ບົດທີ 17
ແອວມາເຊື່ອ ແລະ ຂຽນຄຳເວົ້າຂອງອະບີນາໄດໄວ້—ອະບີນາໄດຕາຍຢ່າງທໍລະມານຢູ່ໃນກອງໄຟ—ເພິ່ນທຳນາຍເຖິງພະຍາດ ແລະ ຄວາມຕາຍໃນຂະນະທີ່ເພິ່ນຖືກເຜົາຢູ່ໃນກອງໄຟ. ປະມານ 148 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອອະບີນາໄດກ່າວຂໍ້ຄວາມເຫລົ່ານີ້ຈົບແລ້ວ, ກະສັດໄດ້ສັ່ງໃຫ້ ພວກປະໂລຫິດເອົາເພິ່ນໄປ ແລະ ໃຫ້ຂ້າເພິ່ນຖິ້ມເສຍ.
2 ແຕ່ມີຄົນໜຶ່ງໃນບັນດາພວກປະໂລຫິດນັ້ນຊື່ວ່າ ແອວມາ, ລາວເປັນຜູ້ສືບຕະກຸນຂອງນີໄຟຄືກັນ. ແລະ ລາວເປັນຄົນໜຸ່ມແໜ້ນ, ແລະ ລາວ ເຊື່ອໃນຄຳເວົ້າຂອງອະບີນາໄດ, ເພາະລາວຮູ້ກ່ຽວກັບຄວາມຊົ່ວຮ້າຍ ຊຶ່ງອະບີນາໄດໃຫ້ຖ້ອຍຄຳກ່ຽວກັບຄົນເຫລົ່ານັ້ນ; ສະນັ້ນ ລາວຈຶ່ງວິງວອນກະສັດເພື່ອບໍ່ໃຫ້ກະສັດຄຽດແຄ້ນໃຫ້ອະບີນາໄດ, ແຕ່ໃຫ້ປ່ອຍເພິ່ນໄປຢ່າງສັນຕິ.
3 ແຕ່ກະສັດໄດ້ຄຽດແຄ້ນຫລາຍຂຶ້ນ ແລະ ສັ່ງໃຫ້ຂັບໄລ່ແອວມາອອກໄປຈາກບັນດາພວກເຂົາ, ແລະ ໄດ້ສົ່ງຂ້າໃຊ້ໃຫ້ຕິດຕາມໄປເພື່ອຈະໄດ້ຂ້າລາວເສຍ.
4 ແຕ່ລາວໄດ້ໜີໄປກ່ອນ ແລະ ລີ້ຊ່ອນຕົວຢູ່ຈົນພວກເຂົາຫາບໍ່ເຫັນ. ແລະ ໂດຍທີ່ລີ້ຊ່ອນຕົວຢູ່ຫລາຍມື້ ລາວໄດ້ ຂຽນຂໍ້ຄວາມຊຶ່ງອະບີນາໄດເວົ້າໄວ້ທັງໝົດ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໃຫ້ທະຫານຍາມຂອງຕົນລ້ອມອະບີນາໄດໄວ້ ແລະ ຈັບເພິ່ນ; ແລະ ພວກເຂົາມັດເພິ່ນ ແລະ ເອົາເພິ່ນເຂົ້າຄຸກ.
6 ແລະ ສາມມື້ຕໍ່ມາ, ກະສັດໄດ້ປຶກສາກັບພວກປະໂລຫິດຂອງຕົນ, ແລ້ວເພິ່ນຈຶ່ງສັ່ງໃຫ້ເອົາເພິ່ນມາຢູ່ຕໍ່ໜ້າເພິ່ນອີກ.
7 ແລະ ເພິ່ນກ່າວກັບເພິ່ນວ່າ: ອະບີນາໄດ, ພວກເຮົາພົບຂໍ້ກ່າວຫາເຈົ້າແລ້ວ, ແລະ ເຈົ້າສົມຄວນທີ່ຈະຕາຍ.
8 ເພາະເຈົ້າເວົ້າວ່າ ພຣະເຈົ້າພຣະອົງເອງຈະສະເດັດລົງມາໃນບັນດາລູກຫລານມະນຸດ; ແລະ ບັດນີ້, ເພາະເຫດນີ້ເຈົ້າຈະຕ້ອງຕາຍ ເວັ້ນເສຍແຕ່ເຈົ້າຈະຖອນຄຳເວົ້າທັງໝົດຊຶ່ງເຈົ້າເວົ້າບໍ່ດີກ່ຽວກັບພວກເຮົາ ແລະ ຜູ້ຄົນຂອງເຮົາ.
9 ບັດນີ້ອະບີນາໄດກ່າວກັບເພິ່ນວ່າ: ຂ້ານ້ອຍກ່າວກັບທ່ານວ່າ, ຂ້ານ້ອຍຈະບໍ່ຖອນຄຳເວົ້າຊຶ່ງຂ້ານ້ອຍໄດ້ເວົ້າກັບທ່ານກ່ຽວກັບຜູ້ຄົນພວກນີ້, ເພາະມັນເປັນຄວາມຈິງ; ແລະ ເພື່ອທ່ານຈະໄດ້ຮູ້ເຖິງຄວາມແນ່ນອນຂອງມັນ ຂ້ານ້ອຍຈຶ່ງຍອມຕົວໃຫ້ຢູ່ໃນມືຂອງທ່ານ.
