ບົດທີ 7
ອຳໂມນພົບພໍ້ແຜ່ນດິນລີໄຮ-ນີໄຟ ຊຶ່ງລິມໄຮເປັນກະສັດຢູ່ທີ່ນັ້ນ—ຜູ້ຄົນຂອງລິມໄຮເປັນທາດຂອງຊາວເລມັນ—ລິມໄຮທົບທວນປະຫວັດສາດຂອງເພິ່ນ—ສາດສະດາ (ອະບີນາໄດ) ໄດ້ເປັນພະຍານວ່າ ພຣະຄຣິດຄືພຣະເຈົ້າຂອງທຸກສິ່ງ—ຜູ້ທີ່ຫວ່ານຄວາມສົກກະປົກຈະເກັບກ່ຽວແກບຂອງມັນໃນລົມບ້າໝູ, ແລະ ຜູ້ທີ່ໝັ້ນໃຈໃນພຣະຜູ້ເປັນເຈົ້າຈະໄດ້ຮັບການປົດປ່ອຍ. ປະມານ 121 ປີ ກ່ອນ ຄ.ສ.
1 ແລະ ບັດນີ້, ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກກະສັດໂມໄຊຢາໄດ້ຢູ່ຢ່າງສັນຕິສຸກຕິດຕໍ່ກັນເປັນເວລາສາມປີ, ເພິ່ນຈຶ່ງປາດຖະໜາຢາກຮູ້ຈັກກ່ຽວກັບຜູ້ຄົນທີ່ ຂຶ້ນໄປໃນແຜ່ນດິນລີໄຮ-ນີໄຟ, ຫລື ວ່າຢູ່ໃນເມືອງລີໄຮ-ນີໄຟ, ເພາະວ່າຜູ້ຄົນຂອງເພິ່ນບໍ່ໄດ້ຍິນຂ່າວຄາວອັນໃດຈາກພວກເຂົາເລີຍ ນັບຕັ້ງແຕ່ເວລາທີ່ພວກເຂົາໜີຈາກ ເຊຣາເຮັມລາໄປ, ສະນັ້ນ, ຜູ້ຄົນຂອງເພິ່ນຈຶ່ງເຮັດໃຫ້ເພິ່ນເມື່ອຍໃຈໃນການລົບກວນຂອງພວກເຂົາ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດໂມໄຊຢາໄດ້ໃຫ້ຊາຍສະກັນສິບຫົກຄົນຂຶ້ນໄປຍັງແຜ່ນດິນລີໄຮ-ນີໄຟ ເພື່ອສືບຖາມກ່ຽວກັບພີ່ນ້ອງຂອງຕົນ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ ພວກເຂົາເລີ່ມຂຶ້ນໄປໂດຍມີຄົນຜູ້ໜຶ່ງຊື່ວ່າອຳໂມນໄປນຳ, ລາວເປັນຄົນແຂງແຮງ ແລະ ມີພະລັງ ຊຶ່ງເປັນເຊື້ອສາຍຂອງເຊຣາເຮັມລາ, ແລະ ລາວເປັນຫົວໜ້າຂອງຄົນພວກນັ້ນ.
4 ແລະ ບັດນີ້, ພວກເຂົາບໍ່ຮູ້ຫົນທາງທີ່ຈະໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຈະຂຶ້ນໄປຫາແຜ່ນດິນລີໄຮ-ນີໄຟ; ສະນັ້ນ, ພວກເຂົາຈຶ່ງຊັດເຊພະເນຈອນໄປໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບມື້ທີ່ພວກເຂົາໄດ້ໄປແບບນັ້ນ.
5 ເວລາທີ່ພວກເຂົາໄປແບບນັ້ນຢູ່ເປັນເວລາສີ່ສິບມື້ ພວກເຂົາໄດ້ມາເຖິງເນີນພູໜ່ວຍໜຶ່ງ ຊຶ່ງຢູ່ທາງເໜືອຂອງແຜ່ນດິນ ໄຊລຳ, ແລ້ວພວກເຂົາຈຶ່ງໄດ້ຕັ້ງຜ້າເຕັນຂຶ້ນຢູ່ທີ່ນັ້ນ.
