ສິ່ງ​ຊ່ວຍ​ສຶກ​ສາ
ປຈສ, ເອຊາ​ຢາ 42


ປຈສ, ເອຊາ​ຢາ 42:19–23. ປຽບ​ທຽບ​ໃສ່​ກັບ ເອຊາ​ຢາ 42:19–22

ພຣະ​ຜູ້​ເປັນ​ເຈົ້າ​ສົ່ງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄປ​ສອນ​ຄົນ​ທີ່​ບໍ່​ເລືອກ​ເບິ່ງ ຫລື ຟັງ​ຄວາມ​ຈິງ; ຄົນ​ທີ່​ຟັງ ແລະ ເຊື່ອ​ຟັງ ຈະ​ຖືກ​ເຮັດ​ໃຫ້​ດີ​ພ້ອມ​ທຸກ​ຢ່າງ.

19 ເພາະ​ເຮົາ​ຈະ​ສົ່ງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄປ​ໃຫ້​ເຈົ້າ​ຜູ້​ຕາ​ບອດ; ແທ້​ຈິງ​ແລ້ວ, ຜູ້​ສົ່ງ​ຂ່າວ ເພື່ອ​ເປີດ​ຕາ​ຂອງ​ຄົນ​ຕາ​ບອດ, ແລະ ເປີດ​ຫູ​ຂອງ​ຄົນ​ຫູ​ໜວກ;

20 ແລະ ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ດີ​ພ້ອມ​ທຸກ​ຢ່າງ ເຖິງ​ແມ່ນ​ຕາ​ຂອງ​ພວກ​ເຂົາ​ຈະ​ບອດ​ກໍ​ຕາມ, ຖ້າ​ພວກ​ເຂົາ​ຈະ​ຍອມ​ເຊື່ອ​ຟັງ​ຜູ້​ສົ່ງ​ຂ່າວ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

21 ພວກ​ເຈົ້າ​ເປັນ​ຜູ້​ຄົນ​ກຸ່ມ​ໜຶ່ງ, ເຫັນ​ຫລາຍ​ສິ່ງ, ແຕ່​ພວກ​ເຈົ້າ​ບໍ່​ສັງ​ເກດ; ເປີດ​ຫູຟັງ, ແຕ່​ພວກ​ເຈົ້າບໍ່​ໄດ້​ຍິນ.

22 ພຣະ​ຜູ້​ເປັນ​ເຈົ້າບໍ່ພໍ​ພຣະ​ໄທ​ຫລາຍກັບ​ຜູ້​ຄົນ​ເຊັ່ນ​ນັ້ນ, ແຕ່ເພາະ​ເຫັນ​ແກ່​ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ, ພຣະ​ອົງ​ຈະ​ຂະ​ຫຍາຍ​ກົດ ແລະ ເຮັດ​ໃຫ້​ມັນ​ເປັນ​ທີ່​ເຄົາ​ລົບ.

23 ພວກ​ເຈົ້າເປັນ​ຜູ້​ຄົນ​ກຸ່ມ​ໜຶ່ງ​ທີ່​ຖືກ​ຂະໂມຍ ແລະ ຖືກ​ປຸ້ນ; ສັດ​ຕູ​ຂອງ​ພວກ​ເຈົ້າ, ພວກ​ເຂົາ​ທັງ​ໝົດ, ໄດ້ດັກ​ຈັບພວກ​ເຈົ້າໄວ້​ໃນ​ຫລຸມ, ແລະ ພວກ​ເຂົາໄດ້​ເຊື່ອງ​ພວກ​ເຈົ້າໄວ້​ໃນ​ຄຸກ; ພວກ​ເຂົາ​ໄດ້​ເອົາ​ພວກ​ເຈົ້າໄປ​ເປັນ​ເຫຍື່ອ; ແລະ ບໍ່​ມີ​ໃຜ​ຖືກ​ປົດ​ປ່ອຍ; ເປັນ​ຊັບ​ທີ່​ຖືກ​ປຸ້ນ ແລະ ບໍ່​ມີ​ໃຜ​ເວົ້າ​ວ່າ, ຈົ່ງ​ນຳ​ມັນ​ຄືນ​ມາ.

ພິມ