ຄຣິດສະມັດ—ເທດສະການເພື່ອໃຫ້ຮັກ, ຮັບໃຊ້, ແລະ ອະໄພໃຫ້ກັນແລະກັນ
ຂ້າພະເຈົ້າມັກຫລາຍ ເມື່ອເຫັນຄວາມຕື່ນເຕັ້ນ ແລະ ຄວາມຄາດຫວັງຂອງເດັກນ້ອຍ ຕະຫລອດເທດສະການບຸນຄຣິດສະມັດ! ຂ້າພະເຈົ້າຈື່ຄວາມຄາດຫວັງຂອງຂ້າພະເຈົ້າເອງໄດ້ ຕອນເປັນເດັກປະຖົມໄວ ທີ່ເຕີບໃຫຍ່ຂຶ້ນໃນປະເທດ ອາກຊັງຕິນ. ປີໜຶ່ງ, ຄູສອນຊັ້ນປະຖົມໄວຂອງພວກເຮົາ ໄດ້ຂໍໃຫ້ພວກເຮົາທຳຄວາມສະອາດຂອງຫລິ້ນເກົ່າຂອງພວກເຮົາ, ສະຜົມໃຫ້ຕຸກກະຕາ, ແລະ ສ້ອມແປງເຄື່ອງນຸ່ງຂອງພວກເຂົາ ເພື່ອວ່າພວກເຮົາຈະໄດ້ເອົາຂອງຫລິ້ນເຫລົ່ານັ້ນໄປບໍລິຈາກໃຫ້ ເດັກນ້ອຍຊາຍ ແລະ ຍິງ ຜູ້ຢູ່ໂຮງໝໍ ໃນວັນຄຣິດສະມັດ.
ໃນລະຫວ່າງອາທິດ ຕອນຂ້າພະເຈົ້າກຳລັງທຳຄວາມສະອາດຕຸກກະຕາເກົ່າຂອງຂ້າພະເຈົ້າຢູ່ນັ້ນ, ແມ່ຂອງຂ້າພະເຈົ້າໄດ້ຖາມຂ້າພະເຈົ້າວ່າ ຂ້າພະເຈົ້າຊິເຮັດຫຍັງກັບຕຸກກະຕາເຫລົ່ານັ້ນ. ຂ້າພະເຈົ້າໄດ້ອະທິບາຍສິ່ງທີ່ຄູສອນຂອງຊັ້ນປະຖົມໄວ ໄດ້ຂໍຮ້ອງພວກເຮົາໃຫ້ເຮັດ, ແລະ ແມ່ໄດ້ເວົ້າວ່າ, “ລູກຄວນເອົາຂອງຫລິ້ນອັນໜຶ່ງຂອງລູກ ທີ່ຍັງໃໝ່ຢູ່ ໃຫ້ເດັກນ້ອຍນຳອີກ.”
ຂ້າພະເຈົ້າໄດ້ຕອບວ່າ, “ລູກຊິເຮັດແນວນັ້ນເຮັດຫຍັງ?”
ແລ້ວເພິ່ນໄດ້ເວົ້າບາງສິ່ງທີ່ຍັງຄົງຢູ່ໃນໃຈຂອງຂ້າພະເຈົ້າ ຈົນເຖິງທຸກວັນນີ້. ເພິ່ນໄດ້ເວົ້າວ່າ, “ຄຣິສ, ມັນເປັນສິ່ງດີແທ້ໆ ທີ່ເຮົາຈະມອບບາງສິ່ງທີ່ເຮົາມັກ, ບາງສິ່ງທີ່ຍາກຫລາຍ ທີ່ຈະມອບໃຫ້ຄົນອື່ນ ເພາະເຮົາມັກມັນ, ບາງສິ່ງທີ່ເຮົາຕ້ອງເສຍສະລະ. ນັ້ນຄືຂອງປະທານຂອງພຣະບິດາເທິງສະຫວັນ ທີ່ໄດ້ປະທານໃຫ້ເຮົາ. ພຣະອົງໄດ້ສົ່ງພຣະບຸດຂອງພຣະອົງມາ, ພຣະເຢຊູຄຣິດ—ບໍ່ແມ່ນພຽງແຕ່ບຸດຄົນໃດຄົນໜຶ່ງ. ພຣະອົງໄດ້ສົ່ງພຣະບຸດທີ່ຮັກ ແລະ ດີພ້ອມທຸກຢ່າງຂອງພຣະອົງມາ ເພື່ອວ່າເຮົາຈະສາມາດກັບຄືນໄປຢູ່ກັບພຣະອົງອີກ.”
