ບົດທີ 11
ກະສັດໂນອາປົກຄອງດ້ວຍຄວາມຊົ່ວຮ້າຍ—ເພິ່ນຫາຄວາມສຳລານໃນການດຳລົງຊີວິດກັບມະເຫສີ ແລະ ນາງສະໜົມທັງຫລາຍ—ອະບີນາໄດທຳນາຍວ່າຜູ້ຄົນຈະຖືກນຳເອົາໄປເປັນທາດ—ກະສັດໂນອາພະຍາຍາມຈະເອົາຊີວິດຂອງເພິ່ນ. ປະມານ 160–150 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຊີນິບໄດ້ມອບລາຊາອານາຈັກໃຫ້ແກ່ລູກຊາຍຜູ້ໜຶ່ງຂອງເພິ່ນຊື່ ໂນອາ; ສະນັ້ນ, ໂນອາຈຶ່ງເລີ່ມປົກຄອງແທນ; ແລະ ເພິ່ນບໍ່ໄດ້ເດີນໃນເສັ້ນທາງຂອງບິດາຂອງເພິ່ນ.
2 ເພາະຈົ່ງເບິ່ງ, ເພິ່ນບໍ່ໄດ້ຮັກສາພຣະບັນຍັດຂອງພຣະເຈົ້າ, ແຕ່ເພິ່ນໄດ້ເດີນຕາມຄວາມປາດຖະໜາຂອງໃຈຕົນ. ແລະ ເພິ່ນມີມະເຫສີກັບ ນາງສະໜົມຫລາຍຄົນ. ແລະ ເພິ່ນໄດ້ ເປັນເຫດໃຫ້ຜູ້ຄົນຂອງເພິ່ນກະທຳບາບ ແລະ ເຮັດສິ່ງທີ່ໜ້າກຽດຊັງຕໍ່ສາຍພຣະເນດຂອງພຣະຜູ້ເປັນເຈົ້າ. ແທ້ຈິງແລ້ວ, ແລະ ພວກເຂົາໄດ້ທຳ ການໂສເພນີ ແລະ ຄວາມຊົ່ວຮ້າຍທຸກຢ່າງ.
3 ແລະ ເພິ່ນເກັບພາສີໜຶ່ງສ່ວນຫ້າຂອງທຸກຢ່າງທີ່ຜູ້ຄົນເປັນເຈົ້າຂອງ, ໜຶ່ງສ່ວນຫ້າຂອງຄຳຂອງພວກເຂົາ ແລະ ເງິນຂອງພວກເຂົາ, ແລະ ໜຶ່ງສ່ວນຫ້າຂອງ ໂລຫະຂອງພວກເຂົາ, ແລະ ທອງແດງຂອງພວກເຂົາ, ແລະ ທອງເຫລືອງຂອງພວກເຂົາ ແລະ ເຫລັກຂອງພວກເຂົາ; ແລະ ໜຶ່ງສ່ວນຫ້າຂອງສັດລ້ຽງຂອງພວກເຂົາ; ແລະ ໜຶ່ງສ່ວນຫ້າຂອງພືດພັນທັນຍາຫານຂອງພວກເຂົາ.
4 ແລະ ທັງໝົດນີ້ນຳໄປເພື່ອຄ້ຳຊູຕົນເອງ ແລະ ພວກມະເຫສີຂອງເພິ່ນກັບພວກນາງສະໜົມທັງໝົດຂອງເພິ່ນ; ພ້ອມດ້ວຍພວກປະໂລຫິດຂອງເພິ່ນ ແລະ ເມຍຂອງພວກເຂົາກັບນາງບຳເລີຂອງພວກເຂົາ; ເພິ່ນໄດ້ປ່ຽນແຜນຂອງການງານໃນອານາຈັກຢ່າງນີ້.
5 ເພາະວ່າເພິ່ນໄດ້ປົດພວກປະໂລຫິດເກົ່າທັງໝົດທີ່ບິດາຂອງເພິ່ນແຕ່ງຕັ້ງໄວ້, ແລະ ໄດ້ແຕ່ງຕັ້ງຜູ້ໃໝ່ຂຶ້ນແທນ, ຊຶ່ງຄົນເຫລົ່ານັ້ນມີຄວາມລະເມີເພີ້ຝັນດ້ວຍຄວາມທະນົງໃຈ.
