ບົດທີ 10
ກະສັດເລມັນໄດ້ເສຍຊີວິດໄປ—ຜູ້ຄົນຂອງເພິ່ນເປັນຄົນປ່າເຖື່ອນ ແລະ ໂຫດຮ້າຍ ແລະ ເຊື່ອຖືໃນປະເພນີທີ່ບໍ່ຖືກຕ້ອງ—ຊີນິບກັບຜູ້ຄົນຂອງເພິ່ນເດັ່ນກວ່າພວກເຂົາ. ປະມານ 187–160 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເລີ່ມສະຖາປະນາລາຊາອານາຈັກຂຶ້ນ ແລະ ພວກເຮົາເລີ່ມເປັນເຈົ້າຂອງແຜ່ນດິນຢ່າງສັນຕິສຸກອີກ. ແລະ ຂ້າພະເຈົ້າໃຫ້ສ້າງອາວຸດແຫ່ງສົງຄາມຂຶ້ນຫລາຍຊະນິດ, ເພື່ອຂ້າພະເຈົ້າຈະໄດ້ມີອາວຸດໃຫ້ແກ່ຜູ້ຄົນເພື່ອຕໍ່ສູ້ໃນເວລາທີ່ຊາວເລມັນຂຶ້ນມາກໍ່ສົງຄາມກັບຜູ້ຄົນຂອງຂ້າພະເຈົ້າ.
2 ແລະ ຂ້າພະເຈົ້າໄດ້ຈັດຍາມໄວ້ຮອບແຜ່ນດິນ ເພື່ອຊາວເລມັນຈະບໍ່ໄດ້ມາໂຈມຕີ ແລະ ມາທຳລາຍພວກເຮົາໂດຍບໍ່ຮູ້ສຶກຕົວ; ແລະ ໃນວິທີນີ້ຂ້າພະເຈົ້າຈຶ່ງໄດ້ປ້ອງກັນຜູ້ຄົນຂອງຂ້າພະເຈົ້າ ແລະ ຝູງສັດລ້ຽງຂອງຂ້າພະເຈົ້າ, ແລະ ຮັກສາມັນໄວ້ບໍ່ໃຫ້ຕົກໄປຢູ່ໃນກຳມືຂອງສັດຕູຂອງພວກເຮົາ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ແຜ່ນດິນຂອງບັນພະບຸລຸດຂອງພວກເຮົາມາເປັນມູນມໍລະດົກຢູ່ຫລາຍປີ, ແທ້ຈິງແລ້ວ, ເປັນເວລາເຖິງຊາວສອງປີ.
4 ແລະ ຂ້າພະເຈົ້າໄດ້ໃຫ້ພວກຜູ້ຊາຍໄຖດິນ, ແລະ ປູກ ພືດພັນ ແລະ ແນວໝາກໄມ້ທຸກຊະນິດ.
5 ແລະ ຂ້າພະເຈົ້າໄດ້ໃຫ້ພວກຜູ້ຍິງເຂັນຝ້າຍ ແລະ ເຮັດວຽກຢ່າງດຸໝັ່ນ, ແລະ ຕ່ຳຜ້າລີນິນຢ່າງດີທຸກຊະນິດ, ແທ້ຈິງແລ້ວ, ຕ່ຳ ຜ້າທຸກຊະນິດເພື່ອພວກເຮົາຈະໄດ້ຫຸ້ມຫໍ່ຄວາມເປືອຍເປົ່າຂອງພວກເຮົາ; ແລະ ພວກເຮົາໄດ້ຮຸ່ງເຮືອງຢູ່ໃນແຜ່ນດິນ—ແລະ ພວກເຮົາໄດ້ມີສັນຕິສຸກຢູ່ໃນແຜ່ນດິນນັ້ນຕິດຕໍ່ກັນເປັນເວລາຊາວສອງປີ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດ ເລມັນໄດ້ສິ້ນຊີວິດ, ແລະ ລູກຊາຍຂອງເພິ່ນໄດ້ຂຶ້ນປົກຄອງແທນ. ແລະ ເພິ່ນເລີ່ມຍຸຍົງຜູ້ຄົນຂອງເພິ່ນໃຫ້ເກີດມີການກະບົດຂຶ້ນຕໍ່ຜູ້ຄົນຂອງຂ້າພະເຈົ້າ; ສະນັ້ນ ພວກເຂົາຈຶ່ງເລີ່ມຕຽມການສູ້ຮົບ ແລະ ຂຶ້ນມາຕໍ່ສູ້ກັບຜູ້ຄົນຂອງຂ້າພະເຈົ້າ.