ປີນັ້ນ ເມື່ອຂ້າພະເຈົ້າໄດ້ມອບຂອງຫລິ້ນທີ່ຂ້າພະເຈົ້າມັກທີ່ສຸດ, ຂ້າພະເຈົ້າໄດ້ເຂົ້າໃຈຫລາຍຂຶ້ນ ເຖິງຂອງປະທານຂອງພຣະບິດາເທິງສະຫວັນ ທີ່ໄດ້ປະທານໃຫ້ເຮົາ—ພຣະບຸດທີ່ຮັກຂອງພຣະອົງ, ພຣະເຢຊູຄຣິດ, ຜູ້ໄດ້ປະທານພຣະຊົນຊີບສຳລັບເຮົາ ດ້ວຍຄວາມຮັກ ແລະ ບໍ່ເຫັນແກ່ຕົວ.
ທຸກໆປີ, ໃນພາກສ່ວນໜຶ່ງຂອງການສະເຫລີມສະຫລອງເທດສະການບຸນຄຣິດສະມັດຂອງພວກເຮົາ, ພໍ່ຂອງຂ້າພະເຈົ້າ ໄດ້ອ່ານເລື່ອງລາວທີ່ດີເລີດ ໃນພຣະຄຳພີ ຈາກພຣະທຳລູກາ ທີ່ວ່າ:
“ໃນເວລານັ້ນ, ຈັກກະພັດໂອຄຸໂຕໄດ້ອອກຄຳສັ່ງ ໃຫ້ພົນລະເມືອງໃນທົ່ວຈັກກະພົບໂຣມ ໄປຈົດທະບຽນສຳມະໂນຄົວ. …
“ແລະ ທຸກຄົນຈຶ່ງໄປຈົດທະບຽນສຳມະໂນຄົວ, ຕາມບ້ານເກີດເມືອງນອນຂອງໃຜລາວ.
“ຝ່າຍໂຢເຊັບກໍອອກເດີນທາງຈາກເມືອງນາຊາເຣັດ ໃນແຂວງຄາລີເລ ເພື່ອໄປຍັງເມືອງເບັດເລເຮັມ ແຂວງຢູດາຍ ເມືອງຂອງກະສັດດາວິດ. …
“ເພິ່ນໄດ້ໄປຈົດທະບຽນກັບນາງມາຣີ ຄູ່ໝັ້ນຂອງເພິ່ນ ສ່ວນນາງມາຣີນັ້ນກຳລັງຖືພາຢູ່.
“ແລະ ຂະນະທີ່ພວກເພິ່ນຢູ່ໃນເມືອງເບັດເລເຮັມນັ້ນ, ກໍພໍດີຄົບກຳນົດທີ່ນາງມາຣີຈະເກີດລູກ.
“ນາງໄດ້ເກີດລູກຊາຍກົກ, ເອົາຜ້າອ້ອມພັນ ແລະ ວາງໄວ້ໃນຮາງຫຍ້າ ເພາະວ່າໃນໂຮງແຮມນັ້ນ ບໍ່ມີຫ້ອງຫວ່າງສຳລັບພວກເພິ່ນເລີຍ.
“ໃນຂົງເຂດນີ້ ໄດ້ມີຄົນລ້ຽງແກະທີ່ຢູ່ຕາມທົ່ງ ນອນເຝົ້າຝູງແກະຂອງພວກເຂົາໃນເວລາກາງຄືນ.