6 ແທ້ຈິງແລ້ວ, ພວກນີ້ໄດ້ຮັບການຄ້ຳຈູນຢູ່ໃນຄວາມກຽດຄ້ານຂອງພວກເຂົາຢູ່ດັ່ງນັ້ນ, ແລະ ໃນການນັບຖືຮູບບູຊາຂອງພວກເຂົາ, ແລະ ໃນການທຳການໂສເພນີຂອງພວກເຂົາ, ໂດຍພາສີຊຶ່ງກະສັດໂນອາເກັບມາຈາກຜູ້ຄົນຂອງຕົນ; ຜູ້ຄົນໄດ້ທຳງານໜັກທີ່ສຸດດັ່ງນັ້ນເພື່ອຄ້ຳຈູນຄວາມຊົ່ວຮ້າຍ.
7 ແທ້ຈິງແລ້ວ, ແລະ ພວກເຂົາກໍນັບຖືຮູບບູຊາຄືກັນ, ເພາະວ່າພວກເຂົາໄດ້ຖືກຫລອກລວງດ້ວຍຄຳເວົ້າທີ່ບໍ່ເປັນປະໂຫຍດ ແລະ ຄຳຍົກຍ້ອງຂອງກະສັດກັບພວກປະໂລຫິດ ເພາະພວກເຂົາໄດ້ເວົ້າເລື່ອງຍົກຍ້ອງກັບຜູ້ຄົນ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໂນອາໄດ້ສ້າງອາຄານຫລູຫລາ ແລະ ກວ້າງໃຫຍ່ຫລາຍຫລັງ; ແລະ ປະດັບປະດາດ້ວຍໄມ້ລວດລາຍທີ່ງົດງາມ, ແລະ ດ້ວຍສິ່ງທີ່ມີຄ່ານາງໆຊະນິດ, ດ້ວຍຄຳ, ແລະ ດ້ວຍເງິນ, ແລະ ດ້ວຍເຫລັກ, ແລະ ດ້ວຍທອງເຫລືອງ, ແລະ ດ້ວຍໂລຫະ, ແລະ ດ້ວຍທອງແດງ;
9 ແລະ ເພິ່ນໄດ້ສ້າງວັງອັນກວ້າງໃຫຍ່ ແລະ ບ່ອນນັ່ງໄວ້ທາງກາງ, ແລະ ທັງໝົດເຮັດດ້ວຍໄມ້ແນວດີ ແລະ ປະດັບປະດາດ້ວຍຄຳ ແລະ ເງິນ ແລະ ດ້ວຍສິ່ງຂອງທີ່ມີຄຸນຄ່າສູງ.
10 ແລະ ເພິ່ນໄດ້ໃຫ້ຄົນງານຂອງເພິ່ນທຳງານດ້ວຍຝີມືປານີດນາໆຊະນິດພາຍໃນກຳແພງຂອງພຣະວິຫານ, ແລະ ເຮັດດ້ວຍໄມ້ແນວດີ ແລະ ດ້ວຍທອງແດງ, ແລະ ດ້ວຍທອງເຫລືອງ.