7 ແຕ່ຂ້າພະເຈົ້າໄດ້ສົ່ງພວກນັກສືບສອດແນມຂອງຂ້າພະເຈົ້າອອກໄປຮອບແຜ່ນດິນ ເຊັມລອນ, ເພື່ອຂ້າພະເຈົ້າຈະໄດ້ຮູ້ການຕຽມພ້ອມຂອງພວກເຂົາ, ເພື່ອຂ້າພະເຈົ້າຈະໄດ້ປ້ອງກັນຕ້ານທານພວກເຂົາ, ເພື່ອພວກເຂົາຈະບໍ່ໄດ້ມາໂຈມຕີ ແລະ ທຳລາຍຜູ້ຄົນຂອງຂ້າພະເຈົ້າ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາຍົກທັບຂຶ້ນມາທາງເໜືອຂອງແຜ່ນດິນໄຊລຳ, ດ້ວຍກອງທະຫານເປັນຈຳນວນຫລວງຫລາຍປະກອບດ້ວຍ ອາວຸດ, ທະນູ, ແລະ ລູກທະນູ, ແລະ ດາບ, ແລະ ດາບສອງຄົມ, ແລະ ກ້ອນຫີນ, ແລະ ກະຖຸນ; ແລະ ພວກເຂົາແຖຫົວ ແລະ ເປືອຍກາຍ ມີແຕ່ແຜ່ນໜັງຄຽນແອວຂອງພວກເຂົາເທົ່ານັ້ນ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ເຊື່ອງພວກຜູ້ຍິງກັບເດັກນ້ອຍຂອງຜູ້ຄົນຂອງຂ້າພະເຈົ້າໄວ້ໃນຖິ່ນແຫ້ງແລ້ງກັນດານ; ແລະ ຂ້າພະເຈົ້າໄດ້ມອບອາວຸດໃຫ້ພວກຜູ້ຊາຍແກ່ ແລະ ຊາຍສະກັນ, ແລະ ທັງໝົດທີ່ສາມາດໃຊ້ອາວຸດໄດ້ໃຫ້ມາເຕົ້າໂຮມກັນເພື່ອໄປຕໍ່ສູ້ກັບຊາວເລມັນ; ແລະ ຂ້າພະເຈົ້າໃຫ້ຊັ້ນແກ່ເຂົາ, ແຕ່ລະຄົນຕາມອາຍຸຂອງໃຜລາວ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຂຶ້ນໄປຕໍ່ສູ້ກັບຊາວເລມັນ; ແລະ ຂ້າພະເຈົ້າເຖິງວ່າຈະມີອາຍຸຫລາຍແລ້ວ, ແຕ່ກໍຍັງໄດ້ຂຶ້ນໄປຕໍ່ສູ້ກັບຊາວເລມັນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຂຶ້ນໄປຕໍ່ສູ້ດ້ວຍ ພະລັງຂອງພຣະຜູ້ເປັນເຈົ້າ.
11 ບັດນີ້, ຊາວເລມັນບໍ່ຮູ້ຈັກຫຍັງກ່ຽວກັບພຣະຜູ້ເປັນເຈົ້າເລີຍ, ຫລື ບໍ່ຮູ້ຈັກຫຍັງກ່ຽວກັບພະລັງຂອງພຣະຜູ້ເປັນເຈົ້າເລີຍ, ສະນັ້ນ ພວກເຂົາຈຶ່ງອາໄສແຕ່ກຳລັງຂອງຕົນເອງ. ເຖິງຢ່າງໃດກໍຕາມພວກເຂົາກໍແຂງແຮງຕາມກຳລັງຂອງມະນຸດ.