“ມີທູດອົງໜຶ່ງຂອງພຣະຜູ້ເປັນເຈົ້າ ໄດ້ມາປະກົດແກ່ພວກເຂົາ ແລະ ລັດສະໝີຂອງພຣະຜູ້ເປັນເຈົ້າ ກໍສ່ອງແຈ້ງອ້ອມຮອບພວກເຂົາ: ດັ່ງນັ້ນ ພວກເຂົາຈຶ່ງຕົກໃຈຢ້ານຫລາຍ.
“ແຕ່ທູດອົງນັ້ນໄດ້ກ່າວກັບພວກເຂົາວ່າ, ຢ່າຢ້ານເລີຍ, ເຮົານຳຂ່າວດີມາບອກໃຫ້ພວກເຈົ້າຮູ້, ເປັນຂ່າວທີ່ນຳຄວາມຊົມຊື່ນຍິນດີອັນໃຫຍ່ ມາສູ່ປະຊາຊົນທັງໝົດ.
“ເພາະວ່າໃນວັນນີ້ ພຣະຜູ້ຊ່ວຍໃຫ້ລອດອົງໜຶ່ງ ຄືພຣະຄຣິດ ໄດ້ມາບັງເກີດຢູ່ໃນເມືອງຂອງດາວິດ ສຳລັບເຈົ້າທັງຫລາຍ.”
“ນີ້ແຫລະ ຈະເປັນໝາຍສຳຄັນແກ່ພວກເຈົ້າ, ຄືພວກເຈົ້າຈະໄດ້ພົບພຣະກຸມມານນ້ອຍອົງໜຶ່ງ ພັນຜ້າອ້ອມນອນຢູ່ໃນຮາງຫຍ້າ.
“ໃນທັນໃດນັ້ນ ກໍມີກອງທັບເຫລົ່າທູດແຫ່ງສະຫວັນໝູ່ໃຫຍ່ ມາປະກົດກັບທູດອົງນັ້ນ ຮ່ວມກັນຮ້ອງສັນລະເສີນພຣະເຈົ້າວ່າ,
“ລັດສະໝີພາບ ຈົ່ງມີແກ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງ.”1
ອ້າຍເອື້ອຍນ້ອງທັງຫລາຍ, ເຮັດແນວໃດເຮົາຈຶ່ງຈະມີສັນຕິສຸກແກ່ມະນຸດທັງປວງ ໄດ້ໃນທຸກວັນນີ້?
ເມື່ອຂ້າພະເຈົ້າໄດ້ໄຕ່ຕອງຄຳຖາມຂໍ້ນີ້ ໃນຫລາຍອາທິດທີ່ຜ່ານມາ, ໂດຍທີ່ຄິດວ່າ ບຸນຄຣິດສະມັດ ເປັນເທດສະການທີ່ຈະມອບບາງສິ່ງໃຫ້ຄົນອື່ນ, ຄືການເຮັດສາມຢ່າງ—ຕາມຈິງແລ້ວ ຂອງຂວັນສາມຢ່າງ ທີ່ເຮົາສາມາດມອບໃຫ້ກັນແລະກັນ—ໄດ້ເຂົ້າມາສູ່ຈິດໃຈ. ເຖິງແມ່ນວ່າ ເຮົາໄດ້ມອບຂອງຂວັນເຫລົ່ານີ້ໃຫ້ກັນແລະກັນຕະຫລອດປີຢູ່ແລ້ວ, ແຕ່ໃນຊ່ວງເທດສະການບຸນຄຣິດສະມັດ, ເຮົາຈະຈື່ຈຳຂອງປະທານຂອງພຣະບິດາ ທີ່ໄດ້ປະທານພຣະບຸດຂອງພຣະອົງໃຫ້ເຮົາ ແລະ ເຮົາກໍຄິດຫາວິທີທີ່ຈະເຮັດຕາມຕົວຢ່າງຂອງພວກພຣະອົງ ຂະນະທີ່ເຮົາເພີ່ມຄວາມສາມາດ ແລະ ຄວາມປາດຖະໜາຂອງເຮົາ ທີ່ຈະມອບໃຫ້.
