ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຂອງ​ປະ​ທານ​ຈາກ​ສະ​ຫວັນ


2:3

ຂອງ​ປະ​ທານ​ຈາກ​ສະ​ຫວັນ

ຕອນ​ເປັນ​ເດັກ

ບໍ່​ມີ​ເດັກ​ນ້ອຍ​ຜູ້​ຊາຍ​ຄົນ​ໃດ​ທີ່​ມີ​ຄວາມ​ຕື່ນ​ເຕັ້ນ​ກັບ​ການລໍ​ຖ້າ​ບຸນ​ຄຣິດສະມັດ​ຫລາຍ​ເທົ່າ​ກັບ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ມັກ​ມັນ​ອີ່​ຫລີ! ແລະ ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເກັ່ງ​ຫລາຍ ເລື່ອງ​ການ​ຈັດບ້ານ​ເຮືອນ​ໃຫ້​ເປັນ​ຄື​ກັນ​ກັບ​ແດນ​ເນ​ລະ​ມິດ​ໃນ​ລະ​ດູ​ໜາວ​ແທ້ໆ. ມີ​ທັງ​ສິ່ງ​ປະ​ດັບ​ປະ​ດາ, ສຽງ​ເພງ, ແສງ​ໄຟ, ອາ​ຫານ​ກິນ​ຫລິ້ນ, ແລະ ສິ່ງ​ທີ່​ແນ່ນອນ ແມ່ນ​ຂອງ​ຂວັນ. ໂອ້, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຕື່ນ​ເຕັ້ນ​ຫລາຍ​ກັບ​ການລໍ​ຖ້າ​ຂອງ​ຂວັນ. ທຸກໆ​ປີ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ປາດ​ຖະ​ໜາ​ຢູ່​ໃນ​ໃຈວ່າ​ຢາກ​ໄດ້​ຫຍັງ​ແດ່.

ເພາະ​ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ບ້ານ​ສວນ, ຕອນ​ເຊົ້າ​ຂອງວັນຄຣິດສະມັດ​ແຕ່​ລະ​ເທື່ອ ກ່ອນ​ຈະ​ເປີດ​ຂອງ​ຂວັນຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ນຸ່ງ​ເຄື່ອງ​ກັນ​ໜາວ​ທີ່​ໜາໆ ເພື່ອ​ອອກ​ໄປ​ເກືອ​ສັດ ໃນ​ຄວາມ​ໜາວ​ເຢັນ​ທີ່​ສຸດ. ບໍ່​ມີ​ສິ່ງ​ໃດ​ທີ່​ດີ​ໄປ​ກວ່າ​ການ​ເຮັດ​ວຽກ​ງານຂອງ​ພວກ​ເຮົາ​ໃຫ້​ສຳ​ເລັດ ແລະ ຟ້າວ​ກັບ​ເຂົ້າ​ເຮືອນ ເພື່ອ​ໄປ​ໃຊ້​ເວ​ລາ​ຢູ່​ກັບ​ຄວາມ​ມະ​ຫັດ​ສະ​ຈັນ​ຂອງ​ເຊົ້າ​ມື້ນັ້ນ.

ຕອນນັ້ນ​ຂ້າ​ພະ​ເຈົ້າ​ຫາ​ກໍ​ໄດ້​ເລີ່ມ​ຕົ້ນ​ຮຽນ​ຮູ້​ກ່ຽວ​ກັບ​ຊາຍ​ຄົນ​ນີ້, ພຣະ​ເຢຊູ​ຄຣິດ, ຜູ້​ຊຶ່ງ​ເຮົາ​ສະ​ເຫລີມ​ສະ​ຫລອງວັນ​ກຳ​ເນີດ​ຂອງພຣະ​ອົງ. ແຕ່​ເບິ່ງ​ຄື​ວ່າ ມັນ​ເປັນ​ສິ່ງ​ທີ່​ດີ​ຫລາຍ. ມັນ​ເປັນ​ວັນ​ກຳ​ເນີດ​ຂອງພຣະ​ອົງ, ແຕ່​ເຮົາ​ໄດ້​ຂອງ​ຂວັນ​ທັງ​ໝົດ. ຈະ​ມີ​ເດັກ​ນ້ອຍ​ຄົນ​ໃດ​ແດ່​ທີ່ບໍ່​ມັກ! ບຸນ​ຄຣິດສະມັດ​ຄືທຸກ​ສິ່ງ​ທີ່​ດີ.

ດີ​ແຕ່​ວ່າ, ເມື່ອ​ເວ​ລາ​ຜ່ານ​ໄປ, ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກ່ຽວ​ກັບພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ການ​ກຳ​ເນີດ ແລະ ວັນ​ກຳ​ເນີດ​ຂອງພຣະ​ອົງ, ພຣະ​ຊົນ​ຊີບ ແລະ ການ​ມະ​ຫັດ​ສະ​ຈັນ​ຂອງພຣະ​ອົງ, ອຳ​ນາດ ແລະ ການ​ເສຍ​ສະ​ລະ​ຂອງພຣະ​ອົງ, ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງພຣະ​ອົງ, ແຕ່​ສ່ວນ​ຫລາຍ​ແມ່ນ​ຄວາມ​ສະ​ຫງ່າ​ລາ​ສີ ແລະ ຄວາມ​ຮັກອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງພຣະ​ອົງ. ແມ່ນ​ແລ້ວ, ບຸນ​ຄຣິດສະມັດ​ຄື​ທຸກ​ສິ່ງ​ທີ່​ດີ, ເພາະ​ພຣະ​ເຢຊູ​ຄຣິດ ຄື​ທຸກ​ສິ່ງ​ທີ່​ດີ. ຫລື ເວົ້າ​ດີກວ່ານັ້ນ, ພຣະ​ເຢຊູ​ຄຣິດ ຄື​ທຸກ​ສິ່ງ​ທີ່​ປະ​ເສີດ!

