ຂອງປະທານອັນສົມບູນ
ໃນຊ່ວງບຸນຄຣິດສະມັດ ເຮົາສະຫລອງຂອງປະທານອັນສົມບູນຂອງພຣະບິດາເທິງສະຫວັນ ນັ້ນຄື ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ພຣະຜູ້ຊ່ອຍໃຫ້ລອດຂອງໂລກ. ເພື່ອລະນຶກເຖິງຂອງປະທານອັນຍິ່ງໃຫຍ່ທີ່ສຸດນີ້, ເທດສະການຄຣິດສະມັດ ຈຶ່ງເປັນເວລາທີ່ພວກເຮົາສ່ວນຫລາຍພົບຄວາມສຸກກັບການໃຫ້ຄົນອື່ນ. ທ່ານ ແລະ ຂ້າພະເຈົ້າໄດ້ຮຽນຮູ້ຈາກປະສົບການວ່າ ສິ່ງນັ້ນທ້າທາຍຫລາຍພຽງໃດ.
ໃນປີ 1970 ຂ້າພະເຈົ້າໄດ້ເປັນພໍ່ຂອງລູກຊາຍນ້ອຍສາມຄົນ. ເຊັ່ນດຽວກັບພໍ່ແມ່ໃໝ່ຫລາຍຄົນ, ຂ້າພະເຈົ້າໄດ້ທຳງານໜັກເພື່ອຫາລ້ຽງຄອບຄົວທີ່ກຳລັງເຕີບເຕີ. ສອງມື້ຫລັງຈາກບຸນຄຣິດສະມັດ ຂ້າພະເຈົ້າຮູ້ວ່າ ຂ້າພະເຈົ້າຕ້ອງໄດ້ເດີນທາງໄກໄປເຮັດທຸລະກິດ, ໄດ້ປະໃຫ້ພັນລະຍາ, ແຄຕະລີນ, ເບິ່ງແຍງລູກຊາຍໃນຊ່ວງວັນຢຸດຮຽນຂອງພວກເຂົາ. ໂດຍທີ່ຮູ້ວ່າຄວາມສຸກຂອງພວກເຂົາໃນຂະນະທີ່ຂ້າພະເຈົ້າບໍ່ຢູ່ ຈະຂຶ້ນຢູ່ກັບການມີຂອງຂວັນຄຣິດສະມັດທີ່ດີໄວ້ໃຫ້ຫລິ້ນ, ພວກເຮົາຈຶ່ງໄດ້ເລືອກຂອງຂວັນຢ່າງລະມັດລະວັງ.ກັບລູກຊາຍກົກ, ອາຍຸເຈັດປີ, ພວກເຮົາໄດ້ມອບເຄື່ອງແທກຄວາມກົດດັນຂອງອາກາດໃຫ້ລາວ.
ພວກເຮົາໄດ້ພົບເຫັນວ່າ ພວກເຮົາຕ້ອງປະກອບພາກສ່ວນບາງຢ່າງ. ຂ້າພະເຈົ້າກັບລູກຊາຍໄດ້ນັ່ງລົງປະກອບເຄື່ອງແທກຄວາມກົດດັນຂອງອາກາດໃໝ່ ແລະ ສວຍງາມຂອງລາວ. ພວກເຮົາໄດ້ເອົາພາກສ່ວນຕ່າງໆວາງລົງ ແລະ ໄດ້ສຶກສາຄຳແນະນຳ ທີ່ຊັບຊ້ອນຢ່າງລະອຽດນຳກັນ.