1. ບຸນຄຣິດສະມັດເປັນເທດສະການເພື່ອໃຫ້ຮັກ.
ພຣະບິດາຜູ້ສະຖິດຢູ່ໃນສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ເປັນຕົວຢ່າງທີ່ດີເລີດເຖິງຄວາມຮັກ. ພຣະຄຳພີທີ່ປະເສີດສອນວ່າ, “ເພາະວ່າ ພຣະເຈົ້າຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ, ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ, ແຕ່ມິຊີວິດອັນຕະຫລອດໄປເປັນນິດ.”2
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ສອນເຮົາດ້ວຍຕົວຢ່າງ ເພື່ອໃຫ້ຮັກທຸກຄົນ. ພຣະອົງຍັງໄດ້ສອນເຮົາ ເພື່ອໃຫ້ຮັກພຣະເຈົ້ານຳອີກ ແລະ ເພື່ອໃຫ້ຮັກເພື່ອນບ້ານຂອງເຮົາ ເໝືອນຮັກຕົວເອງ.
ແອວເດີ ຈອນ ເອ ວິດໂຊ ໄດ້ອະທິບາຍວ່າ:
“ເຮົາອາດບໍ່ເຂົ້າໃຈທັດສະນະຂອງຄວາມຮັກ ທີ່ສົມບູນແບບ ແລະ ຄວາມສຳຄັນຂອງມັນ, ແຕ່ເຮົາຈະຖືກທົດສອບ ເພື່ອວ່າມັນຈະຖືກຮັບຮູ້.
“ຄວາມຮັກຈະຖືກພົບເຫັນຢູ່ໃນຄວາມຈິງສະເໝີ. … ການເວົ້າຕົວະ ແລະ ການຫລອກລວງ, ຫລື ການຝ່າຝືນກົດທາງສິນທຳໃດໆກໍຕາມ, ຈະເຫັນໄດ້ວ່າ ຄວາມຮັກຈະຫາຍໄປ. ຄວາມຮັກສະຫລາຍໄປໃນທ່າມກາງຄວາມບໍ່ຈິງ. … ດັ່ງນັ້ນ, … [ຊາຍຄົນໃດ] ທີ່ເຮັດຜິດຕໍ່ຄົນຮັກຂອງຕົນ, ຫລື ເຮັດໃຫ້ນາງເສຍໃຈດ້ວຍການກະທຳອັນໃດກໍຕາມ ທີ່ກົງກັນຂ້າມກັບຄວາມຈິງ, ຊາຍຄົນນັ້ນກໍບໍ່ໄດ້ຮັກນາງແທ້ໆ.
“ຍິ່ງໄປກວ່ານັ້ນ, ຄວາມຮັກຈະບໍ່ເຮັດໃຫ້ຜິດໃຈ ຫລື ເຮັດໃຫ້ເຈັບປວດ ຫລື ທຳຮ້າຍຄົນທີ່ຕົນຮັກ. … ຄວາມໂຫດຮ້າຍຈະບໍ່ມີຄວາມຮັກຢູ່ດ້ວຍ … ເຊັ່ນດຽວກັບຄວາມຈິງ ຈະບໍ່ມີຄວາມບໍ່ຈິງຢູ່ດ້ວຍ. …
“ຄວາມຮັກເປັນພະລັງຂອງການກະທຳໃນທາງບວກ. ມັນຊ່ວຍເຫລືອຄົນທີ່ຕົວຮັກ. ຖ້າມີຄວາມຕ້ອງການ, ຄວາມຮັກຈະຈັດຫາໃຫ້. ຖ້າມີຄວາມອ່ອນແອ, ຄວາມຮັກຈະມອບຄວາມເຂັ້ມແຂງໃຫ້. … ຄວາມຮັກທີ່ບໍ່ໃຫ້ຄວາມຊ່ວຍເຫລືອ ຄືຄວາມຮັກທີ່ຈອມປອມ ຫລື ເປັນຄວາມຮັກທີ່ບໍ່ຍືນຍົງ.