ການຮັບໃຊ້​ເຜີຍແຜ່​ສາດສະໜາ

ເຊັ່ນ​ດຽວ​ກັບ​ຄົນ​ໜຸ່ມ​ຫລາຍ​ຄົນ, ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ຕື່ນ​ເຕັ້ນ​ກັບ​ການ​ລໍ​ຖ້າ​ໄປ​ຮັບ​ໃຊ້​ເຜີຍ​ແຜ່ ພ້ອມ​ດ້ວຍ​ຄວາມ​ຄາດ​ຫວັງ​ຫລາຍ, ແຕ່​ບຸນ​ຄຣິດສະມັດ​ເທື່ອ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຢູ່​ໄກ​ຈາກ​ບ້ານ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ສະ​ດຸ້ງ​ຕົກ​ໃຈ. ໃນ​ລະ​ຫວ່າງ​ຫລາຍ​ເດືອນ ກ່ອນ​ເຖິງວັນ​ເກີດ​ຄົບ​ຮອບ 19 ປີ ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຄິດ​ນຳ​ສິ່ງ​ອື່ນ ນອກ​ຈາກ​ການ​ໄປ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ. ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ນ້ອຍກວ່າເພື່ອ​ນ​ນັກ​ຮຽນ​ໃນ​ຫ້ອງ ແລະ ໝູ່​ເພື່ອນເກືອບ​ໝົດ​ທຸກ​ຄົນ, ແລະ ຫລາຍ​ຄົນ​ກໍໄດ້​ໄປ​ເຜີຍ​ແຜ່​ແລ້ວ, ເຫລືອ​ແຕ່​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ຂ້າ​ພະ​ເຈົ້າ​ກໍ​ພ້ອມ​ທີ່​ຈະ​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ແລ້ວ​ຄື​ກັນ. ສິ່ງ​ດຽວ​ເທົ່າ​ນັ້ນ​ທີ່​ຂວາງ​ທາງ​ຂ້າ​ພະ​ເຈົ້າ ແມ່ນ​ອາ​ຍຸ​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ.

ຫລັງ​ຈາກ​ເບິ່ງ​ຄື​ວ່າ ເປັນ​ເວ​ລາ​ດົນ​ນານ, ໂອ​ກາດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ມາ​ເຖິງ ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຂົ້າ​ໄປ​ສູນ​ອົບ​ຮົມ​ຜູ້​ສອນ​ສາດ​ສະ​ໜາ. ໃນ​ຕົ້ນ​ເດືອນ​ທັນວາ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ຕົວ​ເອງ ຂຶ້ນ​ຍົນ​ໄປ​ຫາ​ເຂດ​ເຜີຍ​​ແຜ່​ຂອງ​ຂ້າ​ພະ​ເຈົ້າ ໃນ​ເມືອງ​ຊານ​ຕີ​ອາ​ໂກ, ປະ​ເທດ​ຈີເລ. ໃນ​ທີ່​ສຸດ ຂ້າ​ພະ​ເຈົ້າ​ກໍ​ກຳ​ລັງ​ເດີນ​ທາງ, ແລະ ດີກວ່ານັ້ນ, ບຸນຄຣິດສະມັດ​ກໍ​ໃກ້​ມາ​ເຖິງ​ແລ້ວ. ຂ້າ​ພະ​ເຈົ້າ​ໝັ້ນ​ໃຈ​ວ່າ ຂ້າ​ພະ​ເຈົ້າ​ພ້ອມ​ແລ້ວ​ສຳ​ລັບ​ປະ​ສົບ​ການ​ທີ່​ຍອດ​ຍ້ຽມ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

ແຕ່​ທັນ​ທີທີ່​ຂ້າ​ພະ​ເຈົ້າ​ໄດ້​ກ້າວ​ຂາ​ລົງ​ຈາກ​ຍົນ​, ຂ້າ​ພະ​ເຈົ້າ​ກໍ​ໄດ້​ພົບ​ເຫັນ​ຢ່າງ​ໄວ​ວ່າ ສະ​ພາບ​ການ​ຢູ່​ທີ່ນັ້ນ​ແມ່ນ​ແຕກ​ຕ່າງ​ຫລາຍ​ຈາກ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ລັດ​ຢູທາ. ແມ່ນ​ແລ້ວ, ບຸນ​ຄຣິດສະມັດ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ, ແຕ່​ອາ​ກາດ​ຍັງຮ້ອນ​ຄື​ກັນ​ກັບ​ລະ​ດູ​ແລ້ງ. ຫິ​ມະ​ຢູ່​ໃສ? ເກີບ ບູທ ແລະ ເສື້ອ​ກັນ​ໜາວໃຫຍ່ ຢູ່​ໃສ?

ບໍ່​ດົນ​ຈາກນັ້ນ ຂ້າ​ພະ​ເຈົ້າກໍ​ໄດ້​ລົງ​ມື​ທຳ​ງານທີ່​ທ້າ​ທາຍ. ຂ້າ​ພະ​ເຈົ້າຍັງຮູ້​ສຶກ​ເມື່ອຍ​ກັບ​ການ​ເດີນ​ທາງ​ຢູ່ ແລະ ບາງ​ເທື່ອ​ກໍ​ງ້ວງນອນ ລະ​ຫວ່າງ​ການ​ໄປ​ສອນ​ຜູ້​ສົນ​ໃຈ. ວັດ​ທະ​ນະ​ທຳ​ກໍ​ແຕກ​ຕ່າງ, ພາ​ສາ​ກໍ​ລຶກ​ລັບ—ມັນ​ບໍ່​ຄື​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮຽນ ຕອນ​ຢູ່​ສູນ​ອົບ​ຮົມ​ຜູ້​ສອນ​ສາດ​ສະ​ໜາເລີຍ—​ແລະ ອາ​ຫານ​ກໍ​ແປກຕ່າງ. ເມື່ອ​ກ່າວ​ເຖິງ​ອາ​ຫານ, ​ຄູ່​ຮ່ວມ​ສອນ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ຂ້າ​ພະ​ເຈົ້າ ຄົງ​ໄດ້​ກິນ​ບາງ​ສິ່ງ​ທີ່ບໍ່​ດີ ຈົນ​ພວກ​ເຮົາ​ທັງ​ສອງ​ເກີດບໍ່​ສະ​ບາຍ​ຢ່າງ​ໜັກ. ​ແລ້ວ, ນອກ​ເໜືອ​ຈາກນັ້ນ​, ຄືນ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄປ​ເຖິງ​ປະ​ເທດ​ຈີ​ເລ, ພວກ​ເຮົາ​ໄດ້​ປະ​ເຊີນ​ກັບ​ແຜ່ນ​ດິນ​ໄຫວ.