6 ແລະ ອຳໂມນໄດ້ພາພີ່ນ້ອງຜູ້ທີ່ມານຳລາວໄປນຳສາມຄົນ, ແລະ ຊື່ຂອງພວກເຂົາຄື ອາມາລະໄຄ, ເຮເລັມ, ແລະ ເຮັມ, ແລະ ພວກເຂົາໄດ້ລົງໄປຫາແຜ່ນດິນ ນີໄຟ.
7 ແລະ ຈົ່ງເບິ່ງ, ພວກເຂົາໄດ້ພົບກັບກະສັດຜູ້ປົກຄອງຜູ້ຄົນຢູ່ໃນແຜ່ນດິນນີໄຟ, ແລະ ໃນແຜ່ນດິນໄຊລຳ; ແລະ ພວກເຂົາຖືກທະຫານອາລັກຂາຂອງກະສັດລ້ອມໄວ້, ແລະ ຖືກຈັບມັດສອກໄວ້ແລ້ວນຳເອົາໄປເຂົ້າຄຸກ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາຢູ່ໃນຄຸກໄດ້ສອງມື້ ພວກເຂົາກໍຖືກນຳໄປຢູ່ຕໍ່ໜ້າກະສັດ ແລະ ເຊືອກມັດພວກເຂົາໄດ້ຖືກແກ້ອອກ; ແລະ ພວກເຂົາໄດ້ຢືນຢູ່ຕໍ່ໜ້າກະສັດ ແລະ ໄດ້ຮັບອະນຸຍາດໃຫ້ຕອບຄຳຖາມ ຊຶ່ງກະສັດຈະຖາມພວກເຂົາ.
9 ແລະ ເພິ່ນກ່າວກັບພວກເຂົາວ່າ: ຈົ່ງເບິ່ງ, ເຮົາຄື ລິມໄຮ, ລູກຊາຍຂອງໂນອາ, ຜູ້ເປັນລູກຊາຍຂອງຊີນິບ, ຜູ້ຂຶ້ນມາຈາກແຜ່ນດິນເຊຣາເຮັມລາ ເພື່ອຮັບເອົາແຜ່ນດິນນີ້ມາເປັນມູນມໍລະດົກ ຊຶ່ງເປັນແຜ່ນດິນຂອງບັນພະບຸລຸດຂອງພວກເຮົາ, ແລະ ຖືກແຕ່ງຕັ້ງໃຫ້ເປັນກະສັດໂດຍສຽງຂອງຜູ້ຄົນ.
10 ແລະ ບັດນີ້, ເຮົາປາດຖະໜາຢາກຮູ້ວ່າເປັນດ້ວຍເຫດໃດພວກເຈົ້າຈຶ່ງບັງອາດເຂົ້າມາໃກ້ກຳແພງເມືອງຕອນທີ່ເຮົາກັບທະຫານອາລັກຂາຂອງເຮົາຢູ່ນອກກຳແພງເມືອງ?
11 ແລະ ບັດນີ້ເຮົາຈະປ່ອຍໃຫ້ພວກເຈົ້າມີຊີວິດຢູ່ເພາະວ່າເຮົາຈະໄດ້ສອບສວນພວກເຈົ້າ, ຖ້າບໍ່ດັ່ງນັ້ນເຮົາກໍຄົງໃຫ້ທະຫານຂອງເຮົາຂ້າພວກເຈົ້າເສຍແລ້ວ. ພວກເຈົ້າຖືກອະນຸຍາດໃຫ້ເວົ້າ.
