ບົດທີ 2
ມໍມອນນຳພາກອງທັບນີໄຟ—ເລືອດ ແລະ ການຂ້າຟັນຂະຫຍາຍອອກໄປທົ່ວແຜ່ນດິນ—ຊາວນີໄຟຄ່ຳຄວນ ແລະ ໄວ້ທຸກເພາະຄວາມເສົ້າສະຫລົດໃຈກັບຄວາມອັບປະໂຫຍດ—ວັນເວລາແຫ່ງພຣະຄຸນຂອງພວກເຂົາໄດ້ຜ່ານໄປ—ມໍມອນຮັບແຜ່ນຈາລຶກຂອງນີໄຟໄວ້—ສົງຄາມດຳເນີນຕໍ່ໄປ. ປະມານ ຄ.ສ. 327–350.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີດຽວກັນນັ້ນ ໄດ້ມີສົງຄາມອີກລະຫວ່າງຊາວເລມັນກັບຊາວນີໄຟ. ແລະ ເຖິງແມ່ນວ່າຂ້າພະເຈົ້າເອງກໍມີອາຍຸນ້ອຍຢູ່ແຕ່ວ່າມີຮ່າງກາຍໃຫຍ່ສູງ; ສະນັ້ນ ຜູ້ຄົນຂອງນີໄຟຈຶ່ງໄດ້ແຕ່ງຕັ້ງໃຫ້ຂ້າພະເຈົ້າເປັນຜູ້ນຳຂອງພວກເຂົາ, ຫລື ເປັນຜູ້ນຳກອງທັບຂອງພວກເຂົາ.
2 ສະນັ້ນ ເຫດການໄດ້ບັງເກີດຂຶ້ນຄື ເວລາຂ້າພະເຈົ້າມີອາຍຸໄດ້ສິບຫົກປີ ຂ້າພະເຈົ້າໄດ້ອອກນຳໜ້າກອງທັບຂອງຊາວນີໄຟເພື່ອໄປຕໍ່ສູ້ກັບຊາວເລມັນ; ສະນັ້ນ ເວລາສາມຮ້ອຍຊາວຫົກປີໄດ້ຜ່ານໄປ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີສາມຮ້ອຍຊາວເຈັດ ຊາວເລມັນໄດ້ເຂົ້າມາໂຈມຕີພວກເຮົາດ້ວຍກຳລັງອັນຫລວງຫລາຍທີ່ສຸດ, ເຖິງຂະໜາດທີ່ພວກເຂົາໄດ້ເຮັດໃຫ້ກອງທັບຂອງຂ້າພະເຈົ້າຕົກໃຈ; ສະນັ້ນພວກເຂົາຈຶ່ງ ບໍ່ຍອມຕໍ່ສູ້, ແລະ ພວກເຂົາເລີ່ມຖອຍໄປຫາແຜ່ນດິນທາງເໜືອ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ມາຮອດເມືອງໜຶ່ງມີຊື່ວ່າ ອານໂກລາ, ແລະ ພວກເຮົາໄດ້ເຂົ້າໄປເປັນເຈົ້າຂອງເມືອງນັ້ນ, ແລະ ໄດ້ຕຽມພ້ອມເພື່ອປ້ອງກັນຕົວໃຫ້ພົ້ນຈາກຊາວເລມັນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເສີມສ້າງກຳລັງປ້ອງກັນເມືອງຈົນໝົດຄວາມສາມາດຂອງພວກເຮົາ; ເຖິງແມ່ນວ່າພວກເຮົາໄດ້ເສີມສ້າງກຳລັງທັງໝົດໄວ້ກໍຕາມ ແຕ່ຊາວເລມັນກໍຍັງໄດ້ມາໂຈມຕີພວກເຮົາ ແລະ ໄດ້ຂັບໄລ່ພວກເຮົາອອກຈາກເມືອງນັ້ນໄປ.
5 ແລະ ພວກເຂົາໄດ້ຂັບໄລ່ພວກເຮົາອອກຈາກແຜ່ນດິນດາວິດນຳອີກ.
