ບົດທີ 8
ອຳໂມນສິດສອນຜູ້ຄົນຂອງລິມໄຮ—ລາວໄດ້ຮູ້ເຖິງແຜ່ນຈາລຶກຊາວສີ່ແຜ່ນຂອງຊາວຢາເຣັດ—ບັນທຶກສະໄໝບູຮານສາມາດແປໄດ້ໂດຍຜູ້ພະຍາກອນເທົ່ານັ້ນ—ບໍ່ມີຂອງປະທານໃດເໜືອກວ່າຂອງປະທານແຫ່ງການເປັນຜູ້ພະຍາກອນ. ປະມານ 121 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກກະສັດລິມໄຮເວົ້າກັບຜູ້ຄົນຂອງເພິ່ນຈົບແລ້ວ ຊຶ່ງເພິ່ນໄດ້ເວົ້າກັບພວກເຂົາຫລາຍເລື່ອງ ແຕ່ຂ້າພະເຈົ້າຂຽນໄວ້ພຽງເລັກໜ້ອຍເທົ່ານັ້ນໃນໜັງສືເຫລັ້ມນີ້, ເພິ່ນໄດ້ບອກຜູ້ຄົນຂອງເພິ່ນທຸກສິ່ງທຸກຢ່າງກ່ຽວກັບພີ່ນ້ອງຂອງພວກເຂົາຜູ້ທີ່ຢູ່ໃນແຜ່ນດິນເຊຣາເຮັມລາ.
2 ແລະ ເພິ່ນໄດ້ໃຫ້ອຳໂມນຢືນຂຶ້ນຕໍ່ໜ້າຝູງຊົນ, ແລະ ເລົ່າເລື່ອງທັງໝົດທີ່ເກີດຂຶ້ນກັບພີ່ນ້ອງຂອງພວກເຂົາ ນັບຕັ້ງແຕ່ເວລາທີ່ຊີນິບໜີຈາກແຜ່ນດິນນັ້ນ ຈົນເຖິງເວລາທີ່ຕົວລາວເອງຂຶ້ນມາຈາກແຜ່ນດິນນັ້ນໃຫ້ພວກເຂົາຟັງ.
3 ແລະ ລາວໄດ້ເລົ່າໃຫ້ພວກເຂົາຟັງເຖິງຄຳສຸດທ້າຍ ຊຶ່ງກະສັດເບັນຢາມິນໄດ້ສິດສອນຄົນພວກນັ້ນນຳອີກ, ແລະ ໄດ້ອະທິບາຍຂໍ້ຄວາມແກ່ຜູ້ຄົນຂອງກະສັດລິມໄຮເພື່ອພວກເຂົາຈະໄດ້ເຂົ້າໃຈເຖິງຂໍ້ຄວາມທັງໝົດທີ່ລາວໄດ້ເວົ້າໄປ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກລາວເຮັດທຸກສິ່ງນີ້ແລ້ວ, ກະສັດລິມໄຮໄດ້ໃຫ້ຝູງຊົນເລີກລາກັນໄປ, ແລະ ໃຫ້ທຸກຄົນກັບບ້ານເຮືອນຂອງໃຜລາວ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດລິມໄຮໄດ້ນຳເອົາ ແຜ່ນຈາລຶກມາຢູ່ຕໍ່ໜ້າອຳໂມນຊຶ່ງມີບັນທຶກຂອງຜູ້ຄົນຂອງເພິ່ນນັບຕັ້ງແຕ່ເວລາທີ່ພວກເຂົາໜີມາຈາກແຜ່ນດິນເຊຣາເຮັມລາ ເພື່ອລາວຈະໄດ້ອ່ານຂໍ້ຄວາມທີ່ບັນທຶກຢູ່ໃນນັ້ນ.
6 ບັດນີ້, ທັນທີທີ່ອຳໂມນໄດ້ອ່ານບັນທຶກຈົບແລ້ວ, ກະສັດກໍຢາກຮູ້ວ່າລາວຮູ້ຈັກແປຄວາມໝາຍຂອງພາສານັ້ນບໍ່, ແລະ ອຳໂມນບອກເພິ່ນວ່າລາວແປບໍ່ໄດ້.
