ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ເນື່ອງ​ໃນ​ໂອ​ກາດ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມາດ
ຈົ່ງ​ຫວ່ານ​ເມັດ​ເຂົ້າຂອງ​ທ່ານ


2:3

ຈົ່ງ​ຫວ່ານ​ເມັດ​ເຂົ້າຂອງ​ທ່ານ

ອ້າຍ​ເອື້ອຍ​ນ້ອງ, ໝູ່​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າໄດ້​ນຳ​ຄວາມ​ທັກ​ທາຍ ແລະ ພອນ​ຂອງ​ສາດ​ສະ​ດາ​ທີ່​ຮັກ​ແພງ​ຂອງ​ເຮົາ, ປະ​ທານ​ທອມມັສ ແອັສ ມອນສັນ ມາ​ໃຫ້​ທ່ານ. ເພິ່ນ​ມີ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ຄຳ​ອະ​ທິ​ຖານ ແລະ ຄວາມ​ຮັກ​ຂອງ​ທ່ານ ໃນ​ຊ່ວງ​ບຸນ​ຄຣິດ​ສະ​ມັດ​ນີ້ ແລະ ຕະ​ຫລອດ​ໄປ.

ຂ້າ​ພະ​ເຈົ້າ​ມັກ​ຊ່ວງ​ເວ​ລານີ້​ຫລາຍ ແຕ່​ໃດໆ​ມາ. ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມັດ ໄດ້​ກາຍ​ເປັນປະ​ເພ​ນີ​ທີ່​ມັກ​ຊອບ​ສຳ​ລັບ​ຫລາຍໆ​ຄົນ, ຮ່ວມ​ທັງ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ເອງ. ພວກ​ເຮົາ​ໄດ້​ລໍ​ຄອຍ​ການ​ນຳ​ໄປ​ສູ່​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມັດ ດ້ວຍ​ເພງ​ທີ່​ດີ​ເລີດ​ຂອງວົງ​ດົນ​ຕີ ອໍ​ເຈ​ສະ​ຕາ ທີ່ ບໍ​ລິ​ເວນ​ພຣະ​ວິ​ຫານ ແລະ ດ້ວຍ​ກຸ່ມ​ນັກ​ຮ້ອງ ມໍ​ມອນ ແທ​ໂບ​ແນ​ໂກ ທີ່​ຫາ​ອັນ​ປຽບ​ບໍ່​ໄດ້. ຂ່າວ​ສານ ແລະ ເພງ ຊ່ວຍ​ເຮົາ​ໃຫ້​ສ້າງ​ບັນ​ຍາ​ກາດ​ສຳ​ລັບ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມັດ ແລະ ເຕືອນ​ເຮົາ​ເຖິງ​ຄວາມ​ໝາຍ​ທີ່​ສຳ​ຄັນ​ຍິ່ງ ວ່າແມ່ນ​ຫຍັງ ແລະ ດ້ວຍ​ເຫດ​ໃດ​ເຮົາ​ຈຶ່ງ​ສະ​ເຫລີມ​ສະ​ຫລອງ.

ບຸນຄຣິດ​ສະ​ມັດ​ໃນ​ເຢຍ​ລະ​ມັນ

ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ, ຄວາມ​ປາດ​ຖະ​ໜາ​ຂອງ​ຂ້າ​ພະ​ເຈົ້າ ແມ່ນ​ຮ່ວມ​ດ້ວຍ​ລະ​ດູ​ໜາວ​ທີ່​ສົມ​ບູນ​ແບບ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ບໍ່​ແມ່ນ​ແຕ່​ຂ້າ​ພະ​ເຈົ້າທີ່​ປາດ​ຖະ​ໜາ​​ແນວ​ນັ້ນ. ຕໍ່​ຂ້າ​ພະ​ເຈົ້າ​ແລ້ວ ນີ້​ໝາຍ​ຄວາມ​ວ່າ ຕ້ອງ​ເປັນ​ລະ​ດູ​ໜາວ​ທີ່​ມີ​ອາ​ກາດ​ເຍືອກ​ເຢັນ, ທ້ອງ​ຟ້າ​ສີ​ຄາມ, ແລະ ຫິ​ມະ​ທີ່​ໜາ ຄື​ຜ້າ​ຫົ່ມ​ຜືນ​ໃຫຍ່. ແຕ່​ສ່ວນ​ຫລາຍ​ແລ້ວ ອາ​ກາດ​ມັກ​ຈະ​ແຕກ​ຕ່າງ​ຈາກລະ​ດູ​ໜາວ​ຂອງແດນ​ເນ​ລະ​ມິດ​ໃນ​ຄວາມ​ຝັນ​ຂອງ​ຂ້າ​ພະ​ເຈົ້າ, ສ່ວນ​ຫລາຍຈະ​ເປັນ​ທ້ອງ​ຟ້າ​ສີ​ຂີ້​ເທົ່າທີ່​ເປັນ​ໝອກ, ຫິ​ມະ​ທີ່​ປຽກ​ເປື່ອຍ, ຫລື ແມ່ນ​ແຕ່ຝົນ​ຕົກ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນຄ່ຳ​ຄືນ​ກ່ອນ​ວັນ​ຄຣິດ​ສະ​ມັດ, ແມ່​ຂອງ​ຂ້າ​ພະ​ເຈົ້າໄດ້ນຸ່ງ​ເຄື່ອງ​ກັນ​ໜາວ​ໃຫ້​ພວກ​ເຮົາ ແລະ ພໍ່​ຂອງ​ພວກ​ເຮົາ​ໄດ້​ພາ​ພວກ​ເຮົາ​ໄປ​ຍ່າງ​ຢູ່​ຕາມ​ຖະ​ໜົນ​ໃນ​ເມືອງ​ຂອງພວກ​ເຮົາ.

ພວກ​ເຮົາ​ເດັກ​ນ້ອຍ​ຮູ້​ຈັກ​ເຫດ​ຜົນ​ທີ່​ແທ້​ຈິງ ສຳ​ລັບ​ການ​ໄປ​ຍ່າງ​ປະ​ຈຳ​ປີ—​ແມ່​ຕ້ອງ​ການ​ເວ​ລາ​ປະ​ດັບ​ປະ​ດາ​ຕົ້ນ​ຄຣິດ​ສະ​ມັດ, ເອົາ​ຂອງ​ຂວັນ​ໃສ່​ໄວ້​ກ້ອງ​ຕົ້ນ, ແລະ ຕຽມ​ຫ້ອງ​ຮັບ​ແຂກ​ສຳ​ລັບຄ່ຳ​ຄືນ​ທີ່​ສັກ​ສິດ. ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​ໃນ​ທຸກວິ​ທີທາງ​ທີ່​ຈະ​ເຮັດ​ໃຫ້​ການ​ຍ່າງນັ້ນ ສັ້ນລົງ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ແຕ່​ພໍ່​ຂອງ​ພວກ​ເຮົາ​ເປັນ​ຄົນ​ສະ​ຫລາດ​ຫລາຍ ເລື່ອງ​ການ​ໃຫ້​ພວກ​ເຮົາ​ຍ່າງອີກ​ຈັກ​ຮອບ​ໜຶ່ງ ຫລື ລ້ຽວ​ອີກ​ຈັກ​ຮ່ອມ​ໜຶ່ງ ເພື່ອ​ໃຫ້​ເວ​ລາ​ແມ່​ທີ່​ເພິ່ນ​ຕ້ອງ​ການ.

