ບົດທີ 5
ໄພ່ພົນຂອງພຣະເຈົ້າກາຍມາເປັນບຸດ ແລະ ທິດາຂອງພຣະຄຣິດຜ່ານສັດທາ—ແລ້ວພວກເຂົາຖືກເອີ້ນຕາມພຣະນາມຂອງພຣະຄຣິດ—ກະສັດເບັນຢາມິນຂໍຮ້ອງພວກເຂົາໃຫ້ແນ່ວແນ່ ແລະ ບໍ່ຫວັ່ນໄຫວຢູ່ໃນການກະທຳຄວາມດີ. ປະມານ 124 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ເຫດການໄດ້ບັງເກີດຂຶ້ນຄື ເມື່ອກະສັດເບັນຢາມິນໄດ້ກ່າວກັບຜູ້ຄົນຂອງເພິ່ນແລ້ວ, ເພິ່ນໄດ້ສອບຖາມໃນບັນດາຜູ້ຄົນ ໂດຍປາດຖະໜາຢາກຮູ້ວ່າ ພວກເຂົາເຊື່ອຄຳເວົ້າທີ່ເພິ່ນກ່າວໄປຫລືບໍ່.
2 ແລະ ພວກເຂົາທຸກຄົນຮ້ອງອອກມາເປັນສຽງດຽວກັນ, ໂດຍກ່າວວ່າ: ແທ້ຈິງແລ້ວ, ພວກເຮົາເຊື່ອຄຳເວົ້າທັງໝົດທີ່ທ່ານເວົ້າກັບພວກເຮົາ, ແລະ ພວກເຮົາຮູ້ເຖິງຄວາມແນ່ນອນ ແລະ ຄວາມຈິງຂອງມັນທັງໝົດ, ເພາະພຣະວິນຍານຂອງພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ ໄດ້ກະທຳໃຫ້ມີ ການປ່ຽນແປງອັນໃຫຍ່ຫລວງໃນພວກເຮົາ, ຫລື ໃນໃຈຂອງພວກເຮົາ, ຈົນວ່າພວກເຮົາບໍ່ມີໃຈທີ່ຈະກະທຳ ຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ.
3 ແລະ ພວກເຮົາຄືກັນ, ຜ່ານພຣະກະລຸນາທິຄຸນຂອງພຣະເຈົ້າ ແລະ ການສະແດງໃຫ້ປະຈັກຂອງພຣະວິນຍານຂອງພຣະອົງ, ພວກເຮົາຈຶ່ງສາມາດເຫັນກວ້າງໄກກ່ຽວກັບສິ່ງທີ່ຈະມາເຖິງ; ແລະ ຖ້າຫາກສົມຄວນພວກເຮົາຈະສາມາດທຳນາຍເຖິງທຸກຢ່າງໄດ້.
4 ແລະ ເປັນເພາະສັດທາຊຶ່ງພວກເຮົາມີຢູ່ແລ້ວໃນເລື່ອງທີ່ກະສັດຂອງພວກເຮົາໄດ້ເວົ້າກັບພວກເຮົາເພື່ອນຳພວກເຮົາມາຫາຄວາມຮູ້ອັນຍິ່ງໃຫຍ່ນີ້ ຊຶ່ງໂດຍການນີ້ພວກເຮົາຈຶ່ງປິຕິຍິນດີດ້ວຍຄວາມຊື່ນຊົມຢ່າງລົ້ນເຫລືອເຊັ່ນນີ້.
5 ແລະ ພວກເຮົາເຕັມໃຈທີ່ຈະເຂົ້າເຮັດ ພັນທະສັນຍາກັບພຣະເຈົ້າຂອງພວກເຮົາ ເພື່ອຈະທຳຕາມພຣະປະສົງຂອງພຣະອົງ, ແລະ ເພື່ອຈະໄດ້ເຊື່ອຟັງພຣະບັນຍັດຂອງພຣະອົງຕະຫລອດວັນເວລາຂອງພວກເຮົາ, ໃນທຸກເລື່ອງທີ່ພຣະອົງຈະບັນຊາພວກເຮົາ, ເພື່ອພວກເຮົາຈະບໍ່ນຳເອົາຄວາມທຸກທໍລະມານ ອັນບໍ່ມີວັນສິ້ນສຸດມາສູ່ຕົນເອງ ດັ່ງທີ່ ທູດໄດ້ເວົ້າໄວ້ ເພື່ອພວກເຮົາຈະບໍ່ໄດ້ດື່ມຈາກຈອກແຫ່ງພຣະພິໂລດຂອງພຣະເຈົ້າ.
