ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຜູ້​ຮັບ​ທີ່​ດີ ​ແລະ ກະຕັນຍູ


2:3

ຜູ້​ຮັບ​ທີ່​ດີ ​ແລະ ກະຕັນຍູ

ຊ່າງ​ເປັນ​ຊ່ວງ​ເວລາ​ຂອງ​ປີ​ທີ່ປະ​ທັບ​ໃຈແທ້​ໆ! ​​ເມື່ອຂ້າພະ​ເຈົ້າ​ໄດ້​ຍິນ​ສຽງ​ເພງທີ່​ມ່ວນ​ອອນຊອນ, ​ເຫັນ​ໄຟ​ແສງ​ສີ, ​ແລະ ຮູ້ສຶກ​​ເຖິງຄວາມ​ເຍືອກ​ເຢັນ​ຂອງ​ອາກາດ, ຂ້າພະ​ເຈົ້າມັກຈະ​ຫວນ​ຄິດ​​ເຖິງ​ຫລາຍ​ໆ​ໂອກາດ​​ໃນ​ຕະຫລອດ​ຊີວິດ​ຂອງ​ຂ້າພະ​ເຈົ້າ ​ເມື່ອ​ວິນ​ຍານ​ຂອງ​ບຸນຄຣິດສະມັດ​ໄດ້​​ໃຫ້​ຄວາມອົບ​ອຸ່ນ​ແກ່​ໃຈ ​ແລະ ​ເຊີດ​ຊູ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ.

​ເຊັ່ນ​ດຽວ​ກັບ​ຫລາຍ​ຄົນ​​ໃນພວກ​ທ່ານ, ຂ້າພະ​ເຈົ້າ​ໄດ້ພົບ​ເຫັນ​ວ່າ ຄວາມ​ຊົງ​ຈຳ​ທີ່​ລະອຽດ​ອ່ອນ ​ແລະ ​ເດັ່ນ​ທີ່​ສຸດ​ແມ່ນ​ມາ​ຈາກ​ຊີວິດ​ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ. ​ເຖິງ​ແມ່ນ​ວ່າ​ຂ້າພະ​ເຈົ້າ​ໄດ້​ເຕີບ​ໂຕ​ຂຶ້ນຢູ່​ໃນ​ສະພາບ​ທີ່​ຍາກຈົນ​ກໍ​ຕາມ, ​ແຕ່ພໍ່​ແມ່​ຂອງ​ຂ້າພະ​ເຈົ້າ ຢາກ​ໃຫ້​ບຸນຄຣິດສະມັດ​ເປັນ​ຊ່ວງ​ເວລາ​ທີ່​ຊື່ນ​ຊົມ ​ແລະ ​ແປກ​ປະຫລາດ​ໃຈ​ຫລາຍ​ສຳລັບ​ລູກໆ​ຂອງ​ພວກ​ເພິ່ນ.​ ພວກ​ເພິ່ນ​ໄດ້​ພະຍາຍາມ​ຫລາຍ​ທີ່​ສຸດ​ເພື່ອ​ເຮັດ​ໃຫ້​ບຸນ​ຄຣິດສະມັດ​ເປັນ​ຊ່ວງ​ເວລາ​ພິ​ເສດ​ສຳລັບ​ຄອບຄົວ​ຂອງ​ພວກ​​ເຮົາ​.

ພວກ​ເຮົາ​ຜູ້​ເປັນ​ລູກ​ກໍ​ໄດ້​ເຮັດ​ຂອງຂວັນ​ໃຫ້​ກັນ. ປີ​ໜຶ່ງ, ຂ້າພະ​ເຈົ້າຈື່​ໄດ້​ວ່າ ​ໄດ້​ແຕ້ມຮູບ​​ເຮັດ​ເປັນ​ຂອງຂວັນ​ໃຫ້​ເອື້ອຍ​ຂອງ​ຂ້າພະ​ເຈົ້າ. ມັນ​ບໍ່​ໄດ້​ເປັນ​ຮູບ​ພາບ​ທີ່​ສວຍ​ງາມ, ​ແຕ່​ນາງ​ໄດ້​ນັບຖື​ມັນ​ວ່າ​ເປັນ​ຊັບ​ສົມບັດຢ່າງ​ໜຶ່ງ. ຂ້າພະ​ເຈົ້າ​ຮັກ​ນາງ​ຫລາຍ​ເພາະສິ່ງ​ນັ້ນ! ປີ​ໜຶ່ງ​ອີກ ອ້າຍ​ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າ, ຜູ້​ມີ​ອາຍຸ​ສູງ​ກວ່າ​ຂ້າ​ພະ​ເຈົ້າ 12 ປີ, ​ໄດ້​ມອບ​ຂອງຂວັນ​ທີ່​ມີຄ່າ​ຢ່າງ​ໜຶ່ງ​ໃຫ້​ຂ້າພະ​ເຈົ້າ. ລາວ​ໄດ້​​ເກັບ​ເອົາ​ງ່າ​ໄມ້​ອັນ​ໜຶ່ງ​ຈາກ​ເດີ່ນ​ຫລິ້ນ​ໃກ້​ບ້ານ​ຂອງ​ພວກ​ເຮົາ ​ແລະ ​ໄດ້​​ເຮັດ​ມີດ​ຂອງ​ຫລິ້ນ​​​ເດັກນ້ອຍ​ໃຫ້​ຂ້າພະ​ເຈົ້າ. ມັນ​ເປັນ​ມີດ​ແບບ​ທຳ​ມະ​ດາ, ບໍ່​ສວຍ​ງາມ​, ​ແຕ່​ຂ້າພະ​ເຈົ້າ​ໄດ້​ຖະໜອມ​ມັນ​ໄວ້​ເປັນ​ຢ່າງ​ດີ​ເພາະ​ມັນ​ມາ​ຈາກລາວ!