7 ແລະ ກະສັດໄດ້ເວົ້າກັບລາວວ່າ: ໂດຍທີ່ໂສກເສົ້າຫລາຍເພາະຄວາມທຸກຂອງຜູ້ຄົນຂອງເຮົາ, ເຮົາຈຶ່ງໄດ້ສັ່ງໃຫ້ຄົນຂອງເຮົາສີ່ສິບສາມຄົນອອກເດີນທາງໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອອອກໄປຊອກຫາແຜ່ນດິນເຊຣາເຮັມລາ, ເພື່ອພວກເຮົາຈະໄດ້ວິງວອນພີ່ນ້ອງຂອງພວກເຮົາໃຫ້ມາປົດປ່ອຍພວກເຮົາອອກຈາກຄວາມເປັນທາດນີ້.
8 ແລະ ພວກເຂົາໄດ້ຫລົງທາງຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາຫລາຍມື້, ເຖິງຢ່າງໃດກໍຕາມ ພວກເຂົາຍັງມີຄວາມພາກພຽນ, ແລະ ພວກເຂົາບໍ່ໄດ້ພົບພໍ້ແຜ່ນດິນເຊຣາເຮັມລາເລີຍ ແຕ່ໄດ້ກັບຄືນມາຫາແຜ່ນດິນນີ້, ໂດຍທີ່ໄດ້ເດີນທາງໄປໃນແຜ່ນດິນແຫ່ງໜຶ່ງຢູ່ລະຫວ່າງແມ່ນ້ຳຫລາຍສາຍ, ຄົ້ນພົບແຜ່ນດິນແຫ່ງໜຶ່ງຊຶ່ງເຕັມໄປດ້ວຍຊາກກະດູກຄົນ, ແລະ ສັດ, ແລະ ເຕັມໄປດ້ວຍຊາກເຮືອນຊານທຸກຊະນິດທີ່ເພພັງນຳອີກ, ຄົ້ນພົບແຜ່ນດິນແຫ່ງໜຶ່ງທີ່ເຄີຍມີຜູ້ຄົນເປັນຈຳນວນຫລວງຫລາຍອາໄສຢູ່ດັ່ງຝູງຊົນຂອງອິດສະຣາເອນ.
9 ແລະ ເພື່ອໃຫ້ເປັນປະຈັກພະຍານເຖິງເລື່ອງນີ້ວ່າມັນເປັນຄວາມຈິງ ພວກເຂົາໄດ້ນຳເອົາແຜ່ນຈາລຶກ ຊາວສີ່ແຜ່ນຊຶ່ງເຕັມໄປດ້ວຍຕົວອັກຂະລະມານຳ, ແລະ ມັນເຮັດດ້ວຍຄຳສົດ.
10 ແລະ ຈົ່ງເບິ່ງ, ພວກເຂົາໄດ້ເອົາ ແຜ່ນປົກເອິກມານຳອີກ, ມັນໃຫຍ່ ແລະ ເຮັດດ້ວຍ ທອງເຫລືອງ, ແລະ ທອງແດງ, ແລະ ຢູ່ໃນສະພາບດີ.
11 ແລະ ອີກຢ່າງໜຶ່ງ, ພວກເຂົາໄດ້ນຳເອົາດາບທີ່ບໍ່ມີດ້າມ, ແລະ ໃບຂອງມັນເຂົ້າຂີ້ໝ້ຽງມານຳ, ແລະ ບໍ່ມີຜູ້ໃດເລີຍໃນແຜ່ນດິນທີ່ສາມາດແປພາສາທີ່ຖືກສະຫລັກໄວ້ໃນແຜ່ນຈາລຶກນັ້ນ. ສະນັ້ນ ເຮົາຈຶ່ງເວົ້າກັບເຈົ້າວ່າ: ເຈົ້າແປມັນໄດ້ບໍ?
