ບັນທຶກຂອງຊີນິບ—ເລື່ອງລາວຂອງຜູ້ຄົນຂອງລາວນັບຕັ້ງແຕ່ເວລາທີ່ພວກເຂົາໜີຈາກແຜ່ນດິນເຊຣາເຮັມລາ ມາຈົນເຖິງເວລາທີ່ພວກເຂົາໄດ້ຮັບການປົດປ່ອຍໃຫ້ພົ້ນຈາກກຳມືຂອງຊາວເລມັນ.
ມີຢູ່ໃນບົດທີ 9 ຈົນເຖິງບົດທີ 22.
ບົດທີ 9
ຊີນິບນຳພາຄົນກຸ່ມໜຶ່ງອອກຈາກເຊຣາເຮັມລາເພື່ອໄປຍຶດເອົາແຜ່ນດິນລີໄຮ-ນີໄຟ—ກະສັດຊາວເລມັນອະນຸຍາດໃຫ້ພວກເຂົາເປັນເຈົ້າຂອງແຜ່ນດິນອັນເປັນມູນມໍລະດົກ—ມັນໄດ້ມີສົງຄາມລະຫວ່າງຊາວເລມັນກັບຜູ້ຄົນຂອງຊີນິບ. ປະມານ 200–187 ປີ ກ່ອນ ຄ.ສ.
1 ຂ້າພະເຈົ້າຊີນິບໂດຍທີ່ໄດ້ຮັບການສິດສອນໃນພາສາທັງໝົດຂອງຊາວນີໄຟ, ແລະ ມີຄວາມຮູ້ເຖິງ ແຜ່ນດິນນີໄຟ, ຫລື ແຜ່ນດິນຊຶ່ງເປັນມູນມໍລະດົກຕັ້ງແຕ່ຕົ້ນຂອງບັນພະບຸລຸດຂອງພວກເຮົາ, ແລະ ຂ້າພະເຈົ້າໄດ້ຖືກສົ່ງມາໃຫ້ເປັນຜູ້ສອດແນມເພື່ອຈະໄດ້ສືບເບິ່ງກອງທັບຂອງຊາວເລມັນ, ເພື່ອວ່າກອງທັບຂອງພວກເຮົາຈະໄດ້ມາໂຈມຕີ ແລະ ທຳລາຍພວກເຂົາ—ແຕ່ເມື່ອຂ້າພະເຈົ້າມາເຫັນສິ່ງທີດີໃນບັນດາພວກເຂົາແລ້ວ ຂ້າພະເຈົ້າບໍ່ປາດຖະໜາທີ່ຈະໃຫ້ພວກເຂົາຖືກທຳລາຍເລີຍ.
2 ສະນັ້ນ, ຂ້າພະເຈົ້າຈຶ່ງໄດ້ໂຕ້ຖຽງກັບພວກພີ່ນ້ອງຂອງຂ້າພະເຈົ້າຢູ່ໃນຖິ່ນແຫ້ງແລ້ງກັນດານ, ເພາະວ່າຂ້າພະເຈົ້າຢາກໃຫ້ຫົວໜ້າຂອງພວກເຮົາເຮັດຂໍ້ຕົກລົງກັບພວກເຂົາ; ແຕ່ວ່າເພິ່ນເປັນຄົນເຄັ່ງຄັດ ແລະ ກະຫາຍເລືອດ ຈຶ່ງສັ່ງໃຫ້ປະຫານຂ້າພະເຈົ້າເສຍ; ແຕ່ຂ້າພະເຈົ້າກໍຖືກຊ່ວຍຊີວິດໄວ້ ໂດຍມີການນອງເລືອດຢ່າງໜັກ; ແລະ ມີການຕໍ່ສູ້ກັນລະຫວ່າງພໍ່ກັບພໍ່, ແລະ ອ້າຍກັບອ້າຍ, ນ້ອງກັບນ້ອງ, ຈົນວ່າກອງທັບສ່ວນໃຫຍ່ຂອງພວກເຮົາຖືກທຳລາຍໃນຖິ່ນແຫ້ງແລ້ງກັນດານ; ແລະ ພວກທີ່ເຫລືອຕາຍກໍໄດ້ກັບຄືນໄປຫາແຜ່ນດິນເຊຣາເຮັມລາ ເພື່ອເລົ່າເລື່ອງໃຫ້ເມຍຂອງເຂົາ ແລະ ລູກຂອງເຂົາຟັງ.