6 ແລະ ບັດນີ້, ນີ້ຄືຄຳເວົ້າທີ່ກະສັດເບັນຢາມິນປາດຖະໜາຈາກຄົນເຫລົ່ານີ້; ແລະ ສະນັ້ນເພິ່ນຈຶ່ງກ່າວກັບພວກເຂົາວ່າ: ພວກທ່ານເວົ້າຂໍ້ຄວາມທີ່ຂ້າພະເຈົ້າປາດຖະໜາ; ແລະ ພັນທະສັນຍາຊຶ່ງພວກທ່ານເຮັດໄວ້ເປັນພັນທະສັນຍາທີ່ຊອບທຳ.
7 ແລະ ບັດນີ້ເພາະພັນທະສັນຍາທີ່ພວກທ່ານເຮັດໄວ້ ພວກທ່ານຈະຖືກເອີ້ນວ່າ ລູກຂອງພຣະຄຣິດ, ບຸດຂອງພຣະອົງ, ແລະ ທິດາຂອງພຣະອົງ; ເພາະຈົ່ງເບິ່ງ, ມື້ນີ້ພຣະອົງໄດ້ ໃຫ້ກຳເນີດພວກທ່ານທາງວິນຍານ; ເພາະພວກທ່ານເວົ້າວ່າ ໃຈຂອງພວກທ່ານປ່ຽນແປງແລ້ວ ໂດຍມີສັດທາໃນພຣະນາມຂອງພຣະອົງ; ສະນັ້ນ, ພວກທ່ານຈຶ່ງຖືກ ກຳເນີດຈາກພຣະອົງ ແລະ ມາເປັນ ບຸດ ແລະ ທິດາຂອງພຣະອົງ.
8 ແລະ ພາຍໃຕ້ຫົວໜ້າອົງນີ້, ພວກທ່ານໄດ້ຖືກເຮັດໃຫ້ເປັນ ອິດສະລະ ແລະ ບໍ່ມີຫົວໜ້າອື່ນໃດ ຊຶ່ງຈະເຮັດໃຫ້ພວກທ່ານເປັນອິດສະລະໄດ້. ບໍ່ມີ ນາມອື່ນໃດໃຫ້ໄວ້ ຊຶ່ງໂດຍນາມນັ້ນຄວາມລອດຈະມາເຖິງໄດ້; ສະນັ້ນ, ຂ້າພະເຈົ້າຈຶ່ງຢາກໃຫ້ພວກທ່ານ ຮັບເອົາພຣະນາມຂອງພຣະຄຣິດ, ຄືທ່ານທຸກຄົນທີ່ເຂົ້າເຮັດພັນທະສັນຍາກັບພຣະເຈົ້າ ວ່າພວກທ່ານຈະເຊື່ອຟັງໄປຈົນສິ້ນຊີວິດຂອງພວກທ່ານ.
9 ແລະ ເຫດການຈະບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ກະທຳເຊັ່ນນີ້ຈະໄດ້ຢູ່ທາງເບື້ອງຂວາພຣະຫັດຂອງພຣະເຈົ້າ, ເພາະເຂົາຈະຮູ້ຈັກຊື່ຊຶ່ງຈະເອີ້ນເຂົາຕາມຊື່ນັ້ນ; ເພາະເຂົາຈະຖືກເອີ້ນຕາມພຣະນາມຂອງພຣະຄຣິດ.
10 ແລະ ບັດນີ້ເຫດການຈະບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ຈະບໍ່ຮັບເອົາພຣະນາມຂອງພຣະຄຣິດຈະຕ້ອງຖືກເອີ້ນດ້ວຍຊື່ ອື່ນ; ສະນັ້ນ, ເຂົາຈະໄດ້ຢູ່ໃນທາງ ເບື້ອງຊ້າຍພຣະຫັດຂອງພຣະເຈົ້າ.