ມັນ​ເປັນ​ບຸນ​ຄຣິດສະມັດ​ເທື່ອ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ ທີ່​ຢູ່​ຫ່າງ​ໄກ​ຈາກ​ບ້ານ, ແລະ ຂ້າ​ພະ​ເຈົ້າ​ກໍ​ບໍ່​ສະ​ບາຍ​ຢ່າງ​ໜັກ. ຂ້າ​ພະ​ເຈົ້າ​ໄດ້​ນອນ​ໂຊມ​ຢູ່​ຕຽງ ໃນ​ປະ​ເທດ​ທີ່ບໍ່​ຮູ້​ຈັກ, ພະ​ຍາ​ຍາມ​ຮຽນ​ພາ​ສາ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ພຽງ​ເລັກ​ໜ້ອຍ, ອາ​ໄສ​ຢູ່​ກັບ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ດີ. ນີ້​ບໍ ຄື​ວຽກ​ງານ​ເຜີຍ​ແຜ່, ເປັນ​ຫຍັງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຟ້າວ​ຢາກ​ໄປ​ແທ້?

ເຖິງ​ແມ່ນ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ທັງ​ໝົດ​ນັ້ນ, ແຕ່​ຂ້າ​ພະ​ເຈົ້າ​ກໍ​ໄດ້​ເລີ່ມ​ຮັກ​ຜູ້​ຄົນ​ຂອງ​ປະ​ເທດ​ຈີເລ​ດ້ວຍ​ສຸດ​ໃຈ. ເຂົາ​ເຈົ້າ​ດີ​ຫລາຍ ແລະ ງ່າຍ​ທີ່​ຈະ​ຮັກ—ແລະ ເຂົາ​ເຈົ້າ​ຫລາຍ​ຄົນ​ກໍ​ຢາກ​ຮັບ​ຟັງ​ຂ່າວ​ສານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂອງ​ພວກ​ເຮົາ. ໃນ​ໂລກ​ທີ່​ແທ້​ຈິງ​ແບບນັ້ນ, ບ່ອນ​ທີ່​ຜູ້​ຄົນ​ຕ້ອງ​ການ​ຂ່າວ​ສານ​ກ່ຽວ​ກັບພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ທີ່​ສຸດ, ເບິ່ງ​ຄື​ວ່າ​ຕົ້ນ​ຄຣິດສະມັດ ແລະ ຂອງ​ຂວັນ​ໃນ​ຖົງເທົ້ານວມ ບໍ່​ສຳ​ຄັນ​ຫລາຍ​ເທົ່າ​ກັບ​ເວ​ລາ​ທີ່​ຜ່ານ​ມາ. ຖ້າ​ຫາກພຣະ​ຄຣິດໄດ້​ຈາກ​ບ້ານ​ແຫ່ງ​ສະ​ຫວັນ​ຂອງພຣະ​ອົງ ແລະ ໄດ້​ລົງ​ມາ​ສູ່​ໂລກ ເພື່ອ​ຮັບ​ທຸກ​ທໍ​ລະ​ມານ ແລະ ສິ້ນພຣະ​ຊົນ​ເພື່ອ​ເຮົາ, ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ສາ​ມາດ​ຈາກ​ບ້ານ​ໄປຄື​ກັນ ເຖິງ​ແມ່ນ​ຈະ​ບໍ່​ສະ​ໜຸກ​ສຸກ​ສະ​ບາຍ​ຫລາຍ​ປານ​ໃດກໍ​ຕາມ ເພື່ອ​ແບ່ງ​ປັນ​ຂ່າວ​ປະ​ເສີດ​ຂອງພຣະ​ອົງ.

ບຸນ​ຄຣິດສະມັດ​ເທື່ອນັ້ນ ໄດ້​ສອນ​ຂ້າ​ພະ​ເຈົ້າ​ເຖິງ​ຄວາມ​ສຸກ​ທີ່​ແທ້​ຈິງ ໃນ​ການ​ຊ່ວຍ​ເຫລືອ​ຜູ້​ຄົນ ໃຫ້​ໄດ້​ຮັບ​ຂອງ​ປະ​ທານ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງພຣະ​ບິ​ດາ​ເທິງ​ສະ​ຫວັນ ສຳ​ລັບ​ທຸກ​ຄົນ, ແຜນ​ແຫ່ງ​ຄວາມ​ສຸກ​ອັນຮຸ່ງ​ໂລດ​ຂອງພຣະ​ອົງ—ແລະ ຄວາມ​ສຸກ, ທີ່​ຂ້າ​ພະ​ເຈົ້າ​ໄດ້​ຄົ້ນ​ພົບ, ແມ່ນ​ສິ່ງ​ໜຶ່ງ​ທີ່​ທຸກ​ຄົນ​ຕ້ອງ​ການ​ຫລາຍ​ທີ່​ສຸດ, ບໍ່​ແມ່ນ​ພຽງ​ແຕ່​ໃນ​ຊ່ວງບຸນ​ຄຣິດສະມັດ​ເທົ່າ​ນັ້ນ, ແຕ່​ຕະ​ຫລອດ​ໄປ.

ພໍ່​ໝ້າຍ​ໜຸ່ມ ແລະ ການ​ແຕ່ງ​ງານ

ສອງ​ສາມ​ປີ​ຫລັງ​ຈາກ​ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ໃໝ່ຢ່າງ​ໜຶ່ງ​ອີກ. ຂ້າ​ພະ​ເຈົ້າ​ໄດ້​ເສົ້າ​ໃຈ​ຫລາຍ, ​ອ່ອນ​ເພຍ, ແລະ ໂດດ​ດ່ຽວ. ຫລາຍ​ເດືອນ​ກ່ອນ​ໜ້ານັ້ນ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ທີ່​ໜ້ອຍກວ່າ​ສອງ​ປີ ໄດ້​ເສຍ​ຊີ​ວິດ​ໄປ​ຢ່າງ​ກະ​ທັນ​ຫັນ ໃນ​ອຸ​ບັດ​ເຫດ​ລົດ​ຊົນ, ປະ​ຂ້າ​ພະ​ເຈົ້າກັບ​ລູກສາວ​ນ້ອຍ​ອາຍຸ 7 ເດືອນ​ໄປ.

