ບົດທີ 19
ກີເດໂອນພະຍາຍາມຂ້າກະສັດໂນອາ—ຊາວເລມັນມາຮຸກຮານແຜ່ນດິນ—ກະສັດໂນອາຕາຍຢ່າງທຸກທໍລະມານຍ້ອນໄຟ—ລິມໄຮປົກຄອງຢ່າງຂູດຮີດພາສີອາກອນ. ປະມານ 145–121 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ກອງທັບຂອງກະສັດໄດ້ກັບຄືນມາຈາກການຊອກຫາຜູ້ຄົນຂອງພຣະຜູ້ເປັນເຈົ້າ ແຕ່ບໍ່ໄດ້ຮັບຜົນ.
2 ແລະ ບັດນີ້ຈົ່ງເບິ່ງ, ກຳລັງກອງທັບຂອງກະສັດມີໜ້ອຍດຽວໂດຍລົດຈຳນວນລົງ, ແລະ ເລີ່ມມີການແບ່ງແຍກໃນບັນດາຜູ້ຄົນທີ່ເຫລືອຢູ່.
3 ແລະ ຄົນສ່ວນໜ້ອຍເລີ່ມເວົ້າຄຸກຄາມກະສັດ, ແລະ ເລີ່ມມີການຂັດແຍ້ງໃນບັນດາພວກເຂົາ.
4 ແລະ ບັດນີ້ມີຊາຍຄົນໜຶ່ງໃນບັນດາພວກເຂົາຊື່ວ່າ ກີເດໂອນ ແລະ ລາວເປັນຄົນແຂງແຮງ ແລະ ເປັນສັດຕູຂອງກະສັດ, ສະນັ້ນ ລາວຈຶ່ງຖອດດາບຂອງລາວອອກມາ, ແລະ ສາບານດ້ວຍຄວາມຄຽດແຄ້ນວ່າ ລາວຈະຂ້າກະສັດຖິ້ມເສຍ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ກີເດໂອນໄດ້ຕໍ່ສູ້ກັບກະສັດ; ແລະ ເມື່ອກະສັດເຫັນວ່າກີເດໂອນມີກຳລັງຫລາຍກວ່າເພິ່ນ, ຈຶ່ງໄດ້ປົບໜີ ແລະ ຂຶ້ນໄປເທິງ ຫໍສູງໃກ້ພຣະວິຫານ.
6 ແລະ ກີເດໂອນໄດ້ໄລ່ຕາມກະສັດໄປ ແລະ ກຳລັງຈະຂຶ້ນຫໍສູງເພື່ອໄປຂ້າກະສັດ, ແລະ ກະສັດໄດ້ກວາດສາຍຕາໄປທາງແຜ່ນດິນເຊັມລອນ, ແລະ ຈົ່ງເບິ່ງ, ກອງທັບຂອງຊາວເລມັນຢູ່ໃນຊາຍແດນຂອງແຜ່ນດິນຂອງຕົນແລ້ວ.
7 ແລະ ບັດນີ້ກະສັດໄດ້ຮ້ອງອອກມາດ້ວຍຄວາມເຈັບປວດຂອງຈິດວິນຍານວ່າ: ກີເດໂອນ, ຈົ່ງໄວ້ຊີວິດຂອງເຮົາເຖີດ, ເພາະວ່າຊາວເລມັນກຳລັງເຂົ້າມາ ແລະ ພວກເຂົາຈະທຳລາຍພວກເຮົາ; ແທ້ຈິງແລ້ວ, ພວກເຂົາຈະທຳລາຍຜູ້ຄົນຂອງເຮົາ.
8 ແລະ ບັດນີ້ກະສັດບໍ່ໄດ້ເປັນຫ່ວງຜູ້ຄົນຫລາຍກວ່າເປັນຫ່ວງນຳຊີວິດຂອງຕົນເອງເລີຍ; ເຖິງຢ່າງໃດກໍຕາມ ກີເດໂອນກໍໄດ້ໄວ້ຊີວິດຂອງກະສັດ.
9 ແລະ ກະສັດໄດ້ສັ່ງໃຫ້ຜູ້ຄົນໜີໄປກ່ອນຊາວເລມັນຈະມາຮອດ, ແລະ ຕົວເພິ່ນເອງໄດ້ອອກໄປກ່ອນແລ້ວ, ແລະ ພວກເຂົາໄດ້ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານພ້ອມດ້ວຍພວກຜູ້ຍິງ ແລະ ເດັກນ້ອຍຂອງພວກເຂົາ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ໄລ່ຕາມພວກເຂົາໄປຈົນທັນ ແລະ ເລີ່ມຂ້າພວກເຂົາ.
11 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ກະສັດອອກຄຳສັ່ງກັບຜູ້ຄົນວ່າ ຜູ້ຊາຍທັງໝົດຄວນປະຖິ້ມເມຍຂອງພວກເຂົາ ແລະ ລູກຂອງພວກເຂົາໄວ້, ແລະ ໜີໄປກ່ອນຊາວເລມັນຈະມາຮອດ.