ໃນ​ສະ​ໄໝ​ນັ້ນ, ຖະ​ໜົນ ຊະ​ວິກຄາວ, ປະ​ເທດ​ເຢຍ​ລະ​ມັນ, ຈະ​ມືດ​ຕຶບ​ແທ້ໆ ໃນ​ຕອນ​ຄ່ຳ. ມັນ​ເປັນ​ໄລ​ຍະ​ທີ່​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ ຫາ​ກໍ​ສິ້ນ​ສຸດ​ລົງ, ແລະ ກໍ​ບໍ່​ມີ​ໄຟ​ຕາມ​ຖະ​ໜົນ​ຫົນ​ທາງ​ຫລາຍ. ມີ​ຮ້ານ​ຄ້າ​ເປີດພຽງ​ສອງ​ສາມ​ບ່ອນ​ເທົ່າ​ນັ້ນ, ແລະ ບາງ​ບ່ອນ​ກໍ​ຢູ່​ໃກ້​ບ້ານ​ເຮືອນ​ແຖວ​ທີ່​ຖືກ​ລະ​ເບີດ​ທະ​ລົ່ມ, ຊຶ່ງຍັງ​ມີ​ກິ່ນ​ແປກໆ​ຂອງ​ສົງ​ຄາມ​ຢູ່.

ມີ​ບ່ອນ​ໜຶ່ງ​ທີ່​ພວກ​ເຮົາ​ມັກ​ຫລາຍ​ທີ່​ສຸດ ຕອນ​ໄປ​ຍ່າງ—ການ​ໄປ​ຢຸດ​ຢູ່​ທີ່ໂບດ​ໃຫຍ່ ຢູ່​ກາງ​ເມືອງ ​ຊະ​ວິກ​ຄາວ ບ່ອນ​ທີ່​ພວກ​ເຮົາ​ໄດ້​ຢຸດ​ຟັງ​ເພງ​ຄຣິດ​ສະ​ມັດ​ທີ່​ມ່ວນ​ອອນ​ຊອນ ແລະ ຟັງ​ສຽງ​ອໍ​ແກນ​ທີ່​ມ່ວນ​ຫລາຍ ຊຶ່ງ​ເບິ່ງ​ຄື​ວ່າ ຈະ​ຫລິ້ນສະ​ແດງ​ສະ​ເໝີ​ໃນ​ຄ່ຳ​ຄືນ​ກ່ອນ​ວັນ​ຄຣິດ​ສະ​ມັດ. ເບິ່ງ​ຄື​ວ່າ ສຽງ​ເພງນີ້​ໄດ້​ເຮັດ​ໃຫ້ແສງ​ສະ​ຫວ່າງ​ທີ່​ລິບ​ລີ່​ຂອງ​ເມືອງ​ພວກ​ເຮົາ ຮຸ່ງ​ແຈ້ງ​ຂຶ້ນກວ່າ​ເກົ່າ​ທັນ​ທີ—​ເກືອບ​ຄື​ກັບ​ວ່າ​ເປັນ​ດວງ​ດາວທີ່​ຈາດ​ຈ້າ—ແລະ ເຮັດ​ໃຫ້​ຫົວ​ໃຈ​ຂອງ​ເດັກ​ນ້ອຍ​ພວກ​ເຮົາເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ທີ່​ດີ​ເລີດແຫ່ງ​ຄວາມ​ຄາດ​ຫວັງ.

ເມື່ອ​ເຖິງ​ເວ​ລາ​ກັບ​ບ້ານ, ແມ່​ກໍ​ໄດ້​ຈັດ​ຕຽມ​ຮຽບ​ຮ້ອຍ​ແລ້ວ, ແລະ ພວກ​ເຮົາ​ກໍ​ໄດ້​ເຂົ້າ​ໄປ​ໃນ​ຫ້ອງ​ຮັບ​ແຂກ ເທື່ອ​ລະ​ຄົນ ເພື່ອ​ເບິ່ງ​ການ​ປະ​ດັບ​ປະ​ດາທີ່​ສວຍ​ງາມ ຫາ​ກໍ​ເຮັດ​ແລ້ວ ຢູ່ເທິງ​ຕົ້ນ​ແປກ. ຕົ້ນ​ຄຣິດ​ສະ​ມັດ​ແມ່ນ​ຫາ​ໄດ້​ຍາກ​ໃນ​ໄລ​ຍະ​ນັ້ນ, ແລະ ພວກ​ເຮົາ​ກໍ​ໄດ້ໃຊ້​ຕົ້ນ​ໄມ້​ຊະ​ນິດ​ທີ່​ຊອກ​ຫາ​ມາ​ໄດ້. ບາງ​ເທື່ອ​ພວກ​ເຮົາ​ກໍ​ໄດ້​ຕື່ມ​ສອງ​ສາມ​ງ່າ​ໃສ່​ອີກ ເພື່ອ​ໃຫ້​ມັນ​ເບິ່ງຄື​ຕົ້ນໄມ້​ແທ້ໆ. ແຕ່​ຕໍ່​ສາຍ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ເປັນ​ເດັກ, ຕົ້ນ​ຄຣິດ​ສະ​ມັດ​ແມ່ນ​ສວຍ​ງາມ​ຫລາຍ​ທີ່​ສຸດ​ສະ​ເໝີ.

ແສງ​ທຽນ​ທີ່​ລະ​ຍິບ​ລະ​ຍັບ ໄດ້ນຳ​ຄວາມ​ຮຸ່ງ​ເຫລື້ອມ​ທີ່​ລຶກ​ລັບ, ເກືອບ​ເຮັດ​ໃຫ້​ຫລົງ​ໄຫລ ມາ​ສູ່​ຫ້ອງ. ພວກ​ເຮົາ​ໄດ້​ຫລຽວ​ເບິ່ງ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ແລະ ດີ​ໃຈຫລາຍ​ກັບຂອງ​ຂວັນ​ຢູ່​ກ້ອງ​ຕົ້ນ​ໄມ້ ແລະ ຫວັງ​ວ່າ​ຄວາມ​ປາດ​ຖະ​ໜາ​ໃນ​ໃຈ ຈະ​ເກີດ​ເປັນ​ຈິງ.

ຄວາມ​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້​ຮັບ​ຂອງ​ຂວັນ ກໍ​ເທົ່າໆ​ກັບ​ຄວາມ​ຕື່ນ​ເຕັ້ນ​ທີ່​ຈະ​ໄດ້ມອບ​ຂອງ​ຂວັນ. ສ່ວນ​ຫລາຍ​ແລ້ວ​ຂອງ​ຂວັນ​ເຫລົ່າ​ນັ້ນ​ແມ່ນ​ຖືກ​ເຮັດ​ກັບ​ມື. ປີ​ໜຶ່ງ​ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍໆ, ຂອງ​ຂວັນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ມອບ​ໃຫ້​ອ້າຍ ແມ່ນຮູບລາວ ທີ່​ຂ້າ​ພະ​ເຈົ້າ​ໄດ້​ແຕ້ມ. ຂ້າພະເຈົ້າ​ມີຄວາມ​ພູມໃຈ​ຫລາຍກັບ​ຮູບໃບນັ້ນ. ແລະ ລາວ​ກໍ​ດີ​ກັບ​ຂ້າ​ພະ​ເຈົ້າ​ຫລາຍ ດ້ວຍ​ຖ້ອຍ​ຄຳ​ທີ່​ຮູ້​ບຸນ​ຄຸນ ແລະ ດ້ວຍ​ຄຳຍ້ອງ​ຍໍ.