6 ແລະ ພວກເຮົາໄດ້ເດີນທັບຕໍ່ໄປ ແລະ ມາຮອດແຜ່ນດິນໂຢຊວຍ, ຊຶ່ງຕັ້ງຢູ່ຕາມຊາຍແດນທາງຕາເວັນຕົກໃກ້ກັບຝັ່ງທະເລ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ທ້ອນໂຮມຜູ້ຄົນຂອງພວກເຮົາຢ່າງວ່ອງໄວທີ່ສຸດເທົ່າທີ່ຈະໄວໄດ້, ເພື່ອພວກເຮົາຈະໄດ້ທ້ອນໂຮມພວກເຂົາໄວ້ເປັນກຸ່ມດຽວກັນ.
8 ແຕ່ຈົ່ງເບິ່ງ, ແຜ່ນດິນນັ້ນເຕັມໄປດ້ວຍພວກໂຈນ ແລະ ຊາວເລມັນ; ແລະ ທັງໆທີ່ຄວາມພິນາດອັນໃຫຍ່ຫລວງຊຶ່ງລໍຖ້າຜູ້ຄົນຂອງຂ້າພະເຈົ້າຢູ່, ພວກເຂົາກໍບໍ່ໄດ້ກັບໃຈຈາກການເຮັດຄວາມຊົ່ວຂອງພວກເຂົາ; ສະນັ້ນ ມັນຈຶ່ງມີເລືອດ ແລະ ການຂ້າຟັນຕະຫລອດທົ່ວຜືນແຜ່ນດິນ, ທັງຝ່າຍຊາວເລມັນ ແລະ ຝ່າຍຊາວນີໄຟເຊັ່ນດຽວກັນ; ແລະ ມັນມີການປະຕິວັດທົ່ວຜືນແຜ່ນດິນ.
9 ແລະ ບັດນີ້, ຊາວເລມັນມີກະສັດຄົນໜຶ່ງຊື່ວ່າ ອາໂຣນ; ແລະ ລາວໄດ້ມາສູ້ຮົບກັບພວກເຮົາດ້ວຍກຳລັງທັບສີ່ໝື່ນສີ່ພັນຄົນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ຕໍ່ຕ້ານລາວດ້ວຍກຳລັງສີ່ໝື່ນສອງພັນຄົນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເອົາຊະນະລາວດ້ວຍກຳລັງກອງທັບຂອງຂ້າພະເຈົ້າຈົນເຮັດໃຫ້ລາວປົບໜີໄປຕໍ່ໜ້າຂ້າພະເຈົ້າ. ແລະ ຈົ່ງເບິ່ງ, ທັງໝົດນີ້ໄດ້ເປັນໄປ ແລະ ສາມຮ້ອຍສາມສິບປີກໍໄດ້ຜ່ານໄປ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟໄດ້ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ, ແລະ ເລີ່ມຮ້ອງໄຫ້ຂຶ້ນຄືກັນກັບທີ່ສາດສະດາຊາມູເອນໄດ້ທຳນາຍໄວ້; ເພາະຈົ່ງເບິ່ງ ບໍ່ມີຜູ້ໃດທີ່ຈະຮັກສາສິ່ງທີ່ເປັນຂອງຕົນເອງໄວ້ໄດ້ ເພາະວ່າຂະໂມຍ, ແລະ ໂຈນ, ແລະ ຄາດຕະກອນ, ແລະ ການໃຊ້ໄສຍະສາດ, ແລະ ການໃຊ້ເວດມົນ, ແລະ ຄາຖາອາຄົມ ຊຶ່ງມີຢູ່ໃນແຜ່ນດິນ.