11 ແລະ ບ່ອນນັ່ງຖືກຈັດໄວ້ຕ່າງຫາກສຳລັບມະຫາປະໂລຫິດ, ຊຶ່ງຢູ່ສູງກວ່າບ່ອນນັ່ງບ່ອນອື່ນໆທັງໝົດນັ້ນ, ເພິ່ນໄດ້ໃຫ້ເອ້ດ້ວຍຄຳສົດ; ແລະ ເຮັດຮາວພະນັກໄວ້ທາງໜ້າບ່ອນນັ່ງ, ເພື່ອພວກປະໂລຫິດຈະໄດ້ເອື່ອຍຕົວ ແລະ ວາງແຂນໄວ້ເທິງນັ້ນຂະນະທີ່ກ່າວຄຳເທັດ ແລະ ບໍ່ມີປະໂຫຍດກັບຜູ້ຄົນຂອງເພິ່ນ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ສ້າງ ຫໍສູງຫລັງໜຶ່ງຂຶ້ນໃກ້ກັບພຣະວິຫານ; ແທ້ຈິງແລ້ວ, ເປັນຫໍສູງທີ່ສຸດ, ຖ້າຢືນຢູ່ເທິງຍອດຫໍນັ້ນຈະຫລຽວເຫັນແຜ່ນດິນໄຊລຳກັບແຜ່ນດິນເຊັມລອນນຳອີກ, ຊຶ່ງເປັນແຜ່ນດິນຂອງຊາວເລມັນ; ແລະ ເພິ່ນສາມາດຫລຽວເຫັນໄດ້ຈົນກະທັ້ງທົ່ວແຜ່ນດິນອ້ອມແອ້ມນັ້ນ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໃຫ້ສ້າງຕຶກອາຄານຫລາຍຫລັງໃນແຜ່ນດິນໄຊລຳ; ແລະ ໃຫ້ສ້າງຫໍສູງໃຫຍ່ບ່ອນໜຶ່ງໄວ້ໃນເນີນພູທາງເໜືອຂອງແຜ່ນດິນໄຊລຳ, ຊຶ່ງເຄີຍເປັນບ່ອນລີ້ໄພສຳລັບລູກຫລານຂອງນີໄຟໃນເວລາທີ່ພວກເຂົາໜີອອກຈາກແຜ່ນດິນ; ແລະ ເພິ່ນເຮັດແນວນັ້ນຕາມຄວາມຮັ່ງມີ ຊຶ່ງເພິ່ນໄດ້ມາຈາກການເກັບພາສີຈາກຜູ້ຄົນ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນວາງໃຈຢູ່ກັບຂອງມີຄ່າຂອງເພິ່ນ, ແລະ ເພິ່ນໃຊ້ເວລາດຳລົງຊີວິດຢ່າງສະໜຸກສະບາຍຢູ່ກັບພວກມະເຫສີຂອງເພິ່ນ ແລະ ພວກນາງສະໜົມທັງຫລາຍຂອງເພິ່ນ; ແລະ ພວກປະໂລຫິດຂອງເພິ່ນກໍໄດ້ໃຊ້ເວລາແບບນີ້ຢູ່ກັບພວກຜູ້ຍິງໂສເພນີຂອງພວກເຂົາຄືກັນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ໃຫ້ປູກສວນອະງຸ່ນໄວ້ໂດຍຮອບແຜ່ນດິນ ແລະ ເພິ່ນໄດ້ໃຫ້ສ້າງເຄື່ອງປັ່ນໝາກອະງຸ່ນ, ແລະ ເຮັດເຫລົ້າອະງຸ່ນໄວ້ຢ່າງຫລວງຫລາຍ; ສະນັ້ນ ເພິ່ນຈຶ່ງກັບກາຍເປັນ ຄົນຕິດເຫລົ້າອະງຸ່ນ, ແລະ ຜູ້ຄົນຂອງເພິ່ນກໍເໝືອນກັນ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນເລີ່ມສົ່ງຄົນມາໂຈມຕີຜູ້ຄົນຂອງເພິ່ນ, ໂຈມຕີຄົນກຸ່ມນ້ອຍ, ແລະ ຂ້າຜູ້ຄົນໃນທົ່ງຂະນະທີ່ພວກເຂົາກຳລັງລ້ຽງຝູງສັດຂອງພວກເຂົາຢູ່.
17 ແລະ ກະສັດໂນອາໄດ້ສົ່ງທະຫານອອກໄປເວນຍາມອ້ອມຮອບແຜ່ນດິນເພື່ອຂັບໄລ່ພວກນັ້ນອອກໄປ; ແຕ່ວ່າເພິ່ນບໍ່ໄດ້ສົ່ງໄປພຽງພໍ, ແລະ ຊາວເລມັນກໍຍົກມາໂຈມຕີພວກເຂົາອີກ, ແລະ ກວາດເອົາຝູງສັດຂອງພວກເຂົາເປັນຈຳນວນຫລວງຫລາຍອອກໄປຈາກແຜ່ນດິນ; ຊາວເລມັນເລີ່ມຕົ້ນທຳລາຍພວກເຂົາ, ແລະ ໄດ້ສະແດງຄວາມກຽດຊັງຂອງຕົນຕໍ່ພວກເຂົາເຊັ່ນນັ້ນ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໂນອາໄດ້ສົ່ງກອງທະຫານໄປຕໍ່ສູ້ກັບຊາວເລມັນ, ແລະ ຊາວເລມັນຖືກຂັບໄລ່ກັບຄືນໄປຊົ່ວໄລຍະໜຶ່ງ; ສະນັ້ນ, ພວກເຂົາຈຶ່ງກັບຄືນມາດ້ວຍຄວາມຍິນດີກັບເຄື່ອງຂອງທີ່ພວກເຂົາຍຶດມາໄດ້ຈາກຊາວເລມັນ.