ຄວາມສຸກອັນ​ໃຫຍ່​ຫລວງ​ຢ່າງ​ໜຶ່ງຂອງບຸນຄຣິດສະມັດ​ແມ່ນ​​ການ​​ເຫັນ​ໃບໜ້າ​ອັນ​ຕື່ນ​ເຕັ້ນຂອງ​ເດັກນ້ອຍບໍ່​ແມ່ນ​ບໍ ຕອນ​ເຂົາ​ຈັບ​ຫໍ່​ຂອງຂວັນ​ທີ່​ເປັນ​ຂອງ​ເຂົາ​ໂດຍ​ສະ​ເພາະຂຶ້ນມາ?

​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເຮົາ​ມີ​ອາຍຸ​ຫລາຍ​ຂຶ້ນ, ຄວາມ​ກະຕືລືລົ້ນ ​ແລະ ຄວາມ​ຂອບ​ຄຸນຂອງ​ເຮົາ​ໃນ​ຕອນ​ທີ່​ໄດ້​ຮັບ​ຂອງຂວັນນັ້ນ ຈະ​ຫລຸດ​ໜ້ອຍ​ຖອຍ​ລົງ. ບາງ​ເທື່ອ​ຜູ້​ຄົນ​ຈະ​ຮູ້ສຶກ​ອັບອາຍ​ແມ່ນ​ແຕ່​ໄດ້​ຮັບ​ຄຳ​ຍ້ອງຍໍ ຫລື ​ເປັນ​ໜີ້​ສິນຕອນ​ເຂົາ​ເຈົ້າ​ໄດ້​ຮັບ​ຂອງຂວັນ. ​ເຂົາ​ເຈົ້າຄິດ​ຜິດ​ໄປ​ວ່າ ວິທີ​ທີ່​ຖືກຕ້ອງ​ທີ່​ສຸດສຳລັບ ການ​ຮັບ​ເອົາ​ຂອງຂວັນ​ນັ້ນ​ແມ່ນ​ການ​ຕອບ​ແທນ​ດ້ວຍ​ບາງ​ສິ່ງ​ທີ່​ມີ​ຄ່າ​ຫລາຍ​ກວ່າ​ນັ້ນ. ບາງ​ຄົນ​ກໍ​ໄດ້​ມອງ​ຂ້າມ​ຄວາມໝາຍ​ຂອງ​ຂອງຂວັນ​ນັ້ນ—ພຽງ​ແຕ່​ເອົາ​ໃຈ​ໃສ່​ກັບ​ການ​ປະກົດ​ພາຍ​ນອກ ຫລື ລາຄາ​ຂອງ​ມັນ ​ແລະ ບໍ່​ສົນ​ໃຈ​ກັບ​ຄວາມ​ໝາຍ​ອັນ​ເລິກ​ຊຶ້ງຊຶ່ງ​ມັນ​ມີ​ຕໍ່​ຜູ້​ມອບ​ໃຫ້​ຢ່າງ​ຈິງ​ໃຈ.

ສິ່ງ​ນີ້​ໄດ້​ເຕືອນ​ໃຈ​ຂ້າພະ​ເຈົ້າ​ເຖິງ​ເຫດການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ຄ່ຳ​ຄື​ນສຸດ​ທ້າຍ​ຂອງ​ຊີວິດ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ພຣະອົງ​ໄດ້​ເຕົ້າ​ໂຮມ​ອັກຄະ​ສາວົກ​ຂອງ​ພຣະອົງ​ໃຫ້​ຢູ່​ໃກ້​ພຣະອົງ, ​ໄດ້​ຫັກ​ເຂົ້າຈີ່​ນຳ​ເຂົາ​ເຈົ້າ, ​ແລະ ​ໄດ້​​ໃຫ້​ຄຳ​ແນະນຳ​ທີ່​ມີຄ່າ​ແກ່​ເຂົາ​ເຈົ້າ. ທ່ານ​ຈື່​ຈຳ​ໄດ້​ບໍ່​ວ່າ ​ໃນ​ລະຫວ່າງ​ການ​ຮັບ​ປະທານ​ອາຫານ​ນັ້ນ, ພຣະ​ເຢຊູ​ໄດ້​ລຸກ​ຈາກ​ໂຕະ, ​ໄດ້​ເທ​ນ້ຳ​ໃສ່​ໃນອ່າງ, ​ແລະ ​​ໄດ້​ລ້າງ​ຕີນ​ໃຫ້​ອັກຄະ​ສາວົກ​ຂອງ​ພຣະອົງ?