10 ແທ້ຈິງແລ້ວ, ແລະ ຂ້ານ້ອຍຈະຍອມເຖິງແມ່ນຈົນເຖິງສິ້ນລົມຫາຍໃຈ, ແລະ ຂ້ານ້ອຍຈະບໍ່ຖອນຄຳເວົ້າຂອງຂ້ານ້ອຍ, ແລະ ມັນຈະຢືນເປັນປະຈັກພະຍານກ່າວໂທດທ່ານ. ແລະ ຖ້າຫາກທ່ານສັ່ງປະຫານຂ້ານ້ອຍ ທ່ານກໍເຮັດໃຫ້ ຜູ້ບໍລິສຸດຕ້ອງເສຍຊີວິດ, ແລະ ການກະທຳເຊັ່ນນີ້ຈະຢືນເປັນປະຈັກພະຍານກ່າວໂທດທ່ານໃນວັນສຸດທ້າຍນຳອີກ.
11 ແລະ ບັດນີ້ກະສັດໂນອາເກືອບຈະປ່ອຍຕົວເພິ່ນໄປ ເພາະເພິ່ນຢ້ານກົວຄຳເວົ້າຂອງເພິ່ນ; ເພາະເພິ່ນຢ້ານວ່າ ການພິພາກສາຂອງພຣະເຈົ້າຈະເກີດກັບເພິ່ນ.
12 ແຕ່ພວກປະໂລຫິດເປັ່ງສຽງກ່າວໂທດເພິ່ນ, ແລະ ເລີ່ມກ່າວຫາເພິ່ນ, ມີຄຳວ່າ: ມັນໝິ່ນປະໝາດກະສັດ. ສະນັ້ນ ກະສັດຈຶ່ງຖືກຍຸຍົງໃຫ້ມີຄວາມຄຽດແຄ້ນໃຫ້ເພິ່ນ, ແລະ ເພິ່ນຈຶ່ງປ່ອຍເພິ່ນໃຫ້ຖືກປະຫານຊີວິດ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຈັບເພິ່ນໄປ, ແລ້ວມັດເພິ່ນ ແລະ ໂບຍຕີຮ່າງກາຍຂອງເພິ່ນດ້ວຍຫວາຍ, ແທ້ຈິງແລ້ວ, ຈົນໃຫ້ເຖິງແກ່ຄວາມຕາຍ.
14 ແລະ ບັດນີ້ເມື່ອແປວໄຟເລີ່ມຈະໄໝ້ເພິ່ນ, ເພິ່ນໄດ້ຮ້ອງໃສ່ພວກເຂົາ, ມີຄວາມວ່າ:
15 ຈົ່ງເບິ່ງ, ສິ່ງທີ່ພວກທ່ານກະທຳກັບຂ້າພະເຈົ້າສັນໃດ, ມັນກໍຈະເກີດກັບພວກທ່ານສັນນັ້ນ ຄືລູກຫລານຂອງພວກທ່ານຈະເຮັດໃຫ້ຄົນຈຳນວນຫລວງຫລາຍໄດ້ຮັບຄວາມທຸກທໍລະມານເຖິງແມ່ນດ້ວຍຄວາມເຈັບປວດຂອງ ຄວາມຕາຍດ້ວຍໄຟ; ແລະ ນີ້ເປັນເພາະພວກເຂົາເຊື່ອໃນການຊ່ວຍໃຫ້ລອດຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
16 ແລະ ເຫດການຈະບັງເກີດຂຶ້ນຄື ພວກທ່ານຈະເປັນທຸກດ້ວຍພະຍາດນາໆປະການ ເພາະຄວາມຊົ່ວຮ້າຍຂອງພວກທ່ານ.
17 ແທ້ຈິງແລ້ວ, ແລະ ພວກທ່ານຈະຖືກ ລົງໂທດຮອບດ້ານ ແລະ ຖືກຂັບໄລ່ຕ້ອນໄປ ແລະ ກະຈັດກະຈາຍໄປທາງນັ້ນທາງນີ້, ຈະເປັນເໝືອນດັ່ງຝູງແກະປ່າທີ່ຖືກສັດປ່າຂັບໄລ່ປອງຮ້າຍ.
18 ແລະ ໃນມື້ນັ້ນພວກທ່ານຈະຖືກລ່າ, ແລະ ພວກທ່ານຈະຖືກຈັບໄປໂດຍມືສັດຕູຂອງພວກທ່ານ, ແລະ ເມື່ອນັ້ນພວກທ່ານຈະຮັບທຸກທໍລະມານດ້ວຍຄວາມເຈັບປວດຂອງ ຄວາມຕາຍດ້ວຍໄຟດັ່ງທີ່ຂ້າພະເຈົ້າຮັບທຸກທໍລະມານຢູ່ໃນຂະນະນີ້.
19 ພຣະເຈົ້າຈະ ແກ້ແຄ້ນຄົນທີ່ທຳລາຍຜູ້ຄົນຂອງພຣະອົງດັ່ງນັ້ນ. ໂອ້ ພຣະອົງເຈົ້າ, ຂໍຈົ່ງຮັບເອົາຈິດວິນຍານຂອງຂ້ານ້ອຍດ້ວຍເທີ້ນ.
20 ແລະ ບັດນີ້ເມື່ອອະບີນາໄດກ່າວຂໍ້ຄວາມນີ້ແລ້ວ, ເພິ່ນກໍລົ້ມລົງຮັບຄວາມຕາຍດ້ວຍໄຟ; ແທ້ຈິງແລ້ວ, ເພິ່ນຖືກປະຫານເພາະເພິ່ນບໍ່ຍອມປະຕິເສດພຣະບັນຍັດຂອງພຣະເຈົ້າ, ໂດຍໄດ້ຜະນຶກຄວາມຈິງຂອງຄຳເວົ້າຂອງເພິ່ນດ້ວຍຄວາມຕາຍ.