ໜັງສືໂມໄຊຢາ
ບົດທີ 1
ກະສັດເບັນຢາມິນສິດສອນພວກລູກຊາຍຂອງເພິ່ນກ່ຽວກັບພາສາ ແລະ ການທຳນາຍຂອງບັນພະບຸລຸດຂອງເຂົາເຈົ້າ—ສາດສະໜາ ແລະ ຄວາມສີວິໄລຖືກເກັບກຳໄວ້ຍ້ອນວ່າໄດ້ບັນທຶກເລື່ອງລາວໄວ້ໃນແຜ່ນຈາລຶກຫລາຍຊຸດທີ່ແຕກຕ່າງກັນ—ໂມໄຊຢາຖືກເລືອກໃຫ້ເປັນກະສັດ ແລະ ເປັນຜູ້ຮັກສາບັນທຶກ ແລະ ສິ່ງຂອງອື່ນໆ. ປະມານ 130–124 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ບໍ່ມີການຂັດແຍ້ງຕໍ່ໄປໃນທົ່ວ ແຜ່ນດິນຂອງເຊຣາເຮັມລາ, ໃນບັນດາຜູ້ຄົນທັງໝົດທີ່ຂຶ້ນກັບກະສັດເບັນຢາມິນ, ດັ່ງນັ້ນ ກະສັດເບັນຢາມິນຈຶ່ງປະສົບກັບສັນຕິສຸກຕະຫລອດລາຊາການຂອງເພິ່ນ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນມີລູກຊາຍສາມຄົນ; ແລະ ເພິ່ນໄດ້ຕັ້ງຊື່ໃຫ້ເຂົາເຈົ້າວ່າ ໂມໄຊຢາ, ຮີໂລຣຳ, ແລະ ຮີລາມັນ. ແລະ ເພິ່ນໄດ້ໃຫ້ເຂົາເຈົ້າ ຮຽນ ພາສາທັງໝົດຂອງບັນພະບຸລຸດຂອງເຂົາເຈົ້າ, ເພື່ອເຂົາເຈົ້າຈະໄດ້ເປັນຄົນສະຫລາດ ແລະ ຈະໄດ້ຮູ້ກ່ຽວກັບຄຳທຳນາຍຊຶ່ງໄດ້ເວົ້າອອກຈາກປາກຂອງບັນພະບຸລຸດຂອງເຂົາເຈົ້າ, ຊຶ່ງນຳມາໃຫ້ພວກເຂົາໂດຍພຣະຫັດຂອງພຣະຜູ້ເປັນເຈົ້າເອງ.
3 ແລະ ເພິ່ນໄດ້ສິດສອນເຂົາເຈົ້າກ່ຽວກັບບັນທຶກ ຊຶ່ງມີຂຽນໄວ້ໃນແຜ່ນຈາລຶກທອງເຫລືອງ, ມີຄວາມວ່າ: ລູກເອີຍ, ພໍ່ຢາກໃຫ້ພວກເຈົ້າຈື່ໄວ້ວ່າ ຖ້າຫາກບໍ່ມີ ແຜ່ນຈາລຶກເຫລົ່ານີ້ ຊຶ່ງມີບັນທຶກຕ່າງໆ ແລະ ພຣະບັນຍັດເຫລົ່ານີ້ແລ້ວ, ພວກເຮົາຕ້ອງໄດ້ຮັບຄວາມທຸກທໍລະມານຢູ່ໃນ ຄວາມໂງ່ຈ້າຫລ້າຫລັງຈົນເຖິງປະຈຸບັນນີ້, ໂດຍບໍ່ຮູ້ຄວາມລຶກລັບຂອງພຣະເຈົ້າເລີຍ.
4 ເພາະມັນເປັນໄປບໍ່ໄດ້ທີ່ລີໄຮບັນພະບຸລຸດຂອງພວກເຮົາຈະຈື່ຈຳເລື່ອງເຫລົ່ານີ້ໄດ້ທັງໝົດ ເພື່ອສິດສອນລູກຫລານຂອງເພິ່ນນອກຈາກຈະເປັນໄປໂດຍຄວາມຊ່ວຍເຫລືອຈາກແຜ່ນຈາລຶກເຫລົ່ານີ້; ເພາະວ່າເພິ່ນໄດ້ຮັບການສິດສອນມາໃນ ພາສາຂອງຊາວເອຢິບ ສະນັ້ນເພິ່ນຈຶ່ງອ່ານຕົວອັກສອນເຫລົ່ານັ້ນໄດ້ ແລະ ສິດສອນລູກຂອງເພິ່ນ, ໂດຍວິທີນີ້ເຂົາເຈົ້າຈຶ່ງຈະສິດສອນລູກຫລານຂອງເຂົາເຈົ້າໄດ້, ແລະ ສະນັ້ນມັນຈຶ່ງເຮັດໃຫ້ພຣະບັນຍັດຂອງພຣະເຈົ້າສຳເລັດ, ຈົນກະທັ້ງລົງມາເຖິງປະຈຸບັນນີ້.