​ເມື່ອ​ພຣະອົງ​ໄດ້​ມາ​ຫາຊີ​ໂມນ ​ເປ​ໂຕ, ຜູ້​ຫາ​ປາ​ໄດ້​ປະຕິ​ເສດ, ​ໂດຍ​ກ່າວ​ວ່າ, “ທ່ານ​ຈະ​ລ້າງ​ຕີນ​ຂ້ານ້ອຍ​ບໍ່​ໄດ້.” ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຕອບ​ຢ່າງ​ອ່ອນ​ຫວານ​ວ່າ: “ຖ້າ​ເຮົາ​ບໍ່​ລ້າງ​ຕີນ​ເຈົ້າ, ​ເຈົ້າກໍ​ຈະ​ບໍ່​ໄດ້​ມີ​ສ່ວນ​ໃນ​ເຮົາ​ອີກ​ຕໍ່​ໄປ.”1

ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ​ເປ​ໂຕ​ໄດ້​ຄິດ​ວ່າ ລາວ​ມີ​ເຫດຜົນ​ທີ່​ດີ​ໃນ​ການ​ປະຕິ​ເສດ​ຂອງ​ປະທານ​ນັ້ນ ​ແລະ ຮູ້ສຶກ​ວ່າ​ລາວ​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​. ​ແຕ່​ໃນ​ຕອນ​ນັ້ນ, ລາວ​ບໍ່​ໄດ້​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ​ເຖິງ​ຄວາມ​ສຳຄັນ​ທາງ​ວິນ​ຍານກັບ​ສິ່ງ​ທີ່​ພຣະ​ເຢຊູ​ໄດ້​ສະ​ເໜີ​ມອບ​ໃຫ້​ແກ່​ລາວ.

​ໃນຍາມ​ຄຣິດສະມັດ​ເຮົາ​ຈະ​ເວົ້າ​ເລື້ອຍໆ​ກ່ຽວ​ກັບ​ການ​ໃຫ້, ​ແລະ ​ເຮົາ​ທຸກ​ຄົນຮູ້​ວ່າ “ການ​ໃຫ້​ເປັນ​ເຫດ​ໃຫ້​ມີ​ຄວາມສຸກ​ຫລາຍ​ກວ່າ​ການ​ຮັບ,”2 ​ແຕ່​ຂ້າພະ​ເຈົ້າ​ສົງ​​​ໃສ​ວ່າ ບາງ​ເທື່ອ​ເຮົາ​ອາດ​ບໍ່​ເອົາ​ໃຈ​ໃສ່ ຫລື ດູ​ຖູກ ຄວາມ​ສຳຄັນຂອງ​ການ​ເປັນ​ຜູ້​ຮັບ​ທີ່​ດີ.

​ໃນ​ວັນ​ຄຣິດສະມັດ​ຫລາຍປີ​ກ່ອນ, ນາງ​ນ້ອຍຄົນ​ໜຶ່ງ​ໄດ້​ຮັບ​ເຄື່ອງເຮັດ​ສາຍສ້ອຍໝາກ​ຕຸ້ມ​ທີ່​ສວຍ​ງາມ. ພໍ່​ຂອງ​ນາງ​ໄດ້​ແນະນຳ​ນາງ​ໃຫ້​ເຮັດ​ບາງ​ສິ່ງ​ໃຫ້​​ພີ່ນ້ອງ​ຄົນ​ໜຶ່ງ​ຂອງ​ນາງ ທີ່​ຈະ​ມາ​ຮ່ວມ​ງານ​ລ້ຽງ​ກັບ​ເຂົາ​ເຈົ້າ.

ນາງ​ມີ​ຄວາມ​ຕື່ນ​​ເຕັ້ນຫລາຍ ​ແລະ ​ໄດ້​ເລີ່​ມຕົ້ນລົງມື​ເຮັດ​ສິ່ງ​ທີ່​ນາງ​ຄິດ​ວ່າ ​ຈະ​ເປັນ​ຂອງຂວັນ​ທີ່​ດີທີ່​ສຸດ. ນາງ​ໄດ້​ເລືອກ​ເອົາ​ບາງ​ຄົນ​ທີ່​ນາງ​ຈະ​ເຮັດ​ໃຫ້—​​ຄືປ້າຜູ້​ອາວຸ​ໂສ​ຜູ້​ມີໜ້າ​ຕາ​ບູດ​ບຶ້ງ ​ແລະ ​ເຄັ່ງຂຶມ.

“ບາງທີ ຖ້າ​ເຮົາ​ເຮັດ​ສ້ອຍ​ແຂນ​ໃຫ້​ລາວ,” ນາງ​ນ້ອຍຄິດ, “​ແລ້ວ​ມັນ​ຈະ​ເຮັດ​ໃຫ້​ລາວ​ດີ​ໃຈ​ຫລາຍ.”