12 ແລະ ບັດນີ້ມີຫລາຍຄົນທີ່ບໍ່ຍອມປະຖິ້ມພວກເຂົາ, ແຕ່ຈະຢູ່ນຳ ແລະ ຕາຍນຳພວກເຂົາດີກວ່າ. ສ່ວນຄົນອື່ນໆໄດ້ປະຖິ້ມເມຍຂອງພວກເຂົາ ແລະ ລູກຂອງພວກເຂົາ ແລະ ໜີໄປ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກທີ່ຢູ່ກັບເມຍຂອງພວກເຂົາ ແລະ ລູກຂອງພວກເຂົາໄດ້ບອກໃຫ້ພວກລູກສາວຜູ້ສວຍງາມຂອງພວກເຂົາອອກໄປ ແລະ ວິງວອນຊາວເລມັນເພື່ອບໍ່ໃຫ້ຂ້າພວກເຂົາ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນມີຄວາມເມດຕາສົງສານພວກເຂົາເພາະພວກເຂົາຫລົງໄຫລກັບຄວາມສວຍງາມຂອງພວກຜູ້ຍິງເຫລົ່ານັ້ນ.
15 ສະນັ້ນ ຊາວເລມັນຈຶ່ງໄວ້ຊີວິດພວກເຂົາ, ແລະ ຈັບເອົາພວກເຂົາໄປເປັນຊະເລີຍ ແລະ ພາພວກເຂົາກັບຄືນໄປຫາແຜ່ນດິນນີໄຟ, ແລະ ອະນຸຍາດໃຫ້ພວກເຂົາເປັນເຈົ້າຂອງແຜ່ນດິນໂດຍມີເງື່ອນໄຂວ່າ ພວກເຂົາຕ້ອງມອບກະສັດໂນອາໃຫ້ຢູ່ໃນກຳມືຂອງຊາວເລມັນ, ພ້ອມທັງຊັບສົມບັດຂອງພວກເຂົາ ຈົນກະທັ້ງເຄິ່ງໜຶ່ງຂອງສິ່ງຂອງທັງໝົດທີ່ຜູ້ຄົນເປັນເຈົ້າຂອງ, ເຄິ່ງໜຶ່ງຂອງຄຳຂອງພວກເຂົາ, ແລະ ເຄິ່ງໜຶ່ງຂອງເງິນຂອງພວກເຂົາ, ແລະ ສິ່ງທີ່ມີຄ່າທັງໝົດ, ແລະ ພວກເຂົາຕ້ອງເສຍຊ່ວຍໃຫ້ແກ່ກະສັດຂອງຊາວເລມັນແຕ່ລະປີ.
16 ແລະ ບັດນີ້ໃນບັນດາພວກທີ່ຖືກເອົາໄປເປັນຊະເລີຍນັ້ນ ມີລູກຊາຍຄົນໜຶ່ງຂອງກະສັດຊື່ວ່າ ລິມໄຮ.
17 ແລະ ບັດນີ້ລິມໄຮບໍ່ຢາກໃຫ້ບິດາຂອງເພິ່ນຖືກທຳລາຍ; ເຖິງຢ່າງໃດກໍຕາມ, ເພິ່ນກໍຮູ້ເຖິງຄວາມຊົ່ວຮ້າຍຂອງບິດາຕົນ, ຕົວເພິ່ນເອງເປັນຄົນຊອບທຳ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ກີເດໂອນໄດ້ສົ່ງຄົນໄປໃນຖິ່ນແຫ້ງແລ້ງກັນດານເປັນການລັບເພື່ອຄົ້ນຫາກະສັດ ແລະ ຜູ້ທີ່ຢູ່ກັບເພິ່ນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນຂອງກີເດໂອນໄດ້ພົບຄົນທັງໝົດໃນຖິ່ນແຫ້ງແລ້ງກັນດານຍົກເວັ້ນແຕ່ກະສັດກັບພວກປະໂລຫິດຂອງເພິ່ນເທົ່ານັ້ນ.
19 ບັດນີ້ຄົນເຫລົ່ານັ້ນໄດ້ສາບານຢູ່ໃນໃຈວ່າ ພວກເຂົາຈະກັບຄືນໄປຫາແຜ່ນດິນນີໄຟ, ແລະ ຖ້າຫາກເມຍຂອງພວກເຂົາ ແລະ ລູກຂອງພວກເຂົາຖືກຂ້າຕາຍ, ແລະ ຄົນທີ່ຢູ່ກັບພວກເຂົາຖືກຂ້າຕາຍ, ແລ້ວພວກເຂົາຈະພະຍາຍາມແກ້ແຄ້ນແທນ, ແລະ ຕາຍກັບພວກນັ້ນສາດີກວ່າ.