5 ລູກເອີຍ ພໍ່ກ່າວກັບພວກເຈົ້າວ່າ ຖ້າສິ່ງເຫລົ່ານີ້ບໍ່ໄດ້ຖືກ ຮັກສາໄວ້ໂດຍພຣະຫັດຂອງພຣະເຈົ້າ, ເພື່ອພວກເຮົາຈະໄດ້ ອ່ານ ແລະ ເຂົ້າໃຈ ຄວາມລຶກລັບຂອງພຣະອົງ, ແລະ ມີພຣະບັນຍັດຂອງພຣະອົງຢູ່ຕໍ່ໜ້າຂອງພວກເຮົາຢູ່ສະເໝີແລ້ວ, ເຖິງແມ່ນວ່າບັນພະບຸລຸດຂອງພວກເຮົາຈະເສື່ອມໂຊມລົງຢູ່ໃນຄວາມບໍ່ເຊື່ອຖື ແລະ ພວກເຮົາກໍຈະເປັນຄືກັນກັບຊາວເລມັນພີ່ນ້ອງຂອງພວກເຮົາຜູ້ບໍ່ຮູ້ຈັກຫຍັງໝົດກ່ຽວກັບເລື່ອງເຫລົ່ານີ້, ຫລື ກໍບໍ່ເຊື່ອເລື່ອງເຫລົ່ານີ້ເລີຍເມື່ອພວກເຂົາໄດ້ຮັບການສິດສອນ, ເພາະວ່າ ຮີດຄອງປະເພນີຂອງບັນພະບຸລຸດຂອງພວກເຂົານັ້ນບໍ່ຖືກຕ້ອງ.
6 ໂອ້ ລູກເອີຍ, ພໍ່ຢາກໃຫ້ລູກຈື່ຈຳໄວ້ວ່າ ຄຳເຫລົ່ານີ້ເປັນຄວາມຈິງ ແລະ ບັນທຶກເຫລົ່ານີ້ກໍເປັນ ຄວາມຈິງຄືກັນ. ແລະ ຈົ່ງເບິ່ງ, ແຜ່ນຈາລຶກຂອງນີໄຟກໍຄືກັນ, ຊຶ່ງມີບັນທຶກ ແລະ ຄຳກ່າວໄວ້ຈາກບັນພະບຸລຸດຂອງພວກເຮົານັບຕັ້ງແຕ່ເວລາທີ່ເຂົາເຈົ້າໜີອອກຈາກເຢຣູຊາເລັມມາຈົນເຖິງປະຈຸບັນນີ້, ແລະ ເລື່ອງເຫລົ່ານີ້ເປັນຄວາມຈິງ; ແລະ ພວກເຮົາສາມາດຮູ້ຈັກເຖິງຄວາມແນ່ນອນນີ້ໄດ້ເພາະວ່າພວກເຮົາມີມັນຢູ່ຕໍ່ໜ້າພວກເຮົາ.
7 ແລະ ບັດນີ້ລູກເອີຍ, ພໍ່ຢາກໃຫ້ລູກຈື່ຈຳໄວ້ເພື່ອຈະ ຄົ້ນຄວ້າຫາມັນຢ່າງພາກພຽນເພື່ອລູກຈະໄດ້ຮັບຜົນປະໂຫຍດຈາກມັນ; ແລະ ພໍ່ຢາກໃຫ້ລູກ ຮັກສາພຣະບັນຍັດຂອງພຣະເຈົ້າ, ເພື່ອລູກຈະໄດ້ ຮຸ່ງເຮືອງຢູ່ໃນແຜ່ນດິນນີ້ຕາມ ຄຳສັນຍາ ຊຶ່ງພຣະຜູ້ເປັນເຈົ້າໄດ້ກະທຳໄວ້ກັບບັນພະບຸລຸດຂອງພວກເຮົາ.