12 ແລະ ບັດນີ້, ອຳໂມນເຫັນວ່າລາວໄດ້ຮັບອະນຸຍາດໃຫ້ເວົ້າແລ້ວ, ລາວຈຶ່ງອອກໄປ ແລະ ກົ້ມຫົວລົງຕໍ່ໜ້າກະສັດ; ແລະ ເວລາເງີຍໜ້າຂຶ້ນ ລາວກໍກ່າວວ່າ: ໂອ້ ກະສັດເອີຍ ຂ້ານ້ອຍຮູ້ສຶກຂອບພຣະໄທຢູ່ຕໍ່ພຣະພັກຂອງພຣະເຈົ້າຢ່າງລົ້ນເຫລືອທີ່ຍັງມີຊີວິດຢູ່, ແລະ ໄດ້ຮັບອະນຸຍາດໃຫ້ເວົ້າ ແລະ ຂ້ານ້ອຍຈະພະຍາຍາມເວົ້າດ້ວຍຄວາມອາດຫານ;
13 ເພາະວ່າຂ້ານ້ອຍໝັ້ນໃຈວ່າ ຖ້າຫາກທ່ານຮູ້ຈັກຂ້ານ້ອຍ ທ່ານຄົງບໍ່ປ່ອຍໃຫ້ຂ້ານ້ອຍຖືກມັດສອກຢູ່ແບບນີ້. ເພາະວ່າຂ້ານ້ອຍຄືອຳໂມນ, ແລະ ເປັນເຊື້ອສາຍຂອງ ເຊຣາເຮັມລາ, ແລະ ຂຶ້ນມາຈາກແຜ່ນດິນເຊຣາເຮັມລາ, ເພື່ອສອບຖາມຄວາມສຸກທຸກຂອງພີ່ນ້ອງຂອງພວກເຮົາ, ຜູ້ຊຶ່ງຊີນິບພາຂຶ້ນມາຈາກແຜ່ນດິນນັ້ນ.
14 ແລະ ບັດນີ້, ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກລິມໄຮໄດ້ຍິນຄຳເວົ້າຂອງອຳໂມນແລ້ວ, ເພິ່ນກໍມີຄວາມຍິນດີຢ່າງຍິ່ງ, ແລະ ເວົ້າວ່າ: ບັດນີ້, ເຮົາຮູ້ຈັກແນ່ນອນແລ້ວວ່າພີ່ນ້ອງຂອງເຮົາຜູ້ຢູ່ໃນແຜ່ນດິນເຊຣາເຮັມລາຍັງມີຊີວິດຢູ່. ແລະ ບັດນີ້ເຮົາຈະປິຕິຍິນດີ; ແລະ ໃນມື້ອື່ນເຮົາຈະໃຫ້ຜູ້ຄົນຂອງເຮົາປິຕິຍິນດີນຳອີກ.
15 ຈົ່ງເບິ່ງ, ພວກເຮົາໄດ້ເປັນທາດຂອງຊາວເລມັນ, ແລະ ຖືກເກັບ ພາສີດ້ວຍອັດຕາສູງເກີນກວ່າຈະທົນໄດ້. ແລະ ບັດນີ້, ຈົ່ງເບິ່ງພີ່ນ້ອງຂອງພວກເຮົາຈະປົດປ່ອຍພວກເຮົາໃຫ້ພົ້ນຈາກຄວາມເປັນທາດ ແລະ ພົ້ນຈາກກຳມືຂອງຊາວເລມັນ, ພວກເຮົາຈະເປັນທາດຂອງຊາວນີໄຟດີກວ່າຈະເສຍຊ່ວຍໃຫ້ແກ່ກະສັດຂອງຊາວເລມັນ.