ຕອນນັ້ນ​ຂ້າ​ພະ​ເຈົ້າ​ເປັນ​ນັກ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ, ສຶກ​ສາ, ທຳ​ງານ, ແລະ ພະ​ຍາ​ຍາມ​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ. ບຸນ​ຄຣິດສະ​ມັດ​ກໍ​ໃກ້ຈະ​ມາ​ເຖິງ, ແລະ ໃນ​ຂະ​ນະ​ທີ່​ຫລາຍ​ຄົນ​ໄດ້​ກັບ​ບ້ານ ເພື່ອ​ໄປ​ຢູ່​ກັບ​ຄອບ​ຄົວ ແລະ ຢູ່ກັບ​ຄົນ​ທີ່​ຕົນ​ຮັກ ລະ​ຫວ່າງວັນ​ຢຸດ​ພັກ, ເພາະ​ຕ້ອງ​ໄດ້​ທຳ​ງານ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຢູ່​ທີ່​ໂຮງ​ຮຽນ. ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ໂດດ​ດ່ຽວ ແລະ ໂສກ​ເສົ້າ​ຫລາຍ. ບຸນ​ຄຣິດສະມັດ​ໄດ້​ມາ​ເຖິງ ແລະ ລ່ວງ​ພົ້ນ​ໄປ, ແລະ ເວ​ລາ​ກໍໝຸນ​ວຽນໄປ​ໜ້າ.

ເກືອບ​ເຖິງ​ໜຶ່ງ​ປີ​ຜ່ານ​ໄປ, ເມື່ອ​ບຸນ​ຄຣິດສະມັດ​ເລື່ອນ​ມາ​ໃກ້, ຂ້າ​ພະ​ເຈົ້າ​ກໍ​ຍັງ​ພົບ​ເຫັນ​ວ່າ ຕົນ​ເອງ​ຍັງ​ໂສດ​ຢູ່. ບັດ​ນີ້, ພຣະ​ຄຳ​ພີ​ເວົ້າ​ວ່າ ບໍ່​ເປັນ​ສິ່ງ​ດີ​ສຳ​ລັບ​ຜູ້​ຊາຍ​ທີ່​ຈະ​ຢູ່​ຄົນ​ດຽວ (​ເບິ່ງ ປະ​ຖົມ​ມະ​ການ 2:18), ແລະ ຂ້າ​ພະ​ເຈົ້າ​ກໍ​ເຫັນ​ດ້ວຍ​ຈົນ​ສຸດ​ໃຈ. ຂ້າ​ພະ​ເຈົ້າ​ຕ້ອງ​ມີ​ຄູ່​ຄອງ, ແລະ ລູກ​ສາວ​ນ້ອຍ​ຂອງ​ຂ້າ​ພະ​ເຈົ້າ ກໍ​ຕ້ອງ​ການ​ມີ​ແມ່.

ຂ້າ​ພະ​ເຈົ້າ​ໄດ້​ຄິດ​ຢ່າງ​ມີ​ເຫດ​ຜົນ​ວ່າ, “ເຮົາ​ອາດບໍ່ດີ​ພໍ, ແຕ່​ຊິບໍ່​ມີ​ຜູ້​ຍິງ​ຄົນ​ໃດ​ແດ່​ບໍ ທີ່ບໍ່​ຢາກ​ໄດ້​ເດັກ​ນ້ອຍ​ຜູ້​ຍິງ ເປັນ​ຂອງ​ຂວັນ​ຄຣິດສະມັດ? ນາງບໍ່​ແມ່ນ​ຕຸກ​ກະ​ຕາ—ແຕ່​ເປັນ​ຄົນ​ແທ້ໆ?” ແລະ ຫວັງ​ວ່າ, ຖ້າ​ຫາກ​ຄົນ​ໃດ​ຢາກ​ໄດ້​ເດັກ​ນ້ອຍ​ຜູ້​ຍິງ, ຂ້າ​ພະ​ເຈົ້າ​ກໍ​ເປັນ​ຂອງ​ແຖມ​ໃຫ້​ອີກ​ດ້ວຍ.

ຂ້າ​ພະ​ເຈົ້າ​ໄດ້​ຄິດ​ສົນ​ໃຈ​ຜູ້​ຍິງຄົນ​ໜຶ່ງ ຊື່ແນນ​ຊີ ຢູ່​ຫ້ອງ​ຊີ​ວະ​ວິ​ທະ​ຍາ, ແຕ່​ເກືອບ​ຈົບ​ເທີມ​ແລ້ວ ແລະ ຂ້າ​ພະ​ເຈົ້າ​ຍັງ​ບໍ່​ກ້າ​ເວົ້າ​ລົມ​ກັບ​ນາງ​ເລີຍ. ສະ​ຫວັນ​ຄົງ​ເຂົ້າ​ຂ້າງ​ຂ້າ​ພະ​ເຈົ້າ ເພາະ​ມີມື້​ໜຶ່ງ, ໂດຍ​ບັງ​ເອີນ, ພວກ​ເຮົາ​ໄດ້​ອອກ​ຈາກຫ້ອງ​ສອບ​ເສັງ​ໄປ​ໃນ​ເວ​ລາ​ດຽວ​ກັນ. ມັນ​ເປັນ​ໂອ​ກາດ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ. ຂ້າ​ພະ​ເຈົ້າ​ໄດ້​ເອີ່ຍ​ປາກ​ເວົ້າ​ລົມ​ກ່ອນ, ແລະ ໃນ​ຄືນນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ໂທ​ໄປ​ຫາ​ນາງແນນ​ຊີ ແລະ ໄດ້​ຂໍນັດ​ອອກ​ໄປ​ທ່ຽວກັບ​ນາງ. ພວກ​ເຮົາ​ໄດ້​ອອກ​ໄປ​ທ່ຽວ​ນຳ​ກັນ​ເປັນ​ເທື່ອ​ທຳ​ອິດ, ແລ້ວ​ໄດ້​ອອກ​ໄປ​ອີກ, ແລະ ຫລາຍ​ເທື່ອ​ຕໍ່​ຈາກນັ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ບຸນ​ຄຣິດສະມັດ​ໃກ້​ຈະ​ມາ​ເຖິງ​ແລ້ວ, ແລະ ນາງ​ແນນ​ຊີ ກໍຈະ​ກັບ​ບ້ານ. ຂ້າ​ພະ​ເຈົ້າ​ຕ້ອງ​ເຮັດ​ຫຍັງ ເພື່ອ​ໃຫ້​ຄວາມ​ສຳ​ພັນ​ອັນ​ຫວານ​ຊື່ນນີ້ ຍືນ​ຍົງ​ຕໍ່​ໄປ ຊຶ່ງ​ພວກ​ເຮົາ​ທັງ​ສອງ​ມີ​ຕໍ່​ກັນ?