12 ພວກເຂົາເປັນຄົນ ປ່າເຖື່ອນ, ໂຫດຮ້າຍ ແລະ ກະຫາຍເລືອດ, ເຊື່ອຖືໃນ ຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົາຄືແນວນີ້—ພວກເຂົາຖືກໄລ່ອອກຈາກແຜ່ນດິນເຢຣູຊາເລັມ ເພາະຄວາມຊົ່ວຮ້າຍຂອງບັນພະບຸລຸດຂອງພວກເຂົາ, ແລະ ຖືກພີ່ນ້ອງຂອງພວກເຂົາໃສ່ຮ້າຍປ້າຍສີໃນຖິ່ນແຫ້ງແລ້ງກັນດານ, ແລະ ຖືກໃສ່ຮ້າຍປ້າຍສີເວລາທີ່ຂ້າມນ້ຳທະເລນຳອີກ;
13 ແລະ ອີກເທື່ອໜຶ່ງ, ວ່າພວກເຂົາຖືກໃສ່ຮ້າຍປ້າຍສີເວລາທີ່ຢູ່ໃນແຜ່ນດິນຊຶ່ງເປັນມູນມໍລະດົກແຫ່ງ ທຳອິດຂອງພວກເຂົາ, ຫລັງຈາກຂ້າມນ້ຳທະເລມາແລ້ວ, ແລະ ທັງໝົດນີ້ເປັນເພາະນີໄຟເປັນຄົນຊື່ສັດກວ່າໃນການຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ—ສະນັ້ນ ເພິ່ນຈຶ່ງເປັນຄົນທີ່ພຣະຜູ້ເປັນເຈົ້າ ໂປດປານ ແລະ ພຣະຜູ້ເປັນເຈົ້າໄດ້ຍິນຄຳອະທິຖານຂອງເພິ່ນ ແລະ ຕອບເພິ່ນ, ແລະ ເພິ່ນຈຶ່ງໄດ້ນຳພາການເດີນທາງຂອງພວກເຂົາ ໄປໃນຖິ່ນແຫ້ງແລ້ງກັນດານ.
14 ແລະ ພວກອ້າຍຂອງເພິ່ນຮ້າຍໃຫ້ເພິ່ນ ເພາະພວກເຂົາບໍ່ ເຂົ້າໃຈວິທີການຂອງພຣະຜູ້ເປັນເຈົ້າ; ແລະ ພວກເຂົາ ຮ້າຍໃຫ້ເພິ່ນເວລາທີ່ຢູ່ໃນຜືນນ້ຳ ເພາະພວກເຂົາເຮັດໃຈແຂງກະດ້າງຕໍ່ພຣະຜູ້ເປັນເຈົ້າ.
15 ແລະ ອີກຢ່າງໜຶ່ງ, ພວກເຂົາຮ້າຍໃຫ້ເພິ່ນໃນເວລາມາເຖິງແຜ່ນດິນແຫ່ງຄຳສັນຍາ, ພວກເຂົາຫາວ່າເພິ່ນໄດ້ເອົາອຳນາດ ປົກຄອງຜູ້ຄົນໄປຈາກມືຂອງພວກເຂົາ; ແລະ ພວກເຂົາພະຍາຍາມທີ່ຈະຂ້າເພິ່ນເສຍ.
16 ແລະ ອີກຢ່າງໜຶ່ງ, ພວກເຂົາໄດ້ຮ້າຍໃຫ້ເພິ່ນ ເພາະວ່າເພິ່ນໄດ້ອອກໄປໃນຖິ່ນແຫ້ງແລ້ງກັນດານ ຕາມທີ່ພຣະຜູ້ເປັນເຈົ້າໄດ້ບັນຊາເພິ່ນ, ແລະ ນຳເອົາ ແຜ່ນຈາລຶກ ຊຶ່ງມີຂຽນໄວ້ໃນແຜ່ນຈາລຶກທອງເຫລືອງໄປນຳ, ເພາະພວກເຂົາກ່າວວ່າ ເພິ່ນ ລັກແຜ່ນຈາລຶກຂອງພວກເຂົາໄປ.