16 ແລະ ບັດນີ້ກະສັດລິມໄຮໄດ້ສັ່ງທະຫານອາລັກຂາຂອງເພິ່ນບໍ່ໃຫ້ຜູກສອກອຳໂມນກັບພີ່ນ້ອງຂອງລາວອີກຕໍ່ໄປ, ແຕ່ໄດ້ສັ່ງໃຫ້ພວກທະຫານໄປຫາເນີນພູ ຊຶ່ງຢູ່ທາງເໜືອຂອງເມືອງໄຊລຳ ເພື່ອນຳເອົາພີ່ນ້ອງຄົນອື່ນໆຂອງລາວເຂົ້າມາໃນເມືອງເພື່ອຈະໄດ້ກິນດື່ມ ແລະ ພັກຜ່ອນຈາກການເດີນທາງຂອງພວກເຂົາ; ເພາະພວກເຂົາໄດ້ທົນທຸກທໍລະມານຫລາຍ; ພວກເຂົາໄດ້ທົນກັບຄວາມຫິວ, ຄວາມກະຫາຍ, ແລະ ອິດເມື່ອຍ.
17 ແລະ ບັດນີ້, ເຫດການໄດ້ບັງເກີດຂຶ້ນໃນມື້ຕໍ່ມາຄື ກະສັດລິມໄຮໄດ້ອອກປະກາດໄປໃນບັນດາຜູ້ຄົນຂອງເພິ່ນທັງໝົດ, ເພື່ອພວກເຂົາຈະໄດ້ມາເຕົ້າໂຮມກັນທີ່ ພຣະວິຫານ ເພື່ອໃຫ້ທຸກຄົນໄດ້ຍິນຄຳເວົ້າຂອງເພິ່ນ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຄົນທັງຫລາຍໄດ້ມາເຕົ້າໂຮມກັນແລ້ວ ເພິ່ນຈຶ່ງໄດ້ເວົ້າກັບພວກເຂົາຢ່າງຮອບຄອບ, ມີຄວາມວ່າ: ໂອ້ ພວກທ່ານຜູ້ຄົນຂອງຂ້າພະເຈົ້າ, ຈົ່ງເງີຍໜ້າຂຶ້ນ ແລະ ສະບາຍໃຈເຖີດ; ເພາະຈົ່ງເບິ່ງ, ເວລາໃກ້ເຂົ້າມາເຖິງແລ້ວ ຫລື ມັນຍັງຢູ່ບໍ່ໄກເທົ່າໃດທີ່ພວກເຮົາຈະບໍ່ໄດ້ຢູ່ໃຕ້ອຳນາດຂອງສັດຕູຂອງພວກເຮົາອີກຕໍ່ໄປ; ທັງໆທີ່ພວກເຮົາດີ້ນຮົນຢ່າງບໍ່ໄດ້ຮັບຜົນມາຫລາຍເທື່ອແລ້ວ; ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຍັງວາງໃຈວ່າພວກເຮົາຕ້ອງດີ້ນຮົນຕໍ່ໄປເພື່ອຈະໄດ້ຮັບຜົນ.
19 ສະນັ້ນ, ຈົ່ງເງີຍໜ້າຂຶ້ນເຖີດ ແລະ ປິຕິຍິນດີ ແລະ ໝັ້ນໃຈໃນ ພຣະເຈົ້າ, ຊຶ່ງໃນພຣະເຈົ້າອົງນັ້ນຜູ້ເປັນພຣະເຈົ້າຂອງອັບຣາຮາມ, ແລະ ອີຊາກ, ແລະ ຢາໂຄບ, ແລະ ພຣະເຈົ້າອົງນັ້ນແຫລະຜູ້ ນຳພາລູກຫລານຂອງອິດສະຣາເອນອອກມາຈາກແຜ່ນດິນເອຢິບ, ແລະ ຊ່ວຍໃຫ້ພວກເຂົາຍ່າງຜ່ານທະເລແດງເທິງແຜ່ນດິນແຫ້ງໄປ, ແລະ ລ້ຽງພວກເຂົາດ້ວຍ ມານາເພື່ອພວກເຂົາຈະບໍ່ຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານ; ແລະ ມີອີກຫລາຍສິ່ງຫລາຍຢ່າງທີ່ພຣະອົງໄດ້ເຮັດເພື່ອພວກເຂົາ.