ຂ້າ​ພະ​ເຈົ້າ​ໄດ້​ວາງ​ແຜນ​ໜຶ່ງ​ຂຶ້ນ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຂອງ​ເອື້ອຍ​ຂອງ​ນາງ ແລະ ແຟນ​ຂອງ​ເອື້ອຍ​ນາງ, ຂ້າ​ພະ​ເຈົ້າ​ໄດ້ມອບ​ຂອງ​ຂວັນ​ໃຫ້​ນາງ​ແນນຊີ ແບບບໍ່​ໃຫ້​ນາງ​ຮູ້​ວ່າ ມັນມາ​ຈາກໃຜ ໃນ​ລະ​ຫວ່າງ 12 ມື້ ກ່ອນ​ວັນ​ຄຣິດສະມັດ.

ແຜນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຜົນ. ນາງ​ແນນຊີ ໄດ້​ຮັບ​ຂອງ​ຂວັນ, ແຕ່​ນາງບໍ່​ຮູ້​ວ່າ ມັນ​ມາ​ຈາກ​ໃຜ. ມັນ​ກາຍ​ເປັນ​ສິ່ງ​ລຶກ​ລັບ ຈົນ​ໝົດ​ທຸກ​ຄົນ​ໃນຄອບ​ຄົວ​ພະ​ຍາ​ຍາມ​ແກ້​ຄວາມ​ລັບ. ເອື້ອຍ​ຂອງ​ນາງ​ແນນຊີ ແລະ ແຟນ​ຂອງ​ເອື້ອຍ ກໍ​ໄດ້​ສັນ​ຍາ​ວ່າ ຈະ​ບໍ່​ເປີດ​ປາກວ່າ ເຂົາ​ເຈົ້າ​ມີ​ສ່ວນ. ມັນ​ເປັນ​ຄວາມ​ລັບທີ່​ສັບ​ຊ້ອນ​ແທ້ໆ—​ແຕ່​ດ້ວຍເຈດ​ຕະ​ນາ​ດີ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄືນ​ໜຶ່ງ​ຄອບ​ຄົວ​ໄດ້​ພົບ​ເຫັນ​ຮ່ອງ​ຮອຍ​ຢ່າງ​ໜຶ່ງ. ສຽງ​ກະ​ດິງ​ປະ​ຕູ​ບ້ານ​ໄດ້​ດັງ​ຂຶ້ນ, ຄອບ​ຄົວ​ໄດ້​ຟ້າວ​ແລ່ນ​ອອກ​ໄປ, ແລະ ເຂົາ​ເຈົ້າ​ໄດ້​ເຫັນ​ລົດ​ຄັນ​ໜຶ່ງ ​ທີ່​ກຳ​ລັງ​ແລ່ນ​ໜີ​ໄປ​ຢ່າງ​ໄວ. ເຂົ​າ​ເຈົ້າ​ໄດ້​ຂຽນ​ເລກ​ປ້າຍ​ລົດ​ລົງ​ໄວ້, ແລະ ມື້​ຕໍ່​ມາ ເຂົາ​ເຈົ້າ​ໄດ້​ໂທ​ໄປ​ຫາ​ຫ້ອງ​ການ​ອອກ​ໃ​ບ​ຂັບ​ຂີ່ ເພື່ອ​ສອບ​ຖາມ​ກ່ຽວ​ກັບ​ເຈົ້າ​ຂອງ​ລົດ​ຄັນ​ນັ້ນ. ເຂົາ​ເຈົ້າຈຶ່ງ​ຮູ້​ວ່າ ມັນ​ເປັນ​ລົດ​ຄອບ​ຄົວ​​ແຟນ​ເອື້ອຍ​ຂອງ​ນາງ. ຄວາມ​ລັບ​ຖືກ​ເປີດ​ເຜີຍ. ເອື້ອຍ​ຂອງ​ນາງ​ແນນ​ຊີ ແລະ ແຟນ​ຂອງ​ເອື້ອຍ ໄດ້​ຍອມ​ຮັບ ແລະ ສາ​ລະ​ພາບວ່າ ເຂົາ​ເຈົ້າ​ມີ​ສ່ວນ​ໃນ​ແຜນ​ການຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເປີດ​ເຜີຍຢ່າງ​ລັບໆ, ເພາະນາງ​ແນນ​ຊີ ແລະ ຂ້າ​ພະ​ເຈົ້າ​ໄດ້ສາ​ມາດ​ໃຊ້ເວ​ລາ​ນຳ​ກັນ​ໃນວັນຄຣິດສະມັດ, ແລະ ນັບ​ຈາກມື້ນັ້ນ ພວກ​ເຮົາ​ກໍ​ໄດ້​ສືບ​ຕໍ່​ການ​ກ້ຽວ​ບ່າວ​ສາວ.