“ເຖິງແມ່ນການທົດສອບເຫລົ່ານີ້ກໍຍາກພໍຢູ່ແລ້ວ, ແຕ່ກໍຍັງມີການທົດສອບທີ່ຍາກກວ່ານີ້ອີກ. ຄວາມຮັກທີ່ແທ້ຈິງ ຈະເສຍສະລະເພື່ອຄົນທີ່ຕົນຮັກ. … ນັ້ນຄືການທົດສອບຂໍ້ສຸດທ້າຍ. ພຣະຄຣິດໄດ້ມອບຕົວເອງ, ໄດ້ມອບພຣະຊົນຊີບ, ເພື່ອເຮົາ, ແລະ ໂດຍການນັ້ນ ຈຶ່ງໄດ້ປະກາດຄວາມຈິງແທ້ຂອງຄວາມຮັກຂອງພຣະອົງ ສຳລັບນ້ອງຊາຍ ແລະ ນ້ອງສາວທີ່ເປັນມະຕະຂອງພຣະອົງ.”3
ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ເຊື້ອເຊີນເຮົາທຸກຄົນ, ລູກໆຂອງພຣະອົງ, ໃຫ້ມອບບາງສິ່ງໃຫ້ກັນ ແລະ ເສຍສະລະເພື່ອກັນແລະກັນ. “ຈົ່ງໃຫ້ເຂົາ,” ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວ, “ແລະ ພຣະເຈົ້າຈະໃຫ້ເຈົ້າ.”4 “ພວກເຈົ້າໄດ້ຮັບລ້າໆໂດຍບໍ່ຄິດຄ່າຢ່າງໃດ, ຈົ່ງໃຫ້ລ້າງໆໂດຍບໍ່ຄິດຄ່າຢ່າງນັ້ນ.”5
2. ບຸນຄຣິດສະມັດເປັນເທດສະການເພື່ອໃຫ້ຮັບໃຊ້.
ພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ໄດ້ປະຕິບັດຕໍ່ຜູ້ຄົນດ້ວຍພຣະອົງເອງ, ໄດ້ໃຫ້ກຳລັງໃຈຜູ້ທີ່ຖືກກົດຂີ່, ໄດ້ມອບຄວາມຫວັງໃຫ້ແກ່ຜູ້ທີ່ທໍ້ຖອຍໃຈ, ແລະ ໄດ້ຊອກຫາຜູ້ທີ່ຫລົງທາງໄປ. ພຣະອົງໄດ້ໂຜດຄົນຕາບອດໃຫ້ເຫັນຮຸ່ງ, ໄດ້ປິ່ນປົວຄົນເຈັບປ່ວຍ ແລະ ໂຜດຄົນເປ້ຍລ່ອຍ ເພື່ອວ່າ ພວກເຂົາຈະສາມາດຍ່າງໄດ້, ແລະ ໄດ້ນຳຄົນຕາຍຄືນມາມີຊີວິດອີກ.
ໃນຊ່ວງບຸນຄິດສະມັດ, ຂ້າພະເຈົ້າຄິດເຖິງຜູ້ສອນສາດສະໜາ—ພວກແອວເດີ, ຊິດສະເຕີ, ຜູ້ສອນສາດສະໜາອາວຸໂສ, ແລະ ປະທານເຜີຍແຜ່ ຕະຫລອດທົ່ວໂລກ—ຜູ້ຊຶ່ງ, ໂດຍທີ່ເປັນຕົວແທນໃຫ້ແກ່ພຣະເຢຊູຄຣິດ, ໄດ້ມອບເວລາ ແລະ ການຮັບໃຊ້ຂອງເຂົາເຈົ້າໃຫ້ລ້າໆໂດຍບໍ່ຄິດຄ່າ ແກ່ມວນມະນຸດທັງປວງ. ຂ້າພະເຈົ້າຄິດເຖິງອ້າຍເອື້ອຍນ້ອງ ຜູ້ໃຊ້ເວລາຫລາຍຊົ່ວໂມງ ໃນການຮັບໃຊ້ ໃນການເອີ້ນຂອງຕົນຢ່າງຊື່ສັດ. ພ້ອມນີ້ ໃນຊ່ວງເວລານີ້, ຂ້າພະເຈົ້າກໍຄິດເຖິງບັນດາຊາຍ ແລະ ຍິງທຸກຄົນຜູ້ຮັບໃຊ້ຢູ່ໃນກອງທັບທະຫານ ເພື່ອປົກປ້ອງເຮົາ. ຂໍຂອບໃຈສຳລັບການຮັບໃຊ້ຂອງທ່ານ!