20 ແລະ ອີກເທື່ອໜຶ່ງ, ພຣະເຈົ້າອົງດຽວກັນນັ້ນທີ່ໄດ້ນຳພາບັນພະບຸລຸດຂອງພວກເຮົາ ອອກຈາກແຜ່ນດິນເຢຣູຊາເລັມ ແລະ ໄດ້ຮັກສາ ແລະ ປົກປ້ອງຜູ້ຄົນຂອງພຣະອົງຈົນເຖິງປະຈຸບັນນີ້; ແລະ ຈົ່ງເບິ່ງ, ເປັນເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຮົາ ພຣະອົງຈຶ່ງພາພວກເຮົາມາຫາຄວາມເປັນທາດ.
21 ແລະ ທ່ານທັງຫລາຍເປັນພະຍານໃນມື້ນີ້, ວ່າຊີນິບ, ຜູ້ຖືກແຕ່ງຕັ້ງໃຫ້ເປັນກະສັດປົກຄອງຜູ້ຄົນພວກນີ້, ແລະ ໂດຍທີ່ເພິ່ນ ມີໃຈຈົດຈໍ່ຢ່າງແຮງກ້າທີ່ຈະໄດ້ຮັບແຜ່ນດິນຂອງບັນພະບຸລຸດຂອງເພິ່ນມາເປັນມູນມໍລະດົກ, ສະນັ້ນ ເພິ່ນຈຶ່ງຖືກຫລອກລວງໂດຍເລ່ຫລ່ຽມ ແລະ ກົນອຸບາຍຂອງກະສັດເລມັນ ໃຫ້ເຂົ້າເຮັດຂໍ້ຕົກລົງກັບກະສັດຊີນິບ, ແລະ ຍອມໃຫ້ພາກສ່ວນໜຶ່ງຂອງແຜ່ນດິນຕົກຢູ່ໃນກຳມືຂອງກະສັດເລມັນ ຈົນກະທັ້ງເມືອງລີໄຮ-ນີໄຟ, ແລະ ເມືອງໄຊລຳ; ແລະ ແຜ່ນດິນອ້ອມແອ້ມນັ້ນ—
22 ແລະ ທັງໝົດນີ້ກະສັດເລມັນໄດ້ເຮັດໄປເພື່ອຈຸດປະສົງຢ່າງດຽວຄື ນຳເອົາຜູ້ຄົນພວກນີ້ມາຢູ່ພາຍໃຕ້ອຳນາດ ຫລື ມາເປັນທາດ. ແລະ ຈົ່ງເບິ່ງ, ໃນເວລານີ້ພວກເຮົາໄດ້ເສຍຊ່ວຍໃຫ້ກະສັດຂອງຊາວເລມັນເປັນຈຳນວນເຄິ່ງໜຶ່ງຂອງເຂົ້າສາລີກັບເຂົ້າບາເລ, ແລະ ຈົນກະທັ້ງພືດພັນທັງໝົດຂອງພວກເຮົາທຸກຊະນິດ, ແລະ ເຄິ່ງໜຶ່ງຂອງຈຳນວນສັດລ້ຽງທີ່ເພີ່ມຂຶ້ນຂອງພວກເຮົາ ແລະ ຝູງສັດທີ່ໃຊ້ລາກແກ່ຂອງພວກເຮົາ; ແລະ ກະສັດຂອງຊາວເລມັນໄດ້ຮຽກຮ້ອງເອົາຈາກພວກເຮົາຈົນກະທັ້ງເຄິ່ງໜຶ່ງຂອງສິ່ງຂອງທີ່ພວກເຮົາມີ ຫລື ເປັນເຈົ້າຂອງ, ຖ້າບໍ່ດັ່ງນັ້ນພວກເຂົາກໍຈະຂ້າພວກເຮົາຖິ້ມ.