ແລະ ກໍ​ໄດ້​ເປັນ​ໄປ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຫວັງ​ໄວ້, ນາງ​ແນນ​ຊີ ກໍ​ຢາກ​ໄດ້​ເດັກ​ນ້ອຍ​ຜູ້​ຍິງ​ສຳ​ລັບ​ຂອງ​ຂວັນ​ຄຣິດ​ສະ​ມັດ. ນາງ​ຮັກ​ລູກ​ສາວ​ຂອງ​ຂ້າ​ພະ​ເຈົ້າ ຄື​ກັນ​ກັບ​ວ່າ​ເປັນ​ລູກ​ຂອງ​ນາງ​ແທ້ໆ. ແລະ ກໍ​ໂຊກ​ດີ ທີ່​ຂ້າ​ພະ​ເຈົ້າ​ຖືກ​ເປັນ​ຂອງ​ແຖມໃຫ້​ດ້ວຍ. ພວກ​ເຮົາ​ໄດ້​ແຕ່ງ​ງານ​ກັນ​ໃນ​ລະ​ດູ​ແລ້ງ ປີ​ຕໍ່​ມາ. ມັນ​ເປັນ​ຂອງ​ຂວັນ​ທີ່​ດີ​ທີ່​ສຸດ ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ຮັບ.

ຂ້າ​ພະ​ເຈົ້າ​ໄດ້​ພົບ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ຂອງພຣະ​ບິ​ດາ​ເທິງ​ສະ​ຫວັນ. ຂ້າ​ພະ​ເຈົ້າ​ມີ​ຄອບ​ຄົວ​ນິ​ລັນ​ດອນ, ແລະ ພວກ​ເຮົາ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ຕະ​ຫລອດ​ການ. ຂອງ​ປະ​ທານ​ແຫ່ງ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ນິ​ລັນ​ດອນ ເປັນ​ຂອງ​ຂວັນ​ທີ່​ທຸກ​ຄົນ​ທີ່​ຊື່​ສັດ ຈະ​ໄດ້​ຮັບ, ບໍ່​ວ່າ​ຈະ​ເປັນ​ໃນ​ຊີ​ວິດນີ້ ຫລື ໃນ​ຊີ​ວິດໜ້າ. ຈະ​ມີ​ຂອງ​ປະ​ທານ​ອື່ນໃດ​ທີ່​ຍິ່ງ​ໃຫຍ່​ໄປ​ກວ່ານີ້?

ເມື່ອ​ຂ້າ​ພະ​ເຈົ້າ​ຫວນ​ຄິດ​ຄືນ​ຫລັງ​ກ່ຽວ​ກັບ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ໂດດ​ດ່ຽວ ແລະ ໂສກ​ເສົ້າ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ວ່າ ເທື່ອ​ໜຶ່ງພຣະ​ເຢຊູ​ຄຣິດ ກໍ​ເຄີຍ​ໄດ້​ຖືກ​ປ່ອຍ​ປະ​ໃຫ້​ຢູ່​ໂດດ​ດ່ຽວ​ຄື​ກັນ. ພຣະ​ອົງ, ຫລາຍກວ່າ​ຄົນ​ອື່ນໆ, ຮູ້​ຈັກ​ຄວາມ​ເຈັບ​ປວດ​ຂອງ​ຂ້າ​ພະ​ເຈົ້າ. ເຖິງ​ແມ່ນ​ໃນ​ຕອນ​ທີ່​ຂ້າ​ພະ​ເຈົ້າ​ໂດດ​ດ່ຽວ​ຫລາຍ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ກໍ​ບໍ່​ເຄີຍ​ຮູ້​ສຶກວ່າ ພຣະ​ອົງ​ໄດ້​ປ່ອຍ​ປະ​ຂ້າ​ພະ​ເຈົ້າ​ໄປ. ພຣະ​ອົງ​ບໍ່​ໄດ້​ເປັນ​ພຽງ​ແຕ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ; ພຣະ​ອົງ​ຍັງ​ເປັນ​ອ້າຍ ແລະ ເປັນ​ເພື່ອນ​ທີ່​ດີ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ.

ພໍ່​ໜຸ່ມ

ຄອບ​ຄົວ​ນ້ອຍ​ຂອງ​ພວກ​ເຮົາ​ເລີ່ມ​ເຕີບ​ໃຫຍ່​ຂຶ້ນ, ແລະ ສອງ​ສາມ​ປີ​ຈາກນັ້ນ ຂ້າ​ພະ​ເຈົ້າ​ກໍ​ໄດ້​ປະ​ເຊີນ​ກັບ​ຄວາມ​ກັງ​ວົນຫລາຍ​ທີ່​ສຸດອີກ​ຢ່າງ​ໜຶ່ງ. ເມື່ອ​ບຸນ​ຄຣິດສະມັດ​ໃກ້​ຈະ​ມາ​ເຖິງ, ນາງ​ແນນ​ຊີ ແລະ ຂ້າ​ພະ​ເຈົ້າ ໄດ້​ຫລຽວ​ເບິ່ງ​ໜ້າ​ກັນ ແລະ ຮູ້​ວ່າ​ພວກ​ເຮົາ​ບໍ່​ມີ​ເງິນ​ທີ່​ຈະ​ຊື້​ຂອງ​ຂວັນ​ຄຣິດສະມັດ​ໃຫ້​ລູກໆ​ຂອງ​ພວກ​ເຮົາ ໃນ​ປີນັ້ນ.

ຂ້າ​ພະ​ເຈົ້າ​ຫາ​ກໍ​ໄດ້​ຮັບ​ປະ​ລິນ​ຍາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ, ແລະ ພວກ​ເຮົາ​ກໍ​ພະ​ຍາ​ຍາມ​ຫາ​ລ້ຽງ​ຄອບ​ຄົວ​ຢູ່. ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ໄດ້ເຮັດ​ການ​ຢູ່​ບ່ອນ​ດີ, ແຕ່ບໍ່​ດົນ ພວກ​ເຮົາ​ກໍ​ເຫັນ​ໄດ້​ວ່າ ຄ່າ​ຄອງ​ຊີບ ແມ່ນ​ເກີນກວ່າ​ລາຍ​ໄດ້​ຂອງ​ພວກ​ເຮົາ. ສິ່ງ​ດຽວ​ທີ່​ພວກ​ເຮົາ​ໄດ້ເຮັດ​ບໍ່​ຂາດ ແມ່ນ​ພວກ​ເຮົາ​ໄດ້​ຈ່າຍ​ເງິນ​ສ່ວນ​ສິບ​ເຕັມ​ຈຳ​ນວນ. ເຖິງ​ແມ່ນ​ຄົນ​ອື່ນບໍ່​ຮູ້​ເຖິງ​ບັນ​ຫາ​ການ​ເງິນ​ຂອງ​ພວກ​ເຮົາ, ແຕ່ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮູ້​ຈັກ, ແລະ ພວກພຣະ​ອົງ​ໄດ້​ເລີ່ມ​ຕົ້ນ​ສົ່ງ​ຂອງ​ຂວັນ​ຄຣິດສະມັດ​ມາ​ໃຫ້​ຢ່າງມະ​ຫັດ​ສະ​ຈັນ.