12 ແລະ ເຮົາກ່າວກັບເຈົ້າອີກວ່າ: ເຈົ້າຮູ້ຈັກຜູ້ໃດບໍທີ່ແປໄດ້? ເພາະວ່າເຮົາປາດຖະໜາທີ່ຈະໃຫ້ແປບັນທຶກນີ້ເປັນພາສາຂອງພວກເຮົາ; ເພາະບາງທີມັນອາດຈະໃຫ້ຄວາມຮູ້ແກ່ພວກເຮົາເຖິງຄົນສ່ວນໜຶ່ງທີ່ເຫລືອຢູ່ຈາກພວກທີ່ຖືກທຳລາຍໄປ, ຊຶ່ງເປັນທີ່ມາຂອງບັນທຶກເຫລົ່ານີ້; ຫລື ບາງທີມັນອາດຈະໃຫ້ຄວາມຮູ້ແກ່ພວກເຮົາເຖິງການທຳລາຍຂອງຄົນພວກນີ້; ແລະ ເຮົາປາດຖະໜາຢາກຮູ້ຈັກເຫດຜົນແຫ່ງຄວາມພິນາດຂອງພວກເຂົາ.
13 ບັດນີ້ອຳໂມນກ່າວກັບເພິ່ນວ່າ: ໂອ້ ກະສັດເອີຍ ຂ້ານ້ອຍບອກທ່ານໄດ້ຢ່າງແນ່ນອນ ເພາະຂ້ານ້ອຍຮູ້ຈັກຊາຍຜູ້ໜຶ່ງທີ່ຈະ ແປບັນທຶກນີ້ໄດ້, ເພາະຄວາມຮູ້ທີ່ເພິ່ນມີ; ເພິ່ນສາມາດແປບັນທຶກຂອງສະໄໝບູຮານນີ້ໄດ້ທັງໝົດ; ແລະ ສິ່ງເຫລົ່ານີ້ແມ່ນຂອງປະທານຈາກພຣະເຈົ້າ. ແລະ ມັນເອີ້ນວ່າ ສິ່ງແປຄວາມໝາຍ ແລະ ບໍ່ມີຜູ້ໃດສາມາດສ່ອງເບິ່ງໃນນັ້ນໄດ້ນອກຈາກຈະໄດ້ຮັບພຣະບັນຊາເສຍກ່ອນ, ຖ້າຜູ້ໃດສ່ອງເບິ່ງໂດຍການລ່ວງລະເມີດ ຜູ້ນັ້ນຈະຕ້ອງຕາຍ. ແລະ ຜູ້ໃດກໍຕາມທີ່ຮັບບັນຊາໃຫ້ສ່ອງເບິ່ງ ກໍເອີ້ນຜູ້ນັ້ນວ່າ ຜູ້ພະຍາກອນ.
14 ແລະ ຈົ່ງເບິ່ງ, ກະສັດຂອງຜູ້ຄົນຊຶ່ງຢູ່ໃນແຜ່ນດິນເຊຣາເຮັມລາເປັນຜູ້ທີ່ໄດ້ຮັບບັນຊາໃຫ້ເຮັດສິ່ງເຫລົ່ານີ້, ແລະ ເປັນຜູ້ທີ່ມີຂອງປະທານອັນສູງສົ່ງຈາກພຣະເຈົ້າ.
15 ແລະ ກະສັດເວົ້າວ່າ ຜູ້ພະຍາກອນນັ້ນຍິ່ງໃຫຍ່ກວ່າສາດສະດາ.
16 ແລະ ອຳໂມນເວົ້າວ່າຜູ້ພະຍາກອນເປັນຜູ້ເປີດເຜີຍ ແລະ ເປັນສາດສະດານຳອີກ; ແລະ ບໍ່ມີຜູ້ໃດຈະມີຂອງປະທານທີ່ຍິ່ງໃຫຍ່ກວ່ານີ້ໄດ້ເວັ້ນເສຍແຕ່ເຂົາຈະມີອຳນາດຂອງພຣະເຈົ້າ ຊຶ່ງບໍ່ມີຜູ້ໃດຈະມີໄດ້; ເຖິງປານນັ້ນມະນຸດອາດມີອຳນາດອັນຍິ່ງໃຫຍ່ທີ່ພຣະເຈົ້າປະທານໃຫ້ເຂົາ.