20 ແລະ ກະສັດໄດ້ສັ່ງພວກເຂົາບໍ່ໃຫ້ກັບຄືນໄປ; ຈຶ່ງເຮັດໃຫ້ພວກເຂົາຄຽດແຄ້ນໃຫ້ເພິ່ນ, ແລະ ພວກເຂົາໄດ້ທໍລະມານ ແລະ ຂ້າກະສັດດ້ວຍໄຟ.
21 ແລະ ພວກເຂົາກຳລັງຈະເອົາພວກປະໂລຫິດໄປຂ້ານຳອີກ, ແຕ່ພວກເຂົາໄດ້ປົບໜີໄປກ່ອນ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາກຳລັງຈະກັບຄືນໄປຫາແຜ່ນດິນນີໄຟ, ແລະ ພວກເຂົາໄດ້ພົບກັບຄົນຂອງກີເດໂອນ. ແລະ ຄົນຂອງກີເດໂອນໄດ້ເລົ່າເລື່ອງທັງໝົດທີ່ໄດ້ເກີດຂຶ້ນກັບເມຍຂອງພວກເຂົາ ແລະ ລູກຂອງພວກເຂົາໃຫ້ພວກເຂົາຟັງ; ແລະ ວ່າຊາວເລມັນອະນຸຍາດໃຫ້ພວກເຂົາເປັນເຈົ້າຂອງແຜ່ນດິນໂດຍເສຍຊ່ວຍໃຫ້ແກ່ຊາວເລມັນເຄິ່ງໜຶ່ງຂອງສິ່ງຂອງທັງໝົດທີ່ພວກເຂົາມີ.
23 ແລະ ພວກເຂົາໄດ້ບອກກັບຄົນຂອງກີເດໂອນວ່າ ພວກເຂົາໄດ້ຂ້າກະສັດແລ້ວ, ແລະ ພວກປະໂລຫິດເຫລົ່ານັ້ນໄດ້ປົບໜີໄປໄກ ແລະ ໄດ້ໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກພວກເຂົາເສັດພິທີແລ້ວ, ພວກເຂົາກໍກັບຄືນໄປຫາແຜ່ນດິນນີໄຟດ້ວຍຄວາມຊື່ນຊົມ, ເພາະວ່າເມຍຂອງພວກເຂົາ ແລະ ລູກຂອງພວກເຂົາບໍ່ໄດ້ຖືກຂ້າ; ແລະ ພວກເຂົາໄດ້ເລົ່າໃຫ້ກີເດໂອນຟັງເຖິງສິ່ງທີ່ພວກເຂົາໄດ້ກະທຳກັບກະສັດ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດຂອງຊາວເລມັນໃຫ້ ຄຳສາບານແກ່ພວກເຂົາວ່າ ຜູ້ຄົນຂອງເພິ່ນຈະບໍ່ຂ້າພວກເຂົາອີກ.
26 ແລະ ລິມໄຮໂດຍທີ່ເປັນລູກຊາຍຂອງກະສັດ, ດັ່ງນັ້ນຜູ້ຄົນ ຈຶ່ງໄດ້ມອບລາຊາອານາຈັກໃຫ້ເພິ່ນ, ແລະ ເພິ່ນໄດ້ໃຫ້ຄຳສາບານຕໍ່ກະສັດຂອງຊາວເລມັນອີກວ່າ ຜູ້ຄົນຂອງເພິ່ນຈະຕ້ອງເສຍຊ່ວຍເຄິ່ງໜຶ່ງຂອງສິ່ງຂອງທັງໝົດທີ່ພວກເຂົາມີ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ລິມໄຮເລີ່ມສະຖາປະນາອານາຈັກ ແລະ ສະຖາປະນາສັນຕິສຸກຂຶ້ນໃນບັນດາຜູ້ຄົນຂອງເພິ່ນ.
28 ແລະ ກະສັດຂອງຊາວເລມັນໄດ້ຈັດຍາມໄວ້ທົ່ວແຜ່ນດິນ ເພື່ອກັກຜູ້ຄົນຂອງລິມໄຮໄວ້ໃນແຜ່ນດິນ ເພື່ອບໍ່ໃຫ້ພວກເຂົາໜີເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ; ແລະ ເພິ່ນໄດ້ລ້ຽງດູພວກຍາມນັ້ນດ້ວຍເຄື່ອງຊ່ວຍຈາກຊາວນີໄຟ.
29 ແລະ ບັດນີ້ກະສັດລິມໄຮໄດ້ມີສັນຕິສຸກຢູ່ໃນລາຊາອານາຈັກຂອງເພິ່ນຕິດຕໍ່ກັນເປັນເວລາສອງປີ, ຊຶ່ງຊາວເລມັນບໍ່ໄດ້ບຽດບຽນ ແລະ ບໍ່ພະຍາຍາມທຳຮ້າຍພວກເຂົາ.