ມື້​ໜຶ່ງ​ມີ​ຄົນ​ມາ​ກົດ​ກະ​ດິງ​ປະ​ຕູ​ບ້ານ. ມັນ​ແມ່ນ​ຄົນ​ຂ້າງ​ບ້ານ ທີ່​ມາ​ພ້ອມ​ກັບ​ຂອງ​ຫລິ້ນ​ເຕັມ​ແກັດ. ນາງ​ໄດ້​ເວົ້າ​ວ່າ, “ພວກ​ເຮົາ​ໄດ້ມ້ຽນ​ມັດ​ເຮືອນ​ຊານ, ແລະ ພວກ​ເຮົາ​ເຫັນ​ຂອງ​ຫລິ້ນ​ເຫລົ່າ​ນີ້ ທີ່​ພວກ​ລູກໆ​ຂອງ​ພວກ​ເຮົາ​ບໍ່​ຢາກ​ຫລິ້ນ​ອີກ​ແລ້ວ. ເຈົ້າ​ຄິດ​ວ່າ ລູກໆ​ຂອງ​ເຈົ້າ​ຢາກໄດ້​ມັນ​ບໍ.” ແນ່ນອນ​ພວກ​ເຂົາ​ຕ້ອງ​ຢາກ​ໄດ້​ມັນ!

ມື້​ໜ້າ​ມາ ກໍ​ມີ​ຄົນ​ມາ​ກົດ​ກະ​ດິງ​ປະ​ຕູ​ບ້ານ​ອີກ. ເທື່ອນີ້ ແມ່ນ​ສະ​ມາ​ຊິກ​ຈາກ​ຫວອດ​ຂອງ​ພວກ​ເຮົາ. ເຂົາ​ເຈົ້າ​ໄດ້​ມາ​ກັບ​ລົດ​ຖີບ​ຄັນ​ໜຶ່ງ ສຳ​ລັບ​ເດັກ​ນ້ອຍ​ຜູ້​ຍິງ. ເຂົາ​ເຈົ້າ​ໄດ້​ເວົ້າ​ວ່າ, “ພວກ​ເຮົາ​ບໍ່​ໄດ້​ໃຊ້​ລົດ​ຖີບ​ຄັນນີ້​ແລ້ວ ແລະ ພວກ​ເຮົາ​ໄດ້​ເອົາ​ມັນ​ມາ​ໃຫ້​ຄອບ​ຄົວ​ເຈົ້າ. ເຈົ້າ​ຄິດ​ວ່າ ລູກ​ສາວ​ຂອງ​ເຈົ້າ​ຢາກ​ໄດ້​ມັນ​ບໍ?” ພວກ​ເຮົາ​ກໍ​ດີ​ໃຈ​ຂະ​ໜາດ!

ສອງ​ສາມອາ​ທິດ​ກ່ອນ​ໜ້ານັ້ນ ລູກ​ຊາຍ​ຂອງ​ພວກ​ເຮົາ​ໄດ້ເສັງ​ທາ​ສີ​ຮູບ ຢູ່​ຕະ​ຫລາດ​ໃກ້​ບ້ານ​ພວກ​ເຮົາ. ພວກ​ເຮົາ​ໄດ້​ຮັບ​ໂທ​ລະ​ສັບ​ໃນ​ມື້​ໜຶ່ງ ແຈ້ງບອກ​ຂ່າວ​ດີ​ວ່າ ລາວ​ໄດ້​ຮັບ​ລາງວັນ​ຊະ​ນະ​ເລີດ. ລາວ​ໄດ້​ຮັບ​ໜັງເລື່ອງ​ໜຶ່ງ ທີ່​ເດັກ​ນ້ອຍ​ກຳ​ລັງ​ນິ​ຍົມ​ເບິ່ງ. ພວກ​ເຮົາກໍ​ຕົກ​ຕະ​ລຶງ!

ເພາະສິ່ງ​ມະ​ຫັດ​ສະ​ຈັນ​ອັນ​ນ້ອຍໆ​ເຫລົ່າ​ນີ້—ລູກໆ​ຂອງ​ພວກ​ເຮົາ ຈຶ່ງມີ​ຂອງ​ຂວັນຄຣິດສະມັດ​ສອງ​ສາມ​ຢ່າງ ໃນ​ທີ່​ສຸດ. ພວກ​ເຮົາ​ໄດ້​ຈ່າຍ​ເງິນ​ສ່ວນ​ສິບ, ແລະ ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ເປີດ​ປະ​ຕູ​ສະ​ຫວັນ ແລະ ຖອກ​ເທພຣະ​ພອນ​ຂອງພຣະ​ອົງ​ລົງ​ມາ—ລົງ​ມາ​ທາງ​ເຕົາ​ໄຟ​ຝີງ.

ຂ້າ​ພະ​ເຈົ້າ​ໄດ້​ຄິດ​ເຖິງພຣະ​ຄຣິດ ຜູ້​ໄດ້​ກຳ​ເນີດ​ຢູ່​ໃນ​ສະ​ພາບ​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ, ແຕ່​ກໍ​ມີ​ຫລາຍ​ຄົນ​ໄດ້​ພົບ​ເຫັນພຣະ​ອົງ ແລະ ໄດ້​ຖວາຍ​ສິ່ງ​ຂອງ​ທີ່​ມີຄ່າ​ໃຫ້​ແກ່ພຣະ​ອົງ​ນຳ​ອີກ. ໂດຍ​ທີ່​ເປັນ​ພໍ່​ຢູ່​ໃນ​ໂລກ, ຂ້າ​ພະ​ເຈົ້າ​ກໍ​ຢາກ​ຈັດ​ຫາ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ລູກໆ ຈົນ​ສຸດ​ຄວາມ​ສາ​ມາດ.