ສະນັ້ນ ນາງ​ຈຶ່ງ​ໄດ້​ເລືອກ​ເອົາ​ໝາກ​ຕຸ້ມ​ໜ່ວຍ​ທີ່​ສວຍງາມ​ທີ່​ສຸດ ​ແລະ ​ໄດ້​​ເຮັດ​ສ້ອຍ​ແຂນ​​ໃຫ້​ດີ​ທີ່​ສຸດ​​ເພື່ອ​ເປັນ​ຂອງຂວັນ​ພິ​ເສດ​ໃຫ້​ແກ່​ປ້າ​ຂອງ​ນາງ.

​ເມື່ອ​ນາງ​ໄດ້​ເຮັດມັນສຳ​ເລັດ​ແລ້ວ, ນາງ​ໄດ້ຍ່າງ​ໄປ​ຫາ​ປ້າ​ຂອງ​ນາງ, ​ໄດ້ຍື່ນ​ສ້ອຍ​ແຂນ​ໃຫ້​ລາວ, ​ແລະ ​ໄດ້​ບອກ​ລາວ​ວ່າ ນາງ​ໄດ້​ອອກ​ແບບ​ເຮັດ​ສ້ອຍ​ແຂນນັ້ນ​ໃຫ້​ປ້າ​ຂອງ​ນາງ​ໂດຍສ​ະ​ເພາະ.

ຫ້ອງ​ນັ້ນ​ໄດ້ມິດ​ງຽບ​ລົງ ​ໃນ​ຂະນະ​ທີ່​ປ້າ​ຈັບ​ເອົາ​ສ້ອຍ​ແຂນ ດ້ວຍ​ນິ້ວຊີ້ ​ແລະ ນິ້ວ​ໂປ້ຂອງ​ລາວ ຄື​ກັບ​ວ່າ ລາວ​ພວມ​ຢິບ​ພວງ​ຫອຍ​ໄຕ່​ທີ່​​ເປັນຕາ​ຂີ້ດຽດ​ຂຶ້ນມາ. ລາວ​ໄດ້​ຫລຽວ​ເບິ່ງ​ຂອງຂວັນ, ​ເຮັດ​ຄິ້ວ​ຫຍຸ້ງ ​ແລະ ຍິກ​ດັງ, ​ແລະ ​ໄດ້​ວາງ​ສ້ອຍ​ແຂນ​ອັນ​ນັ້ນຄືນ​ໃສ່​ມື​ຂອງ​ນາງ​ນ້ອຍ. ​ແລ້ວ​ລາວ​ໄດ້​ຫັນ​ໜ້າ​ໜີ​ໂດຍ​ບໍ່​ໄດ້​ເວົ້າຫຍັງ ​ແລະ ​ໄດ້​ເລີ່​ມຕົ້ນ​ເວົ້າກັບ​ຄົນ​ອື່ນ.

ໜ້າ​ຂອງ​ນາງ​ນ້ອຍ​ໄດ້​ແດງ​ຂຶ້ນ​ເພາະຄວາມ​ອັບອາຍ. ດ້ວຍ​ຄວາມ​ຜິດ​ຫວັງ​ຫລາຍ​ທີ່​ສຸດ, ນາງ​ໄດ້​ຍ່າງ​ອອກ​ຈາກ​ຫ້ອງ​ໄປ​ຢ່າງ​ງຽບໆ.

ພໍ່​ແມ່​ຂອງ​ນາງ​ໄດ້​ພະຍາຍາມ​ປອບ​ໃຈ​ນາງ. ​ເຂົາ​ເຈົ້າ​ໄດ້​ພະຍາຍາມ​ເຮັດ​ໃຫ້​ນາງ​ເຂົ້າ​ໃຈ​ວ່າ ສ້ອຍ​ແຂນນັ້ນງາມ​ຫລາຍ—​ເຖິງ​ແມ່ນ​ວ່າ​ປ້າ​ຂອງ​ນາງ​ບໍ່​ໄດ້​ສະ​ແດງ​ອອກ​ແນວ​ນັ້ນກໍ​ຕາມ. ​ແຕ່​ນາງ​ນ້ອຍ​ນັ້ນອົດ​ທີ່​ຈະ​ຄິດ​ນ້ອຍ​ໃຈ​ບໍ່​ໄດ້​ ທຸກ​ເທື່ອ​ທີ່​ນາງ​ໄດ້​ຄິດ​ກ່ຽວ​ກັບ​ປະສົບ​ການ​ນັ້ນ.