11 ມັນຈຶ່ງເລີ່ມມີການໄວ້ທຸກ ແລະ ມີການຄ່ຳຄວນຢູ່ດັ່ງນັ້ນທົ່ວຜືນແຜ່ນດິນເພາະສິ່ງເຫລົ່ານີ້, ແລະ ໂດຍສະເພາະຢ່າງຍິ່ງແມ່ນເກີດຂຶ້ນໃນບັນດາຜູ້ຄົນຂອງນີໄຟ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄືເມື່ອຂ້າພະເຈົ້າມໍມອນເຫັນການຄ່ຳຄວນ ແລະ ການໄວ້ທຸກຂອງພວກເຂົາ ແລະ ເຫັນຄວາມເສົ້າສະຫລົດໃຈຂອງພວກເຂົາຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ໃຈຂອງຂ້າພະເຈົ້າກໍເລີ່ມປິຕິຍິນດີຢູ່ພາຍໃນໂດຍທີ່ຮູ້ຈັກຄວາມເມດຕາ ແລະ ຄວາມອົດກັ້ນຂອງພຣະຜູ້ເປັນເຈົ້າ, ສະນັ້ນ ໂດຍທີ່ຄິດວ່າພຣະອົງຈະເມດຕາພວກເຂົາ ເພື່ອພວກເຂົາຈະໄດ້ປ່ຽນໃຈເປັນຄົນຊອບທຳອີກ.
13 ແຕ່ຈົ່ງເບິ່ງ ຄວາມສຸກຂອງຂ້າພະເຈົ້າບໍ່ມີປະໂຫຍດອັນໃດເລີຍ ເພາະ ຄວາມເສົ້າສະຫລົດໃຈຂອງພວກເຂົາບໍ່ແມ່ນເພື່ອການກັບໃຈເພາະພຣະກະລຸນາທິຄຸນຂອງພຣະເຈົ້າ; ແຕ່ເປັນຄວາມເສົ້າສະຫລົດໃຈຂອງຜູ້ທີ່ ອັບປະໂຫຍດເພາະພຣະຜູ້ເປັນເຈົ້າບໍ່ຍອມໃຫ້ພວກເຂົາໄດ້ຮັບ ຄວາມສຸກໃນບາບສະເໝີໄປ.
14 ແລະ ພວກເຂົາບໍ່ໄດ້ມາຫາພຣະເຢຊູດ້ວຍ ໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ, ແຕ່ວ່າພວກເຂົາໄດ້ ສາບແຊ່ງພຣະເຈົ້າ, ແລະ ປາດຖະໜາທີ່ຈະຕາຍ. ເຖິງຢ່າງໃດກໍຕາມ ພວກເຂົາຍັງດີ້ນລົນດ້ວຍດາບເພື່ອປ້ອງກັນຊີວິດຂອງພວກເຂົາຢູ່.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄວາມເສົ້າສະຫລົດໃຈຂອງຂ້າພະເຈົ້າໄດ້ຫວນຄືນມາຫາຂ້າພະເຈົ້າອີກ, ແລະ ຂ້າພະເຈົ້າເຫັນວ່າ ວັນແຫ່ງ ພຣະຄຸນສຳລັບພວກເຂົາໄດ້ ຜ່ານໄປແລ້ວ, ທັງທາງໂລກ ແລະ ທາງວິນຍານ; ເພາະວ່າຂ້າພະເຈົ້າໄດ້ເຫັນພວກເຂົາຫລາຍພັນຄົນຖືກໂຄ່ນລົງຂະນະທີ່ພວກເຂົາມີການກະບົດຕໍ່ພຣະເຈົ້າຂອງພວກເຂົາຢ່າງເປີດເຜີຍ, ແລະ ກອງກັນຂຶ້ນຄືກັນກັບກອງຝຸ່ນສັດທີ່ຢາຍໄປທົ່ວຜືນແຜ່ນດິນ. ແລະ ສາມຮ້ອຍສີ່ສິບສີ່ປີກໍໄດ້ຜ່ານໄປດັ່ງນີ້.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີສາມຮ້ອຍສີ່ສິບຫ້າ ຊາວນີໄຟໄດ້ເລີ່ມໜີໄປທາງໜ້າຊາວເລມັນ; ແລະ ພວກເຂົາຖືກໄລ່ຕິດຕາມໄປຮອດແຜ່ນດິນເຈຊອນ, ກ່ອນທີ່ຊາວເລມັນຈະສາມາດຢັບຢັ້ງຊາວນີໄຟໄວ້ໄດ້.