ຂ້າ​ພະ​ເຈົ້າ​ຈະ​ທະ​ນຸ​ຖະ​ໜອມ​ຄວາມ​ຊົງ​ຈຳ​ທີ່​ຫວານ​ຊື່ນ​ເຫລົ່າ​ນີ້​ ຕອນ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ ຢູ່​ເຢຍ​ລະ​ມັນ​ຕາ​ເວັນ​ອອກ ໄປ​ຕະ​ຫລອດ.

ຄວາມ​ຮັກ​ທີ່ບໍ່​ສິ້ນ​ສຸດ

ປະ​ເພ​ນີບຸນ​ຄຣິດ​ສະ​ມັດໄດ້​ຖືກ​ສະ​ເຫລີມ​ສະ​ຫລອງ ຢູ່​ໃນ​ວັດ​ທະ​ນະ​ທຳ ແລະ ປະ​ຊາ​ຊາດ​ຂອງ​ໂລກນີ້ ໃນ​ວິ​ທີ​ທາງ​ທີ່​ໜ້າ​ມະ​ຫັດ​ສະ​ຈັນ, ​ທີ່ໂດດ​ເດັ່ນ. ແຕ່​ລະ​ປະ​ເພ​ນີ​ກໍ​ສວຍ​ງາມ ແລະ ດີ​ເປັນ​ພິ​ເສດ, ແຕ່ກໍ​ແຕກ​ຕ່າງ​ກັນ​ໄປ.

ແຕ່​ທຸກ​ຄົນ​ກໍ​ມີ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ, ຄ້າຍ​ຄື​ກັນ​ທາງວິນ​ຍານ ທີ່​ເບິ່ງ​ຄື​ວ່າ ມີ​ຢູ່​ທົ່ວ​ໄປ ເມື່ອ​ເຮົາ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ ທີ່​ເປັນ​ຈອມ​ກະ​ສັດ, ເປັນ​ພຣະ​ຜູ້​ປອບ​ໂຍນ​ ແລະ ຜູ້​ເຮົາ​ໄວ້​ວາງ​ໃຈ​ໄດ້, ເປັນ​ພຣະ​ຜູ້​ມາ​ໂຜດ​ຂອງ​ອິດ​ສະ​ຣາ​ເອນ!

ມີ​ຫລາຍ​ຄຳ​ທີ່​ຜູ້​ຄົນ​ໃຊ້​ເພື່ອ​ບັນ​ຍາຍ​ເຖິງຄວາມ​ຮູ້​ສຶກນີ້: ຊົມ​ຊື່ນ​ຍິນ​ດີ, ຄວາມ​ຫວັງ, ຄວາມ​ຄາດ​ໝາຍ, ສັນ​ຕິ​ສຸກ. ແຕ່​ລະ​ຢ່າງບັນ​ຍາຍ​ເຖິງ​ພາກ​ສ່ວນ​ທີ່​ເຮົາ​ເອີ້ນ​ວ່າ “ວິນ​ຍານ​ຂອງ​ບຸນ​ຄຣິດສະ​ມັດ.”

ຕໍ່​ຂ້າ​ພະ​ເຈົ້າ​ແລ້ວ, ມີຄຳ​ໜຶ່ງ​ທີ່​ບັນ​ຍາຍ​ເຖິງ​ຄວາມ​ຮູ້​ສຶກ​ທີ່​ເຮົາ​ປະ​ສົບ​ການ​ໃນ​ຊ່ວງ​ບຸນ​ຄຣິດ​ສະ​ມັດ. ຄຳ​ນັ້ນ​ແມ່ນ ຄວາມ​ຮັກ.

ຖ້າ​ຈະ​ເວົ້າ​ແລ້ວ, ຂອງ​ຂວັນ​ທີ່​ພວກ​ເຮົາ​ສະ​ເຫລີມ​ສະ​ຫລອງ​ຕອນ​ບຸນ​ຄຣິດ​ສະ​ມັດ ແມ່ນ​ຂອງ​ຂວັນ​ແຫ່ງ​ຄວາມ​ຮັກ—ພຣະ​ເຈົ້າ​ໄດ້​ປະ​ທານ​ພຣະ​ບຸດ​ຂອງ​ພຣະ​ອົງເປັນ​ຂອງ​ຂວັນ. “ພຣະ​ເຈົ້າ​ໄດ້​ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ສຳ​ລັບ​ພວກ​ເຮົາ ໂດຍ​ໄດ້​ໃຊ້​ພຣະ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ​ເຂົ້າ​ມາສູ່​ໂລກ, ເພື່ອ​ວ່າ​ພວກ​ເຮົາ​ຈະ​ມີ​ຊີ​ວິດ​ຜ່ານ​ທາງ​ພຣະ​ບຸດນັ້ນ. ນີ້​ຄືຄວາມ​ຮັກ​ທີ່​ເຮົາ​ກ່າວ​ເຖິງ.”1

ເມື່ອ​ຖືກ​ສຳ​ພັດ​ໂດຍ​ຄວາມ​ຮັກ​ນັ້ນ, ຫົວ​ໃຈ​ຂອງ​ເຮົາຈະ​ອ່ອນ​ລົງ. ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ອ່ອນ​ໂຍນ ທີ່​ເຮັດ​ໃຫ້​ເຮົາ​ເອື້ອມ​ອອກ​ໄປ​ຫາ​ຄົນ​ອື່ນ ດ້ວຍ​ຄວາມ​ເມດ​ຕາ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ.

ບຸນ​ຄຣິດ​ສະ​ມັດ​ດົນ​ໃຈ​ເຮົາ​ໃຫ້​ຮັກ​ຫລາຍກວ່າ​ເກົ່າ.

ເຖິງ​ແມ່ນ​ຂ້າ​ພະ​ເຈົ້າ​ກ່າວ​ແບບນີ້, ຂ້າ​ພະ​ເຈົ້າ​ກໍ​ຍັງ​ຍອມ​ຮັບ​ວ່າ ຍັງ​ບໍ່​ມີ ຄວາມ​ຮັກ ພຽງ​ພໍ​ເທື່ອ. ໃນ​ພາ​ສາ​ອັງ​ກິດ, ດັ່ງ​ທີ່​ໃນ​ຫລາຍໆ​ພາ​ສາ, ຄຳ​ວ່າ “ຄວາມ​ຮັກ” ຫລື ຄວາມ​ມັກ ສາ​ມາດ​ມີ​ຄວາມ​ໝາຍ​ຫລາຍ​ຢ່າງ. ຍົກ​ຕົວ​ຢ່າງ, ຂ້າ​ພະ​ເຈົ້າ​ອາດ​ກ່າວ​ວ່າ ຂ້າ​ພະ​ເຈົ້າ “ມັກ” ​ອາ​ກາດ, ຫລື ຂ້າ​ພະ​ເຈົ້າ “ມັກ” ເຄື່ອງ​ນຸ່ງ​ໃໝ່​ຂອງ​ທ່ານ, ຫລື ຂ້າ​ພະ​ເຈົ້າ​ອາດ “ມັກ” ແມ່ນ​ແຕ່ ກິ່ນ​ກ່ອງ​ໝາກ​ບານ​ເທັນ​ນິສ ທີ່​ຫາ​ກໍ​ເປີດ.

