​2015
ຂຽນ​ບັນ​ທຶກ
ກໍລະກົດ 2015


ຊາວ​ໜຸ່ມ

ຂຽນ​ບັນ​ທຶກ

ປະທານ​ອຸກດອບ​ປຽບ​ທຽບ​ວັນ​ເວ​ລາ​ຂອງ​ເຮົາ ໃສ່​ກັບ​ວັນ​ເວ​ລາ​ຂອງ​ຜູ້​ບຸກ​ເບີກ. ເຖິງ​ແມ່ນ​ວ່າ​ເຈົ້າ​ບໍ່​ໄດ້​ຍ່າງ​ຂ້າມ​ທົ່ງ​ພຽງ, ແຕ່​ເຈົ້າ​ກໍ​ເປັນ​ເໝືອນ​ດັ່ງ​ຜູ້​ບຸກ​ເບີກ ເກີນ​ກວ່າ​ທີ່​ເຈົ້າ​ຄິດ! ເຈົ້າ​ກໍ​ສາ​ມາດ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ, ການ​ເອົາ​ໃຈ​ໃສ່​ຕໍ່​ວຽກ​ງານ, ແລະ ການ​ເບິ່ງ​ໂລກ​ໃນ​ແງ່​ດີ. ເຊັ່ນ​ດຽວ​ກັບ​ທີ່​ເຮົາ​ຮູ້​ວ່າ ຜູ້​ບຸກ​ເບີກ​ໄດ້​ສະ​ແດງ ຄວາມ​ດີ​ເດັ່ນ​ເຫລົ່າ​ນີ້ ເພາະ​ເຂົາ​ເຈົ້າ​ໄດ້​ຂຽນ​ບັນ​ທຶກ​ໄວ້, ລູກ​ຫລານ​ຂອງ​ເຈົ້າ​ກໍ​ຈະ​ສາ​ມາດ​ຮູ້​ຈັກ​ເຈົ້າ​ໄດ້​ຄື​ກັນ ຜ່ານ​ທາງ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ເຈົ້າ.

ໃຫ້​ໃຊ້​ສອງ​ສາມ​ນາ​ທີ ເພື່ອ​ຂຽນ​ບັນ​ທຶກ​ກ່ຽວ​ກັບ​ຕົວ​ເຈົ້າ​ເອງ ໄວ້​ໃນ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ເຈົ້າ. ເຈົ້າ​ສາ​ມາດ​ຂຽນ​ກ່ຽວ​ກັບ​ສິ່ງ​ທີ່​ເປັນ​ທາງ​ວິນ​ຍານ, ເຊັ່ນ​ວ່າ ວິ​ທີ​ທີ່​ເຈົ້າ​ໄດ້​ຮັບ​ປະ​ຈັກ​ພະ​ຍານ ຫລື ເອົາ​ຊະ​ນະ​ການ​ທ້າ​ທາຍ ດ້ວຍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ເຈົ້າ​ກໍ​ສາ​ມາດ​ຊ່ອຍ​ເຫລືອ​ເຊັ່ນ​ລູກ​ຫລານ​ຂອງ​ເຈົ້າ (ຜູ້​ທີ່​ອາດ​ຈະ​ອ່ານ​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ​ຂອງ​ເຈົ້າ ໃນ​ມື້​ໜຶ່ງ!) ໃຫ້​ຮູ້​ວ່າ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຈົ້າ​ເປັນ​ຈັ່ງ​ໃດ. ເຈົ້າ​ເຮັດ​ໂຄງ​ການ​ອັນ​ໃດ​ແດ່​ຢູ່​ໂຮງ​ຮຽນ? ຫ້ອງ​ຂອງ​ເຈົ້າ​ເປັນ​ລັກ​ສະ​ນະ​ແບບ​ໃດ? ຄວາມ​ຈື່​ຈຳ​ພິ​ເສດ​ກ່ຽວ​ກັບ​ຄອບ​ຄົວ​ຂອງ​ເຈົ້າ​ມີ​ອັນ​ໃດ​ແດ່?

ເມື່ອ​ເຈົ້າ​ເລີ່ມ​ຕົ້ນ​ຂຽນ​ເລັກ​ໜ້ອຍ​ແຕ່​ລະ​ມື້, ເຈົ້າ​ຈະ​ບໍ່​ພຽງ​ແຕ່​ສາ​ມາດ​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຊ່ອຍ​ເຫລືອ​ເຈົ້າ​ແນວ​ໃດ​ແດ່ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຈົ້າ, ດັ່ງ​ທີ່​ພຣະ​ອົງ​ໄດ້​ນຳ​ພາ​ຜູ້​ບຸກ​ເບີກ, ແຕ່​ເຈົ້າ​ຈະ​ປະ​ມໍ​ລະ​ດົກ​ໄວ້​ໃຫ້​ລູກ​ຫລານ​ຂອງ​ເຈົ້າ​ນຳ​ອີກ.

ພິມ