ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຄຣິດສະມັດ​ຄື​ຄວາ​ມຮັກ


2:3

ຄຣິດສະມັດຄືຄວາມຮັກ

ອ້າຍ​ເອື້ອຍ​ນ້ອງທັງຫລາຍ, ພວກ​ທ່ານ​ເປັນ​ພາບ​ທີ່​ສວຍ​ງາມ​ແທ້ໆ. ມັນ​ເປັນ​ສິດທິ​ພິ​ເສດ​ໃນ​ແຕ່ລະ​ປີ​ທີ່​ຈະ​ເລີ່​ມຕົ້ນ​ເທດສະການ​ຄຣິດສະມັດ​ກັບ​ທ່ານ​ໃນລາຍການ​ໃຫ້​ຄຳ​ດົນ​ໃຈ​ຈາກ​ຝ່າຍ​ປະທານ​ສູງ​ສຸດ​ເນື່ອງ​ໃນ​ໂອກາດ​ເທດສະການ​ບຸນຄຣິດສະມັດ. ຂ້າພະ​ເຈົ້າຂໍ​ສົ່ງ​ຄວາມ​ຮັກ​ໄປ​ຍັງ​ທ່ານ​ທຸກ​ຄົນ ບໍ່​ວ່າ​ທ່ານ​ຈະ​ຢູ່​​ໃນ​ອາຄານ​ນີ້ ຫລື ຊົມ​ການຖ່າຍ​ທອດ​ດ້ວຍ​ວິທີ​ໃດ​ກໍ​ຕາມ.

​ເທດສະການ​ຄຣິດສະມັດ, ພ້ອມ​ກັບ​ຄວາມ​ໝາຍ​ທີ່​ພິ​ເສດ​ ​ແລະ ຄວາມ​ສວຍ​ງາມ​ຂອງ​ເທດສະການ ມັກ​ຈະເຮັດ​ໃຫ້​ເຮົາ​ຕື້ນ​ຕັນ​ໃຈ, ​ເປັນ​ແຮງ​ດົນ​ໃຈ​ໃຫ້​ເຮົາ​ເຮັດ​ຄຳ​ໝັ້ນສັນຍາ​ຄືນ​ອີກ​ກັບ​ພຣະ​ເຈົ້າ, ​ແລະ ຈັດ​ຕຽມ—​ໂດຍ​ທີ່​ໃຊ້​ຄຳ​ຮ້ອງ​ຈາກ​ບົດ​ເພງ​ທີ່​ມ່ວນ​ອອນຊອນ​ຊື່ວ່າ “ຄາ​ວາ​ຣີ” —“​​ໃຫ້​ຜູ້​ອ່ອນ​​ເພຍ​ພັກຜ່ອນ ​ແລະ ຈິດ​ວິນ​ຍານ​ມີ​ສັນຕິ​ສຸກ.”

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເປັນ​ສິ່ງ​ງ່າຍ​ທີ່ຈະ​ຖືກ​ຄວບ​ງຳ​ຢູ່​ກັບ​ຄວາມ​ກົດ​ດັນ​ຂອງ​ເທດສະການ ​ແລະ ອາດ​ສູນ​ເສຍ​ວິນ​ຍານ​ນັ້ນ​​ໃນ​ຊີວິດ​ຂອງ​ເຮົາ ທີ່​ເຮົາ​ພະຍາຍາມ​ຈະ​ມີ. ສຳລັບ​ເຮົາ​ຫລາຍ​ຄົນ ການ​ເຮັດ​ສິ່ງ​ຕ່າງໆຫລາຍ​ເກີນ​ໄປ ​ເປັນ​ເລື່ອງ​ປົກກະຕິ​ໃນ​ຊ່ວງ​ເວລາ​ນີ້​ຂອງ​ປີ. ສາ​ເຫດ​ດັ່ງກ່າວ​ອາດ​​ເປັນ​ເພາະ​ມີ​ກິດ​ກະ​ກຳ​ຄຣິດສະມັດ​ທີ່​ຕ້ອງ​ເຂົ້າຮ່ວມ​ຫລາຍ​ເກີນ​ໄປ, ມີ​ອາຫານ​ໃຫ້​ຮັບ​ປະທານ​ຫລາຍ​ເກີນ​ໄປ, ຕ້ອງ​ໃຊ້​ຈ່າຍ​ເງິນ​ຫລາຍ​ເກີນ​ໄປ, ມີ​ຄວາມ​ຄາດ​ຫວັງ​ຫລາຍ​ເກີ​ນ​ໄປ, ​ແລະ ມີ​ຄວາມ​ຕຶງ​ຄຽດ​ຫລາຍ​ເກີນ​ໄປ. ຫລາຍ​ເທື່ອ​ທີ່​ຄວາມ​ພະຍາຍາມ​ຂອງ​ເຮົາ​ໃນ​ຊ່ວງ​ຄຣິດສະມັດ​​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຄັ່ງ​ຂຶມ, ​ເຮັດ​ຫລາຍ​ເກີນ​ໄປ, ​ແລະ ອ່ອນ​ເພຍ ຊຶ່ງ​ໃນ​ຊ່ວງ​ເວລາ​ນີ້​ເຮົາ​ຄວນ​ຮູ້ສຶກ​ເຖິງ​ຄວາມສຸກ​ອັນ​ລຽບ​ງ່າຍ ຈາກ​ການສະ​ເຫລີ​ມສະຫລອງ​ການ​ກຳ​ເນີ​ດຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ.