19 ແລະ ບັດນີ້, ຍ້ອນໄຊຊະນະອັນໃຫຍ່ຫລວງນີ້ ພວກເຂົາຈຶ່ງມີຄວາມລະເມີເພີ້ຝັນດ້ວຍຄວາມທະນົງໃຈ; ພວກເຂົາໄດ້ ອວດອ້າງເຖິງກຳລັງຂອງຕົນເອງ, ໂດຍກ່າວວ່າພວກເຂົາຫ້າສິບຄົນຈະສາມາດຢືນຕໍ່ສູ້ກັບຊາວເລມັນໄດ້ເຖິງພັນຄົນ; ແລະ ພວກເຂົາໄດ້ອວດອ້າງແບບນີ້, ແລະ ໄດ້ຊື່ນຊົມໃນກອງເລືອດ, ແລະ ການນອງເລືອດຂອງພີ່ນ້ອງຂອງພວກເຂົາ, ແລະ ນີ້ເພາະຄວາມຊົ່ວຮ້າຍຂອງກະສັດ ແລະ ພວກປະໂລຫິດຂອງພວກເຂົາ.
20 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີຊາຍຄົນໜຶ່ງໃນບັນດາພວກເຂົາຊື່ວ່າ ອະບີນາໄດ; ແລະ ເພິ່ນໄດ້ອອກໄປໃນບັນດາພວກນີ້ ແລະ ເລີ່ມທຳນາຍວ່າ: ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ແລະ ພຣະອົງໄດ້ບັນຊາຂ້າພະເຈົ້າດັ່ງນີ້, ມີຄວາມວ່າ, ຈົ່ງອອກໄປ, ແລະ ກ່າວກັບຜູ້ຄົນພວກນີ້ວ່າ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້—ວິບັດແກ່ຜູ້ຄົນພວກນີ້, ເພາະເຮົາເຫັນຄວາມໜ້າກຽດຊັງຂອງພວກເຂົາ, ແລະ ຄວາມຊົ່ວຮ້າຍ, ແລະ ການໂສເພນີຂອງພວກເຂົາ; ແລະ ຖ້າຫາກພວກເຂົາບໍ່ກັບໃຈ ເຮົາຈະມາຢ້ຽມຢາມພວກເຂົາໃນຄວາມຄຽດແຄ້ນຂອງເຮົາ.
21 ແລະ ຖ້າຫາກພວກເຂົາບໍ່ກັບໃຈຫັນໜ້າມາຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ຈົ່ງເບິ່ງ, ເຮົາຈະປ່ອຍໃຫ້ພວກເຂົາຢູ່ໃນກຳມືຂອງສັດຕູ; ແທ້ຈິງແລ້ວ, ພວກເຂົາຈະຖືກນຳໄປ ເປັນທາດ; ແລະ ພວກເຂົາຈະເປັນທຸກໂດຍມືຂອງສັດຕູຂອງພວກເຂົາ.
22 ແລະ ເຫດການຈະບັງເກີດຂຶ້ນຄື ພວກເຂົາຈະຮູ້ວ່າ ເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ຄືພຣະເຈົ້າທີ່ ອິດສາມາຢ້ຽມຢາມຄວາມຊົ່ວຮ້າຍຂອງຜູ້ຄົນຂອງເຮົາ.
23 ແລະ ເຫດການຈະບັງເກີດຂຶ້ນຄື ຖ້າຫາກຜູ້ຄົນພວກນີ້ບໍ່ກັບໃຈ ແລະ ຫັນໜ້າມາຫາພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາແລ້ວ, ພວກເຂົາຈະຖືກນຳໄປເປັນທາດ ແລະ ຈະບໍ່ມີຜູ້ໃດສາມາດປົດປ່ອຍພວກເຂົາໄດ້, ນອກຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່ເທົ່ານັ້ນ.