ແຕ່ເຖິງແມ່ນຖ້າຫາກເຮົາບໍ່ໄດ້ຮັບໃຊ້ພຣະຜູ້ເປັນເຈົ້າ ຫລື ປະເທດຊາດຂອງເຮົາເຕັມເວລາກໍຕາມ, ແຕ່ໂອກາດຂອງເຮົາທີ່ຈະຮັບໃຊ້ແມ່ນບໍ່ມີຂອບເຂດ. ຖ້ອຍຄຳທີ່ອ່ອນຫວານ ແລະ ການກະທຳທີ່ມີເມດຕາ ສາມາດຍົກພາລະແບກຫາບ ແລະ ເປັນກຳລັງໃຈໃຫ້ຄົນອື່ນໄດ້! ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ເຊື້ອເຊີນເຮົາທຸກຄົນ ໃຫ້ຮັບໃຊ້. ແລະ ເມື່ອເຮົາເຮັດ, “ຈອມກະສັດຈະຕອບ [ເຮົາ] ວ່າ, ເຮົາບອກພວກເຈົ້າຕາມຄວາມຈິງວ່າ ເມື່ອພວກເຈົ້າເຮັດສິ່ງເຫລົ່ານີ້ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫລົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.”6
3. ບຸນຄຣິດສະມັດເປັນເທດສະການເພື່ອໃຫ້ອະໄພໃຫ້ກັນແລະກັນ.
ການໃຫ້ອະໄພຄົນອື່ນ ຈະນຳສັນຕິສຸກ ແລະ ຄວາມຊົມຊື່ນຍິນດີມາໃຫ້ຊີວິດຂອງເຮົາ. ປະທານຮີເບີ ເຈ ແກຣນ ໄດ້ສອນວ່າ: “ບໍ່ມີສິ່ງໃດທີ່ຈະນຳພຣະວິນຍານຂອງພຣະເຈົ້າມາໃຫ້ເຮົາ ຫລາຍກວ່າ … ຄວາມເມດຕາ, ຄວາມເກງໃຈ, ຄວາມເພື່ອແຜ່, ຄວາມອົດທົນດົນນານ ແລະ ການໃຫ້ອະໄພ. ບໍ່ມີສິ່ງໃດທີ່ຈະນຳຄວາມຊົມຊື່ນຍິນດີມາໃຫ້ເຮົາ ຫລາຍກວ່າຄວາມພ້ອມ ແລະ ຄວາມເຕັມໃຈ ທີ່ຈະໃຫ້ອະໄພຄົນທີ່ເຮັດຜິດຕໍ່ເຮົາ, ແລະ ບໍ່ມີສິ່ງໃດທີ່ຈະນຳການກ່າວໂທດມາໃຫ້ເຮົາ ຫລາຍກວ່າໃຈທີ່ແຂງກະດ້າງ ແລະ ຄວາມຂົມຂື່ນ ແລະ ຄວາມອາຄາດບາດໝາງ ໃນຄວາມຮູ້ສຶກຂອງເຮົາ ຕໍ່ຜູ້ຄົນທີ່ຢູ່ອ້ອມຮອບເຮົາ.”7
ກ່ອນຈະໄດ້ຮັບການໃຫ້ອະໄພສຳລັບບາບຂອງເຮົາໄດ້ນັ້ນ, ເຮົາຕ້ອງໃຫ້ອະໄພຄົນອື່ນ.