ສອງສາມຊົ່ວໂມງຫລັງຈາກນັ້ນ, ຂ້າພະເຈົ້າໄດ້ພົບເຫັນວ່າ ເຖິງແມ່ນພວກເຮົາໄດ້ປະກອບມັນຢ່າງຖືກຕ້ອງ ແຕ່ກໍເຫັນວ່າ ມີບາງສິ່ງຜິດປົກກະຕິກັບກົນໄກຂອງການເຮັດໃຫ້ນ້ຳຢູ່ໃນເຄື່ອງນັ້ນໄຫລຂຶ້ນລົງ. ຂ້າພະເຈົ້າໄດ້ພະຍາຍາມເກັບຄວາມສົງໄສບໍ່ໃຫ້ລູກຊາຍຮູ້, ແຕ່ໃນຕອນເດິກຂອງຄືນນັ້ນ, ຫລັງຈາກລາວໄດ້ເຂົ້ານອນແລ້ວ, ຂ້າພະເຈົ້າມີຄວາມຂ້ອງໃຈຫລາຍຈົນໄດ້ໃຊ້ປຶ້ມບັນທຶກສ່ວນຕົວຂອງຂ້າພະເຈົ້າຂຽນຈົດໝາຍໄປຕໍ່ວ່າບໍລິສັດທີ່ສ້າງເຄື່ອງນັ້ນ. ນີ້ຄືສ່ວນໜຶ່ງຂອງຈົດໝາຍຊຶ່ງຂ້າພະເຈົ້າດີໃຈທີ່ຂ້າພະເຈົ້າບໍ່ໄດ້ສົ່ງໄປ:
“ລູກຊາຍຂອງພວກເຮົາດີໃຈຫລາຍກັບເຄື່ອງແທກຄວາມກົດດັນຂອງອາກາດ. ລາວອາຍຸເຈັດປີ ແລະ ມີສັດທາວ່າ ອັນໃດກໍຕາມທີ່ສວຍງາມຕ້ອງໃຊ້ງານໄດ້ແນ່ນອນ. ຂ້າພະເຈົ້າຫວັງວ່າອາກາດຈະບໍ່ປ່ຽນກ່ອນພວກເຮົາໄດ້ຮັບຄຳຕອບຈາກທ່ານ ເພາະວ່າຂ້າພະເຈົ້າບໍ່ຢາກຄ່ອຍຍ່າງຂຶ້ນໄປຊັ້ນເທິງ ໃຊ້ມືປັບເຄື່ອງເອງ, ແລະ ຂ້າພະເຈົ້າບໍຢາກໃຫ້ລາວສູນເສຍສັດທາກັບເຄື່ອງນີ້. ... ກະລຸນາບອກຂ້າພະເຈົ້າແດ່ວ່າ ຂ້າພະເຈົ້າຄວນເຮັດແນວໃດ ເພື່ອໃຫ້ມັນໃຊ້ການໄດ້. ຖ້າຫາກທ່ານບໍ່ຊ່ອຍເຫລືອຂ້າພະເຈົ້າ, ຂ້າພະເຈົ້ານີ້ແຫລະຈະເປັນຜູ້ຖືກຕ້ອງຕິ.”
ພວກເຮົາບໍ່ໄດ້ຮັບຄວາມຊ່ອຍເຫລືອຢ່າງທັນການເພື່ອໃຫ້ຂອງຂວັນຄຣິດສະມັດນັ້ນໃຊ້ການໄດ້. ແຕ່ລູກຊາຍຂອງພວກເຮົາ, ຊຶ່ງຕອນນີ້ກໍເປັນພໍ່ຄົນໜຶ່ງ, ຍັງຈື່ຈຳຄວາມຮັກທີ່ພວກເຮົາໄດ້ແບ່ງປັນໃຫ້ກັນໃນຂະນະທີ່ພວກເຮົາພະຍາຍາມຊ່ອຍກັນແປງມັນ. ແລະ ລາວກໍຍັງຮູ້ສຶກເຖິງສັດທາທີ່ພວກເຮົາມີໃນແບບແຜນທີ່ເຊື່ອຖືໄດ້ຂອງພຣະເຈົ້າກ່ຽວກັບການສ້າງໂລກ ແລະ ອາກາດ ຊຶ່ງເຮັດໃຫ້ການຄາດການລ່ວງໜ້າເລື່ອງອາກາດເປັນໄປໄດ້. ສັດທານັ້ນບໍ່ໄດ້ຫລຸດໜ້ອຍລົງຈາກຄວາມພະຍາຍາມຂອງພວກເຮົາທີ່ຈະເຮັດໃຫ້ເຄື່ອງແທກຄວາມກົດດັນຂອງອາກາດໃຊ້ການໄດ້.
