ບົດທີ 6
ກະສັດເບັນຢາມິນບັນທຶກຊື່ຂອງຜູ້ຄົນ ແລະ ແຕ່ງຕັ້ງປະໂລຫິດເພື່ອສິດສອນພວກເຂົາ—ໂມໄຊຢາເປັນກະສັດປົກຄອງດ້ວຍຄວາມຊອບທຳ. ປະມານ 124–121 ປີ ກ່ອນ ຄ.ສ.
1 ແລະ ບັດນີ້ຫລັງຈາກກະສັດເບັນຢາມິນໄດ້ກ່າວກັບຜູ້ຄົນຈົບແລ້ວ, ເພິ່ນຄິດວ່າມັນສົມຄວນທີ່ເພິ່ນຈະ ຈົດຊື່ຄົນທັງປວງໄວ້ຜູ້ທີ່ໄດ້ເຂົ້າເຮັດພັນທະສັນຍາກັບພຣະເຈົ້າ ເພື່ອຈະຮັກສາພຣະບັນຍັດຂອງພຣະອົງ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ບໍ່ມີຈັກຄົນ ເວັ້ນເສຍແຕ່ເດັກນ້ອຍໆທີ່ບໍ່ໄດ້ເຂົ້າເຮັດພັນທະສັນຍາ ແລະ ຮັບເອົາພຣະນາມຂອງພຣະຄຣິດ.
3 ແລະ ອີກເທື່ອໜຶ່ງ ເຫດການໄດ້ບັງເກີດຂຶ້ນຄື ເວລາທີ່ກະສັດເບັນຢາມິນກະທຳເລື່ອງທັງໝົດນີ້ຈົບແລ້ວ, ແລະ ໄດ້ແຕ່ງຕັ້ງ ໂມໄຊຢາລູກຊາຍຂອງເພິ່ນໃຫ້ເປັນກະສັດ ແລະ ເປັນຜູ້ດູແລຜູ້ຄົນຂອງເພິ່ນ, ແລະ ມອບໝາຍໜ້າທີ່ທັງໝົດກ່ຽວກັບອານາຈັກໃຫ້, ແລະ ໄດ້ ແຕ່ງຕັ້ງປະໂລຫິດເພື່ອ ສິດສອນຜູ້ຄົນນຳອີກ ເພື່ອໃຫ້ພວກເຂົາໄດ້ຍິນ ແລະ ຮູ້ຈັກພຣະບັນຍັດຂອງພຣະເຈົ້າ, ແລະ ເຮັດໃຫ້ພວກເຂົາສຳນຶກເຖິງ ຄຳສາບານທີ່ພວກເຂົາໄດ້ເຮັດໄວ້, ເພິ່ນໄດ້ໃຫ້ຜູ້ຄົນເລີກລາກັນໄປ, ແລະ ທຸກຄົນໄດ້ກັບໄປພ້ອມກັບຄອບຄົວເພື່ອໄປສູ່ບ້ານເຮືອນຂອງໃຜລາວ.
4 ແລະ ໂມໄຊຢາເລີ່ມປົກຄອງແທນບິດາຂອງເພິ່ນ. ແລະ ເພິ່ນໄດ້ເລີ່ມປົກຄອງໃນເວລາເພິ່ນມີອາຍຸໄດ້ສາມສິບປີ, ລວມເປັນເວລາປະມານສີ່ຮ້ອຍເຈັດສິບຫົກປີນັບຕັ້ງແຕ່ ເວລາທີ່ລີໄຮອອກຈາກເຢຣູຊາເລັມມາ.
5 ແລະ ກະສັດເບັນຢາມິນມີອາຍຸຕື່ມພຽງສາມປີ ແລະ ເພິ່ນກໍສິ້ນຊີວິດໄປ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໂມໄຊຢາໄດ້ເດີນໃນທາງຂອງພຣະຜູ້ເປັນເຈົ້າ, ແລະ ຍຶດຖືການພິພາກສາຂອງພຣະອົງ ແລະ ຂໍ້ກຳນົດຂອງພຣະອົງ, ແລະ ໄດ້ຮັກສາພຣະບັນຍັດຂອງພຣະອົງທຸກຢ່າງບໍ່ວ່າອັນໃດກໍຕາມແລ້ວແຕ່ພຣະອົງຈະບັນຊາເພິ່ນ.
7 ແລະ ກະສັດໂມໄຊຢາໄດ້ໃຫ້ຜູ້ຄົນຂອງເພິ່ນໄຖດິນ ແລະ ເພິ່ນເອງກໍກະທຳເຊັ່ນດຽວກັນ. ເພິ່ນໄດ້ໄຖດິນເພື່ອໂດຍການນັ້ນ ເພິ່ນຈະ ບໍ່ກາຍເປັນພາລະ ແກ່ຜູ້ຄົນຂອງເພິ່ນ, ເພື່ອເພິ່ນຈະໄດ້ເຮັດຕາມສິ່ງທີ່ບິດາຂອງເພິ່ນໄດ້ເຮັດໄວ້ທຸກຢ່າງ. ແລະ ບໍ່ມີການຂັດແຍ້ງກັນເລີຍໃນບັນດາຜູ້ຄົນຂອງເພິ່ນເປັນເວລາສາມປີ.