8 ແລະ ກະສັດເບັນຢາມິນໄດ້ສິດສອນພວກລູກຊາຍຂອງເພິ່ນອີກຫລາຍເລື່ອງ, ຊຶ່ງບໍ່ໄດ້ຂຽນໄວ້ໃນໜັງສືເຫລັ້ມນີ້.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກກະສັດເບັນຢາມິນສິດສອນລູກຂອງເພິ່ນຈົບແລ້ວ, ເພິ່ນໄດ້ເຖົ້າແກ່ລົງ, ແລະ ເພິ່ນເຫັນວ່າໃນບໍ່ຊ້ານີ້ ເພິ່ນຈະຕ້ອງເປັນໄປຕາມທາງຂອງມວນໂລກທັງປວງແລ້ວ; ສະນັ້ນ, ເພິ່ນຈຶ່ງຄິດວ່າ ມັນເຖິງເວລາແລ້ວທີ່ຈະມອບລາຊາອານາຈັກໃຫ້ແກ່ລູກຄົນໃດຄົນໜຶ່ງຂອງເພິ່ນ.
10 ສະນັ້ນ, ເພິ່ນຈຶ່ງໄດ້ໃຫ້ໂມໄຊຢາມາຢູ່ຕໍ່ໜ້າເພິ່ນ; ແລະ ນີ້ຄືຂໍ້ຄວາມທີ່ເພິ່ນໄດ້ເວົ້າກັບລາວ, ມີຄວາມວ່າ: ພໍ່ຢາກໃຫ້ລູກປະກາດໄປທົ່ວແຜ່ນດິນຕໍ່ບັນດາຜູ້ຄົນພວກນີ້ທັງໝົດ, ຫລື ຜູ້ຄົນຂອງເຊຣາເຮັມລາ, ແລະ ຜູ້ຄົນຂອງໂມໄຊຢາຜູ້ອາໄສຢູ່ໃນແຜ່ນດິນ, ເພື່ອພວກເຂົາຈະໄດ້ມາເຕົ້າໂຮມກັນ ເພາະວ່າໃນມື້ອື່ນພໍ່ຈະປະກາດຕໍ່ຜູ້ຄົນຂອງພໍ່ອອກຈາກປາກຂອງພໍ່ເອງວ່າລູກເປັນ ກະສັດ ແລະ ເປັນຜູ້ປົກຄອງດູແລຜູ້ຄົນພວກນີ້, ຊຶ່ງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຮົາປະທານໃຫ້ພວກເຮົາ.
11 ແລະ ຍິ່ງໄປກວ່ານັ້ນ, ພໍ່ຈະຕັ້ງ ຊື່ໃຫ້ແກ່ຜູ້ຄົນພວກນີ້, ເພື່ອພວກເຂົາຈະໄດ້ດີເດັ່ນກວ່າຜູ້ຄົນທັງປວງ ເພາະວ່າອົງພຣະຜູ້ເປັນເຈົ້າໄດ້ນຳພາພວກເຂົາອອກມາຈາກແຜ່ນດິນເຢຣູຊາເລັມ ແລະ ພໍ່ຈະເຮັດແນວນີ້ ເພາະວ່າພວກເຂົາເປັນຄົນພາກພຽນໃນການຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ.
12 ແລະ ພໍ່ຈະຕັ້ງຊື່ໃຫ້ແກ່ພວກເຂົາ ແລະ ຊື່ນັ້ນຈະບໍ່ຖືກລຶບເລີຍ, ນອກຈາກຈະເປັນ ການລ່ວງລະເມີດເທົ່ານັ້ນ.
13 ແທ້ຈິງແລ້ວ, ແລະ ຍິ່ງໄປກວ່ານັ້ນ, ພໍ່ກ່າວກັບລູກວ່າ, ຖ້າຫາກຄົນພວກນີ້ ຊຶ່ງພຣະຜູ້ເປັນເຈົ້າໂປດປານທີ່ສຸດຈະຕົກໄປສູ່ ການລ່ວງລະເມີດ, ແລະ ກັບກາຍເປັນຄົນຊົ່ວ ແລະ ຄົນຫລິ້ນຊູ້, ພຣະຜູ້ເປັນເຈົ້າຈະປ່ອຍປະພວກເຂົາ ແລະ ພວກເຂົາຈະເປັນຄົນ ອ່ອນແອຄືກັນກັບພີ່ນ້ອງຂອງພວກເຂົາ; ແລະ ພຣະອົງຈະບໍ່ ປົກປ້ອງພວກເຂົາໂດຍອຳນາດອັນຫາທີ່ທຽບບໍ່ໄດ້ ແລະ ໜ້າອັດສະຈັນຂອງພຣະອົງຕໍ່ໄປດັ່ງທີ່ພຣະອົງໄດ້ປົກປ້ອງບັນພະບຸລຸດຂອງພວກເຮົາມາແຕ່ກ່ອນ.