ແຕ່​ຄວາມ​ຮັກ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ເຖິງ ແມ່ນ​ບາງ​ສິ່ງ​ທີ່​ເລິກ​ຊຶ້ງ​ຫລາຍກວ່າ. ຄວາມ​ຄິດ​ທາງ​ມະ​ຕະ​ຂອງ​ເຮົາ​ກ່ຽວ​ກັບ​ຄວາມ​ຮັກ ປຽບ​ໃສ່​ກັບ​ດິນ​ຊາຍ​ເມັດ​ໜຶ່ງ ໃນ​ຊາຍ​ຫາດ ເມື່ອ​ປຽບ​ທຽບ​ໃສ່​ກັບ​ຄວາມ​ຮັກ​ທີ່​ພຣະ​ເຈົ້າ​ຮູ້​ສຶກ​ສຳ​ລັບ​ເຮົາ.

ຄວາມ​ຮັກ​ຂອງ​ພຣະ​ອົງ ແມ່ນບໍ່​ມີ​ທີ່​ສິ້ນ​ສຸດ ແລະ ເປັນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ທີ່ບໍ່​ໝົດ​ເປັນ​ຈັກ​ເທື່ອ. ຄວາມ​ຮັກ​ແຫ່ງ​ສະ​ຫວັນ ເຕັມ​ທົ່ວ​ນິ​ລັນ​ດອນ. ມັນ​ປ່ຽມ​ລົ້ນ​ໄປດ້ວຍ​ພຣະ​ຄຸນແຫ່ງນິ​ລັນ​ດອນ. ມັນ​ເອື້ອມ​ອອກ​ໄປ ແລະ ເຊີດ​ຊູ. ມັນ​ໃຫ້​ອະ​ໄພ. ມັນ​ເປັນ​ພອນ. ມັນ​ໄຖ່​ຖອນ.

ຄວາມ​ຮັກ​ແຫ່ງ​ສະ​ຫວັນ​ລື່ນ​ກວ່າ​ຄວາມ​ແຕກ​ຕ່າງ​ໃນ​ບຸກ​ຄະ​ລິກ​ລັກ​ສະ​ນະ, ວັດ​ທະ​ນະ​ທຳ, ຫລື ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ. ມັນ​ບໍ່​ຍອມ​ໃຫ້​ການ​ເຂົ້າ​ຂ້າງ ແລະ ອະ​ຄະ​ຕິ ມາ​ກີດ​ກັນ ການ​ປອບ​ໂຍນ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ແລະ ຄວາມ​ເຂົ້າ​ໃຈ. ມັນ​ປາດ​ສະ​ຈາກການ​ຂົ່ມ​ເຫັງ​ຄົນ​ອື່ນ, ການ​ຈຳ​ແນກ, ຫລື ຄວາມອວດ​ດີໃດໆ​ທັງ​ສິ້ນ. ຄວາມ​ຮັກ​ແຫ່ງ​ສະ​ຫວັນ​ດົນ​ໃຈ​ເຮົາ​ໃຫ້​ກະ​ທຳ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກະ​ທຳ ຄື ໃຫ້​ຊ່ວຍ​ເຫລືອ​ຄົນ​ທີ່​ອ່ອນ​ແອ, ຍົກ​ມື​ທີ່​ເມື່ອຍ​ລ້າ, ແລະ ໃຫ້​ກຳ​ລັງ​ຫົວ​ເຂົ່າ​ທີ່​ອ່ອນ​ເພຍ.2

ນີ້​ຄື​ຄວາມ​ຮັກ​ທີ່​ເຮົາ​ພະ​ຍາ​ຍາມຢາກ​ມີ​ໃນ​ຕົວ. ມັນ​ຄວນ​ເປັນ​ບຸກ​ຄະ​ລິກ​ລັກ​ສະ​ນະ​ຂອງ​ເຮົາ ເປັນ​ສ່ວນ​ບຸກ​ຄົນ ແລະ ເປັນ​ກຸ່ມ​ກ້ອນ.

ເຮົາ​ອາດບໍ່​ສາ​ມາດ​ພັດ​ທະ​ນາຕົນ​ໃຫ້​ມີ​ຄວາມ​ຮັກ​ແຫ່ງ​ສະ​ຫວັນ ໃນ​ຊີ​ວິດນີ້​ໄດ້, ແຕ່​ເຮົາ​ບໍ່​ຄວນ​ຢຸດ​ພະ​ຍາ​ຍາມ. ຖ້າ​ຫາກ​ມີເທດ​ສະ​ການ​ໃດ​ໜຶ່ງ​ພາຍ​ໃນ​ປີ ທີ່​ເຮັດ​ໃຫ້​ເຮົາ​ເຂົ້າ​ໃກ້​ຊິດ​ກັນ​ຫລາຍກວ່າ​ເທດ​ສະ​ການ​ອື່ນໆ, ແລ້ວ​ມັນ​ຄົງ​ເປັນ​ຊ່ວງ​ບຸນ​ຄຣິດ​ສະ​ມັດ, ເມື່ອ​ຫົວ​ໃຈ ແລະ ຄວາມ​ຄິດ​ຂອງ​ເຮົາ ຫັນ​ໄປຫາ​ການ​ກຳ​ເນີດ ຂອງ​ການສະ​ແດງ​ໃຫ້​ປະ​ຈັກ​ທີ່​ມີ​ຊີ​ວິດ ຂອງ​ຄວາມ​ຮັກ​ແຫ່ງ​ສະ​ຫວັນ, ແມ່ນ​ແຕ່ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ.

ຜູ້​ກວດ​ການ​ປະ​ຈຳ​ເມືອງ ແລະ ເດັກ​ຊາຍນ້ອຍ

ຂ້າ​ພະ​ເຈົ້າ​ຂໍ​ເລົ່າ​ເລື່ອງ​ໜຶ່ງ ເພື່ອ​ເປັນ​ຕົວ​ຢ່າງ​ເຖິງວິ​ທີ​ທີ່​ຄວາມ​ຮັກ​ນີ້ ສາ​ມາດທຳ​ງານ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ. ໃນ​ຄ່ຳ​ຄືນ​ກ່ອນ ວັນຄຣິດ​ສະ​ມັດ​ເມື່ອ 85 ປີ​ກ່ອນ, ໃນ​ໄລ​ຍະ​ເສດ​ຖະ​ກິດບ້ານ​ເມືອງ​ຕົກຕ່ຳ, ຜູ້​ກວດ​ການໄດ້​ລົງ​ໄປ​ກວດ​ກາ​ເບິ່ງ​ຖະ​ໜົນ​ຫົນ​ທາງ​ຂອງ​ເມືອງ​ເຊົາ​ເລັກ ຫລັງ​ຈາກຝົນ​ຕົກ​ຟ້າ​ລົມ​ແຮງ. ໃນ​ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ຂັບ​ລົດ​ໄປ​ນັ້ນ, ເພິ່ນໄດ້​ຫລຽວ​ເຫັນ​ເດັກ​ນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ ຢູ່​ແຄມ​ທາງ, ຢືນ​ຢູ່​ໃນ​ຄວາມ​ໜາວ​ເຢັນ ບໍ່​ໃສ່ເສື້ອ​ກັນ​ໜາວ, ຖົງ​ມື, ຫລື ເກີບ​ບູທ. ຜູ້ກວດ​ການ​ໄດ້​ຈອດ​ລົດ, ໄດ້​ຊວນ​ທ້າວ​ນ້ອຍ​ຂຶ້ນ​ລົດ​ທີ່​ອົບ​ອຸ່ນຂອງ​ເພິ່ນ, ແລະ ໄດ້​ຖາມ​ລາວ​ວ່າ ລາວ​ຕື່ນ​ເຕັ້ນ​ກັບ​ບຸນ​ຄຣິດ​ສະ​ມັດ​ບໍ. ທ້າວ​ນ້ອຍ​ຕອບ​ວ່າ, “ພວກ​ເຮົາບໍ່​ມີ​ຫຍັງ​ທີ່​ຈະ​ສະ​ຫລອງ​ບຸນ​ຄຣິດ​ສະ​ມັດ​ຢູ່​ເຮືອນ. ພໍ່​ໄດ້​ເສຍ​ຊີ​ວິດ​ເມື່ອ​ສາມ​ເດືອນ​ກ່ອນ ແລະ ໄດ້​ປະ​ແມ່ ແລະ ຂ້າ​ນ້ອຍ ແລະ ນ້ອງ​ຊາຍ ແລະ ນ້ອງ​ສາວ​ນ້ອຍຂອງ​ຂ້າ​ນ້ອຍ​ໄປ.”