ພວກເຮົາໄດ້ຮຽນຮູ້ຈາກສິ່ງທີ່ທ່ານໄດ້ຮຽນຮູ້ຈາກປະສົບການຂອງທ່ານທີ່ວ່າ: ຄວາມສຳເລັດໃນການມອບຄວາມສຸກໃຫ້ຄົນອື່ນໃນຊ່ວງບຸນຄຣິດສະມັດ ຕາມປົກກະຕິແລ້ວ ຈະກ່ຽວພັນກັບຄວາມຊ່ອຍເຫລືອຈາກຄົນອື່ນໆ. ໜ້ອຍທີ່ສຸດຈະເປັນການຊ່ອຍເຫລືອດ້ວຍຕົວຄົນດຽວ. ການຮ່ວມມືກັບຄົນອື່ນຈະຂະຫຍາຍຄວາມສຸກອອກກວ້າງ ແລະ ຍືນຍົງເປັນເວລາຍາວນານ. ແລະ ບາງທີສິ່ງທີ່ສຳຄັນທີ່ສຸດ, ການວິງວອນຂໍສັດທາໃນພຣະຜູ້ຊ່ອຍໃຫ້ລອດ, ພຣະຜູ້ສ້າງ ແລະ ແຫລ່ງຂອງຄວາມສຸກທັງໝົດ, ຈະເຊື້ອເຊີນຄວາມຮັກອັນບໍລິສຸດຂອງພຣະເຈົ້າໃຫ້ມາສະຖິດຢູ່ກັບເຮົາ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດ ແລະ ເປັນແຫລ່ງແທ້ຈິງຂອງຄວາມສຸກທີ່ຍືນຍົງ.
ຄວາມເປັນຈິງນັ້ນ ໄດ້ຖືກໃສ່ໄວ້ໃນໃຈສ່ວນເລິກຂອງພວກເຮົາໃນຊ່ວງບຸນຄຣິດສະມັດຄັ້ງໜຶ່ງ ຫລາຍປີຫລັງຈາກປະສົບການຂອງພວກເຮົານຳເຄື່ອງແທກຄວາມກົດດັນຂອງອາກາດ.
ຂ້າພະເຈົ້າໄດ້ຕັດສິນໃຈອອກແບບ ແລະ ໄດ້ສ້າງຫີບໄມ້ສົມບັດໃຫ້ພັນລະຍາ. ຂ້າພະເຈົ້າຕ້ອງການຄວາມຊ່ອຍເຫລືອຈາກຫລາຍຄົນທີ່ມີເຄື່ອງມື ແລະ ມີຄວາມຊຳນານທີ່ຂ້າພະເຈົ້າຂາດ. ຂ້າພະເຈົ້າໄດ້ທຳງານກັບເຂົາເຈົ້າຫລາຍອາທິດ ແລະ ກໍຕ້ອງການຄວາມຊ່ອຍເຫລືອຈາກພຣະວິນຍານບໍລິສຸດ ນຳອີກ ເພື່ອຈະພົບວິທີສະແດງຄວາມຮັກ ແລະ ສັດທາໃນພຣະກິດຕິຄຸນລົງໄວ້ຢູ່ໃນຂອງຂວັນນັ້ນ.
ຢູ່ເທິງຝາຫີບຂ້າພະເຈົ້າໄດ້ສະຫລັກອັກສອນຫຍໍ້ຊື່ຄອບຄົວຂອງພວກເຮົາໃສ່. ຢູ່ທາງໜ້າຂ້າພະເຈົ້າໄດ້ຕິດໄມ້ສອງແຜ່ນໃສ່. ຢູ່ເທິງແຜ່ນໜຶ່ງຂ້າພະເຈົ້າໄດ້ສະຫລັກອັກສອນຫຍໍ້ຊື່ຂອງຂ້າພະເຈົ້າໃສ່, ແລະ ອີກແຜ່ນໜຶ່ງແມ່ນອັກສອນຫຍໍ້ຊື່ຂອງພັນລະຍາຂອງຂ້າພະເຈົ້າ. ພວກເຮົາຈະເປີດຫີບໜ່ວຍນັ້ນໄດ້ດ້ວຍກະແຈສອງດອກ, ດອກໜຶ່ງເປີດລ໊ອກຢູ່ໃກ້ຊື່ຂອງຂ້າພະເຈົ້າ ແລະ ອີກດອກໜຶ່ງເປີດລ໊ອກຢູ່ໃກ້ຊື່ຂອງພັນລະຍາຂອງຂ້າພະເຈົ້າ.