23 ແລະ ບັດນີ້, ນີ້ບໍ່ແມ່ນເປັນສິ່ງເຫລືອທີ່ຈະທົນໄດ້ບໍ? ແລະ ນີ້ບໍ່ແມ່ນຄວາມທຸກຢ່າງສາຫັດຂອງພວກເຮົາບໍ? ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາບໍ່ມີເຫດຜົນອັນໃດທີ່ຈະເປັນທຸກແບບນີ້ເລີຍ.
24 ແທ້ຈິງແລ້ວ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ ມັນມີເຫດຜົນຫລາຍຢ່າງທີ່ພວກເຮົາຈະເປັນທຸກຢູ່ໃນຂະນະນີ້; ເພາະຈົ່ງເບິ່ງ ພີ່ນ້ອງຂອງພວກເຮົາຖືກຂ້າຕາຍມາຫລາຍປານໃດແລ້ວ ແລະ ເລືອດຂອງພວກເຂົາຫລັ່ງໄຫລໂດຍບໍ່ມີປະໂຫຍດ, ແລະ ທັງໝົດນີ້ເປັນເພາະຄວາມຊົ່ວຮ້າຍສາມານ.
25 ເພາະຖ້າຫາກຜູ້ຄົນພວກນີ້ບໍ່ຕົກຢູ່ໃນການລ່ວງລະເມີດແລ້ວ ພຣະເຈົ້າຈະບໍ່ປ່ອຍໃຫ້ຄວາມຊົ່ວອັນໃຫຍ່ຫລວງນີ້ເກີດກັບພວກເຂົາດອກ. ແຕ່ຈົ່ງເບິ່ງ, ພວກເຂົາບໍ່ຍອມເຊື່ອຟັງພຣະຄຳຂອງພຣະອົງ; ມີແຕ່ຂັດແຍ້ງກັນ ຊຶ່ງເກີດຂຶ້ນໃນບັນດາພວກເຂົາ, ຈົນເຖິງຂະໜາດທີ່ພວກເຂົາຕ້ອງຂ້າຟັນກັນໃນບັນດາພັກພວກຕົນເອງ.
26 ແລະ ສາດສະດາຜູ້ໜຶ່ງຂອງພຣະເຈົ້າກໍຖືກພວກເຂົາຂ້າຕາຍໄປ; ແທ້ຈິງແລ້ວ, ເພິ່ນເປັນຄົນທີ່ພຣະເຈົ້າເລືອກໄວ້, ຜູ້ຊຶ່ງໄດ້ບອກພວກເຂົາເຖິງຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົາ ແລະ ທຳນາຍຫລາຍສິ່ງຫລາຍຢ່າງທີ່ຈະມາເຖິງ, ແທ້ຈິງແລ້ວ, ຈົນກະທັ້ງການສະເດັດມາຂອງພຣະຄຣິດ.
27 ເພາະຍ້ອນວ່າເພິ່ນໄດ້ເວົ້າກັບພວກເຂົາວ່າ ພຣະຄຣິດຄື ພຣະເຈົ້າ, ພຣະບິດາຂອງທຸກສິ່ງທຸກຢ່າງ, ແລະ ໄດ້ເວົ້າວ່າພຣະອົງຈະຮັບເອົາຮູບລັກສະນະຂອງມະນຸດ ແລະ ຈະເປັນ ຮູບລັກສະນະຕາມທີ່ມະນຸດຖືກສ້າງຂຶ້ນແຕ່ຕອນຕົ້ນ; ຫລື ອີກຄຳໜຶ່ງ, ເພິ່ນເວົ້າວ່າ ມະນຸດຖືກສ້າງຂຶ້ນຕາມຮູບລັກສະນະຂອງ ພຣະເຈົ້າ, ແລະ ວ່າພຣະເຈົ້າຈະສະເດັດລົງມາໃນບັນດາລູກຫລານມະນຸດ ແລະ ຈະຮັບເອົາເນື້ອໜັງ ແລະ ໂລຫິດຂອງມະນຸດ, ແລະ ຈະສະເດັດອອກໄປຕາມຜືນແຜ່ນດິນໂລກ—
28 ແລະ ບັດນີ້ເປັນຍ້ອນເພິ່ນເວົ້າເລື່ອງເຫລົ່ານີ້ ພວກເຂົາຈຶ່ງໄດ້ຂ້າເພິ່ນເສຍ; ແລະ ພວກເຂົາໄດ້ກະທຳຫລາຍສິ່ງຫລາຍຢ່າງເພື່ອນຳເອົາພຣະພິໂລດຂອງພຣະເຈົ້າມາຫາພວກເຂົາ. ສະນັ້ນ, ມີຜູ້ໃດແດ່ທີ່ແປກໃຈວ່າ ເປັນຫຍັງພວກເຂົາຈຶ່ງຕົກຢູ່ໃນຄວາມເປັນທາດ, ແລະ ທີ່ຖືກລົງໂທດດ້ວຍຄວາມທຸກຢ່າງແສນສາຫັດແບບນີ້.
