ບົດທີ 22
ມີການວາງແຜນເພື່ອຜູ້ຄົນຈະໄດ້ປົບໜີຈາກການເປັນທາດຂອງຊາວເລມັນ—ຊາວເລມັນຖືກເກືອເຫລົ້າຈົນມຶນເມົາ—ຜູ້ຄົນປົບໜີກັບຄືນໄປເຊຣາເຮັມລາ ແລະ ກາຍເປັນຜູ້ຄົນຂອງກະສັດໂມໄຊຢາ. ປະມານ 121–120 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ອຳໂມນ ແລະ ກະສັດລິມໄຮເລີ່ມປຶກສາຫາລືກັບຜູ້ຄົນວ່າ ຈະປົດປ່ອຍຕົນເອງອອກຈາກການເປັນທາດໄດ້ແນວໃດ; ແລະ ທັງສອງໄດ້ໃຫ້ຜູ້ຄົນທັງໝົດມາເຕົ້າໂຮມກັນ; ແລະ ການນີ້ເຮັດໄປກໍເພື່ອຈະໄດ້ຟັງຄວາມຄິດຄວາມເຫັນຂອງຜູ້ຄົນກ່ຽວກັບເລື່ອງນີ້.
2 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາຫາຊ່ອງທາງປົດປ່ອຍຕົວເອງອອກຈາກການເປັນທາດບໍ່ໄດ້ນອກຈາກຈະພາພວກຜູ້ຍິງ ແລະ ເດັກນ້ອຍ, ທັງຝູງແກະ, ແລະ ຝູງງົວຂອງພວກເຂົາ, ແລະ ຜ້າເຕັນທີ່ເປັນບ່ອນພັກພາອາໄສຂອງພວກເຂົາໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ; ເພາະຊາວເລມັນມີຈຳນວນຫລວງຫລາຍ, ຈຶ່ງເປັນໄປບໍ່ໄດ້ທີ່ຜູ້ຄົນຂອງລິມໄຮຈະຕໍ່ສູ້ກັບພວກເຂົາ, ໂດຍຄິດຈະປົດປ່ອຍຕົວເອງອອກຈາກຄວາມເປັນທາດດ້ວຍດາບ.
3 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ກີເດໂອນໄດ້ອອກໄປຢືນຢູ່ຕໍ່ໜ້າກະສັດ ແລະ ກ່າວວ່າ: ໂອ້ ຂ້າແດ່ເຈົ້າເໜືອຫົວ, ທ່ານເຊື່ອຟັງຄຳເວົ້າຂອງຂ້ານ້ອຍມາຫລາຍເທື່ອແລ້ວຈົນຮອດບັດນີ້ເວລາທີ່ພວກເຮົາໄດ້ຕໍ່ສູ້ກັບຊາວເລມັນ, ພີ່ນ້ອງຂອງພວກເຮົາ.
4 ແລະ ບັດນີ້ ໂອ້ ກະສັດເອີຍ ຖ້າຫາກທ່ານບໍ່ເຫັນວ່າຂ້ານ້ອຍເປັນຜູ້ຮັບໃຊ້ທີ່ບໍ່ມີປະໂຫຍດແລ້ວ, ຫລື ວ່າຈົນຮອດບັດນີ້ທ່ານໄດ້ຟັງຄຳເວົ້າຂອງຂ້ານ້ອຍມາບໍ່ຫລາຍກໍໜ້ອຍ, ແລະ ມັນເປັນປະໂຫຍດແກ່ທ່ານ, ຈົນກະທັ້ງບັດນີ້ຂ້ານ້ອຍຢາກໃຫ້ທ່ານຟັງຄຳເວົ້າຂອງຂ້ານ້ອຍໃນຄັ້ງນີ້, ແລະ ຂ້ານ້ອຍຈະເປັນຜູ້ຮັບໃຊ້ຂອງທ່ານ ແລະ ປົດປ່ອຍຜູ້ຄົນພວກນີ້ອອກຈາກຄວາມເປັນທາດ.
5 ແລະ ກະສັດອະນຸຍາດໃຫ້ລາວເວົ້າ. ແລະ ກີເດໂອນກ່າວວ່າ:
6 ຈົ່ງເບິ່ງ ທາງຜ່ານຂ້າງຫລັງ ຜ່ານກຳແພງຂ້າງຫລັງຢູ່ທາງຂ້າງຫລັງຂອງເມືອງ. ຊາວເລມັນ ແລະ ນາຍຍາມຂອງຊາວເລມັນເມົາເຫລົ້າໃນຕອນກາງຄືນ; ສະນັ້ນ ໃຫ້ພວກເຮົາອອກປະກາດໄປໃນບັນດາຜູ້ຄົນພວກນີ້ທັງໝົດໃຫ້ພວກເຂົາຮວບຮວມຝູງສັດລ້ຽງ ແລະ ຝູງສັດໃຊ້ແຮງງານຂອງພວກເຂົາໄວ້ ເພື່ອຈະຕ້ອນມັນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານໃນຕອນກາງຄືນ.
7 ແລະ ຂ້ານ້ອຍຈະໄປຕາມຄຳສັ່ງຂອງທ່ານ ແລະ ມອບເຫລົ້າອະງຸ່ນໃຫ້ແກ່ຊາວເລມັນເປັນເຄື່ອງຊ່ວຍເທື່ອສຸດທ້າຍ; ແລະ ພວກເຂົາຈະມຶນເມົາ; ແລະ ພວກເຮົາຈະຜ່ານໄປທາງລັບ ທາງເບື້ອງຊ້າຍຂອງຄ້າຍພວກເຂົາເວລາພວກເຂົາເມົາເຫລົ້າ ແລະ ນອນຫລັບຢູ່.
8 ພວກເຮົາຈະອອກໄປໃນຖິ່ນແຫ້ງແລ້ງກັນດານພ້ອມດ້ວຍພວກຜູ້ຍິງຂອງພວກເຮົາ ແລະ ເດັກນ້ອຍຂອງພວກເຮົາ, ທັງຝູງແກະຂອງພວກເຮົາ, ແລະ ຝູງງົວຂອງພວກເຮົາ, ແລະ ພວກເຮົາຈະເດີນທາງໄປທາງຫລັງຂອງແຜ່ນດິນໄຊລຳ.
9 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ກະສັດໄດ້ເຊື່ອຟັງຄຳເວົ້າຂອງກີເດໂອນ.
10 ແລະ ກະສັດລິມໄຮໄດ້ໃຫ້ຜູ້ຄົນຂອງເພິ່ນທ້ອນໂຮມຝູງສັດໄວ້; ແລະ ເພິ່ນໄດ້ສົ່ງເຫລົ້າອະງຸ່ນເປັນເຄື່ອງຊ່ວຍໄປໃຫ້ຊາວເລມັນ; ແລະ ເພິ່ນໄດ້ສົ່ງເຫລົ້າອະງຸ່ນເພີ່ມໄປເພື່ອເປັນລາງວັນແກ່ພວກເຂົານຳອີກ; ແລະ ພວກເຂົາໄດ້ກິນເຫລົ້າອະງຸ່ນທີ່ກະສັດລິມໄຮສົ່ງໄປໃຫ້ຢ່າງບໍ່ຢຸດພັກ.
11 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງກະສັດລິມໄຮໄດ້ເດີນທາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານໃນເວລາກາງຄືນພ້ອມທັງຝູງສັດລ້ຽງຂອງພວກເຂົາ ແລະ ຝູງສັດໃຊ້ແຮງງານຂອງພວກເຂົາ, ແລະ ພວກເຂົາໄດ້ອອກໄປທາງຫລັງຜ່ານແຜ່ນດິນໄຊລຳເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ແລະ ມຸ້ງໜ້າໄປສູ່ແຜ່ນດິນເຊຣາເຮັມລາໂດຍມີອຳໂມນກັບພີ່ນ້ອງຂອງລາວພາໄປ.
12 ແລະ ພວກເຂົາໄດ້ເອົາຄຳຂອງພວກເຂົາ, ແລະ ເງິນ, ແລະ ສິ່ງທີ່ມີຄ່າທຸກຢ່າງຂອງພວກເຂົາ, ເທົ່າທີ່ພວກເຂົາຈະເອົາໄປໄດ້, ແລະ ສະບຽງອາຫານຂອງພວກເຂົາໄປໃນຖິ່ນແຫ້ງແລ້ງກັນດານນຳພວກເຂົາ; ແລະ ພວກເຂົາເດີນທາງຂອງພວກເຂົາຕໍ່ໄປ.
13 ແລະ ຫລັງຈາກຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາຫລາຍມື້ ພວກເຂົາກໍມາເຖິງແຜ່ນດິນເຊຣາເຮັມລາ, ແລະ ໄດ້ເຂົ້າຮ່ວມກັບຜູ້ຄົນຂອງໂມໄຊຢາ, ແລະ ໄດ້ກາຍເປັນຜູ້ຄົນຂອງເພິ່ນ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໄຊຢາໄດ້ຕ້ອນຮັບພວກເຂົາດ້ວຍຄວາມຊື່ນຊົມ; ແລະ ເພິ່ນກໍໄດ້ຮັບເອົາ ບັນທຶກຂອງພວກເຂົາໄວ້ນຳ, ພ້ອມທັງ ບັນທຶກຊຶ່ງຜູ້ຄົນຂອງລິມໄຮໄດ້ພົບເຫັນໄວ້ນຳ.
15 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອຊາວເລມັນຮູ້ຈັກວ່າຜູ້ຄົນຂອງລິມໄຮໄດ້ລັກໜີໄປຈາກແຜ່ນດິນໃນຕອນກາງຄືນ, ພວກເຂົາຈຶ່ງໄດ້ສົ່ງກອງທັບຕິດຕາມເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ;
16 ແລະ ຫລັງຈາກຕິດຕາມໄດ້ສອງມື້ ພວກເຂົາກໍນຳຮອຍພວກນັ້ນບໍ່ໄດ້ຕໍ່ໄປ; ສະນັ້ນ ພວກເຂົາຈຶ່ງຫລົງທາງຢູ່ໃນຖິ່ນແຫ້ງແລ້ງກັນດານ.