ບົດທີ 20
ພວກລູກສາວບາງຄົນຂອງຊາວເລມັນຖືກລັກພາຕົວໄປໂດຍພວກປະໂລຫິດຂອງກະສັດໂນອາ—ຊາວເລມັນກໍ່ສົງຄາມກັບລິມໄຮ ແລະ ຜູ້ຄົນຂອງເພິ່ນ—ກອງທັບຊາວເລມັນຖືກຕີໃຫ້ຖອຍໄປ ແລະ ໄດ້ສະຫງົບລົງ. ປະມານ 145–123 ປີ ກ່ອນ ຄ.ສ.
1 ບັດນີ້ມີບ່ອນໜຶ່ງໃນເຊັມລອນ ຊຶ່ງເປັນບ່ອນພວກລູກສາວຂອງຊາວເລມັນໄປລວມຕົວກັນ ເພື່ອຮ້ອງເພງ, ແລະ ເຕັ້ນລຳ, ແລະ ເພື່ອຄວາມມ່ວນຊື່ນນຳກັນ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ມື້ໜຶ່ງພວກຜູ້ສາວຈຳນວນໜຶ່ງໄດ້ໄປເຕົ້າໂຮມກັນເພື່ອເຕັ້ນລຳ ແລະ ຮ້ອງເພງ.
3 ແລະ ບັດນີ້ພວກປະໂລຫິດຂອງກະສັດໂນອາ, ໂດຍມີຄວາມລະອາຍໃຈທີ່ຈະກັບຄືນໄປຫາເມືອງນີໄຟ, ແທ້ຈິງແລ້ວ, ພວກເຂົາຢ້ານວ່າພວກເຂົາຈະຖືກຜູ້ຄົນຂ້າ, ສະນັ້ນ ພວກເຂົາຈຶ່ງບໍ່ກ້າກັບຄືນໄປຫາເມຍຂອງຕົນ ແລະ ລູກຂອງຕົນ.
4 ແລະ ໂດຍທີ່ຢູ່ໃນຖິ່ນແຫ້ງແລ້ງກັນດານ, ແລະ ໂດຍທີ່ໄດ້ເຫັນໄດ້ພວກລູກສາວຂອງຊາວເລມັນ, ພວກເຂົາຈຶ່ງລີ້ຈອບເບິ່ງພວກນາງເຫລົ່ານັ້ນ;
5 ແລະ ເວລາທີ່ມີນາງສາວບໍ່ຫລາຍຄົນມາເຕົ້າໂຮມກັນເພື່ອເຕັ້ນລຳ, ພວກເຂົາຈຶ່ງອອກມາຈາກບ່ອນລີ້ ແລະ ຈັບເອົາພວກນາງ ແລະ ພາໄປໃນຖິ່ນແຫ້ງແລ້ງກັນດານ; ແທ້ຈິງແລ້ວ, ແລະ ພວກເຂົາໄດ້ພາພວກລູກສາວຂອງຊາວເລມັນຊາວສີ່ຄົນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຊາວເລມັນຮູ້ວ່າພວກລູກສາວຂອງຕົນຫາຍຕົວໄປ, ພວກເຂົາກໍເລີຍມີຄວາມຄຽດແຄ້ນໃຫ້ຜູ້ຄົນຂອງລິມໄຮ, ເພາະຄິດວ່າເປັນນ້ຳມືຂອງຜູ້ຄົນຂອງລິມໄຮ.
7 ສະນັ້ນ ພວກເຂົາຈຶ່ງສົ່ງກອງທັບຂອງຕົນອອກໄປ; ແທ້ຈິງແລ້ວ, ຕົວກະສັດເອງກໍອອກໜ້າຜູ້ຄົນໄປ; ແລະ ພວກເຂົາໄດ້ຂຶ້ນໄປຫາແຜ່ນດິນນີໄຟເພື່ອທຳລາຍຜູ້ຄົນຂອງລິມໄຮ.