ບັດນີ້ພວກເຮົາໄດ້ໃຊ້ຂອງຂວັນອັນນັ້ນເປັນຫີບສົມບັດຂອງຄອບຄົວ. ສະນັ້ນໃນວັນຄຣິດສະມັດ ເມື່ອມັນຢູ່ກ້ອງຕົ້ນໄມ້, ແລະ ທຸກໆວັນນັບແຕ່ນັ້ນມາ, ການເຫັນຫີບຢູ່ບ່ອນນັ້ນເຮັດໃຫ້ຄວາມຄິດ ແລະ ໃຈຂອງພວກເຮົາເຕັມໄປດ້ວຍຄວາມຮັກຕໍ່ກັນແລະກັນ ແລະ ຕໍ່ການເສຍສະລະຂອງພຣະຜູ້ຊ່ອຍໃຫ້ລອດ ທີ່ເຮັດໃຫ້ການແຕ່ງງານ ແລະ ຄອບຄົວນິລັນດອນເກີດຂຶ້ນໄດ້. ຕອນນີ້ ຫີບໜ່ວຍນັ້ນກໍເຕັມໄປດ້ວຍຮູບຂອງຄອບຄົວ ແລະ ບົດເພງຄຣິດສະມັດ, ຕັ້ງຢູ່ໃກ້ປີອາໂນຢູ່ໃນຫ້ອງຮັບແຂກຂອງພວກເຮົາ. ການປະດິດຄິດສ້າງຂອງຂວັນອັນນັ້ນເຮັດໃຫ້ເກີດຄວາມຮູ້ສຶກຮັກຄອບຄົວ ແລະ ພຣະອາຈານ.
ບາງເທື່ອຂ້າພະເຈົ້າຍັງເຫັນ ແລະ ຂອບໃຈຄົນທີ່ໄດ້ຊ່ອຍຂ້າພະເຈົ້າສ້າງຫີບໜ່ວຍນັ້ນ. ເມື່ອຂ້າພະເຈົ້າເຫັນເຂົາເຈົ້າອີກ, ຂ້າພະເຈົ້າຮູ້ສຶກເຖິງຄວາມສຸກທີ່ເຮົາມີຮ່ວມກັນໃນຂະນະທີ່ໄດ້ສ້າງຂອງຂວັນແຫ່ງຄວາມຮັກໃຫ້ຄອບຄົວ ແລະ ເຄື່ອງໝາຍຂອງຄວາມຮັກທີ່ພວກເຮົາມີຕໍ່ພຣະຜູ້ຊ່ອຍໃຫ້ລອດ. ຂ້າພະເຈົ້າໄດ້ເຫັນຄວາມສຸກໃນຮອຍຍິ້ມຂອງໝູ່ເພື່ອນຂອງຂ້າພະເຈົ້າ, ດັ່ງທີ່ຂ້າພະເຈົ້າໄດ້ເຫັນເມື່ອພວກເຮົາໄດ້ສ້າງຫີບໜ່ວຍນັ້ນນຳກັນ.
ທ່ານຮູ້ຈາກປະສົບການຂອງທ່ານໃນຊ່ວງເທດສະການຄຣິດສະມັດວ່າຄວາມສຸກເຊັ່ນນັ້ນເກີດຂຶ້ນໄດ້ຈາກການປະດິດຄິດສ້າງ ແລະ ແມ່ນແຕ່ການມອບຂອງຂວັນອັນລຽບງ່າຍແຫ່ງຄວາມຮັກ. ຍົກຕົວຢ່າງ, ຫລາຍຄົນໃນພວກທ່ານໄດ້ເຄີຍພາລູກເອົາຈານເຂົ້າໜົມໄປໃຫ້ຄົນທີ່ຮູ້ສຶກເຫງົາຫງອຍໃນຊ່ວງຄຣິດສະມັດ. ສຳລັບຄົນທີ່ໄດ້ຮັບຂອງຂວັນເລັກນ້ອຍນີ້ຈາກເດັກນ້ອຍ, ເບິ່ງຄືວ່າເປັນຂອງຂວັນທີ່ມີຄ່າເທົ່າກັບ ກຳຍານ. ແລະ ເດັກນ້ອຍທີ່ນຳຂອງຂວັນໄປໃຫ້ ຈະເຕືອນເຮົາໃຫ້ນຶກເຖິງໂຫລາຈານທີ່ນຳຂອງຂວັນຈາກທິດຕາເວັນອອກມາຖະຫວາຍແດ່ພຣະຜູ້ຊ່ອຍໃຫ້ລອດ. ທັງຜູ້ໃຫ້ ແລະ ຜູ້ຮັບຕ່າງກໍລະນຶກເຖິງພຣະຄຣິດ ແລະ ຮູ້ສຶກເຖິງຄວາມຮັກ ແລະ ຄວາມກະຕັນຍູ.