24 ແທ້ຈິງແລ້ວ, ແລະ ເຫດການຈະບັງເກີດຂຶ້ນຄື ເວລາພວກເຂົາຮ້ອງທູນຕໍ່ເຮົາ, ເຮົາຈະ ລ້າຊ້າທີ່ຈະຍິນສຽງຮ້ອງຂໍຂອງພວກເຂົາ; ແທ້ຈິງແລ້ວ, ເຮົາຈະປ່ອຍໃຫ້ສັດຕູລົງໂທດພວກເຂົາ.
25 ແລະ ຖ້າຫາກພວກເຂົາບໍ່ກັບໃຈມານຸ່ງຜ້າກະສອບ ແລະ ເທົ່າຖ່ານ, ແລະ ຮ້ອງຂໍຢ່າງສຸດກຳລັງຕໍ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາແລ້ວ, ເຮົາຈະບໍ່ ຟັງຄຳອະທິຖານຂອງພວກເຂົາເລີຍ; ທັງຈະບໍ່ປົດປ່ອຍພວກເຂົາອອກຈາກຄວາມທຸກຂອງພວກເຂົາ; ແລະ ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ແລະ ພຣະອົງໄດ້ບັນຊາຂ້າພະເຈົ້າແບບນີ້.
26 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອອະບີນາໄດເວົ້າຂໍ້ຄວາມນີ້ກັບພວກເຂົາ, ພວກເຂົາກໍຄຽດແຄ້ນໃຫ້ເພິ່ນ, ແລະ ພະຍາຍາມຈະເອົາຊີວິດຂອງເພິ່ນ; ແຕ່ພຣະຜູ້ເປັນເຈົ້າໄດ້ປົດປ່ອຍເພິ່ນໃຫ້ຫລຸດຈາກກຳມືຂອງພວກເຂົາ.
27 ບັດນີ້ເມື່ອກະສັດໂນອາໄດ້ຍິນຂໍ້ຄວາມຂອງອະບີນາໄດຈາກຜູ້ຄົນແລ້ວ, ເພິ່ນກໍຄຽດແຄ້ນຄືກັນ; ແລະ ກ່າວວ່າ: ອະບີນາໄດເປັນໃຜທີ່ຈະມາຕິຕຽນເຮົາ ແລະ ຜູ້ຄົນຂອງເຮົາ, ຫລື ວ່າພຣະຜູ້ເປັນເຈົ້າ ອົງໃດທີ່ຈະເອົາຄວາມທຸກຢ່າງແສນສາຫັດມາໃຫ້ຜູ້ຄົນຂອງເຮົາ?
28 ເຮົາສັ່ງໃຫ້ພວກເຈົ້າຈັບເອົາອະບີນາໄດມາບ່ອນນີ້ ເພື່ອເຮົາຈະໄດ້ຂ້າມັນເສຍ ເພາະວ່າມັນໄດ້ກ່າວເລື່ອງເຫລົ່ານີ້ເພື່ອຍຸຍົງຜູ້ຄົນຂອງເຮົາໃຫ້ຄຽດແຄ້ນໃຫ້ກັນ, ແລະ ໃຫ້ເກີດມີຄວາມຜິດຖຽງກັນໃນບັນດາຜູ້ຄົນຂອງເຮົາ; ສະນັ້ນ ເຮົາຈະຂ້າມັນຖິ້ມເສຍ.
29 ບັດນີ້ຕາຂອງຜູ້ຄົນ ບອດ; ສະນັ້ນ ພວກເຂົາຈຶ່ງເຮັດໃຈ ແຂງກະດ້າງຕໍ່ຄຳຂອງອະບີນາໄດ, ແລະ ນັບຈາກນັ້ນມາ ພວກເຂົາໄດ້ພະຍາຍາມທີ່ຈະຈັບເພິ່ນ. ແລະ ກະສັດໂນອາໄດ້ເຮັດໃຈຂອງພວກເຂົາແຂງກະດ້າງຕໍ່ພຣະຄຳຂອງພຣະຜູ້ເປັນເຈົ້າ, ແລະ ເພິ່ນບໍ່ໄດ້ກັບໃຈຈາກການເຮັດຄວາມຊົ່ວຂອງເພິ່ນເລີຍ.