17 ແລະ ບັດນີ້, ເມືອງເຈຊອນນີ້ຕັ້ງຢູ່ໃກ້ກັບ ແຜ່ນດິນທີ່ອາມມາຣອນໄດ້ມ້ຽນບັນທຶກໄວ້ກັບພຣະຜູ້ເປັນເຈົ້າ, ເພື່ອມັນຈະບໍ່ໄດ້ຖືກທຳລາຍ. ແລະ ຈົ່ງເບິ່ງ ຂ້າພະເຈົ້າກໍໄດ້ໄປຕາມຄຳເວົ້າຂອງອາມມາຣອນ ແລະ ໄດ້ເອົາແຜ່ນຈາລຶກຂອງນີໄຟອອກມາ ແລະ ໄດ້ເຮັດບັນທຶກຕາມຄຳເວົ້າຂອງອາມມາຣອນ.
18 ໃນແຜ່ນຈາລຶກຂອງນີໄຟ ຂ້າພະເຈົ້າໄດ້ບັນທຶກເລື່ອງລາວຕ່າງໆໄວ້ຢ່າງຄົບຖ້ວນກ່ຽວກັບຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງທັງໝົດ; ແຕ່ວ່າໃນ ແຜ່ນຈາລຶກເຫລົ່ານີ້ ຂ້າພະເຈົ້າໄດ້ຖືກຫ້າມບໍ່ໃຫ້ບັນທຶກເລື່ອງລາວຢ່າງຄົບຖ້ວນກ່ຽວກັບຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົາໄວ້, ເພາະຈົ່ງເບິ່ງ, ພາບຂອງຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງນັ້ນມີຢູ່ໃນສາຍຕາຂອງຂ້າພະເຈົ້າຕະຫລອດເວລານັບຕັ້ງແຕ່ຂ້າພະເຈົ້າພໍທີ່ຈະເຫັນທາງຂອງມະນຸດໄດ້.
19 ແລະ ຂ້າພະເຈົ້າເປັນທຸກຫລາຍຍ້ອນຄວາມຊົ່ວຮ້າຍຂອງຄົນເຫລົ່ານີ້; ເພາະວ່າໃຈຂອງຂ້າພະເຈົ້າເຕັມໄປດ້ວຍຄວາມເສົ້າສະຫລົດໃຈຍ້ອນວ່າຄວາມຊົ່ວຮ້າຍຂອງຄົນເຫລົ່ານີ້ມາຕະຫລອດວັນເວລາຂອງຂ້າພະເຈົ້າ; ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຍັງຮູ້ວ່າ ຂ້າພະເຈົ້າຈະຖືກ ຍົກຂຶ້ນໃນວັນສຸດທ້າຍ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີນີ້ຜູ້ຄົນຂອງນີໄຟຖືກຂ້າຕາຍ ແລະ ຖືກຂັບໄລ່ອອກໄປ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາຖືກຂັບໄລ່ຂຶ້ນໄປທາງເໜືອ ຈົນວ່າພວກເຮົາມາຮອດແຜ່ນດິນທີ່ມີຊື່ວ່າ ເຊມ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເສີມກຳລັງເມືອງເຊມຂຶ້ນ, ແລະ ພວກເຮົາໄດ້ເຕົ້າໂຮມຜູ້ຄົນຂອງພວກເຮົາໃຫ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້, ເພື່ອບາງທີພວກເຮົາອາດຈະຊ່ວຍກັນໃຫ້ພົ້ນຈາກຄວາມພິນາດໄດ້.
22 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສາມຮ້ອຍສີ່ສິບຫົກ ພວກເຂົາໄດ້ເລີ່ມມາໂຈມຕີພວກເຮົາອີກ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເວົ້າກັບຜູ້ຄົນຂອງຂ້າພະເຈົ້າ ແລະ ໄດ້ຂໍຮ້ອງຢ່າງຈິງຈັງເພື່ອໃຫ້ພວກເຂົາຢືນ ຕໍ່ສູ້ຢ່າງກ້າຫານຕໍ່ໜ້າຊາວເລມັນເພື່ອເມຍຂອງພວກເຂົາ, ແລະ ເພື່ອລູກຂອງພວກເຂົາ, ແລະ ເພື່ອເຮືອນຂອງພວກເຂົາ, ແລະ ເພື່ອບ້ານຂອງພວກເຂົາ.