8 ແລະ ບັດນີ້ເມື່ອລິມໄຮເຫັນກອງທັບຂອງຊາວເລມັນຈາກຫໍສູງ, ແລະ ເພິ່ນເຫັນການຕຽມເຮັດເສິກທັງໝົດຂອງພວກເຂົາ; ສະນັ້ນ ເພິ່ນຈຶ່ງໄດ້ເຕົ້າໂຮມຜູ້ຄົນຂອງເພິ່ນ ແລະ ດັກຖ້າພວກນັ້ນຢູ່ໃນທົ່ງ ແລະ ໃນປ່າ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາຊາວເລມັນມາເຖິງ, ຜູ້ຄົນຂອງລິມໄຮເລີ່ມຕໍ່ສູ້ກັບພວກນັ້ນຈາກບ່ອນດັກຖ້າ, ແລະ ເລີ່ມຂ້າພວກເຂົາ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ການສູ້ຮົບເລີ່ມຮ້າຍແຮງໜັກຂຶ້ນ, ເພາະວ່າພວກເຂົາຕໍ່ສູ້ກັນຄືກັບໂຕສິງຕໍ່ສູ້ເພື່ອເຫຍື່ອຂອງມັນ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງລິມໄຮເລີ່ມໄລ່ຊາວເລມັນໄປທາງໜ້າຂອງພວກເຂົາ; ເຖິງແມ່ນວ່າຜູ້ຄົນຂອງລິມໄຮມີຈຳນວນໜ້ອຍກວ່າເຄິ່ງໜຶ່ງຂອງຊາວເລມັນກໍຕາມ; ແຕ່ພວກເຂົາກໍ ຕໍ່ສູ້ເພື່ອຊີວິດຂອງຕົນ ແລະ ເພື່ອເມຍຂອງພວກເຂົາ, ແລະ ເພື່ອລູກຂອງພວກເຂົາ; ສະນັ້ນ ພວກເຂົາຈຶ່ງໃຊ້ຄວາມພະຍາຍາມຕໍ່ສູ້ຄືກັນກັບມັງກອນ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເຫັນກະສັດຂອງຊາວເລມັນຢູ່ໃນບັນດາຄົນທີ່ຖືກຂ້າຕາຍ; ແຕ່ວ່າເພິ່ນບໍ່ທັນຕາຍ; ພຽງແຕ່ໄດ້ຮັບບາດເຈັບ, ແລະ ຖືກປະຖິ້ມຢູ່ກັບພື້ນດິນ, ສ່ວນຜູ້ຄົນຂອງເພິ່ນນັ້ນໄດ້ປົບໜີໄປຢ່າງວ່ອງໄວ.
13 ແລະ ພວກເຂົາໄດ້ນຳເອົາກະສັດມາ ແລະ ພັນບາດແຜໃຫ້, ແລະ ນຳເອົາຕົວເພິ່ນຂຶ້ນໄປຢູ່ຕໍ່ໜ້າລິມໄຮ, ແລະ ກ່າວວ່າ: ຈົ່ງເບິ່ງ, ນີ້ຄືກະສັດຂອງຊາວເລມັນ; ໂດຍທີ່ໄດ້ຮັບບາດເຈັບ ເພິ່ນຈຶ່ງລົ້ມລົງຢູ່ໃນບັນດາຄົນທີ່ຕາຍ, ແລະ ເພິ່ນໄດ້ຖືກປະຖິ້ມໄວ້; ແລະ ຈົ່ງເບິ່ງ, ພວກຂ້ານ້ອຍຈຶ່ງໄດ້ນຳເອົາຕົວເພິ່ນມາຢູ່ຕໍ່ໜ້າທ່ານ; ແລະ ບັດນີ້ຂໍໃຫ້ພວກຂ້ານ້ອຍຂ້າເພິ່ນຖິ້ມເສຍ.
14 ແຕ່ລິມໄຮໄດ້ເວົ້າກັບຄົນຂອງເພິ່ນວ່າ: ພວກເຈົ້າຢ່າໄດ້ຂ້າເພິ່ນເລີຍ, ແຕ່ຈົ່ງນຳເອົາເພິ່ນມານີ້ ເພື່ອຂ້າພະເຈົ້າຈະໄດ້ເຫັນເພິ່ນ. ແລະ ພວກເຂົາຈຶ່ງໄດ້ນຳເພິ່ນມາ. ແລະ ລິມໄຮໄດ້ກ່າວກັບເພິ່ນວ່າ: ເຫດໃດທ່ານຈຶ່ງຂຶ້ນມາກໍ່ສົງຄາມກັບຜູ້ຄົນຂອງຂ້າພະເຈົ້າ? ຈົ່ງເບິ່ງ, ຜູ້ຄົນຂອງຂ້າພະເຈົ້າບໍ່ໄດ້ເຮັດຜິດ ຄຳສາບານທີ່ຂ້າພະເຈົ້າໄດ້ເຮັດໄວ້ກັບຜູ້ຄົນຂອງທ່ານເລີຍ; ສະນັ້ນ, ເປັນຫຍັງທ່ານຈຶ່ງເຮັດຜິດຄຳສາບານຊຶ່ງທ່ານໄດ້ເຮັດໄວ້ກັບຜູ້ຄົນຂອງຂ້າພະເຈົ້າ?