29 ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ເຮົາຈະບໍ່ ຊ່ວຍເຫລືອຜູ້ຄົນຂອງເຮົາໃນວັນແຫ່ງການລ່ວງລະເມີດຂອງພວກເຂົາ; ແຕ່ເຮົາຈະລ້ອມຮົ້ວເສັ້ນທາງຂອງພວກເຂົາໄວ້ ເພື່ອພວກເຂົາຈະບໍ່ຈະເລີນຮຸ່ງເຮືອງ; ແລະ ການກະທຳຂອງພວກເຂົາເຫລົ່ານີ້ຈະເປັນຄືກັນກັບຕໍທີ່ໃຫ້ພວກເຂົາສະດຸດ ເພື່ອສຳນຶກເຖິງໜ້າທີ່ຂອງພວກເຂົາ.
30 ແລະ ອີກຢ່າງໜຶ່ງ, ພຣະອົງກ່າວວ່າ: ຖ້າຫາກຜູ້ຄົນຂອງເຮົາຫວ່ານ ຄວາມສົກກະປົກ ແລ້ວພວກເຂົາຈະ ເກັບກ່ຽວຂີ້ແກບຂອງມັນໃນລົມບ້າໝູ; ແລະ ໝາກຜົນຂອງມັນຈະເປັນຄືຢາພິດ.
31 ແລະ ອີກຢ່າງໜຶ່ງ ພຣະອົງກ່າວວ່າ: ຖ້າຫາກຜູ້ຄົນຂອງເຮົາຈະຫວ່ານຄວາມສົກກະປົກຂອງພວກເຂົາ ແລະ ຈະເກັບກ່ຽວມັນແລ້ວ ລົມຕາເວັນອອກຈະນຳເອົາຄວາມພິນາດມາທັນທີ.
32 ແລະ ບັດນີ້, ຈົ່ງເບິ່ງຄຳສັນຍາຂອງພຣະຜູ້ເປັນເຈົ້າສຳເລັດແລ້ວ, ແລະ ພວກເຂົາຖືກລົງໂທດ ແລະ ເປັນທຸກແລ້ວ.
33 ແຕ່ຖ້າຫາກພວກທ່ານຈະ ຫັນໜ້າມາຫາພຣະຜູ້ເປັນເຈົ້າດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ, ແລະ ວາງຄວາມໄວ້ວາງໃຈຂອງພວກທ່ານໃນພຣະອົງ, ແລະ ຮັບໃຊ້ພຣະອົງດ້ວຍຄວາມພາກພຽນແຫ່ງຈິດໃຈ, ຖ້າຫາກພວກທ່ານເຮັດສິ່ງເຫລົ່ານີ້, ແລ້ວພຣະອົງຈະປົດປ່ອຍພວກທ່ານໃຫ້ພົ້ນຈາກຄວາມເປັນທາດຕາມພຣະປະສົງ ແລະ ຄວາມພໍພຣະໄທຂອງພຣະອົງ.