3 ແລະ ເຖິງຢ່າງໃດກໍຕາມ, ໂດຍທີ່ຂ້າພະເຈົ້າມີຄວາມຕັ້ງໃຈເກີນໄປທີ່ຈະໄດ້ຮັບແຜ່ນດິນຂອງບັນພະບຸລຸດຂອງພວກເຮົາມາເປັນມູນມໍລະດົກ, ຂ້າພະເຈົ້າຈຶ່ງຮວບຮວມຜູ້ຄົນເປັນຈຳນວນຫລວງຫລາຍ ຜູ້ທີ່ປາດຖະໜາທີ່ຈະຂຶ້ນໄປເປັນເຈົ້າຂອງແຜ່ນດິນ; ແລະ ໄດ້ເລີ່ມອອກເດີນທາງໄປໃນຖິ່ນແຫ້ງແລ້ງກັນດານອີກ ເພື່ອຂຶ້ນໄປຫາແຜ່ນດິນນັ້ນ; ແຕ່ພວກເຮົາຖືກລົງໂທດດ້ວຍຄວາມອຶດຢາກ ແລະ ຄວາມທຸກຢ່າງແສນສາຫັດ; ເພາະວ່າພວກເຮົາລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຮົາຊ້າເກີນໄປ.
4 ເຖິງຢ່າງໃດກໍຕາມ, ຫລັງຈາກພວກເຮົາໄດ້ຊັດເຊພະເນຈອນຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາຫລາຍມື້ ພວກເຮົາໄດ້ຕັ້ງຜ້າເຕັນຂຶ້ນ ຊຶ່ງເປັນບ່ອນພີ່ນ້ອງຂອງພວກເຮົາຖືກຂ້າຕາຍ, ຊຶ່ງຢູ່ໃກ້ກັບແຜ່ນດິນຂອງບັນພະບຸລຸດຂອງພວກເຮົາ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ພາສີ່ຄົນເຂົ້າໄປໃນເມືອງອີກ, ເຂົ້າໄປຫາກະສັດ, ເພື່ອຂ້າພະເຈົ້າຈະໄດ້ຮູ້ໃຈຂອງກະສັດ, ແລະ ເພື່ອຂ້າພະເຈົ້າຈະໄດ້ຮູ້ວ່າ ຂ້າພະເຈົ້າພ້ອມດ້ວຍຜູ້ຄົນຂອງຂ້າພະເຈົ້າຈະໄດ້ເຂົ້າໄປເປັນເຈົ້າຂອງແຜ່ນດິນໂດຍສັນຕິຫລືບໍ່.
6 ແລະ ຂ້າພະເຈົ້າໄດ້ອ້ອນວອນກະສັດ, ແລະ ເພິ່ນໄດ້ເຮັດພັນທະສັນຍາກັບຂ້າພະເຈົ້າວ່າ ຂ້າພະເຈົ້າສາມາດເປັນເຈົ້າຂອງແຜ່ນດິນລີໄຮ-ນີໄຟ, ແລະ ແຜ່ນດິນໄຊລຳໄດ້.
7 ແລະ ເພິ່ນໄດ້ສັ່ງໃຫ້ຜູ້ຄົນຂອງເພິ່ນອອກຈາກແຜ່ນດິນນັ້ນໄປ, ແລະ ຂ້າພະເຈົ້າກັບຜູ້ຄົນຂອງຂ້າພະເຈົ້າຈຶ່ງໄດ້ເຂົ້າໄປໃນແຜ່ນດິນນັ້ນເພື່ອເປັນເຈົ້າຂອງ.
8 ແລະ ພວກເຮົາເລີ່ມສ້າງອາຄານ ແລະ ສ້ອມແຊມກຳແພງເມືອງ, ແທ້ຈິງແລ້ວ, ແມ່ນກຳແພງເມືອງລີໄຮ-ນີໄຟ, ແລະ ກຳແພງເມືອງໄຊລຳ.
