ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ເຮັບເຣີ 6


ປຈສ, ເຮັບເຣີ 6:1–10. ປຽບ​ທຽບ​ໃສ່​ກັບ ເຮັບເຣີ 6:1–10

ຫລັກ​ທຳ​ຂອງ​ຄຳ​ສອນ​ຂອງ​ພຣະ​ຄຣິດ ນຳ​ໄປ​ສູ່​ຄວາມ​ດີ​ພ້ອມ.

1 ສະນັ້ນ ໂດຍ​ທີ່ບໍ່ປະ​ຫລັກ​ທຳ​ແຫ່ງ​ຄຳ​ສອນ​ຂອງ​ພຣະ​ຄຣິດ, ຂໍ​ໃຫ້​ເຮົາ​ຈົ່ງ​ກ້າວ​ໄປ​ສູ່​ຄວາມ​ດີ​ພ້ອມ​ທຸກ​ຢ່າງ; ໂດຍ​ບໍ່​ວາງ​ຮາກ​ຖານ​ອີກ​ໃນ​ເລື່ອງ​ການ​ກັບ​ໃຈ​ຈາກ​ວຽກ​ງານ​ທີ່​ຕາຍ​ແລ້ວ, ແລະ ໃນ​ເລື່ອງ​ສັດທາ​ທີ່​ມີ​ຕໍ່​ພຣະ​ເຈົ້າ.

2 ຄຳ​ສັ່ງ​ສອນ​ເຖິງ​ເລື່ອງ​ບັບຕິ​ສະມາ, ພິ​ທີ​ວາງ​ມື, ແລະ ການ​ຟື້ນ​ຄືນ​ຊີ​ວິດ​ຂອງ​ຄົນ​ຕາຍ, ແລະ ການ​ພິ​ພາກ​ສາ​ລົງ​ໂທດ​ອັນ​ເປັນ​ນິດ.

3 ແລະ ພວກ​ເຮົາ​ຈະ​ກ້າວ​ໄປ​ສູ່​ຄວາມ​ດີ​ພ້ອມ​ທຸກ​ຢ່າງ ຖ້າ​ພຣະ​ເຈົ້າ​ອະ​ນຸ​ຍາດ.

4 ເພາະພຣະ​ອົງ​ໄດ້​ເຮັດ​ໃຫ້​ມັນເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ຄົນ​ເຫລົ່າ​ນັ້ນ ທີ່​ໄດ້​ຮັບ​ຄວາມ​ສະ​ຫວ່າງ​ມາ​ເທື່ອ​ໜຶ່ງ​ແລ້ວ ແລະ ຊີມ​ລົດ​ຂອງ​ປະທານ​ຈາກ​ສະຫວັນ, ແລະ ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ,

5 ແລະ ໄດ້​ຊີມ​ລົດ​ອັນ​ດີ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ກັບ​ລິດ​ເດດ​ແຫ່ງ​ຄາວ​ທີ່​ຈະ​ມາ​ເຖິງ​ນັ້ນ,

6 ຖ້າ​ພວກ​ເຂົາ​ເຫລົ່າ​ນັ້ນ​ໄດ້​ຕົກ​ເສຍ​ໄປ​ແລ້ວ, ກໍ​ເຫລືອ​ວິໄສ​ທີ່​ຈະ​ນຳ​ພວກ​ເຂົາກັບ​ຄືນມາ​ສູ່​ການ​ກັບ​ໃຈ​ອີກ​ໄດ້; ເພາະ​ພວກ​ເຂົາ​ເອງ​ຄຶງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ເສຍ ແລະ ເຮັດ​ໃຫ້​ພຣະ​ອົງ​ໄດ້​ຮັບ​ການ​ປະຈານ​ຂາຍ​ໜ້າ.

7 ເພາະມື້​ນັ້ນ​ຈະ​ມາ​ເຖິງ ເມື່ອ​ພື້ນ​ດິນ​ຕອນ​ໃດ​ດູດ​ຮັບ​ເອົາ​ນ້ຳ​ຝົນ​ທີ່​ຕົກ​ໃສ່​ຢູ່​ເລື້ອຍ, ແລະ ເກີດ​ພືດ​ຜົນ​ງອກ​ຂຶ້ນ​ໃຫ້​ປະ​ໂຫຍດ​ແກ່​ຄົນ​ທີ່ອາ​ໄສ​ຢູ່​ໃນ​ນັ້ນ, ຜູ້​ຊຶ່ງ​ບັດ​ນີ້ໄດ້​ຮັບ​ພຣະ​ພອນ​ຈາກ​ພຣະ​ເຈົ້າ, ຈະ​ຖືກ​ເຮັດ​ໃຫ້​ສະອາດ​ດ້ວຍ​ໄຟ.

8 ເພາະພື້ນ​ດິນ​ທີ່​ເກີດ​ສ້ຽນ​ໜາມ ກໍ​ນັບ​ວ່າ​ບໍ່​ມີ​ຄ່າ, ແລະ ເກືອບ​ຈະ​ຖືກ​ປ້ອຍ​ດ່າ​ແລ້ວ; ສະນັ້ນ​ພືດ​ຜົນ​ໃດ​ທີ່​ບໍ່​ເກີດ​ຜົນ​ດີ, ມັນ​ຈະ​ຖືກ​ໂຍນ​ເຂົ້າ​ກອງ​ໄຟ; ຊຶ່ງ​ໃນ​ທີ່​ສຸດກໍ​ຈະ​ຖືກ​ເຜົາ​ໄຟ​ເສຍ.

9 ແຕ່​ພວກ​ພີ່​ນ້ອງ​ເອີຍ, ເຖິງ​ແມ່ນ​ວ່າ​ເຮົາ​ເວົ້າ​ດັ່ງ​ນັ້ນ ເຮົາ​ກໍ​ຍັງ​ເຊື່ອ​ແນ່​ວ່າ ທ່າ​ທີ​ຂອງ​ພວກ​ເຈົ້າ ມີ​ສິ່ງທີ່ດີ​ກວ່າ​ທີ່​ໄດ້​ກ່າວ​ມາ​ນັ້ນ ຄື​ສິ່ງ​ທີ່​ກ່ຽວ​ກັບ​ຄວາມ​ລອດ.

10 ເພາະ​ວ່າ​ພຣະ​ເຈົ້າ​ບໍ່​ໄດ້​ອະຍຸດ​ຕິທຳ, ສະນັ້ນ ພຣະ​ອົງ​ຈະ​ບໍ່ລືມ​ການ​ງານ​ທີ່​ພວກ​ເຈົ້າ​ໄດ້​ເຮັດ ແລະ ຄວາມ​ຮັກ​ທີ່​ພວກ​ເຈົ້າ​ໄດ້​ສະແດງ​ຕໍ່​ພຣະ​ນາມ​ຂອງ​ພຣະ​ອົງ, ຄື​ການ​ຮັບ​ໃຊ້​ໄພ່​ພົນ​ຂອງ​ພຣະ​ອົງ ເໝືອນ​ດັ່ງ​ທີ່​ພວກ​ເຈົ້າ​ຍັງ​ຮັບ​ໃຊ້​ຢູ່.

ພິມ