15 ແລະ ບັດນີ້ກະສັດຂອງຊາວເລມັນໄດ້ກ່າວວ່າ: ຂ້າພະເຈົ້າເຮັດຜິດຄຳສາບານເພາະວ່າຜູ້ຄົນຂອງທ່ານໄດ້ລັກພາພວກລູກສາວຂອງຜູ້ຄົນຂອງຂ້າພະເຈົ້າໄປ; ສະນັ້ນ, ດ້ວຍຄວາມຄຽດແຄ້ນ ຂ້າພະເຈົ້າຈຶ່ງໄດ້ສັ່ງໃຫ້ຜູ້ຄົນຂອງຂ້າພະເຈົ້າຂຶ້ນມາກໍ່ສົງຄາມກັບຜູ້ຄົນຂອງທ່ານ.
16 ແລະ ບັດນີ້ລິມໄຮບໍ່ຮູ້ຈັກຫຍັງເລີຍກ່ຽວກັບເລື່ອງນີ້; ສະນັ້ນ ເພິ່ນຈຶ່ງກ່າວວ່າ: ຂ້າພະເຈົ້າຈະສອບສວນໃນບັນດາຜູ້ຄົນຂອງຂ້າພະເຈົ້າ ຖ້າຜູ້ໃດກໍຕາມທີ່ເຮັດເລື່ອງນີ້ຈະຕ້ອງຕາຍ. ສະນັ້ນ ເພິ່ນຈຶ່ງສັ່ງໃຫ້ກວດຄົ້ນໃນບັນດາຜູ້ຄົນຂອງເພິ່ນ.
17 ບັດນີ້ເມື່ອ ກີເດໂອນໄດ້ຍິນເລື່ອງເຫລົ່ານີ້ແລ້ວ, ໂດຍທີ່ລາວເປັນທະຫານຂອງກະສັດ, ລາວຈຶ່ງອອກມາ ແລະ ກ່າວກັບກະສັດວ່າ: ຂ້ານ້ອຍຂໍໃຫ້ທ່ານຢຸດກ່ອນ, ແລະ ຢ່າໄດ້ສອບສວນຜູ້ຄົນພວກນີ້, ແລະ ຢ່າໄດ້ຖືວ່າເປັນຄວາມຜິດຂອງຄົນພວກນີ້ເລີຍ.
18 ເພາະທ່ານຈື່ຈຳພວກປະໂລຫິດຂອງບິດາຂອງທ່ານ, ຜູ້ທີ່ຜູ້ຄົນພວກນີ້ພະຍາຍາມທຳລາຍນັ້ນໄດ້ບໍ? ແລະ ພວກເຂົາບໍ່ໄດ້ຢູ່ໃນຖິ່ນແຫ້ງແລ້ງກັນດານບໍ? ແລະ ບໍ່ແມ່ນພວກເຂົານີ້ບໍທີ່ເປັນຄົນມາລັກເອົາພວກລູກສາວຂອງຊາວເລມັນໄປ?
19 ແລະ ບັດນີ້, ຈົ່ງເບິ່ງ, ແລະ ຈົ່ງເລົ່າເລື່ອງທັງໝົດນີ້ໃຫ້ກະສັດຂອງຊາວເລມັນຟັງ, ເພື່ອເພິ່ນຈະໄດ້ບອກໃຫ້ຜູ້ຄົນຂອງເພິ່ນເຊົາຄຽດແຄ້ນໃຫ້ພວກເຮົາ; ເພາະຈົ່ງເບິ່ງ ພວກເຂົາກຳລັງຕຽມທະຫານຢູ່ເພື່ອຈະມາສູ້ຮົບກັບພວກເຮົາອີກ; ແລະ ຈົ່ງເບິ່ງ ພວກເຮົາກໍມີກຳລັງພຽງໜ້ອຍດຽວ.