ການຄົ້ນຫາ​ຄວາມສຸກ​ທີ່ແທ້​ຈິງ​ຂອງຄຣິດສະມັດ​ບໍ່​ໄດ້​ມາ​ເຖິງ​ໃນ​ຮູບ​ແບບ​ທີ່​ຮີບ​ຮ້ອນ ​ແລະ ຟ້າວ​ຟັ່ງ ​ເພື່ອ​ເຮັດ​ໃຫ້​ທຸກ​ຢ່າງ​ສຳ​ເລັດ​ຫລາຍ​ຂຶ້ນ, ທັງ​ບໍ່​ໄດ້​ມີ​ຢູ່​ໃນ​ການ​ຊື້ຂອງຂວັນ. ​ເຮົາ​ຄົ້ນພົບ​ຄວາມສຸກ​ທີ່​ແທ້​ຈິງ​ເມື່ອ​ເຮົາ​​ເຮັດ​ໃຫ້​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ເປັນ​ຜູ້​ສຳຄັນ​ໃນ​ເທດສະການ​ນີ້. ​ເຮົາ​ສາມາດ​ຮັກສາ​ພຣະອົງ​​ໄວ້​ຢູ່​ໃນ​ຄວາມ​ຄິດ ​ແລະ ຢູ່​ໃນ​ຊີວິດ​ຂອງ​ເຮົາ ​ເມື່ອ​ເຮົາ​ໄປ​ທຳ​ງານ ຕາມທີ່​ພຣະອົງ​ມີ​ໃຫ້​ເຮົາ​ເຮັດ​ຢູ່​​ເທິງ​ແຜ່ນ​ດິນ​ໂລກ. ​ໂດຍ​ສະ​ເພາະ​ໃນ​ຊ່ວງ​ເວລາ​ນີ້, ຂໍ​ໃຫ້​ເຮົາ​ຈົ່ງ​​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະອົງ ​​ໃນຂະນະ​ທີ່​ເຮົາ​ຮັກ ​ແລະ ຮັບ​ໃຊ້​ເພື່ອ​ນມະນຸດ.

ສ່ວນໜຶ່ງ​ໃນ​ສັງຄົມ​ຂອງ​ເຮົາ​ທີ່ຢາກ​​ໄດ້​ຮັບ​ຄວາມ​ຮັກ​ຫລາຍ​ທີ່​ສຸດ​ແມ່ນ​ຢູ່​ໃນ​ໝູ່​ຜູ້​ສູງ​ອາຍຸ, ​ໂດຍສະ​ເພາະ​ຢ່າງ​ຍິ່ງ ​ເມື່ອ​ເຂົາ​ເຈົ້າຕ້ອງ​ທຸກທໍລະມານ​ຈາກ​ຄວາມ​ເຈັບ​ປວດ​ເນື່ອງ​ຈາກ​ຄວາມ​ເປົ່າ​ປ່ຽວ​ດຽວ​ດາຍ. ລົມ​ໜາວ​ແຫ່ງ​ຄວາມ​ຫວັງ​ທີ່​ສູນ​ສິ້ນ ​ແລະ ຄວາມ​ຝັນ​ທີ່​ສະຫລາຍ​​ໄດ້​ພັດຜ່ານ​ກາຍ​ຜູ້​ສູງ​ອາຍຸ ​ແລະ ຜູ້​ທີ່​ເຂົ້າສູ່​ໄວ​ແກ່​ຊະລາ​ຂອງ​ຊີວິດ.