ຫລາຍ​ສິບ​ປີ​ໄດ້​ຜ່ານ​​ໄປ, ​ແລະ ບັດ​ນີ້​ນາງ​ນ້ອຍ​ນັ້ນ—ກໍ​ໄດ້​ເປັນ​ປ້າ​ຄົນ​ໜຶ່ງ—ຍັງ​ຈື່​ຈຳ​ໄດ້​ຢູ່, ດ້ວຍ​ຄວາມ​ໂສກ​ເສົ້າ​ເລັກ​ນ້ອຍ, ​ເຖິງ​ມື້ນັ້ນ ​ຕອນ​ທີ່​ຂອງຂວັນ​ນ້ອຍໆ​ຂອງ​ນາງ​ໄດ້​ຖືກ​ປະຕິ​ເສດ.

ຂອງຂວັນ​ທຸກ​ຢ່າງ​ທີ່​ເຮົາ​ໄດ້​ຮັບ—​ໂດຍ​ສະ​ເພາະ​ຂອງຂວັນ​ທີ່​ມາຈາກ​ໃຈ—​ເປັນ​ໂອກາດ​ທີ່​ຈະ​ສ້າງ ຫລື ​ເຮັດ​ໃຫ້​ຄວາມຮັກ​ເຂັ້ມ​ແຂງ​ຂຶ້ນ. ​ເມື່ອ​ເຮົາ​ເປັນ​ຜູ້​ຮັບ​ທີ່​ດີ ​ແລະ ກະຕັນຍູ, ​ເຮົາ​ໄດ້​ເປີດ​ໂອກາດ​ໃຫ້​ຄວາມ​ສຳພັນ​ຂອງ​ເຮົາ​ເລິກ​ຊຶ້ງກວ່າ​ເກົ່າ​ກັບ​ຜູ້​ມອບ​ຂອງຂວັນ​​ໃຫ້​ແກ່​ເຮົາ. ​ແຕ່​ເມື່ອ​ເຮົາ​ບໍ່​ເພິ່ງ​ພໍ​ໃຈ ຫລື ປະຕິ​ເສດ​ຂອງ​ຂວັນ​ນັ້ນ, ​ເຮົາ​ບໍ່ພຽງ​ແຕ່​ເຮັດ​ໃຫ້​ຄົນ​ທີ່​ເອື້ອມ​ອອກ​ມາ​ຫາ​ເຮົາ​ໄດ້​ຮັບ​ຄວາມ​ເຈັບ​ປວດ​​ເທົ່າ​ນັ້ນ, ​ແຕ່​​ໃນ​ບາງ​ວິທີ, ​ເຮົາ​ໄດ້​ທຳຮ້າຍ​ຕົວ​ເອງ​ນຳ​ອີກ.

ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ວ່າ ຍົກ​ເວັ້ນ​ແຕ່​ເຮົາຈະ “ກາຍ​ເປັນ​ເດັກນ້ອຍ, [​ເຮົາ] ຈະ​ເຂົ້າ​ໄປ​ໃນ​ລາຊາ​ອານາຈັກ​ສະຫວັນ​ບໍ່​ໄດ້​ຈັກ​ເທື່ອ.”3

​ເມື່ອ​ເຮົາ​ເບິ່ງ​ຄວາມ​ຕື່ນ​ເຕັ້ນ ​ແລະ ຄວາມ​ປະ​ຫລາດ​ໃຈ​ຂອງ​ເດັກນ້ອຍ​ໃນ​ຊ່ວງ​ລະຍະ​ນີ້​ຂອງ​ປີ, ບາງ​ທີ​​ເຮົາ​ຈະ​ເຕືອນ​ເຮົາ​ເອງ​ໃຫ້​ຄົ້ນຫາ​ ​ແລະ ທວງ​​​ເອົາ​ທັດສະນະ​ທີ່​ລ້ຳຄ່າ ​ແລະ ຮຸ່ງ​ເຮືອງຂອງ​ເດັກນ້ອຍຄືນ​ໃໝ່—ຄວາມ​ສາມາດ​ທີ່​ຈະ​ຮັບ​​ໄວ້​ດ້ວຍ​ຄວາມ​ຈິງ​ໃຈ ​ແລະ ​ກະຕັນຍູ.

ບໍ່​ເປັນ​ໜ້າ​ແປກ​ໃຈ​ແນວ​​ໃດ, ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເປັນ​ຕົວຢ່າງ​ທີ່​ດີ​ພ້ອມ​ທຸກ​ຢ່າງ​ຂອງ​ເຮົາ ຊຶ່ງ​ບໍ່​ພຽງ​ແຕ່​ເປັນ​ຜູ້​ໃຫ້​ທີ່​ເພື່ອ​ແຜ່​ເທົ່າ​ນັ້ນ ​ແຕ່​ເປັນ​ຜູ້​ຮັບ​ດ້ວຍ​ຄວາມ​ຈິງ​ໃຈ​ນຳ​ອີກ. ຕອນ​ພຣະອົງ​ຢູ່​​ທີ່ເມືອງ​ເບັດ​ທານີ​, ​ໃກ້​ບັ້ນທ້າຍ​ການ​ປະຕິບັດ​ສາດສະໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະອົງ, ຍິງ​ຄົນ​ໜຶ່ງ​ໄດ້​ເຂົ້າມາ​ຫາ​ພຣະອົງພ້ອມ​ດ້ວຍ​ເຕົ້າຫີນ​ຂາວ​ຊຶ່ງ​ບັນ​ຈຸນ້ຳມັນ​ຫອມ​ຊະນິດ​ໜຶ່ງທີ່​ມີ​ລາຄາ​ແພງ​ຫລາຍ​ເຂົ້າມາ​ຫາ​ພຣະອົງ. ນາງ​ໄດ້​ຖອກ​ນ້ຳມັນ​ຫອມ​ຫົດສົງ​ພຣະອົງ.

