ້ຈິງແລ້ວ, ພວກເຂົາເລີ່ມຕົ້ນສະແຫວງຫາຄຳ ແລະ ເງິນເປັນຈຳນວນຫລວງຫລາຍ, ແລະ ເລີ່ມຕົ້ນເພີ້ຝັນດ້ວຍຄວາມທະນົງຕົວ.
17 ດັ່ງນັ້ນຂ້າພະເຈົ້າຢາໂຄບຈຶ່ງໃຫ້ຂໍ້ຄວາມເຫລົ່ານີ້ແກ່ພວກເຂົາໃນຂະນະທີ່ຂ້າພະເຈົ້າສິດສອນພວກເຂົາໃນ ພຣະວິຫານ, ໂດຍທີ່ຂ້າພະເຈົ້າໄດ້ຮັບ ວຽກງານຂອງຂ້າພະເຈົ້າຈາກພຣະຜູ້ເປັນເຈົ້າແລ້ວ.
18 ເພາະວ່າຂ້າພະເຈົ້າຢາໂຄບ ແລະ ໂຢເຊັບນ້ອງຊາຍຂອງຂ້າພະເຈົ້າ ໄດ້ຮັບການແຕ່ງຕັ້ງໂດຍມືຂອງນີໄຟໃຫ້ເປັນປະໂລຫິດ ແລະ ຜູ້ສອນຜູ້ຄົນພວກນີ້.
19 ແລະ ພວກເຮົາໄດ້ຂະຫຍາຍ ໜ້າທີ່ຂອງພວກເຮົາແດ່ພຣະຜູ້ເປັນເຈົ້າ, ພວກເຮົາຕ້ອງມີ ຄວາມຮັບຜິດຊອບຮັບເອົາບາບຂອງຜູ້ຄົນໄວ້ເທິງຫົວຂອງພວກເຮົາເອງ ຖ້າຫາກພວກເຮົາບໍ່ສິດສອນພຣະຄຳຂອງພຣະເຈົ້າໃຫ້ພວກເຂົາດ້ວຍຄວາມພາກພຽນຢ່າງເຕັມທີ່; ດັ່ງນັ້ນ ໂດຍການອອກແຮງງານດ້ວຍກຳລັງຂອງພວກເຮົາ ເລືອດຂອງພວກເຂົາຈະບໍ່ມາເປື້ອນອາພອນຂອງພວກເຮົາ; ຖ້າບໍ່ດັ່ງນັ້ນ ເລືອດຂອງພວກເຂົາຈະເປິເປື້ອນອາພອນຂອງພວກເຮົາ, ແລະ ຈະເຫັນວ່າພວກເຮົາບໍ່ປາດສະຈາກມົນທິນໃນວັນສຸດທ້າຍ.