ຊາຍໜຸ່ມ ແລະ ຍິງໜຸ່ມໃນສາດສະໜາຈັກ, ພ້ອມດ້ວຍຜູ້ນຳຂອງພວກເຂົາ, ສາມາດມອບຂອງຂວັນແຫ່ງຄວາມຮັກ ແລະ ປະຈັກພະຍານໄດ້ໃນອ່າງບັບຕິສະມາຂອງພຣະວິຫານຂອງເຮົາ. ການມີພຣະວິຫານຕັ້ງຢູ່ໃກ້ຊາວໜຸ່ມຫລາຍຂຶ້ນ ເຮັດໃຫ້ພວກເຂົາມີປະສົບການຂອງການໃຫ້ຫລາຍຂຶ້ນກວ່າເກົ່າ. ອະທິການ ແລະ ຜູ້ນຳທີ່ສະຫລາດຂອງຊາວໜຸ່ມຈະຊ່ອຍໃຫ້ກຳລັງໃຈພວກເຂົາ; ບາງຄົນເຖິງກັບເຂົ້າຮ່ວມຮັບໃຊ້ໃນພຣະວິຫານກັບຊາວໜຸ່ມ. ເຂົາເຈົ້າທຸກຄົນໄດ້ມີສ່ວນຮ່ວມໃນການມອບພອນແຫ່ງການຊຳລະໃຫ້ສະອາດ ແລະ ບໍລິສຸດ ຈາກພຣະຜູ້ຊ່ອຍໃຫ້ລອດແກ່ຜູ້ບໍ່ສາມາດໄດ້ຮັບຂອງຂວັນດັ່ງກ່າວໃນຕອນທີ່ມີຊີວິດຢູ່.
ຜູ້ສອນສາດສະໜາທີ່ນັບມື້ນັບມີເພີ່ມຫລາຍຂຶ້ນກໍໄດ້ຮ່ວມມືກັບພຣະຜູ້ຊ່ອຍໃຫ້ລອດ ແລະ ຄູ່ສອນຂອງເຂົາເຈົ້າ ມອບຂອງປະທານແຫ່ງຊີວິດນິລັນດອນ. ເນື່ອງດ້ວຍການປ່ຽນອາຍຸຂອງຜູ້ສອນສາດສະໜາ, ຫລາຍຄົນຈຶ່ງຈະຮູ້ສຶກເຖິງຄວາມສຸກກັບຂອງປະທານອັນລ້ຳຄ່ານີ້. ຜູ້ສອນສາດສະໜາຈະມອບພຣະຄຳພີມໍມອນໃຫ້ແກ່ທຸກຄົນທີ່ເຂົາເຈົ້າພົບເຫັນນຳອີກ. ນັ້ນຄືຂອງຂວັນແຫ່ງຄວາມຮັກ ແລະ ປະຈັກພະຍານ, ສ້າງຂຶ້ນມາຜ່ານການດົນໃຈຈາກພຣະເຈົ້າ ເຖິງສາດສະດາທີ່ຊື່ສັດຕະຫລອດຫລາຍສັດຕະວັດ ທີ່ຜ່ານມາ. ພຣະຜູ້ຊ່ອຍໃຫ້ລອດໄດ້ຕ້ອງການໃຫ້ສາດສະດາເຫລົ່ານັ້ນສ້າງຂອງຂວັນແຫ່ງປະຈັກພະຍານໃນພຣະຄຳພີມໍມອນ ແລະ ພຣະອົງຕ້ອງການຄວາມຊ່ອຍເຫລືອຂອງຜູ້ສອນສາດສະໜາໃຫ້ແບ່ງປັນມັນໃຫ້ກັບຄົນອື່ນ.