ການໃຫ້ອະໄພຄົນອື່ນ ຊ່ວຍເຮົາໃຫ້ເອົາຊະນະຄວາມຮູ້ສຶກໃຈຮ້າຍ, ຄວາມຂົມຂື່ນ, ຫລື ການແກ້ແຄ້ນ. ແລະ ມີໃຜແດ່ທີ່ຢາກຮູ້ສຶກແບບນັ້ນ ໃນຊ່ວງບຸນຄຣິດສະມັດ? ການໃຫ້ອະໄພສາມາດປິ່ນປົວບາດແຜທາງວິນຍານໄດ້ ແລະ ນຳສັນຕິສຸກ ແລະ ຄວາມຮັກມາໃຫ້ ພຽງແຕ່ພຣະເຈົ້າເທົ່ານັ້ນທີ່ສາມາດປະທານໃຫ້ ມາໃຫ້ເຮົາ.
ພຣະບິດາຜູ້ສະຖິດໃນສະຫວັນຂອງເຮົາ ປະສົງໃຫ້ເຮົາກັບໃຈ ແລະ ອະໄພໃຫ້ທຸກຄົນ—ຮ່ວມທັງຕົວເຮົາເອງ. ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້ກ່າວວ່າ: “ເຖິງແມ່ນທ່ານຄິດວ່າ ທ່ານຊ້າໄປແລ້ວດົນປານໃດ, ທ່ານພາດໂອກາດໄປແລ້ວຫລາຍເທື່ອປານໃດ, ທ່ານໄດ້ເຮັດຄວາມຜິດພາດຫລາຍເທື່ອປານໃດ ຫລື ທ່ານມີພອນສະຫວັນໜ້ອຍປານໃດ, ຫ່າງໄກຈາກບ້ານ ແລະ ຄອບຄົວ ແລະ ຈາກພຣະເຈົ້າຫລາຍປານໃດ, ຂ້າພະເຈົ້າເປັນພະຍານວ່າ ທ່ານ ບໍ່ ໄດ້ເດີນໄປໄກ ເກີນຄວາມຮັກຂອງສະຫວັນ ຈະເອື້ອມບໍ່ເຖິງດອກ. ເປັນໄປບໍ່ໄດ້ທີ່ທ່ານຈະຈົມລົງເລິກ ເກີນຄວາມສະຫວ່າງແຫ່ງການຊົດໃຊ້ຂອງພຣະຄຣິດ ຈະສ່ອງບໍ່ເຖິງດອກ.”8
ອ້າຍເອື້ອຍນ້ອງທັງຫລາຍ, ໃນຊ່ວງເທດສະການບຸນຄຣິດສະມັດນີ້, ຂໍໃຫ້ເຮົາຈົ່ງມອບຂອງຂວັນທີ່ດີທີ່ສຸດ. ຂໍໃຫ້ເຮົາຈົ່ງເສຍສະລະຂອງຫລິ້ນທີ່ເຮົາມັກຫລາຍທີ່ສຸດ ດ້ວຍໃຈທີ່ມີຄວາມກະຕັນຍູ—ບໍ່ແມ່ນໃຫ້ຂອງຫລິ້ນທີ່ເກົ່າແລ້ວ. ແລະ ຂໍໃຫ້ເຮົາຈົ່ງມອບຂອງຂວັນແຫ່ງຄວາມຮັກ, ຂອງຂວັນແຫ່ງການຮັບໃຊ້ໃຫ້ແກ່ຄົນທີ່ຢູ່ອ້ອມຮອບເຮົາ, ແລະ ມອບຂອງຂວັນແຫ່ງການໃຫ້ອະໄພທີ່ແທ້ຈິງ. ເພາະເມື່ອເຮົາກັບໃຈ, ພຣະວິນຍານສັກສິດແຫ່ງອິດສະຣາເອນ ຈະໃຫ້ອະໄພເຮົາ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງພຣະຊົນຢູ່. ພຣະອົງເປັນຈອມກະສັດ, ເປັນອົງສັນຕິລາດ, ເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ເປັນພຣະຜູ້ໄຖ່ຂອງເຮົາ, ແລະ ເປັນເພື່ອນຂອງເຮົາ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.