​ແອວ​ເດີ ຣິ​ເຈີດ ​ແອວ ອີ​ແວນ​ສ໌ ​ໄດ້​ຂຽນ​​ໄວ້​ເມື່ອ​ຫລາຍ​ປີກ່ອນວ່າ: “ສິ່ງ​ທີ່​ເຂົາ​ເຈົ້າຕ້ອງການ​ໃນ​ຍາມ​​ເປົ່າ​ປ່ຽວ​ດຽວ​ດາຍ ​ໃນ​ໄວ​ສູງ​ອາຍຸ ຢ່າງ​ໜ້ອຍ​ສ່ວນ​ໜຶ່ງ​ກໍ​ຄື ສິ່ງ​ທີ່​ເຮົາ​ຕ້ອງການ​ໃນ​ຊ່ວງ​ເວລາ​ອັນ​ບໍ່​ແນ່ນອນ​ໃນ​ໄວ​ເຍົາ​ຂອງ​ເຮົາ: ຄວາມ​ຮູ້ສຶກ​ໃນ​ການ​ເປັນ​ສ່ວນ​ຮ່ວມ, ຄວາມ​ໝັ້ນ​ໃຈ​ທີ່​ຮູ້ສຶກ​ວ່າ​ເປັນ​ທີ່​ຕ້ອງການ, ​ແລະ ​ໄດ້​ຮັບ​ການ​ປະຕິບັດ​ຕໍ່​ດ້ວຍ​ຄວາມ​ເມດ​ຕາ​ຈາກ​ໃຈ ​ແລະ ມື​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ—ບໍ່​ແມ່ນ​ເຮັດ​ໄປ​ເພາະ​ເປັນ​ໜ້າ​ທີ່ ຫລື ​ເປັນ​ພຽງ​ແຕ່​ຫ້ອງ​ທີ່ຢູ່​ໃນ​ອາຄານ​ເທົ່າ​ນັ້ນ, ​ແຕ່​ເປັນ​ຫ້ອງ​ທີ່ຢູ່​ໃນ​ໃຈ ​ແລະ ຊີວິດ​ຂອງ​ບາງ​ຄົນນຳ​ອີກ. …

“ເຮົາ​ບໍ່​ສາມາດ​ນຳ ​ເຂົາ​ເຈົ້າກັບ​ໄປ​ຫາຮຸ່ງ​ອາ​ລຸນ​ໃນ​​ໄວ​ເຍົາຂອງ​ເຂົາ​ເຈົ້າ​ໄດ້, ​ແຕ່​ເຮົາ​ສາມາດ​ຊ່ອຍ​ເຫລືອ​ເຂົາ​ເຈົ້າ​ໃຫ້​ດຳ​ເນີນ​ຊີວິດ​ໃນ​ຄວາມ​ອົບ​ອຸ່ນ​ຂອງ​ດວງ​ອາທິດທີ່​ຄ້ອຍ​ຄ່ຳ​ໄດ້​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ການຈັດ​ຫາ, ​ແລະ ຄວາມ​ຮັກ​ຢ່າງ​ກະຕືລືລົ້ນ ​ແລະ ຈິງ​ໃຈ.”1

ອ້າຍ​ເອື້ອຍ​ນ້ອງ​ຂອງ​ຂ້າພະ​ເຈົ້າ, ຄວາມ​ຮັກ​ອັນ​ແທ້​ຈິງ​ສະທ້ອນ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ໃນ​ເດືອນ​ທັນ​ວ່າ ຂອງ​ແຕ່ລະ​ປີ ​ເຮົາ​ເອີ້ນ​ມັນ​ວ່າ ວິນຍານ​ຂອງຄຣິດສະມັດ. ທ່ານສາມາດ​ໄດ້​ຍິນ. ທ່ານສາມາດ​ເຫັນ. ທ່ານສາມາດ​ຮູ້ສຶກ​ເຖິງ​ສິ່ງ​ນີ້.

​ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ປະ​ສົບ​ການ​ໜຶ່ງ​​ໃນ​ໄວ​ເຍົາ​ຂອງ​ຂ້າພະ​ເຈົ້າ—ປະສົບ​ການ​ທີ່​ຂ້າພະ​ເຈົ້າ​ເຄີຍ​ໄດ້​ເລົ່າ​​ມາ​ແລ້ວ ​ເທື່ອ​ໜຶ່ງ​ຫລື​ສອງ​ເທື່ອ​ນີ້​ແຫລະ. ຂ້າພະ​ເຈົ້າມີ​ອາຍຸ​ພຽງ​ແຕ່ 11 ປີ. ປະທານ​ຊັ້ນປະຖົມ​ໄວ​ຂອງ​ພວກ​ເຮົາ, ​ເມ​ລິ​ສາ, ​​​ເປັນ​ຄົນ​ອາວຸ​ໂສ ​ແລະ ມີ​ຜົມ​ສີ​ເທົາ​ແລ້ວ. ມື້ໜຶ່ງ​ຢູ່​ໃນ​ຊັ້ນປະຖົມ​ໄວ ປ້າ​ເມ​ລິ​ສາ​ໄດ້​ຂໍ​ໃຫ້​ຂ້າພະ​ເຈົ້າຢູ່​ຕໍ່​ເພື່ອ​ພົບ​ກັບ​ເພິ່ນ. ພວກ​ເຮົາ​ທັງ​ສອງ​ໄດ້​ນັ່ງ​ຢູ່​ໃນ​ຫ້ອງ​ນະມັດສະການ​ທີ່ວ່າງ​ເປົ່າ. ​ເພິ່ນ​ໄດ້​ວາງ​ແຂນ​ໃສ່​ບ່າ​ໄຫລ່​ຂອງ​ຂ້າພະ​ເຈົ້າ ​ແລະ ​ເລີ່​ມຮ້ອງ​​ໄຫ້. ດ້ວຍ​ຄວາມ​ແປກ​ໃຈ, ຂ້າພະ​ເຈົ້າ​ໄດ້​ຖາມ​ເພິ່ນ​ວ່າ​ເ​ປັນ​ຫຍັງ​ເພິ່ນ​ຈຶ່ງ​ຮ້ອງ​ໄຫ້.

​ເພິ່ນ​ໄດ້​ຕອບ​ວ່າ, “ຂ້ອຍ​ບໍ່​ສາມາດ​ເຮັດ​ໃຫ້ພວກ​ຜູ້​ຊາຍ​ຢູ່ໃນ​ຫ້ອງເຈົ້າມີ​ຄວາມ​ຄາລະວະ ​ໃນ​ຊ່ວງ​ເປີດ​ຊັ້ນຮຽນ​ປະຖົມ​ໄວ. ​ເຈົ້າຈະ​​ເຕັມ​​ໃຈ​ຊ່ອຍ​ຂ້ອຍ​​ໄດ້​ບໍ່, ທອມ​ມີ?”

ຂ້າພະ​ເຈົ້າ​ໄດ້​ສັນຍາ​ປ້າເມ​ລິ​ສາ ວ່າ​ຂ້າພະ​ເຈົ້າຈະ​​ເຮັດ. ​ເປັນ​ທີ່​ໜ້າ​ປະຫລາດ​​ໃຈ​ສຳລັບ​ຂ້າພະ​ເຈົ້າ, ​ແຕ່​ບໍ່​ແມ່ນ​ສຳລັບ​ປ້າ​ເມ​ລິ​ສາ, ທີ່​ເຮັດ​ໃຫ້​ບັນຫາ​ເລື່ອງ​ຄວາມ​ຄາລະວະ​ໃນ​ຊັ້ນປະ​ຖົມ​ໄວ​ຈົບ​ລົງ. ​ເພິ່ນ​ໄດ້​ໄປ​ຫາ​ຕົ້ນ​ເຫດຂອງ​ບັນຫາ—ນັ້ນຄື ຂ້າພະ​ເຈົ້າ. ວິທີ​ແກ້​​ໄຂບັນຫາ​ຄື​ຄວາມ​ຮັກ.