17 ແລະ ພວກເຂົາໄດ້ສິດສອນລູກຫລານຂອງພວກເຂົາໃຫ້ກຽດຊັງຊາວນີໄຟແນວນັ້ນ, ແລະ ໃຫ້ຂ້າ, ໃຫ້ລັກ ແລະ ໃຫ້ປຸ້ນພວກເຂົາ, ແລະ ເຮັດທຸກຢ່າງທີ່ເຮັດໄດ້ເພື່ອທຳລາຍພວກເຂົາ; ສະນັ້ນ, ຊາວເລມັນ ຈຶ່ງມີຄວາມກຽດຊັງອັນບໍ່ມີວັນສິ້ນສຸດຕໍ່ລູກຫລານຂອງນີໄຟ.
18 ເພາະດ້ວຍເຫດນີ້ ກະສັດເລມັນຈຶ່ງຫລອກລວງຂ້າພະເຈົ້າດ້ວຍເລ່ຫລ່ຽມ ແລະ ກົນອຸບາຍຂີ້ຕົວະຂອງເພິ່ນ, ແລະ ເຮັດຄຳໝັ້ນສັນຍາທີ່ຈົບງາມ, ເພື່ອໃຫ້ຂ້າພະເຈົ້ານຳເອົາຜູ້ຄົນຂອງຂ້າພະເຈົ້າຂຶ້ນມາຫາແຜ່ນດິນນີ້, ເພື່ອພວກເຂົາຈະໄດ້ທຳລາຍພວກເຮົາ; ແທ້ຈິງແລ້ວ, ພວກເຮົາໄດ້ຮັບຄວາມທຸກທໍລະມານຢູ່ໃນແຜ່ນດິນນີ້ມາຫລາຍປີແລ້ວ.
19 ແລະ ບັດນີ້, ຂ້າພະເຈົ້າຊີນິບຫລັງຈາກເລົ່າເລື່ອງທັງໝົດກ່ຽວກັບຊາວເລມັນໃຫ້ຜູ້ຄົນຂອງຂ້າພະເຈົ້າຟັງແລ້ວ, ຂ້າພະເຈົ້າໄດ້ຊຸກຍູ້ຈິດໃຈພວກເຂົາໃຫ້ໄປສູ້ຮົບດ້ວຍພະລັງຂອງພວກເຂົາ ໂດຍໄວ້ວາງໃຈໃນພຣະຜູ້ເປັນເຈົ້າ; ສະນັ້ນ, ພວກເຮົາຈຶ່ງໄດ້ໄປຕໍ່ສູ້ກັບພວກເຂົາໜ້າຕໍ່ໜ້າ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ຂັບໄລ່ພວກເຂົາອອກຈາກແຜ່ນດິນຂອງພວກເຮົາ; ແລະ ພວກເຮົາໄດ້ຂ້າພວກເຂົາດ້ວຍການຂ້າອັນຍິ່ງໃຫຍ່ຈົນກະທັ້ງພວກເຮົາບໍ່ສາມາດນັບໄດ້.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ກັບຄືນໄປຫາແຜ່ນດິນຂອງພວກເຮົາ, ແລະ ຜູ້ຄົນຂອງຂ້າພະເຈົ້າເລີ່ມລ້ຽງສັດ, ແລະ ໄຖດິນອີກ.
22 ແລະ ບັດນີ້ຂ້າພະເຈົ້າມີອາຍຸແກ່ຫລາຍແລ້ວ, ຂ້າພະເຈົ້າຈຶ່ງໄດ້ມອບອານາຈັກໃຫ້ແກ່ລູກຊາຍຜູ້ໜຶ່ງຂອງຂ້າພະເຈົ້າ; ສະນັ້ນ ຂ້າພະເຈົ້າຈະບໍ່ກ່າວຕື່ມອີກ. ແລະ ຂໍໃຫ້ພຣະຜູ້ເປັນເຈົ້າຈົ່ງໂປດປະທານພອນໃຫ້ແກ່ຜູ້ຄົນຂອງຂ້າພະເຈົ້າດ້ວຍເທີ້ນ. ອາແມນ.