24 ແລະ ຄຳເວົ້າຂອງຂ້າພະເຈົ້າໄດ້ປຸກລະດົມໃຫ້ພວກເຂົາມີຄວາມເຂັ້ມແຂງຂຶ້ນແດ່, ເຖິງຂະໜາດທີ່ພວກເຂົາບໍ່ໄດ້ປົບໜີໄປຕໍ່ໜ້າຊາວເລມັນ, ແຕ່ໄດ້ຢືນດ້ວຍຄວາມກ້າຫານຕໍ່ສູ້ພວກເຂົາ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຕໍ່ສູ້ດ້ວຍກຳລັງທັບສາມໝື່ນຄົນ ຕ້ານກັບກຳລັງທັບຫ້າໝື່ນຄົນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຢືນຕໍ່ສູ້ດ້ວຍຄວາມໝັ້ນຄົງ ຈົນວ່າພວກເຂົາໄດ້ໜີໄປຕໍ່ໜ້າພວກເຮົາ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາກຳລັງໜີໄປນັ້ນ ພວກເຮົາໄດ້ໄລ່ຕິດຕາມໄປດ້ວຍກຳລັງທັບຂອງພວກເຮົາ, ແລະ ໄດ້ພົບກັບພວກເຂົາອີກ, ແລະ ໄດ້ເອົາຊະນະພວກເຂົາ; ເຖິງຢ່າງໃດກໍຕາມ ພະລັງຂອງພຣະຜູ້ເປັນເຈົ້າກໍບໍ່ໄດ້ຢູ່ກັບພວກເຮົາ; ແທ້ຈິງແລ້ວ, ພວກເຮົາໄດ້ໃຊ້ກຳລັງຂອງຕົນເອງ, ເພາະພຣະວິນຍານຂອງພຣະຜູ້ເປັນເຈົ້າບໍ່ໄດ້ສະຖິດຢູ່ກັບພວກເຮົາ; ສະນັ້ນ ພວກເຮົາຈຶ່ງກັບມາອ່ອນແອຄືກັນກັບພີ່ນ້ອງຂອງພວກເຮົາ.
27 ແລະ ໃຈຂອງຂ້າພະເຈົ້າເສົ້າສະຫລົດຍ້ອນວ່າຄວາມສູນເສຍອັນໃຫຍ່ຫລວງຂອງຜູ້ຄົນຂອງຂ້າພະເຈົ້າ, ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົາ. ແຕ່ຈົ່ງເບິ່ງ, ພວກເຮົາໄດ້ອອກໄປສູ້ຮົບກັບຊາວເລມັນ ແລະ ກັບພວກໂຈນແກດີອານທັນ, ຈົນວ່າພວກເຮົາໄດ້ເຂົ້າຍຶດເອົາແຜ່ນດິນມູນມໍລະດົກຂອງພວກເຮົາຄືນມາອີກ.
28 ແລະ ປີທີສາມຮ້ອຍສີ່ສິບເກົ້າໄດ້ຜ່ານພົ້ນໄປ. ແລະ ໃນປີທີສາມຮ້ອຍຫ້າສິບ ພວກເຮົາໄດ້ເຮັດຂໍ້ຕົກລົງກັບຊາວເລມັນ ແລະ ພວກໂຈນແກດີອານທັນ, ຊຶ່ງໃນນັ້ນພວກເຮົາໄດ້ແບ່ງປັນແຜ່ນດິນມູນມໍລະດົກຂອງພວກເຮົາ.
29 ແລະ ຊາວເລມັນໄດ້ມອບແຜ່ນດິນທາງເໜືອໃຫ້ແກ່ພວກເຮົາ, ແທ້ຈິງແລ້ວ, ຈົນຮອດ ທາງແຄບ ຊຶ່ງນຳໄປສູ່ແຜ່ນດິນທາງໃຕ້. ແລະ ພວກເຮົາໄດ້ມອບແຜ່ນດິນທາງໃຕ້ທັງໝົດໃຫ້ຊາວເລມັນ.