​ເວລາ​ຜ່ານ​ໄປ​ຢ່າງ​ໄວ. ປ້າ​ເມ​ລິ​ສາ​ທີ່​ຍອດ​ຍ້ຽມ, ຕອນ​ນີ້​ຢູ່​ໃນ​ໄວ 90 ປາຍ​ປີ​ແລ້ວ, ອາ​ໄສ​ຢູ່​ໃນ​ບ້ານ​ພັກ​ຂອງ​ຄົນ​ຊະລາ​ຢູ່​ທາງ​ເບື້ອງ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເມືອງ​ເຊົາ​ເລັກ. ກ່ອນ​ໜ້າ​ວັນ​ຄຣິດສະມັດ ຂ້າພະ​ເຈົ້າ​ໄດ້​ຕັ້ງ​ໃຈ​ໄປ​ຢ້ຽມປະທານ​ຊັ້ນປະຖົມ​ໄວ​ທີ່​ຮັກ​ຂອງ​ຂ້າພະ​ເຈົ້າ. ຢູ່​ໃນ​ລົດຂ້າພະ​ເຈົ້າ​ໄດ້​ຍິນ​ເພງ​ໃນ​ວິທະຍຸກ່າວ​ວ່າ “ຈົ່ງ​ຟັງ​ເພງ​ຂອງ​​ເຫລົ່າທູດ​ສະຫວັນ ສັນລະ​ເສີນ​ກະສັດ​ອົງ​ໃໝ່!”2 ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ການ​ມາ​ຢ້ຽມ​ຢາມຂອງ​ພວກ​ໂຫລາ​ຈານ​ດົນ​ນານ​ມາ​ແລ້ວ. ​ເຂົາ​ເຈົ້າ​ໄດ້​ນຳ ​ຄຳ, ກຳຍານ, ​ແລະ ຢາງ​ໄມ້​ຫອມມາ​ເປັນ​ຂອງຂວັນ. ຂ້າພະ​ເຈົ້າ​ໄດ້​ນຳ​ພຽງ​​ແຕ່ຂອງຂວັນ​ແຫ່ງ​ຄວາມ​ຮັກ ​ແລະ ຄວາມ​ປາດ​ຖະໜາ​ທີ່​ຈະ​ກ່າວ​ຂອບຄຸນ​ມາ​ໃຫ້​ເທົ່າ​ນັ້ນ.

ຂ້າພະ​ເຈົ້າ​ໄດ້​ເຫັນ​ປ້າ​ເມ​ລິ​ສາ​ຢູ່​ໃນ​ຫ້ອງ​ອາຫານ. ​ເພິ່ນ​ຫລຽວ​ເບິ່ງ​ຈານ​ອາຫານ, ​ຈັບ​ສ້ອມ​ເຂ່ຍ​ອາຫານ​ໄປ​ມາ​ດ້ວຍ​ມື​ທີ່​ຫ່ຽວ​ຍານ​ຂອງ​​ເພິ່ນ. ​ເພິ່ນບໍ່​ໄດ້​ກິນ​ແມ່ນ​ແຕ່​ຄຳ​ດຽວ. ​​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກ່າວ​ກັບ​​ເພິ່ນ, ຄຳ​ເວົ້າຂອງ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຕອບ​ຮັບ​ດ້ວຍ​ການ​ຈ້ອງ​ມອງ​ແບບ​ບໍ່​ຮູ້ຈັກ. ຂ້າພະ​ເຈົ້າ​ໄດ້​ຢິບ​ເອົາ​ສ້ອມ​ຈາກ​ມື​ຂອງ​ປ້າ​ເມ​ລິ​ສາ ​ແລະ ​ໄດ້​ເລີ່​ມຕົ້ນປ້ອນ​ອາຫານ​ ​ໂດຍ​ທີ່​ເວົ້າກັບ​ເພິ່ນ​ຕະຫລອດ​ເວລາ​ທີ່​ປ້ອນ​ອາຫານ​ເຖິງ​ການ​ຮັບ​ໃຊ້​ຂອງ​ເພິ່ນ​ທີ່​ມີ​ຕໍ່​​ເດັກ​ຊາຍ​ຍິງ​ໃນ​ຖານະ​ເປັນ​ຜູ້​ທຳ​ງານໃນ​ຊັ້ນປະຖົມ​ໄວ. ບໍ່​ມີ​ປິ​ຕິ​ກິລິຍາ​ຕອບ​ຮັບ​ແນວ​ໃດ ຫລື ຄຳ​​ເວົ້າຈັກ​ຄຳ. ຄົນ​​ໃນ​ບ້ານ​ພັກ​ສອງ​ຄົນ​ໄດ້​ຫລຽວ​ເບິ່ງ​ຂ້າພະ​ເຈົ້າດ້ວຍ​ຄວາມ​ງົງ​ງັນ. ​ໃນ​ທີ່​ສຸດ​ຄົນ​ໜຶ່ງ​ໄດ້​ກ່າວ​ຂຶ້ນວ່າ, “ຢ່າ​ເວົ້າກັບ​ລາວ. ລາວ​ບໍ່​ຮູ້ຈັກ​ໃຜ—​ແມ່ນ​ແຕ່​ຄົນ​ໃນ​ຄອບຄົວຂອງ​ລາວ​ເອງ. ລາວ​ບໍ່​ເຄີຍ​ເວົ້າກັບ​ໃຜ ຕະຫລອດ​ເວລາ​ທີ່​ລາວ​ຢູ່​ທີ່​ນີ້.”