ຄອບຄົວສາມາດມອບຂອງຂວັນອັນລ້ຳຄ່າແຫ່ງຄວາມຮັກ ແລະ ປະຈັກພະຍານໃນຊ່ວງເທດສະການຄຣິດສະມັດຜ່ານສຽງເພງ ແລະ ຄຳເວົ້ານຳອີກ. ຕອນຍັງນ້ອຍ, ຂ້າພະເຈົ້າໄດ້ຢູ່ພ້ອມໜ້າກັບຄອບຄົວຂອງຂ້າພະເຈົ້າ ໃກ້ປີອາໂນ ວິງກະເລີ ຂອງພວກເຮົາ, ຊຶ່ງຕອນນີ້ເກົ່າແກ່ຫລາຍກວ່າຮ້ອຍປີແລ້ວ. ປີອາໂນຂອງເພິ່ນໜ່ວຍນັ້ນ ໄດ້ຕັ້ງຢູ່ຫ້ອງຮັບແຂກຂອງພວກເຮົາ ໃກ້ຫີບສົມບັດ. ມັນຍັງເປັນມໍລະດົກອັນລ້ຳຄ່າຢູ່ ເພາະວ່າແມ່ຂອງຂ້າພະເຈົ້າຮັກມັນຫລາຍ ຊຶ່ງໄດ້ເປັນຂອງຂວັນຈາກສາມີຂອງເພິ່ນຕອນພວກເພິ່ນຍາກຈົນ. ພໍ່ແມ່ຂອງຂ້າພະເຈົ້າໄດ້ປະສົບກັບຄວາມຍາກຈົນ ແລະ ໄດ້ປະຢັດມັດທະຍັດ. ຂອງຂວັນຄຣິດສະມັດທີ່ພວກເຮົາໄດ້ຮັບກໍທຳມະດາ. ແຕ່ແມ່ຂອງຂ້າພະເຈົ້າມີສຽງສູງທີ່ມ່ວນຫລາຍ. ເພິ່ນໄດ້ຫລິ້ນປີອາໂນຕອນຄຣິດສະມັດ ໃນຂະນະທີ່ພາພວກເຮົາຮ້ອງເພງເທດສະການທີ່ຄຸ້ນຫູ ແລະ ເພງສວດທີ່ສັກສິດ.
ຂ້າພະເຈົ້າບໍ່ຮູ້ວ່າ ເພິ່ນໄດ້ຄິດຫລືບໍ່ວ່າເພິ່ນກຳລັງເຊື້ອເຊີນພວກເຮົາໃຫ້ແບ່ງປັນຂອງຂວັນອັນຍືນຍົງນັ້ນຫລືບໍ່. ເຖິງແມ່ນຍັງນ້ອຍຢູ່, ແຕ່ຂ້າພະເຈົ້າຍັງໄດ້ຮູ້ສຶກເຖິງຄວາມສຸກໃນການຮ້ອງເພງເຫລົ່ານັ້ນ. ສຽງເພງໄດ້ເຮັດໃຫ້ບ້ານຫລັງນ້ອຍໆຂອງພວກເຮົາເຕັມໄປດ້ວຍວິນຍານແຫ່ງຄວາມສະຫງົບ. ຂ້າພະເຈົ້າບໍ່ພຽງແຕ່ສາມາດຮູ້ສຶກເຖິງຄວາມຮັກຂອງພໍ່ແມ່ ແລະ ອ້າຍສອງຄົນຂອງຂ້າພະເຈົ້າເທົ່ານັ້ນ, ແຕ່ໄດ້ຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດນຳອີກ.