14 ເພາະພໍ່ກ່າວກັບລູກວ່າ, ຖ້າຫາກພຣະອົງບໍ່ໄດ້ເດ່ພຣະຫັດອອກມາເພື່ອຮັກສາບັນພະບຸລຸດຂອງພວກເຮົາແລ້ວທຸກໆຄົນຕ້ອງຕົກຢູ່ໃນກຳມືຂອງຊາວເລມັນ, ແລະ ຈະກັບກາຍເປັນຜູ້ເຄາະຮ້າຍຍ້ອນຄວາມກຽດຊັງຂອງພວກເຂົາ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກກະສັດເບັນຢາມິນກ່າວຂໍ້ຄວາມເຫລົ່ານີ້ກັບລູກຊາຍຂອງເພິ່ນຈົບແລ້ວ, ຄືເພິ່ນໄດ້ມອບໝາຍການງານທັງໝົດຂອງອານາຈັກໃຫ້ແກ່ລາວ.
16 ແລະ ຍິ່ງໄປກວ່ານັ້ນ, ເພິ່ນຍັງໄດ້ມອບໝາຍບັນທຶກ ຊຶ່ງຢູ່ໃນ ແຜ່ນຈາລຶກທອງເຫລືອງໃຫ້ແກ່ລາວອີກ; ແລະ ແຜ່ນຈາລຶກຂອງນີໄຟ; ແລະ ດາບຂອງລາບານ ແລະ ລູກກົມ ຫລື ເຂັມຊີ້ທິດ ຊຶ່ງໄດ້ນຳພາບັນພະບຸລຸດຂອງພວກເຮົາໄປໃນຖິ່ນແຫ້ງແລ້ງກັນດານ ຊຶ່ງສິ່ງເຫລົ່ານີ້ໄດ້ຖືກຕຽມໄວ້ໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ ເພື່ອນຳພາເຂົາເຈົ້າອອກໄປຕາມຄວາມເອົາໃຈໃສ່ ແລະ ຄວາມພາກພຽນທີ່ເຂົາເຈົ້າໄດ້ຖວາຍແດ່ພຣະອົງ.
17 ສະນັ້ນ, ເນື່ອງຈາກວ່າພວກເຂົາບໍ່ຊື່ສັດ ພວກເຂົາຈຶ່ງບໍ່ຈະເລີນຮຸ່ງເຮືອງ ຫລື ກ້າວໜ້າໃນການເດີນທາງ, ແຕ່ຖືກ ໄລ່ກັບຄືນ, ແລະ ເຮັດໃຫ້ພຣະເຈົ້າບໍ່ພໍພຣະໄທກັບພວກເຂົາ; ແລະ ສະນັ້ນ ພວກເຂົາຈຶ່ງຖືກລົງໂທດດ້ວຍຄວາມອຶດຢາກ ແລະ ຄວາມທຸກຢ່າງແສນສາຫັດ, ເພື່ອເຮັດໃຫ້ສຳນຶກເຖິງໜ້າທີ່ຂອງພວກເຂົາ.
18 ແລະ ບັດນີ້, ເຫດການໄດ້ບັງເກີດຂຶ້ນຄື ໂມໄຊຢາໄດ້ອອກໄປຕາມທີ່ບິດາຂອງລາວສັ່ງ, ແລະ ປະກາດຕໍ່ຜູ້ຄົນທັງໝົດໃນແຜ່ນດິນເຊຣາເຮັມລາ ເພື່ອໃຫ້ພວກເຂົາມາເຕົ້າໂຮມກັນເພື່ອຂຶ້ນໄປຫາພຣະວິຫານ ເພື່ອຟັງຂໍ້ຄວາມຊຶ່ງບິດາຂອງລາວຈະກ່າວກັບພວກເຂົາ.