11 ແລະ ຂ້າພະເຈົ້າຢາກໃຫ້ພວກທ່ານຈື່ຈຳໄວ້ອີກວ່າ ນີ້ຄື ພຣະນາມທີ່ຂ້າພະເຈົ້າເວົ້າວ່າ ຂ້າພະເຈົ້າຈະໃຫ້ແກ່ພວກທ່ານ ຊຶ່ງມັນຈະບໍ່ຖືກລຶບໄປ, ເວັ້ນເສຍແຕ່ຈະເປັນໂດຍການລ່ວງລະເມີດ; ສະນັ້ນ, ຈົ່ງລະວັງເພື່ອພວກທ່ານຈະບໍ່ລ່ວງລະເມີດ, ເພື່ອພຣະນາມຈະບໍ່ຖືກລຶບຈາກໃຈຂອງພວກທ່ານ.
12 ຂ້າພະເຈົ້າເວົ້າກັບພວກທ່ານອີກວ່າ, ຂ້າພະເຈົ້າຢາກໃຫ້ພວກທ່ານຈື່ຈຳທີ່ຈະ ຈາລຶກພຣະນາມໄວ້ໃນໃຈພວກທ່ານສະເໝີໄປ ເພື່ອພວກທ່ານຈະບໍ່ໄດ້ຢູ່ໃນທາງເບື້ອງຊ້າຍພຣະຫັດຂອງພຣະເຈົ້າ, ແຕ່ເພື່ອພວກທ່ານຈະໄດ້ຍິນ ແລະ ຮູ້ຈັກສຽງຊຶ່ງໂດຍສຽງນັ້ນທີ່ທ່ານຈະຖືກເອີ້ນ, ແລະ ຈົ່ງຈື່ຈຳພຣະນາມໄວ້ສະເໝີ ເພາະພຣະອົງຈະເອີ້ນພວກທ່ານໂດຍພຣະນາມນັ້ນ.
13 ເພາະແມ່ນໃຜຈະ ຮູ້ຈັກນາຍຜູ້ເຂົາບໍ່ເຄີຍຮັບໃຊ້ ແລະ ຊຶ່ງເປັນຄົນແປກໜ້າສຳລັບເຂົາ, ແລະ ຢູ່ໄກຈາກຄວາມນຶກຄິດ ແລະ ເຈດຕະນາຂອງໃຈເຂົາ?
14 ແລະ ອີກຢ່າງໜຶ່ງ, ຄົນຈະເອົາໂຕລໍຊຶ່ງເປັນຂອງເພື່ອນບ້ານມາລ້ຽງບໍ? ຂ້າພະເຈົ້າກ່າວກັບພວກທ່ານວ່າ, ບໍ່ເລີຍ; ເຂົາຈະບໍ່ຍອມເຖິງແມ່ນໃຫ້ມັນມາຫາກິນຢູ່ໃນຝູງສັດຂອງເຂົາ, ແຕ່ເຂົາຈະຂັບໄລ່ມັນອອກໄປ. ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ມັນຈະເປັນເຊັ່ນນັ້ນເຖິງແມ່ນຢູ່ໃນບັນດາພວກທ່ານ ຖ້າຫາກພວກທ່ານບໍ່ຮູ້ຈັກຊື່ ຊຶ່ງຈະເອີ້ນພວກທ່ານຕາມຊື່ນັ້ນ.
15 ສະນັ້ນ, ຂ້າພະເຈົ້າຢາກໃຫ້ພວກທ່ານແນ່ວແນ່ ແລະ ບໍ່ຫວັ່ນໄຫວ, ແຕ່ເຕັມໄປດ້ວຍວຽກງານດີຢູ່ສະເໝີ ເພື່ອພຣະຄຣິດອົງພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ຈະ ຜະນຶກຕົວພວກທ່ານໄວ້ເປັນຂອງພຣະອົງ, ເພື່ອພວກທ່ານຈະຖືກນຳໄປຫາສະຫວັນ, ເພື່ອພວກທ່ານຈະມີຄວາມລອດອັນເປັນນິດ ແລະ ມີຊີວິດນິລັນດອນໂດຍປັນຍາ, ແລະ ອຳນາດ, ແລະ ຄວາມຍຸດຕິທຳ, ແລະ ຄວາມເມດຕາຂອງພຣະອົງຜູ້ ສ້າງທຸກສິ່ງໃນສະຫວັນ ແລະ ໃນແຜ່ນດິນໂລກ, ຜູ້ຊຶ່ງເປັນພຣະເຈົ້າເໜືອທຸກສິ່ງຢ່າງ. ອາແມນ.