ບາງ​ຄົນ​ໃນ​ທີ່​ນັ້ນ​​ໄດ້​​ໃຈ​ຮ້າຍ​ຂຶ້ນ. “​ເຫດ​ໃດ​ຈຶ່ງ​ເຮັດ​ໃຫ້​ນ້ຳຫອມ​ນີ້​ເສຍ​ໄປ​ລ້າໆ,” ​ເຂົາ​ເຈົ້າກ່າວ. ນ້ຳມັນ​ນັ້ນມີ​ລາຄາ​ແພງ​ຫລາຍ. ຖ້າ​ຂາຍ​ຄົງ​ໄດ້​ເງິນ​ຫລວງ​ຫລາຍ​ເພື່ອ​ເອົາ​ໄປ​ແຈກ​ໃຫ້​ຄົນ​ຍາກຈົນ. ​ເຂົາ​ເຈົ້າ​ເຫັນ​ແຕ່​ຄ່າ​ທາງ​ໂລກຂອງ​ມັນ ​ແລະ ບໍ່​ໄດ້​ຄິດ​ກ່ຽວ​ກັບ​ຄວາມ​ສຳຄັນກວ່າ​​ທາງ​ວິນ​ຍານ​ເລີຍ.

​ແຕ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ເຂົ້າ​ໃຈ​ເຖິງ​ເຄື່ອງໝາຍ ​ແລະ ການສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ໃນ​ຂອງຂວັນ​ນັ້ນ, ​ແລະ ພຣະອົງ​ໄດ້​ຮັບ​ເອົາ​ດ້ວຍ​ຄວາມ​​ເຕັມໃຈ.

“ຊ່າງ​ນາງ​ເທາະ,” ພຣະອົງ​ໄດ້​ກ່າວ​ກັບ​ຄົນ​ທີ່​ຈົ່ມ​​. “ພວກ​ເຈົ້າກວນ​ໃຈ​ນາງ​ເຮັດ​ຫຍັງ? … ນາງ​ໄດ້​ເຮັດ​​ເທົ່າ​ທີ່​ນາງ​ເຮັດ​ໄດ້: ນາງ​ຖອກ​ນ້ຳມັນ​ຫອມ​ໃສ່​ຮ່າງກາຍ​ຂອງ​ເຮົາ​ເພື່ອ​ຕຽມ​ການ​ປົງ​ສົບ​ຂອງ​ເຮົາ​ລ່ວງ​ໜ້າ.”4

ອ້າຍ​ເອື້ອຍ​ນ້ອງ​, ​ເພື່ອນ​ມິດ​ສະຫາຍທີ່​ຮັກ​ແພງຂອງ​ຂ້າພະ​ເຈົ້າ, ​ເຮົາ​ເປັນ​ຜູ້​ຮັບ​ແບບ​ໃດ? ​ເຮົາ, ​​ເໝືອນ​ດັ່ງພຣະຜູ້​ຊ່ອຍ​ໃຫ້​ລອດ, ​ໄດ້​ຮັບ​ຮູ້​ຂອງຂວັນ​ວ່າ​ເປັນ​ການສະ​ແດງ​ອອກ​ເຖິງ​ຄວາມ​ຮັກບໍ່?

​ໃນ​ວັນ​ເວລາ​ຂອງ​ເຮົາ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ ຄົນທີ່ຮັບ​ເອົາ​ທຸກ​ສິ່ງ​ທັງ​ປວງ​ດ້ວຍ​ຄວາມ​ຂອບ​ຄຸນ​ຈະ​ຖືກ​ເຮັດ​ໃຫ້ຮຸ່ງ​ເຮືອງ,”5 ​ແລະ ຄວາມ​ສົມບູນ​ຂອງ​ແຜ່ນດິນ​ໂລກ​ຈະ​ເປັນ​ຂອງ​ເຂົາ.”6

ຂ້າພະ​ເຈົ້າຫວັງ​ວ່າ ບຸນຄຣິດສະມັດ​ນີ້ ​ແລະ ທຸກໆ​ມື້​ພາຍ​ໃນ​ປີ ​ເຮົາ​ຈະ​ໄຕ່ຕອງ, ​ໂດຍ​ສະ​ເພາະກັບ​ຂອງປະທານ​ຫລາຍ​ຢ່າງ​ທີ່​ເຮົາ​ໄດ້​ຮັບ​ຈາກ​ພຣະບິດາ​ເທິງ​ສະຫວັນ​ທີ່​ຮັກ​ຂອງ​ເຮົາ. ຂ້າພະ​ເຈົ້າຫວັງ​ວ່າ ​ເຮົາ​ຈະ​ຮັບ​​ເອົາຂອງ​ປະທານ​ເຫລົ່ານັ້ນດ້ວຍ​ຄວາມ​ປະຫລາດ​ໃຈ, ດ້ວຍ​ຄວາມ​ຂອບ​ພຣະ​ໄທ, ​ແລະ ດ້ວຍ​ຄວາມ​ຕື່ນ​​ເຕັ້ນດັ່ງ​ເດັກນ້ອຍ.

ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າອ່ອມ​ນ້ອມ ​ແລະ ອົບ​ອຸ່ນ​ເມື່ອຂ້າພະ​ເຈົ້າຄິດ​ເຖິງ​ຂອງ​ປະທານ​ຂອງ​ພຣະບິດາ​ຜູ້​ສະຖິດ​ຢູ່​ໃນ​ສະ​ຫວັນທີ່​ຊົງ​ຮັກ, ຊົງ​ກະລຸນາ, ​ແລະ ​ຊົງ​ເພື່ອ​ແຜ່ ຊຶ່ງ​ໄດ້​ມອບ​ໃຫ້​ແກ່​ເຮົາ: ​ເປັນ​ຂອງ​ປະທານ​ທີ່​ບໍ່​ອາດ​ກ່າວ​ໄດ້​ຂອງ​ພຣະວິນ​ຍານ​ບໍລິສຸດ, ​ຄວາມ​ອັດສະຈັນຂອງ​ການ​ໃຫ້​ອະ​ໄພ, ການ​ເປີດເຜີຍ​ສ່ວນ​ຕົວ ​ແລະ ການ​ນຳພາ, ຄວາມ​ສະຫງົບ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ຄວາມ​ແນ່ນອນ ​ແລະ ການ​ປອບ​ໂຍນ​ທີ່​ເອົາ​ຊະນະ​ຄວາມ​ຕາຍ—​ແລະ ຫລາຍ​ສິ່ງ​ຫລາຍ​ຢ່າງ​ຕື່ມ​ອີກ.

​ເໜືອ​ທຸກ​ສິ່ງ​ອື່ນ​ໝົດ, ພຣະ​ເຈົ້າ​ໄດ້​ປະທານພຣະບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີ​ດຂອງ​ພຣະອົງ, ຜູ້​ໄດ້​​ເສຍ​ສະລະ​ຊີວິດ​ຂອງ​ພຣະອົງ “ວ່າ​ທຸກ​ຄົນ​ທີ່​ວາງ​ໃຈ​ເຊື່ອ​ໃນ​ພຣະອົງ​ຈະ​ມີ​ຊີ​ວິດນິລັນດອນ.”7

​ເຮົາ​ໄດ້​ຮັບ​ເອົາ​ຂອງ​ປະທານ​ນີ້​ດ້ວຍ​ຄວາມ​ກະຕັນຍູ​ທີ່ຖ່ອມ​ຕົນ​, ດ້ວຍ​ຄວາມສຸກບໍ? ຫລື ​ເຮົາ​ປະຕິ​ເສດ​ມັນ ​ເພາະ​ຄວາມ​ຈອງຫອງ ຫລື ຄິດ​ວ່າ​ຕົນ​ເອງ​ບໍ່​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ. ​ເຮົາ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະບິດາ​ບໍ່ ຢູ່ໃນ​ຂອງ​ປະທານ​ເຫລົ່ານັ້ນ? ​ເຮົາ​ໄດ້​ຮັບ​ເອົາ​ມັນ​ໃນ​ທາງ​ທີ່​ເຮັດ​ໃຫ້​ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ຜູ້​ໃຫ້​ທີ່​ປະ​ເສີດ ​ແລະ ສູງ​ສົ່ງ​ນີ້​ຢ່າງເລິກ​ຊຶ້ງຫລາຍ​ຂຶ້ນບໍ່? ຫລື ​ເຮົາ​ຫຍຸ້ງຫລາຍ​ຈົນ​ບໍ່​ໄດ້​ສັງ​ເກດ​ເຫັນ​ສິ່ງ​ທີ່​ພຣະ​ເຈົ້າ​ປະທານ​ໃຫ້​ເຮົາ​ໃນ​ແຕ່​ລະ​ມື້?

​ເຮົາ​ຮູ້​ວ່າ “ພຣະ​ເຈົ້າຮັກ​ຄົນ​ທີ່​ໃຫ້​ດ້ວຍ​ຄວາມ​ຍິນ​ດີ,”8 ​ແຕ່ພຣະອົງ​ກໍ​ຮັກ​ຜູ້​ຮັບ​ທີ່​ດີ, ກະຕັນຍູ, ​ແລະ ຍິນ​ດີ​ນຳ​ອີກ, ບໍ່​ແມ່ນ​ບໍ?