ຜູ້ກວດ​ການ​ໄດ້​ເປີດ​ແອ​ຮ້ອນ​ຢູ່​ໃນ​ລົດ​ຂອງ​ເພິ່ນ​ຂຶ້ນ​ອີກ ແລະ ເວົ້າ​ວ່າ, “​ຫລານ​ເອີຍ, ໃຫ້​ເຈົ້າ​ບອກ​ຊື່ ແລະ ທີ່​ຢູ່​ຂອງ​ເຈົ້າ​ມາ. ຈະ​ມີ​ຄົນ​ໄປ​ຫາ​ເຮືອນ​ເຈົ້າ—ເຈົ້າ​ຈະ​ບໍ່​ຖືກ​ລືມດອກ.”

ຜູ້ກວດ​ການ​ປະ​ຈຳ​ເມືອງ​ຄົນ​ນີ້ ກໍ​ບັງ​ເອີນ​ເປັນ​ປະ​ທານ​ສະ​ເຕກ​ຢູ່​ໃນ​ຕົວ​ເມືອງ​ເຊົາ​ເລັກ. ເພິ່ນ​ໄດ້​ທຳ​ງານ​ກັບ​ສະ​ມາ​ຊິກ​ຢູ່​ໃນ​ສະ​ເຕກ​ຂອງ​ເພິ່ນ ເພື່ອ​ຈັດ​ຫາ​ອາ​ຫານ ແລະ ຂອງ​ຂວັນ ໄປ​ໃຫ້​ຄອບ​ຄົວ ຜູ້ບໍ່​ສາ​ມາດ​ຈັດ​ຫາ​ເພື່ອ​ຕົນ​ເອງ. ທ້າວ​ນ້ອຍ​ຄົນ​ນັ້ນ​ບໍ່​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ແຕ່​ສິ່ງນັ້ນ​ບໍ່​ສຳ​ຄັນ​ສຳ​ລັບ​ຜູ້​ກວດ​ການ. ຄ່ຳ​ຄືນນັ້ນ ເພິ່ນ​ກັບ​ອະ​ທິ​ການ​ຄົນ​ໜຶ່ງ​ໃນ​ສະ​ເຕກ​ຂອງ​ເພິ່ນ ໄດ້​ເຮັດ​ໃຫ້​ແນ່​ໃຈ​ວ່າ ຄອບ​ຄົວ​ຂອງ​ທ້າວ​ນ້ອຍ​ໄດ້​ຮັບ​ກະ​ຕ່າ​ຂອງຂວັນ​ຄຣິດ​ສະ​ມັດ ທີ່​ເຕັມໆ.3

ການ​ພົບ​ເຫັນ​ທ້າວ​ນ້ອຍ​ຄົນ​ນັ້ນ ໄດ້ກະ​ທົບ​ກະ​ເທືອນ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ປະ​ທານ​ສະ​ເຕກ​ຄົນ​ນີ້. ມັນ​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ຕັ້ງ​ໃຈ​ຫລາຍກວ່າ​ເກົ່າ ທີ່​ຈະ​ຊອກ​ຫາ ແລະ ບັນ​ເທົາ​ຄວາມ​ເຈັບ​ປວດ ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເພິ່ນ​ພົບ​ເຫັນ. ມັນ​ໄດ້​ກາຍ​ເປັນ​ລັກ​ສະ​ນະ​ພິ​ເສດ​ຂອງ​ຊີ​ວິດ​ເພິ່ນ.

ຜູ້ກວດ​ການ​ປະ​ຈຳ​ເມືອງ​ຜູ້ນີ້ ຊື່​ວ່າ ແຮໂຣນ ບິງກຳ ລີ, ແລະ 40 ປີ​​ຕໍ່​ມາ, ເພິ່ນ​ໄດ້​ກາຍ​ເປັນ​ປະ​ທານ​ຄົນ​ທີ 11 ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ປະ​ທານລີ ເປັນ​ຜູ້ນຳພາ​ເລື່ອງ​ການ​ພັດ​ທະ​ນາ​ໂຄງ​ການ​ໃຫຍ່​ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຜູ້​ຄົນ ທີ່​ຢູ່​ໃນ​ຄວາມ​ເດືອດ​ຮ້ອນ ແລະ ຊ່ວຍ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ ໃຫ້​ກາຍ​ເປັນ​ຄົນ​ກຸ້ມ​ຕົນ​ເອງ​ຫລາຍກວ່າ​ເກົ່າ.

ໃນ​ບັ້ນ​ທ້າຍ​ຊີ​ວິດ​ຂອງເພິ່ນ, ປະ​ທານ​ລີ ໄດ້​ກ່າວ​ວ່າ ເພິ່ນ​ເຂົ້າ​ໃຈ​ຄົນ​ທີ່​ທຸກ​ທໍ​ລະ​ມານ ແລະ ​ປາດ​ຖະ​ໜາຢາກ​ໄດ້​ຮັບ​ການ​ບັນ​ເທົາທຸກ ເພາະ​ເພິ່ນ​ເອງ​ກໍ​ເຄີຍ​ຍາກ​ຈົນ ແລະ ບໍ່​ມີ​ຫຍັງ​ໃນ​ຕອນ​ຕົ້ນ.4

ບໍ່​ສຳ​ຄັນ​ວ່າ​ທ່ານ​ມີ​ຫລາຍ​ປານ​ໃດ ແຕ່​ສິ່ງ​ສຳ​ຄັນ​ແມ່ນ​ທ່ານ​ຮັກ​ຫລາຍ​ປານ​ໃດ

ຂ້າ​ພະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ຮູ້ຈັກ​ວ່າ ປະ​ທານ​ລີ​ຮູ້​ສຶກ​ແນວ​ໃດ.

ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້ມີ​ຊີ​ວິດ​ໃນ​ສະ​ພາບ​ທີ່​ຍາກ​ຈົນ​ຄື​ກັນ ເປັນ​ບາງ​ຄັ້ງ. ສອງ​ເທື່ອ​ໃນ​​ໄລ​ຍະ​ເຈັດ​ປີ, ພວກ​ເຮົາ​ໄດ້​ອົບ​ພະ​ຍົບ​ຈາກ​ບ້ານ​ເຮືອນ ແລະ ໄດ້ປະ​ທຸກ​ສິ່ງ​ທຸກ​ຢ່າງ​ໄປ. ຢູ່​ເຢຍ​ລະ​ມັນ​ຕາ​ເວັນ​ຕົກ ພວກ​ເຮົາ​ໄດ້ອາ​ໄສ​ຢູ່​ຫ້ອງ​ເຊົ່າ​ຊັ້ນ​ເພ​ດານ ໃນຕຶກສາງ​ຂອງ​ບ້ານ​ສວນ​ທີ່​ເກົ່າໆ. ມັນ​ມີ​ຫ້ອງ​ນ້ອຍ​ຢູ່​ສອງ​ຫ້ອງ, ແລະ ​ພວກ​ເຮົາ​ໄດ້​ນອນ​ຢູ່​ໃນ​ຫ້ອງ​ໜຶ່ງ. ຫ້ອງນັ້ນ​ນ້ອຍ​ຫລາຍ ຈົນ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ຍ່າງ​ແບບສະ​ຫລຽງ ຕອນ​ຍ່າງ​ຢູ່​ລະ​ຫວ່າງ​ຕຽງ.

ແມ່​ຂອງ​ຂ້າ​ພະ​ເຈົ້າມີ​ຖາດ​ຮ້ອນ​ຢູ່​ໃບ​ໜຶ່ງ ທີ່​ໄດ້​ໃຊ້​ເປັນ​ເຕົາ​ໄຟ. ແລະ ເມື່ອ​ພວກ​ເຮົາ​ຢາກ​ໄປ​ຈາກ​ຫ້ອງ​ໜຶ່ງ ຫາ​ອີກ​ຫ້ອງ​ໜຶ່ງ, ພວກ​ເຮົາ​ຕ້ອງ​ໄດ້​ຍ່າງ​ຂ້າມ​ສິ່ງ​ກີດ​ກັນ ຊຶ່ງ​ເປັນ​ອຸ​ປະ​ກອນ ທີ່ໃຊ້​ເຮັດ​ຮົ້ວ​ສວນ, ຕູ້​ຫລາຍໆ​ໜ່ວຍ, ແລະ ຊີ້ນ​ຫລາຍໆ​ຕ່ອນ ທີ່​ຕາກ​ຫ້ອຍ​ຢູ່​ຈາກ​ເພ​ດານ. ເທື່ອ​ໜຶ່ງ, ຕອນ​ຂ້າ​ພະ​ເຈົ້າບໍ່​ສະ​ບາຍ ແລະ ຕ້ອງ​ໄດ້​ພັກ​ຢູ່​ໃນ​ຫ້ອງ​ໝົດ​ມື້, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໜູ​ຫລາຍ​ໂຕ ແລ່ນ​ຜ່ານ​ຂ້າມ​ຫ້ອງ​ໄປ. ​ພວກ​ເຮົາຕ້ອງ​ໄດ້​ຫິ້ວ​ນ້ຳ​ຂຶ້ນ​ໄປ​ຊັ້ນ​ເທິງ, ແລະ ຫ້ອງນ້ຳ​ແມ່ນ​ຢູ່​ຂ້າງນອກ ຕັ້ງຢູ່​ໃນ​ເດີ່ນ ຢູ່​ຂ້າງ​ຕຶກ​ສາງ. ໃນ​ວັນ​ອາ​ທິດ ພວກ​ເຮົາ​ໄດ້​ຍ່າງ​ສອງ​ຊົ່ວ​ໂມງ​ໄປ​ໂບດ ຢູ່​ເມືອງ​ຟະ​ແຣ້ງ​ເຝີດ ແລະ ຍ່າງ​ກັບ​ບ້ານ. ໜ້ອຍ​ເທື່ອ ທີ່​ພວກ​ເຮົາ​ໄດ້ມີ​ເງິນ​ພໍ ເພື່ອ​ຈ້າງ​ລົດ.

ຂ້າ​ພະ​ເຈົ້າຍັງ​ຈື່​ວັນ​ເວ​ລາ​ເຫລົ່າ​ນັ້ນ​ໄດ້​ຢູ່ ດ້ວຍ​ຄວາມ​ເຈັບ​ປວດ​ໃຈ ແລະ ດ້ວຍ​ຄວາມ​ຊົມ​ຊື່ນ​ຍິນ​ດີ. ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດເພື່ອ​ຈັດ​ຫາ​ໃຫ້​ພວກ​ເຮົາ, ແລະ ພວກ​ເຮົາ​ກໍ​ຮູ້​ວ່າ ພວກ​ເພິ່ນ​ຮັກ​ພວກ​ເຮົາ. ແມ່ນ​ແລ້ວ, ມັນ​ເປັນ​ເວ​ລາ​ທີ່​ຂາດ​ແຄນ​ທີ່​ສຸດ, ແຕ່​ຂ້າ​ພະ​ເຈົ້າຖື​ວ່າ ມັນ​ເປັນ​ເວ​ລາ​ທີ່​ມີ​ຄວາມ​ສຸກ ເພາະ​ຂ້າ​ພະ​ເຈົ້າ​ສາ​ມາດ​ຮູ້​ສຶກເຖິງ​ຄວາມ​ຮັກ ທີ່​ພວກ​ເຮົາ​ມີ​ຕໍ່​ກັນ​ແລະ​ກັນ, ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຕໍ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ການ​ເປັນ​ຄົນ​ທຸກບໍ່ໄດ້​ເປັນ​ສິ່ງ​ໜ້າ​ອັບ​ອາຍ​ເລີຍ. ຈົ່ງ​ຈື່​ຈຳ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ ໄດ້ກຳ​ເນີດ​ຢູ່​ໃນ​ຄອກ​ສັດ ແລະ ຖືກວາງ​ໄວ້​ຢູ່​ໃນ​ຮາງ​ຫຍ້າ “ເພາະ​ວ່າ​ໂຮງ​ແຮມ ບໍ່​ມີ​ຫ້ອງ​ຫວ່າງ​ສຳ​ລັບ [ພຣະ​ອົງ] ເລີຍ.”5 ແລ້ວ, ບໍ່​ດົນ​ຈາກນັ້ນ, ພຣະ​ອົງ ແລະ ນາງ​ມາຣີ ພ້ອມ​ດ້ວຍ​ໂຢເຊັບ ໄດ້​ກາຍ​ເປັນ​ອົບ​ພະ​ຍົບ, ໜີ​ໄປ​ປະ​ເທດ​ເອ​ຢິບ ເພື່ອ​ຄວາມ​ປອດ​ໄພ ຈາກ​ການ​ຕາມ​ຂ້າ​ຂອງ​ເຮ​ໂຣດ. ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໂດຍ​ທົ່ວ​ໄປຂອງ​ພຣະ​ອົງ, ພຣະ​ເຢຊູ​ໄດ້​ຍ່າງ​ໄປ​ກັບ​ຄົນ​ເຈັບ​ປວດ​ໃຈ, ຄົນ​ຫິວ​ໂຫຍ, ແລະ ຄົນ​ເຈັບ​ປ່ວຍ. ວັນ​ເວ​ລາ​ຂອງ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ການ​ປະ​ຕິ​ບັດ​ຕໍ່​ເຂົາ​ເຈົ້າ. ພຣະ​ອົງ​ໄດ້​ສະ​ເດັດ​ມາ “ເພື່ອ​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ຍາກ​ຈົນ.”6 ໃນ​ຫລາຍ​ວິ​ທີ​ທາງ, ພຣະ​ອົງກໍ​ເປັນ​ຄື​ກັນ​ກັບ​ເຂົາ​ເຈົ້າ, ເພາະ​ພຣະ​ອົງ​ກໍເຄີຍ “ບໍ່​ມີ​ບ່ອນ​ທີ່​ຈະ​ວາງ​ຫົວ​ນອນ.”7