ພຣະ​ບິ​ດາ​ເທິງ​ສະຫວັນ​ຂອງ​ເຮົາ​ກໍ​ຮູ້​ສຶກ​ແບບນີ້​ຄື​ກັນ. ເຖິງ​ແມ່ນຄວາມ​ຮັກ​ຂອງພຣະ​ອົງ​ກໍ​ດີ​ພ້ອມ​ທຸກ​ຢ່າງ​ຢູ່​ແລ້ວ, ແຕ່ພຣະ​ອົງ​ຍັງປະ​ສົງ​ທີ່​ຈະ​ປະ​ທານ​ທຸກ​ສິ່ງ ທີ່ພຣະ​ອົງ​ມີ​ໃຫ້​ເຮົາ. ມັນ​ເປັນ​ຂອງ​ປະ​ທານ​ທີ່ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້.

ສະຫລຸບ

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ເຮົາ​ທຸກ​ຄົນ ບໍ່​ວ່າ​ໃນ​ເວ​ລາ​ໃດ ກໍ​ເວ​ລາ​ໜຶ່ງ ໄດ້​ເຄີຍ​ຮູ້​ສຶກ ຫລື ຈະ​ຮູ້​ສຶກ​ໂດດ​ດ່ຽວ, ເຈັບ​ປ່ວຍ, ເສົ້າ​ໃຈ, ຍາກ​ຈົນ, ຫລື ໄກ​ຈາກ​ບ້ານ. ໂຊກ​ດີ​ທີ່ເຮົາ​ມີພຣະ​ບິ​ດາ​ນິ​ລັນ​ດອນ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຜູ້​ເຂົ້າ​ໃຈ​ເຮົາ. ເມື່ອ​ເຮົາໄປ​ຫາ​ພວກພຣະ​ອົງ, ພວກພຣະ​ອົງ​ຈະຈູງ​ເຮົາ​ໄປ ແລະ ຊ່ວຍ​ເຮົາ​ຜ່ານ​ຜ່າ​ການ​ທ້າ​ທາຍ​ທຸກ​ຢ່າງ.

ແລະ ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ບໍ່​ວ່າ​ໃນ​ເວ​ລາ​ໃດ ກໍ​ເວ​ລາ​ໜຶ່ງ ເຮົາ​ທຸກ​ຄົນ​ຈະ​ຮູ້​ຈັກ​ຄົນ​ອື່ນ​ອີກ ທີ່​ໂດດ​ດ່ຽວ, ເຈັບ​ປ່ວຍ, ເສົ້າ​ໃຈ, ຍາກ​ຈົນ, ຫລື ໄກ​ຈາກ​ບ້ານ. ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ຊີ້​ນຳ​ເຮົາ​ໃຫ້​ໄປ​ຊ່ວຍ​ເຫລືອ​ຄົນ​ອື່ນ, ແລະ ມັນ​ຈະ​ເປັນ​ສິດ​ທິ​ພິ​ເສດ​ຂອງ​ເຮົາ ທີ່​ຈະ​ເຮັດ​ແນວນັ້ນ.

ຕອນ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ຄິດ​ວ່າ ບຸນ​ຄຣິດ​ສະ​ມັດ ມີພຽງ​ແຕ່ມື້​ດຽວ ໃນ​ແຕ່​ລະ​ປີ. ເມື່ອ​ເປັນ​ຜູ້​ໃຫຍ່, ບັດ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຮັບ​ຮູ້​ວ່າ ບຸນ​ຄຣິດສະມັດ ມີຢູ່ທຸກວັນ. ເພາະ​ຄວາມ​ເມດ​ຕາ​ກະ​ລຸ​ນາ​ຂອງພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ, ພຣະ​ເຢຊູ​ຄຣິດ, ເຮົາ​ຈຶ່ງ​ເປັນ​ຜູ້​ໄດ້​ຮັບ​ຂອງ​ປະ​ທານ​ທີ່​ຖອກ​ເທ​ລົງ​ມາ​ຈາກ​ສະ​ຫວັນ​ຢ່າງ​ຕໍ່​ເນື່ອງ—​ທຸກໆວັນ. ຂອງ​ປະ​ທານ​ຈາກ​ສະ​ຫວັນ​ແມ່ນ​ຫລາຍ​ເກີນກວ່າ​ຈະ​ກ່າວ​ເຖິງ​ໄດ້.

ຄວາມ​ກະ​ຕັນ​ຍູ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບພຣະ​ບິ​ດາ ແລະ ພຣະ​ບຸດ ແມ່ນ​ຫລວງ​ຫລາຍ ແລະ ເລິກ​ຊຶ້ງ ຈົນ​ວ່າ, ດັ່ງ​ທີ່​ອຳໂມນ ໃນ​ສະ​ໄໝ​ບູ​ຮານ, “ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເວົ້າ​ແມ່ນ​ແຕ່​ສ່ວນ​ນ້ອຍ​ໜຶ່ງ​ຂອງ​ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ” (ແອວມາ 26:16).

ແມ່ນ​ແລ້ວ, ມັນ​ແມ່ນ​ວັນ​ກຳ​ເນີດ​ຂອງ​ພຣະ​ເຢຊູ​ຄຣິດ ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມັດ​ນີ້, ແຕ່​ຍ້ອນພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງພຣະ​ບິ​ດາ ແລະ ພຣະ​ບຸດ, ເຮົາຍັງໄດ້​ຮັບ​ຂອງ​ປະ​ທານ​ທັງ​ໝົດ​ຢູ່. ຂ້າພະເຈົ້າເປັນພະຍານ​ເຖິງ​ສິ່ງເຫລົ່ານີ້ ໃນພຣະນາມ​ຂອງພຣະເຢຊູຄຣິດ, ອາແມນ.