ເພາະມັນ​ຈະ​ເປັນ​ປະ​ໂຫຍດຫຍັງ​ແກ່​ມະນຸດ ຖ້າ​ຫາກ​ຂອງ​ປະທານ​ນັ້ນຖືກ​ມອບ​ໃຫ້​ເຂົາ, ​ແລະ ​ເຂົາ​ບໍ່​ຍອມຮັບ​ເອົາຂອງ​ປະທານ​ນັ້ນ? ຈົ່ງ​ເບິ່ງ, ​ເຂົາ​ບໍ່​ຊື່ນ​ຊົມ​ກັບ​ສິ່ງ​ທີ່​ຖືກ​ມອບ​ໃຫ້​ແກ່​ເຂົາ, ທັງ​ບໍ່​ຊື່ນ​ຊົມ​ກັບ​​ຜູ້​ທີ່​ໄດ້ປະທານ​ຂອງ​ປະທານ​ນັ້ນ​ໃຫ້​ເຂົາ.”9

ບໍ່​ວ່າ​ເຮົາ​ຈະ​ມີ​ປະສົບ​ການ​ນຳ​ບຸນຄຣິດສະມັດ 9 ​ເທື່ອ ຫລື 90 ​ເທື່ອ​ກໍ​ຕາມ, ​ແຕ່​ເຮົາ​ທຸກ​ຄົນ​ກໍ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍ—​ເຮົາ​ທຸກ​ຄົນ​ເປັນ​ລູກໆ​ຂອງ​ພຣະບິດາ​​ເທິງ​ສະຫວັນ.

ດັ່ງນັ້ນ, ​ເຮົາ​ຈຶ່ງ​ສາມາດມີ​ປະສົບ​ການ​ກັບບຸນຄຣິດສະມັດ​ຄື​ກັບ​ວ່າ​ເຮົາ​ເປັນ​ເດັກນ້ອຍ​ທີ່​ປະຫລາດ​ໃຈ ​ແລະ ດ້ວຍ​ຄວາມ​ເຄົາລົບ. ​ເຮົາ​ສາມາດ​ກ່າວ​ໄດ້​ວ່າ, “​ໃຈຂອງ​ຂ້ອຍ​ເຕັມປ່ຽມ​ດ້ວຍຄວາມສຸກ, ​ແລະ ຂ້ອຍ​ຈະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ເຈົ້າຂອງ​ຂ້ອຍ”10—ຜູ້​ໃຫ້​ຂອງ​ປະທານ​ທັງ​ປວງ.

ພ້ອມ​ດ້ວຍ​ທ່ານ, ​​ແລະ ພ້ອມ​ດ້ວຍ​ທຸກ​ຄົນ​ທີ່​ປາດຖະໜາ​ທີ່​ຈະຕິດຕາມ​ພຣະຄຣິດທີ່​ອ່ອນ​ນ້ອມ, ຂ້າພະ​ເຈົ້າຂໍ​ກ່າວ​ຄຳ​ສັນລະ​ເສີນ​ພຣະ​ເຈົ້າຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່ສຳລັບ​ພຣະບຸດ​ຂອງ​ພຣະອົງ​ທີ່​ເປັນ​ຂອງປະທານ​ອັນ​ລ້ຳຄ່າ.

​ໃນບຸນຄຣິດສະມັດ​ນີ້ ​ແລະ ຕະຫລອດ​ໄປ, ຂ້າພະ​ເຈົ້າຂໍ​ອະທິຖານ​ວ່າ ​ເຮົາ​ຈະ​ເຫັນ​ຂອງ​ປະທານ​ແຫ່ງ​ການ​ກຳ​ເນີ​ດຂອງ​ພຣະບຸດ​ຂອງ​ພຣະ​ເຈົ້າຜ່ານ​ດວງ​ຕາ​ອັນ​ເປັນ​ພອນ​ຂອງ​ເດັກນ້ອຍ. ຂ້າພະ​ເຈົ້າອະທິຖານ​ວ່າ ນອກ​ເໜືອ​ໄປ​ຈາກ​ການ​ມອບ​ຂອງຂວັນ​ທີ່​ດີ​ແລ້ວ, ​ເຮົາ​ຈະ​ພະຍາຍາມ​ກາຍ​ເປັນ​ຜູ້​ຮັບ​ທີ່​ດີ ​ແລະ ກະຕັນຍູ​ນຳ​ອີກ. ​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ວິນ​ຍານ​ຂອງ​ເທດສະການ​ນີ້​ຈະ​ເຮັດ​ໃຫ້​ຫົວ​ໃຈ​ຂອງ​ເຮົາ​​ພອງ​ໃຫຍ່​ຂຶ້ນ ​ແລະ ​ເຮັດ​ໃຫ້​ຄວາມສຸກ​ຂອງ​ເຮົາ​ຂະຫຍາຍ​ອອກ​ກວ້າງ​​ເກີນ​ກວ່າ​ຈະ​ວັດ​ແທກ​ໄດ້. ​ໃນ​ພຣະນາມ​ອັນ​ສັກສິດຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.