9 ແລະ ພວກເຮົາເລີ່ມໄຖດິນ, ແທ້ຈິງແລ້ວ, ເພື່ອປູກເມັດພືດພັນທຸກຊະນິດ, ມີເມັດເຂົ້າສາລີ, ແລະ ເຂົ້າຫວີດ, ແລະ ເຂົ້າບາເລ, ແລະ ນີອາດ, ແລະ ຊີອຳ, ແລະ ແນວໝາກໄມ້ຫລາຍຊະນິດ; ແລະ ພວກເຮົາເລີ່ມມີຄົນເພີ່ມທະວີຂຶ້ນ ແລະ ໄດ້ຮຸ່ງເຮືອງຢູ່ໃນແຜ່ນດິນນັ້ນ.
10 ບັດນີ້ມັນເປັນເລ່ຫລ່ຽມ ແລະ ກົນອຸບາຍຂອງກະສັດເລມັນທີ່ຈະ ເອົາຜູ້ຄົນຂອງຂ້າພະເຈົ້າໄປເປັນທາດ, ທີ່ເພິ່ນໄດ້ຍອມເສຍແຜ່ນດິນໃຫ້ພວກເຮົາເປັນເຈົ້າຂອງ.
11 ສະນັ້ນ ເຫດການໄດ້ບັງເກີດຂຶ້ນຄື, ຫລັງຈາກພວກເຮົາໄດ້ອາໄສຢູ່ໃນແຜ່ນດິນນັ້ນເປັນເວລາສິບສອງປີ ກະສັດເລມັນເລີ່ມບໍ່ສະບາຍໃຈຂຶ້ນ, ຢ້ານວ່າໂດຍວິທີໃດວິທີໜຶ່ງຜູ້ຄົນຂອງຂ້າພະເຈົ້າຈະເຂັ້ມແຂງຫລາຍຂຶ້ນໃນແຜ່ນດິນ, ແລະວ່າພວກເຂົາຈະບໍ່ສາມາດຊະນະ ແລະ ນຳເອົາພວກເຮົາໄປເປັນທາດໄດ້.
12 ເພາະພວກເຂົາເປັນຄົນ ຂີ້ຄ້ານ ແລະ ນັບຖືຮູບບູຊາ; ສະນັ້ນ, ພວກເຂົາຈຶ່ງປາດຖະໜາທີ່ຈະເອົາພວກເຮົາໄປເປັນທາດ ເພື່ອພວກເຂົາຈະໄດ້ອີ່ມໜຳສຳລານດ້ວຍແຮງງານຈາກມືຂອງພວກເຮົາ; ແທ້ຈິງແລ້ວ, ເພື່ອພວກເຂົາຈະໄດ້ລ້ຽງສະຫລອງກັນດ້ວຍຝູງສັດຢູ່ໃນທົ່ງຂອງພວກເຮົາ.
13 ສະນັ້ນ, ເຫດການໄດ້ບັງເກີດຂຶ້ນຄື ກະສັດເລມັນເລີ່ມຍຸຍົງຜູ້ຄົນຂອງເພິ່ນໃຫ້ຜິດຖຽງກັບຜູ້ຄົນຂອງຂ້າພະເຈົ້າ; ສະນັ້ນ ສົງຄາມ ແລະ ການຂັດແຍ້ງຈຶ່ງເລີ່ມຂຶ້ນໃນແຜ່ນດິນ.
14 ເພາະໃນປີທີສິບສາມແຫ່ງການປົກຄອງຂອງຂ້າພະເຈົ້າໃນແຜ່ນດິນນີໄຟ, ຫ່າງອອກໄປທາງໃຕ້ຂອງແຜ່ນດິນໄຊລຳ, ເວລາທີ່ຜູ້ຄົນຂອງຂ້າພະເຈົ້າກຳລັງຕັກນ້ຳ ແລະ ໃຫ້ອາຫານແກ່ຝູງສັດ, ແລະ ກຳລັງໄຖດິນຂອງພວກເຂົາຢູ່ນັ້ນ, ທະຫານຊາວເລມັນເປັນຈຳນວນຫລວງຫລາຍໄດ້ມາໂຈມຕີ, ແລະ ເລີ່ມຕົ້ນຂ້າພວກເຂົາ, ແລະ ຍຶດເອົາຝູງສັດ ແລະ ເຂົ້າສາລີຢູ່ໃນທົ່ງຂອງພວກເຂົາໄປ.