​ເຂົ້າສວຍ​ໄດ້​ໝົດ​ໄປ. ການ​ສົນທະນາ​ຝ່າຍ​ດຽວ​ຂອງ​ຂ້າພະ​ເຈົ້າກໍ​​ໄດ້ສິ້ນ​ສຸດ​ລົງ. ຂ້າ​ພະ​ເຈົ້າ​ໄດ້​ລຸກ​ຢືນ​ຂຶ້ນ​ເພື່ອ​ຈະ​ກັບ. ຂ້າພະ​ເຈົ້າ​ໄດ້​ຈັບ​ມື​ອັນ​ບອບ​ບາງ​ຂອງ​ເພິ່ນ, ຫລຽວ​ເບິ່ງ​ໃບ​ໜ້າ​ອັນ​ ຫ່ຽວ​​​ຍານ​ແຕ່​ສວຍ​ງາມ​ຂອງ​ເພິ່ນ, ​ແລະ ກ່າວ​ວ່າ “ຂໍ​ໃຫ້​ພຣະ​ເຈົ້າຈົ່ງ​ອວຍພອນ​ເຈົ້າ​ເດີ້​ ປ້າ​ເມ​ລິ​ສາ. ສຸກ​ສັນ​ວັນ​ຄຣິດສະມັດ.” ​ໂດຍ​ບໍ່​ມີ​ການ​ເຕືອນ, ​ເພິ່ນ​ໄດ້​ເວົ້າອອກ​ມາ​ວ່າ, “ຂ້ອຍ​ຮູ້ຈັກ​ເຈົ້າ. ​ເຈົ້າຄື​ ທອມ​ມີ ມອນ​ສັນ, ​ເດັກ​ຊາຍຊັ້ນປະຖົມ​ໄວ​ຂອງ​ຂ້ອຍ. ຂ້ອຍ​ຮັກ​ເຈົ້າຫລາຍ​.” ​ເພິ່ນ​ໄດ້​​ເອົາ​ມື​ຂອງ​ຂ້າພະ​ເຈົ້າ​ໄປ​ແຕະ​​ໃສ່ປາກ​ຂອງ​ເພິ່ນ ​ແລະ ​​ໄດ້​ຈູບ​ດ້ວຍ​ຄວາມ​ຮັກ. ນ້ຳຕາ​ໄດ້​ໄຫລອາບ​ແກ້ມ​ຂອງ​ເພິ່ນ ​ແລະ ຕົກ​ໃສ່​ມື​ຂອງ​ພວກ​ເຮົາ. ມື​ຂອງ​ພວກ​ເຮົາ, ​ໃນ​ມື້ນັ້ນ, ​ໄດ້​ຖືກ​ເຮັດ​ໃຫ້​ສັກສິດ​ຈາກ​ສະຫວັນ ​ແລະ ​ໄດ້​ຮັບ​ພອນ​ຈາກ​ພຣະ​ເຈົ້າ. ​ເຫລົ່າ​ທູດ​ໄດ້​ຮ້ອງ​ເພງ. ຖ້ອຍ​ຄຳ​ຂອງ​ພຣະອາຈານ​ເບິ່ງ​ຄື​ວ່າ​ມີ​ຄວາມ​ໝາຍ​ສ່ວນ​ຕົວ ດັ່ງ​ທີ່​​ບໍ່​​ເຄີຍຮູ້ສຶກມາ​ກ່ອນ ທີ່​ວ່າ: “ນາງ​ເອີຍ​ ນີ້​ແຫລະ​ຄື​ລູກ​ຂອງ​ເຈົ້າ!” ​ແລະ ກັບ​ສາ​ນຸສິດ​ຂອງ​ພຣະອົງ, “ນາງ​ຄື​ແມ່​ຂອງ​ເຈົ້າ!”3

ຈາກ​ເບດ​ເລ​ເຮັມມີ​ສຽງ​ສະທ້ອນ​ເຫລົ່າ​ນີ້:

​ໂອ້ ​ແສ​ນສະຫງົບ

ຂອງຂວັນ​ແສນ​ອັດສະ​ຈັນ!

​ພຣະຜູ້​ເປັນ​ເຈົ້າ​ແຫ່ງ​ສະຫວັນ

​ໄດ້​ມອບ​ໃຫ້​ແກ່​ປະຊາ​ຊາດ.