17 ແຕ່ຜູ້ພະຍາກອນຈະຮູ້ຈັກເຖິງສິ່ງທີ່ຜ່ານມາ ແລະ ເຖິງສິ່ງທີ່ຈະມາເຖິງນຳອີກ, ແລະ ໂດຍຜ່ານສິ່ງເຫລົ່ານັ້ນທຸກສິ່ງຈະຖືກສະແດງໃຫ້ປະຈັກ, ຫລື ທີ່ຈິງແລ້ວສິ່ງລີ້ລັບຈະຖືກສະແດງໃຫ້ປະຈັກ, ແລະ ສິ່ງທີ່ຊ້ອນຢູ່ກໍຈະມາຢູ່ໃນບ່ອນແຈ້ງ, ແລະ ສິ່ງທີ່ຍັງບໍ່ເປັນທີ່ຮູ້ຈັກກໍຈະຖືກເຮັດໃຫ້ເປັນທີ່ຮູ້ຈັກໂດຍຜ່ານສິ່ງເຫລົ່ານັ້ນ, ແລະ ສິ່ງທີ່ຈະຮູ້ຈັກບໍ່ໄດ້ ບໍ່ວ່າໃນທາງໃດ ໂດຍຜ່ານສິ່ງເຫລົ່ານັ້ນກໍຈະເຮັດໃຫ້ເປັນທີ່ຮູ້ຈັກນຳ.
18 ພຣະເຈົ້າໄດ້ຈັດຫາວິທີໄວ້ດັ່ງນີ້ເພື່ອມະນຸດຈະໄດ້ເຮັດການອັນຍິ່ງໃຫຍ່ ແລະ ສິ່ງມະຫັດສະຈັນດ້ວຍສັດທາ; ສະນັ້ນເຂົາຈຶ່ງກັບເປັນປະໂຫຍດອັນຍິ່ງໃຫຍ່ຕໍ່ເພື່ອນມະນຸດດ້ວຍກັນ.
19 ແລະ ບັດນີ້ເມື່ອອຳໂມນເວົ້າຂໍ້ຄວາມຈົບລົງແລ້ວ ກະສັດກໍປິຕິຍິນດີຢ່າງຍິ່ງ ແລະ ຖວາຍຄວາມຂອບພຣະຄຸນແດ່ພຣະເຈົ້າ, ໂດຍກ່າວວ່າ: ຄວາມລຶກລັບ ອັນຍິ່ງໃຫຍ່ມີຢູ່ໃນແຜ່ນຈາລຶກເຫລົ່ານີ້ຢ່າງບໍ່ຕ້ອງສົງໄສ, ແລະ ສິ່ງແປຄວາມໝາຍເຫລົ່ານີ້ຖືກຕຽມໄວ້ດ້ວຍຈຸດປະສົງທີ່ຈະເປີດເຜີຍຄວາມລຶກລັບເຊັ່ນນີ້ທັງໝົດຕໍ່ລູກຫລານມະນຸດຢ່າງບໍ່ຕ້ອງສົງໄສ.
20 ໂອ້ ວຽກງານຂອງພຣະຜູ້ເປັນເຈົ້າໜ້າອັດສະຈັນໃຈພຽງໃດ, ແລະ ພຣະອົງທົນກັບຜູ້ຄົນຂອງພຣະອົງມານານພຽງໃດ; ແທ້ຈິງແລ້ວ, ລູກຫລານມະນຸດຕາບອດ ແລະ ຍາກທີ່ຈະເຂົ້າໃຈພຽງໃດ; ເພາະພວກເຂົາບໍ່ສະແຫວງຫາປັນຍາ ແລະ ບໍ່ປາດຖະໜາໃຫ້ ປັນຍາຄວບຄຸມພວກເຂົາເລີຍ!
21 ແທ້ຈິງແລ້ວ, ພວກເຂົາເປັນຄືກັນກັບຝູງແກະປ່າຊຶ່ງໜີຈາກຜູ້ລ້ຽງ, ແລະ ກະຈັດກະຈາຍໄປ, ແລະ ສັດໃນປ່າໄລ່ກິນ.