15 ແທ້ຈິງແລ້ວ, ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ທີ່ບໍ່ໄດ້ຖືກຈັບຈຶ່ງປົບໜີເຂົ້າໄປໃນເມືອງນີໄຟ, ແລະ ຮ້ອງຂໍຄວາມຊ່ວຍເຫລືອຈາກຂ້າພະເຈົ້າ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ມອບອາວຸດໃຫ້ພວກເຂົາ, ຊຶ່ງມີຄັນທະນູ, ແລະ ລູກທະນູ, ດາບ, ແລະ ດາບສອງຄົມ, ແລະ ໄມ້ຄ້ອນໜ້ານ່ອງ, ແລະ ກະຖຸນ, ແລະ ອາວຸດທຸກຊະນິດທີ່ພວກເຮົາໄດ້ປະດິດຂຶ້ນມາ, ແລະ ຂ້າພະເຈົ້າພ້ອມດ້ວຍຜູ້ຄົນຂອງຂ້າພະເຈົ້າໄດ້ອອກໄປຕໍ່ສູ້ກັບຊາວເລມັນ.
17 ແທ້ຈິງແລ້ວ, ໂດຍໄດ້ຮັບກຳລັງຈາກພຣະຜູ້ເປັນເຈົ້າ ພວກເຮົາຈຶ່ງໄດ້ອອກໄປຕໍ່ສູ້ກັບຊາວເລມັນ; ເພາະວ່າຂ້າພະເຈົ້າ ແລະ ຜູ້ຄົນຂອງຂ້າພະເຈົ້າໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າດ້ວຍສຸດກຳລັງຂໍໃຫ້ພຣະອົງປົດປ່ອຍພວກເຮົາໃຫ້ພົ້ນຈາກກຳມືຂອງສັດຕູ, ເພາະວ່າພວກເຮົາໄດ້ຖືກປຸກໃຫ້ຕື່ນຂຶ້ນຫາຄວາມຊົງຈຳເຖິງການປົດປ່ອຍບັນພະບຸລຸດຂອງພວກເຮົາ.
18 ແລະ ພຣະເຈົ້າ ໄດ້ຍິນສຽງຮ້ອງຂອງພວກເຮົາ; ແລະ ໄດ້ຕອບຄຳອະທິຖານຂອງພວກເຮົາ; ແລະ ພວກເຮົາໄດ້ອອກໄປດ້ວຍພະລັງຂອງພຣະອົງ; ແທ້ຈິງແລ້ວ, ພວກເຮົາໄດ້ອອກໄປສູ້ຮົບກັບຊາວເລມັນ, ແລະ ພາຍໃນມື້ໜຶ່ງຄືນໜຶ່ງ, ພວກເຮົາໄດ້ຂ້າພວກເຂົາຕາຍສາມພັນສີ່ສິບສາມຄົນ; ພວກເຮົາໄດ້ຂ້າຕໍ່ໄປຈົນໄດ້ຂັບໄລ່ພວກເຂົາໜີອອກຈາກແຜ່ນດິນຂອງພວກເຮົາ.
19 ແລະ ຂ້າພະເຈົ້າ, ຕົວຂ້າພະເຈົ້າເອງ, ໄດ້ຊ່ວຍຝັງສົບພວກເຂົາດ້ວຍມືຂອງຂ້າພະເຈົ້າ. ແຕ່ຈົ່ງເບິ່ງ, ມັນເປັນການໂສກເສົ້າ ແລະ ຄ່ຳຄວນຢ່າງໃຫຍ່ຫລວງຕໍ່ພວກເຮົາ ເພາະພີ່ນ້ອງຂອງພວກເຮົາສອງຮ້ອຍເຈັດສິບເກົ້າຄົນໄດ້ຖືກຂ້າຕາຍໃນການສູ້ຮົບນັ້ນ.