ຂ້າພະເຈົ້າໄດ້ຮູ້ວ່າ ຄວາມຮັກທີ່ຂ້າພະເຈົ້າໄດ້ຮູ້ສຶກໃນເວລານັ້ນຄືສິ່ງທີ່ຂ້າພະເຈົ້າເຄີຍປະສົບການມາກ່ອນ—ກ່ອນຊີວິດນີ້ໃນໂລກວິນຍານ. ຂ້າພະເຈົ້າຢາກຮູ້ສຶກເຊັ່ນນັ້ນໃນບ້ານຂອງຂ້າພະເຈົ້າເອງຫລາຍກວ່າສິ່ງອື່ນໃດ. ແລະ ຂ້າພະເຈົ້າຢາກມີຊີວິດຈົນໄດ້ກັບໄປຢູ່ກັບຄອບຄົວຂອງຂ້າພະເຈົ້າເອງທີ່ບ້ານໃນສະຫວັນ, ບ່ອນທີ່ຂ້າພະເຈົ້າໄດ້ຮູ້ວ່າພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ອຍໃຫ້ລອດລໍຖ້າຢູ່. ຕອນນີ້ ເມື່ອຂ້າພະເຈົ້າເຫັນຫີບສົມບັດ ແລະ ປີອາໂນໜ່ວຍນັ້ນ, ຄວາມຊົງຈຳກ່ຽວກັບຄວາມຮັກກັບຄອບຄົວຂອງຂ້າພະເຈົ້າ, ແລະ ຄວາມຮັກຈາກພຣະຜູ້ຊ່ອຍໃຫ້ລອດແມ່ນຖ້ວມລົ້ນຂ້າພະເຈົ້າ.
ໃນຂະນະທີ່ພວກເຮົາຮ້ອງເພງໃນກຸ່ມນັກຮ້ອງ, ໃນຄອບຄົວ, ໃນຫ້ອງຮຽນ, ແລະ ເມື່ອພວກເຮົາຟັງນຳກັນໃນຄ່ຳຄືນນີ້, ເພງເທດສະການຈະເຕືອນໃຈເຮົາໃຫ້ນຶກເຖິງການໂຫ່ຮ້ອງດ້ວຍຄວາມສຸກ ເມື່ອເຮົາໄດ້ຮຽນຮູ້ວ່າເຮົາຈະໄດ້ມາສູ່ໂລກນີ້ ແລະ ມີພຣະຜູ້ຊ່ອຍໃຫ້ລອດມາໄຖ່ເຮົາ. ໃນມື້ໜຶ່ງເຮົາຈະຮ້ອງເພງເຫລົ່ານັ້ນຮ່ວມກັບເຫລົ່າທູດສະຫວັນ.
ຂ້າພະເຈົ້າອະທິຖານວ່າ ພຣະວິນຍານຈະອວຍພອນເຮົາ, ໃນຄຣິດສະມັດນີ້ ແລະ ປີຕໍ່ໆໄປ, ດ້ວຍພະລັງທີ່ຈະສາມາດມອບຂອງຂວັນຢ່າງອື່ນໆແຫ່ງຄວາມຮັກ ແລະ ປະຈັກພະຍານເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນທີ່ຟື້ນຟູຄືນມາໃໝ່ຂອງພຣະອົງ. ຂ້າພະເຈົ້າຮູ້ວ່າພຣະວິນຍານສາມາດນຳພາເຮົາແຕ່ລະຄົນໃນຫລາຍວິທີທີ່ລຽບງ່າຍເພື່ອມອບຄວາມຮັກ, ສັດທາ, ແລະ ຄວາມສຸກໃຫ້ຜູ້ອື່ນໃນເທດສະການທີ່ປິຕິຍິນດີນີ້.
ຂ້າພະເຈົ້າຂໍເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າແທ້ໆ ແລະ ເປັນພຣະຜູ້ຊ່ອຍໃຫ້ລອດຂອງໂລກ. ພຣະອົງເປັນຂອງປະທານອັນສົມບູນຈາກພຣະບິດາທີ່ຮັກຂອງເຮົາ. ໃນເທດສະການນີ້ ແລະ ທຸກໆເທດສະການ, ພຣະຜູ້ຊ່ອຍໃຫ້ລອດຂອງເຮົາໄດ້ເຊື້ອເຊີນເຮົາໃຫ້ຮ່ວມກັບພຣະອົງ ແລະ ຄົນອື່ນໆໃຫ້ມອບຂອງຂວັນອັນລ້ຳຄ່າແຫ່ງຄວາມສຸກ. ຂ້າພະເຈົ້າອະທິຖານວ່າເຮົາຈະເຮັດເຊັ່ນນັ້ນ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.