ພຣະ​ອົງ​ໄດ້​ສັນ​ລະ​ເສີນແມ່​ໝ້າຍ​ທີ່ທຸກ​ຍາກ ຜູ້​ຊຶ່ງ, ເຖິງ​ແມ່ນ​ຂາດ​ແຄນ​ທີ່​ສຸດ, ແຕ່ກໍ​ຍັງ​ໄດ້​ເອົາ​ເງິນ​ທອງ​ແດງ​ສອງ​ຫລຽນ ປ່ອນ​ລົງ​ໃສ່​ໃນ​ຫີບເກັບ​ເງິນ​ບໍ​ລິ​ຈາກ​ຂອງ​ຊາວ​ຢິວ.8 ແລະ ຂ່າວ​ສານ​ອັນ​ສຸດ​ທ້າຍ​ຂອງ​ພຣະ​ອົງ​ໃນ​ຊ່ວງ​ມະ​ຕະ​ແມ່ນ ຄວາມ​ລອດ​ຂອງ​ເຮົາ​ແມ່ນ​ຂຶ້ນ​ກັບ​ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ—​ໂດຍ​ສະ​ເພາະ​ຜູ້​ຄົນທີ່ “​ຕ່ຳ​ຕ້ອຍ​ທີ່​ສຸດ”—ເພາະ “ເມື່ອ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ແກ່ [ພວກ​ເຂົາ],” ພຣະ​ອົງ​ໄດ້ກ່າວ, “ພວກ​ເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນ​ກັນ.”9

ນັກ​ກະ​ວີຄົນ​ອັງ​ກິດ ຂອງ​ສັດ​ຕະ​ວັດ​ທີ 19 ໄດ້​ຂຽນກາບກອນ​ບົດ​ໜຶ່ງ​ດັ່ງ​ນີ້:

ໃນ​ທ່າມ​ກາງ​ຄວາມໜາວ​ເຢັນ ແລະ ຄວາມ​ສູງ​ຂອງຫິ​ມະ,

ເຈົ້າ​ນົກນ້ອຍໂຕ​ໜຶ່ງ ໄດ້​ບິນ​ເຊີ່ນ​ລົງມາ;

ຢ່າ​ໄລ່​ມັນ​ໃຫ້ໜີໄປ ແຕ່​ສົງ​ສານ​ມັນ​ໄວ້,

ໃຫ້​ຫວ່ານ​ເມັດ​ເຂົ້າ​ລ້ຽງ ໄວ້​ຊີ​ວິດ​ທຸກ​ສິ່ງ. …

 

ບໍ່​ມີ​ຄົນ​ໃດ​ດອກ ທີ່ຍາກ​ຈົນ​ເກີນ​ເຫດ,

ໃນ​ຍາມ​ຂັດ​ສົນນັ້ນ ໃນ​ຊ່ວງ​ລະ​ດູ​ໜາວ;

ທ່ານບໍ່​ມີເຂົ້າ​ພຽງ​ປັ້ນ​ດຽວ ເພື່ອ​ປະ​ທັງ​ຊົ່ວ​ຄາວ,

ສະ​ນັ້ນ​ຈົ່ງ​ຫວ່ານ​ເມັດເຂົ້າ ຂອງ​ທ່ານ​ອອກ​ໄປ.

 

ບໍ່​ດົນລະ​ດູ​ໜາວ ຈະ​ມາ​ເຖິງ​ທ່ານ​ແລ້ວ,

ວັນ​ເວ​ລາ​ນັບ​ການບັນ​ຊີ ກໍໃກ້​ຊິມາ​ຮອດ:

ຄວາມ​ຜິດ​ບາບ​ຂອງ​ທ່ານ ຈະ​ຖືກ​ໃຫ້ອະ​ໄພ,

ດ້ວຍ​ເງື່ອນ​ໄຂ​ຂອງ​ເມັດເຂົ້າ ທີ່​ທ່ານ​ໄດ້​ຫວ່ານ​ໄປ.10

ບໍ່​ວ່າ​ຊີ​ວິດ​ຂອງ​ເຮົາ​ຈະ​ເປັນ​ແບບ​ໃດ, ເຮົາ​ທຸກ​ຄົນ​ກໍ​ເປັນ​ຄື​ກັນ​ກັບ​ເຈົ້າ​ນົກ​ນ້ອຍ—ເປັນ​ຄົນ​ຂໍ​ທານ—ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ. ເຮົາ​ເພິ່ງ​ອາ​ໄສ​ພຣະ​ຄຸນ​ຂອງ​ພຣະ​ອົງ. ມັນ​ແມ່ນ​ໂດຍ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູຄຣິດ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ຊຶ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກ, ເຮົາ​ຈຶ່ງ​ມີ​ຄວາມ​ຫວັງ​ສຳ​ລັບ​ຄວາມ​ລອດ ແລະ ຄວາມ​ເມດ​ຕາ. ຂອງ​ປະ​ທານ​ທາງວິນ​ຍານ​ນີ້ ດົນ​ໃຈ​ເຮົາ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ຕໍ່​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ. ເຖິງ​ແມ່ນ​ຖ້າ​ຫາກວ່າ​ເຮົາ​ມີ​ພຽງ​ແຕ່​ເຂົ້າ​ກອບ​ດຽວ, ເຮົາ​ກໍ​ເຕັມ​ໃຈ​ທີ່​ຈະ​ແບ່ງ​ປັນ​ໃຫ້​ຜູ້​ທີ່​ຕ້ອງ​ການ​ທາງ​ຄວາມ​ຮູ້​ສຶກ, ທາງວິນ​ຍານ, ແລະ ທາງ​ໂລກ ເພື່ອ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຂອງ​ເຮົາ ຕໍ່​ງານ​ລ້ຽງ​ແຫ່ງ​ສະ​ຫວັນ ທີ່​ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ໄວ້​ສຳ​ລັບ​ເຮົາ.

ການ​ໃຫ້​ພອນ​ແກ່​ຄົນ​ອື່ນ​ໃນ​ຍາມ​ບຸນ​ຄຣິດ​ສະ​ມັດ

ໃນ​ຊ່ວງ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມັດ​ທີ່ເຮົາ​ມັກ​ນີ້, ມັນ​ເປັນ​ສິ່ງ​ເໝາະ​ສົມ ທີ່​ເຮົາຈະ​ຊື່ນ​ຊົມ​ກັບ​ແສງ​ໄຟ, ສຽງ​ເພງ, ຂອງ​ຂວັນ, ແລະ ແສງ​ລະ​ຍິບ​ລະ​ຍັບ. ນັ້ນ​ຄື​ພາກ​ສ່ວນ​ໜຶ່ງ​ຂອງ​ເຫດ​ຜົນ​ທີ່​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ມັກ​ເວ​ລານີ້​ຂອງ​ປີ​ຫລາຍ​ທີ່​ສຸດ.