ບໍ່​ມີ​ໃຜ​ໄດ້​ຍິນ​ສຽງ​ຂອງ​ພຣະອົງ​ສະ​ເດັດ​ມາ;

​ຍົກ​ເວັ້ນ​ແຕ່​ໃນ​ໂລກ​ບາບ​ນີ້,

ວິນ​ຍານ​ທີ່​ອ່ອນ​ໂຍນ​ຈະ​ຮັບ​ພຣະອົງ

ພຣະຄຣິດ​ໄດ້​ເຂົ້າມາ.4

ປະທານ​ເດ​ວິດ ​ໂອ ມິກ​ເຄ ​ໄດ້​ກ່າວ​ວ່າ: “ຄວາມສຸກ​ທີ່​ແທ້​ຈິງ​ເກີດ​ມາ​ຈາກ​ການ​ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມສຸກ. … [ວິນ​ຍານ​ຂອງ] ບຸນຄຣິດສະມັດ … ​ເຮັດ​ໃຫ້​​ໃຈ​ຂອງ​ເຮົາ​ອີ່ມ​ເອີ​ບ​ໃນ​ຄວາມ​ຮັກ​ສັນ​ພີ່ນ້ອງ ​ແລະ ມິດຕະພາບ ​ແລະ ກະ​ຕຸ້ນ​ເຮົາ​​ໃຫ້ຮັບ​ໃຊ້​ດ້ວຍ​ຄວາມ​ເມດ​ຕາ. ນັ້ນຄື​ວິນ​ຍານ​​ແຫ່ງພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ.”5

ບໍ່​ມີ​ເວລາ​ໃດ​ຈະ​ດີ​ໄປ​ກວ່າ​ເວລາ​ນີ້ ຊຶ່ງ​ເປັນ​ເທດ​ສະການ​ຄຣິດສະມັດ, ​ສຳລັບເຮົາ​ທຸກ​ຄົນທີ່​ຈະ​ອຸທິດ​ຕົນ​ອີກ​ໃຫ້​ແກ່​ຫລັກ​ທຳ​ທີ່​ໄດ້​ສອນ​ໂດຍ​ພຣະ​ເຢຊູ​ຄຣິດ. ມັນ​ເປັນ​ເວລາ​ທີ່​ຈະ​ຮັກ​ພຣະຜູ້​ເປນ​ເຈົ້າ, ພຣະ​ເຈົ້າຂອງ​ເຮົາ, ດ້ວຍ​ສຸດ​ຫົວ​ໃຈ​ຂອງ​ເຮົາ—​ແລະ ​ເພື່ອນ​ບ້ານ​ຂອງ​ເຮົາ​ເໝືອນ​ດັ່ງ​ຕົວ​ເຮົາ​ເອງ. ມີ​ຄຳ​ກ່າວ​ໄວ້​ວ່າ ຄົນ​ທີ່​ໃຫ້​ເງິນ​ຄຳ ​ແມ່ນ​ໃຫ້​ຫລາຍ; ຄົນ​ທີ່​ໃຫ້​ເວລາ, ​ແມ່ນ​ໃຫ້​ຫລາຍ​ກວ່າ; ​ແຕ່​ຄົນ​ທີ່​ໃຫ້​ຕົວ​ເອງ ​ແມ່ນ​ໃຫ້​ທັງ​ໝົດ.

ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ໃຫ້​ບຸນຄຣິດສະມັດ​ມີ​ຄວາມ​ໝາຍ​ແທ້. ມັນ​ບໍ່​​​ແມ່ນເຄື່ອງ​ປະ​ດັບ ​ແລະ ​​ໂບ​, ຍົກ​ເວັ້ນ​ແຕ່​ເຮົາ​ຈະ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ເປັນ​ເຊັ່ນ​ນັ້ນ. ຄຣິດສະມັດ​ຄື​ວິນ​ຍານ​ແຫ່ງ​ການ​ໃຫ້ ​ໂດຍ​ບໍ່​ຫວັງ​ຜົນ​ຕອບ​ແທນ. ​ມັນເປັນຄວາມ​ສຸກ​ເພາະ​ເຮົາ​ເຫັນ​ຄວາມສຸກ​​ໃນຄົນ​ອື່ນ. ​ມັນເປັນ​ການ​ບໍ່​ນຶກ​ເຖິງ​ຕົນ​ເອງ ​ແລະ ຫາ​ເວລາ​ໃຫ້​ກັບ​ຄົນ​ອື່ນ. ​ມັນເປັນ​ການ​ປະ​ຖິ້ມ​ສິ່ງ​ທີ່​ໄຮ້​ຄ່າ ​ແລະ ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ທີ່​ມີຄ່າ. ​ມັນເປັນຄວາມ​ສະຫງົບສຸກ​ເພາະ​ເຮົາ​ພົບ​ຄວາມ​ສະຫງົບສຸກໃນ​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ມັນເປັນ​ເວລາ​ທີ່​ເຮົາ​ຮັບ​ຮູ້​ຢ່າງ​ເລິກ​ຊຶ້ງທີ່​ສຸດ​ວ່າ ​ຍິ່ງ​​ໃຫ້ຄວາມ​ຮັກຂະຫຍາຍ​ກວ້າງອອກຫລາຍ​ເທົ່າ​​ໃດ, ​ກໍ​ຈະ​ມີ​ຄວາມ​ຮັກ​ທີ່​ຈະມອບ​ໃຫ້​ຄົນ​ອື່ນຫລາຍຂຶ້ນ​ເທົ່າ​ນັ້ນ.