20 ແລະ ຈົ່ງເບິ່ງພວກເຂົາຍົກກອງທັບມາດ້ວຍກຳລັງທະຫານອັນຫລວງຫລາຍ; ແລະ ຖ້າຫາກກະສັດບໍ່ເຮັດໃຫ້ພວກເຂົາເຊົາຄຽດແຄ້ນ ພວກເຮົາຈະຕ້ອງຕາຍ.
21 ເພາະວ່າຄຳເວົ້າຂອງອະບີນາໄດ ຊຶ່ງເພິ່ນໄດ້ທຳນາຍໄວ້ກັບພວກເຮົານັ້ນ ເກີດເປັນຈິງແລ້ວ—ແລະ ເລື່ອງທັງໝົດນີ້ເກີດຂຶ້ນຍ້ອນວ່າພວກເຮົາບໍ່ຍອມເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ, ແລະ ບໍ່ຫັນໜ້າໜີຈາກຄວາມຊົ່ວຮ້າຍຂອງພວກເຮົາແມ່ນບໍ?
22 ແລະ ບັດນີ້ຂໍໃຫ້ພວກເຮົາຈົ່ງຮຽກຮ້ອງໃຫ້ກະສັດເຊົາຄຽດແຄ້ນສາ, ແລະ ພວກເຮົາຈະເຮັດຕາມຄຳສາບານ ຊຶ່ງພວກເຮົາເຮັດໄວ້ກັບເພິ່ນ; ເພາະວ່າພວກເຮົາຖືວ່າຢູ່ໃນຄວາມເປັນທາດຍ່ອມເປັນການດີກວ່າທີ່ຈະເສຍຊີວິດໄປ; ສະນັ້ນ, ພວກເຮົາຈົ່ງຢຸດການນອງເລືອດນີ້ເສຍເຖີດ.
23 ແລະ ບັດນີ້ລິມໄຮໄດ້ເລົ່າເລື່ອງທັງໝົດກ່ຽວກັບບິດາຂອງເພິ່ນ ແລະ ກ່ຽວກັບ ພວກປະໂລຫິດທີ່ໄດ້ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານໃຫ້ກະສັດຂອງຊາວເລມັນຟັງ, ແລະ ລົງຄວາມເຫັນວ່າພວກນັ້ນໄດ້ລັກພາພວກລູກສາວຂອງເຂົາເຈົ້າໄປ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໄດ້ເຊົາໃຈຮ້າຍໃຫ້ຜູ້ຄົນຂອງເພິ່ນ; ແລະ ເພິ່ນກ່າວກັບພວກເຂົາວ່າ: ໃຫ້ພວກເຮົາອອກໄປພົບກັບຜູ້ຄົນຂອງຂ້າພະເຈົ້າໂດຍບໍ່ມີອາວຸດ; ແລະ ຂ້າພະເຈົ້າຂໍສາບານກັບພວກທ່ານດ້ວຍຄຳສາບານວ່າຜູ້ຄົນຂອງຂ້າພະເຈົ້າຈະບໍ່ຂ້າຜູ້ຄົນຂອງພວກທ່ານ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຕິດຕາມກະສັດອອກໄປເພື່ອພົບກັບຊາວເລມັນໂດຍບໍ່ມີອາວຸດ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ພົບກັບຊາວເລມັນ; ແລະ ກະສັດຂອງຊາວເລມັນເອງໄດ້ຄຸເຂົ່າລົງຕໍ່ໜ້າຜູ້ຄົນຂອງເພິ່ນ, ແລະ ໄດ້ວິງວອນແທນຜູ້ຄົນຂອງລິມໄຮ.
26 ແລະ ເມື່ອຊາວເລມັນເຫັນວ່າຜູ້ຄົນຂອງລິມໄຮບໍ່ມີອາວຸດ, ຈຶ່ງມີ ຄວາມເມດຕາສົງສານພວກເຂົາ, ແລະ ເຊົາຄຽດແຄ້ນ, ແລະ ພວກເຂົາໄດ້ກັບຄືນໄປຫາແຜ່ນດິນພ້ອມດ້ວຍກະສັດຂອງຕົນຢ່າງສັນຕິ.