ແຕ່​ຂໍ​ໃຫ້​ເຮົາ​ຢ່າ​ລືມ​ວ່າ ເຮົາ​ເປັນ​ສາ​ນຸ​ສິດ ແລະ ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ໃນ​ການໃຫ້​ກຽດ​ແກ່​ການ​ມາ​ສູ່​ໂລກ​ຂອງ​ພຣະ​ອົງແທ້ໆ, ເຮົາ​ຕ້ອງ​ເຮັດ​ຄື​ກັນ​ກັບ​ດັ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ ແລະ ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ດ້ວຍ​ຄວາມ​ເມດ​ຕາ ຕໍ່​​ເພື່ອນ​ມະ​ນຸດ​ດ້ວຍ​ກັນ. ສິ່ງນີ້​ເຮົາ​ສາ​ມາດ​ເຮັດ​ໄດ້​ທຸກວັນ, ໂດຍ​ຄຳ​ວາ​ຈາ ແລະ ການ​ກະ​ທຳ. ຂໍ​ໃຫ້​ສິ່ງນີ້​ກາຍ​ເປັນ​ປະ​ເພ​ນີ​ບຸນຄຣິດ​ສະ​ມັດ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ຈະ​ອາ​ໄສຢູ່​ບ່ອນ​ໃດກໍ​ຕາມ—ໃຫ້​ເຮົາເປັນ​ຄົນ​ມີ​ເມດ​ຕາ​ຫລາຍກວ່າ​ເກົ່າ, ໃຫ້​ອະ​ໄພຫລາຍກວ່າ​ເກົ່າ, ຕັດ​ສິນ​ໜ້ອຍ​ລົງ, ມີ​ຄວາມ​ກະ​ຕັນ​ຍູຫລາຍກວ່າ​ເກົ່າ, ມີ​ໃຈ​ເພື່ອ​ແຜ່​ຫລາຍກວ່າ​ເກົ່າ ໃນ​ການ​ແບ່ງ​ປັນ​ສິ່ງ​ທີ່​ເຮົາ​ມີ ໃຫ້​ກັບ​ຄົນ​ທີ່​ຂັດ​ສົນ.

ຂໍ​ໃຫ້​ການ​ຄິດ​ເຖິງ​ການ​ກຳ​ເນີດ​ຂອງ​ພຣະ​ເຢຊູ ໃນ​ເບັດເລເຮັມ ດົນ​ໃຈ​ເຮົາ​ໃຫ້​ເປັນ​ເໝືອນ​ດັ່ງ​ພຣະ​ອົງຫລາຍ​ຂຶ້ນ. ຂໍ​ໃຫ້​ພາ​ລະ​ກິດ ແລະ ຕົວ​ຢ່າງ​ຂອງ​ພຣະ​ຄຣິດ ເຮັດ​ໃຫ້​ຫົວ​ໃຈ​ຂອງ​ເຮົາ​ໄຂ່​ພອງ​ຂຶ້ນ ດ້ວຍ​ຄວາມ​ຮັກ​ແຫ່ງ​ສະ​ຫວັນ ສຳ​ລັບ​ພຣະ​ເຈົ້າ ແລະ ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຢ່າງ​ເລິກ​ຊຶ້ງ​ສຳ​ລັບ​ເພື່ອນ​ມະ​ນຸດດ້ວຍ​ກັນ. ແລະ ຂໍ​ໃຫ້​ເຮົາ​ຈົ່ງ​ຫວ່ານ​ເມັດ​ເຂົ້າ​ຂອງ​ເຮົາ​ເລື້ອຍ​ໄປ ດ້ວຍໃຈ​ທີ່​ເພື່ອ​ແຜ່ ແລະ ດ້ວຍ​ຄວາມ​ຮັກ​ຢ່າງບໍ່​ເສື່ອມ​ຄາຍ. ນີ້​ຄື​ຄຳ​ອະ​ທິ​ຖານ ແລະ ພອນ​ຂອງ​ຂ້າ​ພະ​ເຈົ້າ ໃນ​ເທດ​ສະ​ການ​ບຸນ​ຄຣິດ​ສະ​ມັດ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. 1 ໂຢຮັນ 4:9–10.

  2. ເບິ່ງ Doctrine and Covenants 81:5.

  3. ເບິ່ງ Harold B. Lee, Ye Are the Light of the World (1974), 346–47.

  4. ເບິ່ງ L. Brent Goates, Harold B. Lee: Prophet and Seer (1985), chapter 32.

  5. ລູກາ 2:7.

  6. ລູກາ 4:18.

  7. ມັດທາຍ 8:20.

  8. ເບິ່ງ ມາຣະໂກ 12:42–44.

  9. ເບິ່ງ ມັດທາຍ 25:32–46.

  10. Alfred Crowquill, “Scatter Your Crumbs,” in Robert Chambers, ed., The Book of Days (1881), 2:752. ກາບກອນ​ທັງບົດ ​ອ່ານ​ວ່າ​ດັ່ງ​ນີ້:

    ໃນ​ທ່າມ​ກາງ​ຄວາມໜາວ​ເຢັນ ແລະ ຄວາມ​ສູງ​ຂອງຫິ​ມະ,

    ເຈົ້າ​ນົກນ້ອຍໂຕ​ໜຶ່ງ ໄດ້​ບິນ​ເຊີ່ນ​ລົງມາ;

    ຢ່າ​ໄລ່​ມັນ​ໃຫ້ໜີໄປ ແຕ່​ສົງ​ສານ​ມັນ​ໄວ້,

    ໃຫ້ຫວ່ານ​ເມັດເຂົ້າ​ຂອງ​ທ່ານ ເພື່ອ​ລ້ຽງ​ເກືອ​ມັນ.

    ແລະ ໃຫ້​ເປີດກອນ​ປະ​ຕູ

    ເພື່ອ​ຄົນ​ຊິ​ມາ​ບ້ານ;

    ສຳ​ລັບ​ຄົນ​ທຸກ​ຍາກ ຈົ່ງບໍ​ລິ​ຈາກ​ໃຫ້​ຫລາຍໆ,

    ໃຫ້​ລ້ຽງ​ດູຜູ້​ຄົນ ທີ່​ເຂົ້າ​ມາ​ໃນ​ບ້ານ.

    ບໍ່​ມີ​ຄົນ​ໃດ​ດອກ​ ທີ່ຍາກ​ຈົນ​ເກີນ​ເຫດ,

    ໃນ​ຍາມ​ຂັດ​ສົນນັ້ນ ໃນ​ຊ່ວງ​ລະ​ດູ​ໜາວ;

    ທ່ານບໍ່​ມີເຂົ້າ​ພຽງ​ປັ້ນ​ດຽວ ເພື່ອ​ປະ​ທັງ​ຊົ່ວ​ຄາວ,

    ສະ​ນັ້ນ​ຈົ່ງ​ຫວ່ານ​ເມັດເຂົ້າ ຂອງ​ທ່ານ​ອອກ​ໄປ.

    ບໍ່​ດົນລະ​ດູ​ໜາວ ຈະ​ມາ​ເຖິງ​ທ່ານ​ແລ້ວ,

    ວັນ​ເວ​ລາ​ນັບ​ການບັນ​ຊີ ກໍໃກ້​ຊິມາ​ຮອດ:

    ຄວາມ​ຜິດ​ບາບ​ຂອງ​ທ່ານ ຈະ​ຖືກ​ໃຫ້ອະ​ໄພ,

    ດ້ວຍ​ເງື່ອນ​ໄຂ​ຂອງເມັດ​ເຂົ້າ ທີ່​ທ່ານ​ໄດ້​ຫວ່ານ​ໄປ.