ມີຄຣິດສະມັດ​ຢູ່​ໃນ​ບ້ານ ​ແລະ ​ໃນ​ໂບດ,

ມີຄຣິດສະມັດ​ຢູ່​ໃນ​ຮ້ານ​ຄ້າ;

​ແຕ່​ທ່ານ​ຈະ​ບໍ່​ຮູ້​ວ່າ​ຄຣິດສະມັດ​ຄື​ຫຍັງ

ຈົນ​ກວ່າ​ຄຣິດສະມັດ​ຢູ່​ໃນ​​ໃຈທ່ານ.

ລະຄັງ​ອາດ​ດັງ​ຜ່ານ​ຫິມະ,

​ແລະ ​ເພງ​ລ່ອງ​ລອຍ​ມາ​ຕາມ​ລົມ,

​​ແຕ່ ​ໂອ້, ​ໃຈ​ເຮົາ​ຈະ​ພາດ​ກັບ​ການ​ຕື່ນ​ເຕັ້ນ

​ເວັ້ນ​ແຕ່​ຄຣິດສະມັດ​ຈະ​ຢູ່​ທີ່​ນີ້.6

​ໃນ​ຂະນະ​ທີ່​ເທດສະການ​ຄຣິດສະມັດ​ອ້ອມ​ຮອບ​ເຮົາ​ດ້ວຍ​ຄວາມ​ຮຸ່ງ​​ເຫລື້ອມ, ຂໍ​ໃຫ້​ເຮົາ​ຈົ່ງເຮັດ​ເຊັ່ນ​ດຽວ​ກັບ​ພວກ​ໂຫລາ​ຈານທີ່​ໄດ້ສະ​ແຫວ​ງຫາ​ດາວ​ດວງ​ທີ່​ສະຫວ່າງ​ດວງ​ນັ້ນ ທີ່​ຈະ​ນຳ​ເຮົາ​ໄປ​ສູ່​ໂອກາດ​ແຫ່ງ​ການ​ຮັບ​ໃຊ້​ເພື່ອນມະນຸດ​ຂອງ​ເຮົາໃນ​ຊ່ວງ​ຄຣິດສະມັດ. ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ເດີນທາງ​ໄປ​ສູ່​ເບ​ດ​ເລ​ເຮັມທາງ​ວິນ​ຍານ, ພາ​ໃຈ​ອັນ​ອ່ອນ​ໂຍນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຫ່ວງ​​​ໃຍ​ໄປ​ເປັນ​ຂອງ​ຖະຫວາຍ​ແດ່​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ແລະ ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງ​ມີຄຣິດສະມັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມສຸກ​ດ້ວຍ​ເທີ້ນ. ​ໃນ​ພຣະນາມ​ອັນ​ສັກສິດ ​ແລະ ​ເປັນ​ພອນ​ຂອງ​ພຣະ​ເຢຊູຄຣິດ, ອາແມນ.

​ແຫ​ລ່ງອ້າງ​ອີງ

  1. Richard L. Evans, Thoughts for One Hundred Days (1966), 222.

  2. “Hark! The Herald Angels Sing,” Hymns, no. 209.

  3. ​ໂຢຮັນ 19:26–27.

  4. “O Little Town of Bethlehem,” Hymns, no. 208.

  5. David O. McKay, Gospel Ideals (1953), 551.

  6. “Christmas in the Heart,” as quoted in The Instructor, Dec. 1933, 547.